Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດຕິດຫລາຍ ເສັ້ນທາງ ໂພນເຄັງ ຫາ ດອນຫນູນ.
Anonymous

Date:
ລົດຕິດຫລາຍ ເສັ້ນທາງ ໂພນເຄັງ ຫາ ດອນຫນູນ.

ສອງ ສາມ ປີ ຜ່ານມານີ້ເຫັນລັດຖະບານເພີ່ນຍ້າຍປະຊາຊົນອອກຈາກຕົວເມືອງໄປຢູ່ເຂດຫລັກ 21, ບາດວ່າບ່ອນເຮັດວຽກຂອງປະຊາຊົນພັດຢູ່ໃນຕົວເມືອງ....ເສັ້ນທາງມີແຕ່ເສັ້ນດຽວ ຄື ດອນຫນູນ ຫາ ປະຕູໄຊ ແຕ່ລະມື້ ລົດຕິດຫລາຍ ຢາກໃຫ້ລັດຖະບານສ້າງເສັນທາງເວັ້ນຕື່ມອີກ ໃນຈຸດນີ້ ທ່ານມີຄວາມຄິດເຫັນແນວໃດ?...

__________________
Anonymous

Date:

ສ້າງທໍ່ໃດສາຍກໍ່ຄືເກົ່າ 

ເພາະຄົນລາວສ່ວນຫຼາຍບໍ່ຮູ້ກົດຈາລະຈອນ ບໍ່ມີລະບຽບໃນການຂັບຂີ່ 

ມີບາງຈຸດລົດບໍ່ສົມຄວນຕິດກໍ່ຍັງຕິດ ຍ້ອນຜູ້ຂັບຂີ່ທີ່ເຫັນແກ່ຕົວ

__________________
Anonymous

Date:

ສ້າງຕື່ມ, ຂຍາຍຕື່ມ ກໍ່ຍັງມີບັນຫາຄືເກົ່າ ຖ້າບໍ່ມີການຄຸ້ມຄອງ ຈັດການທີ່ຖືກຕ້ອງ ແລະ ມີຜົນສັກສິດ

ຜ່ານມາກໍ່ປັບປຸງເສັ້ນທາງຄູ່ຂນານ ຈາກ ບ້ານສວ່າງ ຜ່ານໂພນຕ້ອງ ໄປຫາດົງໂດກ ເພື່ອຊ່ວຍລະບາຍການຈະລາຈອນ

ແຕ່ກໍ່ຊ່ວຍບໍ່ໄດ້ ຍ້ອນຕລາດ, ຮ້ານຄ້າເກີດຂື້ນປານດອກເຫດຄຽງຄູ່ກັບການປັບປຸງຂຍາຍທາງ ສຸດທ້າຍເປັນບ່ອນ

ຈອດລົດ ການສັນຈອນຜ່ານໄປເກືອບຈະບໍ່ໄດ້ ຄົນກໍ່ບໍ່ຢາກໄປ. ບັນຫາທີ 2 ກໍ່ແມ່ນທາງຮ່ອມ ທາງຊອຍ ທາງເຂົ້າເຮືອນ

ຫລາຍເກີນໄປ, ບ້ານເຮົາບໍ່ສະເພາະແຕ່ຜູ້ໃຊ້ລົດເຫັນແກ່ຕົວ ຜູ້ຢູ່ແຄມທາງກໍ່ເຫັນແກ່ຕົວອີກ ບໍ່ມີລະບຽບບັງຄັບ, ໃຜຢາກ

ລ້ຽວໃສກໍ່ລ້ຽວ ໃຜຢາກຂ້າມໃສກໍ່ຂ້າມ ກໍ່ເຮັດໃຫ້ການສັນຈອນຕິດຂັດ. ຕ້ອງປັບປຸງທາງຊອຍ ຫລຸດຜ່ອນຈຸດລ້ຽວກັບ ຫລື

ຈຸດລ້ຽວຂ້າມທາງ ຄວນມີການຈັດສັນໃໝ່ ມີລະບຽບຄຸ້ມຄອງໃໝ່ ຜູ້ໃຫຍ່ຕ້ອງເປັນແບບຢ່າງປະຕິບັດກ່ອນ

__________________
Anonymous

Date:

ຢ່າວ່າຂະນ້ອຍເວົ້າເລີຍເດີ, ບັນດາທ່ານລອງສັງເກດຊ່ວຍກັນນ້ອຍໜຶ່ງວ່າ: ບ່ອນໃດທີ່ມີ 4 ແຍກໄຟແດງ ແລະ ຕຳຫລວດຈະລະຈອນໂບກລົດເພື່ອເຄຍເສັ້ນທາງບ່ອນນັ້ນແລະມັນກໍ່ຍິ່ງເຮັດໃຫ້ລົດແອອັດຂື້ນສັກໄຊ, (ໂທດເດີບໍ່ໄດ້ເວົ້າໃຫ້ຕຳຫລວດຈາລະຈອນ), ຖ້າປ່ອຍໄປຕາມສັນຍານຂອງໄຟເຫລືອງ, ໄຟແດງລົດລາງພາຫະນະຄືສິໄປສະດວກກ່ວາບໍ່ຂະນ້ອບວ່າ, ລອງສັງເກດເບິ່ງດີໆແມ່

__________________
Anonymous

Date:

ທຽວການທາງນີ້ທຸກວັນ ຕິດແຮງກ່ວາໝູ່ແມນແຖວໂພນພະເນົາ!

ພວກສ່ວນກ່ຽວຂ້ອງແກ້ໄຂຊ່ວຍແດ່ ແຕ່ລະວັນຈູດນ້ຳມັນຖີ້ມລ້າໆ!

__________________
Anonymous

Date:

Anonymous wrote:

 ຖືກຕ້ອງ, ຂພຈ ກໍ່ທຽວເສັ້ນນີ້ທຸກວັນ ເຂດທີ່ແອອັດໜັກກວ່າໝູ່ສຳລັບທາງສາຍນີ້ແມ່ນເລີ່ມແຕ່ 3ແຍກ

ທາງເຂົ້າບ້ານຈອມມະນີ (ຫລັກ5) ໄປຫາ ໄຟແດງຮ່ອງແຊງ (ໂພນເຄັງ). ສາເຫດຕົ້ນຕໍແມ່ນຍ້ອນ

ບໍລິເວນທາງແຍກທີ່ສັບສົນຢູ່ໄຟແດງນີ້ລະ ເພາະມັນເປັນທາງແຍກທີ່ບໍ່ຕັດຢູ່ຈຸດດຽວກັນ ແຕ່ໃກ້ກັນ

ອັນນີ້ ຂພຈ ເວົ້າໃນດ້ານວິຊາການເດີ່, ວິທີແກ້ກໍ່ມີແຕ່ເຮັດທາງແຍກຕ່າງລະດັບເທົ່ານັ້ນ ບໍ່ຕ້ອງໃຫ້ລົດ

ຢຸດລໍປ່ອຍທາງໃຫ້ກັນອີກ. ລັດອາດຈະລົງທືນຫລາຍແດ່, ແຕ່ຖ້າແກ້ຈຸດນີ້ໄດ້ແລ້ວລົດຄົງຈະບໍ່ຕິດໜັກ

ຂະໜາດນີ້, ຢູ່ເຂດນີ້ຖືວ່າຕິດເກືອບຕະຫລອດວັນເລີຍ

 ນີ້ລະຜົນຂອງຄໍຣັບຊັນ, ຄວນມີແຜ່ນແກ້ໄຂໃນໄລຍະຍາວ ມັນນັບມື້ຈະຕິດເມຶອໜ້າ
ສະເພາະຮ້ານຂາຍລົດບໍລິສັດໂຕໂຍຕາ ໄດ້ຂາຍມື້ລະ 10 ຄັນ ປີໜື່ງ 3650ຄັນ ແລະອີກຫຼາຍບໍລິສັດ ໝາຍຄວາມວ່າປີໜື່ງ ມີລົດເພີ້ມຂື້ນຈັກຄັນ? ຄວນມີແຜ່ນທາງລອ່ຍຟ້າໄດ້ແລ້ວ?

__________________

Guru

Status: Offline
Posts: 695
Date:

Anonymous wrote:

ສ້າງທໍ່ໃດສາຍກໍ່ຄືເກົ່າ 

ເພາະຄົນລາວສ່ວນຫຼາຍບໍ່ຮູ້ກົດຈາລະຈອນ ບໍ່ມີລະບຽບໃນການຂັບຂີ່ 

ມີບາງຈຸດລົດບໍ່ສົມຄວນຕິດກໍ່ຍັງຕິດ ຍ້ອນຜູ້ຂັບຂີ່ທີ່ເຫັນແກ່ຕົວ

 some of them buy the driving license.

__________________

 187557797.jpg

 ອ໋ອຍ...!ໃຜກະຮູ້ກັນໝົດຫັ້ນລະເລື່ອງກົດຈາລະຈອນຫັ້ນ ແນວລົດມັນຫຼາຍເຕັມຖະໜົນຈະບໍ່ໃຫ້ມັນຕິດແນວໃດ! ຕໍ່ ຈົບດອກເຕີດ້ານກົດຈາລະຈອນໝົດປະເທດລາວມັນກະຕິດຄືເກົ່າ ແນວລົດມັນຫຼາຍ ຖະໜົນພັດແຄບ! ເວົ້າໃຫ້ມີເຫດຜົນແດ່ແມ໋!

__________________
Anonymous

Date:

ຣູ້ບໍ່ວ່າ ແຕ່ປີ 2000 ມາຣອດດຽວນີ້ ລົດຢູ່ວຽງຈັນຫລາຍກວ່າ 5 ແສນຄັນແລ້ວເດ

ແຕ່ປີກາຍນີ້ລົດຍັງເພີ້ມຂືຶ້ນຫລາຍກວ່າ 50 ພັນແລວ້

ບາດການຂະຫຍາຍຫົນທາງ ພັດຊັກຊ້າ ຕົວເມືອງພັດ ບໍ່ຂະຫຍາຍອອກນອກ ເຣັດໄຫ້ຄົນໄຫລເຂົ້າມາຈຸດດຽວ

ຂພຈ ຄິດວ່າຕອ້ງໄດ້ກຳນົດ ໄຈກາງເມືອງໄຫມ່ ເຊັ່ນຈະເອາເຂດດົງໂດກເປັນສູນກາງ ແລວ້ລັດສະມີຈະອອກໄປທາງທ່າງອ່ນ- ຫລັກ 21- ນາຊາຍ ສວ່ນແຄມຂອງກໍກາຍເປັນຕົວເມືອງເກົ່າ

ເຂດຕີນພູພະນັງ ກໍສົມຄວນເຣັດເປັນຕົວເມືອງຍອ່ຍໄດ້ ແລະກໍເຫມາະສົມ ສຳຫລັບສ້າງເປັນເຂດທີ່ຢູ່ອາໄສ ສະຖາບັນສຶກສາ ໂໜງຫມໍ ແລະອຶ່ນໆ ເພາະເຂດນັ້ນ ແມ່ນເຂດເນີນສູງດີ ລາຄາດິນຍັງບໍ່ແພງ ບໍ່ທຳລາຍເນື້ອທີ່ປູກຝັງ ໄພນ້ໍາຖວ້ມບໍ່ຖາມຫາ

ອັນສຳຄັນ ອພບ ຫລື ເຄຫະຜັງເມືອງ ຕອ້ງໄປກອ່ນ ຢ່າຕາມກົ້ນ ປະຊາຊົນ ໄປປັກໄວ້ກອ່ນໂລດຖະນົນ ລ້ານຊ້າງ2 ໄຫ້ກວ້າງຈັກ 100 ແມດ ສວ່ນຖະນົນ ຟ້າງຸ່ມ 2 ຈາກ ສີໄຄຮອດບ້ານໄຫມ່ ໄຫ້ເຕັມແຕ່ ດອກຈຳປາບານເລະຂອງໄປເລີຍ

__________________
Anonymous

Date:

ມີແຕ່ພາກັນເວົ້າ...ມີແຕ່ພາກັນຈົ່ມ...

ພີ່ນ້ອງ ທີ່ຢູ່ ວຽງຈັນ ກະລຸນາ ຖ່າຍຮູບ (ສົດໆ ໃໝ່ໆ..ຢ່າເອົາຮູບເກົ່າມາລົງno)

ມາລົງໂປສໃຫ້ເບິ່ງແດ່...

ຂໍຂອບເຈີ biggrin

__________________
Anonymous

Date:

cheerball wrote:
Anonymous wrote:

ສ້າງທໍ່ໃດສາຍກໍ່ຄືເກົ່າ 

ເພາະຄົນລາວສ່ວນຫຼາຍບໍ່ຮູ້ກົດຈາລະຈອນ ບໍ່ມີລະບຽບໃນການຂັບຂີ່ 

ມີບາງຈຸດລົດບໍ່ສົມຄວນຕິດກໍ່ຍັງຕິດ ຍ້ອນຜູ້ຂັບຂີ່ທີ່ເຫັນແກ່ຕົວ

 some of them buy the driving license.

 ຢູ່ບອ່ນໃດເຂົາຂາຍ driving license ຜູ້ໃດ? ຖ້າຮູ້ຈັກຄົນບອກແດ່ເພາະຂີ້ຄ້ານໄປເສັງ ບໍ່ມີເວລາ. ຖ້າມີຂາຍຄຶທ່ານວ່າກໍ່ບອກແດ່ຢາກຊື້ເອົາຄຶກັນຊັນນາ

__________________
Anonymous

Date:

แม่นความเจ้า, ขํชมเชียเดิ่

__________________
Anonymous

Date:

cheerball wrote:
Anonymous wrote:

ສ້າງທໍ່ໃດສາຍກໍ່ຄືເກົ່າ 

ເພາະຄົນລາວສ່ວນຫຼາຍບໍ່ຮູ້ກົດຈາລະຈອນ ບໍ່ມີລະບຽບໃນການຂັບຂີ່ 

ມີບາງຈຸດລົດບໍ່ສົມຄວນຕິດກໍ່ຍັງຕິດ ຍ້ອນຜູ້ຂັບຂີ່ທີ່ເຫັນແກ່ຕົວ

 some of them buy the driving license.

 It's "driver's license" not driving license.

Huck pheng

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ທຽວການທາງນີ້ທຸກວັນ ຕິດແຮງກ່ວາໝູ່ແມນແຖວໂພນພະເນົາ!

ພວກສ່ວນກ່ຽວຂ້ອງແກ້ໄຂຊ່ວຍແດ່ ແຕ່ລະວັນຈູດນ້ຳມັນຖີ້ມລ້າໆ!

 ຖືກຕ້ອງ, ຂພຈ ກໍ່ທຽວເສັ້ນນີ້ທຸກວັນ ເຂດທີ່ແອອັດໜັກກວ່າໝູ່ສຳລັບທາງສາຍນີ້ແມ່ນເລີ່ມແຕ່ 3ແຍກ

ທາງເຂົ້າບ້ານຈອມມະນີ (ຫລັກ5) ໄປຫາ ໄຟແດງຮ່ອງແຊງ (ໂພນເຄັງ). ສາເຫດຕົ້ນຕໍແມ່ນຍ້ອນ

ບໍລິເວນທາງແຍກທີ່ສັບສົນຢູ່ໄຟແດງນີ້ລະ ເພາະມັນເປັນທາງແຍກທີ່ບໍ່ຕັດຢູ່ຈຸດດຽວກັນ ແຕ່ໃກ້ກັນ

ອັນນີ້ ຂພຈ ເວົ້າໃນດ້ານວິຊາການເດີ່, ວິທີແກ້ກໍ່ມີແຕ່ເຮັດທາງແຍກຕ່າງລະດັບເທົ່ານັ້ນ ບໍ່ຕ້ອງໃຫ້ລົດ

ຢຸດລໍປ່ອຍທາງໃຫ້ກັນອີກ. ລັດອາດຈະລົງທືນຫລາຍແດ່, ແຕ່ຖ້າແກ້ຈຸດນີ້ໄດ້ແລ້ວລົດຄົງຈະບໍ່ຕິດໜັກ

ຂະໜາດນີ້, ຢູ່ເຂດນີ້ຖືວ່າຕິດເກືອບຕະຫລອດວັນເລີຍ

 ນີ້ລະຜົນຂອງຄໍຣັບຊັນ, ຄວນມີແຜ່ນແກ້ໄຂໃນໄລຍະຍາວ ມັນນັບມື້ຈະຕິດເມຶອໜ້າ
ສະເພາະຮ້ານຂາຍລົດບໍລິສັດໂຕໂຍຕາ ໄດ້ຂາຍມື້ລະ 10 ຄັນ ປີໜື່ງ 3650ຄັນ ແລະອີກຫຼາຍບໍລິສັດ ໝາຍຄວາມວ່າປີໜື່ງ ມີລົດເພີ້ມຂື້ນຈັກຄັນ? ຄວນມີແຜ່ນທາງລອ່ຍຟ້າໄດ້ແລ້ວ?

 ປະເທດໃດການສັນຈອນຕາມທ້ອງຖນົນແອອັດຫລາຍຄືຊິແມ່ນປະເທດນັ້ນ coruption

ຫລາຍເນາະ. ເວົ້າຫຍັງກໍ່ຄິດອີ່ດູຕົນຕູ້ມີ ຕູ້ມາ ຕາສາ ຂາຍມູນຂາຍດີນນາດີນສວນເອົາ

ເງີນມາຊື້ລົດມື 5 ເກົາຫລີ ຂີ່ແດ່, ເຂາະຂອດມູນມັງມາຊື້ລົດ VIGO ນຳເຂົາຫັ້ນແດ່

ຄົນຄືຈຳພວກນີ້ເຂົາຊິມີເງື່ອນໄຂອັນໃດໄປ coruption

__________________
Anonymous

Date:

ໃຄແຕ່ຂ້ອຍທຽວການ 2 km, ຕິດກະບໍ່ດົນ

__________________
Anonymous

Date:

"corruption", 2 r

__________________
Anonymous

Date:

Anonymous wrote:

"corruption", 2 r

thanks, ບໍ່ຄ່ອຍຖນັດກັບແປ້ນພີມປານໃດກໍ່ເລີຍຂ້າມໄປ 1 ໂຕ

__________________
Anonymous

Date:

ຫມາຍຄວາມວ່າ ຄົນແຖວນັ້ນຫລາຍ ຄົນໄຊ້ເສັ້ນນັ້ນກໍຫລາຍ

ຕອນເຊົ້າ ຄົນໄຫລເຂົ້າມາໄນເມືອງ  

ຕອນແລງຄົນໄຫລອອກ

ໄຫ້ຍ້າຍໄນເມືອງອອກໄປພຸ້ນສາ ແລວ້ຕັດຖະນົນໄວ້ຫລາຍໆໂລດ  

ດິນເປົ່າຫວາງຍັງຫລາຍ

ປະໄຫ້ແຄມຂອງເປັນ ເມືອງເກົ່າ

ເລີ້ມແຕ່ດຽວນີ້ເລີຍ ຢ່າລໍຖ້າ

__________________
Anonymous

Date:

ມັນເປັນເລື່ອງ ທຳມະດາ ເດີພີ່ນອ້ງເລື່ອງລົດ ອັ່ງອໍ

ສຳຫລັບປະເທດທີ່ກຳລັງພັດທະນາ ມັນເປັນຄື ແນວນີ້ແຫລະ!

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

ທຽວການທາງນີ້ທຸກວັນ ຕິດແຮງກ່ວາໝູ່ແມນແຖວໂພນພະເນົາ!

ພວກສ່ວນກ່ຽວຂ້ອງແກ້ໄຂຊ່ວຍແດ່ ແຕ່ລະວັນຈູດນ້ຳມັນຖີ້ມລ້າໆ!

 ຖືກຕ້ອງ, ຂພຈ ກໍ່ທຽວເສັ້ນນີ້ທຸກວັນ ເຂດທີ່ແອອັດໜັກກວ່າໝູ່ສຳລັບທາງສາຍນີ້ແມ່ນເລີ່ມແຕ່ 3ແຍກ

ທາງເຂົ້າບ້ານຈອມມະນີ (ຫລັກ5) ໄປຫາ ໄຟແດງຮ່ອງແຊງ (ໂພນເຄັງ). ສາເຫດຕົ້ນຕໍແມ່ນຍ້ອນ

ບໍລິເວນທາງແຍກທີ່ສັບສົນຢູ່ໄຟແດງນີ້ລະ ເພາະມັນເປັນທາງແຍກທີ່ບໍ່ຕັດຢູ່ຈຸດດຽວກັນ ແຕ່ໃກ້ກັນ

ອັນນີ້ ຂພຈ ເວົ້າໃນດ້ານວິຊາການເດີ່, ວິທີແກ້ກໍ່ມີແຕ່ເຮັດທາງແຍກຕ່າງລະດັບເທົ່ານັ້ນ ບໍ່ຕ້ອງໃຫ້ລົດ

ຢຸດລໍປ່ອຍທາງໃຫ້ກັນອີກ. ລັດອາດຈະລົງທືນຫລາຍແດ່, ແຕ່ຖ້າແກ້ຈຸດນີ້ໄດ້ແລ້ວລົດຄົງຈະບໍ່ຕິດໜັກ

ຂະໜາດນີ້, ຢູ່ເຂດນີ້ຖືວ່າຕິດເກືອບຕະຫລອດວັນເລີຍ

 ນີ້ລະຜົນຂອງຄໍຣັບຊັນ, ຄວນມີແຜ່ນແກ້ໄຂໃນໄລຍະຍາວ ມັນນັບມື້ຈະຕິດເມຶອໜ້າ
ສະເພາະຮ້ານຂາຍລົດບໍລິສັດໂຕໂຍຕາ ໄດ້ຂາຍມື້ລະ 10 ຄັນ ປີໜື່ງ 3650ຄັນ ແລະອີກຫຼາຍບໍລິສັດ ໝາຍຄວາມວ່າປີໜື່ງ ມີລົດເພີ້ມຂື້ນຈັກຄັນ? ຄວນມີແຜ່ນທາງລອ່ຍຟ້າໄດ້ແລ້ວ?

 ປະເທດໃດການສັນຈອນຕາມທ້ອງຖນົນແອອັດຫລາຍຄືຊິແມ່ນປະເທດນັ້ນ coruption

ຫລາຍເນາະ. ເວົ້າຫຍັງກໍ່ຄິດອີ່ດູຕົນຕູ້ມີ ຕູ້ມາ ຕາສາ ຂາຍມູນຂາຍດີນນາດີນສວນເອົາ

ເງີນມາຊື້ລົດມື 5 ເກົາຫລີ ຂີ່ແດ່, ເຂາະຂອດມູນມັງມາຊື້ລົດ VIGO ນຳເຂົາຫັ້ນແດ່

ຄົນຄືຈຳພວກນີ້ເຂົາຊິມີເງື່ອນໄຂອັນໃດໄປ coruption

ຜຂ ບໍ່ໄດ້ວ່າຜູ້ຊື້ລົດ ຄໍຣັບຊັນ ຜຂ ໝາຍຄວາມວ່າ ເຈົ້າໜ້າທີ ຫຼຶ ບໍລິສັດ ຕ່າງຫາກ ເບີ່ງຖະໜົນຫົນທາງຢູ່ນະຄອນຫຼວງແລ້ວໜ້າເວດທະນາ ເປັນຂຸ່ມເປັນບໍ່ ຂີ້ຝຸ່ນເອີຍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard