Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານຈະປະມູນຂາຍລົດເບັນ ຊີ່ໂປ່ງໃສສ່ຳໃດນໍ
Anonymous

Date:
ລັດຖະບານຈະປະມູນຂາຍລົດເບັນ ຊີ່ໂປ່ງໃສສ່ຳໃດນໍ


ລັດຖະບານລາວຈະນໍາລົດຍົນ Mercedes Benz ຈໍານວນ
105 ຄັນ ທີ່ໃຊ້ຮັບຮອງ ບັນດາຜູ້ນໍາລັດຖະບານທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດເອເຊຍ-ຢູໂຣບຄັ້ງທີ 9 ນັ້ນ ອອກປະມູນ ຂາຍໃຫ້ແກ່ພາກເອກກະຊົນ.
 
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ
ກະຊວງການຕ່າງປະເທດຂອງລາວ ໄດ້ໃຫ້ການຢືນຢັນວ່າ ລັດຖະ
ບານລາວບໍ່ມີນະໂຍບາຍທີ່ຈະນໍາເອົາລົດຍົນ Mercedes Benz
ທັງ 105 ຄັນ ທີ່ນໍາໃຊ້ໃນການຮັບຮອງບັນດາຜູ້ນໍາລັດຖະບານ ແລະຜູ້ນໍາປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດເອເຊຍ-ຢູໂຣບ
ຄັ້ງທີ 9 ທີ່ລັດຖະບານລາວເປັນເຈົ້າພາບຈັດຂຶ້ນໃນຕົ້ນເດືອນພະ
ຈິກທີ່ຜ່ານມານັ້ນ ໄປເປັນລົດຍົນປະຈໍາຕໍາແໜ່ງຂອງການນໍາ ທັງ
ໃນພັກ ແລະລັດຖະບານລາວແຕ່ຢ່າງໃດ.
 
ຫາກແຕ່ວ່າແຜນການທີ່ລັດຖະບານລາວກໍາລັງຈະດໍາເນີນການປະຕິບັດຈັດຕັ້ງໃນໝໍ່ໆນີ້ ກໍຄືການນໍາເອົາລົດຍົນ Mercedes Benz ທັງ 105 ຄັນດັ່ງກ່າວນີ້ອອກປະມູນຂາຍໃຫ້
ບັນດາເອກກະຊົນລາວ ແລະຕ່າງຊາດທີ່ຢູ່ໃນລາວຢ່າງເປີດເຜີຍ ໂດຍຕໍ່ຈາກນັ້ນ ກໍຈະນໍາ
ເອົາລາຍຮັບທັງໝົດທີ່ໄດ້ຈາກການປະມູນດັ່ງກ່າວ ໄປສົ່ງຄືນໃຫ້ຄັງເງິນແຫ່ງຊາດ ເນື່ອງ
ຈາກວ່າ ລັດຖະບານລາວໄດ້ໃຊ້ຈ່າຍງົບປະມານໄປບໍ່ໜ້ອຍ ສໍາລັບການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດເອເຊຍ-ຢູໂຣບ ຄັ້ງທີ 9 ທີ່ຜ່ານມານັ້ນເອງ.
ລົດເບັນຊ໌ຮັບໃຊ້ໃນກອງປະຊຸມສຸດຍອດເອເຊຍ-ຢູໂຣບຄັ້ງທີ 9

ທັງນີ້ ໂດຍອິງຕາມການເປີດເຜີຍຂອງເຈົ້າໜ້າທີ່ຂັ້ນສູງໃນກະຊວງ
ການເງິນຂອງລາວ ກໍເຮັດໃຫ້ຮູ້ວ່າ ການເປັນເຈົ້າພາບຈັດກອງປະ ຊຸມສຸດຍອດຜູຸ້ນໍາເອເຊຍ-ຢູໂຣບ ຄັ້ງທີ 9 ຢູ່ນະຄອນຫຼວງວຽງຈັນ
ໃນວັນທີ 5-6 ພະຈິກ ທີ່ຜ່ານມານັ້ນ ລັດຖະບານລາວໄດ້ໃຊ້ຈ່າຍ ງົບປະມານໄປຫຼາຍກວ່າ 250 ລ້ານໂດລາ.
 
ເປັນການນໍາໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນ 7
ພາກສ່ວນດ້ວຍກັນ ກໍຄືການກໍ່ສ້າງສູນການປະຊຸມນາໆ ຊາດຕັ້ງ
ຢູ່ຫຼັກ 6 ຖະໜົນໄກສອນ ພົມວິຫານ ທີ່ເປັນການຊ່ວຍເຫຼືອ ແລະກູ້ຢືມຈາກ ລັດຖະບານຈີນໃນມູນຄ່າ 80 ລ້ານໂດລາ.
 
ໂຄງການທີ 2 ກໍແມ່ນການຂະຫຍາຍບ່ອນຈອດເຮືອບິນຢູ່ສະໜາມບິນວັດໄຕ ເພື່ອໃຫ້ ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ເຖິງ 40 ລໍາ ພ້ອມກັບອຸບປະກອນຮັກສາ ຄວາມປອດໄພແລະສິ່ງອໍານວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ຊຶ່ງເປັນການຊ່ວຍ ເຫຼືອຈາກລັດຖະບານຍີ່ປຸ່ນໃນມູນຄ່າ 1,246 ລ້ານເຢັນ ແລະກູ້ຢືມຈາກລັດຖະບານຈີນ ອີກຫຼາຍກວ່າ 37 ລ້ານໂດລາ.
 
ສ່ວນອີກ 5 ໂຄງການທີ່ເຫຼືອ ກໍປະກອບດ້ວຍການພັດທະນາປັບປຸງຖະໜົນ 21 ເສັ້ນໃນເຂດ
ນະຄອນວຽງຈັນ ການກໍ່ສ້າງເຮືອນຮັບແຂກຂອງຄະນະຜູ້ແທນ ASEM ຈໍານວນ 52 ຫຼັງ ຢູ່ດອນຈັນ ການກໍ່ສ້າງໂຮງແຮມ 8 ຊັ້ນລະດັບ 5 ດາວ ຢູ່ດອນຈັນ ການກໍ່ສ້າງເຮືອນ ພັກສໍາ
ລັບຄະນະຜູ້ແທນທີ່ເຂົ້າຮ່ວມປະຊຸມອີກ 50 ຫຼັງຢູ່ບ້ານພະຂາວ ເມືອງໄຊທານີ ແລະ ການຊື້ ລົດເບັນຊ໌ 105 ຄັນ ຮວມ ທັງລົດຍົນ Toyota ອີກ 147 ຄັນດ້ວຍ.
 
ຊຶ່ງທັງໝົດນີ້ ໂດຍບໍ່ຄິດລວມໄປເຖິງການກໍ່ສ້າງໂຮງແຮມ 8 ຊັ້ນລະດັບ 5 ດາວ ຢູ່ດອນ ຈັນທີ່ລົງທຶນ ແລະກໍ່ສ້າງໂດຍບໍລິສັດເອກກະຊົນຈາກຈີນດ້ວຍນັ້ນ ກໍປາກົດວ່າ ເຮັດໃຫ້ ລັດຖະບານລາວມີໜີ້ຕ່າງປະເທດສະສົມເພີ່ມຂຶ້ນເປັນຫຼາຍກວ່າ 3,750 ລ້ານໂດລາແລ້ວ
ໃນປັດຈຸບັນ ແລະກໍໄດ້ສົ່ງຜົນກະທົບເຖິງສະຖານະທາງດ້ານງົບປະມານລາຍຈ່າຍຂອງ ລັດຖະບານລາວ ບໍ່ໜ້ອຍຄືກັນ ອັນເປັນສາເຫດສໍາຄັນທີ່ ເຮັດໃຫ້ລັດຖະບານລາວ ຕ້ອງ ດຸ່ນດ່ຽງງົບປະມານດ້ວຍວິທີການໃໝ່ໆ ທີ່ບໍ່ເຄີຍປະຕິບັດມາກ່ອນ ດັ່ງທີ່ທ່ານພູເພັດ ຄໍາ
ພູນວົງ ລັດຖະມົນຕີວ່າການກະຊວງການເງິນ ໄດ້ຖະແຫຼງຍອມຮັບວ່າ:
 
ແຫຼ່ງດຸ່ນດ່ຽງຕົ້ນຕໍມີດັ່ງນີ້ ການກູ້ຢືມຈາກຕ່າງປະເທດເປັນໂຄງການມີ 1,742
ຕື້ກີບ ຊຶ່ງຫຼຸດລົງ 3.49%​ ທຽບກັບປີຜ່ານມາ ຂາຍພັນທະບັດຄັງເງິນ 300 ຕື້ ກີບ
ຂາຍພັນທະບັດລະດົມທຶນ 1,800 ຕື້ກີບ ຊຶ່ງເປັນພັນທະບັດທີ່ສາມາດປ່ຽນມືໄດ້ ແລ້ວກະເປັນການເລີ່ມຕົ້ນປະຕິບັດນະໂຍບາຍລະດົມທຶນແບບໃໝ່ຂອງກະຊວງ
ການເງິນ ຊຶ່ງວ່າໃນໄລຍະທີ່ຜ່ານມາບໍ່ທັນໄດ້ປະຕິບັດ ຮູບແບບການລະດົມທຶນ
ແບບນີ້.”

 
ທາງດ້ານສະພາແຫ່ງຊາດລາວ ກໍໄດ້ກໍານົດໃຫ້ລັດຖະບານລາວຕ້ອງຄວບຄຸມລາຍຈ່າຍ ຢ່າງເຄັ່ງຄັດ ຊຶ່ງເຮັດໃຫ້ລັດຖະບານລາວສາມາດທີ່ຈະກູ້ຢືມເງິນຈາກ ຕ່າງປະເທດໄດ້ໃນ ມູນຄ່າລວມບໍ່ເກີນ 218 ລ້ານໂດລາເທົ່ານັ້ນໃນຕະຫຼອດແຜນການປະຈໍາປີ 2012- 2013 ນີ້.


__________________
Anonymous

Date:
RE: ລັດຖະບານຈະປະມູນຂາຍລົດເບັນ ຊີ່ໂປ່ງໃສສ່ຳໃດນໍ


ຂໍໂທດທີ່ມີຄຳເຫັນຕໍ່ຈາກຫົວຂໍ້ທີ່ຂ້ອຍໂພດ:

ຕາມປະສົບການທີ່ຜ່ານມາການປະມູນຂາຍຊັບສີນຂອງລັດ ໂດຍສະເພາະແມ່ນ ດິນ, ເຮືອນ ແລະລົດ ແມ່ນເພິ່ນເຮັດເອົາຄືຊື່ໆ ມັນມີເຈົ້ານາຍ ແລະຍາດພີ່ນ້ອງເພິ່ນຈອງໄວ້ໝົດແລ້ວ ແມ້ແຕ່ລົດກະບະຮ້າງກໍ່ຍັງບໍ່ເຫຼືອມາໃຫ້ຄົນທົ້ວໄປໄດ້ປະມູນດອກ ສ່ວນລາຄາບໍ່ຍາກກ່າວເຖິງເລີຍ ລົດລາຄາ 200.000ໂດລາ ເພິ່ນຂາຍໃຫ້ກັນ 50ລ້ານ ຫາ 100ລ້ານ ກີບ ຊື້ຕີນມັນກໍ່ບໍ່ໄດ້ ຊ້ຳບໍ່ພໍໃຫ້ຫັກເງີນເດືອນເອົາ ເດືອນລະ 200.000ກີບ ຕົວຢ່າງ: ທ່ານ ຄຳໝັ້ນ ສູນວິເລີດ ເຈົ້າແຂວງບໍ່ແກ້ວ ລົດແລນຄລຸຍເຊີ ລາຄາ 180.000ໂດລາ ຂີ່ໄດ້ ສາມປີ ຈາກນັ້ນເພິ່ນຖືກແຕ່ງຕັ້ງເປັນເຈົ້າແຂວງສະໄໝທີ່ສອງ ສັ່ງຊື້ລົດເລັກຊັດແບບ ເກັງ1ຄັນ ແລະ SUV 1ຄັນ ມາປະຈຳຕຳແໜ່ງ ສ່ວນລົດແບນຄລຸຍເຊີຂາຍໃຫ້ເມຍເພິ່ນລາຄາ 100ລ້ານກີບ. ລົດເບັນເຫຼົ່ານີ້ຄືກັນຖ້າເບິ່ງໂລດມີແຕ່ພວກເພິ່ນໄດ້ຊື້ຄືເກົ່າລາຄາຕົວຈິງ 2 ຫາ 3 ແສນໂດລາ ເພິ່ນຊີ່ຂາຍກັນປະມານ 20.000ໂດລານີ້ແຫຼະ ແລ້ວລົດ Camry ແລະອື່ນໆເດີເອົາໄປໃສ

ພວກເຮົາຈົ່ງຕິດຕາມເບິ່ງຊ່ວຍກັນເດີ



__________________
Anonymous

Date:

ເພິ່ນກໍ່ຍັງເວົ້າແຈ້ງແລ້ວເດວ່າ ຂາຍເອົາເງິນເຂົ້າຄັງເພື່ອຫຼຸດຜ່ອນໜີ້ສິນ

ຢ່າໄປຄິດລະແວງສົງໃສເພິ່ນເລີຍ ເພື່ອນເອີຍ, ຈົ່ງເຊື່ອໝັ້ນໃນຄວາມຊື່

ສັດຂອງບັນດາທ່ານຜູ່ນໍາເຮົາເຖີ້ນ !



__________________
Anonymous

Date:

ເຊື່ອເພີນແມ່ນບ້າແທ້ ເພາະຜ່ານມາເຫັນມາຫລາຍແລ້ວເລື່ອງການຂາຍຊັບສິນຂອງລັດນີ້ ຖ້າລັດຊື້ແມ່ນລາຄາແພງ 5  ເທົ່າຕົວເມື່ອທຽບກັບຕະຫລາດ ກົງກັນຂ້າມ ຖ້າລັດຂາຍ ແມ່ນຂາຍລາຄາຖືກສຸດໆ ຈົນຄົນທົ່ວໄປຊື້ບໍ່ໃດ້ ມີແຕ່ເຈົ້າໃຫຍ່ນາຍໂຕ ຜູ້ມີອຳນາດວາດສະຫນາເທົ່ານັ້ນລະເປັນຜູ້ຊື້ ຖ້າບໍເຊື່ອ ທ່ານຕິດຕາມເບີ່ງຕອນຕໍ່ໄປ

__________________
ບ່າວບ້ານນອກ

Date:

ຂໍໂທດ ລ່ວງຫນ້າ ເດີ ສົມມຸດວ່າ ປະເທດລາວ ບໍ່ມີການ ສໍ້ລາດ ບັງຫລວງ ຂ້າພະເຈົ້າຄິດວ່າ ທຸກສິ່ງຢ່າງ ຫາກຊິດີຂື້ນກວ່ານີິ ຫລາຍໆໆໆ ເທົ່າ ແຕ່ໃນຄວາມຈິງແລ້ວ ຄົງຈະເປັນໄປໄດ້ຍາກ ສຳລັບ ສປປ ລາວ nonono



__________________


Guru

Status: Offline
Posts: 695
Date:

ເວລາມັນເປ້ເພມາເບິ່ງເອົາ ເຈົ້າຂອງທຸກ
ລົດພວກນີ້ເຄື່ອງອາໄລ່ແພງຫລາຍ

__________________

 187557797.jpg

Anonymous

Date:

ແມ່ນແລ້ວເຮົາເຊື່ອຄວາມສລາດຂອງເພິ່ນແນ່ນອນເພິ່ນຕອ້ງແບ່ງກັນໃຊ້ຜູ້ທີ່ຈະຊື້້ໄດ້ກໍມີແຕ່ເສດຖີຈີນຊຶ່ງກຳລັງ

ຫາທາງຫນີຈາກຄວາມແອອັດເປິະເປື້ນຂອງບ້ານເຂົາມາສະເວີຍສຸກຢູ່ບ້ານເຮົາ.ຖ້າບໍ່ແບ່ງກັນກິນປະຊຸມໃຫຍ່ເທື່ອ

ຫນ້າຊິບໍ່ໄດ້ຍືມເງິນມາສ້າງອີກ.ລົດເບັນ105ຄັນຍັງຫນອ້ຍໂພດຍັງເມັຍເພິ່ນໄປshoppingຢູ່ເມືອງໄທແລະລູກເພິ່ນຂີ່ໄປໂຮງຮຽນອີກ

ຂໍຊົມເຊີຍ!no



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard