Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອັນໄດແຊບ
ບ້ານນອກ

Date:
ອັນໄດແຊບ

ສຳຫລັບ ຂພຈ ຕື່ນມາກອ່ນອອກຈາກບ້ານ ເຂົ້າຫນຽວຮອ້ນໆ ຈຳ້ແຈວ່ ກັບຊີ້ນແຫ້ງ ທ່ານເດ

__________________
Anonymous

Date:

ຕັ້ງກະທູ້ກະມີສາລະແນ່ດູ ເສຍເວລາອ່ານ

ກິນຫຍັງກະຢ່າເຈົ້າຕົວ ຂ້ອຍບໍ່ໄດ້ຖາມ

ແຕ່ຄັນຖາມຂ້ອຍກິນປົ່ນປາ

__________________
Anonymous

Date:

ຢາກເຝີ ຮ້ານໄດແຊບ ບອກແດ່ ເຝີໂພນເຄັງ ຍັງຢູ່ບໍ່

__________________
HanesBoy

Date:

ຕັ້ງແຕ່ຂ້ອຍມາຢູ່ອາເມຣິກາ ຂ້ອຍບໍ່ເຄີຍກິນເຂົ້າເຊົ້າຈັກເທື່ອເພາະບໍ່ມີໃຜເຮັດໃຫ້ກິນ

ແລະກໍ່ຟ້າວໄປວຽກ ທັນແຕ່ເຮັດກາເຟໄປດື່ມນໍາທາງ, ເຂົ້າແລງຈຶ່ງໄດ້ແຕ່ງອາຫານ

ລາວກິນແຊບໆ.

__________________
Anonymous

Date:

ຖ້າຢາກກິນແຊບໆ ກັບມາກິນ ສປປ ລາວ ອາຫານບໍ່ອຶດ

ມີແຕ່ແນວຄັກໆ ມີຕາມລະດູການ ?

__________________
HanesBoy

Date:

ຢາກກິນຫຼາຍທີ່ສຸດແມ່ນກ້ອຍປາແຂ້ ເອາະໃສ້ຕັນປາແຂ້, ຕໍາໝາກຖົ່ວກິນກັບປີ້ງອື່ງເພົ້າ.

ສ່ວນກະຮອກ ກວາງ ເຍືອງ ໝູປ່າ ພໍໄດ້ກິນຢູ່ເພາະເຂົາອະນຸຍາດໃຫ້ຍິງມາກິນ. ສ່ວນຜັກ

ກະເດົາ ໝາກລິ້ນໄມ້ ແມງແຄງ ປາຕອງ ໄດ້ກິນຕະລອດປີ ວຽດເອົາມາຂາຍ.

__________________
Anonymous

Date:

ຖ້າເມົາຄ້າງຕ່ອງແມ່ນເຂົ້າປຽກເສັ້ນຮ້ອນໆເດີ ສຸດຍອດຫຼາຍ

__________________
HanesBoy

Date:

ສໍາລັບຂ້ອຍ ເວລາເມົາຄ້າງແມ່ນກິນເຂົ້າປຽກຂາວກັບເຕົ່າຫູແດງແລະຜັກກາດດອງ.

ດື່ມນໍ້າຫຼາຍໆ.

__________________
Anonymous

Date:

ແກງຫນໍ່ໄມ້ກະແສນໄສ່ກະປູແດງ ແຊບອີຫລີ ອ້າຍເອີຍ

__________________
ຜູໄທ

Date:

Anonymous wrote:

ແກງຫນໍ່ໄມ້ກະແສນໄສ່ກະປູແດງ ແຊບອີຫລີ ອ້າຍເອີຍ

ຫນໍ່ໄມ້ກະແສນ ກັບກະປູແດງ ມີຢູ່ແຖວທ່າແຂກ ສະຫວັນ ຕອນຝົນຕົກໄຫມ່ ຫນໍ່ນອ້ຍໆ ຍາວໆ ຕົ້ມແລວ້ອ່ອນນຸມ້ ເອາມາຫນຶ້ງແລວ້ຈຳ້ແຈ່ວປາແດກແຮງແຊບ ສວ່ນລຳຕົ້ນ ເພິ່ນເອາໄປເຮັດຫລອດອີ້ວຝ້າຍ ຕຳ່ແພ ຕຳ່ໄຫມ ຫລືເຮັດເປັນມີດ ປາດໄສ້ແຮ່ ເວລາ ເດັກນອ້ຍເກີດໄຫມ່ ເພາະບໍ່ມີເຊື້ອ ເຕຕາໂນສ ສວ່ນກະປູແດງ ນອກຈາກແກງໄສ່ຫນໍ່ໄມ້ແລວ້ ຍັງເອາມາຈີ່ ແລວ້ເຮັດແຈ່ວແຮງແຊບ ຫລືນຳເອາໄປຫນຶ້ງກິນກັບເຂົ້າຫນຽວຮອ້ນໆ ໄຜມີຮູບ ຊອ່ຍອອກໂຊໄຫ້ເບິ່ງແດ່ ພໍເປັນຂັວນຕາ ເພາະດົນໄປ ຢ້ານບໍ່ມີແລວ້ ກົກຫນໍ່ໄມ້ກະແສນນີ້ມັນຈະຫາຍໄປກັບປ່າດົງເຂດນັ້ນແນ່ນອນ ເພາະເພິ່ນບໍ່ມີແຜນອະນຸຮັກໄວ້ ເຊັ່ນດຽວກັບກະປູແດງ ຫລາຍປີໄປ ກໍຈະສູນພັນ ໄປກັບປ່າໄມ້ ເຂດນັ້ນ ທີ່ເພິ່ນກຳລັ:)ຫັນເອາທີ່ດິນມາເປັນທຶນ ສຳຫລັບປູກຕົ້ນຢາງກະຕັງກະຕີ້ວ ປູກມັນຕົ້ນ ມັນຫວິກກັນຫມົດແລວ້

__________________
ບ່າວດັງແໝບ

Date:

ອ່ານຄໍາເຫັນຂອງທ່ານຜູ່ໃຊ້ນາມແຝງຜູ່ໄທແລ້ວ ເຮັດຄ້ອຍໃຈທີ່ຍິນວ່າໜໍ່ໄມ້ກະແສນ

ແລະກະປູແດງກໍາລັງຈະສູນພັນໄປຈາກປ່າຕຶບດົງໜາຂອງຊາວລາວ.

__________________
ຜູໄທ

Date:

ບ່າວດັງແໝບ wrote:

ອ່ານຄໍາເຫັນຂອງທ່ານຜູ່ໃຊ້ນາມແຝງຜູ່ໄທແລ້ວ ເຮັດຄ້ອຍໃຈທີ່ຍິນວ່າໜໍ່ໄມ້ກະແສນ

ແລະກະປູແດງກໍາລັງຈະສູນພັນໄປຈາກປ່າຕຶບດົງໜາຂອງຊາວລາວ.

ຍັງມີ ອີກ ຂຽດຫມາກຫນາວ ທີ່ມັນອອກມາໄນຍາມຫນາວ ອອ່ມກັບຫນໍ່ສານແຊບບອີຫລີ ແຕ່ບໍ່ເຫັນມີແລ້ວ ບາດຍາມເດືອນ ສີ່ປີໄຫມ່ ພັດແມ່ນ ຜັກຫວານ ສະໄຫມ 20ປີກອ່ນ ລົງໄຕ້ໄປ ເຫັນຂາຍເຕັມຢູ່ກາຍເຊບັ້ງໄຟໄປ ແຕ່ດຽວນີ້ ຫມົດແລ້ວເດີ ທ່ານ

__________________
Anonymous

Date:

ເວົ້າເລື້ອງອາຫານການກິນບ້ານເຮົາຂຶ້ນມາ ຖ້າອາເມຣິກາກັບປະເທດລາວເປັນດິນຕໍ່ແຜ່ນ

ຊິຍ່າງເມືອໂລດລະ ຈັ່ງແມ່ນຊາດຄິດຮອດກົບຂຽດອຶ່ງ ແກງຜັກຫວານ ຊົ້ວໄຂ່ມົດ,

ບໍ່ມີທ່ານໃດ໋ຄິດຢາກເຮັດອາຫານລາວສົ່ງມາຂາຍໃຫ້ກິນແດ່ບໍ?

ຜູຂ້າ ຍັງຫາກິນຍາກ ຕອ້ງໄດ້ລົງທຶນຊື້ນຳ້ມັນລົງໄປຮອດສວັນ ປາກເຊ ໄປເບິ່ງ ກົກມະນີໂຄດ ບາດກັບມາ ຈັງແວ່ ຕະຫລາດ ຫລັກ 35 ປີ້ງໄກ່ເຊໂນ ຕະຫລາດ ບ້ານຕຶງ ໄກ້ເຊບັ້ງໄຟ ແຕ່ກາສີພໍໄດ້ ຖ້າມີ ຜູໄປຜູມາ ຝາກເປັນຂອງແຫ້ງ ມາຕອ້ນກັນ ຄືດຽວນີ້ ກໍກຳລັງ ເອາຂີ້ເຫລັກມາຕົ້ມ ແລວ້ຈາກແຫ້ງ ກຽມໄສ່ຖົງຝາກໄຫ້ຫມູ່ຢູ່ຝລັ່ງ

__________________
Anonymous

Date:

ຢ່າລືມຝາກໜັງເຄັມມານໍາຂີ້ເຫຼັກເດີທ່ານ. ບ້ານຂ້ອຍມີຂີ້ເຫຼັກກະປ໋ອງຂາຍ ເປັນສິນຄ້າຈາກໄທ

ແລະຄິດວ່າໃນອະນາຄົດຈະມີອາຫານກະປ໋ອງຂອງລາວມາຕີຕະລາດເອເຊັຽໃນອາເມຣິກາ.

__________________
ຜູໄທ

Date:

Anonymous wrote:

ຢ່າລືມຝາກໜັງເຄັມມານໍາຂີ້ເຫຼັກເດີທ່ານ. ບ້ານຂ້ອຍມີຂີ້ເຫຼັກກະປ໋ອງຂາຍ ເປັນສິນຄ້າຈາກໄທ

ແລະຄິດວ່າໃນອະນາຄົດຈະມີອາຫານກະປ໋ອງຂອງລາວມາຕີຕະລາດເອເຊັຽໃນອາເມຣິກາ.

ຫນັງເຄັມ ກໍຫາຍາກເຕີບແລ້ວ ແຕ່ກາພໍມີ ໄດ້ຍິນວ່າຝາກມາ ຍູເອສເອ ຢາກຍາກ ໄປທາງຝລັ່່ງພໍໄດ້ ແມ່ນບໍ່ ໄຂ່ມົດແດງ ຈັກຈັ່ນ ສີເອາບໍ ກຳລັງສີຮອດຍາມມັນແລວ້

__________________
Anonymous

Date:

ອາຫານ ພີ່ນອ້ງແຂວງອັດຕະປື

ແຈ່ວປາກະເຕົາ ,ຕະໂໜດລີ້ນງົວ ,ເຂົ້າແປະແລນ ແລະ ໝົກໃບຮຸ່ງ

ກິນແກ້ມກັບ ຜັກຕູບໝູບ ແຊບອີ່ຫລີ ເດີ!

__________________

Veteran Member

Status: Offline
Posts: 39
Date:

imgres.jpg

Attachments
__________________
bounleuan
Anonymous

Date:

ເຝີຮ້ານນາງສົມຈິດແຖວບ້ານຂົວຫລວງ

__________________
Anonymous

Date:

ເມື ເຊຍາມໄດ ມັກແຕາກອ້ຍປາພອນ ເອົາພັນກັບຜັກກະໂດນ ສົ້ມໆ ຝາດໆ ລາບຊົດແຮ່ງຄັກ ມາເດີກັນເຂົ້ານຳກັນ

__________________

Newbie

Status: Offline
Posts: 3
Date:

อาหานแชบที่สุดและเผีแชบแม่นยุ้บ้านทงขันค่าเดี้พี่น้องชาวลาวเอี้น

__________________
sangvane parsons
Anonymous

Date:

Sangvane wrote:

อาหานแชบที่สุดและเผีแชบแม่นยุ้บ้านทงขันค่าเดี้พี่น้องชาวลาวเอี้น

ເຝີສີຫອມກາແຊບ ແຕ່ຊອກບອ່ນຈອດລົດຍາກ ແລະພໍດີ ຕອນນຶ່ງ ໄປສັ່ງກິນເຝີ ນ້ຳໄສ ຊົດໄປມາເຫັນຕົວແມງມັນລອຍຂຶ້ນມາເລີຍຫລາບຕາຍ ດັ່ງນັ້ນຢາກສະເຫນີ ອະນາໄມເພິ່ນໄປກວດທາງຫລັງຮ້ານເພິ່ນນຳແດ່ເນີ

__________________
HanesBoy

Date:

ຜູໄທ wrote:
Anonymous wrote:

ຢ່າລືມຝາກໜັງເຄັມມານໍາຂີ້ເຫຼັກເດີທ່ານ. ບ້ານຂ້ອຍມີຂີ້ເຫຼັກກະປ໋ອງຂາຍ ເປັນສິນຄ້າຈາກໄທ

ແລະຄິດວ່າໃນອະນາຄົດຈະມີອາຫານກະປ໋ອງຂອງລາວມາຕີຕະລາດເອເຊັຽໃນອາເມຣິກາ.

ຫນັງເຄັມ ກໍຫາຍາກເຕີບແລ້ວ ແຕ່ກາພໍມີ ໄດ້ຍິນວ່າຝາກມາ ຍູເອສເອ ຢາກຍາກ ໄປທາງຝລັ່່ງພໍໄດ້ ແມ່ນບໍ່ ໄຂ່ມົດແດງ ຈັກຈັ່ນ ສີເອາບໍ ກຳລັງສີຮອດຍາມມັນແລວ້

 ຖ້າຝາກທາງໄປສະນີອາດຈະຍາກແທ້, ຖ້າຝາກກັບຄົນທີ່ໄປຢາມພີ່ນ້ອງກໍ່ອາດຈະຍາກ

ເພາະແຕ່ລະຄົນມີເຄື່ອງຂອງຫຼາຍ. ຂ້ອຍເມືອຢາມບ້ານແຕ່ລະເທື່ອ ຂ້ອຍກໍ່ຖືປາເຄັມປາ

ສ້ອຍໄຂ່ ເຄັມໝາກນັດ ປາກະເຕົາ ຜັກອີ່ຄຸ ກວນໝາກນັດ ກວນໝາກຂາມມາກິນ ແຕ່

ຕ້ອງໄດ້ແຈ້ງເຂົາ, ຖ້າເປັນອາຫານຕ້ອງຫ້າມ ເຂົາຈະບອກເຮົາໂຍນຖິ້ມໃນເດີ່ນຫັ້ນໂລດ.

__________________
Anonymous

Date:

ສະພາກາເຟ ເຂົ້າມາບໍ. ນັດກັນຮ້ານໄດມື້ນີ້

__________________
Anonymous

Date:

ບ້ານນອກ wrote:

ສຳຫລັບ ຂພຈ ຕື່ນມາກອ່ນອອກຈາກບ້ານ ເຂົ້າຫນຽວຮອ້ນໆ ຈຳ້ແຈວ່ ກັບຊີ້ນແຫ້ງ ທ່ານເດ

ເອາະປາແດກ ໄສ່ຫມາກເຜັດປົ່ນ ກິນກັບຫນຶ້ງຜັກຕຳລິນແຄມຮົ້ວເຮືອນຂອ້ຍແຮງແຊບເດີ

__________________
Anonymous

Date:

ຢືມຂອງເພິ່ນມາຊວນຊິມ

__________________
Anonymous

Date:

ຜູໄທ wrote:
Anonymous wrote:

ເວົ້າເລື້ອງອາຫານການກິນບ້ານເຮົາຂຶ້ນມາ ຖ້າອາເມຣິກາກັບປະເທດລາວເປັນດິນຕໍ່ແຜ່ນ

ຊິຍ່າງເມືອໂລດລະ ຈັ່ງແມ່ນຊາດຄິດຮອດກົບຂຽດອຶ່ງ ແກງຜັກຫວານ ຊົ້ວໄຂ່ມົດ,

ບໍ່ມີທ່ານໃດ໋ຄິດຢາກເຮັດອາຫານລາວສົ່ງມາຂາຍໃຫ້ກິນແດ່ບໍ?

ຜູຂ້າ ຍັງຫາກິນຍາກ ຕອ້ງໄດ້ລົງທຶນຊື້ນຳ້ມັນລົງໄປຮອດສວັນ ປາກເຊ ໄປເບິ່ງ ກົກມະນີໂຄດ ບາດກັບມາ ຈັງແວ່ ຕະຫລາດ ຫລັກ 35 ປີ້ງໄກ່ເຊໂນ ຕະຫລາດ ບ້ານຕຶງ ໄກ້ເຊບັ້ງໄຟ ແຕ່ກາສີພໍໄດ້ ຖ້າມີ ຜູໄປຜູມາ ຝາກເປັນຂອງແຫ້ງ ມາຕອ້ນກັນ ຄືດຽວນີ້ ກໍກຳລັງ ເອາຂີ້ເຫລັກມາຕົ້ມ ແລວ້ຈາກແຫ້ງ ກຽມໄສ່ຖົງຝາກໄຫ້ຫມູ່ຢູ່ຝລັ່ງ

 ດຽວນີ້ປິ້ງໄກ່ເຊໂນດັງນໍ

ຕອນສະໄໝກ່ອນບໍ່ເຄີຍໄດ້ຍິນວ່າເຊໂນມີປິ້ງໄກ່ແຊບ

ເບິ່ງຄລິບຢູທູບຂອງຄົນໄທຍທີ່ໄປທ່ຽວລາວ  

ເພິ່ນເວົ້າວ່າ  ບໍ່ໄດ້ກິນປິ້ງໄກ່ເຊໂນ  ຄືໄປບໍ່ຮອດເມືອງສະຫວັນນະເຂດ  55555

ຂ້ອຍໃຫຍ່ຢູ່ເຊໂນຍັງບໍ່ເຄີຍຊື້ປິ້ງໄກ່ກິນຈັກເທື່ອ  

ຮອດບໍ່ຮູ້ຊ້ຳວ່າບ້ານໂຕເອງປິ້ງໄກ່ແຊບມີເອກກະລັກແຕກຕ່າງເຂົາແນວໃດ

ອັນຫຼັກ35 ເຄີຍໄດ້ຍິນຢູ່  ເວລາໄປແກ້ງກອກ(ຈາກສະຫວັນ)ຕ້ອງແຫວ່ຊື້ປິ້ງໄກ່ຢູ່ຫັ້ນຕະຫຼອດ

ຄຶດຮອດຂອງກິນແຊບ ໆ ບ້ານເຮົາເນາະ

ສະໄໝກ່ອນ ຕອນເຊົ້າມັກໄປນັ່ງກິນອາຫານຢູ່ຕະຫຼາດສະຫວັນ  

ໂອຍ  ບໍ່ອຶດແນວກິນ  ມີແຕ່ຂອງແຊບ ໆ  

ບາງມື້ກະໄປນັ່ງກິນເຂົ້າປຸ້ນນ້ຳແຈ່ວ  ບາງມື້ກະໄປກິນເຝີນ້ຳງົວຂອງຄົນຫວຽດ

ຫຼືບໍ  ກະໄປກິນເຂົ້າປຽກເສັ້ນກັບອິວຈາກ້ວຍ

ptg03.jpg

ເຂົ້າໜົມປາກໝໍ້້ຮ້ອນ ໆ ກິນກັບຈ່ະ  ຫຼືເຂົ້າໜົມຖ້ວຍຫວຽດທີ່ໃສ່ບະຢົງ ທານ້ຳມັນແຄບໝູຫອມໆ  ແລ້ວເອົາປິ້ງໝູອອກຈາກໄມ້ຫີບໃສ່  ໂອຍ ແຊບຈົນເຫັນພະອິນນັ່ງຢ່ອນຂາຢູ່ເທິງເມກພຸ້ນ 5555

ມື້ໃດຟ້າວບໍ່ມີເວລາ  ຂ້ອຍກະຮີບຊື້ຊິ້ນສະຫວັນກັບເຂົ້າໜຽວຮ້ອນ ໆ ຊຸບໜ່ໄມ້

ຊຸບໝາກມີ້ຫຼືແກງລາວໄປກິນຢູ່ເຮືອນ

ເວົ້າເຮື່ອງກິນແຮ່ງຍາວແຮ່ງຍືດ  ເປີດພຸ່ມໄມ້ຄວາມເວົ້າພັ່ດແຮ່ງຫຼາຍ  ເອື້ອກ ໆ  ກືນນ້ຳລາຍ

__________________

Member

Status: Offline
Posts: 9
Date:

โอ๊ยเป็นตาแซบไปหมดเลย

ไข่มดแดง

ไข่แมงมัน

กุ้งเต้น

แจ่วบอง

น้ำตก

ส้มตำไก่ย่าง  ตำปูปลาร้า (ตำลาว อย่าว่าเด้อเขาเรียกกันแบบนี้)

โอ๊ยทนบ่ไหวแล้วไปหาไรกินก่อน

-- Edited by Happy on Sunday 10th of February 2013 01:07:28 PM

มีเมนูนำเสนอ  น้ำตกปลา แซบอย่าบอกใครเลย

1129616304.jpg

-- Edited by Happy on Sunday 10th of February 2013 01:09:01 PM

__________________
Anonymous

Date:

ແນວນີ້ເດແຊບບໍ

__________________
Anonymous

Date:

55110105169066783766.jpgAnonymous wrote:15654344266430797866.jpg
ເອາສອງຢ່າງນີ້ສາ ຢູ່ໄສ ໄຜກໍເຮັດກິນໄດ້ ບໍ່ວ່າຢູ່ ຝລັ່ງ ຫລືເມກາ ກໍເຮັດເປັນ

ແນວນີ້ເດແຊບບໍ

__________________
Anonymous

Date:

ຂໍແຖມ ສົ້ມປານອ້ຍ ກັບ ກຸ້ງເຕັ້ນ ນຳແດ່ ພໍໄຫ້ນ້ຳລາຍອອກ

89037615400054216082.jpg    

04251483771878271250.jpg

__________________
Anonymous

Date:

ຄົນຫລັກເວົ້າເລື່ອງຄ້າຄົນຈ້າເວົ້າແຕເລື່ອງກິນ

ກະຊ່າງເທາະຂ້ອຍຢາກກິນເອາະຫລາມກະຮອກ ມາໂຈ້ໃສ່ຜັກກາດນ້ອຍນີ້ນ່າ

__________________
Anonymous

Date:

ຜູໄທບ້ານນອກ

ຄົນຫລັກເວົ້າເລື່ອງຄ້າຄົນຈ້າເວົ້າແຕເລື່ອງກິນ

ກະຊ່າງເທາະຂ້ອຍຢາກກິນເອາະຫລາມກະຮອກ ມາໂຈ້ໃສ່ຜັກກາດນ້ອຍນີ້ນ່າ

 ມື້ນີ້ ວັນອາທິດ ຂໍຢູ່ແບຈ້າໆີ້ລະ

ມື້ເຊົ້າຫລານໄປຄອ້ງກະປອມ

ມາເດີກອ້ຍກະປອມ

05596148795176159648.jpg

11306935114163398149.jpg

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard