Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສີຂີ້ເທົ່າ ແມ່ນ ສີຂີ້ຄົນເຖົ້າ ໃນພາສາໄທ?
Anonymous

Date:
ສີຂີ້ເທົ່າ ແມ່ນ ສີຂີ້ຄົນເຖົ້າ ໃນພາສາໄທ?

ຍ້ອນຫຍັງຄົນໄທບໍ່ຂຽນ ຂີ້ເທົ່າ 

__________________
Anonymous

Date:

ສີກຸຫຼາບແມ່ນສີຜູ່ສາວ, ສີແດງແມ່ນສີຜູ່ບ່າວ, ສີຂີ້ມ້າແລະສີນໍ້າຕານຊັ້ນນະ ແມ່ນສີຂອງຄົນລຸ້ນໃດ?

__________________
Anonymous

Date:

.

ລາວ= ເຖົ່າຖ່ານ  ຂີ້ເຖົ່າ  ສີຂີ້ເຖົ່າ

         ເທົ່າ (ທໍ່ )  ທ່ານ

         ເຖົ້າ  ເຖົ້າແກ່  

         ເທົາ  ເທົາສີຂຽວຢູ່ໃນນ້ຳ  ລາບເທົາ

ໄທຍ=  เถ้าถ่าน  (ອ່ານອອກສຽງເປັນ  ເທົ້າຖ່ານ)

         เท่า , ท่าน  (ອ່ານອອກສຽງເປັນ  ເທົ້າ , ທ້ານ)

         เฒ่า  แก่เฒ่า (ແກ່ເທົ້າ  ແປວ່າມີອາຍຸຫຼາຍ)

                เถ้าแก่   (ອ່ານວ່າ ເທົ້າແກ່  ແປວ່າ ເຈົ້າຂອງຮ້ານຄ້າ)

          เทา  สีเทา

ພາສາລາວບາງຄຳອອກສຽງດຽວກັນ ແຕ່ຂຽນຕ່າງກັນ  ເພື່ອໃຫ້ໄດ້ຄວາມໝາຍທີ່ແຕກຕ່າງ

ໂຕຢ່າງເຊັ່ນ  

ເຖົ່າ ເທົ່າ,  ຂ່າ ຄ່າ,  ທີ່ ຖີ່,  ທ່ານ ຖ່ານ,  ແຮ່ ແຫ່,  ສິ້ນ ຊີ້ນ, ທຳນອງ ທັມມະ,  ກຳມື  ເວນກັມ,

ບໍ່ຮູ້ວ່າທຸກມື້ນີ້ໂຮງຮຽນມີຊົ່ວໂມງສອນວິຊາ ພາສາລາວຢູ່ບໍ່

ຂ້າພະເຈົ້າວ່າຄວນມີ  ເພື່ອໃຫ້ເດັກນ້ອຍຂຽນອ່ານພາສາລາວຢ່າງເປັນເອກກະພາບ

ນັກວິຊາການລາວຄວນລົງມືຄົ້ນຄວ້າຫາແກ່ນພາສາຢ່າງເປັນວິທະຍາສາດ

ແລ້ວບັນຍັດໃຫ້ໃຊ້ເປັນອັນໜຶ່ງອັນດຽວກັນທົ່ວປະເທດ

ບໍ່ຈັ່ງຊັ້ນ  ໃຜຢາກຂຽນແນວໃດກໍ່ຂຽນຕາມໃຈມັກ

ພາສາຍັງບໍ່ເປັນເອກກະພາບ  ແລ້ວຊົນຊາວລາວຈະໂຮມກັນໃຫ້ເປັນເອກກະພາບໄດ້ຈັ່ງໃດ

__________________
Anonymous

Date:

ຂອບໃຈເດີທ່ານຜູ່ຮູ້ທີ່ສະລະເວລາເຂົ້າມາຈໍາແນກຄວາມໝາຍຂອງຄໍາວ່າ"ເຖົ່າ" ແລະ "ເທົ່າ"

ໃຫ້ຮູ້ເຖິງຄວາມແຕກຕ່າງ, ຍ້ອນວ່າຫຼັກໄວຍາກອນລາວທີ່ທ່ານພູມີ ວົງວິຈິດ ແຕ່ງຂຶ້ນມາ

ໃຫ້ຂຽນຕາມສຽງ ຄົນຈໍານວນນຶ່ງຈຶ່ງຖືເບົາໃນຄວາມໝາຍຂອງການສະກົດຄໍາສັບ.

ກ່ອນປີ 1975, ສີເຫຼືອງໝາຍເຖິງສີແຫ່ງຄວາມຜິດຫວັງ ແຕ່ຫຼັງປ່ຽນອໍານາດການປົກຄອງ

ເພິ່ນຖືເອົາສີເຫຼືອງເປັນສີແຫ່ງຄວາມຫວັງ. ຂ້ານ້ອຍເຂົ້າໃຈຖືກຕ້ອງບໍ?

__________________
Anonymous

Date:

ສີຂີ້ເທົ່າ = ໝາຍເຖິງວ່າສີອອກຈາກຟຸ່ນທີ່ເຫຼືອຫຼັງຈາກທ່ານໄໝ້ເມິດແລ້ວ.
ເທົ່າກັບເຖົ້າຄວາມໝາຍຕ່າງກັນປານຟ້າກັບດິນ!
ອັນນຶ່ງກຽ່ວກັບຄົນ(ເຖົ້າ)ອັນນຶ່ງກຽ່ວກັບຊິ່ງຂອງ(ເທົ່າ)

__________________
Anonymous

Date:

Blue = ສີຟ້າ

Light blue = ສີຟ້າອອ່ນ

Dark blue = ສີຟ້າແກ່

orange = ສີໝາກກຽ້ງ/ສີສົ້ມ

Silver = ສີເງິນ/ສີນໍ້າເງິນ

__________________
Anonymous

Date:

Anonymous wrote:

Blue = ສີຟ້າ

Light blue = ສີຟ້າອອ່ນ

Dark blue = ສີຟ້າແກ່

orange = ສີໝາກກຽ້ງ/ສີສົ້ມ  ສີແສດ

Silver = ສີເງິນ/ສີນໍ້າເງິນ   ສີເງິນຊື່ ໆ  ບໍ່ແມ່ນສີນ້ຳເງິນ  ຄົນໄທຍເອິ້ນສີຟ້າແກ່ວ່າ ສີນ້ຳເງິນ

Rosa+azul.jpg

__________________
Anonymous

Date:

Anonymous wrote:

ສີຂີ້ເທົ່າ = ໝາຍເຖິງວ່າສີອອກຈາກຟຸ່ນທີ່ເຫຼືອຫຼັງຈາກທ່ານໄໝ້ເມິດແລ້ວ.
ເທົ່າກັບເຖົ້າຄວາມໝາຍຕ່າງກັນປານຟ້າກັບດິນ!
ອັນນຶ່ງກຽ່ວກັບຄົນ(ເຖົ້າ)ອັນນຶ່ງກຽ່ວກັບຊິ່ງຂອງ(ເທົ່າ)

ຮາໂຫຼ ຮາໂຫຼ ຖ່ານທີ່ຢູ່ໃນຄົວ ຊ່ອຍເອົາທ່ານໃສ່ເຕົາໄຟໃຫ້ແໜ່ 

ແລ້ວວີໄຟໃຫ້ໄໝ້ທ່ານນຳເດີ  

ທ່ານແດງແລ້ວຈຶ່ງຍົກໝໍ້ແກງຂື້ນເຕົາ  

ຂີ້ເທົ່າຢູ່ກົ້ນເຕົາເຂັ່ຽອອກໃຫ້ເມິດ

ເທົ່ານີ້ແຫຼະຊິ່ງທີ່ໂທມາບອກ  ຂອບໃຈຖ່ານຫຼາຍ ໆ

ຮາຮາຮາຮາ  ນີ້ແຫຼະພາສາລາວໃໝ່  ອ່ານແລ້ວມຶນຫົວບໍ່

__________________
Anonymous

Date:

Anonymous wrote:

ສີຂີ້ເທົ່າ = ໝາຍເຖິງວ່າສີອອກຈາກຟຸ່ນທີ່ເຫຼືອຫຼັງຈາກທ່ານໄໝ້ເມິດແລ້ວ.
ເທົ່າກັບເຖົ້າຄວາມໝາຍຕ່າງກັນປານຟ້າກັບດິນ!
ອັນນຶ່ງກຽ່ວກັບຄົນ(ເຖົ້າ)ອັນນຶ່ງກຽ່ວກັບຊິ່ງຂອງ(ເທົ່າ)

ຮູ້ແລ້ວຕ່າວພາໂລບໍ?

ເຖົ່າ= ash or gray

ເທົ່າ= equal

Born in Laos, raised in USA

__________________
Anonymous

Date:

Anonymous wrote:
Anonymous wrote:

Blue = ສີຟ້າ

Light blue = ສີຟ້າອອ່ນ

Dark blue = ສີຟ້າແກ່

orange = ສີໝາກກຽ້ງ/ສີສົ້ມ  ສີແສດ

Silver = ສີເງິນ/ສີນໍ້າເງິນ   ສີເງິນຊື່ ໆ  ບໍ່ແມ່ນສີນ້ຳເງິນ  ຄົນໄທຍເອິ້ນສີຟ້າແກ່ວ່າ ສີນ້ຳເງິນ

Rosa+azul.jpg

ລາຍລະອຽດຂອງສີທັງເມິດທີ່ຂ້ອຍແປອອກມາແມ່ນແນໄຊ່ພາສາລາວເພາະທ້າວຄົນ
ໄທຍ໌ຢູ່ໃນວິດີໂອ້ແປຜິດຫຼາຍອັນເປັນຕົນແມ່ນສີsilver-ລາວເຮົາເອີ້ນເປັນສີເງິນລາງຄົນກະເອີ້ນວ່າສີ
ນໍ້າເງິນ(ສ່ວນໜ້ອຍທີ່ສຸດ)

ໃນພາສາລາວເຮົາມີແຕ່ ສີເງິນ  ບໍ່ມີສີນ້ຳເງິນເດີ

ສີເງິນ ກໍ່ ສີເງິນ  ສີທອງກໍ່ ສີທອງ  ບໍ່ມີສີນ້ຳເງິນ  ນ້ຳທອງ  ນ້ຳຂີ້ກົ່ວ

ຄົນລາວບາງຄົນເຄີຍໄດ້ຍິນຄົນໄທຍເຂົາເວົ້າ ສີນ້ຳເງິນ ໆ ຜ່ານຫູ  ໂດຍບໍ່ຮູ້ວ່າມັນແມ່ນສີຫຍັງ

ເຫັນມີຄຳວ່າເງິນ  ກໍ່ເລີຍຄຶດວ່າສີນ້ຳເງິນກັບສີເງິນອັນດຽວກັນ

ແຕ່ຜິດເດີ

ເຮົາຢ່າເອົາຄຳເວົ້າທີ່ໄດ້ຍິນມາແບບຜິດໆ ຂອງບາງຄົນມາເປັນຫຼັກຖານຢັ້ງຢືນເດັດຂາດ

ຂ້ອຍຊິເລົ່າເຮື່ອງໜຶ່ງໃຫ້ຟັງເປັນໂຕຢ່າງ......

ອີດຽດ ແມ່ນຄົນໄທຍມັກເວົ້າດ່າຄົນໂງ່ ເຊິ່ງ ອີດຽດ ເອງແປັນທັບສັບພາສາຝຣັ່ງ Idiot

ເລົ່າແລ້ວເດີ...

...ເຊົ້າມື້ໜຶ່ງ  ນາງແກ້ວໝູ່ເກົ່າຂ້ອຍກັບຜົວລາວມາຫາຢູ່ເຮືອນ

ຂ້ອຍເລີຍຊວນອອກໄປກິນເຂົ້າປຸ້ນນ້ຳແຈ່ວຮ້ານເອື້ອຍທອງ

ສາວແກ້ວຟ້າວຂັດຄ້ານຂື້ນມາທັນທີ *  ໄປກິນເຝີຢູ່ຮ້ານສາວລຽນດີກວ່າ  ເອື້ອຍທອງລາວອີດຽດໂພດ  *

ຮ້ວຍ  ຂ້ອຍຄຶດ  ເປັນຫຍັງເອື້ອຍທອງລາວຈຶ່ງອີດຽດ

ຂ້ອຍກັບນາງແກ້ວຮູ້ຈັກເອື້ອຍທອງມາກໍເກືອບ30ປີແລ້ວ  

ເອື້ອຍທອງລາວເປັນຄົນນິໄສດີ  ເວົ້ານົວຫົວມ່ວນກັບທຸກຄົນ

ເວລາຂ້ອຍໄປກິນເຂົ້າປຸ້ນຮ້ານລາວ  ເອື້ອຍທອງມັກໃສ່ເຄື່ອງໃນໃຫ້ຂ້ອຍຫຼາຍຈົນຕ້ອງບອກ ພໍແລ້ວ ໆ

ຂ້ອຍຈຶ່ງຖາມນາງແກ້ວ * ເອື້ອຍທອງເປັນຫຍັງຈຶ່ງອີດຽດ  ລາວເຮັດຫຍັງໃຫ້ໂຕເບາະ *

ສາວແກ້ວໝູ່ຮັກໝູ່ແພງຂ້ອຍໃສ່ອາຣົມທັງປາກທັງຕາ* ໂອຍ ໂຕບໍຮູ້  ອາທິດຫວ່າງແລ້ວນີ້ເຮົາໄປກິນຢູ່ຮ້ານລາວ

 ຜັກມັນເໝິດ  ລາວໃຫ້ເດັກນ້ອຍໄປຊື້ຢູ່ຕະຫຼາດມາໃໝ່ 

ຊື້ມາແລ້ວແກະຖົງຢາງເອົາຜັກໃສ່ຈານໃຫ້ຄົນກິນໂລດ  ເຮົານັ່ງເບິ່ງຢູ່  ຜັກກະຮອດບໍ່ລ້າງ  ຈັ່ງແມ່ນສົກກະປົກອີດຽດແຮງ

ດີທີ່ເຮົາກິນອິ່ມແລ້ວ  ຖ້າເອົາຜັກບໍ່ລ້າງມາໃຫ້ເຮົາກິນເບິ່ງແມ  ເຮົາຊິໄລ່ຂ້າໃຫ້ເອົາໄປລ້າງກ່ອນໂລດ  

ໃຜຊິກິນລົງຜັກອີດຽດປານນັ້ນ *

5555  ຂ້ອຍກໍເລີຍເຂົ້າໃຈວ່າເປັນຫຍັງເອື້ອຍທອງຈຶ່ງເປັນຄົນອີດຽດ  ແທ້ ໆ ກໍ ຂີ້ດຽດ ນີ້ເອງ

ນີ້ຫຼະ ຍົກໂຕຢ່າງມາໃຫ້ຟັງ

ປານນີ້ ຄົນທາງບ້ານຂ້ອຍພາກັນເວົ້າຂີ້ດຽດເປັນອີດຽດຍ້ອນບໍ່ຮູ້ແທ້ເໝິດແລ້ວຫຼືບໍ່ ??

ທີ່ເລົ່າມາໃຫ້ຟັງແບບຍືດຍາວ  ບໍ່ແມ່ນຊວນຜິດຊວນຖຽງເດີ  

ພຽງແຕເອົາມາເວົ້າແລກປ່ຽນຄວາມຄຶດເຫັນກັນທໍ່ນັ້ນ

Lololol..ຕະລົກດີເນາະນິທານຂອງເຈົ້ານະ!
ສຳລັບຂ້ອຍເອງກໍບໍ່ເຄີຍເອີ້ນສີເງິນເປັນສີນໍ້າເງິນດອອກເພາະພໍ່ແມ່ຂ້ອຍບໍ່ໄດ້ສອນຄວາມອັນນີ້ໃຫ້ຂອ້ຍມີແຕ່ຂ້ອຍໄດ້ຍິນຄົນລາວຜູ້ນຶ່ງເວົ້າສີນໍ້າເງິນຢູ່ເລີຍຈັ່ງຊັ້ນລະຂ້ອຍຈຶ່ງຂຽນຄຳວ່າ(ສ່ວນໜ້ອຍທີ່ສຸດ).smile

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard