Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳສຸພາສິດລາວ
Anonymous

Date:
ຄຳສຸພາສິດລາວ

ໃຜມີຄຳເດັດໆມາແບ່ງກັນເບີ່ງ

__________________
Anonymous

Date:

Anonymous wrote:

ໃຜມີຄຳເດັດໆມາແບ່ງກັນເບີ່ງ

ກຳຂີ້ດີກ່ວາກຳຕົດ

ນ້ຳເຕົ້າເປົ່າ ດັງໄກ

ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ

ສິບປາກເວົ້າ ບໍ່ເທົ່າຕາເຫັນ

ປາໂຕດຽວ ເໜົ່າທັງຂ້ອງ

ເອົາເທົ່ານີ້ກ່ອນເນາະ ມີຫຼາຍຍັງຄິດບໍ່ທັນພໍ້

__________________
Anonymous

Date:

ຕໍານິນາຍ ພາຍຖົງໜີ.

ນໍ້າຂຶ້ນໃຫ້ຮີບຕັກ.

__________________
Anonymous

Date:

ກ້າວໄປຫນ້າແບບຊ້າໆ ດີກວ່າໄປໄວແຕ່ຍັງມີບາດກ້າວຖອຍຫລັງ

__________________
Anonymous

Date:

Anonymous wrote:

ຕໍານິນາຍ ພາຍຖົງໜີ.

ນໍ້າຂຶ້ນໃຫ້ຮີບຕັກ. + ຜູ້ສາວມັກໃຫ້ຮີບ .... ຂໍ

ໄມ້ລຳດຽວລ້ອມຮົ້ວໄຄວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ

ນົກອີ່ອ້ຽງກີນໝາກໂພໄຮ ແຊວແຊວສຽງບໍ່ມີໂຕຮ້ອງ ບາດມັນຮ້ອງໂຕດຽວໝົດໝູ່

ໂລກນີ້ຫາກບໍ່ຕັ້ງທ່ຽງໝັ້ນເໝືອນດັ່ງນີລະພານ ເກີດມາໃນສົງສານຍາກແຄນແສນຫຍຸ້ງ

(ຂໍຈົບໄວ້ເທົ່ານີ້ກ່ອນເພື່ອທ່ານອື່ນຈະມີສຸພາສິດທີ່ໜ້າຮູ້ມາປະກອບຕື່ມອີກ)

ตักกะเตัม บ่ตักกะเตัม

__________________
Anonymous

Date:

ໃຜຊິແລເຫັນໄສ້ ຕັບໄຕນົກຂີ້ຖີ່ ປາກມັນຮ້ອງ ປືດ ປືດ ໃຈລ້ຽວໃສ່ກະປູ

__________________
Anonymous

Date:

ໃຜມີສຸພາສິດກຽ່ວກັບ ປາຄໍ່ໃຫ່ຍ

__________________
Anonymous

Date:

ເພິ່ນວ່າຫີນແຜ່ນລ້ານ..... ກ້ອນໃຫຍ່ຄືຊິຫນັກ ແທ້ນໍ

ບາດວ່າເອົາສະໂນຕິດ....... ຊັ່ງຊາສັງມາໄດ້

ຜິວ່າຕາມຕາຄີ້ວ............. ຄືສະໂນສິຫນັກກວ່າ

ຄັນແມ່ນຕາບໍຄີ້ວ............ ສິເບົາເບື້ອງຝ່າຍສະໂນ

__________________
Anonymous

Date:

ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຫັກ.

__________________
Anonymous

Date:

9 od 9 yeun haak ja dai thorn kham!

__________________
Anonymous

Date:

- ເຈົ້າຜູ້ມີຄວາມຮູ້ ເຕັມຖົງພຽງປາກ ສອນໂຕເອງບໍ່ໄດ້ ໃຜຊິຍ້ອງວ່າດີ 

- ເຊື້ອຊາດແຮ້ງ ຢ່າເໜັນສາບກຸຍກັນ ເກີດເປັນຄົນຄືກັນ ໃຫ້ຮັກແພງກັນໄວ້ 

ໃຜເຮັດດີໃຫ້ຊ່ອຍຍູ້ ນຳຊູຢ່າຢ້ານລື່ນ ໃຜເຮັດຜິດໃຫ້ຊ່ອຍເວົ້າ ໄຂແກ້ຊ່ອຍກັນ 

- ເປັນເສືອແລ້ວລາຍບໍ່ລາຍເຂົາກໍ່ຕູ່ ບໍ່ໄດ້ບຸປ່າຮ້າຍ ເຂົາກໍ່ປ້າຍໃສ່ຄວາມ

- ເຫັນວ່າມີສຸກແລ້ວ ບໍ່ຫລຽວແລພວກເພື່ອນ ຄັນບໍ່ສຸກຢູ່ເລື້ອຍ ຊິຫລຽວໜ້າເບິ່ງໃຜ 

ພໍຫອມປາກຫອມຄໍ

__________________

Guru

Status: Offline
Posts: 695

thanks.. I like it

__________________

 187557797.jpg

Anonymous

Date:

cheerball wrote:

ຄົນໃຕ້: ເສນາຫມາກຂີ້ກາ ( ຄຳນີ້ຄວາມຫມາຍຖືກກັບທຸກສະພາບສັງຄົມ)

ຄຳວ່າ: "ເຂົ້າກະຕ່າຍໍໂຕ" ໃຊ້ໄດ້ບໍ່ທ່ານ ຄົນໃຕ້?

ຄົນໃຕ້ :ໄດ້ຄືກັນຕົວາອາວ ( ຊຶ່ງຫມາຍຄວາມວ່າຄົນທີ່ເຫັນຕົນເອງດີກວ່າຄົນອື່ນແລະເຫັນສິ່ງໂຕເອງເຮັດແມ່ນຖືກກວ່າຜູ້ອື່ນຫຼືເວົ້າອີກຢ່າງ ເປັນຄົນຂີ້ໂມ້ ) ແມ່ນແບບນີ້ບໍອາວ.

__________________
Anonymous

Date:

                   **************

ຄັນວ່າຄວາມຄົນເວົ້າ  ຂົມໃນຢ່າຟ້າວຈົ່ມ

ລາງເທື່ອຂົມຂີ້ເພັ້ຽ   ພາຍໜ້າຫາກຊິດີ

ຢ່າຟ້າວຕິຕຽນເວົ້າ   ຜັກກະເດົາຂົມຂື່ນ

ບາດໄດ້ກິນລາບກ້ອຍ   ຊິຫຼົງຍ້ອງວ່າດີໃດ

                         ***********

ກົກບໍ່ຝັງແໜ້ນ   ປາຍຊິດົກໃຫຍ່ກະຕາມຖ້ອນ

ຮາກບໍ່ຝັງເລິກພື້ນ   ບໍ່ມີໜັ້ນຢູ່ໄດ້ດົນ  ດອກນາ

                 ***********

ນັ່ງໃຫ້ເບິ່ງທີ່  ໜີໃຫ້ເບິ່ງບ່ອນ

ຢູ່ໃຫ້ປູກມອນ  ໜີໃຫ້ຊອນຮົ້

                ***********

ຕາບອດແຈ້ງ  ບໍ່ຮູ້ຮ່ອມທາງເດີນ

ຄັນບໍ່ແຍງເງົາເຫັນ  ຊິບອດຕາຍຕະຜອງເຖົ້າ

                  ****************

ທາງກວ້າງຕໍ່ກວ້າງ  ສັງມາທຽວແຕ່ທາງຮ່ອມ

ໝົກປາແດກຕັ້ງໂຈ້ໂກ້  ສັງມາຈ້ຳຕັ້ວແຕ່ຕອງ

                 **********

ນັກປາຊຮ້າຍ ໃຫ້ໝອບໃຫ້ຄານ

ອັນຕະພານດີ  ໃຫ້ໜີໄກສິບໂຍດ

                 ***********

ກິນບໍ່ຊ່າງກິນ  ເປັນໜີ້

ຕົດບໍ່ຊ່າງຕົດ  ຂີ້ອອກນຳ

                 ************

ໃຜທຸກໃຫ້ລ້ຽງ  ໃຜປາກກ້ຽງໃຫ້ໄລ່ໜີ

                  **********

ໃຈປະສົງສ້າງ  ກາງດົງກະວ່າທົ່ງ

ໃຈຂີ້ຄ້ານ  ກາງບ້ານກະວ່າດົງ

           ***********

ໃຫ້ເຈົ້າຄອ່ຍພຽນສ້າງ  ສະເໝີແຕນແປງຊໍ່

ໃຫ້ສ້າງກໍ່ສືບໄວ້  ສະເໝີເຜິ້ງສືບຮັງ

__________________
Anonymous

Date:

ຂໍແກ້ໄຂ  ຂຽນຜິດໂຕໜຶ່ງ

ທາງກວ້າງຕໍ່ກວ້າງ  ສັງມາທຽວແຕ່ທາງຮ່ອມ

ໝົກປາແດກຕັ້ງໂຈ້ໂກ້  ສັງມາຈ້ຳຕັ້ແຕ່ຕອງ

__________________
Anonymous

Date:

ເປັນນາຍລ້າໆໜ້າເລືອດຕາເຫລືອກໃສ່ແຕ່ເງິນກອງໜາບາດປະຊາຂີ້ຂ້າຕາຍຮ່າກະແຕ່ເສົ່າວ່າ

__________________
Anonymous

Date:

Anonymous wrote:

ເປັນນາຍລ້າໆໜ້າເລືອດຕາເຫລືອກໃສ່ແຕ່ເງິນກອງໜາບາດປະຊາຂີ້ຂ້າຕາຍຮ່າກະແຕ່ເສົ່າວ່າ

ສຸພາສິດຕິນິ່

__________________
Anonymous

Date:

ນົກອີ່ອ້ຽງກີນໝາກໂພໄຮ ແຊວແຊວສຽງບໍ່ມີໂຕຮ້ອງ ບາດມັນຮ້ອງໂຕດຽວໝົດໝູ່

ແມ່ນໃຜຊິອະທິບາຍພິສູດໃຫ້ຟັງແດ່?

__________________
Anonymous

Date:

Anonymous wrote:

ນົກອີ່ອ້ຽງກີນໝາກໂພໄຮ ແຊວແຊວສຽງບໍ່ມີໂຕຮ້ອງ ບາດມັນຮ້ອງໂຕດຽວໝົດໝູ່

ແມ່ນໃຜຊິອະທິບາຍພິສູດໃຫ້ຟັງແດ່?

ຄົນໃຕ້:

ກິນແລ້ວລືມຫນີ້  - ສີ້ແລ້ວລືມຄຸນ

ຄັນບໍ່ລືມກໍໄປເອົາຕື່ມ

This does reflect the level of your mentality and education. You seem to be a grown man but what you say is the opposite of your age.

__________________
Anonymous

Date:

ຢ່າອາຍທຳກີນ ຢ່າມິ່ນເງິນນ້ອຍ ຢ່າຄ່ອຍຫວາດສະຫນາ

__________________

Senior Member

Status: Offline
Posts: 212
Date:

ອັນວ່າຜົນບຸນນີ້ ບໍ່ມີໃຜປັນແຈກ ບໍ່ມີໃຜແຫກໄດ້ ຄືໄມ້ຜ່າກາງ ຄືກັບເຂົ້າເຮົາກີນເຮົາກໍ່ອີ່ມ ມັນບໍ່ໄປອີ່ມທ້ອງເຂົານັ້ນ ຜູ້ບໍ່ກິນ ທ່ານເອີຍ

__________________
Anonymous

Date:

ລອງ​ເອົາ​ຄຳ (ນໍ) ​ນີ້​ໃປ​ໄຊ້​ເບິ່ງດູ​ວ່າ​ຖືກ​ໃຈ​ກັບ​ຜູ້​ຕັ້ງ​ກະທູ້​ນີ້ບໍ?

ນວນ​ນາງ​ນ້ອງ           ນັ່ງ​ແນບນຳນາຍ

ນັ່ງນຳນາຍ                ນວດນຸມນາງນ້ອງ

ນຸມນາງນ້ອງ              ນຸ້ມນວນແນະນ້ອງເນາະ

ຂໍ​ໂທດ​ເດີ​ອ່າດຈະ​ບໍ່​ຖືກ​ໃຈກັນ​ບັນດາ​ສາວໆ​ທັງຫລາຍ ​ແຕ່​ວ່າ​ມັນ​ເປັນ​ຄຳ​ສຸພາສິດ ຫລື ຄຳ​ກອນລຸ້ນ​ເກົ່າ.

__________________
Anonymous

Date:

ກົບຕາຍຍ້ອຍປາກ ຄັນຄາກຕາຍຍ້ອຍສຽງ

__________________
Anonymous

Date:

1. ຂົມຜັກຂົມຫຍ້າ    ຂົມຂີ້ກາກືນຍາກ

ຄັນແມ່ນຂົມຂີ້ເພ້ຍ  ຊິກິນກ້ຽງບໍ່ໃຫ້ເຫລືອ

2. ອົ່ງຕົ່ງໝາກຂີ້ກາເຮີຍ  ທາງໃນພັດຂົມຂື່ນ

ບາດໝາກຂຽບໜ່ວຍຂີ້ຮ້າຍ ພັດຫວານຈ້ອຍຢູ່ໃນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard