Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວີຣະ­ກັມ ຂອງ­ບັນ­ດິດເອກ­ລາວ ທ່ານມະ­ຫາ ສີລາ ວິຣະ­ວົງສ໌­
Anonymous

Date:
ວີຣະ­ກັມ ຂອງ­ບັນ­ດິດເອກ­ລາວ ທ່ານມະ­ຫາ ສີລາ ວິຣະ­ວົງສ໌­




ບັນດິດເອກລາວ ທ່ານ ມະຫາສີລາ ວີຣະວົງສ໌ ເກີດເມຶ່ອ ວັນທີ 10 ສິງຫາຄົມ
ຄ.ສ 1905 ແລະ ມໍຣະນະກັມເມຶ່ອວັນທີ 18 ກຸມພາພັນ ຄ.ສ 1987.
ທ່ານໄດ້ແຕ່ງງານກັບ ຍານາງ ມາລີ ທີ່ຄຸ້ມອູບມຸງ ນະຄອຣຫລວງ ວຽງຈັນທນ໌
ມີລູກດ້ວຍກັນ 14 ຄົນ. ບ້ານທີ່ຢູ່ອາສັຍ ທີ່ຄຸ້ມນາຄໍາ ປັຈຸບັນນີ້ ສ່ວນຫນຶ່ງໄດ້
ດັດແປງເປັນຫໍສະມຸດ ແລະເປັນທີ່ສະສົມ ສິ່ງຂອງບາງຢ່າງ ໄວ້ເປັນຫລັກຖານ.


ກ່ອນເສັຍຊີວິດ ໃນທ້ອງເດືອນກຸມພາພັນ 1987 ທ່ານ ມະຫາສີລາ ວີຣະວົງສ໌
ເປັນຜູ່ສ່ຽວຊານຢູ່ສະຖາບັນ ຄົ້ນຄ້ວາ ວິທຍາສາຕສັງຄົມ ເຊິ່ງຈັດເຂົ້າໃນກະຊວງ
ສຶກສາທິການ. ທ່ານເປັນຜູ່ຊົງຄຸນນະວຸດທິ ທີ່ໃຫ້ຄໍາທີ່ປຶກສາຫລາຍດ້ານ ຢູ່ໃນ
ສະຖາບັນເຊັ່ນ: ປະວັດສາຕ, ພາສາ-ວັນນະຄະດີ, ອັກສອນສາຕ, ໂຫລາສາຕ
ຯລຯ.
ໃນພິທີປະນາກິຈສົບຂອງທ່ານ ມີແຂກຜູ້ມີກຽດ ທັງຊາວລາວ ແລະຕ່າງປະເທດ
ໄປຮ່ວມສະແດງຄວາມເຄົາຣົບ ແລະໄວ້ອາລັຍແດ່ທ່ານ ເປັນຈໍານວນມາກມາຍ
ໃນນັ້ນຮ່ວມດ້ວຽ ທ່ານ ພູມີ ວົງວິຈິຕ ຜູ່ວ່າການແທນປະທານປະເທດ ໃນຄະນະນັ້ນ
ກໍໄດ້ໃຫ້ກຽດ ໄປຮ່ວມໃນງານພິທີນີ້ດ້ວຍ.

ຕະລອດຊີວິດຂອງທ່ານ ມະຫາສີລາ ວີຣະວົງສ໌ ໄດ້ອຸທິດຕົນເອງ ເພຶ່ອການຟື້ນຟູ
ພາສາ-ວັນນະຄະດີ ແລະອັກສອນສາຕລາວ ແລະໄດ້ຮ່ວມການຕໍ່ສູ້ ຕໍ່ຕ້ານກັບພວກ
ທີ່ຢາກ ຈະເອົາອັກສອນລາວແດງ ມາໃຊ້ແທນອັກສອນລາວ. ໃນຕົ້ນປີ 1930 ແລະ
ເມື່ອມີມັດຕິ ຕົກລົງ ໃຫ້ປັບປຸງອັກສອນລາວ ໃຫ້ທັນສມັຍຂື້ນ ໂດຍເພີ້ມວັນນະຍຸດ
ເຂົ້າໄປເພຶ່ອໃຫ້ອ່ານຫນັງສືລາວງ່າຍຂື້ນ, ແຕ່ງຫລັກໄວຍະກອນລາວ ເພຶ່ອໃຫ້ການ
ຂຽນຫນັງສືລາວເປັນຣະບຽບ ຖູກຕ້ອງຕາມຫລັກເກນ, ແຕ່ງພົຈນະນຸກົມພາສາລາວ,
ປະວັດສາດ ແລະຫນັງສື ວັນນະຄະດີ ໂບລານມາເປັນອັກສອນສມັຍໃຫມ່ ດັ່ງທີ່ເຮົາ
ໄດ້ອ່ານກັນຢູ່ໃນທຸກວັນນີ້ ເຊັ່ນເລຶ່ອງ: ສັງຊ໌ ສີນໄຊ, ນາງຕັນໄຕ, ສຽວສະວາດ,
ເວດສັນດອນຊາດົກ, ທ້າວຮຸ່ງ ທ້າວເຈຶອງ ແລະອື່ນໆ.................


ໃນທາງພຸທສາສນາ ມະຫາສີລາ ເປັນອາຈາຣສອນ ພາສາບາລີ ຢູ່ໃນໂຮງຮຽນສົງ
ຊິ່ງຂື້ນກັບ ພຸທບັນດິດ ພາຈັນບູຣີ ອັນເປັນສະຖາບັນແຫ່ງທໍາອິດ ຂອງປະເທດ
ໃນປີ 1930. ທ່ານໄດ້ຂຽນຕໍາລາຮຽນ ພາສາບາລີ, ຕວຈສອບ ຫນັງສຶສວດມົນ
ແລະຕໍາຣາຕ່າງໆ ສໍາລັບໄຊ້ໃນ ໂຮງຮຽນດັ່ງກ່າວນີ້. ນອກຈາກນັ້ນ ຍັງໄດ້ຄໍານວນ
ປະຕິທີນລາວ ອອກມາຮັບໃຊ້ ເປັນຄັ້ງທໍາອິດ ຄູ່ກັບປະຕິທີນສາກົນອີກດ້ວຍ.

ໃນດ້ານປະວັດສາດ ທ່ານໄດ້ຮວບຮວມປະວັດສາດລາວໄດ້ເປັນຜູ່ທໍາອິດ ຫລັງຈາກ
ປະວັດສາດລາວຂາດສະບັ້ນ ເມຶ່ອປາງສົງຄາມ ຣະຫວ່າງວຽງຈັນທນ໌ ກັບກຸງສີອະຍຸດ
ທະຍາ ພິມໂດຍກະຊວງສຶກສາທິການ. ໃນຄະນະທີ່ທ່ານເອງເປັນນັກເຄຶ່ອນໄຫວ
ຢູ່ໃນຄະບວນລາວອິດສຣະ ທ່ານຈິ່ງມີສ່ວນຮ່ວມໃນການປະກາດ ເອກກະຣາຊລາວ
ໃນວັນທີ່ 12 ຕຸລາ 1945 ທັງຍັງໄດ້ຮັບກຽດ ເປັນທີ່ປຶກສາຂອງ ຣັຖບານລາວ
ອິສຣະ ແລະເປັນຜູ່ນຶ່ງທີ່ຮ່ວມອອກແບບ ທຸງກາວົງເດຶອນ ທີ່ກາຍມາເປັນທຸງ
ຊາດໃນປັຈຸບັນ.


ທ່ານມະຫາສີລາ ວີຣະວົງສ໌ ເກີດທີ່ບ້ານ ຫນອງຫມື່ນຖານ ຈັງຫວັດຮ້ອຍເອັດ
ປະເທດໄທຍ໌ ຈາກຄອບຄົວຊາວນາ ທີ່ສືບເຊຶ້ອສາຍມາຈາກ ຈໍາປາສັກດ໌ ເລີ້ມ
ຮຽນຫນັງສືຕັ້ງທ່ານເປັນຈົວນ້ອຍ. ໃນຄະດຽວກັນພໍ່ເຖົ້າ (ພໍ່ຂອງແມ່) ກໍໄດ້ສອນ
ຫນັງສືລາວໃຫ້ ໂດຍອາສັຍຫນັງສືໄບລານ ອັນມີທັງນິທານ ແລະຫນັງສືເລຶ່ອງ
ກ່ຽວກັບເຈົ້າຣາຊວົງສ໌ລາວ ທີ່ທໍາການຕໍ່ສູ້ກັບສະຍາມ (ສຶກສົງຄາມ ຣະຫວ່າງ
ວຽງຈັນທນ໌ ແລະກຸງສິອະຍຸດທະຍາ) ຈົນທໍາໃຫ້ ມະກາສີລາ ວີຣະວົງສ໌ ມີແນວ
ຄິດ ກາຍເປັນຄົນຮັກຊາດ ຢ່າງແຮງກ້າ ໄປໃນຕົວ ແລະບໍ່ມີວັນຈະປ່ຽນແປງ.
ເມຶ່ອຮຽນຈົບ ປະລິນຍາທັມ 5ປະໂຫຍກ ທີ່ບາງກອກແລ້ວ ທ່ານເດີນທາງມາ
ວຽນຈັນທນ໌ ໃນປີ 1930 ແລະທໍາງານກັບເຈົ້າເພັຊຣາຊ ໃນການຟືນຟູ ການ
ສຶກສາ, ພຣະພຸທສານາ, ພາສາ ແລະ ວັນນະຄະດີລາວ.

ພາຍຫລັງການປົດປ່ອຍ ໃນປີ 1975 ມະຫາສີລາ ວີຣະວົງສ໌ ໄດ້ສະນອງຕອບ
ຄໍາຮຽກຮ້ອງ ຂອງກະຊວງສຶກສາທິການ ໂດຍຮັບຫ້ນາທີ່ ເປັນຜູ້ຊ້ຽວຊານ ທັງໆ
ທີ່ທ່ານ ໄດ້ອອກຮັບບໍານານມາແຕ່ປີ 1963 ແລ້ວ. ກໍເພາະວ່າເປັນຮ່ວງ ເປັນໃຍ
ກັບພາສາ-ວັນນະຄະດີລາວ ທີ່ມີເອກກະລັກ ທາງວັນນະກັມລາວ, ທ່ານໄດ້ທໍາງານ
ຄົ້ນຄ້ວາ ຈົນເຖິງວາຣະສຸດທ້າຍຂອງຊີວິດ ແລະຜະລິດງານອັນເປັນ ມໍຣະດົກ
ທາງດ້ານວັທນະທັມ ໄວ້ໃຫ້ເຍົາວະຊົນລຸ້ນຫລັງ ໄດ້ສຶກສາສຶບທອດຢ່າງໃຫ່ຍຫລວງ.

 



__________________
Anonymous

Date:

ຂອບໃຈທີ່ນໍາເອົາສາຣະຄະດີທີ່ໜ້າສົນໃຈມາໃຫ້ອ່ານປະດັບສະໝອງ, ຂອບໃຈຫຼາຍໆ.



__________________
Anonymous

Date:

ຮວ່ງ=  ?  ເປັນພາສາແກວໄປແລ້ວ ຊີວ່າຮວ່ງໝາກໄມ້ ຫຼື ຮ່ວງເຂົ້າ  ກໍ່ບໍຖືກ

ຫ່ວງ = ເປັນຫ່ວງ    ຫ່ວງຫາ



__________________
Anonymous

Date:

Anonymous wrote:

ຮວ່ງ=  ?  ເປັນພາສາແກວໄປແລ້ວ ຊີວ່າຮວ່ງໝາກໄມ້ ຫຼື ຮ່ວງເຂົ້າ  ກໍ່ບໍຖືກ

ຫ່ວງ = ເປັນຫ່ວງ    ຫ່ວງຫາ


 ຢ່າຈັບຜິດ ກັນຫລາຍ



__________________
Anonymous

Date:

Anonymous wrote:

ຮວ່ງ=  ?  ເປັນພາສາແກວໄປແລ້ວ ຊີວ່າຮວ່ງໝາກໄມ້ ຫຼື ຮ່ວງເຂົ້າ  ກໍ່ບໍຖືກ

ຫ່ວງ = ເປັນຫ່ວງ    ຫ່ວງຫາ


 ****ing idiot numnut.



__________________
Anonymous

Date:

Anonymous wrote:
Anonymous wrote:

ຮວ່ງ=  ?  ເປັນພາສາແກວໄປແລ້ວ ຊີວ່າຮວ່ງໝາກໄມ້ ຫຼື ຮ່ວງເຂົ້າ  ກໍ່ບໍຖືກ

ຫ່ວງ = ເປັນຫ່ວງ    ຫ່ວງຫາ


 ຢ່າຈັບຜິດ ກັນຫລາຍ


 ຂໍໂທດນໍາຫລາຍເດີ ທີ່ ຂພຈ ຂຽນພາດພັງ ເພາະ ຜຂ ແປ ຫລຶກ່າຍ ອອກຈາກ ປື້ມ ວັນນະຄະດີໄທຍ໌

ກໍໄຊ້ເວລາແນ່ ໃນການຂຽນ ໂປດສັງເກດ ພາສາໄທຍ໌ ທີ່ຕອນຂ້າງລ້າງ ຂອງຮູບ ເລີຍຂຽນຜິດ.

ດັ່ງນັ້ນ ໃນຖານະສ່ວນຕົວ ສິ່ງໄດທີ່ ຂພຈ ຂຽນພາດພັງ ຂໍອະໂຫສີໃນເວທີແຫ່ງ. ຜຂ ຢາກແບ່ງປັນ

ຜົນງານຂອງຄົນດີໆ ຢ່າງທ່ານ ມະຫາ ສີລາ ວິຣະວົງສ໌ ໃນສັຕວັດຫນຶ່ງ ກໍບໍ່ພໍເທົ່າໃດຄົນ ໃນສັງຄົມລາວ

ແລ້ວເປັນຫຍັງ ນັກຂຽນ ຫລຶ ພວກບັນນາທີການ ຕ່າງໆ ບໍ່ເຄີຍຂຽນເລຶ່ອງຄົນດີໆແບບນີ້ ໃຫ້ຄົນໃນຊາດ

ໄດ້ອ່ານ.

ຮັກແພງ,



__________________
Anonymous

Date:

ແມ່ນລູກສາວເພິ່ນເບ໊າະເປັນຜູ່ສືບທອດພາຣະກິດຂອງເພິ່ນ?



__________________
Anonymous

Date:

ເພີ່ນເປັນບຸກຄົນທີ່ໜ້າຢົກຢ້ອງ ແລະ ສັນລະເສີນອີຫຼີ ໂດຍສະເພາະເລື້ອງ ພາສາລາວ ວັນນະຄະດີ ແລະ ເອກະສານກ່ຽວກັບປະວັດສາດ

ໃນຄວາມຄິດສ່ວນຕົວ ຄວນຈະໃຫ້ເພີ່ນເປັນບິດາແຫ່ງພາສາລາວ ສະໃໝໃໝ່



__________________
Anonymous

Date:

ທ່ານຕຽງ ສີຣິຂັນ ຄົນອິສານຢາກໃຫ້ ອິສານຮ່ວມກັນກັບລາວ ຖືກຈອມພົນປໍ ລອບສັງຫານ ຂໍໂທດຖ້າບໍ່ຖືກ. ສະໜັຍຫຼັງສົງຄາມໂລກຄັນທີ2 ເສດຖະກິດແລະການພັດທະນາລະຫວ່າງປະເທດໄທກັບລາວຍັງບໍ່ໄກກັນ ຫຼັງຈາກໃດ້ເອກກະຣາຊ ແຕ່ລາວບໍ່ມີຄວາມສາມາຄີແລະປອງດອງກັນ, ບໍ່ສ້າງສາພັດທະນາ, ມີແຕ່ຍາດຕຳແນງ, ຍາດອຳນາດກັນ, ນຳເອົາສົງຄາມວຽດນາມເຂົ້າມາລົບກັນຢູ່ໃນປະເທດໂຕເອັງຈົນເຖີງ 1975.ແຖມຍັງ ມາປິດປະຕູປະເທດກັບນາຯຊາດຈົນເຖີງ 1990 ຈືງທັມໃຫ້ການສືກສາແລະການພັດທະນາລ້າຫຼັງປະເທດໄທເປັນ 100ປີ. ຢ່າໄປໂທດວ່າປະເທດລາວ ດ້ອຍພັດທະນາເພາະບໍ່ມີທາງອອກທະເລ ແລະອາເມຣິກັນມາຖີມລະເບີດໃສ່ທະຫານວຽດນາມຢູ່ໃນດີນລາວ. 38ປີຢູ່ໃນຄວາມສະຫງົບ ປະເທດຍັງດ້ອຍພັດທະນາ ແລະປະຊາຊົນທຸກຍາກລຳບາກກະເພາະ ການສໍ້ຣາຊບັງຫຼວງຕ່າງຫາກ.

 

 

 



__________________


Guru

Status: Offline
Posts: 695
Date:

I heard a lot about him, especially he had done remarkably for lao readers, where can I read his book online?

__________________

 187557797.jpg

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard