Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈະໃຊ້ມາດຕະການເດັດຂາດ ຕໍ່ຜູ້ເຮັດທຸລະກິດບັນເທີງທີ່ລະເມີດລະບຽບກົດໝາຍ
Anonymous

Date:
ຈະໃຊ້ມາດຕະການເດັດຂາດ ຕໍ່ຜູ້ເຮັດທຸລະກິດບັນເທີງທີ່ລະເມີດລະບຽບກົດໝາຍ


ຈະໃຊ້ມາດຕະການເດັດຂາດ ຕໍ່ຜູ້ເຮັດທຸລະກິດບັນເທີງທີ່ລະເມີດລະບຽບກົດໝາຍ
ວັນທີ 01 ກຸມພາ 2013 - ເວລາ 11:18:50 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider
ຈະໃຊ້ມາດຕະການເດັດຂາດ ຕໍ່ຜູ້ເຮັດທຸລະກິດບັນເທີງທີ່ລະເມີດລະບຽບກົດໝາຍ

ວັນທີ 30 ມັງກອນ 2013 ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະ
ຫຼຸບວຽກງານການເຄື່ອນໄຫວ ຄຸ້ມຄອງທຸລະກິດບັນເທີງ ປະຈຳປີ 2012 ແລະ ທິດທາງແຜນການປີ 2013 ຂຶ້ນທີ່ຫ້ອງປະຊຸມ
ຫ້ອງວ່າການນະຄອນຫຼວງ ໂດຍເປັນປະທານຂອງທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳຂົງ
ເຂດວັດທະນະທຳ-ສັງຄົມ ມີບັນດາທ່ານຮອງເຈົ້າເມືອງ ຫົວໜ້າຫ້ອງການ ຖວທ ເມືອງ ຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບ
ການທຸລະກິດບັນເທີງ ແລະ ວົງດົນຕີເຂົ້າຮ່ວມ.
ກອງປະຊຸມທ່ານນາງ ວັນເພັງ ແກ້ວນະຄອນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງ
ຈັນ ໄດ້ຂຶ້ນສະຫຼຸບ ຊຶ່ງເຫັນວ່າໜຶ່ງປີຜ່ານມາ ການເຄື່ອນໄຫວດຳເນີນທຸລະກິດບັນເທີງ ແລະ ວົງດົນຕີ ຢູ່ນະຄອນຫຼວງວຽງຈັນ
ຜ່ານການລົງກວດກາຕີລາຄາຂອງຄະນະກຳມະການເຫັນວ່າ ມີຫຼາຍຫົວໜ່ວຍທຸລະກິດດັ່ງກ່າວ ແມ່ນມີການເຄື່ອນໄຫວ ແລະ ດຳ
ເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ ໂດຍສະເພາະ ປະຕິບັດຕາມຄຳສັ່ງແນະນຳ ແລະ ແຈ້ງການຂອງຂັ້ນ
ເທີງ ກໍຄືຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເປັນຢ່າງດີ ແຕ່ຄຽງຄູ່ກັນນັ້ນ ກໍຍັງກວດພົບບາງຫົວໜ່ວຍທຸລະກິດຈຳນວນ
ໜຶ່ງ ທີ່ຍັງລະເມີດລະບຽບກົດໝາຍ ເປັນຕົ້ນ ປິດກາຍໂມງເວລາ ບໍ່ມີໃບອະນຸຍາດດຳເນີນທຸລະກິດ ສະຖານທີ່ຕັ້ງບໍ່ເໝາະສົມກັບ
ເງື່ອນໄຂທີ່ວາງອອກ ອະນຸຍາດໃຫ້ເດັກທີ່ມີອາຍຸຕໍ່າກວ່າ 18 ປີເຂົ້າໃຊ້ບໍລິການ ຍັງຮ້ອງເພງຕ່າງປະເທດຫຼາຍກວ່າເພງລາວ ແລະ
ອື່ນໆ ຜູ້ທີ່ລະເມີດຈຳນວນດັ່ງກ່າວທີ່ກຳມະການລົງກວດພົບ ກໍໄດ້ມີການສຶກສາອົບຮົມຕັກເຕືອນ ຮ້າຍແຮງໄປກວ່ານັ້ນ ຖ້າຍັງລະ
ເມີດຄັ້ງຕໍ່ໆໄປທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ມີການປັບໄໝ ແລະ ໃຫ້ຢຸດກິດຈະການຊົ່ວຄາວ.
ເພື່ອເຮັດໃຫ້ທຸລະກິດດັ່ງກ່າວ ກ້າວເຂົ້າສູ່ລະບຽບເຮັດໃຫ້ສັງຄົມບ້ານເຮົາມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ
ທັງຮັກສາໄດ້ວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວເຮົາ ໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປນັ້ນ ໃນປີ 2013 ນະຄອນ
ຫຼວງຈະສືບຕໍ່ເອົາໃຈໃສ່ລົງເຄື່ອນໄຫວ ກວດກາຜູ້ປະກອບການທຸລະກິດບັນເທີງ ແລະ ວົງດົນຕີເປັນປະຈຳ ເພື່ອຊຸກຍູ້ໃຫ້ເຂົາເຈົ້າ
ເຄື່ອນໄຫວທຸລະກິດຖືກຕ້ອງຕາມລະບຽບກົດໝາຍ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງພັກ-ລັດ ຄົ້ນຄວ້າປັບປຸງລະບຽບການນິຕິກຳ
ອັນທີ່ເຫັນວ່າ ຍັງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ ພ້ອມທັງແບ່ງຂັ້ນຄຸ້ມຄອງຕາມມະຕິ 3 ສ້າງ ແລະ ສ້າງເງື່ອນໄຂເຮັດ
ໃຫ້ການສ້າງຕັ້ງກຸ່ມຜູ້ປະກອບການທຸລະກິດດ້ານນີ້ເກີດຂຶ້ນ ເພື່ອຊ່ວຍພາກລັດໃນການຄຸ້ມຄອງ.
ຕອນທ້າຍທ່ານຮອງເຈົ້າຄອງນະຄອນຫຼວງ ກໍໄດ້ເນັ້ນບາງບັນຫາຕໍ່ຂົງເຂດດັ່ງກ່າວ ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນຕໍ່ໜ້າ ເປັນຕົ້ນ
ພາຍໃນເດືອນກຸມພາ 2013 ນີ້ ເມືອງສົມທົບກັບຂະແໜງການກ່ຽວຂ້ອງຂອງນະຄອນຫຼວງ ເປັນຕົ້ນ ຂະແໜງວັດທະນະທຳ ຕ້ອງ
ລົງກວດກາຄືນບັນດາຮ້ານບັນເທີງ ທັງໝົດທີ່ມີຢູ່ນະຄອນຫຼວງ ເພື່ອເກັບກຳສະຖິຕິວ່າຮ້ານບັນເທີງ ແລະ ວົງດົນຕີໃດ ທີ່ເຄື່ອນ
ໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ຖືກຕ້ອງຕາມມາດຖານເງື່ອນໄຂທີ່ວາງໄວ້ ແລະ ຍັງມີຮ້ານໃດຍັງປະຕິບັດບໍ່ທັນໄດ້ ເພື່ອ
ຈະໄດ້ມາຄົ້ນຄວ້າຢູ່ໃນກອງປະຊຸມ ດຳເນີນມາດຕະການຂັ້ນເດັດຂາດໃນຂັ້ນຕອນຕໍ່ໄປ ເປັນຕົ້ນແມ່ນໃຫ້ປິດການບໍລິການບໍ່ໃຫ້ກາຍ
ເວລາ 12:00 ໂມງກາງຄືນ ບໍ່ໃຫ້ເດັກອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການ ໃຫ້ຮ້ອງເພງລາວ 70% ແລະ ເພງຕ່າງປະເທດ
30% ສຳລັບຢູ່ໃນຄາລາໂອເກະ ສ່ວນວົງດົນຕີ ກາງແຈ້ງແມ່ນບໍ່ໃຫ້ຮ້ອງເພງຕ່າງປະເທດ ໃຫ້ຮ້ອງແຕ່ເພງລາວເທົ່ານັ້ນ ເພື່ອ
ເປັນການສົ່ງເສີມວັດທະນະທຳອັນດີງາມຂອງລາວ ທັງນີ້ກໍເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ໃຫ້
ບັນລຸຄາດໝາຍທີ່ການນຳນະຄອນຫຼວງວາງອອກ ສ້າງນະຄອນຫຼວງໃຫ້ເປັນເມືອງແຫ່ງສຸຂະພາບ ແລະ ມີການພັດທະນາໃນອະ
ນາຄົດ.
 


__________________
Anonymous

Date:
RE: ຈະໃຊ້ມາດຕະການເດັດຂາດ ຕໍ່ຜູ້ເຮັດທຸລະກິດບັນເທີງທີ່ລະເມີດລະບຽບກົດໝາຍ


30% ຍັງຫຼາຍເກີນ , ຫຼຸດລົງມາເປັນ 20% ໄດ້ບໍ່?

ຊົມເຊີຍເດີຖ້າເຮັດໄດ້ແທ້ ແຕ່ຢ່າລືມວ່າຮ້ານບັນເທີງສ່ວນຫຼາຍແມ່ນເປັນມີ

ປ້າໃຫຍ່ລຸງໂຕຢູ່ຫຼັງຮ້ານເດີ !



__________________
Anonymous

Date:

"ສ່ວນວົງດົນຕີ ກາງແຈ້ງແມ່ນບໍ່ໃຫ້ຮ້ອງເພງຕ່າງປະເທດ ໃຫ້ຮ້ອງແຕ່ເພງລາວເທົ່ານັ້ນ"

ຕນີ້ ຜຂ ບໍ່ແນ່ໃຈວ່າ ມັນກວ່ມລວມກັບ ງານ ບຸນ ຂື້ນເຮືອນໃໝ່,ງານແຕ່ງດອງຸ,ບາສີສູ່ຂວັນ,ບຸນຫາລາຍໄດ້ທີ ໃຊ້ດົນຕີເອເຣັກໂຕຼ ນຳບໍ?



__________________
Anonymous

Date:

It should start from home or family.

Stop asking your Sons, Daughters, a little brothers and Sisters or relatives go and buying something like Alcohol, Tobacos or anything that related to underage...

and all the rest will follow, simple as that...



__________________
Anonymous

Date:

ຕົວະຕີ້...???

ຢາກເປີດໃຫ້ນັກທ່ອງທ່ຽວເຂົ້າມາ ຄວາມບັນເທີງແມ່ນສິ່ງໜຶ່ງທີ່

ດຶງດູດນັກທ່ອງທ່ຽວ



__________________


Veteran Member

Status: Offline
Posts: 39
Date:

ຮ້ານບັນເທີງທີ່ວຽງຈັນເປີດຮອດແຈ້ງບໍ ທ່ານໃດຮູ້ແດ່ມີຈັກຮ້ານ

__________________
bounleuan
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard