Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນງານຕ່າງຊາດເຮັດວຽກຜິດກົດໝາຍໃນລາວ
Anonymous

Date:
ຄົນງານຕ່າງຊາດເຮັດວຽກຜິດກົດໝາຍໃນລາວ

ມື້ນີ້ວັນທີ 26/01/2013 ໝັງສືພິມ Vientiane Times ໄດ້ລົງຂ່າວ

ກ່ຽວກັບມາດຕະການ ທີ່ລັດຖະບານ ໄດ້ວາງນະໂຍບາຽຄວບຄຸມ ຄົນ

ງານຕ່າງຊາດ ໃນສອງສາມເດືອນທີ່ຜ່ານມາ. ຢູ່ນະຄອນຫຼວງວຽງຈັນ ໄດ້

ກວດພົບ ແຮງງານຕ່າງດ້າວ ຫຼາຽກ່ວາ 6400 ຄົນ. ສ່ວນຫຼາຍຄົນພວກ

ນີ້ແມ່ນມາຈາກ ວຽດນາມ ແລະ ຈີນ.

free_P2.jpg

ສ່ວນພວກທີ່ເຮັດວຽກເຣ້ຣອ້ນໄປຕາມຖະນົນຫົນທາງ ດັ່ງທີ່ຢູ່ໃນພາບຂ້າງເທີງນີ້

ຈະໄດ້ຈັບສົ່ງກັບບ້ານ.

ກົດທີ່ນີ້ເພື່ອອ່ານລາຽລະອຽດເພີ້ມເຕີມ - (ບົດຂຽນເປັນພາສາອັງກິດ)

__________________
Anonymous

Date:

ພວກນີ້ເຂົ້າມາເມືອງລາວແບບນັກທອ່ງທຽ່ວແລ້ວບໍ່ຍອມກັບປະເທດຂອງຂະເຈົ້າ. ຖາ້ທາ່ນໃດ້ໄປທຽ່ວວຽດນາມແລະຈີນທາ່ນຈະຮູ້ວ່າຢູ່ສອງປະເທດນີ້ຄົນຍາດກັນຢູ່ແລະຍາດກັນຄ້າຂາຍ. ເມື່ອມາເຫັນເມືອງລາວແລ້ວການຄາ້ຂາຍຫາເງິນງາ່ຍທີ່ສຸດ. ບຶດດຽວພວກນີ້ຈະກາຍເປັນຄົນຮັ່ງມີແລ້ວຈະຊອ່ຍເອົາພີ່ນອ້ງເຂົາເຂົ້າມາຢູ່ເຕັມເມືອງລາວ.

__________________
Anonymous

Date:

Anonymous wrote:

 ເຖີງເວລາແລ້ວເຈົ້ານາຍເອີຍ ປານໃດຈືງຈະຕື່ນນອນ ທ່ານຜູ່ແທນປະຊາຊົນ

ທັງຫລາຍອອກກົດໝາຍໃວໆແດ່ບັນດາເອີຍ ກ່ອນມັນຈະສວາຍເກີນແກ້

__________________
Anonymous

Date:

ໃນຂອບເຂດທົ່ວປະເທດຄົງຈະມີຫຼາຍແສນຄົນ, ຖ້າເພິ່ນເຮັດໃຫ້ແຮງງານ

ເຫຼົ່ານັ້ນກາຍມາເປັນແຮງງານທີ່ຖືກຕ້ອງຕາມກົດໝາຍ ລັດຖະບານອາດຈະ

ເກັບພາສີໄດ້ປີລະຫຼາຍລ້ານໂດລາ.

__________________
Anonymous

Date:

what the govt will do, kick them out?  i dont think so

__________________
Anonymous

Date:

Anonymous wrote:

ພວກນີ້ເຂົ້າມາເມືອງລາວແບບນັກທອ່ງທຽ່ວແລ້ວບໍ່ຍອມກັບປະເທດຂອງຂະເຈົ້າ. ຖາ້ທາ່ນໃດ້ໄປທຽ່ວວຽດນາມແລະຈີນທາ່ນຈະຮູ້ວ່າຢູ່ສອງປະເທດນີ້ຄົນຍາດກັນຢູ່ແລະຍາດກັນຄ້າຂາຍ. ເມື່ອມາເຫັນເມືອງລາວແລ້ວການຄາ້ຂາຍຫາເງິນງາ່ຍທີ່ສຸດ. ບຶດດຽວພວກນີ້ຈະກາຍເປັນຄົນຮັ່ງມີແລ້ວຈະຊອ່ຍເອົາພີ່ນອ້ງເຂົາເຂົ້າມາຢູ່ເຕັມເມືອງລາວ.

 ການເຂົ້າມາຂອງເຂົາມີຫລາກຫລາຍຮູບແບບ ຍ້ອນການຈັດຕັ້ງເຮົາບໍ່ປະຕິບັດມາດຕະການອັນໃດຕໍ່ເຂົາ.

ນອກຈາກມາໃນນາມນັກທ່ອງທ່ຽວແລ້ວເຂົາຍັງມາແບບອືນໆຄື:

- ມານຳໂຄງການບໍ່ວ່າຈະເປັນໂຄງການລັດຖະບານຫລືໂຄງການລົງທືນຂອງເອກກະຊົນ ບັນດາທ່ານກໍ່ຈະເຫັນວ່າ ວຽດນາມ, ຈີນ

ປະມູນໂຄງການໃດກໍ່ລາຄາຕ່ຳ ແບບຊາດອື່ນເຮັດນຳບໍ່ໄດ້ ເພາະວ່າບັນດາກຳມະກອນນັ້ນແມ່ນຂົນມາແຕ່ບ້ານເຂົາໝົດ, ການມານັ້ນ

ນາຍຈ້າງວາງເງື່ອນໄຂ ຕ້ອງມາເຮັດວຽກໃຫ້ເຂົາຟຣີຈົນແລ້ວໂຄງການ, ນາຍຈ້າງມີແຕ່ລ້ຽງເຂົ້າກັບບ່ອນຢູ່ເວລາເຮັດວຽກເທົ່ານັ້ນ.

ພໍໝົດພັນທະແລ້ວນາຍຈ້າງຈື່ງສົ່ງ Passport ແລ້ວເຂົາກໍ່ໄປຫາເຮັດວຽກ ແລະ ຫາຕັ້ງຖີ່ນຖານຢູ່ລາວເລີຍ. ສ່ວນນາຍຈ້າງ ເມື່ອ

ໄດ້ໂຄງການໃໝ່ ກໍ່ເອົາມາໃໝ່ອີກແບບນີ້ໄປເລື້ອຍໆ

- ຕັ້ງເຂົ້າມາຫາຮັບຈ້າງ, ຊື້ເລັກ ຂາຍນ້ອຍ ຄືເຮົາເຫັນໃນປະຈຸບັນ ແລ້ວກໍ່ຕັ້ງຖີ່ນຖານຢູ່ເລີຍ

ເຈົ້າໜ້າທີ່ຕຳລວດກໍ່ບໍ່ໄດ້ເຄັ່ງຄັ້ງເລື່ອງສຳມະໂນຂອງຄົນພວກນີ້, ແຕ່ຖ້າກໍລະນີຄົນລາວນຳກັນແມ່ນເພີ່ນເຄັ່ງຄັດ

__________________
Anonymous

Date:

Anonymous wrote:

ມື້ນີ້ວັນທີ 26/01/2013 ໝັງສືພິມ Vientiane Times ໄດ້ລົງຂ່າວ

ກ່ຽວກັບມາດຕະການ ທີ່ລັດຖະບານ ໄດ້ວາງນະໂຍບາຽຄວບຄຸມ ຄົນ

ງານຕ່າງຊາດ ໃນສອງສາມເດືອນທີ່ຜ່ານມາ. ຢູ່ນະຄອນຫຼວງວຽງຈັນ ໄດ້

ກວດພົບ ແຮງງານຕ່າງດ້າວ ຫຼາຽກ່ວາ 6400 ຄົນ. ສ່ວນຫຼາຍຄົນພວກ

ນີ້ແມ່ນມາຈາກ ວຽດນາມ ແລະ ຈີນ.

free_P2.jpg

ສ່ວນພວກທີ່ເຮັດວຽກເຣ້ຣອ້ນໄປຕາມຖະນົນຫົນທາງ ດັ່ງທີ່ຢູ່ໃນພາບຂ້າງເທີງນີ້

ຈະໄດ້ຈັບສົ່ງກັບບ້ານ.

ກົດທີ່ນີ້ເພື່ອອ່ານລາຽລະອຽດເພີ້ມເຕີມ - (ບົດຂຽນເປັນພາສາອັງກິດ)

 ແລ້ວພວກຄົນຫວຽດທີ່ຈັດຂະບວນລົດໄປຂາຍເຕື່ອງແບບຕະຫຼາດນັດ ພະເນຈອນໄປຕາມແຂວງຕ່າງໆຫັ້ນເດ ເຂົາໄດ້ເສຍພັນທະອາກອນໃຫ້ລັດແດ່ບໍ່?

ເຫັນຢູ່ແຖວໆບ້ານຂ້ອຍເດືອນໜື່ງມາ 4 - 5 ເທື່ອກໍ່ມີ ເບີ່ງແລ້ວເຂົາຄືຊິໄດ້ກຳໄລຫຼາຍຈື່ງພາກັນທຽວມາ!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard