Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳສັບທີ່ແຕກຕ່າງກັນຂອງແຕ່ລະພາກ

Veteran Member

Status: Offline
Posts: 26
Date:
ຄຳສັບທີ່ແຕກຕ່າງກັນຂອງແຕ່ລະພາກ

ສະບາຍດີພີ່ນ້ອງລາວທຸກໆທ່ານ

ເພື່ອຈຸດປະສົງໃນການສຶກສາດ້ານພາສາລາວ ຂ້າພະເຈົ້າຢາກຮູ້ຄຳສັບທີ່ແຕກຕ່າງກັນຂອງແຕ່ລະພາກ ພາກກາງ ເໜືອ ໃຕ້ ທີ່ໝາຍເຖິງອັນດຽວກັນແຕ່ເອີ້ນຕ່າງກັນ ເຊັ່ນວ່າ ພາກເໜືອເອີ້ນໝາກເຜັດ ວ່າ ໝາກເອືອດ ໄປໃສ- ໄປກະເລີ ເຮັດຫຍັງ- ເຮັດພິສັງ ເຮັດ-ເອັດ ກັນ-ຂ້ອຍ, ເຈົ້າຂອງ

ຂໍຂອບໃຈມາຍັງລ່ວງໜ້າ

__________________
EggPlant

Date:

ຂ້ອຍເປັນຄົນເມືອງປາກເຊ, ຂ້ອຍເອີ້ນໝາກເຂືອຊະນິດນີ້ວ່າໝາກເຂືອໂຄຍມ້າ.

ເຈົ້າເອີ້ນວ່າແນວໃດ?

__________________
Anonymous

Date:

EggPlant wrote:

ຂ້ອຍເປັນຄົນເມືອງປາກເຊ, ຂ້ອຍເອີ້ນໝາກເຂືອຊະນິດນີ້ວ່າໝາກເຂືອໂຄຍມ້າ.

ເຈົ້າເອີ້ນວ່າແນວໃດ?

ภาษาทางการไทยใช้ "มะเขือม่วง"

ขออนุญาต แชร์ ศัพท์ไทยด้วยนะครับ จะได้เข้าใจตรงกันรับ AEC

__________________
Anonymous

Date:

Anonymous wrote:
EggPlant wrote:

ຂ້ອຍເປັນຄົນເມືອງປາກເຊ, ຂ້ອຍເອີ້ນໝາກເຂືອຊະນິດນີ້ວ່າໝາກເຂືອໂຄຍມ້າ.

ເຈົ້າເອີ້ນວ່າແນວໃດ?

ภาษาทางการไทยใช้ "มะเขือม่วง"

ขออนุญาต แชร์ ศัพท์ไทยด้วยนะครับ จะได้เข้าใจตรงกันรับ AEC

มะเขือเปราะ

200ppppp.jpg

บ่าเขือผ่อย (ภาคเหนือ)

บ่าเขือกางกบ (ชนิดที่มีลายสีเขียวอ่อน อยู่บริเวณส่วนก้น)

บ่าเขือเดือนแจ้ง (ชนิดที่มีผลสีขาวล้วน) ,

มะเขือเจ้าพระยา

.....................................

มะเขือเทศ

Tomato_5.jpg

มะเขือ (ทั่วไป)

บ่าเขือส้ม (ภาคเหนือ)

ตรอบ (สุรินทร์)

น้ำเนอ (เชียงใหม่)

............................................................................

มะเขือพวง

w25-3.jpg

มะเขือพวง (กลาง) มะแคว้งกุลา (เหนือ)

หมากแข้ง (อีสาน) มะเขือละคร (โคราช)

เขือน้อย เขือพวง ลูกแว้ง เขือเทศ (ใต้)

และมะแว้งช้าง (สงขลา)

.............................................

มะเขือยาว

 images?q=tbn:ANd9GcTIJXKEZjlGFnucQ93W3huytDXsoaVhsoyANclBvOuWf5hCvu41DQ

มะเขือกระโปกแพะ (ภาคกลาง)

มะเขือฝรั่ง (กรุงเทพฯ)

มะเขือหำม้า  (ภาคเหนือ)

สะกอวา ยั่งมูไล่ (กะเหรี่ยง-แม่ฮ่องสอน)

.............................................

__________________

Guru

Status: Offline
Posts: 695
Date:

ບ້ານຂອ້ຍເອີ້ນໝາກແງວ ບ້ານເຈົ້າເດ?

__________________

 187557797.jpg

Guru

Status: Offline
Posts: 695
Date:

ພວກຊຽງໃໝ່ເຂົາວ່າ ໄປແອວ ຄືກັນກັບຊຳເໜືອ
ແບບວ່າໄປຫລີ້ນ

__________________

 187557797.jpg

Anonymous

Date:

EggPlant wrote:

ຂ້ອຍເປັນຄົນເມືອງປາກເຊ, ຂ້ອຍເອີ້ນໝາກເຂືອຊະນິດນີ້ວ່າໝາກເຂືອໂຄຍມ້າ.

ເຈົ້າເອີ້ນວ່າແນວໃດ?

 ຈັ່ງແມ່ນເພິນໍໄທບ້ານເຈົ້າ  ຕັ້ງຊື່ລູກຄືຊິຕັ້ງວ່າ ບັກ ໂ.. ນ້ອຍ  ບັກໂ.ຍໃຫຍ່

ທາງບ້ານຂ້ອຍເອິ້ນ  ໝາກເຂືອຫຳມ້າ  ໝາກເຂືອຍາວ

__________________
Anonymous

Date:

1300425440.jpg

ທາງບ້ານຂ້ອຍສະຫວັນນະເຂດ  ເອິ້ນ ຜັກເສີມ

tomato2.jpg

ບ້ານຂ້ອຍເອິ້ນ ໝາກເຂືອເຄືອ  

a32a29cce62f15d71a6b44823180b17b.jpg

ຜັກຫອມປ້ອມ

1-131.jpg

ຜັກບົ່ວ

183215_417103651686583_272531899_n.jpg

ໝາກແງວ ຫຼື ໝາກແຍວ

382733_209409405804115_136802011_n.jpg

ໝາກແຊວ ຫຼື ໝາກະແຊວ

__________________

Veteran Member

Status: Offline
Posts: 26
Date:

ໝາກແຊວນີ້ມັນມີ ຣົດຊາດເປັນແນວໃດນໍ? ສົ້ມບໍ່? ບໍ່ເຄີຍໄດ້ຍິນ ອັນນີ້ແມ່ນຢູ່ແຂວງໃດນໍ? ຢາກຄືກັນກັບໝາກມ່ວງເນາະ.

__________________

Veteran Member

Status: Offline
Posts: 26
Date:

ຂອບໃຈທຸກໆຄົນ ທີ່ແບ່ງປັນຄວາມເວົ້າ ແລະມີຮູບງາມໆມາໃຫ້ເບິ່ງ ເບິ່ງຮູບໝາກແງວແລ້ວກໍເຮັດໃຫ້ນ້ຳລາຍເຫີຍພ້ອມ. winkbiggrinconfuse

__________________
Anonymous

Date:

ແຕ່ກ່ອນຂ້ອຍກໍ່ຮ້ອງໝາກເຂືອຫໍາມ້າຫັ້ນລະ ແຕ່ພໍເຂົ້າໄປຢູ່ຫໍພັກກິນລວມ ໄດ້ຍິນເອື້ອຍລ້ຽງຄົນນຶ່ງຮ້ອງໝາກເຂືອໂຄຍມ້າ

ຂ້ອຍກໍ່ເລີຍຮ້ອງນໍາເພິ່ນ. ຄວາມຈິງແລ້ວ ຂ້ອຍມີລູກຜູ່ຍິງຊື່ອີ່ໂໝະ ສ່ວນລູກຜູ່ຊາຍຊື່ບັກຫໍາໂຕ່ງ ແລະຂ້ອຍຄິດວ່າຄົງມີພໍ່ແມ່

ຫຼາຍຄົນທີ່ຕັ້ງຊື່ຫຼິ້ນໃຫ້ລູກແບບນີ້.

ຂ້ອຍເອີ້ນໝາກເຂົ້າໂພດ, ເຈົ້າຮ້ອງໝາກຫຍັງ?

ຈື່ໄດ້ວ່າ ຕອນຍັງນ້ອຍເວລາເລີກໂຮງຮຽນມາຈະແວ່ຊື່ເຂົ້າໂພດຈີ່ ກ້ວຍຈີ່ທີ່ຄົນວຽດຈີ່ຂາຍຢູ່ 4 ແຍກວັດຄຸນພໍ່

ຕໍ່ໜ້າໂຮງໝໍທະຫານເມືອງປາກເຊ. ເຂົາຈີ່ໄກ້ຈະສຸກແລ້ວ ເຂົາກໍ່ເອົານໍ້າທາແລະຈີ່ອີກປະມານ 2-3 ນາທີໃຫ້ມັນ

ສຸກ ເລື້ອງຫອມນີ້ບໍ່ໃຫ້ເວົ້າ ຈົນພວກທະຫານທີ່ນອນໄຂ້ເຊົາໄຂ້. ໄດ້ຍິນວ່າສາວວຽດທີ່ຂາຍກ້ວຍຈີ່ຢູ່ຫັ້ນໄດ້ກາຍເປັນ

ເສດຖີໃຫຍ່ມີຮ້ານຂາຍຄໍາສອງຮ້ານຢູ່ຕະລາດດາວເຮືອງ, ດີໃຈນໍາເດີ.

__________________
Anonymous

Date:

ภาษาเว้า มันกะต่างกันไปแต่ละท้องถิ่น  ลาวอีสานบ้านข้อย หมากแงวนั้น สิหมายถึงหมากลิ้นจี่ป่า  หมากแงวในรูปข้างเทิงนั้น บ้านข้อยเอิ้นหมากห่าย  ส่วนหมากเขือสีแหล่ ๆ ยาว ๆ เอิ้นหมากเขือหำม้า  สุภาพกว่าหมาเขือโคยม้าหน่อยหนึ่ง  แต่ในส่วนหลายแล้ว บ้านข้อย คำเว้าสิคือทาง สวันเขต ปากเซ จำปาสัก   

 ບ້ານເຈົ້າຢູ່ໃສນໍອ້າຍ  ຖ້າໃຫ້ທວຍຄືຊິຢູ່ແຖວອຸບົນ  ສີສະເກດ  ອຳນາດຈະເຣີນ

ຫຼືຍະໂສແມ່ນບໍ່ ?  ຫຼືມຸກດາຫານ ?

ຂ້ອຍເຄີຍຄຸຍກັບຄົນສີສະເກດເຮື່ອງພາສາລາວ  ມີຫຼາຍຄຳເພິ່ນກະເອິ້ນຕ່າງກັນກັບເມືອງອື່ນໃນອີສານໃດ໋ເນາະ

ເວົ້າເຮື່ອງໝາກໄມ້ພື້ນເມືອງຂອງພວກເຮົາ  ຂ້ອຍຄຶດຮອດໝາກຄໍ້ແຮ່ງແຮງ

ຕອນຍັງນ້ອຍຈື່ໄດ້ວ່າໜ້າບ້ານເຮືອນນ້າສາວມີກົກໝາກຄໍ້ກົກໜຶ່ງ  ພວກເອື້ອຍຜູ້ສາວເພິ່ນ

ໃຫ້ຜູ້ບ່າວເອົາໄມ້ຍາວ ໆ ໄປຖັ່ງໃຫ້ໝາກຄໍ້ຫຼົ່ນ  ແລ້ວພວກເຮົາກະເກັບເອົາໄປແກະເປືອກໃສຖ້ວຍ

ໃສນ້ຳປາຫຼືນ້ຳປາແດກ  ນ້ຳຕານ  ເຂົ້າຂົ້ວ  ໝາກພິກຜົງ  ເປືອກມັນລ້າງດີ ໆ ແລ້ວຕຳໃສ່ລົງໄປນຳເຮັດໃຫ້ຝາດໆ ເອ້ນວ່າຊົ້ວໝາກຄໍ້  ໂອຍແຊບອີຫຼີ

ໃນໝາກຄໍ້ຮູບຊົງຄ້າຍຄືໃນໝາກລຳໄຍ  ແກະເປືອກດຳທີ່ຫຸ້ມໃນມັນອອກທາງໃນມັນສີຂາວ ສາມາດ

ແຍກອອກເປັນໂຕ U ສອງອັນ  ພວກຂ້ອຍເອົາມາໜີບຫູເຮັດເປັນຕ້າງຫູ  55555

ເອີ  ກົກໝາກຄໍ້ຍັງເປັນທີ່ອາໄສຂອງແມງແຄງນຳ  ນອກຈາກໄດ້ໝາກຄໍ້ມາກິນແລ້ວ  ພວກເຮົາຍັງໄດ້ແມງແຄງມາຂົ້ວກິນນຳ  ແຊບ  ແຊບ  ແຊບ

Fruit-Bug-neck-of-the-Northeast.1.jpg

__________________
Poopoologist

Date:

ຄົນປາກເຊເອີ້ນໝາກຈອງ, ເອົາແຊ່ນໍ້າໃຫ້ມັນບານ ແລ້ວເອົາມາເຮັດຊຸບກິນ.

ບ້ານເຈົ້າເອີ້ນຫຍັງ? ຄົນອັງກິດເອີ້ນ Sterculia lychnophora

__________________
Anonymous

Date:

painarm wrote:

ໝາກແຊວນີ້ມັນມີ ຣົດຊາດເປັນແນວໃດນໍ? ສົ້ມບໍ່? ບໍ່ເຄີຍໄດ້ຍິນ ອັນນີ້ແມ່ນຢູ່ແຂວງໃດນໍ? ຢາກຄືກັນກັບໝາກມ່ວງເນາະ.

 ບ້ານເຈົ້າຢູ່ໃສຄືບໍ່ຮູ້ຈັກໝາກກະແຊວ  ຫຼືໝາກແຊວ

ໝາກແຊວເປັນພີ່ນ້ອງຕະກູນດຽວກັບໝາກໂອລິຟຂອງຝຣັ່ງ

ບໍ່ຮູ້ທີ່ຄົນໄທຍເຂົາເອິ້ນ ມະກອກນ້ຳ  ອັນດຽວກັນຫລືບໍ່

ໝາກແຊວມີຣົດສົ້ມແລະຝາດ

ສະໄໝກ່ອນ ໝາກແຊວດອງແມ່ນຂອງກິນຫຼີ້ນຣະດັບສຸດຍອດຂອງສາວລາວເດີ

__________________
Poopoologist

Date:

ຂໍໂທດຫຼາຍໆເດີ ບໍ່ຄິດວ່າມັນຈະເປັນຮູບໃບໃຫຍ່ເບີ້ແບບນີ້.

__________________
Anonymous

Date:

ໝາກແຊວນີ້ຢູ່ວຽງຈັນກະມີຢູ່ບໍ່?  ຂ້ອຍບໍ່ຈື່ ຫລືປາກົດວ່າບໍ່ເຄີຍໄດ້ຍິນຕອນຄາວຍັງນ້ອຍຢູ່ວຽງ ດຽວນີ້ຂ້ອຍຢູ່ອະເມລິກາມາໄດ້ຫລາຍປີແລ້ວ. ໝາກແງວ ໝາກຄໍ້ສົ້ມ ນິ້ຮູ້ຢູ່ ເພາະໄດ້ກິນເລື້ອຍຢູ່ແຕ່ຄາວຍັງນ້ອຍ. 

 ແນ່ນອນຂ້ອຍເຊື່ອວ່າເຈົ້າຕ້ອງເຄີຍກິນໝາກແຊວ  ແຕ່ເຈົ້າລືມເອງ

ຮ້ານໃດຂາຍໝາກໄມ້ດອງ  ຕ້ອງມີໝາກແຊວດອງ

ຕາມຕະຫຼາດເຊົ້າວຽງຈັນອາດຈະບໍ່ຄ່ອຍໄດ້ເຫັນໝາກແຊວສົດໆ ດິບໆ

ເພາະພວກແມ່ຄ້າໝາກໄມ້ດອງເຂົາຊິເໝົາໄປເໝິດ

ລອງຖາມຄົນລາວຜູ້ອື່ນເບິ່ງເດີ  ພວກຜູ້ຍິງແຮ່ງຮູ້ດີ  ເພາະເພິ່ນມັກກິນ

ຢູ່ເມືອງໄທຍເຂົາກໍ່ນິຍົມກິນ  ພວກຣົຖເຂັນຂາຍຜົນລະໄມ້ຕ້ອງມີ ມະກອກນ້ຳ ຂາຍ

ເອົາຮູບໝາກແຊວມາໃຫ້ເບິ່ງອີກ  ເພື່ອເຕືອນຄວາມຈຳ

166641_1660183387861_1335454309_31774380_3351566_n.jpg

65015041000120100830172707.JPG

1295610177_6654.gif

__________________
Anonymous

Date:

Anonymous wrote:
Anonymous wrote:

ภาษาเว้า มันกะต่างกันไปแต่ละท้องถิ่น  ลาวอีสานบ้านข้อย หมากแงวนั้น สิหมายถึงหมากลิ้นจี่ป่า  หมากแงวในรูปข้างเทิงนั้น บ้านข้อยเอิ้นหมากห่าย  ส่วนหมากเขือสีแหล่ ๆ ยาว ๆ เอิ้นหมากเขือหำม้า  สุภาพกว่าหมาเขือโคยม้าหน่อยหนึ่ง  แต่ในส่วนหลายแล้ว บ้านข้อย คำเว้าสิคือทาง สวันเขต ปากเซ จำปาสัก   

 ບ້ານເຈົ້າຢູ່ໃສນໍອ້າຍ  ຖ້າໃຫ້ທວຍຄືຊິຢູ່ແຖວອຸບົນ  ສີສະເກດ  ອຳນາດຈະເຣີນ

ຫຼືຍະໂສແມ່ນບໍ່ ?  ຫຼືມຸກດາຫານ ?

ຂ້ອຍເຄີຍຄຸຍກັບຄົນສີສະເກດເຮື່ອງພາສາລາວ  ມີຫຼາຍຄຳເພິ່ນກະເອິ້ນຕ່າງກັນກັບເມືອງອື່ນໃນອີສານໃດ໋ເນາະ

ເວົ້າເຮື່ອງໝາກໄມ້ພື້ນເມືອງຂອງພວກເຮົາ  ຂ້ອຍຄຶດຮອດໝາກຄໍ້ແຮ່ງແຮງ

ຕອນຍັງນ້ອຍຈື່ໄດ້ວ່າໜ້າບ້ານເຮືອນນ້າສາວມີກົກໝາກຄໍ້ກົກໜຶ່ງ  ພວກເອື້ອຍຜູ້ສາວເພິ່ນ

ໃຫ້ຜູ້ບ່າວເອົາໄມ້ຍາວ ໆ ໄປຖັ່ງໃຫ້ໝາກຄໍ້ຫຼົ່ນ  ແລ້ວພວກເຮົາກະເກັບເອົາໄປແກະເປືອກໃສຖ້ວຍ

ໃສນ້ຳປາຫຼືນ້ຳປາແດກ  ນ້ຳຕານ  ເຂົ້າຂົ້ວ  ໝາກພິກຜົງ  ເປືອກມັນລ້າງດີ ໆ ແລ້ວຕຳໃສ່ລົງໄປນຳເຮັດໃຫ້ຝາດໆ ເອ້ນວ່າຊົ້ວໝາກຄໍ້  ໂອຍແຊບອີຫຼີ

ໃນໝາກຄໍ້ຮູບຊົງຄ້າຍຄືໃນໝາກລຳໄຍ  ແກະເປືອກດຳທີ່ຫຸ້ມໃນມັນອອກທາງໃນມັນສີຂາວ ສາມາດ

ແຍກອອກເປັນໂຕ U ສອງອັນ  ພວກຂ້ອຍເອົາມາໜີບຫູເຮັດເປັນຕ້າງຫູ  55555

ເອີ  ກົກໝາກຄໍ້ຍັງເປັນທີ່ອາໄສຂອງແມງແຄງນຳ  ນອກຈາກໄດ້ໝາກຄໍ້ມາກິນແລ້ວ  ພວກເຮົາຍັງໄດ້ແມງແຄງມາຂົ້ວກິນນຳ  ແຊບ  ແຊບ  ແຊບ

Fruit-Bug-neck-of-the-Northeast.1.jpg

 ภาพนี้ ทางภาคเหนือของไทย แถบเมืองน่าน เรียกว่า "หมากเคาะ" แถวภาคกลางของไทย ยังไม่เคยเห็นครับ

__________________
Anonymous

Date:

Anonymous wrote:

ภาษาเว้า มันกะต่างกันไปแต่ละท้องถิ่น  ลาวอีสานบ้านข้อย หมากแงวนั้น สิหมายถึงหมากลิ้นจี่ป่า  หมากแงวในรูปข้างเทิงนั้น บ้านข้อยเอิ้นหมากห่าย  ส่วนหมากเขือสีแหล่ ๆ ยาว ๆ เอิ้นหมากเขือหำม้า  สุภาพกว่าหมาเขือโคยม้าหน่อยหนึ่ง  แต่ในส่วนหลายแล้ว บ้านข้อย คำเว้าสิคือทาง สวันเขต ปากเซ จำปาสัก   

 ນອກຈາກຊື່່ໝາກແງວແລ້ວ  ບາງບ່ອນເພິ່ນກໍ່ເອິ້ນໝາກຄໍແລນ

ເປືອກມັນຄືໜັງຄໍແລນຢູ່ໃດ໋ເນາະ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard