Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການເອີ້ນລາຄາສີນຄ້າເປັນເງີນຕາຕ່າງປະເທດ
ຊາວນາ

Date:
ການເອີ້ນລາຄາສີນຄ້າເປັນເງີນຕາຕ່າງປະເທດ


ລັດຖະບານໄດ້ປະກາດ, ທັງໂຄສະນາຫລາຍຮູບແບບ ກ່ຽວກັບການລົນນະລົງບໍ່ໃຫ້

ຕິດລາຄາ ຫລືເອີ້ນລາຄາສີນຄ້າເປັນເງີນຕາຕ່າງປະເທດ, ໃຫ້ເອີ້ນລາຄາເປັນເງີນກີບ

ແລະ ໃຊ້ແຕ່ເງີນກີບ. ແຕ່ການປະຕິບັດກໍ່ບໍ່ໄດ້ມີການຕິດຕາມກວດກາ ເຂັ້ມງວັດ ກວດຂັນແນວໃດ

ບໍ່ໄດ້ມີການປະຕິບັດມາດຕະການຕໍ່ຜູ້ລະເມີດແຕ່ຢ່າງໃດ. ຢູ່ໃນນີ້ສີ່ງທີ່ ຂພຈ ຜູ້ມີ

ຄວາມຮູ້ໜ້ອຍນີ້ສັງເກດເຫັນທາງພາກລັດເພີ່ນຄິດໄລ່ມູນຄ່າໂຄງການກໍ່ສ້າງຕ່າງໆ

ແມ່ນເພີ່ນໃຊ້ລາຄາເປັນເງີນ ໂດລາສະຫະລັດ ເກືອບທັງໝົດ ບໍ່ວ່າຈະເປັນໂຄງການນ້ອຍ

ຫລືໃຫຍ່, ບໍ່ວ່າຈະເປັນໂຄງການໃຊ້ງົບປະມານຂອງລັດຖະບານລາວ ຫລື ໂຄງການຊ່ວຍເຫລືອ

ຈາກຕ່າງປະເທດ, ແລ້ວເຮັດແນວໃດຈື່ງຈະຫ້າມພວກຊາວຄ້າຂາຍໃນຕລາດໄດ້. ທ່ານໃດ

ຮູ້ເຫດຜົນ ກໍ່ຊ່ວຍອະທິບາຍໃຫ້ຫລາຍຄົນຮູ້ນຳດ້ວຍ



__________________
Anonymous

Date:

ອ່ານບົດນີ້ແລ້ວຮູ້ສຶກເສົ້າໃຈຫຼາຍທີ່ໄດ້ຮູ້ວ່າຄົນໃນປະເທດລາວບໍ່ມີກີບໃນຫົວໃຈ.nonono



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard