Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິທີແກ້ໄຂການຈະລາຈອນຕິດຂັດໃນ ນະຄອນຫລວງ ວຽງຈັນ
ຄົນວຽງຈັນ

Date:
ວິທີແກ້ໄຂການຈະລາຈອນຕິດຂັດໃນ ນະຄອນຫລວງ ວຽງຈັນ

ມີຫລາຍທ່ານເຄີຍຕັ້ງບັນຫານີ້ຂື້ນມາສົນທະນາກັນ ແລະ ກໍ່ມີຫລາຍທ່ານ Comment  ແລະ ກໍ່ເຄີຍມີຫລາຍທ່ານອອກຄຳເຫັນທາງສື່ ຕ່າງໆ

ເຊີ່ງສາມາດສລຸບຫຍໍ້ ຄຳເຫັນເຫລົ່ານັ້ນວ່າ: ທາງແຄບໂພດ, ທາງບໍ່ໄດ້ມາດຕະຖານ ຕ່າງໆ ນາໆ. ແຕ່ບາງທ່ານກໍ່ມີຄຳເຫັນທີ່ມີປໂຢດແກ່ພາກສ່ວນກ່ຽວຂ້ອງ.

ມື້ນີ້ຂ້າພະເຈົ້າຢາກສະເໜີເປັນອັນແລກປ່ຽກັບບັນດາທ່ານດັ່ງນີ້:

1. ການແກ້ໄຂບັນຫາການຈະລາຈອນນີ້ກ່ອນອື່ນມົດຕ້ອງໄດ້ເບີ່ງເລື່ອງການຈັດການ (Management) ກ່ອນ ເພື່ອນຳໃຊ້ ສີ່ງທີ່ມີຢູ່ໃຫ້ເຕັມປະສິດທີພາບຂອງມັນ,

ການກໍ່ສ້າງໃໝ່ແມ່ນທາງເລືອກຖັດໄປ. ຕ້ອງເຂົ້າໃຈວ່າເຮົາບໍ່ສາມາດຈະກໍ່ສ້າງ ທາງໃໝ່ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ໄດ້, ອີກປະການໜື່ງກໍ່ສ້າງ

ເທົ່າໃດກໍ່ບໍ່ພຽງພໍ ຖ້າການຄຸ້ມຄອງ ຈັດການ ບໍ່ເປັນລະບົບ ລະບຽບ

2. ສາເຫດທີ່ເຮັດໃຫ້ການຈາລະຈອນຕິດຂັດທຸກມື້ນີ້ຄື: ການກໍ່ສ້າງຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ໂຮງຮຽນ, ຕລາດ, ຮ້ານແປງລົດ ແມ່ນໃຊ້ໜ້າທາງເປັນບ່ອນຈອດລົດ

ທັງ 2ເບື້ອງລຽນ 2ແຖວກໍ່ມີ. ໂດຍສະເພາະຮ້ານຂາຍວັດສະດຸກໍ່ສ້າງ ໃຊ້ໜ້າທາງເປັນບ່ອນປ່ຽນຖ່າຍສີນຄ້າ, ໂຮງຮຽນຢູ່ຕິດທາງໃຫຍ່ ໃກ້ຈຸດທາງແຍກ ແທນທີ່ເພີ່ນຈະໃຫ້ມີລົດ

ຮັບສົ່ງ ຖ້າຕົນເອງບໍ່ມີລານຈອດລົດ. ຖ້າພາກສ່ວນກ່ຽວຂ້ອງແກ້ໄຂສີ່ງເຫລົ່ານີ້ໄດ້ ກໍ່ຈະຊ່ວຍລົດຜ່ອນໄດ້ຫລາຍສົມຄວນ

3. ບໍ່ມີການຈຳກັດຈຸດກັບລົດ, ບ່ອນຄົນຂ້າມ, ທາງແຍກ ທາງຊອຍ ໃຜກໍ່ຢາກໃຫ້ມີຢູ່ເຊີ່ງເຮືອນໂຕເອງ ຫລື ເຊີ່ງກິດຈະການໂຕເອງ ເລີຍມີຢູ່ໃກ້ໆກັນ

4. ການນັບຖືກົດຈະລາຈອນ, ເຈົ້າໜ້າທີ່ຕ້ອງປະຕິບັດເຂັ້ມງວດຕໍ່ຜູ້ລະເມີດ. ຕາມທີ່ເຫັນບາງຄົນ ໄຟແດງແລ້ວກໍ່ຍັງໝົ້ນໄປ ຫລື ຕຳຫລວດໂບກມືໃຫ້ຢຸດແລ້ວກໍ່ຍັງບໍ່ຍອມຢຸດ

5. ນຳໃຊ້ຫລັກການ 3E ເຂົ້າໃນການຄຸ້ມຄອງ ຈັດການ

    E1 = Engineering ກໍ່ຄືດ້ານວິສະວະກຳທາງຫລວງ ຕ້ອງປັບປຸງໃຫ້ຖືກຕ້ອງຕາມຫລັກການດ້ານເຕັກນິກ ບໍ່ແມ່ນປັບປຸງຕາມຄວາມຕ້ອງການຂອງບຸກຄົນດັ່ງທຸກມື້ນີ້

    E2 = Education ກໍ່ຄືການສືກສາອົບຮົມ, ປູກຈິດສຳນືກ ສະຕິຕໍ່ກົດຈະລາຈອນ ຄວນສິດສອນກັນໃຫ້ດີໃນໂຮງຮຽນສອນຂັບລົດ ແລະ ຄວນເອົາເຂົ້າສອນໃນໂຮງຮຽນສາມັນ

    E3 = Enforcement ຄືການບັງຄັບ ທາງດ້ານລະບຽບກົດໝາຍກໍ່ຄືເຂັ້ມງວດ ເດັດຂາດດ້ານກົດຈະລາຈອນ. ບັງຄັບອີກດ້ານໜື່ງແມ່ນດ້ານໂຄງສ້າງຂອງທາງຫລວງ

ເຮັດແນວໃດໃຫ້ການສັນຈອນລ່ຽນໄຫລ ຄື: ຄົນຂ້າມຕ້ອງຂ້າມຢູ່ບ່ອນກຳນົດ, ບ່ອນກັບລົດ ຫລືລົດຂ້າມກໍ່ເຊັ່ນກັນ ຕ້ອງລ້ຽວຢູ່ບ່ອນໃຫ້ລ້ຽວໄດ້ເທົ່ານັ້ນ ອາດໃຊ້ໂຄງສ້າງຊ່ວຍບັງຄັບ

ຂໍໂທດນຳບັນດາທ່ານທີ່ເວົ້າຍາວໂພດເພາະ ຄາໃຈນຳລະບົບຄຸ້ມຄອງຈັດການ ການຈະລາຈອນ, ເພາະບັນຫາທີ່ຄວນແກ້ເພີ່ນກໍ່ບໍ່ແກ້. ຖີ້ມໃສ່ແຕ່ວ່າທາງແຄບ ລົດຫລາຍຢ່າງດຽວ

ຖ້າລົດຫລາຍກວ່ານີ້ເພີ່ນຊິເຮັດແນວໃດ?

__________________
ຊະນະໄພ

Date:
RE: ວິທີແກ້ໄຂການຈະລາຈອນຕິດຂັດໃນ ນະຄອນຫລວງ ວຽງຈັນ

ງ່າຍໆຄັນກ້າເຮັດປະສົບຜົນສຳເລັດແນ່ນອນ:

1. ຈັດສັນບ່ອນຈອດລົດ ແລ້ວຕິດຕັ້ງລະບົບເກັບເງີນຄ່າຈອດລົດແບບຍອດຫຼຽນ ໃຜລະເມີດໃໝລູກດຽວ

2. ບ່ອນຊຸມຊົນຄ່າຈອດລົດເກັບຊົ່ວໂມງລະ 10.000ກີບ ຕໍ່ ຄັນໂລດ

3. ອະນຸຍາດໃຫ້ໝົດທຸກຄົນມີສ່ວນຮ່ວມຄື ໃຜກໍ່ໄດ້ເຫັນຄົນຈອດລົດຊະຊາຍປັບໃໝມັນໂລດ ຄ່າປັບຄັນລະ 100000ກີບ ຄັ້ງທີ່ນຶ່ງ 500000ກີບ ຄ່າປັບໃໝມອບໃຫ້ຜູ້ນັ້ນໂລດ

ສ່ວນຢູ່ເຂດນອກເທດສະບານຫ້າມເກັບຄ່າຈອດລົດໂດຍສະເພາະຕະລາດຕາມແຄມທາງຕົວຢ່າງ ຕະລາດດົງໝາກຄາຍ(ມີຮູບປະກອບ) ມັນຊີ່ມາເກັບເຮັດຫັຍງແນວບໍ່ແມ່ນມັນເປັນຜູ້ສ້າງທາງ ຖ້າໃຜຊີ່ເກັບຄ່າຈອດລົດຕ້ອງກຳນົດມາດຕະຖານເດີ່ນຈອດລົດຄັກແນ່ ຢ່າງໜ້ອຍຕ້ອງປູຢ່າງໝາກຕອຍ, ຂີດເສັ້ນຄັກແນ່ ອັນນີ້ເອົາປຽບປະຊາຊົນໂພດ ເດີ່ນຈອດລົດມີແຕ່ຂີ້ຕົມ, ບາງບ່ອນນ້ຳຂັງ, ບາງບ່ອນຂີ້ເຫຍື້ອ ຕົວຢ່າງ: ຕະລາດທາດຫຼວງ, ຕະລາດຫົວຂົວ, ຕະລາດທົ່ງຂັນຄຳ ແລະອື່ນໆ ຄືກັນໝົດ ITEC ເດີນບັກຄັກໆຍັງບໍ່ເກັບຄ່າຈອດລົດ.

__________________
Anonymous

Date:

ຊະນະໄພ wrote:

ງ່າຍໆຄັນກ້າເຮັດປະສົບຜົນສຳເລັດແນ່ນອນ:

1. ຈັດສັນບ່ອນຈອດລົດ ແລ້ວຕິດຕັ້ງລະບົບເກັບເງີນຄ່າຈອດລົດແບບຍອດຫຼຽນ ໃຜລະເມີດໃໝລູກດຽວ

2. ບ່ອນຊຸມຊົນຄ່າຈອດລົດເກັບຊົ່ວໂມງລະ 10.000ກີບ ຕໍ່ ຄັນໂລດ

3. ອະນຸຍາດໃຫ້ໝົດທຸກຄົນມີສ່ວນຮ່ວມຄື ໃຜກໍ່ໄດ້ເຫັນຄົນຈອດລົດຊະຊາຍປັບໃໝມັນໂລດ ຄ່າປັບຄັນລະ 100000ກີບ ຄັ້ງທີ່ນຶ່ງ 500000ກີບ ຄັ້ງຕໍ່ໄປ ຄ່າປັບໃໝມອບໃຫ້ຜູ້ນັ້ນໂລດ

ສ່ວນຢູ່ເຂດນອກເທດສະບານຫ້າມເກັບຄ່າຈອດລົດໂດຍສະເພາະຕະລາດຕາມແຄມທາງຕົວຢ່າງ ຕະລາດດົງໝາກຄາຍ(ມີຮູບປະກອບ) ມັນຊີ່ມາເກັບເຮັດຫັຍງແນວບໍ່ແມ່ນມັນເປັນຜູ້ສ້າງທາງ ຖ້າໃຜຊີ່ເກັບຄ່າຈອດລົດຕ້ອງກຳນົດມາດຕະຖານເດີ່ນຈອດລົດຄັກແນ່ ຢ່າງໜ້ອຍຕ້ອງປູຢ່າງໝາກຕອຍ, ຂີດເສັ້ນຄັກແນ່ ອັນນີ້ເອົາປຽບປະຊາຊົນໂພດ ເດີ່ນຈອດລົດມີແຕ່ຂີ້ຕົມ, ບາງບ່ອນນ້ຳຂັງ, ບາງບ່ອນຂີ້ເຫຍື້ອ ຕົວຢ່າງ: ຕະລາດທາດຫຼວງ, ຕະລາດຫົວຂົວ, ຕະລາດທົ່ງຂັນຄຳ ແລະອື່ນໆ ຄືກັນໝົດ ITEC ເດີນບັກຄັກໆຍັງບໍ່ເກັບຄ່າຈອດລົດ.

ເບິ່ງຕີມັນມາໂບກລົດຈອດແຄມທາງແລ້ວເກັບເງີນຄັນລະ 5000ກີບ ມື້ນຶ່ງມັນເປັນຮ້ອຍຄັນຂຶ້ນໄປ

__________________
Anonymous

Date:

everyone seem very smart, why dont you become the head of Ministry of Yota?

__________________
Anonymous

Date:

Anonymous wrote:

everyone seem very smart, why dont you become the head of Ministry of Yota?

ເວົ້າແນວມັນສ້າງສັນແດ່ ສະຫາຍເອີ່ຍ, ໂຍທາຫລືອົງການໃດກໍ່ຕາມແມ່ນເຮັດວຽກເພື່ອສັງຄົມ

ເມື່ອສັງຄົມຕຳນິກໍ່ຕ້ອງໄດ້ພິຈາລະນາເບີ່ງວ່າມີເຫດມີຜົນຄືແນວໃດ?

__________________
ຝຣັ່ງດັງແປ

Date:

ຮູ້ວ່າທຶນນ້ອຍ ເຮົາກໍຕ້ອງແກ້ໄຂບັນຫາງ່າຍໆ ທີ່ມັນບໍ່ເປືອງງົບປະມານກ່ອນ.

1. ຕ້ອງເຂັ້ມງວດ ກັບພວກຈອດລົດແຄມທາງ

2. ຄົນທີ່ເປີດຮ້ານ ຕ້ອງບັງຄັບໃຫ້ມີບ່ອນຈອດລົດ ຕາມຂນາດຂອງຮ້ານ

3. ໂຮງຮຽນ ປະຖົມຕ້ອງເຂົ້າກ່ອນ ມັດທະຍົມ 1 ຊົ່ວໂມງ

4. ຫ້ອງການລັດ  ແລະເອກກະຊົນ ເຂົ້າການ ຫຼັງ ມັດທະຍົມ 1 ຊົ່ວໂມງ

5. ຕະຫຼາດ ຮ້ານຄ້າ ເປີດຫຼັງໂມງເຂົ້າການ 1 ຊົ່ວໂມງ

6. ປັບປຸງເລນລ້ຽວ ຕາມຖະໜົນສາຍຫຼັກທຸກສາຍ Left turn  , Right turn only

ຖ້າພໍເປັນໄປໄດ້ ໂຮງຮຽນ ໃນກໍາແພງນະຄອນ ຄວນໃຫ້ມີລະບົບອາຫານທ່ຽງກໍຍິ່ງດີ ເພາະຈະເຮັດໃຫ້ນັກຮຽນ

ໃຊ້ເວລາຢູ່ໂຮງຮຽນ ເຈັດຊົ່ວໂມງລວດ.

 ນີ້ເປັນພຽງ ປະສົບການເລັກໆ ນ້ອຍທີ່ຂ້ອຍເຫັນ ຢູ່ບ້ານເພິ່ນ ແລ້ວເອົາມາເລົ່າສູ່ຟັງເດີ ຖ້າຄິດວ່າມັນເໝາະສົມ

ກໍລອງສະເໜີໄປຫາຫົວໜ້າລົດເຫຼືອງເບິ່ງ.

__________________
Anonymous

Date:

ຄົນວຽງຈັນ wrote:

ມີຫລາຍທ່ານເຄີຍຕັ້ງບັນຫານີ້ຂື້ນມາສົນທະນາກັນ ແລະ ກໍ່ມີຫລາຍທ່ານ Comment  ແລະ ກໍ່ເຄີຍມີຫລາຍທ່ານອອກຄຳເຫັນທາງສື່ ຕ່າງໆ

ເຊີ່ງສາມາດສລຸບຫຍໍ້ ຄຳເຫັນເຫລົ່ານັ້ນວ່າ: ທາງແຄບໂພດ, ທາງບໍ່ໄດ້ມາດຕະຖານ ຕ່າງໆ ນາໆ. ແຕ່ບາງທ່ານກໍ່ມີຄຳເຫັນທີ່ມີປໂຢດແກ່ພາກສ່ວນກ່ຽວຂ້ອງ.

ມື້ນີ້ຂ້າພະເຈົ້າຢາກສະເໜີເປັນອັນແລກປ່ຽກັບບັນດາທ່ານດັ່ງນີ້:

1. ການແກ້ໄຂບັນຫາການຈະລາຈອນນີ້ກ່ອນອື່ນມົດຕ້ອງໄດ້ເບີ່ງເລື່ອງການຈັດການ (Management) ກ່ອນ ເພື່ອນຳໃຊ້ ສີ່ງທີ່ມີຢູ່ໃຫ້ເຕັມປະສິດທີພາບຂອງມັນ,

ການກໍ່ສ້າງໃໝ່ແມ່ນທາງເລືອກຖັດໄປ. ຕ້ອງເຂົ້າໃຈວ່າເຮົາບໍ່ສາມາດຈະກໍ່ສ້າງ ທາງໃໝ່ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ໄດ້, ອີກປະການໜື່ງກໍ່ສ້າງ

ເທົ່າໃດກໍ່ບໍ່ພຽງພໍ ຖ້າການຄຸ້ມຄອງ ຈັດການ ບໍ່ເປັນລະບົບ ລະບຽບ

2. ສາເຫດທີ່ເຮັດໃຫ້ການຈາລະຈອນຕິດຂັດທຸກມື້ນີ້ຄື: ການກໍ່ສ້າງຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ໂຮງຮຽນ, ຕລາດ, ຮ້ານແປງລົດ ແມ່ນໃຊ້ໜ້າທາງເປັນບ່ອນຈອດລົດ

ທັງ 2ເບື້ອງລຽນ 2ແຖວກໍ່ມີ. ໂດຍສະເພາະຮ້ານຂາຍວັດສະດຸກໍ່ສ້າງ ໃຊ້ໜ້າທາງເປັນບ່ອນປ່ຽນຖ່າຍສີນຄ້າ, ໂຮງຮຽນຢູ່ຕິດທາງໃຫຍ່ ໃກ້ຈຸດທາງແຍກ ແທນທີ່ເພີ່ນຈະໃຫ້ມີລົດ

ຮັບສົ່ງ ຖ້າຕົນເອງບໍ່ມີລານຈອດລົດ. ຖ້າພາກສ່ວນກ່ຽວຂ້ອງແກ້ໄຂສີ່ງເຫລົ່ານີ້ໄດ້ ກໍ່ຈະຊ່ວຍລົດຜ່ອນໄດ້ຫລາຍສົມຄວນ

3. ບໍ່ມີການຈຳກັດຈຸດກັບລົດ, ບ່ອນຄົນຂ້າມ, ທາງແຍກ ທາງຊອຍ ໃຜກໍ່ຢາກໃຫ້ມີຢູ່ເຊີ່ງເຮືອນໂຕເອງ ຫລື ເຊີ່ງກິດຈະການໂຕເອງ ເລີຍມີຢູ່ໃກ້ໆກັນ

4. ການນັບຖືກົດຈະລາຈອນ, ເຈົ້າໜ້າທີ່ຕ້ອງປະຕິບັດເຂັ້ມງວດຕໍ່ຜູ້ລະເມີດ. ຕາມທີ່ເຫັນບາງຄົນ ໄຟແດງແລ້ວກໍ່ຍັງໝົ້ນໄປ ຫລື ຕຳຫລວດໂບກມືໃຫ້ຢຸດແລ້ວກໍ່ຍັງບໍ່ຍອມຢຸດ

5. ນຳໃຊ້ຫລັກການ 3E ເຂົ້າໃນການຄຸ້ມຄອງ ຈັດການ

    E1 = Engineering ກໍ່ຄືດ້ານວິສະວະກຳທາງຫລວງ ຕ້ອງປັບປຸງໃຫ້ຖືກຕ້ອງຕາມຫລັກການດ້ານເຕັກນິກ ບໍ່ແມ່ນປັບປຸງຕາມຄວາມຕ້ອງການຂອງບຸກຄົນດັ່ງທຸກມື້ນີ້

    E2 = Education ກໍ່ຄືການສືກສາອົບຮົມ, ປູກຈິດສຳນືກ ສະຕິຕໍ່ກົດຈະລາຈອນ ຄວນສິດສອນກັນໃຫ້ດີໃນໂຮງຮຽນສອນຂັບລົດ ແລະ ຄວນເອົາເຂົ້າສອນໃນໂຮງຮຽນສາມັນ

    E3 = Enforcement ຄືການບັງຄັບ ທາງດ້ານລະບຽບກົດໝາຍກໍ່ຄືເຂັ້ມງວດ ເດັດຂາດດ້ານກົດຈະລາຈອນ. ບັງຄັບອີກດ້ານໜື່ງແມ່ນດ້ານໂຄງສ້າງຂອງທາງຫລວງ

ເຮັດແນວໃດໃຫ້ການສັນຈອນລ່ຽນໄຫລ ຄື: ຄົນຂ້າມຕ້ອງຂ້າມຢູ່ບ່ອນກຳນົດ, ບ່ອນກັບລົດ ຫລືລົດຂ້າມກໍ່ເຊັ່ນກັນ ຕ້ອງລ້ຽວຢູ່ບ່ອນໃຫ້ລ້ຽວໄດ້ເທົ່ານັ້ນ ອາດໃຊ້ໂຄງສ້າງຊ່ວຍບັງຄັບ

ຂໍໂທດນຳບັນດາທ່ານທີ່ເວົ້າຍາວໂພດເພາະ ຄາໃຈນຳລະບົບຄຸ້ມຄອງຈັດການ ການຈະລາຈອນ, ເພາະບັນຫາທີ່ຄວນແກ້ເພີ່ນກໍ່ບໍ່ແກ້. ຖີ້ມໃສ່ແຕ່ວ່າທາງແຄບ ລົດຫລາຍຢ່າງດຽວ

ຖ້າລົດຫລາຍກວ່ານີ້ເພີ່ນຊິເຮັດແນວໃດ?

ຂໍຝອຍນຳແດ່

ກະທູ້ແບນີ້ຄືວ່າໄດ້ອ່ານພໍ້ຢູ່ຫນັງສືພິມ ບໍ່ດົນມານີ້ລະ

ສວ່ນ ຕົວ ຂພຈ ຄິດວ່າ ລົດຢູ່ ວຽງຈັນບໍ່ທັນຕິດປານໄດດອກ ມັນໄປໄດ້ທຸກຍາມ ແຕ່ກໍຊ້າແດ່ ບາດເອາແທ້ໆ ຄົນສີຮູ້ຈັກບໍລິຫານຕົວເອງໄດ້ດອກ

ເຊັ່ນຕົວຢ່າງ

ຕື່ນເຊົ້າ ກັບຄຳ່າ  ອອກບ້ານແຕ່ ຫ້າໂມງເຊົ້າ ກັບບ້ານ ເຈັດໂມງແລງ ໄດ້ທັງວຽກໄດ້ທັງຜົນງານ ປະຢັດເວລາແລະພະລັງງານ

ຊອກໄປຕາມທາງນອ້ຍຫລື ທາງລັດ ບອ່ນໄດ ເວລາໄດ ລົດຕິດ ກໍບໍຕອ້ງໄປ ໄຊ້ທາງນອ້ຍທາງຊອຍລັດໄປເລີຍ ເຊັ່ນຖ້າມັນຕິດຢູ່ ໂພນພະເນົາ ກໍຄວນລັກໄປຫາໂພນຕອ້ງດອນແດງ

ຫລຸດຜອ່ນການນຳໄຊ້ພາທະນະລົງ ແລະອື່ນໆ ອອກເງິນຊື້ນ້ຳມັນ ສີ່ຫ້າຄົນໄປນຳກັນ ຢ່າເຮັດແບບເສດຖີຫລາຍ

ແຕ່ຂັ້ນຕໍໄປອີຫລີ ຄວນຈັດການຄືດັ່ງທ່ານວ່າ  ຕອ້ງວາງແຜນ ເຮັດຕາມແຜນ

ຜ່ານມາການກໍ່ສ້າງຖນົນຫົນທາງແມ່ນໄປນຳກົ້ນປະຊາຊົນ

ຫົນທາງກໍແມ່ນປະຊາຊົນສ້າງແລວ້ ເພິ່ນຈຶ່ງສ້າງຕໍ່ ຂະຫຍາຍຕໍ່ ປຊຊ ຕອ້ງໄດ້ຫຍັບຣັ້ວ ທຸບເຮືອນ ສູນເສັຍບໍ່ຈັກເທົ່າໄດ

ຄວນເຊົາສາ ການຂະຫຍາຍທາງໄນເມືອງ ມີແຕ່ປັບປຸງແລວເກົ່າໄຫ້ໄດ້ດີກໍພໍ

ປະໄຫ້ວຽງຈັນ ເປັນຕົວເມືອງເກົາໄປເລີຍ ແລວ້ມັນຈະສະອາດປອດຂີ້ຝຸ່ນ

ກຳນົດໄຈກາງເມືອງໄຫມ່ໄປເລີຍ ເຊັ່ນ ດົງໂດກເປັນສູນກາງ

ເອາ ມຊ ໄປໄວ້ຕີນພູພະນັງ

ເອາບັນດາກະຊວງໄປຢູ່ 450 ປີ

ເອົາສູນການຄ້າໄຫຍ່ໆ ໄວ້ລະຫວ່າງ 13 ເຫນືອໄຕ້

ສ້າງທາງດວ່ນໄຫມ່ແບບຈ່າຍເງິນກໍໄດ້ ເພື່ອເຊືອ່ມ 13 ແຕ່ຫລັກ 21 ຫາ ນາຊາຍ

ຕັດຜັງໄວ້ໄຫ້ເປັນລະບຽບ ມີຫົນທາງ ມີນ້ຳ

ກຳນົດລາຄາຊື້ຂາຍດິນກັນແບບສົມມາພາຄວນ

ກະກຽມທຸກຢ່າງໄຫ້ພອ້ມ ເພື່ອປະຊາກອນສີຮອດລ້ານ ພາຍໄນ ຫ້າ ຫາ ສິບປີ

ປະເທດອື່ນເພີ່ນເຮັດໄດ້ ລາວເຮາແຮງສະບາຍ

ສວ່ນເພິ່ນສ້າງ ບຶງນັ້ນບືງນີ້ ກໍສ້າງໄປ ຢ້ານອີກບໍດົນ ຈຸດອີ່ມຕົວສີມາຢາມຄືຫວຽດນາມ

ແຕ່ສຳຫລັບຄົນລາວເຮາ ທົ່ວໄປ ແມ່ນປາດຖະນາຢາກໄດ້ແຕ່ດິນລາຄາຖືກ

ດັ່ງນັ້ນ ຖ້າ ມີການຕັດຜັງໄວ້ລະອຽດ ປັກຫລັກຫມາຍໄວ້ແບບແນ່ນອນ ເຮັດໄວ້ຫລາຍໆໆໆໆໆ ໄຫ້ພຽງພໍສຳຫລັບຄົນ ສາມແສນ ອີກ ສິບປີ ລາຄາທີ່ດິນສີພາກັນແຍ້ງກັນລົງເທົ່ານັ້ນລະ

ສອຍສອຍ ...............

__________________
Anonymous

Date:

ຕາມຄຳເຫັນຂອງຂ້າພະເຈົ້າ ຢາກສະເໜີໃຫ້ທາງພາກສ່ວນກ່ຽວຂ້ອງຮີບເລັ່ງແກ້ໄຂສີ່ງທີ່ຄວນແກ້ໄຂໄວເຊັ່ນ:

- ຮ້ານຄ້າທີ່ຕັ້ງຢູ່ໃກ້ ຫລື ຕິດກັບມູມຈຸດທາງ 3ແຍກ 4 ແຍກ, ໂດຍສະເພາະຮ້ານຂາຍເຄື່ອງກໍ່ສ້າງທີ່ມີແຕ່ສີນຄ້າໜັກ ແລະ ຕ້ອງໃຊ້ລົດບັນທຸກໜັກ

ເຊີ່ງສ້າງຄວາມກີດຂວາງການສັນຈອນຫລາຍ ຕົວຢ່າງ ຢູ່ບໍລິເວນ 4ແຍກຕະຫລາດທາດຫລວງ (ບ່ອນອື່ນກໍ່ຄົງມີເຊັ່ນກັນ). ຢູ່ເບື້ອງລົງໄປ ໄອເຕັກ

ຍາມມື້ເຊົ້າທີ່ການສັນຈອນກຳລັງແອອັດ ພວກຂາຍຂອງກີນຊ້ຳພັດມາຂາຍຢູ່ຫັ້ນລຽນແຖວຍາວຢຽດ ຄົນກໍ່ມາຈອດລົດຊື້ ແລະ ຈຳນວນນື່ງກໍ່ແມ່ນລົດ

ຂອງຜູ້ມາຂາຍເຄື່ອງ ຈອດຕັນທາງຢູ່ຈົນຊິໄປບໍ່ໄດ້ ຍີ່ງເຮັດໃຫ້ການສັນຈອນອັ່ງອໍຂື້ນຕື່ມ

- ຮ້ານແປງລົດທີ່ບໍ່ມີເດີ່ນສຳລັບເຮັດວຽກ ແລະ ຍັງຕັ້ງຢູ່ໃກ້ກັບຈຸດ 4ແຍກ, ຕົວຢ່າງ ໄຟແດງທາດຂາວເບື້ອງມາແຕ່ທ່າເດື່ອ

ແຕ່ເບື້ອງພະໂພ ຊ້ຳພັດມີແຕ່ຮ້ານອາຫານ ບໍ່ມີບ່ອນຈອດລົດ ທາງຍີ່ງແຄບຢູ່ແລ້ວ

- ໂຮງຮຽນເອກກະຊົນຈຳນວນໜື່ງ ຕັ້ງຢູ່ຕິດກັບ 4ແຍກ ຫລືຢູ່ບ່ອນທາງແຄບແອອັດ ແຕ່ບໍ່ມີເນື້ອທີ່ສຳລັບຫລີກເຂົ້າຈອດລົດຊົ່ວຄາວ

ເຊັ່ນຕົວຢ່າງ ໂຮງຮຽນິລະດາ ສີບຸນເຮືອງ, ໂຮງຮຽນກຽດຕິສັກ ນານາຊາດ, ... ຄວນໃຊ້ລົດຮັບສົ່ງ ແມ່ນເໝາະສົມແລ້ວ

- ທາງຄົນຍ່າງບໍ່ຄວນໃຫ້ຜູ້ອາໄສຢູ່ຈຸດນັ້ນໃຊ້ເປັນບ່ອນວາງເຄື່ອງຂາຍ ຄວນປະໃຫ້ໂລ່ງ, ອັນນີ້ເວົ້າເລື່ອງຄວາມເປັນລະບຽບຈົບງາມ

ແຂກໄປ ໄທມາ ເຫັນສະພາບແບບນີ້ ເຂົາກໍ່ຊິວ່າເມືອງລາວບໍ່ມີລະບຽບ

- ລົດບັນທຸກໜັກຄວນອານຸຍາດໃຫ້ເຂົ້າເມືອງຫລັງ 19:00, ລົດຂົນດີນ ຂົນແຮ່ຮັບໃຊ້ໂຄງການກໍ່ເຊັ່ນກັນ ຜູ້ຮັບເໝົາຕ້ອງຂົນມາ ສຕັອກໄວ້

ປະຈຸບັນລົດພ່ວງໄທ ມາສົ່ງວັດຖຸກໍ່ສ້າງ ມາສົ່ງລົດຍົນ ແມ່ນເຂົ້າໃນເມືອງ 17:30 ຫລື 18:00 ເຮັດໃຫ້ການສັນຈອນຕິດຂັດ ທັງບໍ່ຮັບ

ປະກັນຄວາມປອດໄພ ເພາະເພີ່ນຂົນສີນຄ້າລົງຢູ່ໜ້າທາງເລີຍ ຍ້ອນບໍ່ມີເດີ່ນ

ຂໍຂອບໃຈ

__________________
Anonymous

Date:

ຄົນວຽງຈັນ wrote:

ມີຫລາຍທ່ານເຄີຍຕັ້ງບັນຫານີ້ຂື້ນມາສົນທະນາກັນ ແລະ ກໍ່ມີຫລາຍທ່ານ Comment  ແລະ ກໍ່ເຄີຍມີຫລາຍທ່ານອອກຄຳເຫັນທາງສື່ ຕ່າງໆ

ເຊີ່ງສາມາດສລຸບຫຍໍ້ ຄຳເຫັນເຫລົ່ານັ້ນວ່າ: ທາງແຄບໂພດ, ທາງບໍ່ໄດ້ມາດຕະຖານ ຕ່າງໆ ນາໆ. ແຕ່ບາງທ່ານກໍ່ມີຄຳເຫັນທີ່ມີປໂຢດແກ່ພາກສ່ວນກ່ຽວຂ້ອງ.

ມື້ນີ້ຂ້າພະເຈົ້າຢາກສະເໜີເປັນອັນແລກປ່ຽກັບບັນດາທ່ານດັ່ງນີ້:

1. ການແກ້ໄຂບັນຫາການຈະລາຈອນນີ້ກ່ອນອື່ນມົດຕ້ອງໄດ້ເບີ່ງເລື່ອງການຈັດການ (Management) ກ່ອນ ເພື່ອນຳໃຊ້ ສີ່ງທີ່ມີຢູ່ໃຫ້ເຕັມປະສິດທີພາບຂອງມັນ,

ການກໍ່ສ້າງໃໝ່ແມ່ນທາງເລືອກຖັດໄປ. ຕ້ອງເຂົ້າໃຈວ່າເຮົາບໍ່ສາມາດຈະກໍ່ສ້າງ ທາງໃໝ່ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ໄດ້, ອີກປະການໜື່ງກໍ່ສ້າງ

ເທົ່າໃດກໍ່ບໍ່ພຽງພໍ ຖ້າການຄຸ້ມຄອງ ຈັດການ ບໍ່ເປັນລະບົບ ລະບຽບ

2. ສາເຫດທີ່ເຮັດໃຫ້ການຈາລະຈອນຕິດຂັດທຸກມື້ນີ້ຄື: ການກໍ່ສ້າງຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ໂຮງຮຽນ, ຕລາດ, ຮ້ານແປງລົດ ແມ່ນໃຊ້ໜ້າທາງເປັນບ່ອນຈອດລົດ

ທັງ 2ເບື້ອງລຽນ 2ແຖວກໍ່ມີ. ໂດຍສະເພາະຮ້ານຂາຍວັດສະດຸກໍ່ສ້າງ ໃຊ້ໜ້າທາງເປັນບ່ອນປ່ຽນຖ່າຍສີນຄ້າ, ໂຮງຮຽນຢູ່ຕິດທາງໃຫຍ່ ໃກ້ຈຸດທາງແຍກ ແທນທີ່ເພີ່ນຈະໃຫ້ມີລົດ

ຮັບສົ່ງ ຖ້າຕົນເອງບໍ່ມີລານຈອດລົດ. ຖ້າພາກສ່ວນກ່ຽວຂ້ອງແກ້ໄຂສີ່ງເຫລົ່ານີ້ໄດ້ ກໍ່ຈະຊ່ວຍລົດຜ່ອນໄດ້ຫລາຍສົມຄວນ

3. ບໍ່ມີການຈຳກັດຈຸດກັບລົດ, ບ່ອນຄົນຂ້າມ, ທາງແຍກ ທາງຊອຍ ໃຜກໍ່ຢາກໃຫ້ມີຢູ່ເຊີ່ງເຮືອນໂຕເອງ ຫລື ເຊີ່ງກິດຈະການໂຕເອງ ເລີຍມີຢູ່ໃກ້ໆກັນ

4. ການນັບຖືກົດຈະລາຈອນ, ເຈົ້າໜ້າທີ່ຕ້ອງປະຕິບັດເຂັ້ມງວດຕໍ່ຜູ້ລະເມີດ. ຕາມທີ່ເຫັນບາງຄົນ ໄຟແດງແລ້ວກໍ່ຍັງໝົ້ນໄປ ຫລື ຕຳຫລວດໂບກມືໃຫ້ຢຸດແລ້ວກໍ່ຍັງບໍ່ຍອມຢຸດ

5. ນຳໃຊ້ຫລັກການ 3E ເຂົ້າໃນການຄຸ້ມຄອງ ຈັດການ

    E1 = Engineering ກໍ່ຄືດ້ານວິສະວະກຳທາງຫລວງ ຕ້ອງປັບປຸງໃຫ້ຖືກຕ້ອງຕາມຫລັກການດ້ານເຕັກນິກ ບໍ່ແມ່ນປັບປຸງຕາມຄວາມຕ້ອງການຂອງບຸກຄົນດັ່ງທຸກມື້ນີ້

    E2 = Education ກໍ່ຄືການສືກສາອົບຮົມ, ປູກຈິດສຳນືກ ສະຕິຕໍ່ກົດຈະລາຈອນ ຄວນສິດສອນກັນໃຫ້ດີໃນໂຮງຮຽນສອນຂັບລົດ ແລະ ຄວນເອົາເຂົ້າສອນໃນໂຮງຮຽນສາມັນ

    E3 = Enforcement ຄືການບັງຄັບ ທາງດ້ານລະບຽບກົດໝາຍກໍ່ຄືເຂັ້ມງວດ ເດັດຂາດດ້ານກົດຈະລາຈອນ. ບັງຄັບອີກດ້ານໜື່ງແມ່ນດ້ານໂຄງສ້າງຂອງທາງຫລວງ

ເຮັດແນວໃດໃຫ້ການສັນຈອນລ່ຽນໄຫລ ຄື: ຄົນຂ້າມຕ້ອງຂ້າມຢູ່ບ່ອນກຳນົດ, ບ່ອນກັບລົດ ຫລືລົດຂ້າມກໍ່ເຊັ່ນກັນ ຕ້ອງລ້ຽວຢູ່ບ່ອນໃຫ້ລ້ຽວໄດ້ເທົ່ານັ້ນ ອາດໃຊ້ໂຄງສ້າງຊ່ວຍບັງຄັບ

ຂໍໂທດນຳບັນດາທ່ານທີ່ເວົ້າຍາວໂພດເພາະ ຄາໃຈນຳລະບົບຄຸ້ມຄອງຈັດການ ການຈະລາຈອນ, ເພາະບັນຫາທີ່ຄວນແກ້ເພີ່ນກໍ່ບໍ່ແກ້. ຖີ້ມໃສ່ແຕ່ວ່າທາງແຄບ ລົດຫລາຍຢ່າງດຽວ

ຖ້າລົດຫລາຍກວ່ານີ້ເພີ່ນຊິເຮັດແນວໃດ?

 ຊິໄປຍາກຫຍັງວິທີແກ້ຈະລາຈອນຕິດຂັດຢູ່ນະຄອນຫຼວງວຽງຈັນ.ໃນມື່ມັນຕິດຂັດເຮົາກະພາກັນຊື້ຍົນມາຂີ່ຕົວະ

ເຮັດຢ່າງສຸວັນນີການຄ້າ  ຈະລາຈອນບໍມີຕິດຂັດຂີ່ຍົນສ່ວນຕົວ ຄະແນມແຕ່ວ່າມີເງີນ

__________________
Anonymous

Date:

ตัวอย่างที่เมืองไทย

1.ห้ามจอด

traffic_sign.jpg

2. สะพานข้ามแยก

prachanukul%20bridge1.jpg

3. อุโมงค์ลอดทางแยก

63943311.jpg

4. ทางด่วน

highway.jpg

5. รถไฟฟ้า

fetch.php?w=&h=&cache=cache&media=transport:image020.jpg

6. รถไฟใต้ดิน

large_MRTBKK_11.jpg?1288500863

3a78ed3514f06ab4207d2840dcb6824e.jpg

__________________

Guru

Status: Offline
Posts: 695
Date:

ການແກ້ໃຂທີ່ມີປສິດທິພາບນັກວິຊາການແຕ່ລະຄົນຮູ້ຈັກດີ
ແຕ່ລຖບານຕອ້ງລົງທືນເປັນ ຈ\ນ ເງີນຫລວງຫລາຍໃນການຂະຫຍາຍທາງແລະອືນໆ
ແຕ່ບັນຫານີ່ຜູ້ຊົມໃຊ້ລົດສາມາດແກ້ໃຂຈາລະຈອນໂດຍ ຫລຸດຜອ່ນການໃຊ້ລົດໃນເມືອບໍຈຳເປັນແຖບຍັງຊ່ວຍຮັກສາສະພາບແວດລອ້ມ

ທາງລັດອາດບໍ່ອານຸຍາດໃຫ້ລົດຈັກນຳໃຊ້ໃນເສັ້ນທາງທີ່ມີລົດແອອັດ

__________________

 187557797.jpg

Veteran Member

Status: Offline
Posts: 93
Date:

Anonymous wrote:

ตัวอย่างที่เมืองไทย

1.ห้ามจอด

traffic_sign.jpg

2. สะพานข้ามแยก

prachanukul%20bridge1.jpg

3. อุโมงค์ลอดทางแยก

63943311.jpg

4. ทางด่วน

highway.jpg

5. รถไฟฟ้า

fetch.php?w=&h=&cache=cache&media=transport:image020.jpg

6. รถไฟใต้ดิน

large_MRTBKK_11.jpg?1288500863

3a78ed3514f06ab4207d2840dcb6824e.jpg

 ຢາກຮູ້ວ່າຢູ່ລາວເຮົາທັນໄດ່ມີ63943311.jpgອັນນີ້ໄປ່

prachanukul%20bridge1.jpgພາບນີ້ຢູ່ອູດອນທານີເດີ

__________________
kong
ຝັນວ່າ

Date:

ຖ້່າເປັນຄືໄທ ບໍ່ອອກເຮືອນດອກ

ດຽວນີ້ ວຽງຈັນກຳລັງແກ້

ບໍ່ດົນດອກ ອີກ 10 ປີ ແຖວແຄມຂອງສີບໍ່ມີຮອດລົດ ເພາະລົດເຂົ້າມາບໍ່ຮອດ ຕອ້ງຈອດໄວ້ແຖວນອກພຸ້ນ

ແລວ້ຈຶ່ງຂີ່ ລົດເມໄຟຟ້າເຂົ້າມາ ມີທຸກໆ 5 ນາທີ

ໄປເຫນືອ ລົງໄຕ້ ບໍ່ຕອ້ງຂີ່ລົດ ຂື້ນລົດໄຟຄວາມໄວສູງໄປເລີຍ ເຊືອບດຽວຮອດ

ອີກ 20 ປີ ອາດສີມີ ລົດໄຟໄຕ້ດິນ ສາຍທ່າເດື່ອ- ຫນອງແຕ່ງ ມະໂຫສົດ-ດອນຫນູນ 

ເພາະປະຊາກອນກາຍລ້ານແລວ້

ແບບນີ້ ໄປເລື້ອຍໆ

ປະເທດລາວບໍ່ຢຸດພຽງທໍ່ນີ້

ອົດໃຈເອາເດີ

__________________
Anonymous

Date:

ຝັນວ່າ wrote:

ສົມຊື່ແທ້ໆໝໍນີ້ ຝັນວ່າ

__________________
Anonymous

Date:

I really don't think that Krungthep is a very good example to resolve the traffic jame. they have this kinda major problems in years and years still counldn't solve it. and another problem,  Krungthep is so polluted too.

we need a well develop like the west to do it. 

like: we don't need to put everything in one place. Vientaine is trying to copycat like Krungthep, Tokyo and the rest of asia capitals. that's why they're so bad.

__________________
Anonymous

Date:

loei wrote:
Anonymous wrote:

ตัวอย่างที่เมืองไทย

1.ห้ามจอด

traffic_sign.jpg

2. สะพานข้ามแยก

prachanukul%20bridge1.jpg

3. อุโมงค์ลอดทางแยก

63943311.jpg

4. ทางด่วน

highway.jpg

5. รถไฟฟ้า

fetch.php?w=&h=&cache=cache&media=transport:image020.jpg

6. รถไฟใต้ดิน

large_MRTBKK_11.jpg?1288500863

3a78ed3514f06ab4207d2840dcb6824e.jpg

 ຢາກຮູ້ວ່າຢູ່ລາວເຮົາທັນໄດ່ມີ63943311.jpgອັນນີ້ໄປ່

prachanukul%20bridge1.jpgພາບນີ້ຢູ່ອູດອນທານີເດີ

 ຄົນໃຕ້: ເອົາແບບນີ້ລົດຈິ່ງບໍ່ຕິດ

 45492662376496663943.jpg

__________________
Anonymous

Date:

cheerball wrote:

ການແກ້ໃຂທີ່ມີປສິດທິພາບນັກວິຊາການແຕ່ລະຄົນຮູ້ຈັກດີ
ແຕ່ລຖບານຕອ້ງລົງທືນເປັນ ຈ\ນ ເງີນຫລວງຫລາຍໃນການຂະຫຍາຍທາງແລະອືນໆ
ແຕ່ບັນຫານີ່ຜູ້ຊົມໃຊ້ລົດສາມາດແກ້ໃຂຈາລະຈອນໂດຍ ຫລຸດຜອ່ນການໃຊ້ລົດໃນເມືອບໍຈຳເປັນແຖບຍັງຊ່ວຍຮັກສາສະພາບແວດລອ້ມ

ທາງລັດອາດບໍ່ອານຸຍາດໃຫ້ລົດຈັກນຳໃຊ້ໃນເສັ້ນທາງທີ່ມີລົດແອອັດ

 ວິທີແກ້ກໍ່ມີຫລາຍວິທີ, ທຸກຢ່າງມັນຕ້ອງເລີ່ມແຕ່ນ້ອຍຫາໃຫຍ່ ດີກວ່າບໍ່ແກ້ຫຍັງຈັກຢ່າງເລີຍຄືທຸກມື້ນີ້. ການແກ້ໄຂດ້ວຍວິທີບໍລິຫານຈັດການ

ຫລືປັບປຸງບາງຢ່າງທີ່ຈຳເປັນກ່ອນ ມັນກໍ່ບໍ່ໄດ້ໃຊ້ງົບປະມານຫລາຍ ແຕ່ແນ່ນອນປະສິດທິຜົນກໍ່ຈະບໍ່ສູງເທົ່າກັບການກໍ່ສ້າງໃໝ່ ຫລື ຂຍາຍທາງໃຫ້ກວ້າງຂື້ນ.

ສີ່ງສຳຄັນຄືການດືງຄົນໃຫ້ເຂົ້າລະບຽບມັນບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ໃຊ້ເວລາ, ປຊລ ເຄີຍດຳລົງຊີວິດແບບ ສະບາຍ ຕາມອັດທະຍາໄສ ແບບບໍ່ມີການບັງຄັບ

ກົດດັນໃດໆ ການທີ່ຈະບັງຄັບໃຫ້ເຂົ້າລະບຽບຄືສັງຄົມປະເທດ ທີ່ສີວິໄລແລ້ວມັນຍີ່ງຕ້ອງໃຊ້ເວລາຄ່ອຍເປັນຄ່ອຍໄປ, ສນັ້ນ ຂພຈ ວ່າມັນເຖີງເວລາແລ້ວບໍ

ທີ່ເຮົາຕ້ອງເລີ່ມປະຕິບັດ. ຂພຈ ຂໍຍົກຕົວຢ່າງມາລະຍາດທາງສັງຄົມ ແລະ ສູຕິສັງຄົມຂອງຄົນລາວເຮົາ (ບໍ່ແມ່ນດູຖູກຄົນໂຕເອງເດີເວົ້າເພື່ອປັບປຸງ):

- ໄປໂຮງໝໍ ມີບັດຄີວ ແລະ ພຍາບານເຂົາເອີ້ນຕາມລຳດັບແລ້ວ ກໍ່ຍັງໝົ້ນໄປຊິເຂົ້າຫ້ອງ ກວາດແບບລັດຄີວ.

- ຢູ່ຕູ້ ATM ເວລາມີຄົນລໍຖ້າຫລາຍຄົນ, ບາງຄົນມາແຕ່ທາງໃດບໍ່ຮູ້ ມາຮອດປຸບ ກໍ່ແລ່ນໝົ້ນເຂົ້າປັບ ຫລຽວເບີ່ງກໍ່ຂີ່ລົດໃຫຍ່ມາ ເບີ່ງໜ້າຕາກໍ່ຄົນມີລະດັບ

ການສືກສາຄັກແນ່ ມີຖານະຈີ່ງມີເງີນຝາກທະນາຄານ ຮູ້ໃຊ້ບັດ ATM. ບາງຄົນເຂົ້າກ່ອນກໍ່ໄປລົມໂທລະສັບຢູ່ເສີຍໂດຍບໍ່ສົນໃຈວ່າຄົນອື່ນລໍຖ້າຄີວຢູ່.

- ຢູ່ຫ້າງສັບພະສີນຄ້າ, ເວລາCheck Bill ມີຄົນຫລາຍຕ້ອງລຽນແຖວຕາມລຳດັບ, ແຕ່ບາງຄົນກໍ່ບໍ່ສົນໃຈໝົ້ນໄປເລີຍ ແບບໜ້າຕາເສີຍ

- ຢູ່ດ່ານໂດຍສະເພາະຂົວມິດຕະພາບ ຍີ່ງບໍ່ຮັກສາມາລະຍາດເລີຍ ໝົ້ນຮະໝົ້ນຮາວ, ມີເທື່ອໜື່ງ ຂພຈ ຈົນເປັນຕາໜ້າອາງຊາວຕ່າງປະເທດ

ທີ່ຢືນຕໍ່ແຖວຢູ່ເຂົາເວົ້າໃຫ້ຄົນລາວເຮົາທີ່ໝົ້ນລັດຄີວ, ຄົນຕ່າງປະເທດຜູ້ນັ້ນລາວເດ່ແຂນລັດໄວ້ບໍ່ໃຫ້ໄປຕັດຄີວ ຄົນລາວເຮົາຜູ້ນັ້ນເວົ້າໃຫ້ເຂົາ

ວ່າເພີ່ນຫັ້ນຟ້າວ, ຄົນຕ່າງປະເທດຜູ້ນັ້ນເລີຍວ່າຂ້ອຍກໍ່ຟ້າຄືກັນ ແຕ່ຂ້ອຍກໍ່ຍັງບໍ່ໄປຕັດຄີວຄົນອື່ນ ຂ້ອຍກໍ່ຕ້ອງໄດ້ຢືນລໍຖ້າຕາມຄີວ

ອັນນີ້ ຂພຈ ຂໍຍົກເປັນຕົວຢ່າງເລື່ອງການທີ່ຈະດືງຄົນໃຫ້ເຂົ້າລະບຽບ, ກໍ່ບໍ່ຕ່າງຫຍັງກັບການສັນຈອນຕາມທ້ອງຖນົນ, ການນັບຖືລະບຽບກົດ

ໝາຍ ລະບຽບມີ ກົດໝາຍມີ ແຕ່ຄົນບໍ່ປະຕິບັດ ບໍ່ຮັກສາມາລະຍາດທາງສັງຄົມ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard