Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນຂອງກອງປະຊຸມລັດຖະບານປະຈຳເດືອນມັງກອນ
Anonymous

Date:
ຜົນຂອງກອງປະຊຸມລັດຖະບານປະຈຳເດືອນມັງກອນ

http://www.pasaxon.org.la/conten/25-1-13/1.htm

ບາງຫົວຂໍ້ທີ່ໜ້າສົນໃຈ:

2. ກອງປະຊຸມໄດ້ປຶກສາ ຫາລື ແລະ ໃຫ້ການຊີ້ນຳຕໍ່ການຈັດສັນການຈະລາຈອນໃນນະຄອນຫລວງວຽງຈັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍໂດຍກຳນົດ
ມາດຕະການ
ວິທີການແກ້ໄຂໃນສະເພາະໜ້າ ແລະ ຍາວນານ ໂດຍຈະໄດ້ສຸມໃສ່ສຶກສາອົບຮົມສະຕິການຈະລາຈອນໃຫ້ທຸກພາກສ່ວນດ້ານລະບຽບການ ແລະ 
ພຶດຕິກຳໃນການຂັບຂີ່
ປະຊາສຳພັນຜ່ານສື່ຕ່າງໆດ້ວຍຫຼາຍຮູບຫລາຍສີດຶງເອົາການເຂົ້າມາມີສ່ວນຮ່ວມຂອງສັງຄົມ ແລະ ເພີ່ມທະວີກວດກາການປະຕິບັດລະ
ບຽບສຳລັບການຈະລາຈອນ
ປະຕິບັດກົດໝາຍຜັງເມືອງຢ່າງເຂັ້ມງວດສ້າງບັນດານິຕິກຳ ແລະ  ລະບຽບການຮອງຮັບແກ່ການແກ້ໄຂບັນຫາການຈະລາຈອນ
ແອອັດ
ປັບປຸງ ແລະ ພັດທະນາອຸປະກອນ ແລະ ເຄື່ອງມືສຳລັບການຈະລາຈອນກຳນົດບ່ອນຈອດລົດການປຸກສ້າງຫ້າງຮ້ານສາງໃຫ້ເໝາະສົມກຳນົດ 
ແລະ ຈັດສັນເສັ້ນທາງເດີນລົດດ້ວຍ ການກຳນົດລະບົບ ແລະ ເວລາໃນການນຳໃຊ້ຖະໜົນ
ຈັດສັນເວລາສຳລັບການເດີນລົດປະເພດຕ່າງໆ ແລະ ພັດທະນາ 
ລະບົບຂົນສົ່ງມວນຊົນ
ກຳນົດເວລາເຂົ້າຮຽນຂອງນັກຮຽນ ແລະ ເວລາເຮັດວຽກຂອງພາກລັດຄືນໃໝ່ສຳລັບໄລຍະຍາວແມ່ນວາງແຜນສ້າງທາງ ໂດຍແມ່ນລັດ 
ແລະ ເອກະຊົນມີສ່ວນຮ່ວມຢ່າງຕັ້ງໜ້າແນໃສ່ຮັບປະກັນໄດ້ການແກ້ໄຂບັນຫາການຈະລາຈອນແອອັດຢູ່ນະຄອນຫລວງວຽງຈັນ
.

3. ກອງປະຊຸມເຫັນດີຮັບຮອງເອົາທິດທາງໜ້າທີ່ຈຸດສຸມໃນການພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນແຂວງວຽງຈັນ ແຕ່ນີ້ຮອດປີ 2015 ເພື່ອສ້າງສະ
ພາບແວດລ້ອມທີ່ອຳນວຍ
ສ້າງໃຫ້ເປັນເມືອງທີ່ເຂັ້ມແຂງຮອບດ້ານພັດທະນາພື້ນຖານໂຄງລ່າງ ແລະ ຫັນປ່ຽນໂຄງປະກອບເສດຖະກິດພັດທະນາດ້ານສັງຄົມ
ໃຫ້ສົມຄູ່ຢູ່ຂົງເຂດດັ່ງກ່າວໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານເຮັດໃຫ້ປະຊາຊົນບັນດາເຜົ່າມີຊີວີດທີ່ດີຂຶ້ນຢ່າງຈະແຈ້ງກວ່າທຸກໄລຍະທີ່ຜ່ານມາ ຊຶ່ງບັນດາຂະ
ແໜງການທັງສູນກາງ ແລະ ທ້ອງຖິ່ນຈະຕ້ອງສຸມທຸກກຳລັງຂອງຕົນໃສ່ພາກປະຕິບັດຕົວຈິງຢ່າງເອົາຈິງເອົາຈັງໃນທຸກດ້ານ
.

4. ກອງປະຊຸມໄດ້ຮັບຮອງເອົາຮ່າງດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ໜີ້ສິນເພື່ອກຳນົດຫລັກການລະບຽບການ ແລະ ມາດຕະການກ່ຽວກັບການແຈ້ງ
ຊັບສິນ ແລະ ໜີ້ສິນສຳລັບພະນັກງານນຳພາ
-ຄຸ້ມຄອງແຕ່ລະຂັ້ນ ແນໃສ່ສະກັດກັ້ນຕ້ານການສໍ້ລາດບັງຫລວງ ແລະສ້າງຄວາມໂປ່ງໃສໃນກົງຈັກການຈັດຕັ້ງຂອງ 
ພັກ
-ລັດກໍ່ຄືໃນຖັນແຖວພະນັກງານລັດຖະກອນ ແລະ ປະກອບສ່ວນໃນການສ້າງສາ ແລະ ພັດທະນາລັດແຫ່ງກົດໝາຍເທື່ອລະກ້າວ.

__________________
Anonymous

Date:

ຊົມເຊີຍທີ່ລັດຖະບານເພີ່ນມີທິດທາງແກ້ໄຂ, ໂດຍສະເພາະ ຂໍ້ 2 ໜ້າຈະປະຕິບັດແຕ່ດົນແລ້ວ

__________________
Anonymous

Date:

ເວົ້າງ່າຍເຮັດຍາກ ເວົ້າແລ້ວກໍ່ປ່ອຍປະລະເລີຍ ບໍ່ຕັ້ງໃຈເຮັດ!

__________________
Anonymous

Date:

ຜູ່ຂ້າເຫັນດີນຳຂໍ້ທີ່ 4 ເດີ ມັນໂລດໂຜນ ພະນັກງານລັດບາງກຸ່ມຮັ່ງມີຜິດປົກກະຕິ ຜູ່ຂ້າເປັນຕາ

ດູຕົນພວກຜູ່ເຖົ້າທີ່ເຮັດການຮັບຈ້າງເກັບຂີ້ເຫື້ຍ  ພວກເພີ່ນເກັບເລັມເອົາເສດເຈັ້ຽແລະ

ເສດກະດາດ ຫລືເສດຢ່າງອື່ນທີ່ສາມາດຂາຍແລກເງີນໄດ້ ເພື່ອຈະເງີນໄປລ້ຽງຄອບລ້ຽງຄົວ

__________________
Anonymous

Date:

ແຈ້ງໜີ້ສິນແລະຊັບສິນຂອງພະນັກງານການນຳຂັ້ນຕ່າງໆແມ່ນຈຳເປັນທີ່ຈະຕ້ອງເຮັດແຕ່ດົນແລ້ວ, ຜູ້ກິນໆຈົນຮາກຜູ້ຢາກໆຈົນໃກ້ຕາຍຄວາມໂປ່ງ
ໄສແມ່ນຄວາມຕ້ອງການຂອງປະຊາຊົນ ດັດສະນີເງິນເດືອນກໍຂຶ້ນແລ້ວສຳລັບພະນັກງານລັດ ຖ້າຍັງສໍ້ລາດບັງຫລວງຢູ່ຖ້າກວດກາເຫັນສົມຄວນ
ໃຫ້ອອກຈາກການເປັນພະນັກງານຂອງລັດໄປເລີຍ. ຖ້າກວດກາເຫັນຜູ້ໃດບໍ່ຊື່ສັດຕໍ່ລັດຕໍ່ປະຊາຊົນຖືກສານຕັດສິນວ່າມີຄວາມຜິດຈິງ ຄວນ
ແຈ້ງການອອກຢ່າງເປັນທາງການບໍ່ວ່າຂັ້ນໃດກໍຕາມເພື່ອເປັນແບບຢ່າງໃຫ້ສັງຄົມໄດ້ເຫັນວ່າພັກລັດເຮັດແທ້ຕັ້ງແຕ່ນີ້ໄປ ຊົມເຊີຍທີ່ລັດຖະບານ
ປະກາດອອກມາ

__________________
Anonymous

Date:

Anonymous wrote:

http://www.pasaxon.org.la/conten/25-1-13/1.htm

ບາງຫົວຂໍ້ທີ່ໜ້າສົນໃຈ:

2. ກອງປະຊຸມໄດ້ປຶກສາ ຫາລື ແລະ ໃຫ້ການຊີ້ນຳຕໍ່ການຈັດສັນການຈະລາຈອນໃນນະຄອນຫລວງວຽງຈັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍໂດຍກຳນົດ
ມາດຕະການ
ວິທີການແກ້ໄຂໃນສະເພາະໜ້າ ແລະ ຍາວນານ ໂດຍຈະໄດ້ສຸມໃສ່ສຶກສາອົບຮົມສະຕິການຈະລາຈອນໃຫ້ທຸກພາກສ່ວນດ້ານລະບຽບການ ແລະ 
ພຶດຕິກຳໃນການຂັບຂີ່
ປະຊາສຳພັນຜ່ານສື່ຕ່າງໆດ້ວຍຫຼາຍຮູບຫລາຍສີດຶງເອົາການເຂົ້າມາມີສ່ວນຮ່ວມຂອງສັງຄົມ ແລະ ເພີ່ມທະວີກວດກາການປະຕິບັດລະ
ບຽບສຳລັບການຈະລາຈອນ
ປະຕິບັດກົດໝາຍຜັງເມືອງຢ່າງເຂັ້ມງວດສ້າງບັນດານິຕິກຳ ແລະ  ລະບຽບການຮອງຮັບແກ່ການແກ້ໄຂບັນຫາການຈະລາຈອນ
ແອອັດ
ປັບປຸງ ແລະ ພັດທະນາອຸປະກອນ ແລະ ເຄື່ອງມືສຳລັບການຈະລາຈອນກຳນົດບ່ອນຈອດລົດການປຸກສ້າງຫ້າງຮ້ານສາງໃຫ້ເໝາະສົມກຳນົດ 
ແລະ ຈັດສັນເສັ້ນທາງເດີນລົດດ້ວຍ ການກຳນົດລະບົບ ແລະ ເວລາໃນການນຳໃຊ້ຖະໜົນ
ຈັດສັນເວລາສຳລັບການເດີນລົດປະເພດຕ່າງໆ ແລະ ພັດທະນາ 
ລະບົບຂົນສົ່ງມວນຊົນ
ກຳນົດເວລາເຂົ້າຮຽນຂອງນັກຮຽນ ແລະ ເວລາເຮັດວຽກຂອງພາກລັດຄືນໃໝ່ສຳລັບໄລຍະຍາວແມ່ນວາງແຜນສ້າງທາງ ໂດຍແມ່ນລັດ 
ແລະ ເອກະຊົນມີສ່ວນຮ່ວມຢ່າງຕັ້ງໜ້າແນໃສ່ຮັບປະກັນໄດ້ການແກ້ໄຂບັນຫາການຈະລາຈອນແອອັດຢູ່ນະຄອນຫລວງວຽງຈັນ
.

3. ກອງປະຊຸມເຫັນດີຮັບຮອງເອົາທິດທາງໜ້າທີ່ຈຸດສຸມໃນການພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນແຂວງວຽງຈັນ ແຕ່ນີ້ຮອດປີ 2015 ເພື່ອສ້າງສະ
ພາບແວດລ້ອມທີ່ອຳນວຍ
ສ້າງໃຫ້ເປັນເມືອງທີ່ເຂັ້ມແຂງຮອບດ້ານພັດທະນາພື້ນຖານໂຄງລ່າງ ແລະ ຫັນປ່ຽນໂຄງປະກອບເສດຖະກິດພັດທະນາດ້ານສັງຄົມ
ໃຫ້ສົມຄູ່ຢູ່ຂົງເຂດດັ່ງກ່າວໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານເຮັດໃຫ້ປະຊາຊົນບັນດາເຜົ່າມີຊີວີດທີ່ດີຂຶ້ນຢ່າງຈະແຈ້ງກວ່າທຸກໄລຍະທີ່ຜ່ານມາ ຊຶ່ງບັນດາຂະ
ແໜງການທັງສູນກາງ ແລະ ທ້ອງຖິ່ນຈະຕ້ອງສຸມທຸກກຳລັງຂອງຕົນໃສ່ພາກປະຕິບັດຕົວຈິງຢ່າງເອົາຈິງເອົາຈັງໃນທຸກດ້ານ
.

4. ກອງປະຊຸມໄດ້ຮັບຮອງເອົາຮ່າງດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ໜີ້ສິນເພື່ອກຳນົດຫລັກການລະບຽບການ ແລະ ມາດຕະການກ່ຽວກັບການແຈ້ງ
ຊັບສິນ ແລະ ໜີ້ສິນສຳລັບພະນັກງານນຳພາ
-ຄຸ້ມຄອງແຕ່ລະຂັ້ນ ແນໃສ່ສະກັດກັ້ນຕ້ານການສໍ້ລາດບັງຫລວງ ແລະສ້າງຄວາມໂປ່ງໃສໃນກົງຈັກການຈັດຕັ້ງຂອງ 
ພັກ
-ລັດກໍ່ຄືໃນຖັນແຖວພະນັກງານລັດຖະກອນ ແລະ ປະກອບສ່ວນໃນການສ້າງສາ ແລະ ພັດທະນາລັດແຫ່ງກົດໝາຍເທື່ອລະກ້າວ.

 ບໍ່ມີແນວທາງສ້າງທາງລອຍຟ້າ ແບບຫວຽວນາມ ແລະຂະເໝນຕາມເຄີຍ ແລະບໍ່ມີຖະໜົນ 10ເລນ, ຍັງໄປມຸ້ງແກ້ແບບປະຖົມບູຮານຍາມໃດສິມີລົດໄຟ້າ, ທາງໃຕ້ດິນແບບຫວຽດນາມ ແລະລາວກໍ່ຈະລ້າຫຼັງແລະຖືກຫວຽດຖືກຂະເໝນພັດທະນາໄປກອ່ນ ແລ້ວລາວກໍ່ຈະຫຼ້າຫຼັງຕາມກົ້ນເຂົາ 10-20ປີເໝືອນເຄີຍຕາມມາດຕະຖານແບບລາວລາວ ບໍ່ແມ່ນມາດຕະຖານໂລກ, ເບິ່ງເພື່ອນບ້ານຈະເລີນອີກຕໍ່ໄປລາວເອີຍ.

__________________
Anonymous

Date:

ແຕ່ກໍ່ບໍ່ປາກົດເຫັນເພີ່ນເວົາເລື່ອງເສດຖະກິດແດ່ນໍ ວ່າຈະມີມາດຕະການແກ້ໄຂລາຄາສີນຄ້າທີ່ສູງຂື້ນທຸກມື້ຄືແນວໃດ?

ຄຳເຫັນຂອງທ່ານນີ້ມັນຈະບໍ່ໄປກະທົບກັບກະທູ້ ໂຄງການສ້າງທາງລົດໄຟ ແລະ ໂຄງການສ້າງເຂື່ອນໄຟຟ້າໄຊຍະບູລີບໍ່ທ່ານ? ເພາະວ່າສອງກະທູ້ດັ່ງກ່າວມາເທິງນີ້ຜູ້ຂ້າເຫັນຄົນບາງກຸ່ມເຂົ້າມາຄັດຄ້ານຢ່າງໜັກເລີຍ!

ແລະເປັນກະທູ້ທີ່ຖົກຖຽງກັນຢ່າງດຸເດືອດແລະຍືດຍາວສົມຄວນ!

ຕາມທັດສະນະຂອງທ່ານແລະຂ້າພະເຈົ້າແມ່ນຄ້າຍໆຄືກັນຂໍແຕ່ວ່າລັດຖະບານເພິ່ນປະຕິບັດໄດ້ຕາມ

ແຜນການພັດທະປະເທດທີ່ເພິ່ນວາງແຜນໄວ້ໃຫ້ບັນລຸຜົນເປັນຈິງກໍ່ດີແລ້ວ, ເພາະວ່າປະເທດລາວຂອງພວກເຮົາເກືອບເວົ້າໄດ້ວ່າຍັງບໍ່ທັນມີຫຍັງພໍຈະສືບຕໍ່ກໍ່ສ້າງ ຈາກພື້ນຖານໂຄງລ່າງກ່ອນ 1975ໄດ້ເລີຍ! ຈະສ້າງຫຍັງກໍ່ສ້າງໂລດເພາະວ່າປະເທດລາວຕ້ອງການທຸກອັນທຸກແນວແລະເປັນປະເທດພວມ ພັດທະນາຢູ່. ຖ້າວ່າສ້າງກໍ່ຕິແລະບໍ່ສ້າງກໍ່ຕິ ຕາມທີ່ພວກເຮົາເຫັນຜ່ານມານັ້ນ ແມ່ນຍາມໃດບ້ານເມືອງຂອງພວກເຮົາຈະໄປທຽບທຽມບ້ານເພິ່ນເມືອງທ່ານໄດ້?

ດ້ວຍຄວາມນັບຖື

__________________
Anonymous

Date:

Anonymous wrote:

ເວົ້າງ່າຍເຮັດຍາກ ເວົ້າແລ້ວກໍ່ປ່ອຍປະລະເລີຍ ບໍ່ຕັ້ງໃຈເຮັດ!

 ເຫັນ ດີ ນຳ ຄຳເັຫນເຈົ້າ ເວົ້າໄດ້ແຕ່ປາກ ແຕ່ພາກປະຕິບັດຕົວຈິງເຮັດບໍໄດ້. ພຽ່ງເປັນເຈ້ຍເສດຊື່ໆ
ແຕ່ຖ້າເພີນເວົ້າແລ້ວເຮດັແທ້ ຢາກໃຫ້ ເພີ່ນປະຕິບັດ ຂໍ້ທີ ນັ້ນຈະຂໍຊົມເຊີຍຢ່າງສຸດໃຈ

__________________
Anonymous

Date:

ຂໍ້ທີ່ສຳຄັນທີ່ສຸດແມ່ນຂໍ້ 4. ຂໍ້ນີ້ຄວນຈະຖືເປັນຂໍ້ 1. ເຖິງຢາ່ງໃດກໍຕາມມີແຕ່ເວົ້າຊື່ໆສາມາດປາບປາມບໍ່ໃດ້ດອກເພາະການສໍ້ລາດບັງຫຼວງມັນເລີ່ມຕັ້ງແຕ່ຊັ້ນເທິງລົງຫາຊັ້ນລຸ່ມ.

__________________
Anonymous

Date:

ຊື່ເຈົ້າຂອງຊັບສິນບໍ່ແມ່ນຊື່ເພິ່ນ ຮ້ອຍແຈ້ງພັນແຈ້ງເພິ່ນກໍ່ໂປ່ງໃສຫັ້ນລະ !

__________________
Anonymous

Date:

ທີ່ຈິງລະບຽບພັກມີແຕ່ໂດນແຕ່ເຮັດບໍ່ໄດ້ ມີຄັ້ງນຶ່ງຂ້ອຍໄດ້ເຂົ້າຮ່ວມກອງປະຊຸມບັ້ນດຳເນີນຊີວິດການເມືອງຂອງກົມ ເພິ່ນກໍ່ໃຫ້ມີວາລະແຈ້ງຊັບສີນ ໜີ້ສີນຄືທຸກໆສະໄໝປະຊຸມ ແຕ່ຄັ້ງນີ້ມີ ທ່ານ ຊຽງສິງ ວິຜາສຸກ ເປັນປະທານ ເພິ່ນຜ່ານລະບຽບການວ່າດ້ວຍການແຈ້ງຊັບສິນ ທຸກໆຄົນຕ້ອງແຈ້ງຊັບສີຍ ໜີ້ສີນ ເງີນຝາກທະນາຄານທັງຢູ່ໃນແລະນອກປະເທດ ແຕ່ຍົກເວັ້ນ ຜູ້ທີ່ມີນາມສະກຸນ ສີພັນດອນ, ພົມວິຫານ ແລະການນຳອື່ນໆ ໂດຍໃຫ້ເຫດຜົນວ່າ ຊັບສີນ ໜີ້ສີນເພິ່ນມີມາແຕ່ດົນແລ້ວ. ຫຼັງອອກຈາກຫ້ອງປະຊຸມໃຜໆກໍ່ສົນໃຈເລື້ອງນີ້ ແລະບໍ່ພໍໃຈໃນສອງມາດຕະຖານ ສຸດທ້າຍຜົນຂອງການແຈ້ງຊັບສີນມີ່ແຕ່ຜູ້ທຸກໆ ລົດ, ເຮືອນ ເປັນມູນເມຍ ຫຼື ຜົວໝົດ ສ່ວນຫົວໜ້າກົມທຸກກ່ວາໝູ່ມີເງີນຝາກ 500.000ກີບ, ລົດຈັກຮອນດາເກົ່າ 1ຄັນ, ສາຍຄໍຄຳ 1ບາດ ຂ້ອຍລະເບື່ອແຕ່ນັ້ນມາ.

 ເຄີຍເຫັນເພີ່ນອອກຄຳສັ່ງແນະນຳໃຫ້ປະຕິບັດມາຄັ້ງໜື່ງແລ້ວ ໃນສະໄໝທ່ານ ບົວສອນເປັນນາຍົກ, ຄືຈະແມ່ນປະມານປີ 2006

ນີ້ລະ. ແຕ່ເພີ່ນເອົາຈີງເອົາຈັງແຕ່ກັບ ພ/ງ ລະດັບຂັ້ນລຸ່ມນີ້ລະ, ໃນລະດັບກົມລົງມາຫາຂັ້ນຮາກຖານນີ້ລະ, ແຕ່ສຸດທ້າຍກໍມິດງຽບໄປ.

ຊິເວົ້າເຖີງເລື່ອງແຈ້ງແນວໃດ ຂະໜາດແຕ່ງຕັ້ງຄະນະກຳມະການລົງກວດກາ ໂຄງການ ຫລື ກິດຈະການໃດໜື່ງເມື່ອຕຳຕໍແລ້ວ ກໍຍັງຕ້ອງ

ສະຫລຸບໃຫ້ມິດງຽບໄປຄືກັນ, ຫລື ຄະນະກຳມະການ ກໍ່ຕ້ອງພະຍາຍາມບີບຄັ້ນ ພ/ງ ຊັ້ນຜູ້ນ້ອຍທີ່ເຮັດວຽກຕົວຈີງ ໃຫ້ເປັນແບ້ ຮັບບາບ

ແທນ ເພື່ອເພີ່ນຈະມີຜົນງານ ແລະ ແກ້ຂໍ້ສົງໄສໃຫ້ຄົນອື່ນ, ຖ້າ ພ/ງ ຂັ້ນຮາກຫຍ້າຜູ້ໃດບໍ່ມີສີ່ງຢັ້ງຢືນເປັນລາຍລັກອັກສອນ ເພື່ອສະແດງ

ຄວາມໂປ່ງໃສຂອງຕົນແລ້ວກໍ່ຮັບເວນ ຮັບທຳແທນຄົນອື່ນແທ້ໆ ພີ່ນ້ອງເອີຍ.

__________________

Veteran Member

Status: Offline
Posts: 63
Date:

ຈຳພວກຄົນຕ່າງປະເທດເຊື້ອສາຍລາວທີ່ບໍ່ມີໃບສຳມະໂນຄົວ ທີ່ພັກ+ລັດຂະໜານນາມວ່າ ຈຳພວກກຸ່ມຄົນບໍ່ດີນີ້ເດ!

ກໍ່ຈະມີສ່ວນກວດສອບຊັບສີນເໝືອນກັບຄົນ ຖັນແຖວພະນັກງານຂອງພັກ+ລັດຫຼືບໍ່?

ຫຼືຍົກເວັ້ນວ່າເປັນຄົນລາວລູກແຫຼ້ງຕີນມືຂອງພວກຈັກະພັດບໍ່ມີສ່ວນຮ່ວມ,ສັບສີນຂອງພວກລາວນອກສະອາດໂປ່ງໃສ

ໄດ້ຈາກນ້ຳແຮງແລະສະຕິປັນຍາ ຈະແຕກຕ່າງກັບສັບສີນຂອງພັກ+ລັດແລະເຄືອຍາດທີ່ນຳເອົາປະເທດໄປຈຳນຳກັບນັກທຸຣະກິດ

ຕ່າງຊາດ,ສົງສານປະຊາຊົນຜູ້ຮ່ວມຊາດດ້ວຍກັນແດ່! ຢ່າເຫັນແກ່ຕົວຫຼາຍ.

__________________
Anonymous

Date:

Anonymous wrote:

ແຕ່ກໍ່ບໍ່ປາກົດເຫັນເພີ່ນເວົາເລື່ອງເສດຖະກິດແດ່ນໍ ວ່າຈະມີມາດຕະການແກ້ໄຂລາຄາສີນຄ້າທີ່ສູງຂື້ນທຸກມື້ຄືແນວໃດ?

 ເອີ,ແມ່ນໃດນໍ...ບັນຫາເລື້ອງປາກທ້ອງ ເປັນບັນຫາຫລັກຂອງມະນຸດ

ກີນ, ຂີ້, ສີ້ ,ນອນ ຄວນຈະຖຶກແກ້ໄຂໂດຍໄວໄວໄວໄວໄວໄວໄວໄວໄວໄວ....

__________________
Anonymous

Date:

Anonymous12 wrote:

I give you 5 stars for your commemts.

__________________
Anonymous

Date:

ຂໍ້4 ເປັນປັດໃຈພື້ນຖານທີ່ຈະເຮັດໃຫ້ ປະກົດການຫຍໍ້ທໍ້ໃນສັງຄົມລາວຫລຸດລົງ, ແຕ່ໃນນີ້ປະບໍ່ໃດ້ເດັດຂາດວຽກງານກວດກາ ກວດການ ວກດເຫັນແລ້ວຕ້ອງລົງວິໃນຕາມລະບຽບກົດຫມາຍຢ່າງເຂັ້ມງວດ ຖິ້ມປະສາ ນະໂຍບາຍທີ່ວ່າ ສາຍເລືອດໂລຫິດ,ມິດໄກ້ຄຽງ,ສະບຽງຫລັງບ້ານ 

__________________
Anonymous

Date:

Anonymous wrote:
Anonymous wrote:

ແຕ່ກໍ່ບໍ່ປາກົດເຫັນເພີ່ນເວົາເລື່ອງເສດຖະກິດແດ່ນໍ ວ່າຈະມີມາດຕະການແກ້ໄຂລາຄາສີນຄ້າທີ່ສູງຂື້ນທຸກມື້ຄືແນວໃດ?

 ເອີ,ແມ່ນໃດນໍ...ບັນຫາເລື້ອງປາກທ້ອງ ເປັນບັນຫາຫລັກຂອງມະນຸດ

ກີນ, ຂີ້, ສີ້ ,ນອນ ຄວນຈະຖຶກແກ້ໄຂໂດຍໄວໄວໄວໄວໄວໄວໄວໄວໄວໄວ....

 ກິນ,ຂີ້,ສີ້,ນອນ ແມ່ນບຸລິມະສິດທີ່ເພິ່ນແກ້ໄຂໃນປະຈຸບັນ.ເຫດຜົນ ຄື: ການສໍ້ລາດບັງຫລວງ=ກິນ.ຊື້ລົດລາຄາແພງມາຂີ່,ກິນເຫຼົ້ານອກລາຄາແພງ=ຂີ້

ໄປຫຼີ້ນບາ,ຮ້ານກະລາໂອະເກະ,ຮ້ານກະຕຽງນ້ອຍ,ເມຍເພີ້້ມ=ສີ້.ອິດເມື່ອຍຈາກສາມເຫດການນີ້=ນອນ.ແຕ່ການພັດທະນາເລື່ອງອື່ນບໍ່ສົນ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

http://www.pasaxon.org.la/conten/25-1-13/1.htm

ບາງຫົວຂໍ້ທີ່ໜ້າສົນໃຈ:

2. ກອງປະຊຸມໄດ້ປຶກສາ ຫາລື ແລະ ໃຫ້ການຊີ້ນຳຕໍ່ການຈັດສັນການຈະລາຈອນໃນນະຄອນຫລວງວຽງຈັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍໂດຍກຳນົດ
ມາດຕະການ
ວິທີການແກ້ໄຂໃນສະເພາະໜ້າ ແລະ ຍາວນານ ໂດຍຈະໄດ້ສຸມໃສ່ສຶກສາອົບຮົມສະຕິການຈະລາຈອນໃຫ້ທຸກພາກສ່ວນດ້ານລະບຽບການ ແລະ 
ພຶດຕິກຳໃນການຂັບຂີ່
ປະຊາສຳພັນຜ່ານສື່ຕ່າງໆດ້ວຍຫຼາຍຮູບຫລາຍສີດຶງເອົາການເຂົ້າມາມີສ່ວນຮ່ວມຂອງສັງຄົມ ແລະ ເພີ່ມທະວີກວດກາການປະຕິບັດລະ
ບຽບສຳລັບການຈະລາຈອນ
ປະຕິບັດກົດໝາຍຜັງເມືອງຢ່າງເຂັ້ມງວດສ້າງບັນດານິຕິກຳ ແລະ  ລະບຽບການຮອງຮັບແກ່ການແກ້ໄຂບັນຫາການຈະລາຈອນ
ແອອັດ
ປັບປຸງ ແລະ ພັດທະນາອຸປະກອນ ແລະ ເຄື່ອງມືສຳລັບການຈະລາຈອນກຳນົດບ່ອນຈອດລົດການປຸກສ້າງຫ້າງຮ້ານສາງໃຫ້ເໝາະສົມກຳນົດ 
ແລະ ຈັດສັນເສັ້ນທາງເດີນລົດດ້ວຍ ການກຳນົດລະບົບ ແລະ ເວລາໃນການນຳໃຊ້ຖະໜົນ
ຈັດສັນເວລາສຳລັບການເດີນລົດປະເພດຕ່າງໆ ແລະ ພັດທະນາ 
ລະບົບຂົນສົ່ງມວນຊົນ
ກຳນົດເວລາເຂົ້າຮຽນຂອງນັກຮຽນ ແລະ ເວລາເຮັດວຽກຂອງພາກລັດຄືນໃໝ່ສຳລັບໄລຍະຍາວແມ່ນວາງແຜນສ້າງທາງ ໂດຍແມ່ນລັດ 
ແລະ ເອກະຊົນມີສ່ວນຮ່ວມຢ່າງຕັ້ງໜ້າແນໃສ່ຮັບປະກັນໄດ້ການແກ້ໄຂບັນຫາການຈະລາຈອນແອອັດຢູ່ນະຄອນຫລວງວຽງຈັນ
.

3. ກອງປະຊຸມເຫັນດີຮັບຮອງເອົາທິດທາງໜ້າທີ່ຈຸດສຸມໃນການພັດທະນາເມືອງຮົ່ມ ແລະ ເມືອງໄຊສົມບູນແຂວງວຽງຈັນ ແຕ່ນີ້ຮອດປີ 2015 ເພື່ອສ້າງສະ
ພາບແວດລ້ອມທີ່ອຳນວຍ
ສ້າງໃຫ້ເປັນເມືອງທີ່ເຂັ້ມແຂງຮອບດ້ານພັດທະນາພື້ນຖານໂຄງລ່າງ ແລະ ຫັນປ່ຽນໂຄງປະກອບເສດຖະກິດພັດທະນາດ້ານສັງຄົມ
ໃຫ້ສົມຄູ່ຢູ່ຂົງເຂດດັ່ງກ່າວໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານເຮັດໃຫ້ປະຊາຊົນບັນດາເຜົ່າມີຊີວີດທີ່ດີຂຶ້ນຢ່າງຈະແຈ້ງກວ່າທຸກໄລຍະທີ່ຜ່ານມາ ຊຶ່ງບັນດາຂະ
ແໜງການທັງສູນກາງ ແລະ ທ້ອງຖິ່ນຈະຕ້ອງສຸມທຸກກຳລັງຂອງຕົນໃສ່ພາກປະຕິບັດຕົວຈິງຢ່າງເອົາຈິງເອົາຈັງໃນທຸກດ້ານ
.

4. ກອງປະຊຸມໄດ້ຮັບຮອງເອົາຮ່າງດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ໜີ້ສິນເພື່ອກຳນົດຫລັກການລະບຽບການ ແລະ ມາດຕະການກ່ຽວກັບການແຈ້ງ
ຊັບສິນ ແລະ ໜີ້ສິນສຳລັບພະນັກງານນຳພາ
-ຄຸ້ມຄອງແຕ່ລະຂັ້ນ ແນໃສ່ສະກັດກັ້ນຕ້ານການສໍ້ລາດບັງຫລວງ ແລະສ້າງຄວາມໂປ່ງໃສໃນກົງຈັກການຈັດຕັ້ງຂອງ 
ພັກ
-ລັດກໍ່ຄືໃນຖັນແຖວພະນັກງານລັດຖະກອນ ແລະ ປະກອບສ່ວນໃນການສ້າງສາ ແລະ ພັດທະນາລັດແຫ່ງກົດໝາຍເທື່ອລະກ້າວ.

 ບໍ່ມີແນວທາງສ້າງທາງລອຍຟ້າ ແບບຫວຽວນາມ ແລະຂະເໝນຕາມເຄີຍ ແລະບໍ່ມີຖະໜົນ 10ເລນ, ຍັງໄປມຸ້ງແກ້ແບບປະຖົມບູຮານຍາມໃດສິມີລົດໄຟ້າ, ທາງໃຕ້ດິນແບບຫວຽດນາມ ແລະລາວກໍ່ຈະລ້າຫຼັງແລະຖືກຫວຽດຖືກຂະເໝນພັດທະນາໄປກອ່ນ ແລ້ວລາວກໍ່ຈະຫຼ້າຫຼັງຕາມກົ້ນເຂົາ 10-20ປີເໝືອນເຄີຍຕາມມາດຕະຖານແບບລາວລາວ ບໍ່ແມ່ນມາດຕະຖານໂລກ, ເບິ່ງເພື່ອນບ້ານຈະເລີນອີກຕໍ່ໄປລາວເອີຍ.

ຄຳເຫັນຂອງທ່ານນີ້ມັນຈະບໍ່ໄປກະທົບກັບກະທູ້ ໂຄງການສ້າງທາງລົດໄຟ ແລະ ໂຄງການສ້າງເຂື່ອນໄຟຟ້າໄຊຍະບູລີບໍ່ທ່ານ? ເພາະວ່າສອງກະທູ້ດັ່ງກ່າວມາເທິງນີ້ຜູ້ຂ້າເຫັນຄົນບາງກຸ່ມເຂົ້າມາຄັດຄ້ານຢ່າງໜັກເລີຍ!

ແລະເປັນກະທູ້ທີ່ຖົກຖຽງກັນຢ່າງດຸເດືອດແລະຍືດຍາວສົມຄວນ!

ຕາມທັດສະນະຂອງທ່ານແລະຂ້າພະເຈົ້າແມ່ນຄ້າຍໆຄືກັນຂໍແຕ່ວ່າລັດຖະບານເພິ່ນປະຕິບັດໄດ້ຕາມ

ແຜນການພັດທະປະເທດທີ່ເພິ່ນວາງແຜນໄວ້ໃຫ້ບັນລຸຜົນເປັນຈິງກໍ່ດີແລ້ວ, ເພາະວ່າປະເທດລາວຂອງພວກເຮົາເກືອບເວົ້າໄດ້ວ່າຍັງບໍ່ທັນມີຫຍັງພໍຈະສືບຕໍ່ກໍ່ສ້າງ ຈາກພື້ນຖານໂຄງລ່າງກ່ອນ 1975ໄດ້ເລີຍ! ຈະສ້າງຫຍັງກໍ່ສ້າງໂລດເພາະວ່າປະເທດລາວຕ້ອງການທຸກອັນທຸກແນວແລະເປັນປະເທດພວມ ພັດທະນາຢູ່. ຖ້າວ່າສ້າງກໍ່ຕິແລະບໍ່ສ້າງກໍ່ຕິ ຕາມທີ່ພວກເຮົາເຫັນຜ່ານມານັ້ນ ແມ່ນຍາມໃດບ້ານເມືອງຂອງພວກເຮົາຈະໄປທຽບທຽມບ້ານເພິ່ນເມືອງທ່ານໄດ້?

ດ້ວຍຄວາມນັບຖື

ສ້າງສາ ພັດທະນາ ຖືກຕ້ອງ  ແຕ່ການສ້າງສາ ຕ້ອງມີປະສິດຕິພາບພ້ອມຜົນປະໂຫຍດທີ່ແທ້ຈິງ ຫຼີກລຽງຜົນກະທົບທີ່ອາດຈະມີມາພາຍໜ້າຫຼືປັດຈຸບັນ. ການຕ້ອງຕິ ບໍ່ໝາຍເຖີງການຄັດຄ້ານ ຄືເປັນສິ່ງຕັກເຕືອນ ເປັນກຳລັງຢູ້ດັນຂອງການຍົກລະດັບຄຸນນະພາບໄຫ້ດີຂື້ນ ຖ້າມີແຕ່ຍ້ອງ ຊົມເຊີຍຕົວເອງ ແລ້ວ ກໍ່ມີແຕ່ເປັນຝ່າຍຖອຍຫຼັງ ຂອງຂູ່ແຂງທັງຫຼາຍ ຈະເປັນການຜະລິດ  ການພັດທະນາ ການສ້າງສາຕ່າງໆກໍແລ້ວກັນ

ເມື່ອມີການຕ້ອງຕິ ກໍຕ້ອງມີການແກ້ໃຂ ແລະດັດແປງໄຫ້ດີຂື້ນ ແບບນີ້ແມ່ນການພັດທະນາແບບຍືນຍົງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard