Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນະໂຍບາຍຫັນທີ່ດີນໃຫ້ເປັນທຶນປະສົບຜົນສຳເຫຼັດເກີນ100
Anonymous

Date:
ນະໂຍບາຍຫັນທີ່ດີນໃຫ້ເປັນທຶນປະສົບຜົນສຳເຫຼັດເກີນ100

ການຫັນທີ່ດີນໃຫ້ເປັນທຶນແມ່ນນະໂຍບາຍທີ່ດີເລີດເຮັດໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ອາຊີບຊາວນາຊາວສວນ ເຮັດນາເຮັດສວນກໍ່ບໍ່ກຸ້ມກິນ ໄດ້ແຕ່ຄິດວ່າຊາດນີ້ຄືຊີ່ບໍ່ມີມື້ພົ້ນທຸກໄດ້ ແຕ່ໃນປະຈຸບັນພວກຊາວນາຊາວສວນກາຍເປັນເສດຖີໃນພິບຕາແລ້ວແຕ່ວ່າໃຜມີດີນໜ້ອຍຫຼືຫຼາຍ ແຕ່ລະຄອບຄົວມີເງີນເປັນ 4 ຫາ 5 ລ້ານໂດລາ ແລ້ວມີໃຜແດ່ຊີ່ໂງ່ມານັ່ງເຮັດນາເຮັດສວນ ຂາຍມັນແລ້ວໄປຊື້ດີນຢູ່ເຂດນອກເຮັກຕາລະ 1 ຫາ 2 ໝື່ນໂດລາ ປຸກເຮືອນງາມໆ​ ຊື້ລົດງາມໆຂີ່ ໂອຍບໍ່ຄຶດວ່າພັກລັດຊີ່ມາໂຜດມາທານ ມື້ວານນີ້ຂ້ອຍຂີ່ລົດໄປທາງຕັດໃໝ່ທີ່ເພິ່ນປູເບຕົງ ເສັ້ນທາງໜອງແຕ່ງຊອດອອກທາງເລກທີ່11 ແຄມຂອງເຫັນປະຊາຊົນປະກາດຂາຍດີນລອງໂທຖາມເບິ່ງອີ່ແມ່ກູແມັດກາເລ 100ໂດລາ ຂະໜາດທາງຍັງບໍ່ທັນແລ້ວ ແຖມແຄມຂອງ ແມັດກາເລ 1000ໂດລາ ເຮັດແນວໃດຊີ່ບໍ່ໃຫ້ເຂົາມີເງີນ ໂອຍຜູ້ຂ້າດີໃຈນຳຂະໜາດ, ແຕ່ກໍ່ຍອມຮັບວ່າມັນກໍ່ມີຜົນກະທົບກັບປະຊາຊົນຢູ່ເຂດພັດທະນາ ຫຼື ສຳປະທານ ແຕ່ກໍ່ເປັນບາງເຂດ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຈຳເປັນຕ້ອງໄດ້ເສຍສະລະ ລາວນອກທັງຫຼາຍພວກເຈົ້າຢ່າມົວແຕ່ຝັນລົມໆແລ້ງໆວ່າໂຕຮັ່ງມີກ່ວາ ສຸກສະບາຍກ່ວາ ຍາດພີ່ນ້ອງຢູ່ເມືອງລາວ ພວກເຈົ້າກຳລັງຄິດຜິດຢ່າງໃຫ່ຍຫຼວງ

__________________
Anonymous

Date:
RE: ນະໂຍບາຍຫັນທີ່ດີນໃຫ້ເປັນທຶນປະສົບຜົນສຳເຫຼັດເກີນ100

ແລ້ວເຈົ້າຮູ້ບໍ່ວ່າ ດິນໃຜຢູ່ຫັ້ນ

ຢ່າຟ້າວໂມ້ ແລະ ຢ່າເສຶອກໃສ່ຜູ້ອື່ນ

__________________
Anonymous

Date:

"ແຕ່ກໍ່ຍອມຮັບວ່າມັນກໍ່ມີຜົນກະທົບກັບປະຊາຊົນຢູ່ເຂດພັດທະນາ ຫຼື ສຳປະທານ ແຕ່ກໍ່ເປັນບາງເຂດ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຈຳເປັນຕ້ອງໄດ້ເສຍສະລະ"

ສົມເຫດຜົນລະຫວະກັບຄໍາໆນີ້ ຄັນມັນຖືກຂອງຕົນເອງເດ໋ຍັງສິເວົ້າຢູ່ບໍຄໍານີ້

__________________
Anonymous

Date:

Anonymous wrote:

ການຫັນທີ່ດີນໃຫ້ເປັນທຶນແມ່ນນະໂຍບາຍທີ່ດີເລີດເຮັດໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ອາຊີບຊາວນາຊາວສວນ ເຮັດນາເຮັດສວນກໍ່ບໍ່ກຸ້ມກິນ ໄດ້ແຕ່ຄິດວ່າຊາດນີ້ຄືຊີ່ບໍ່ມີມື້ພົ້ນທຸກໄດ້ ແຕ່ໃນປະຈຸບັນພວກຊາວນາຊາວສວນກາຍເປັນເສດຖີໃນພິບຕາແລ້ວແຕ່ວ່າໃຜມີດີນໜ້ອຍຫຼືຫຼາຍ ແຕ່ລະຄອບຄົວມີເງີນເປັນ 4 ຫາ 5 ລ້ານໂດລາ ແລ້ວມີໃຜແດ່ຊີ່ໂງ່ມານັ່ງເຮັດນາເຮັດສວນ ຂາຍມັນແລ້ວໄປຊື້ດີນຢູ່ເຂດນອກເຮັກຕາລະ 1 ຫາ 2 ໝື່ນໂດລາ ປຸກເຮືອນງາມໆ​ ຊື້ລົດງາມໆຂີ່ ໂອຍບໍ່ຄຶດວ່າພັກລັດຊີ່ມາໂຜດມາທານ ມື້ວານນີ້ຂ້ອຍຂີ່ລົດໄປທາງຕັດໃໝ່ທີ່ເພິ່ນປູເບຕົງ ເສັ້ນທາງໜອງແຕ່ງຊອດອອກທາງເລກທີ່11 ແຄມຂອງເຫັນປະຊາຊົນປະກາດຂາຍດີນລອງໂທຖາມເບິ່ງອີ່ແມ່ກູແມັດກາເລ 100ໂດລາ ຂະໜາດທາງຍັງບໍ່ທັນແລ້ວ ແຖມແຄມຂອງ ແມັດກາເລ 1000ໂດລາ ເຮັດແນວໃດຊີ່ບໍ່ໃຫ້ເຂົາມີເງີນ ໂອຍຜູ້ຂ້າດີໃຈນຳຂະໜາດ, ແຕ່ກໍ່ຍອມຮັບວ່າມັນກໍ່ມີຜົນກະທົບກັບປະຊາຊົນຢູ່ເຂດພັດທະນາ ຫຼື ສຳປະທານ ແຕ່ກໍ່ເປັນບາງເຂດ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຈຳເປັນຕ້ອງໄດ້ເສຍສະລະ ລາວນອກທັງຫຼາຍພວກເຈົ້າຢ່າມົວແຕ່ຝັນລົມໆແລ້ງໆວ່າໂຕຮັ່ງມີກ່ວາ ສຸກສະບາຍກ່ວາ ຍາດພີ່ນ້ອງຢູ່ເມືອງລາວ ພວກເຈົ້າກຳລັງຄິດຜິດຢ່າງໃຫ່ຍຫຼວງ

ສະຫາຍເອີຍ, ຜູ້ໄດ້ຮັບຜົນປໂຢດນັ້ນແມ່ນຜູ້ມີດີນຢູ່ລຽບເຂດທີ່ນອກເສັ້ນເຂດແດນທີ່ເພີ່ນເອົາຫັນເປັນທືນແລ້ວນັ້ນ

ກັບຜູ້ໄປຊື້ໃໝ່. ສ່ວນຜູ້ທີ່ຖືກໂຄງການເຕັມໆເລີຍ ຫລື ຖືກເຂດທີ່ເພີ່ນເອົາມາຫັນເປັນທືນນັ້ນ ຄົງບໍ່ຈຳເປັນຕ້ອງອະທິບາຍ

ອີກ ສະຫາຍຄົງຈະຮູ້ຄຳຕອບດີຢູ່ແລ້ວ

__________________
Anonymous

Date:

Anonymous wrote:

ການຫັນທີ່ດີນໃຫ້ເປັນທຶນແມ່ນນະໂຍບາຍທີ່ດີເລີດເຮັດໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ອາຊີບຊາວນາຊາວສວນ ເຮັດນາເຮັດສວນກໍ່ບໍ່ກຸ້ມກິນ ໄດ້ແຕ່ຄິດວ່າຊາດນີ້ຄືຊີ່ບໍ່ມີມື້ພົ້ນທຸກໄດ້ ແຕ່ໃນປະຈຸບັນພວກຊາວນາຊາວສວນກາຍເປັນເສດຖີໃນພິບຕາແລ້ວແຕ່ວ່າໃຜມີດີນໜ້ອຍຫຼືຫຼາຍ ແຕ່ລະຄອບຄົວມີເງີນເປັນ 4 ຫາ 5 ລ້ານໂດລາ ແລ້ວມີໃຜແດ່ຊີ່ໂງ່ມານັ່ງເຮັດນາເຮັດສວນ ຂາຍມັນແລ້ວໄປຊື້ດີນຢູ່ເຂດນອກເຮັກຕາລະ 1 ຫາ 2 ໝື່ນໂດລາ ປຸກເຮືອນງາມໆ​ ຊື້ລົດງາມໆຂີ່ ໂອຍບໍ່ຄຶດວ່າພັກລັດຊີ່ມາໂຜດມາທານ ມື້ວານນີ້ຂ້ອຍຂີ່ລົດໄປທາງຕັດໃໝ່ທີ່ເພິ່ນປູເບຕົງ ເສັ້ນທາງໜອງແຕ່ງຊອດອອກທາງເລກທີ່11 ແຄມຂອງເຫັນປະຊາຊົນປະກາດຂາຍດີນລອງໂທຖາມເບິ່ງອີ່ແມ່ກູແມັດກາເລ 100ໂດລາ ຂະໜາດທາງຍັງບໍ່ທັນແລ້ວ ແຖມແຄມຂອງ ແມັດກາເລ 1000ໂດລາ ເຮັດແນວໃດຊີ່ບໍ່ໃຫ້ເຂົາມີເງີນ ໂອຍຜູ້ຂ້າດີໃຈນຳຂະໜາດ, ແຕ່ກໍ່ຍອມຮັບວ່າມັນກໍ່ມີຜົນກະທົບກັບປະຊາຊົນຢູ່ເຂດພັດທະນາ ຫຼື ສຳປະທານ ແຕ່ກໍ່ເປັນບາງເຂດ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຈຳເປັນຕ້ອງໄດ້ເສຍສະລະ ລາວນອກທັງຫຼາຍພວກເຈົ້າຢ່າມົວແຕ່ຝັນລົມໆແລ້ງໆວ່າໂຕຮັ່ງມີກ່ວາ ສຸກສະບາຍກ່ວາ ຍາດພີ່ນ້ອງຢູ່ເມືອງລາວ ພວກເຈົ້າກຳລັງຄິດຜິດຢ່າງໃຫ່ຍຫຼວງ

ຄິດວ່າພັດທະນາປະເທດເພື່ອປະຊາຊົນຊັນດອກ ພັດໃຫ້ປະຊາຊົນເສຍສະລະສິດຜົນປະໂຫຍດເພຶ່ອພັດທະນາປະເທດ. ພວກລວຍເເລ້ວບັນຫາຄຶຊິບໍຫລາຍດອກ, ເເຕ່ພວກທຸກເດ ບໍມີເເລ້ວຍັງໃຫ້ເສຍອິກນັ້ນນາບັນຫາໃຫຍ່. ປະເທດພັດທະນາ + ປະຊາຊົນທຸກຍາກ =ຈະເລີນຮຸ່ງເຮືອງ ຊັນບໍ? ອິກຢ່າງ ປະເທດທີມີປະຊາຊົນທຸກຍາກຫລາຍບໍເອີ້ນວ່າປະເທດພັດທະນາດອກ.ປະຊາຊົນທຸກຍາກຈິ່ງຕ້ອງການ ການພັດທະນາເພາະວ່າ

ຄວາມທຸກຍາກເຮັດໃຫ້ຂາດໂອກາດໃນການສຶກສາ, ຂາດການສຶກສາເຮັດໃຫ້ຂາດຄວາມຮູ້(ເຮັດໃຫ້ບໍ່ຮູ້ຫາເງິນ,ບໍ່ມີເງິນເເມ່ນທຸກຍາກ) ເເລ້ວຊິໃຫ້ພັດທະນາປະເທດໄດ້ເເນວໃດ, ຕົນເອງຍັງເອົາຕົວບໍ່ລອດເເລ້ວ.

__________________
ກູດບ້ານອ່າງ

Date:

ດີໃຈນໍາເດີທີ່ໄດ້ຮູ້ວ່າຄົນນະຄອນຫຼວງວຽງຈັນໄດ້ກາຍເປັນເສດຖີເງິນລ້ານຫຼາຍຄົນ

ແລະຖ້າໄດ້ເປັນໝົດທຸກຄົນຄົງຈະປະຢັດເຫື່ອແຮງຂອງເຈົ້າໜ້າທີ່ຂັ້ນສູງຂອງລາວ

ຫຼາຍສົມຄວນທີ່ຈະບໍ່ໄດ້ອອກໄປວິ້ງເຕັ້ນຂໍຄວາມຊ່ອຍເຫຼືອຈາກຕ່າງປະເທດເພື່ອ

ມາລົບລ້າງຄວາມທຸກຈົນຂອງຄົນໃນປະເທດລາວອີກຕໍ່ໄປ.

__________________
Anonymous

Date:

Anonymous wrote:

"ແຕ່ກໍ່ຍອມຮັບວ່າມັນກໍ່ມີຜົນກະທົບກັບປະຊາຊົນຢູ່ເຂດພັດທະນາ ຫຼື ສຳປະທານ ແຕ່ກໍ່ເປັນບາງເຂດ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຈຳເປັນຕ້ອງໄດ້ເສຍສະລະ"

ສົມເຫດຜົນລະຫວະກັບຄໍາໆນີ້ ຄັນມັນຖືກຂອງຕົນເອງເດ໋ຍັງສິເວົ້າຢູ່ບໍຄໍານີ້

ສາບານໄດ້ຂ້ອຍເອງຖືກຄືກັນເພິ່ນເວນຄືນເພື່ອສ້າງສະໜາມກິລາຂ້ອຍກໍ່ຍິນດີມອບໃຫ້ເພິ່ນແນວບໍ່ມີແຕ່ຂ້ອຍຄົນດຽວຖືກໃຜໆກໍ່ຖືກຄືກັນ ດິນຂ້ອຍກໍ່ບໍ່ກ້ວາງດອກ 90X170 ມ ຄັນຂາຍກໍ່ຊີ່ໄດ້ຫຼາຍສົມຄວນເພາະຕິດທາງໃຫ່ຍ ແຕ່ເພິ່ນຊົດເຊີຍໃຫ້ໜ້ອຍນຶ່ງຕາມລະບຽບການຂອງລັດກັບໃບຍ້ອງຍໍ ຂ້ອຍກໍ່ພູມໃຈທີ່ມີສ່ວນຮ່ວມໃນການສ້າງສາພັດທະນາທີ່ຈິງແລ້ວເພິ່ນກໍ່ຖາມວ່າຊີ່ເອົາດີນບ່ອນໃໝ່ປ່ຽນແທນບໍ່ ຫຼື ເອົາເປັນເງີນ ແຕ່ຂ້ອຍເລືອກເປັນເງີນ ຄັນລັດຖະບານບໍ່ພັດທະນາດິນກໍ່ບໍ່ມີຄ່າຄື 100ປີຜ່ານມາຫັ້ນແລ້ວ ຢູ່ບ້ານນອກຂໍກັນລ້າໆກໍ່ຍັງໄດ້ ບໍ່ເຊື່ອຖ້າເບິ່ງອີກຈັກຫ້າປີ ເຂດລ່ອງແຈ້ງ ກັບ ເມືອງຮົ່ມ ໃນປະຈຸບັນເອົາດີນໃຫ້ລ້າໆ ແຖມເງີນໃຫ້ຍັງບໍ່ມີໃຜໄປຢູ່ ແຕ່ວ່າພາຍຫຼັງລັດຖະບານປະກາດໃຫ້ເປັນເຂດພັດທະນາສະເພາະ ດີນແຖວນັ້ນຊີ່ກາຍເປັນເງີນເປັນຄຳ ພີ່ນ້ອງເຜົ່າມົ້ງກໍ່ຊີ່ພົ້ນທຸກໂລດລະ.

ຄົນເຮົາຄັນຮູ້ຈັກຄຳວ່າພໍພຽງ, ຮູ້ຈັກເສຍສະລະເພື່ອສ່ວນລວມ, ສ່ວນຄົນອື່ນເຂົາຊີ່ເຮັດຫັຍງກໍ່ເລື້ອງເຂົາ ເທົ່ານີ້ກໍ່ມີຄວາມສຸກແລ້ວ 

__________________
Anonymous

Date:

Anonymous wrote:
Anonymous wrote:

ການຫັນທີ່ດີນໃຫ້ເປັນທຶນແມ່ນນະໂຍບາຍທີ່ດີເລີດເຮັດໃຫ້ປະຊາຊົນຜູ້ທຸກຍາກຂາດເຂີນ ອາຊີບຊາວນາຊາວສວນ ເຮັດນາເຮັດສວນກໍ່ບໍ່ກຸ້ມກິນ ໄດ້ແຕ່ຄິດວ່າຊາດນີ້ຄືຊີ່ບໍ່ມີມື້ພົ້ນທຸກໄດ້ ແຕ່ໃນປະຈຸບັນພວກຊາວນາຊາວສວນກາຍເປັນເສດຖີໃນພິບຕາແລ້ວແຕ່ວ່າໃຜມີດີນໜ້ອຍຫຼືຫຼາຍ ແຕ່ລະຄອບຄົວມີເງີນເປັນ 4 ຫາ 5 ລ້ານໂດລາ ແລ້ວມີໃຜແດ່ຊີ່ໂງ່ມານັ່ງເຮັດນາເຮັດສວນ ຂາຍມັນແລ້ວໄປຊື້ດີນຢູ່ເຂດນອກເຮັກຕາລະ 1 ຫາ 2 ໝື່ນໂດລາ ປຸກເຮືອນງາມໆ​ ຊື້ລົດງາມໆຂີ່ ໂອຍບໍ່ຄຶດວ່າພັກລັດຊີ່ມາໂຜດມາທານ ມື້ວານນີ້ຂ້ອຍຂີ່ລົດໄປທາງຕັດໃໝ່ທີ່ເພິ່ນປູເບຕົງ ເສັ້ນທາງໜອງແຕ່ງຊອດອອກທາງເລກທີ່11 ແຄມຂອງເຫັນປະຊາຊົນປະກາດຂາຍດີນລອງໂທຖາມເບິ່ງອີ່ແມ່ກູແມັດກາເລ 100ໂດລາ ຂະໜາດທາງຍັງບໍ່ທັນແລ້ວ ແຖມແຄມຂອງ ແມັດກາເລ 1000ໂດລາ ເຮັດແນວໃດຊີ່ບໍ່ໃຫ້ເຂົາມີເງີນ ໂອຍຜູ້ຂ້າດີໃຈນຳຂະໜາດ, ແຕ່ກໍ່ຍອມຮັບວ່າມັນກໍ່ມີຜົນກະທົບກັບປະຊາຊົນຢູ່ເຂດພັດທະນາ ຫຼື ສຳປະທານ ແຕ່ກໍ່ເປັນບາງເຂດ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຈຳເປັນຕ້ອງໄດ້ເສຍສະລະ ລາວນອກທັງຫຼາຍພວກເຈົ້າຢ່າມົວແຕ່ຝັນລົມໆແລ້ງໆວ່າໂຕຮັ່ງມີກ່ວາ ສຸກສະບາຍກ່ວາ ຍາດພີ່ນ້ອງຢູ່ເມືອງລາວ ພວກເຈົ້າກຳລັງຄິດຜິດຢ່າງໃຫ່ຍຫຼວງ

ຄິດວ່າພັດທະນາປະເທດເພື່ອປະຊາຊົນຊັນດອກ ພັດໃຫ້ປະຊາຊົນເສຍສະລະສິດຜົນປະໂຫຍດເພຶ່ອພັດທະນາປະເທດ. ພວກລວຍເເລ້ວບັນຫາຄຶຊິບໍຫລາຍດອກ, ເເຕ່ພວກທຸກເດ ບໍມີເເລ້ວຍັງໃຫ້ເສຍອິກນັ້ນນາບັນຫາໃຫຍ່. ປະເທດພັດທະນາ + ປະຊາຊົນທຸກຍາກ =ຈະເລີນຮຸ່ງເຮືອງ ຊັນບໍ? ອິກຢ່າງ ປະເທດທີມີປະຊາຊົນທຸກຍາກຫລາຍບໍເອີ້ນວ່າປະເທດພັດທະນາດອກ.ປະຊາຊົນທຸກຍາກຈິ່ງຕ້ອງການ ການພັດທະນາເພາະວ່າ

ຄວາມທຸກຍາກເຮັດໃຫ້ຂາດໂອກາດໃນການສຶກສາ, ຂາດການສຶກສາເຮັດໃຫ້ຂາດຄວາມຮູ້(ເຮັດໃຫ້ບໍ່ຮູ້ຫາເງິນ,ບໍ່ມີເງິນເເມ່ນທຸກຍາກ) ເເລ້ວຊິໃຫ້ພັດທະນາປະເທດໄດ້ເເນວໃດ, ຕົນເອງຍັງເອົາຕົວບໍ່ລອດເເລ້ວ.

ມີປະເທດໃດແດ່ໃນໂລກນີ້ທີ່ລັດຖະບານມີໂຄງການພັດທະນາແລ້ວບໍ່ກວມເອົາທີ່ດີນຂອງປະຊາຊົນ ບໍ່ໄດ້ເວນຄືນທີ່ດີນປະຊາຊົນ ຄັນໂງ່ກໍ່ຢ່າມາມີຄວາມເຫັນອາຍໝາ

__________________

Senior Member

Status: Offline
Posts: 212
Date:

ຄັນຂາຍໃຫ້ຄົນລາວຄືກັນກະໄຄແນ່ ຢ້ານແຕ່ ຈ ກັບ ກ ບາດນີ້ລະ ປາສິກີນດາວ ລາວຊິບໍ່ມີມອ້ງຢູ່

__________________
Euclid

Date:

ຂ້ອຍພາວະນາຢູ່ທຸກໆຄືນຢາກໃຫ້ເພິ່ນຜັນຂະຫຍາຍນະໂຍບາຍນີ້ມາຮອດດອນລະງາ

ເພາະຂ້ອຍເມື່ອຍແບກໄຖຈູງຄວາຍລົງທົ່ງນາ ຢາກຢູເຮືອນວິນລາສອງຊັ້ນ ຢາກມີລົດ

ວິເກ້ຂີ່ ຢາກມີທີວີຈໍແບນເບິ່ງມວຍຕູ້ ຢາກມີເຄື່ອງຫຼິ້ນຄາຣະໂອເກະຮ້ອງຍາມຊຸກເບັຽ

ຢາກມີຕູ້ເຢັນ 21 cube ຢາກມີຕູ້ແຊ່ໃສ່ປາໝູມັນ ຢາກນຸ່ງເສື້ອ Lopo ຄືບ້ານຄືເມືອງ

ເພິ່ນຄືກັນ, ແຕ່ເພິ່ນຄືຜັນຂະຫຍາຍນະໂຍບາຍນີ້ຊ້າແທ້ລະ?

__________________
Anonymous

Date:

Colour Grandpa wrote:

ຄັນຂາຍໃຫ້ຄົນລາວຄືກັນກະໄຄແນ່ ຢ້ານແຕ່ ຈ ກັບ ກ ບາດນີ້ລະ ປາສິກີນດາວ ລາວຊິບໍ່ມີມອ້ງຢູ່

 ຄົນລາວຄືກັນມີແຕ່ຊື້ດີນລາຄາຖືກ ສ່ວນດີນລາຄາແພງມີແຕ່ຈີນມາຊື້ ຂາຍໃຫ້ໃຜກໍ່ບໍ່ສຳຄັນດີນມັນເອົາໄປນຳບໍ່ໄດ້ ຍັງເປັນດີນລາວຄືເກົ່າ ຢ່າສູ່ພາກັນເປັນບ້າຢ້ານຈີນ ໝົດໂລກເຂົາຍີນດີນຕ້ອນຮັບຈີນເພາະເງີນໜາ ຈ່າຍງ່າຍ ບໍ່ຂີ້ຖີ່ຄືພວກຕາເວັນຕົກ ແດກແຕ່ເຂົ້າຈີ່ກັບເນີຍ ຄັນມາທ່ຽວນອນໂຮງແຮມຫ້ອງດຽວເປັນສິບຄົນ ຂີ້ເຮິະ ຂີ້ຮ້າຍສຸດ

ເບິ່ງປະເທດໄທກຍມສ້າງຄອນໂດຂາຍໃຫ້ຈີນລຽບຕາມຊາຍແດນໄທ-ລາວ ໃນໂລກປະຈຸບັນທຸກສິ່ງທຸກຢ່າງຕ້ອງມີຈີນພົວພັນນ້ຳໝົດ ແລະຈີນກໍ່ບໍ່ໄດ້ແຊກແຊງທາງການເມືອງ ບໍ່ໃສ່ຮ້າຍໂຈມຕີໃຜ ບໍ່ຄືອີພໍ່ພວກລາວນອກ ສ້າງເລື້ອງບໍ່ເວັ້ນວັນ

__________________
Aveeno

Date:

ຄົນຈີນຮົງກົງແລະຈີນໃຕ້ຫວັນມາຊື້ບ້ານແລະເຮັດທຸຣະກິດຢູ່ເມືອງຂ້ອຍຫຼາຍ

ເຂົາຍ້າຍມາກ່ອນອັງກິດຈະມອບເກາະຮົງກົງໃຫ້ຈີນ, ສ່ວນຄົນຈີນແຜ່ນດິນ

ໃຫຍ່ບໍ່ຫຼາຍເພາະເຂົາຮັບເອົາແຕ່ນັກໂທດການເມືອງແລະນັກທຸຣະກິດໃຫຍ່ໆ

ເທົ່ານັ້ນ.

ຄົນຕາເວັນຕົກກິນເຂົ້າຈີ່ແລະເນີຍແທ້ ຈະໃຫ້ເຂົາກິນເຂົ້າໜຽວກັບກ້ອຍລາບ

ທຸກມື້ຄືຄົນລາວຊັ້ນເບ໊າະ? ອາດຈະມີແຕ່ພວກເປ້ຖົງຫັ້ນລະເຊົ່າຫ້ອງດຽວ

ນອນເປັນສິບ, ເຂົາວ່າຕອນ Sir MicK ມາຫຼວງພະບາງ ລາວເຊົ່າໂຮງແຮມ

ສອງຫ້ອງ ຫ້ອງນຶ່ງລາວນອນ ສ່ວນອີກຫ້ອງນຶ່ງແມ່ນໄວ້ຫີບຫໍ່ຂອງລາວໂດຍ

ສະເພາະ.

ຂ້ອຍວ່າຈີນເຂົ້າມາແບບເສດຖະກິດ ແຕ່ມີການເມືອງແອບແຝງຢູ່ເບື້ອງຫຼັງ.

 ເຂົາວ່າຄິດຕື້ນ ຄິດໃກ້ເຫັນແຄ່ປາຍຕີນໂຕເອງ. ກໍ່ຈີງຖ້າຈະເວົ້າແບບຂີ້ສໍ້ກັນມັນຫາບຕອນດີນເມືອບ້ານມັນບໍ່ໄດ້

ແຕ່ ສຫ ຮູ້ບໍ່ກຳມະສິດນຳໃຊ້ເປັນຂອງໃຜ?, ເຂົາຊື້ບໍ່ແມ່ນເພື່ອຂຸດເອົາເມືອບ້ານດອກ ຊື້ເພື່ອເປັນເຈົ້າກຳມະສິດ

ແລະ ກໍ່ເພື່ອຮອງຮັບຄົນເຂົາເຂົ້າມາຢູ່, ເບີ່ງແຕ່ປ່າດົງ ຫ້ວຍໜອງ ຄອງບືງ ບ່ອນໃດມອບສິດເປັນເຂດສຳປະທານ

ຂອງເຂົາແລ້ວ ປະຊາຊົນຊິໄປເກັບຜັກເກັບຫຍ້າຢູ່ເຂດນັ້ນກໍ່ບໍ່ໄດ້, ເຂົາຫວງຫ້າມຖືກບໍ່? ຄຳຕອບ ກໍ່ຖືກຕ້ອງເພາະ

ເປັນສິດຂອງເຂົາຕາມກົດໝາຍແລ້ວ. ຂ້າພະເຈົ້າກໍ່ບໍ່ຮູ້ດ້ານກົດໝາຍຂອງປະເທດອື່ນເພີ່ນເປີດກວ້າງຄືແນວໃດ?

ແຕ່ທີ່ຮູ້ປະເທດອ້ອມຂ້າງເຮົານີ້ເພີ່ນກໍ່ບໍ່ໄດ້ອານຸຍາດໃຫ້ຕ່າງຊາດຊື້ທີ່ດີນ ແລະ ເຮືອນໄດ້ ມີແຕ່ເຊົ່າໄດ້ເທົ່ານັ້ນ.

ຄຳວ່າທົ່ວໂລກຍີນດີຕ້ອນຮັບຈີນ, ແຕ່ເພີ່ນຕ້ອນຮັບແບບໃດ ສຫ ຮູ້ບໍ່? ເພີ່ນຮັບແທ້ລະດັບນັກທຸລະກິດໃຫຍ່

ບໍ່ແມ່ນພວກຫາບເຄື່ອງເລາະຂາຍ ຫລື ລະດັບພວກທຸລະກິດນາຍໜ້າຫາຕົ້ມ ຫາຫລອກ. ສຫ ຮູ້ບໍ່ຄົນຈີນ

ຄົນວຽດນາມ ຊິເຂົ້າໄທນີ້ ບໍ່ໄດ້ເຂົ້າງ່າຍດາຍປານໃດເດີ ສຫ ເອີຍ

__________________

Senior Member

Status: Offline
Posts: 212
Date:

Aveeno wrote:

 ແມ່ນແລວ້ນີ້ຄືການແຊກຊືມແບບນີ້ມນວນໂດຍມີອາວຸດເປັນເງີນ.ເທັກໂນໂລຍີ ມາລ້າງສມອງເຮົາ ແທນທີ່ຈະໃຊ້ການທະຫານ ເຂົາໃຊ້ການຕະຫລາດແທນ ເພື່ອບໍ່ໃຫ້ເຮົາຜິດສັງເກດ ແລະເປັນຮູບແບບທີ່ຖືກກົດຫມາຍພອ້ມ 

__________________
Anonymous

Date:

Anonymous wrote:
Anonymous wrote:
Colour Grandpa wrote:

ຄັນຂາຍໃຫ້ຄົນລາວຄືກັນກະໄຄແນ່ ຢ້ານແຕ່ ຈ ກັບ ກ ບາດນີ້ລະ ປາສິກີນດາວ ລາວຊິບໍ່ມີມອ້ງຢູ່

 ຄົນລາວຄືກັນມີແຕ່ຊື້ດີນລາຄາຖືກ ສ່ວນດີນລາຄາແພງມີແຕ່ຈີນມາຊື້ ຂາຍໃຫ້ໃຜກໍ່ບໍ່ສຳຄັນດີນມັນເອົາໄປນຳບໍ່ໄດ້ ຍັງເປັນດີນລາວຄືເກົ່າ ຢ່າສູ່ພາກັນເປັນບ້າຢ້ານຈີນ ໝົດໂລກເຂົາຍີນດີນຕ້ອນຮັບຈີນເພາະເງີນໜາ ຈ່າຍງ່າຍ ບໍ່ຂີ້ຖີ່ຄືພວກຕາເວັນຕົກ ແດກແຕ່ເຂົ້າຈີ່ກັບເນີຍ ຄັນມາທ່ຽວນອນໂຮງແຮມຫ້ອງດຽວເປັນສິບຄົນ ຂີ້ເຮິະ ຂີ້ຮ້າຍສຸດ

ເບິ່ງປະເທດໄທກຍມສ້າງຄອນໂດຂາຍໃຫ້ຈີນລຽບຕາມຊາຍແດນໄທ-ລາວ ໃນໂລກປະຈຸບັນທຸກສິ່ງທຸກຢ່າງຕ້ອງມີຈີນພົວພັນນ້ຳໝົດ ແລະຈີນກໍ່ບໍ່ໄດ້ແຊກແຊງທາງການເມືອງ ບໍ່ໃສ່ຮ້າຍໂຈມຕີໃຜ ບໍ່ຄືອີພໍ່ພວກລາວນອກ ສ້າງເລື້ອງບໍ່ເວັ້ນວັນ

 ເຂົາວ່າຄິດຕື້ນ ຄິດໃກ້ເຫັນແຄ່ປາຍຕີນໂຕເອງ. ກໍ່ຈີງຖ້າຈະເວົ້າແບບຂີ້ສໍ້ກັນມັນຫາບຕອນດີນເມືອບ້ານມັນບໍ່ໄດ້

ແຕ່ ສຫ ຮູ້ບໍ່ກຳມະສິດນຳໃຊ້ເປັນຂອງໃຜ?, ເຂົາຊື້ບໍ່ແມ່ນເພື່ອຂຸດເອົາເມືອບ້ານດອກ ຊື້ເພື່ອເປັນເຈົ້າກຳມະສິດ

ແລະ ກໍ່ເພື່ອຮອງຮັບຄົນເຂົາເຂົ້າມາຢູ່, ເບີ່ງແຕ່ປ່າດົງ ຫ້ວຍໜອງ ຄອງບືງ ບ່ອນໃດມອບສິດເປັນເຂດສຳປະທານ

ຂອງເຂົາແລ້ວ ປະຊາຊົນຊິໄປເກັບຜັກເກັບຫຍ້າຢູ່ເຂດນັ້ນກໍ່ບໍ່ໄດ້, ເຂົາຫວງຫ້າມຖືກບໍ່? ຄຳຕອບ ກໍ່ຖືກຕ້ອງເພາະ

ເປັນສິດຂອງເຂົາຕາມກົດໝາຍແລ້ວ. ຂ້າພະເຈົ້າກໍ່ບໍ່ຮູ້ດ້ານກົດໝາຍຂອງປະເທດອື່ນເພີ່ນເປີດກວ້າງຄືແນວໃດ?

ແຕ່ທີ່ຮູ້ປະເທດອ້ອມຂ້າງເຮົານີ້ເພີ່ນກໍ່ບໍ່ໄດ້ອານຸຍາດໃຫ້ຕ່າງຊາດຊື້ທີ່ດີນ ແລະ ເຮືອນໄດ້ ມີແຕ່ເຊົ່າໄດ້ເທົ່ານັ້ນ.

ຄຳວ່າທົ່ວໂລກຍີນດີຕ້ອນຮັບຈີນ, ແຕ່ເພີ່ນຕ້ອນຮັບແບບໃດ ສຫ ຮູ້ບໍ່? ເພີ່ນຮັບແທ້ລະດັບນັກທຸລະກິດໃຫຍ່

ບໍ່ແມ່ນພວກຫາບເຄື່ອງເລາະຂາຍ ຫລື ລະດັບພວກທຸລະກິດນາຍໜ້າຫາຕົ້ມ ຫາຫລອກ. ສຫ ຮູ້ບໍ່ຄົນຈີນ

ຄົນວຽດນາມ ຊິເຂົ້າໄທນີ້ ບໍ່ໄດ້ເຂົ້າງ່າຍດາຍປານໃດເດີ ສຫ ເອີຍ

 ອັນນີ້ແລ້ວເຂົາວ່າກົບໃນກະໂປະໝາກພ້າວ ປະເທດໃດໆເຂົາກໍ່ໃຫ້ຊື້ໄດ້ອັນເຮືອນ ດີນ ມີແຕ່ປະເທດໂງ່ເທົ່ານັ້ນທີ່ບໍ່ອະນຸຍາດ ມາເບິ່ງຕີຄອນໂດຢູ່ ການາດາ, ອາເມລິກາ ແມ່ນແຕ່ຈີນມາຊື້ກວມເອົາ 70% ແລ້ວເຈົ້າຄິດວ່າຈີນມັນຊື້ໃຫ໊ໝາຢູ່ຫວາ ມັນຊື້ໃຫ້ຄົນຈີນມາຢູ່ຕົວ, ເຈົ້າວ່າຈີນເຂົ້າໄທຢາກວ່າຕິ ຄືບໍ່ໄປເບິ່ງ ດ່ານແມ່ສາຍ, ຊຽງແສນ, ຊຽງຂອງແດ່ ມັນໄປມື້ຈັກຄົນ ລັດຖະບານໄທແຮງອອກນະໂຍບາຍຈູງໃຈໃຫ້ຈີນມາທ່ຽວເບິ່ງຢູ່ບໍ່ຂ່າວໄທ. ຄົນໄທ 50% ແມ່ນເຊື້ອສາຍຈີນ, ຄົນລວຍຢູ່ໄທ 95% ແມ່ນຈີນ, ຄົນມີອຳນາດ 60% ແມ່ນຈີນ ຊ່ວງກຸດຈີນມືນຕາໄປເບິ່ງແດ່ສະຫຼອງກັນໝົດປະເທດ ມີໄຊນາທາວເກືອບທຸກຈັງຫັວດ ໜັງ ລະຄອນ ກໍ່ເວົ້າຈີນບໍ່ຂອດ, ປະເທດລາວເປີດປະເທດແຕ່ປີ 1985 ກ່ອນຫວຽດນາມ ແລະ ກຳປູເຈຍ ແຕ່ທຸກກ່ວາເຂົາໃນປະຈຸບັນຍ້ອນລັດຖະບານຂີ້ຢ້ານຈີນຄືເຈົ້າຄິດຫັ້ນແຫຼະໂດຍສະເພາະຈີນໃຕ້ຫັວນ ເຫັນບໍ່ອ້າຍຫວຽດ, ກຳປູເຈຍ ເຮັດບໍ່ສົນໃຜຊີ່ມາກໍ່ມາ ປະເທດພັດທະນາໄປປານຈະລວດ ສ່ວນລາວຫາກໍ່ຄຶກຄັກ 7ປີມານີ້ແລ້ວຍ້ອນຈີນເຂົ້າມາ ມັນກໍ່ມີອັນຊຸກຍູ້ກັນໄປໃນຕົວ ເຈົ້າຂີ່ລົດໄປແຂວງນອກເບິ່ງແຕ່ລະບ້ານມີລົດໃຫ່ຍ ເຮືອນງາມໆເຕັມ ແຕ່ກີ້ມີລົດຈັກມືສອງຂີ່ກໍ່ວ່າດີແລ້ວ.

ເປີດຕາໃຫ້ກ້ວາງແດ່ ຢ່າມົວແຕ່ຢ້ານ ແລະ ອິດສາຄົນອື່ນ

 ສົງໄສໂຄດໝໍນີ້ແມ່ນຈີນ ຈື່ງຂື້ນໝື້ ຂື້ນມາດປ້ອງກັນ ເອົາແທ້ ເອົາວ່າ ແມ່ນກະທັ້ງໃຊ້ຖ້ອຍຄຳແບບຄົນຊັ້ນຕ່ຳ

ບໍ່ມີໃຜຢາກຖຽງຄົນຫຍາບຊາໃຫ້ເສຍສັກສີດອກ ເຊີນຕາມອັດຖະຍາໄສ ສຫ ໄດ້ເລີຍ

 ລາວເວົ້າມາກໍ່ມີສ່ວນຖືກ, ຄົນຈີນຈາກແຜ່ນດິນໃຫຍ່ ຈີນຈາກຮົງກົງແລະຈີນຈາກໃຕ້ຫວັນ

ໜີມາຢູ່ເມືອງ El Monte ຫຼາຍແທ້ ມີປະມານ 15 ພັນກ່ວາຄົນ. ເຂົາໜີມາແຕ່ປີ 1990

ພວກຂາຍເຮືອນກໍ່ຮັ່ງຍ້ອນຄົນຈີນນີ້ລະ, ຣັຖບານທ້ອງຖິ່ນກໍ່ໄດ້ເງິນຄ່າພາສີຊັບສິນນໍາເຂົາ

ເຈົ້າປີນຶ່ງຫຼາຍຮ້ອຍລ້ານ ແລະຂ້ອຍມີເງິນຈ່າຍຄ່າອິນເຕີເນັດເຂົ້າມາລົມຢູ່ເວັບພາສາລາວກໍ່

ຍ້ອນໄດ້ເງິນຄ່າແຮງຈາກການຕັດຫຍ້າໃຫ້ພວກຄົນຈີນນີ້ລະ.

ແຕ່ຂ້ອຍບໍ່ເຫັນດີໃນຕົວເລກ 70% ເພາະຖ້າທຽບຈໍານວນຄົນຈີນໃສ່ຈໍານວນຄົນຂາວແລະ

ຄົນຊາດອື່ນໆ ເຫັນວ່າມີຕົວເລກນ້ອຍຫຼາຍ, ຊາດທີມາຊື້ບ້ານເຮືອນຢູ່ອາເມຣິກາຫຼາຍກ່ວາ

ໝູ່ແມ່ນຄົນການາດຽນ ຕໍ່ມາຈຶ່ງແມ່ນຈີນ ຊຶ່ງມີປະມານ 40% ຂອງ real estate.

__________________
Anonymous

Date:

ເຫັນດີສະໜັບສະໜູນຕໍ່ນະໂຍບາຍນີ້, ຫຼາຍຄົນມີເງິນຊື້ລົດແພງໆຂີ່ເຕັມບ້ານເຕັມເມືອງ ຈົນບໍ່ມີຖະໜົນງາມໆໃຫ້ໄຕ່. ນອກນີ້, ຍັງເຮັດໃຫ້ພວກລາວນອກ ທີ່ເຄີຍດູຖູກລາວແດງ ເລີ້ມອາຍແລ້ວ ແລະ ບໍ່ກ້າຂີ້ໂມ້ອີກແລ້ວ. ພວກເພິ່ນບໍ່ກ້າເປີດເຫຼົ້າຈອນນີແດງໃຫ້ພວກເຮົາເຫັນຄືເມື່ອກ່ອນແລ້ວ; ເພາະວ່າ ເສດຖີໃໝ່ລາວ ລວຍຈາກຂາຍຊັບ ເພິ່ນດື່ມແຕ່ເຫຼົ້າຈອນນີຟ້າ ຂຶ້ນເມືອ. ແຕ່ຢ່າລືມວ່າ ມີຫຼາຍທ່ານ ຫັນປ່ຽນຫຼາຍໂພດ ຈົນສຸດທ້າຍ ເພິ່ນນອນຢູ່ແຕ່ໃນລົດລາຄາແພງຂອງເພິ່ນ ຍ້ອນເພິ່ນຂາຍໝົດທັງດິນ ແລະ ເຮືອນ ເພື່ອໄປຊື້ລົດ.

__________________
Anonymous

Date:

Anonymous wrote:
Anonymous wrote:

 ສົງໄສໂຄດໝໍນີ້ແມ່ນຈີນ ຈື່ງຂື້ນໝື້ ຂື້ນມາດປ້ອງກັນ ເອົາແທ້ ເອົາວ່າ ແມ່ນກະທັ້ງໃຊ້ຖ້ອຍຄຳແບບຄົນຊັ້ນຕ່ຳ

ບໍ່ມີໃຜຢາກຖຽງຄົນຫຍາບຊາໃຫ້ເສຍສັກສີດອກ ເຊີນຕາມອັດຖະຍາໄສ ສຫ ໄດ້ເລີຍ

ມຶງວ່າກູເປັນຄົນຊັ້ນຕ່ຳ ແລ້ວມຶງມັນຄົນຊັ້ນສູງຊັ້ນເບາະບັກຄວາຍ ຄົນຊັ້ນສູງຄືມາເວົ້າຮອດໂຄດກູ ພວກທີ່ມີເວລາມາອ່ານ ມາຄອມເມັ້ນຢູ່ນີ້ ມີແຕ່ພວກຄົນທຳມະດາ ພວກຊັ້ນກາງ ຊັ້ນສູງເຂົາຊີ່ມີເວລາມາອ່ານນຳມຶງຊັ້ນເບາະ ໂຄດກູບໍ່ແມ່ນຈີນ ແມ່ນລາວ1000% ແຕ່ກູມີຢູ່ມີກີນຍ້ອນຈີນມາພັດທະນາຊ່ວຍນີ້ແຫຼະ ໄດ້ຂາຍດີນລາຄາແພງ ໄດ້ຊົມໃຊ້ເຄື່ອງລາຄາຖືກ ໄດ້ເຮັດສາວຈີນ ຍ້ອນຈີນໝົດ ຮູ້ໄວ້ສາ

__________________

Veteran Member

Status: Offline
Posts: 63
Date:

ບັກສະຫາຍ,ມືງສິຫາຍໄປກັບການເວລາຫັ້ນຫຼະ! ມືງຈະເອົາເຫດຜົນອັນໃດຂອງມືງມາມັນກະເຫັງຊວຍ

ເໝືອນເດີມ,ມືງອ້າງເຫດຜົນວ່າຈີນແລະວຽດໄດ້ພາກັນເຂົ້າມາຊື້ທີ່ດີນຈົນເຮັດໃຫ້ປະຊາຊົນລາວທົ່ວປະເທດ

ລ້ຳລວຍຍ້ອນຂາຍເນື້ອທີ່ດີນທຳກີນແລ້ວເອົາເງີນໄປຊື້ລົດຂີ່ເອົາຣາສີເຂົ້າໃສ່ຕົວ,ສ່ວນນ້ຳມັນເດ! ພັກລັດຈຳໜ່າຍ

ໃຫ້ໃນລາຄາຍ່ອມເຍົາບໍ? ການລຸ້ຍຫ້ຽນເດ! ແລະຄ່າບໍຣິການອື່ນ..ໆ ລ້ວນແລ້ວເປັນການໃຊ້ຈ່າຍພໍສົມຄວນ.

ຫາກນຳໃຊ້ທາງດ້ານທຸຣະກິດຖືກຕ້ອງຫຼືໜ້າທີ່ການງານສົມບູນທີ່ຕ້ອງໃຫ້ມີ,ແຕ່ວ່າປະຊາຊົນທັມະດາຊື້ມາຈອດໄວ້

ໜ້າບ້ານນັ່ງແຍງ, ສຳຫຼັບ  ຂພຈ ຢູ່ຕ່າງປະເທດແລ້ວ ເຫັນຄຸນຄ່າຂອງທີ່ດີນສູງທີ່ສຸດເລີຍ, ດີນໃຫ້ຄຸນປະໂຫຍດຫຼາຍ

ໃນການດຳລົງຊີວິດ,ຫາກປະຊາຊົນລາວພາກັນຂາຍໝົດແລ້ວຕ່າງຊາດກໍ່ຈະກາຍມາເປັນຜູ້ຄຸ້ມຄອງສິດທິທັງໝົດ

ດັ່ງນັ້ນຄົນລາວກໍ່ຈະກາຍເປັນຄົນກຸ່ມນ້ອຍຂອງປະເທດຕົນເອງ.

ຢ່າເຫັນແກ່ແຕ່ສາວນ້ອຍຈີນໃນກິເຫຼດ, ຄຳຂັວນໃນລາວປະຈຸບັນ ລາວນິຍົມຊື້ເຫຼັກ ເຈັກນິຍົມຊື້ທີ່ດີນ,ສະໝອງຂອງ

ສະຫາຍຄວມງຳຢູ່ໃນກະໂປະໝາກພ້າວແທ້..ໆຢ່າກ່າວຫາຄົນອື່ນໂງ່ກ່ວາໂຕ, ລີງໄດ້ໝາກພ້າວ..ຈ້າ..ກະ..ລະ..ໆໆໆໆໆ.blehblehbleh

__________________
Anonymous

Date:

ຮວຍ!!! ຄັນວ່າມັນດີປານນັ້ນ ຄືຈັ່ງບໍ່ສໍາປະທານໝົດປະເທດລາວໂລດ ພໍໃຫ້ພີ່ນ້ອງ

ຂ້ອຍທີ່ຢູ່ດອນພັງເຄົາໄດ້ເປັນເສດຖີເງີນລ້ານນໍາເຂົາແດ່ ອັນນີ້ໂລດອາໄສແຕ່ສົ່ງລູກ

ໄປເປັນກໍາມະກອນ ຢູ່ເມືອງໄທພຸ້ນ ຈັ່ງພໍມີເງິນຊື້ດິນກະເບື້ອງມຸງເຮືອນ.

 ຮາໆໆໆໆໆໆໆໆໆໆໆໆໆໆໆໆ ພີ່ນ້ອງຂ້ອຍຢູ່ດອນແອນກໍ່ຢາກເປັນເສດຖີລ້ານໂດລາຄືກັນ

ແຕ່ກໍ່ຕ້ອງໄດ້ອົດໃຈລໍຖ້າເພາະນະໂຍບາຍເພິ່ນຜະລິດເສດຖີໃນຕົວເມືອງໃຫຍ່ອອກໄປສູ່

ຊົນນະບົດ ແລະຄາດວ່າອີກສັດຕະວັດນຶ່ງພຸ້ນລະຈຶ່ງຈະຂະຫຍາຍອອກມາຮອດດອນແອນ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Colour Grandpa wrote:

ຄັນຂາຍໃຫ້ຄົນລາວຄືກັນກະໄຄແນ່ ຢ້ານແຕ່ ຈ ກັບ ກ ບາດນີ້ລະ ປາສິກີນດາວ ລາວຊິບໍ່ມີມອ້ງຢູ່

 ຄົນລາວຄືກັນມີແຕ່ຊື້ດີນລາຄາຖືກ ສ່ວນດີນລາຄາແພງມີແຕ່ຈີນມາຊື້ ຂາຍໃຫ້ໃຜກໍ່ບໍ່ສຳຄັນດີນມັນເອົາໄປນຳບໍ່ໄດ້ ຍັງເປັນດີນລາວຄືເກົ່າ ຢ່າສູ່ພາກັນເປັນບ້າຢ້ານຈີນ ໝົດໂລກເຂົາຍີນດີນຕ້ອນຮັບຈີນເພາະເງີນໜາ ຈ່າຍງ່າຍ ບໍ່ຂີ້ຖີ່ຄືພວກຕາເວັນຕົກ ແດກແຕ່ເຂົ້າຈີ່ກັບເນີຍ ຄັນມາທ່ຽວນອນໂຮງແຮມຫ້ອງດຽວເປັນສິບຄົນ ຂີ້ເຮິະ ຂີ້ຮ້າຍສຸດ

ເບິ່ງປະເທດໄທກຍມສ້າງຄອນໂດຂາຍໃຫ້ຈີນລຽບຕາມຊາຍແດນໄທ-ລາວ ໃນໂລກປະຈຸບັນທຸກສິ່ງທຸກຢ່າງຕ້ອງມີຈີນພົວພັນນ້ຳໝົດ ແລະຈີນກໍ່ບໍ່ໄດ້ແຊກແຊງທາງການເມືອງ ບໍ່ໃສ່ຮ້າຍໂຈມຕີໃຜ ບໍ່ຄືອີພໍ່ພວກລາວນອກ ສ້າງເລື້ອງບໍ່ເວັ້ນວັນ

 ເຂົາວ່າຄິດຕື້ນ ຄິດໃກ້ເຫັນແຄ່ປາຍຕີນໂຕເອງ. ກໍ່ຈີງຖ້າຈະເວົ້າແບບຂີ້ສໍ້ກັນມັນຫາບຕອນດີນເມືອບ້ານມັນບໍ່ໄດ້

ແຕ່ ສຫ ຮູ້ບໍ່ກຳມະສິດນຳໃຊ້ເປັນຂອງໃຜ?, ເຂົາຊື້ບໍ່ແມ່ນເພື່ອຂຸດເອົາເມືອບ້ານດອກ ຊື້ເພື່ອເປັນເຈົ້າກຳມະສິດ

ແລະ ກໍ່ເພື່ອຮອງຮັບຄົນເຂົາເຂົ້າມາຢູ່, ເບີ່ງແຕ່ປ່າດົງ ຫ້ວຍໜອງ ຄອງບືງ ບ່ອນໃດມອບສິດເປັນເຂດສຳປະທານ

ຂອງເຂົາແລ້ວ ປະຊາຊົນຊິໄປເກັບຜັກເກັບຫຍ້າຢູ່ເຂດນັ້ນກໍ່ບໍ່ໄດ້, ເຂົາຫວງຫ້າມຖືກບໍ່? ຄຳຕອບ ກໍ່ຖືກຕ້ອງເພາະ

ເປັນສິດຂອງເຂົາຕາມກົດໝາຍແລ້ວ. ຂ້າພະເຈົ້າກໍ່ບໍ່ຮູ້ດ້ານກົດໝາຍຂອງປະເທດອື່ນເພີ່ນເປີດກວ້າງຄືແນວໃດ?

ແຕ່ທີ່ຮູ້ປະເທດອ້ອມຂ້າງເຮົານີ້ເພີ່ນກໍ່ບໍ່ໄດ້ອານຸຍາດໃຫ້ຕ່າງຊາດຊື້ທີ່ດີນ ແລະ ເຮືອນໄດ້ ມີແຕ່ເຊົ່າໄດ້ເທົ່ານັ້ນ.

ຄຳວ່າທົ່ວໂລກຍີນດີຕ້ອນຮັບຈີນ, ແຕ່ເພີ່ນຕ້ອນຮັບແບບໃດ ສຫ ຮູ້ບໍ່? ເພີ່ນຮັບແທ້ລະດັບນັກທຸລະກິດໃຫຍ່

ບໍ່ແມ່ນພວກຫາບເຄື່ອງເລາະຂາຍ ຫລື ລະດັບພວກທຸລະກິດນາຍໜ້າຫາຕົ້ມ ຫາຫລອກ. ສຫ ຮູ້ບໍ່ຄົນຈີນ

ຄົນວຽດນາມ ຊິເຂົ້າໄທນີ້ ບໍ່ໄດ້ເຂົ້າງ່າຍດາຍປານໃດເດີ ສຫ ເອີຍ

 ເຫັນດ້ວຍນຳທ່າຜູ່ຂຽນໜັງສືສີຟ້າເດີ  ປະຊາຊົນຈີນລົ້ນປະເທດ ຂະໜາດວ່າປະເທດອື່ນ

ທີ່ມີທະເລແລະມະຫາສະໝຸດຂັ້ນເຂົາຍັງສະກັດກັ້ນ
ການຫລັ່ງໄຫລເຂົ້າຂອງຄົນຈີນ ນອກຈາກວ່າຜູ່ທີ່ຢູ່ໃນເງື່ອນໄຂ ເຊ່ນນັກທຸລະກິດ
ມີເງິນຕາມກົດເຂົາວາງໄວ້ ລາວມີຊາຍແດນຕິດກັບຈີນຖ້າເປີດໃຫ້ເຂົາ ເຂົ້າມາງ່າຍດາຍແບບນີ້

ອີກຊາວສາມສິບປີຂ້າງໜ້າ ພາສາທາງການອາດຈະເພື່ມພາສາຈີນເຂົ້າໄປ ແລະອີກຮ້ອຍປີຂ້າງໜ້າ.....

__________________
Anonymous

Date:

Anonymous12 wrote:

ບັກສະຫາຍ,ມືງສິຫາຍໄປກັບການເວລາຫັ້ນຫຼະ! ມືງຈະເອົາເຫດຜົນອັນໃດຂອງມືງມາມັນກະເຫັງຊວຍ

ເໝືອນເດີມ,ມືງອ້າງເຫດຜົນວ່າຈີນແລະວຽດໄດ້ພາກັນເຂົ້າມາຊື້ທີ່ດີນຈົນເຮັດໃຫ້ປະຊາຊົນລາວທົ່ວປະເທດ

ລ້ຳລວຍຍ້ອນຂາຍເນື້ອທີ່ດີນທຳກີນແລ້ວເອົາເງີນໄປຊື້ລົດຂີ່ເອົາຣາສີເຂົ້າໃສ່ຕົວ,ສ່ວນນ້ຳມັນເດ! ພັກລັດຈຳໜ່າຍ

ໃຫ້ໃນລາຄາຍ່ອມເຍົາບໍ? ການລຸ້ຍຫ້ຽນເດ! ແລະຄ່າບໍຣິການອື່ນ..ໆ ລ້ວນແລ້ວເປັນການໃຊ້ຈ່າຍພໍສົມຄວນ.

ຫາກນຳໃຊ້ທາງດ້ານທຸຣະກິດຖືກຕ້ອງຫຼືໜ້າທີ່ການງານສົມບູນທີ່ຕ້ອງໃຫ້ມີ,ແຕ່ວ່າປະຊາຊົນທັມະດາຊື້ມາຈອດໄວ້

ໜ້າບ້ານນັ່ງແຍງ, ສຳຫຼັບ  ຂພຈ ຢູ່ຕ່າງປະເທດແລ້ວ ເຫັນຄຸນຄ່າຂອງທີ່ດີນສູງທີ່ສຸດເລີຍ, ດີນໃຫ້ຄຸນປະໂຫຍດຫຼາຍ

ໃນການດຳລົງຊີວິດ,ຫາກປະຊາຊົນລາວພາກັນຂາຍໝົດແລ້ວຕ່າງຊາດກໍ່ຈະກາຍມາເປັນຜູ້ຄຸ້ມຄອງສິດທິທັງໝົດ

ດັ່ງນັ້ນຄົນລາວກໍ່ຈະກາຍເປັນຄົນກຸ່ມນ້ອຍຂອງປະເທດຕົນເອງ.

ຢ່າເຫັນແກ່ແຕ່ສາວນ້ອຍຈີນໃນກິເຫຼດ, ຄຳຂັວນໃນລາວປະຈຸບັນ ລາວນິຍົມຊື້ເຫຼັກ ເຈັກນິຍົມຊື້ທີ່ດີນ,ສະໝອງຂອງ

ສະຫາຍຄວມງຳຢູ່ໃນກະໂປະໝາກພ້າວແທ້..ໆຢ່າກ່າວຫາຄົນອື່ນໂງ່ກ່ວາໂຕ, ລີງໄດ້ໝາກພ້າວ..ຈ້າ..ກະ..ລະ..ໆໆໆໆໆ.blehblehbleh

 ມຶງເຂົ້າໃຈຄຳວ່າ ສິດເສຣີປະຊາທິປະໄຕບໍ່ ແນວເຂົາມີດີນເຂົາຂາຍດີນເຂົາມຶງຊີ່ໄປເດືອດຮ້ອນເຮັດຫັຍງ ສິດຂອງເຂົາມີດີນມາຈັກຊົ່ວຄົນທຸກຄືເຮືອດ ບາດຂາຍດີນປັນເປັນເສດຖີກັບມ້ອງໃຜຊີ່ຍາກທຸກ ຂາຍແລ້ວມັນຊີ່ໄປຊື້ຫັຍງກໍ່ຢ່າມັນຕີ ສິ່ງສຳຄັນບໍ່ໃຫ້ລັດຂາຍດີນລັດພຸ້ນ ຜ່ານມາລັດເພິ່ນມີແຕ່ໃຫ້ເຊົ່າ, ສ່ວນຄວາມເວົ້າບັກໜັງສືສີຟ້າທີ່ວ່າປະເທດອື່ນເຂົາເລືອກ ລາວກໍ່ເລືອກຄືກັນຄັນວ່າໃຜມີຄວາມສາມາດມາຊື້ດີນໄດ້ໃນລາຄາສອງລ້ານໂດລາຂຶ້ນໄປມັນບໍ່ແມ່ນຄົນທຸກດອກ ໃຫ້ມັນເອີ້ນກັນມາໂລດ ສ່ວນພວກຂີ້ທຸກມາເລາະຫາບເຄື່ອງຂາຍມັນອີກເລື້ອງນຶ່ງເພິ່ນຫາກຊີ່ຈັດການດອກ ອັນເຂົາເວົ້າກັນໃນຫົວຂໍ້ນີ້ແມ່ນຄົນຈີນມີເງີນມາຊື້ດີນ ບັກຄວາຍເອີຍເຂົ້າໃຈບໍ່

__________________
Anonymous

Date:

ຟັງພວກທ່ານລົມກັນກະຫາກໄດ້ຄວາມຮູ້ຫຼາຍເຕີບ

ຂອບໃຈຫຼາຍໆ ຂໍຢ່າງດຽວ ຂໍໃຫ້ຜິດກັນຫຼິ້ນໆ ບໍ່ຕ້ອງເຮັດແທ້ເດີ

ຂອບໃຈ

__________________
Anonymous

Date:

ບອ່ນໄດທຳເລດີດີ ຂາຍໄປເລີຍ

ປອ່ຍໄຫ້ສ້າງໄປເລີຍ

ສ້າງແລວ້ສ້າງອີກ

ສວ່ນຂອ້ຍບໍ່ຊື້ດອກລາຄາໂຄດແພງຫັ້ນ ໄປຫາບອ່ນມັນຖືກໆໄວ້ກອນ ຖ້າມີເງິນຈຶ່ງກັບມາຊື້ເອາ ຄອນໂດ ຈັກ ຢູນິດນຶ່ງກໍພໍ

ຖ້າຈົນກວ່າ ມັນຖືກລັງອີກ ຍອ້ນບາງທີ ສ້າງຫລາຍສີກາຍເປັນ ແບບຫລາຍປະເທດ

__________________
Anonymous

Date:

ແມ່ນຄວາມເຈົ້າພໍ່ອາວຂ້າງເທິງນິ້ ຂ້ອຍບໍ່ບ້າໄປຊື້ພໍໃຫ້ເຂົາມີດອກ ໃນເຂດວຽງຈັນນີ້

ແມ່ນແຕ່ນອນກະຍັງບໍ່ຫຼັບແລ້ວ ຈັກແມ່ນອີ່ຫຽັງ ຈັ່່ງວ່າພາກັນຕຶ່ນເຊົ້າເອົາແທ້. ຕອນທ່ຽງຄືນ

ພັດແມ່ນເດັກນ້ອຍໄວຮຸ້ນ ແຂ່ງລົດກັນ. ໄປຊື້ຢູ່ເມືອງໃໝ່ ມຸນລະປາໂມກພຸ້ນ ຈັກຫ້າພັນກະໄດ້ນາ ເປັນທົ່ງແລ້ວ

ທັງບໍ່ອືດປາກິນອີກ. ວ່າແລ້ວກະຊິລົງໄປຫ້ວຍກະດຽນກ່ອນເດີ.

__________________
Anonymous

Date:

Anonymous wrote:

 ຄົນລາວຄືກັນມີແຕ່ຊື້ດີນລາຄາຖືກ ສ່ວນດີນລາຄາແພງມີແຕ່ຈີນມາຊື້ ຂາຍໃຫ້ໃຜກໍ່ບໍ່ສຳຄັນດີນມັນເອົາໄປນຳບໍ່ໄດ້ ຍັງເປັນດີນລາວຄືເກົ່າ ຢ່າສູ່ພາກັນເປັນບ້າຢ້ານຈີນ ໝົດໂລກເຂົາຍີນດີນຕ້ອນຮັບຈີນເພາະເງີນໜາ ຈ່າຍງ່າຍ ບໍ່ຂີ້ຖີ່ຄືພວກຕາເວັນຕົກ ແດກແຕ່ເຂົ້າຈີ່ກັບເນີຍ ຄັນມາທ່ຽວນອນໂຮງແຮມຫ້ອງດຽວເປັນສິບຄົນ ຂີ້ເຮິະ ຂີ້ຮ້າຍສຸດ

ເບິ່ງປະເທດໄທກຍມສ້າງຄອນໂດຂາຍໃຫ້ຈີນລຽບຕາມຊາຍແດນໄທ-ລາວ ໃນໂລກປະຈຸບັນທຸກສິ່ງທຸກຢ່າງຕ້ອງມີຈີນພົວພັນນ້ຳໝົດ ແລະຈີນກໍ່ບໍ່ໄດ້ແຊກແຊງທາງການເມືອງ ບໍ່ໃສ່ຮ້າຍໂຈມຕີໃຜ ບໍ່ຄືອີພໍ່ພວກລາວນອກ ສ້າງເລື້ອງບໍ່ເວັ້ນວັນ

 ແຕ່ລະປີຈີນເຈາະເວັບໄຊຂອງພວກທຸຣະກິດໃນທົ່ວໂລກສ້າງຄວາມເສັຽຫາຍຫຼາຍຮ້ອຍຕື້ໂດລາ

ຜລິດອາຫານແລະນົມທີ່ຂາດຄຸນນະພາບເພື່ອທໍາຣາຍສຸຂະພາບຂອງເດັກນ້ອຍໃນທະວີບອາຟຣິກາ

ຈົນເຂົາເສັຽຊີວິດປີລະຫຼາຍໝື່ນຄົນແລະຂ້ອຍຄິດວ່າເດັກນ້ອຍລາວຈໍານວນນຶ່ງຄົງຈະໄດ້ຮັບຜົນ

ກະທົບເຊັ່ນກັນແຕ່ຣັຖບານລາວບໍ່ເປີດເຜີຍຄວາມຈິງສູ່ມວນຊົນໃຫ້ຮັບຮູ້ນໍາ, ມື້ນຶ່ງເຈົ້າອາດຈະພົບ

ບັນຫານີ້ດ້ວຍຕົນເອງ ບໍ່ແມ່ນສາບແຊ່ງເດີ ເຕືອນໄວ້ຊື່ໆ.

__________________
Anonymous

Date:

ຄົນລາວຢູ່ເມືອວລາວບໍ່ໂງ່ດອກ ແລະກາບໍ່ພໍອຶດຢາກດອກເລື້ອງດິນເລືອງດອນຍັງມີເຫລືອເຟືອ ເວົ້າເຖິງເຈັກເຖິງຈີນ ໄຜຮູ້ບໍ່ວ່າ ເມືອງ ປາຣີ13 ແຕ່ກອ່ນປົດປອ່ຍຫາເຈັກຕົວນຶ່ງຍັງບໍ່ເຫັນ ດຽວນີ້ຄົນຈີນຍຶດຫມົດແລວ້ ເມືອງ ແອລເອ ກໍສຳ່ເມືອງຈີນ

 ແລ້ວທ່ານກໍ່ຢາກໃຫ້ເມືອງລາວເປັນຄືເຂົາຫັ້ນບໍ?

__________________
ຄົງເກ໊າະຕ໊ຽນ

Date:

ຄົນຈີນຢູ່ Los Angeles ມີແຕ່ 5-6 ໝື່ນຄົນເທົ່ານັ້ນ ທຽບໃສ່ຈໍານວນປະຊາກອນທັງໝົດ

ໃນກໍາແພງນະຄອນ LA ມີບໍ່ຮອດສອງເປີເຊັນຊໍ້າ. ເນື້ອທີ່ Chinatown ມີປະມານ 2 ຕາຕະ

ລາງກິໂລແມັດເທົ່ານັ້ນ, ເມືອງຈີນນ້ອຍຢູ່ຊານຟານ ແລະນິວຢອກໃຫຍ່ກ່ວາ.

ຖ້າທຽບໃສ່ເມືອງໄຊງ່ອນຢູ່ Westminster ວຽດໃຫຍ່ກ່ວາເພາະເຂົາມີເຈົ້າເມືອງ ມີຄະນະເມືອງ

ແລະມີກອງຕໍາຣວດເປັນຂອງເຂົາເອງ.

ສໍາລັບເລື້ອງຢູ່ໃນສູນອົບພະຍົບນັ້ນ ຂ້ອຍຄິດວ່າມີເຫດມັນຈຶ່ງມີຜົນ, ຄົນໄທທີ່ດີມີຫຼວງຫຼາຍ

ກະລຸນາຢ່າເອົາຄວາມຊົ່ວຂອງຄົນບາງຄົນມາເປັນຫຼິ້ມຄວາມສໍາພັນອັນດີງາມຂອງສອງຊາດ.

ທະຫານອ້າຍນ້ອງຜູ່ບໍ່ດີ ຜູ່ບໍ່ຢູ່ໃນກົດລະບຽບວິໄນຂອງກອງທັບກໍ່ມີຄືກັນ, ຖ້າຜູ່ໃດເຄີຍຢູ່ບ້ານ

ທົ່ງປົ່ງໃນປີ 1979 ຄົງຮູ້ດີວ່າເດັກນ້ອຍອາຍຸ 13 ປີ ຕາຍຍ້ອນນໍ້າມືຂອງໃຜ !

__________________
Anonymous

Date:

ຈີນກາຍເປັນມະຫາອຳນາດເສດຖະກິດໃຫ່ຍອັນດັບນຶ່ງຂອງໂລກແທນອາເມລິກາໄປຮຽບຮ້ອຍແລ້ວ

According to official statistics released by China and the US, China surpassed the US in 2012 as the world's largest exporting and importing nation after it overcame Germany in 2009 as the world's largest exporter.
 
With the latest achievement, the country has reached another critical milestone in its rise to global economic power and influence.
 
Bureau of Economic Analysis (BEA) report released by the US Department of Commerce on February 8, 2008, showed that US import and export of goods in 2012 amounted to $3.82 trillion. According to Bloomberg, a report released by China's customs administration in January showed that the country's total trading of goods, both import and export in 2012, amounted to $3.87 trillion.
 
Bloomberg News reports that Nicholas Lardy, a senior fellow at the Peterson Institute of International Economics in Washington, said: "It is remarkable that an economy that is only a fraction of the size of the U.S. economy has a larger trading volume." According to Bloomberg, Lardy said the increase in the volume of China's trade in goods was not due entirely to its undervalued currency which promotes exports due to cost advantage in the global market. To support his argument, he pointed out that China's imports have grown more rapidly than exports since 2007.
 
Global trade analysts note, however, that a significant part of China's imports represents raw materials imports and parts to be assembled into finished products or re-exportation.
 
According to the US Bureau of Economic Analysis (BEA), total US trade in 2012, when imported and exported services are taken into account along with goods, was $4.93 trillion. BEA reports that the US recorded a trade surplus of $195.3 billion in services last year, but posted a deficit in excess of $700 billion in goods. However, China posted a trade surplus of $231.1 billion in goods in the same period.

Read more: http://www.digitaljournal.com/article/343268#ixzz2KeY3fhqS

__________________
Anonymous

Date:

ຢາກຍໍຖາມແດ່ວ່າ ລະຫວາງ່ຄົນລາວ ກັບຄົນຈີນ ເຂົ້າມາເມກາພອ້ມກັນ ຈີນມາແບບບໍ່ຖືກຕອ້ງ ແຕ່ລາວມາແບບຖືກເບິ່ງແຍງ ມາຮອດດຽວນີ້ ໃຜໄດ້ດີກອ່ນກັນ ແລະໄຜເປັນພາລະແກ່ສັງຄົມຫລາຍກວ່າ

__________________
CallAway

Date:

ຄົນຈີນແຜ່ນດິນໃຫຍ່ທີ່ລັກເຂົ້າອາເມຣິກາຈະມີໂອກາດອອກມາເປັນພາລະໃຫ້ສັງຄົມແນວໃດ

ໃນເມື່ອເຂົາບໍ່ມີໂອກາດເຫັນແສງອາທິດໃນ Chinatown, ພວກມາເຟັຽຂັງເຂົາຢູ່ຫ້ອງໃຕດິນ

ພຸ້ນນະ(ເວົ້າຕາມທີ່ເຫັນໃນໜັງເດີ).

ດຽວນີ້ ຄົນຈີນແຜ່ນດິນໃຫຍ່ລັກເຂົ້າເມືອງແບບໃໝ່ເດີ ສ່ວນຫຼາຍແມ່ນພວກເສດຖີມີເງິນ,

ເວລາເຂົາມີລູກຄົນທີສອງປະມານສອງສາມເດືອນ ເຂົາຈະຂໍເຂົ້າໄປທ່ຽວອາເມຣິກາ, ແລ້ວ

ເຂົາຈະໄປພັກຢູ່ພາກໃຕ້ຂອງຣັຖ California ເມືອງ Chino Hill. ເມືອງນີ້ຈະມີຄະຣຶຫາດ

ນຶ່ງຊຶ່ງໃຫ້ພວກແມ່ມານຈີນພັກເຊົາຈົນເຂົາອອກລູກ, ເພາະຢູ່ກົດໝາຍຂອງອາເມຣິກາແມ່ນ

ອະນຸຍາດໃຫ້ເດັກນ້ອຍທີ່ເກີດໃນອາເມຣິກາໄດ້ເປັນສັນຊາດອາເມຣິກັນຢ່າງອັດຕະໂນມັດ.

ປະເທດຈີນເປັນປະເທດຈະເຣີນແລະມີເສດຖະກິດດີ ແຕ່ເປັນຫຍັງຄົນຈີນຈຶ່ງຢາກໜີໄປຢູ່

ປະເທດອື່ນ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard