Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ່າວດີສໍາລັບນັກຂີ່ເບັນ
ນັກຄາບຂ່າວ

Date:
ຂ່າວດີສໍາລັບນັກຂີ່ເບັນ

ໄດ້ຍິນຂ່າວໝັດແໝວຈາກສະພາກາໄວນ໌ ເພິ່ນຈະເອົາລົດເບັນຈໍານວນ 105 ຄັນທີ່ເພິ່ນສັ່ງຊື້ມາຮັບໃຊ້ກອງປະຊຸອາເຊັມ9

ອອກມາປະມູນຂາຍເພື່ອຈະເອົາເງິນເຫຼົ່ານັ້ນກັບຄືນເຂົ້າໄປໃຊ້ໃນງົບປະມານແຫ່ງຊາດແທນທີ່ຈະຢາຍໃຫ້ສະມາຊິກພັກຂີ່ໄປ

ກິນນໍ້າໝາກພ້າວອ່ອນຢູ່ພູເຂົາຄວາຍຄືດັ່ງເພິ່ນເຄີຍເວົ້າເອົາໄວ້ມາກ່ອນກອງປະຊຸມ. ທ່ານໃດ໋ສົນໃຈ ກະລຸນາຕິດຕໍ່ສອບຖາມ

ລາຍລະອຽດໄດ້ທີ່ເບີ 20 9697 9899, ໂຊກດີຈົ່ງເປັນຂອງທ່ານ.

__________________
Anonymous

Date:

ນັກຄາບຂ່າວ wrote:

ຄັນຂ້ອຍມີເງິນຊື້ລະດັບ Benz ຂ້ອຍກະບໍ່ກ້າຊື້ດອກນຳເພິ່ນ

ຢ້ານມີບັນນັ້ນນີ້  ແນວບໍ່ມີຫຍັງຄ້ຳປະກັນຄືກັບຊືຢູ່ບໍລິສັດເຊັ່ນເລືອກຄັນນີ້ພັດໄດ້ຄັນນັ້ນ

ແຕ່ຄັນເງິນບໍ່ເຖິງ Benz ມື 1 ຂ້ອຍກະຊິເອົາ Toyota ມື 1 ແທນ

__________________
Anonymous

Date:

ເບັນທີ່ປະມຸກລັດຂອງປະເທດຂີ່ແມ່ນເບັນທີ່ມີຄວາມໝາຍຫຼາຍກ່ວາເບັນທີ່ຈອດຂາຍໃນຮ້ານເດີ

ແລະລາຄາຄົງຈະລື່ນເບັນໃນຮ້ານຫຼາຍເທົ່າ.

__________________
Anonymous

Date:

Anonymous wrote:

ເບັນທີ່ປະມຸກລັດຂອງປະເທດຂີ່ແມ່ນເບັນທີ່ມີຄວາມໝາຍຫຼາຍກ່ວາເບັນທີ່ຈອດຂາຍໃນຮ້ານເດີ

ແລະລາຄາຄົງຈະລື່ນເບັນໃນຮ້ານຫຼາຍເທົ່າ.

 ຖືກຕ້ອງແລ້ວ, ສຳລັບພວກນັກທຸລະກິດ (ຄົນມີເງີນຫລາຍ ເວົ້າລວມ) ເຂົາຢາກໄດ້ເພື່ອປະດັບສັກສີຂອງເຂົາເທົ່ານັ້ນ

ອັນອື່ນເປັນເລື່ອງສຳຮອງ. ແຕ່ສຳລັບຄົນທຳມະດາສາມັນແລ້ວ ຂໍແຕ່ວ່າມີໃຊ້ກໍ່ຖືວ່າດີແລ້ວ ແລະ ກໍ່ຕ້ອງໄລ່ລຽງໃຫ້ມີປະສິດ

ທິຜົນສູງກັບເງີນທີ່ຈ່າຍໄປກ່ອນຈື່ງຊື້

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard