Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂລກຮັບຮູ້ລາວຫຼາຍຂຶ້ນຈາກການໂຄສະນາ ຂອງ NGO ຕໍ່ກັບການກໍ່ສ້າງໂຄງການໄຟຟ້ານໍ້າຂອງໄຊຍະບູລີ
Dao


Newbie

Status: Offline
Posts: 3
Date:
ໂລກຮັບຮູ້ລາວຫຼາຍຂຶ້ນຈາກການໂຄສະນາ ຂອງ NGO ຕໍ່ກັບການກໍ່ສ້າງໂຄງການໄຟຟ້ານໍ້າຂອງໄຊຍະບູລີ


ປັດຈຸບັນ ສັງເກດເຫັນວ່າຊາວໂລກຮູ້ຈັກປະເທດລາວຫຼາຍຂຶ້ນ ໂດຍສະເພາະແມ່ນພາຍຫຼັງທີ່ໂຄງການໄຟຟ້ານໍ້າຂອງ

ໄຊຍະບູລີ ເປີດການກໍ່ສ້າງຢ່າງເປັນທາງການ.

- ການໂຄສະນາຕໍ່ຕ້ານການກໍ່ສ້າງໂຄງການດັ່ງກ່າວຂອງ NGO ກາຍເປັນການໂຄສະນາໃຫ້ຊາວໂລກຮັບຮູ້ປະເທດລາວໄປໃນໂຕ

ຊຶ່ງມີຫຼາຍປະເທດ ແລະຫຼາຍອົງການຈັດຕັ້ງສາກົນທີ່ໃຫ້ການສະໜັບສະໜູນການກໍ່ສ້າງໂຄງການດັ່ງກ່າວ ເນື່ອງຈາກວ່າລັດຖະບານ

ລາວມີການຕັດສິນໃຈຢ່າງສູງ ເພື່ອພັດທະນາໂຄງການນີ້ໃຫ້ກາຍເປັນໂຄງການທີ່ໂປ່ງໃສ, ເປັນໂຄງການໄຟຟ້າແບບຝາຍນໍ້າລົ້ນ(Run off river)ຕົວແບບຂອງໂລກ.

- ລັດຖະບານໄດ້ທູ້ມເທທຶນຮອນອັນມະຫາສານໃນການວ່າຈ້າງບໍລິສັດທີ່ປຶກສາ ອັນດັບໝຶ່ງຂອງໂລກ ເພື່ອຕິດຕາມການອອກແບບ ແລະກໍ່ສ້າງໂຄງການດັ່ງກ່າວ

- ບັນຫາຄວາມກັງວົນຕ່າງໆ ຂອງປະເທດເພື່ອນບ້ານ ແມ່ນໄດ້ຮັບການທົບທວນ ແລະ ແກ້ໄຂຕາມຫຼັກວິຊາການຢ່າງຄົບຖ້ວນ ເພື່ອພັດທະນາໂຄງການດ້ວຍຄວາມ

ໂປ່ງໃສ ພ້ອມທັງຫຼຸດຜ່ອນຜົນກະທົບໃຫ້ຢູ່ໃນລະດັບຕໍ່າສຸດ.

- ຄາດວ່າການກໍ່ສ້າງໂຄງການຈະໃຫ້ສຳເລັດໃນປີ 2018. ໂຄງການດັ່ງກ່າວ ຈະສ້າງຜົນປະໂຫຍດອັນມະຫາສານໃຫ້ແກ່ປະເທດລາວ. ຄາດຄະເນລາຍຮັບທາງກົງທີ່ລັດຖະບານຈະໄດ້ຮັບຕະຫຼອດໄລຍະສຳປະທານ 30 ປີ ປະມານ 3.92 ຕື້ໂດລາ ສະຫາລັດ, ນອກຈາກນີ້ຍັງມີລາຍຮັບທາງອ້ອມອີກຢ່າງຫຼວງຫຼາຍ.

=> ທ່ານຜູ້ອ່ານມີຄວາມສົນໃຈດ້ານຂໍ້ມູນຕ່າງໆ ສາມາດເຂົ້າອ່ານໄດ້ທີ່ WWW.poweringprogress.org

ຂອບໃຈ NGO ທີ່ຊ່ວຍໂຄສະນາໃຫ້ຊາວໂລກຮັບຮູ້ ສປປ ລາວ ຫຼາຍຂຶ້ນ!



Attachments
__________________
213

Date:
RE: ໂລກຮັບຮູ້ລາວຫຼາຍຂຶ້ນຈາກການໂຄສະນາ ຂອງ NGO ຕໍ່ກັບການກໍ່ສ້າງໂຄງການໄຟຟ້ານໍ້າຂອງໄຊຍະບູລີ


ບໍ່ມີປະເທດໃດ ອົງການໃດຕ້ານການສ້າງເຂື່ອນໄຊຍະບຸຣີ ເຂົາພຽງຮ້ອງຂໍໃຫ້ຣັຖບານສຶກສາຜົນກະທົບ

ທີ່ຈະເກີດຂຶ້ນໃນອະນາຄົດໃຫ້ຄັກແນ່ກ່ອນ, ຖ້າຣັຖບານລາວແນ່ໃຈວ່າເຂື່ອນນໍ້າລົ້ນຈະບໍ່ສົ່ງຜົນກະທົບ

ຕໍ່ສະພາບແວດລ້ອມກໍ່ດໍາເນີນການຕໍ່ໄປ ອ້າຍໃຫຍ່ວຽດນາມຈະວ່າແນວໃດກໍ່ຕິດຕາມເບິ່ງຕໍ່ໄປ.



__________________
Anonymous

Date:

1259806?AWSAccessKeyId=1XXJBWHKN0QBQS6TGPG2&Expires=1360800000&Signature=lPueTQWLvfprl%2F51ZpdfP%2FcveKA%3D



__________________
Anonymous

Date:

ເຂົ້າໄປອ່ານແລ້ວ ຄືເຫັນແຕ່ຄໍາສະເໜີຂອງລັດຖະບານ ວັກໃດ໋ຕອນໃດທີ່ບົ່ງບອກວາສໂລກຮັບຮູ້?



__________________
Dao


Newbie

Status: Offline
Posts: 3
Date:

ລັດຖະບານຫວຽດນາມ ບໍ່ຂັດຂ້ອງໃດໆຕໍ່ກັບການສ້າງເຂື່ອນດັ່ງກ່າວ,....

ໂຄສົກກະຊວງການຕ່າງປະເທດ, ສສ ຫວຽດນາມ ອອກຖະແຫຼງການ ກ່ຽວກັບທັດສະນະ

ຂອງລັດຖະບານແຫ່ງ ສສ ຫວຽດນາມ ຕໍ່ການເປີດພິທີກໍ່ສ້າງໂຄງການໄຟຟ້າໄຊຍະບູລີຢ່າງເປັນທາງການ

ຄັດຈາກ: http://www.thiennhien.net/2012/11/09/can-nghien-cuu-tong-the-tac-dong-cua-dap-xayaburi/

ການຂຸດຄົ້ນ ແລະນໍາໃຊ້ທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດດ້ວຍຄວາມເປັນທຳ, ເໝາະສົມແມ່ນມີຄວາມສຳຄັນເປັນຢ່າງຍິ່ງ, ເປັນການປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງທົ່ວເຂດອ່າງໂຕ່ງແມ່ນໍ້າຂອງ ກໍຄືສິດຜົນປະໂຫຍດ ລວມຂອງປະຊາຊົນບັນດາປະເທດທີ່ແມ່ນໍ້າຂອງໄຫຼຜ່ານ.

ຜ່ານການພົບປະເຈລະຈາກັບ ສປປ ລາວ ກໍຄື MRC ກ່ຽວກັບແຜນພັດທະນາໂຄງການໄຟຟ້ານໍ້າຂອງ ໄຊຍະ ບູລີ ໃນເຂດແມ່ນໍ້າຂອງຕອນລຸ່ມ, ລັດຖະບານ ສ.ສຫວຽດນາມ

ໄດ້ສະແດງທັດສະນະຂອງຕົນ ກ່ຽວກັບແຜນພັດທະນາບັນດາໂຄງການໄຟຟ້າ ຕາມລຳແມ່ນໍ້າຂອງ ຕ້ອງເອົາເຂົ້າໃນແຜນໂດຍລວມກ່ຽວກັບການບໍລິຫານຄຸ້ມຄອງ ແລະ

ການພັດທະນາແບບຍືນຍົງຂອງແມ່ນໍ້າຂອງ ຊຶ່ງລັດຖະບານຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດພາຄີແມ່ນໍ້າຂອງຮ່ວມກັນດຳເນີນການສຶກສາຜົນກະທົບໂດຍລວມ

ຈາກການພັດທະນາໂຄງການໄຟຟ້າຕາມລຳນໍ້າຂອງ ຕໍ່ການພັດທະນາແບບຍືນຍົງ.

ພວກຂ້າພະເຈົ້າໄດ້ຂ່າວວ່າ ລັດຖະບານລາວ ໄດ້ຕົກລົງເປີດພິທີການກໍ່ສ້າງໂຄງການໄຟຟ້ານໍ້າຂອງໄຊຍະບູລີຢ່າງເປັນທາງການ ພາຍຫຼັງໄດ້ມີການດັດແກ້ການອອກແບບໂຄງການຄືນໃໝ່ ເພື່ອຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນໃນເຂດຕອນລຸ່ມຂອງເຂື່ອນໃຫ້ໜ້ອຍທີ່ສຸດ . ພວກຂ້າພະເຈົ້າຫວັງວ່າ, ລັດຖະບານລາວຈະສືບຕໍ່ສຶກສາຜົນກະທົບດ້ານສິ່ງແວດລ້ອມ ກໍຄືເຮັດສຳເລັດສົມບູນການອອກແບບເຂື່ອນໄຟຟ້າໄຊຍະບູລີ; ພ້ອມກັນນັ້ນ ກໍສົມທົບກັບ ຫວຽດນາມ,​ ໄທ ແລະກໍາປູເຈຍ ເພື່ອຮ່ວມກັນສຶກສາຄົ້ນຄວ້າແບບສັງລວມ, ລະອຽດ ແລະຄົບຖ້ວນ ບັນດາຜົນກະທົບສະສົມຕ່າງໆ ທາງດ້ານເສດຖະກິດ, ສັງຄົມ-ສິ່ງແວດລ້ອມ ຂອງທັງໝົດທຸກໂຄງການທີ່ນອນໃນແຜນພັດທະນາຕາມລຳນໍ້າຂອງໃນອະນາຄົດ.

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard