Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເມຍບໍ່ມາ ຢູ່ນຳ ... ຊິເຮັດຈັງໃດ
Anonymous

Date:
ເມຍບໍ່ມາ ຢູ່ນຳ ... ຊິເຮັດຈັງໃດ

ຂພຈ ແຕ່ງງານ ໄດ້ ປີ 1 , ມີລູກນ້ອງ ນຳກັນ 3 ເດືອນ, ຕອນນີ້ ຢູ່ບ້ານແມ່ເຖົ້າ

ແມ່ເຖົ້າ ບໍ່ໃຫ້ອອກບ້ານ , ຂ້ອຍຊ່ວຍມາຢູ່ບ້ານ ຂ້ອຍ ແມ່ເຖົ້າ ກັບ ເມີຍ ບໍ່ຍອມມາ

ພໍ່ກັບແມ່ຂ້ອຍ ຢູ່ ແຕ່ສອງຄົນ ແລະ ຍັງບໍ່ ສະບາຍອີກ .... ຊອກຄົນມາຢູ່ ກໍ່ບໍ່ມີ

ຖ້າຜູ້ເປັນເມີຍ ບໍ່ຍອມມາ ...ໃຜມີ ວິທີ ການແກ້ໄຂ ແນວໃດ ...ຂໍຄຳປືກສາແດ່

__________________
Anonymous

Date:

ຂພຈ ຂໍອະນຸຍາດປະກອບນຳຈັກໜ້ອຍເດີ, ທາງທີ່ດີນັ້ນໃຫ້ຊອກ​ຫາ​ເມຽ​ໄຫ່ມ​ຜູ້​ທີ່​ເຂົາ​ສາມາດ​ໃປນຳ​ເຈົ້າ​ໄດ້​ເລີຍ. ດຽວ​ນີ້​ຢູ່​ບ້ານ​ເຮົາ​ມີ​ຜູ້​ສາວ​ນ້ອຽ, ສາວ​ໄຫ່ຍ, ສາວ​ແມ່ຮ້າງ ​ແລະ ກະ​ເທີຽກະບໍ່ອຶດບໍ່ຢາກ.

__________________
Anonymous

Date:

ສີ່ງສຳຄັນ ກອ່ນເຈົ້າຈະແຕ່ງງານກັບລາວ ເຈົ້າໄດ້ເວົ້າ ,ບອກ,ຖາມ ຄວາມຈິງ ຈາກ ລາວແລ້ວບໍ? ລາວຣູ້ຈັກສະຖະນະຄວາມເປັນມາຂອງເຈົ້າບໍ? ແລະອີກອັນໜືງ ລາວຣັກເຈົ້າຈິງໃຈກັກເຈົ້າແທ້ບໍ? ຖ້າລາວຣັກເຈົ້າລາວຕອ້ງໄປກັບເຈົ້າ ແລະ ພອ້ມທີຈະດູແລ່ ເຈົ້າ ແລະພໍ່ແມ່ຂອງເຈົ້ານຳ
ຫຼືວ່າລາວຣັກແຕ່ເຈົ້າຄົນດຽ່ວແຕ່ ບໍ່ຣັກ ພໍ່ແມ່ ແລະຍາດພີ້ນອ້ງຂອງເຈົ້າ? ຖ້າເປັນ ເຊັນ ນີ້ ຂອ້ຍວ່າ Say Good bye ດີກວ່າ

__________________
Anonymous

Date:

Anonymous wrote:

 ເຈົ້າຄືເວົ້າເຫັນແຕ່ໂຕແທ້  

ຂໍຖາມເຈົ້າຄືນແໜ່  

ວ່າເຈົ້າຮັກແຕ່ເມັຽເຈົ້າຄົນດຽວ  ບໍ່ຮັກແມ່ລາວເບາະ

ເຮືອນຊານລາວກະມີ  ແມ່ລາວກະຢູ່ຜູ້ດຽວ

ຊິໃຫ້ແມ່ລາວໄປນຳ  ໄປຢູ່ເຮືອນເຈົ້າ  ໄປອາໄສເຮືອນຜູ້ອື່ນຊັ້ນຕິ

ເຮືອນໂຕເອງກໍມີ  ຊິປິດເຮືອນຖິ້ມໄວ້ຊື່ ໆ ?

ແລ້ວໄປຊ່ອຍລູກສາວຄົວຂີ້ຄົວຍ່ຽວພໍ່ແມ່ເອື້ອຍນ້ອງເຈົ້າຊົ້ນວະ

ຕາມຮີດຄອງລາວ  ຜົວໄປຢູ່ເຮືອນເມັຽເດີ

ຖ້າເຈົ້າເປັນແກວຢາກເຮັດຄືແກວ

ກະໄປແນະນຳພວກແກວຢູ່ເວບເຂົາພຸ້ນສາ

__________________
Anonymous

Date:

Anonymous wrote:

ຂພຈ ຂໍອະນຸຍາດປະກອບນຳຈັກໜ້ອຍເດີ, ທາງທີ່ດີນັ້ນໃຫ້ຊອກ​ຫາ​ເມຽ​ໄຫ່ມ​ຜູ້​ທີ່​ເຂົາ​ສາມາດ​ໃປນຳ​ເຈົ້າ​ໄດ້​ເລີຍ. ດຽວ​ນີ້​ຢູ່​ບ້ານ​ເຮົາ​ມີ​ຜູ້​ສາວ​ນ້ອຽ, ສາວ​ໄຫ່ຍ, ສາວ​ແມ່ຮ້າງ ​ແລະ ກະ​ເທີຽກະບໍ່ອຶດບໍ່ຢາກ.

 ເວົ້າຄືໃນໂລກນີ້ມີຜູ້ຊາຍແຕ່ເຈົ້າຄົນດຽວຊັ້ນແຫລະ

ຄົນຄືເຈົ້າຂ້ອຍກໍບໍເອົາມາເປັນໜໍ່ແນວດອກ

ໄປເປັນແມ່ຈ້າງຍັງດີກວ່າ  ໄດ້ທັງເງິນໄດ້ທັງໂຄຍ

ເຈົ້າເດ ຂາຍໂຄຍໄດ້ບໍ່

ຄັນຢ້ານອາຍຊາວບ້ານດ່າວ່າອີແມ່ຈ້າງ

ເວລາຂ້ອຍຄັນຫູ  ໄປນັ່ງຕໍໄມ້ຢູ່ຫຼັງບ້ານຍັງຊິແຊບກວ່າໂຄຍຈັງໄຮຂອງເຈົ້າຢູ່ດອກ

ບັກປອບ

__________________
Anonymous

Date:

Anonymous wrote:

ຂພຈ ແຕ່ງງານ ໄດ້ ປີ 1 , ມີລູກນ້ອງ ນຳກັນ 3 ເດືອນ, ຕອນນີ້ ຢູ່ບ້ານແມ່ເຖົ້າ

ແມ່ເຖົ້າ ບໍ່ໃຫ້ອອກບ້ານ , ຂ້ອຍຊ່ວຍມາຢູ່ບ້ານ ຂ້ອຍ ແມ່ເຖົ້າ ກັບ ເມີຍ ບໍ່ຍອມມາ

ພໍ່ກັບແມ່ຂ້ອຍ ຢູ່ ແຕ່ສອງຄົນ ແລະ ຍັງບໍ່ ສະບາຍອີກ .... ຊອກຄົນມາຢູ່ ກໍ່ບໍ່ມີ

ຖ້າຜູ້ເປັນເມີຍ ບໍ່ຍອມມາ ...ໃຜມີ ວິທີ ການແກ້ໄຂ ແນວໃດ ...ຂໍຄຳປືກສາແດ່

 ຊ່ວຍອາທິບາຍໃຫ້ຜູ້ເປັນເມຍເຂົ້າໃຈຕື່ມ, ເປັນກຳລັງໃຈໃຫ້ເດີ້...

__________________

Guru

Status: Offline
Posts: 695
Date:

ເມຍບໍມາຢູນຳຜົວ ບໍຮູ້ວ່າເມຍຢ້ານຜູໃດເດ

ແນ່ນອນລາວກໍຕອ້ງການຄົນດູແລນັ້ນກໍຄືແມ່ຂອງລາວ

ພໍ່ແມ່ຂອງເຈົ້າກໍຕອ້ງການຄົນດູແລຄືກັນ

ສະນັ້ນຖາມເມຍວ່າ ເປັນຫຍັງຈື່ງບໍມາຢູ່ນຳ?ເມື່ອຮູ້ຄຳຕອບແລ້ວຈື່ງຫາວີທີແກ້ໄຂ

__________________

 187557797.jpg

Anonymous

Date:

Anonymous wrote:

ຂພຈ ແຕ່ງງານ ໄດ້ ປີ 1 , ມີລູກນ້ອງ ນຳກັນ 3 ເດືອນ, ຕອນນີ້ ຢູ່ບ້ານແມ່ເຖົ້າ

ແມ່ເຖົ້າ ບໍ່ໃຫ້ອອກບ້ານ , ຂ້ອຍຊ່ວຍມາຢູ່ບ້ານ ຂ້ອຍ ແມ່ເຖົ້າ ກັບ ເມີຍ ບໍ່ຍອມມາ

ພໍ່ກັບແມ່ຂ້ອຍ ຢູ່ ແຕ່ສອງຄົນ ແລະ ຍັງບໍ່ ສະບາຍອີກ .... ຊອກຄົນມາຢູ່ ກໍ່ບໍ່ມີ

ຖ້າຜູ້ເປັນເມີຍ ບໍ່ຍອມມາ ...ໃຜມີ ວິທີ ການແກ້ໄຂ ແນວໃດ ...ຂໍຄຳປືກສາແດ່

 ເຈົ້າຄວນບອກເມຍໃຫ້ເຂົ້າໃຈກັນເສຍກ່ອນ  ພໍ່ແລະ ແມ່ ຄືຜູ້ມີພະຄຸ້ນທີ່ໃຫຍ່ຫລວງສຳຫລັບເຈົ້າ

ເຈົ້າຄວນຈະເບີ່ງແຍງ ເພິ່ນຍາມເພິ່ນເຖົ້າ ແກ່ ສ່ວນວ່າລູກແລະເມຍມີເວລາກໍ່ທ່ຽວໄປຍາມກ່ອນ

ປ່ຽນກັນ ສອງ ອາທິດ ຜົວໄປ ຍາມ,ສອງ ອາທິດ ເມຍມາ ຍາມ ທັງເຈົ້າ ແລະ ເມຍ ຕ່າງຄົນຕ່າງ ມີພາລະອັນໃຫຍ່ຫລວງ

ເບີ່ງແຍງ ຜູ້ມີພະຄຸ້ນຄື ພໍ່ ແລະ ແມ່ ຂໍພຽງ ສອງຄົນເຈົ້າເຊື່ອຫມັ້ນ ແລະ ເຂົ້າໃຈເຊິ່ງກັນແລະກັນ

__________________
Anonymous

Date:

ທຸກບັນຫາຈະຕ້ອງມີທາງອອກ ແລະ ຖ້າບໍ່ມີທາງອອກແທ້ໆ ເຮົາກະອອກທາງເຂົ້າຫັນແຫລະ

ການແກ້ໄຂບັນຫາຕ້ອງອາໃສເຫດແລະຜົນ, ເຈົ້້່າຕ້ອງຫາສາເຫດວ່າເປັນຫຍັງແມ່ເມຍຈິງບໍ່ຍອມໃຫ້ອອກເຮືອນ

ແນ່ນອນວ່າ ເພີ່ນຕ້ອງມີເຫດຜົນຂອງເພີ່ນຄືກັນ, ເມື່ອຮູ້ເຫດຜົນແລ້ວກໍ່ເອົາມາປຽບທຽບກັນວ່າ ເຫດຜົນຂອງເຈົ້າ

ແລະ ເຫດຜົນຂອງແມ່ເມຍວ່າ ເຫດຜົນໃດທີ່ມີຄວາມຈຳເປັນຫລາຍກວ່າກັນ ແລ້ວຫາທາງອອກຊ່ວຍກັນ.

ການແຍກກັນຢູ່ ຫຼື ຢ່າຮ້າງບໍ່ແມ່ນທາງອອກທີດີ

ຂ້ອຍເຊື່ອວ່າເຈົ້າ, ເມຍເຈົ້າ ແລະ ແມ່ເຖົ້າ ຕ່າງກໍ່ເປັນຄົນມີເຫດຜົນ

ຂໍໃຫ້ບັນຫາຜ່ານພົ້ນໄປດ້ວຍດີ

__________________
Anonymous

Date:

ຕາມຂ້ອຍວ່າ, ໃຫ້ແມ່ເຖົ້າເຈົ້າໝົດບຸນກ່ອນຊະແລ້ວພາເມຍມາຢູ່ບ້ານເຈົ້າ, ສຳລັບເຮືອນນັ້ນກໍ່ຂາຍມັນກໍ່ໝົດເລື່ອງ (ໃນປະຈຸບັນກໍ່ເຮັດດີ ແລະ ລ້ຽງແມ່ເຖົ້າເຈົ້າ, ໃຫ້ເພິ່ນລ້ຽງຫລານຢູ່ບ້ານ, ຊຳ່ນີ້ເຈົ້າກໍ່ມີຄວາມສຸກແລ້ວ, ແມ່ນບໍ່);;;

ໃຜເດຊິຕາຍກ່ອນກັນ  ຮາຮາຮາ  ເຈົ້າຫຼືແມ່ເຖົ້າ

ເມັຽເຈົ້າກໍຄຶດຄືເຈົ້າເດີ  ຄອງຖ້າພໍ່ແມ່ເຈົ້າຕາຍເໝິດແລ້ວຈຶ່ງຂາຍເຮືອນພຸ້ນ

ເອົາເງິນມາແປງເຮືອນພີ້

__________________
Anonymous

Date:

ເຈົ້າ​ຕ້ອງ​ເວົ້າ​ອະທິບາຍ​ເຫດຜົນ​ຕໍ່​ກັບ​ເມຍ ​ແລະ ​ແມ່​ເຖົ້າ​ຂອງ​ເຈົ້າ​ດ້ວຍ​ຄວາມ​ສຸພາບ​ອ່ອນ​ໂຍນ, ​ນຳ​ໃຊ້​ສິ່ງ​ທີ່​ເຈົ້າ​ໄດ້​ຮ່ຳຮຽນ​ມາ​ເວົ້າ​ຢ່າງ​ຈິງ​ໃຈ​ແບບວ່າບົວບໍ່ໃຫ້ຊ້ຳນ້ຳບໍ່ໃຫ້ຂຸ້ນຫັນລະເຊັ່ນ: ​​ມະ​ເຫ​ສີ​ຂອງ​ຂ້ອຍ ​ແລະ ແມ່ມະເຫສີຂອງຂ້ານ້ອຍເອີຍ ກະລູນາໃຫ້ຂ້ອຍໄດ້ອອກໄປຢ້ຽມຢາມແມ່ຊົ່ວຄາວກ່ອນ ໂດຍມີລັກຊັບຄ້ຳປະກັນຢ່າງເໝາະສົມກໍ່ວ່າໄປ; ຖ້າຫາກວ່າເມຍກັບແມ່ເມຍເປັນແນວໃດກໍ່ບໍ່ຍອມ ເຈົ້າກໍ່ຕ້ອງໄດ້ໃຊ້ໄດ້ຕາຍເວົ້າອອກມາດ້ວຍຄວາມສຸພາບຄືເກົ່າອີກຫັ້ນລະວ່າ: ຂ້ອຍເປັນໂລກເອດ, ເປັນປອດແຫ້ງ, ຕັບແຂງຕັບອອ່ນ ຫລື້ ເວົ້າແນວໃດກໍ່ໄດ້ເພື່ອໃຫ້ເມຍກັບແມ່ເຖົ້າປ່ອຍຕົວເຈົ້າເປັນອິດສະຫລະພາບວ່າຊັ້ນສາ,

__________________
Anonymous

Date:

Anonymous wrote:

ເຈົ້າ​ຕ້ອງ​ເວົ້າ​ອະທິບາຍ​ເຫດຜົນ​ຕໍ່​ກັບ​ເມຍ ​ແລະ ​ແມ່​ເຖົ້າ​ຂອງ​ເຈົ້າ​ດ້ວຍ​ຄວາມ​ສຸພາບ​ອ່ອນ​ໂຍນ, ​ນຳ​ໃຊ້​ສິ່ງ​ທີ່​ເຈົ້າ​ໄດ້​ຮ່ຳຮຽນ​ມາ​ເວົ້າ​ຢ່າງ​ຈິງ​ໃຈ​ແບບວ່າບົວບໍ່ໃຫ້ຊ້ຳນ້ຳບໍ່ໃຫ້ຂຸ້ນຫັນລະເຊັ່ນ: ​​ມະ​ເຫ​ສີ​ຂອງ​ຂ້ອຍ ​ແລະ ແມ່ມະເຫສີຂອງຂ້ານ້ອຍເອີຍ ກະລູນາໃຫ້ຂ້ອຍໄດ້ອອກໄປຢ້ຽມຢາມແມ່ຊົ່ວຄາວກ່ອນ ໂດຍມີລັກຊັບຄ້ຳປະກັນຢ່າງເໝາະສົມກໍ່ວ່າໄປ; ຖ້າຫາກວ່າເມຍກັບແມ່ເມຍເປັນແນວໃດກໍ່ບໍ່ຍອມ ເຈົ້າກໍ່ຕ້ອງໄດ້ໃຊ້ໄມ້ຕາຍເວົ້າອອກມາດ້ວຍຄວາມສຸພາບຄືເກົ່າອີກຫັ້ນລະວ່າ: ຂ້ອຍເປັນໂລກເອດ, ເປັນປອດແຫ້ງ, ຕັບແຂງຕັບອອ່ນ ຫລື້ ເວົ້າແນວໃດກໍ່ໄດ້ເພື່ອໃຫ້ເມຍກັບແມ່ເຖົ້າປ່ອຍຕົວເຈົ້າເປັນອິດສະຫລະພາບວ່າຊັ້ນສາ,

__________________
Anonymous

Date:

Anonymous wrote:

ຂພຈ ແຕ່ງງານ ໄດ້ ປີ 1 , ມີລູກນ້ອງ ນຳກັນ 3 ເດືອນ, ຕອນນີ້ ຢູ່ບ້ານແມ່ເຖົ້າ

ແມ່ເຖົ້າ ບໍ່ໃຫ້ອອກບ້ານ , ຂ້ອຍຊ່ວຍມາຢູ່ບ້ານ ຂ້ອຍ ແມ່ເຖົ້າ ກັບ ເມີຍ ບໍ່ຍອມມາ

ພໍ່ກັບແມ່ຂ້ອຍ ຢູ່ ແຕ່ສອງຄົນ ແລະ ຍັງບໍ່ ສະບາຍອີກ .... ຊອກຄົນມາຢູ່ ກໍ່ບໍ່ມີ

ຖ້າຜູ້ເປັນເມີຍ ບໍ່ຍອມມາ ...ໃຜມີ ວິທີ ການແກ້ໄຂ ແນວໃດ ...ຂໍຄຳປືກສາແດ່

ອົດທົນຢູ່ນຳແມ່ເຖົ້າໄປອີກຫນ້ອຍນຶ່ງ ຫມັ່ນພາເມຍໄປຫລີ້ນວັດແລະທຳບຸນ ແຕ່ລະວັງເດີຢ່າງົມງວຍຈົນເກີນໄປ ເພາະສະໄຫມນີ້ຄູບາຊົ່ວກໍ່ມີຫລາຍ ແລ້ວພະຍາຍາມຊວນລົມເລື່ອງບາບບຸນຄຸນໂທດ ຖ້າບໍ່ເບິ່ງພໍ່ແມ່ຈະເປັນແນວໃດ ຖາມລາວເມື່ອເຮົາແກ່ເຖົ້າບໍ່ມີໃຜເບິງຈະເປັນແນວໃດ! ໃນຂະນະດຽວກັນກໍ່ພະຍາຍາມໄປຢ້ຽມແລະເວົ້າລົມນຳພໍ່ແມ່ຂອງທ່ານໃຫ້ກຳລັງໃຈເພິ່ນວ່າຈະຊອກຊ່ອງທາງກັບມາເບິ່ງເພິ່ນໃນໄວໆນີ້ ຢ່າໃຫ້ເພິ່ນສິ້ນຫວັງແລະໃຫ້ເພິ່ນຈົ່ມທຸກຫລືປ້ອຍທີ່ລູກບໍ່ມາຢູ່ນຳເພາະຈະເຮັດໃຫ້ເຮົາຊາຕາຕົກ ໂຊກດີ

__________________
Anonymous

Date:

Anonymous wrote:

ຂພຈ ແຕ່ງງານ ໄດ້ ປີ 1 , ມີລູກນ້ອງ ນຳກັນ 3 ເດືອນ, ຕອນນີ້ ຢູ່ບ້ານແມ່ເຖົ້າ

ແມ່ເຖົ້າ ບໍ່ໃຫ້ອອກບ້ານ , ຂ້ອຍຊ່ວຍມາຢູ່ບ້ານ ຂ້ອຍ ແມ່ເຖົ້າ ກັບ ເມີຍ ບໍ່ຍອມມາ

ພໍ່ກັບແມ່ຂ້ອຍ ຢູ່ ແຕ່ສອງຄົນ ແລະ ຍັງບໍ່ ສະບາຍອີກ .... ຊອກຄົນມາຢູ່ ກໍ່ບໍ່ມີ

ຖ້າຜູ້ເປັນເມີຍ ບໍ່ຍອມມາ ...ໃຜມີ ວິທີ ການແກ້ໄຂ ແນວໃດ ...ຂໍຄຳປືກສາແດ່

ມາ​ອ່ານ​ເບິ່ງ​ເຫດການ​ນີ້​ແລ້ວ​ຖ້າ​ເດົາ​ບໍ່​ຜິດ​ແມ່ນ​ວ່າ ຜູ້​ເປັນ​ແມ່​ເຖົ້າຂອງ​ເຈົ້າ​ນັ້ນ ​ເປັນ​ຄົນ​ໃຈ​ດຽວ​ເດັດດ່ຽວ ຫນຽວ​ແຫນ້ນ, ​ຂີ້​ຫລັກ​ມັກ​ໄດ້, ຂີ້​ຫວຽວ​ເອົາ​ດີ​ແຕ່​ຕົວ ສ່ວນວ່າ​ຜູ້​ອື່ນ​ນັ້ນ​ຈະ​ເປັນ​ຢ່າງ​ໃດ​ກໍ່​ບໍ່​ສົນ​ໃຈ​ ​ແລະ ຜູ້​ເປັນ​ເມຍ​ຂອງ​ເຈົ້າ​ກໍ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ແມ່​ຂອງ​ລາວ​​ ​ເປັນ​​ເລື່ອງທຳ​ມະ​ດາຄື​ດັ່ງ​ຄຳ​ວ່າ: ​ເບິ່ງ​ລູກ​ໃຫ້​ເບິ່ງ​ທີ່​ແມ່ ​ເບິ່ງ​ແທ້ໆ​ເບິ່ງ​ທີ່​ປູ່​ທີ່​ຍາ; ສ່ວນ​ວ່າຕົວ​ຂອງ​ເຈົ້າ​ເອງ​ກໍ່​ຈະ​ບໍ່​ກ້າ​ສະ​ແດງ​ອອກ​ປານ​ໃດ ​ເພາະວ່າ​ຍ້ອນ​ອິດ​ທິພົນ​ຂອງ​​ເມຍ ​ແລະ ​ແມ່​ເຖົ້າ​.​ ​ໃນ​ເມື່ອ​ເຫດການ​ມັນ​ເປັນ​ຈັ່ງ​ຊັ້ນ​ແລ້ວ ເຈົ້າລອງ​ເອົາ​ບົດຮຽນ​ນີ້​ໄປ​ໃຊ້​ລອງ​ເບິ່ງດູ​ວ່າ​ຈະ​ໄດ້ຜົນ ຫລື ບໍ່?, ຜ່ານ​ມາ​ເຄີຍ​ມີ​ຜູ້​ຍົກ​ສອງ​ໂປ້​ແລ້ວ​ວ່າ​ສຸດ​ຍອດ, ​ເຊັ່ນ: ​ໃຫ້​ເຈົ້າ​ຖາມ​ກັບ​ແມ່​ເຖົ້າ ​ແລະ ​ເມຍ​ຂອງ​ເຈົ້າ​ດ້ວຍ​ຄວາມ​ຈິງ ​ໂດຍ​ການ​ປັນ​ມູນ​ມໍລະດົກ ຫລື ວ່າ​ຊັບ​ສິນ​ອື່ນໆ​ທີ່​ເຈົ້າ​ຄວນ​ຈະ​ມີ​ສ່ວນ​​ແບ່ງ​ນຳ, ​ແລະ ພະຍາຍາມ​ໂນ​ມນ້າວ​ເມຍ​ຂອງ​ເຈົ້າ​ເພື່ອ​ໃຫ້​ມາ​ທາງ​ເຈົ້າ​ແນ່​ສ່ວນ​ໃດ​ສ່ວນ​ໜຶ່ງ ​ເຮັດ​ແນວ​ໃດ​ກໍ່​​ໃດ້​ເພື່ອ​ເຮັດ​ໃຫ້​ແມ່​ເຖົ້າ​ເຈົ້າ​ຊັງ ​ແລະ ​ໃລ​ເມຍ​​ແລະ ​ເຈົ້າ​ໜີ​ອອກ​ຈາກ​ເຮືອນ ​ເພາະວ່າ​​ໂດຍ​ທຳ​ມະ​ຊາດ​ຂອງ​ຄົນ​ຂີ້​ຖີ່ນັ້ນຈະບໍ່​ຍອມ​ເສຍ​ຂອງ​ໄປ​​ແບບ​ງ່າຍໆ. ​ເມື່ອ​ໃດ້​ເວລາ​ແລ້ວ​ເຈົ້າ​ກໍ່​ພ້າວ​ພາ​ເມຍ​ຂອງ​ເຈົ້າ​ອອກ​ຈາກ​ເຮືອນ​ແມ່​ເຖົ້າ​ພ້າວ​ໃປ​ເບິ່ງ​ແຍງ​ແມ່​ຊັ້ນ​ລະ​ບໍ.

​ ​ເມື່ອ​ປະສົບ​ຜົນສຳ​​ເລັດ​ແລ້ວ​ຊ່ວຍ​ມາບອກ​ແນ່​ເດີ. ໂຊກ​ດີ,

__________________
Anonymous

Date:

ໃຫ້ຊ່ວຍເຫຼືອໂຕເອງໄປກ່ອນ ຈົນກວ່າຈະເມຍໃໝ່biggrinbiggrinbiggrinbiggrin

__________________
Anonymous

Date:

ສຳຫລວດ ກວດກາ ຫາຈຸດດີ ຈຸດອອ່ນ ຂອງ ຕົນເອງຄືນເບິ່ງ

ວ່າມັນມີຈຸດອອ່ນ ແລະ ຈຸດແຂງ ບອ່ນໃດ ເມື່ອຮູ້ແລ້ວ ແກ້ໄຂ

ເຈົ້າເອງ ເປັນຫລັກ?

__________________
Anonymous

Date:

Anonymous wrote:

ຂພຈ ແຕ່ງງານ ໄດ້ ປີ 1 , ມີລູກນ້ອງ ນຳກັນ 3 ເດືອນ, ຕອນນີ້ ຢູ່ບ້ານແມ່ເຖົ້າ

ແມ່ເຖົ້າ ບໍ່ໃຫ້ອອກບ້ານ , ຂ້ອຍຊ່ວຍມາຢູ່ບ້ານ ຂ້ອຍ ແມ່ເຖົ້າ ກັບ ເມີຍ ບໍ່ຍອມມາ

ພໍ່ກັບແມ່ຂ້ອຍ ຢູ່ ແຕ່ສອງຄົນ ແລະ ຍັງບໍ່ ສະບາຍອີກ .... ຊອກຄົນມາຢູ່ ກໍ່ບໍ່ມີ

ຖ້າຜູ້ເປັນເມີຍ ບໍ່ຍອມມາ ...ໃຜມີ ວິທີ ການແກ້ໄຂ ແນວໃດ ...ຂໍຄຳປືກສາແດ່

ທາງ​ອອກ​ກໍ່​ຄື: ​ເຈົ້າ​ເຂົ້າ​ທາງ​ໃດ​ກໍ່​ໄຫ້​ອອກ​ທາງ​ນັ້ນ​ເດີ,​ ຫ້າມ​ອອກ​ທາງ​ອື່ນ​ເດັດ​ຂ່າ​ດ ມັນ​ອັນຕະລາຍ​. ​ໂຊກ​ດີ

__________________
Anonymous

Date:

Fine Fine Fine

__________________

Senior Member

Status: Offline
Posts: 212
Date:

ກັມມຸນາ ວັດຕະສັງ ໂລໂກ ທ່ານເອີຍ ສຸດແລ້ວແຕ່ວາສນາ ຊີວິດສັດຕາບໍ່ແນນອນ.....

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard