Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍປຶກສາຜູ້ຊ່ຽວຊານແດ່
Anonymous

Date:
ຂໍປຶກສາຜູ້ຊ່ຽວຊານແດ່

ຂ້າພະເຈົ້າມີບັນຫາເລື້ອງມີໄຂມັນໃນເສັ້ນເລືອດຫົວໃຈສູງ ກິນຍາກໍ່ລົດລົງບາດເຊົາພັດຂຶ້ນມາຄືເກົ່າ ແຕ່ທ່ານໝໍແນະນຳວ່າໃຫ້ຊື້ເຫຼົ້າວາຍແດງມາດື່ມມື້ລະຈອກກ່ອນນອນຈະຊ່ວຍໄດ້ ຂ້າພະເຈົ້າກໍ່ຄິດວ່າມັນແມ່ນຂອງມັກຢູ່ແລ້ວເລີຍໄປຊອກຊື້ວາຍແດງແບບເປັນຂວດ ປາກົດວ່າລາຄາແສນແພງ ອັນລາຄາຖືກແດ່ພັດບໍ່ເປັນຕາດື່ມ ເລີຍຊອກຊື້ແບບກະຕຸກມາດື່ມ ແຕ່ບໍ່ຮູ້ວ່າຍີ່ຫໍ້ໃດພໍໃຊ້ໄດ້

ສະນັ້ນ ຂໍຄວາມຊ່ວຍເຫຼືອທ່ານໃດມີຄວາມຮູ້ກ່ຽວກັບວາຍແບບກະຕຸກຊ່ວຍແນະນຳແດ່

ຂໍຂອບໃຈລ່ວງໜ້າເດີ

__________________
Anonymous

Date:

Anonymous wrote:

to reduce cholesterol just not only red wine , do some other thing like sexercise ,

running , jogging , biking and avoid the food contain animal fat like dairy product

__________________
Anonymous

Date:

ຂ້ອຍກິນຢາບໍຣຸງ Fish Oil 1000mg(Omega-3), ແຕ່ລະເຊົ້າຂ້ອຍຈະຕ້ອງກິນ Oatmeal ນຶງຖ້ວຍກ່ອນໄປເຮັດວຽກ,

ນໍ້າໝາກກ້ຽວນຶ່ງຈອກ, ແຕ່ລະອາທິດຈະບອກລູກສາວແມ່ເຖົ້າຊື້ປາຊາດີນ ປາແຊວມອນມາເຮັດປົ່ນໃຫ້ກິນເທື່ອນຶ່ງ, ຖ້າກິນຂົ້ວ

ກິນຈືນກໍ່ຈະໃຊ້ແຕ່ນໍ້າມັນໂອລິວ(Olive Oil). ສິ່ງສໍາຄັນຄືຕ້ອງອອກກໍາລັງກາຍເດີ, ເຫຼົ້າແລະຢາສູບ ຢ່າໄກ້ເດັດຂາດ.(Wine

ກໍ່ມີສ່ວນຫຼຸດທາດໄຂມັນໄດ້ຖ້າດື່ມມື້ລະຈອກ).

ໂຊກດີ

__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າມີບັນຫາເລື້ອງມີໄຂມັນໃນເສັ້ນເລືອດຫົວໃຈສູງ ກິນຍາກໍ່ລົດລົງບາດເຊົາພັດຂຶ້ນມາຄືເກົ່າ ແຕ່ທ່ານໝໍແນະນຳວ່າໃຫ້ຊື້ເຫຼົ້າວາຍແດງມາດື່ມມື້ລະຈອກກ່ອນນອນຈະຊ່ວຍໄດ້ ຂ້າພະເຈົ້າກໍ່ຄິດວ່າມັນແມ່ນຂອງມັກຢູ່ແລ້ວເລີຍໄປຊອກຊື້ວາຍແດງແບບເປັນຂວດ ປາກົດວ່າລາຄາແສນແພງ ອັນລາຄາຖືກແດ່ພັດບໍ່ເປັນຕາດື່ມ ເລີຍຊອກຊື້ແບບກະຕຸກມາດື່ມ ແຕ່ບໍ່ຮູ້ວ່າຍີ່ຫໍ້ໃດພໍໃຊ້ໄດ້

ສະນັ້ນ ຂໍຄວາມຊ່ວຍເຫຼືອທ່ານໃດມີຄວາມຮູ້ກ່ຽວກັບວາຍແບບກະຕຸກຊ່ວຍແນະນຳແດ່

ຂໍຂອບໃຈລ່ວງໜ້າເດີ

 ເຈົ້າມີຫຼາຍຂນາດໃດ?ຂ້ອຍບໍ່ເຫັນໝໍແນະນຳໃຫ້ຂ້ອຍກິນwine ເລີຍ.ທັງທີບ່ອນຂ້ອຍຢູ່ເຈົ້າພໍ່ wine. ສິ່ງເຂົາແນະນຳແມ່ນໃຫ້ກິນປາຫຼາຍກວ່າເນື້ອສັດຕ່າງໆ.

ກິນຜັກ,ໝາກໄມ້ທີ່ມີໄຍອາຫານຫຼາຍໆເພື່ອມັນຈະໄປເກາະເອົາໄຂມັນຈາກອາຫານອອກໄປທາງອາໂຈມກ່ອນລຳໄສ້ຈະດູດຊຶມເອົາໄປສູ່ເສັ້ນເລືອດ.

ອອກກຳລັງກາຍເປັນປົກກະຕິ.ສິ່ງທີ່ບໍ່ຄວາມກິນຫຼາຍມີ:ໄຂ່(ໄຂ່ແດງມີໄຂມັນຫຼາຍ)ຊີ້ນສັດ,ເຄື່ອງໃນສັດ.(ລະວັງປີ້ງແບ້ຢ່າກິນຫຼາຍ)

ສັງເກດຂ້ອຍເອງຖ້າປະຕິບັດໄດ້ບໍ່ວ່າດ້ານການກິນ ແລະ ອອກກຳລັງກາຍ ແມ່ນຫຼຸດໄດ້ຢ່າງເຫັນຜົນ.ໝໍບໍ່ໄດ້ບອກເຈົ້າກ່ອນບໍ?ວ່າຖ້າກິນຢາແລ້ວຕ້ອງໄດ້ກິນຕລອດຊີວິດ.

ສຳລັບຂ້ອຍລະດູໜາວແມ່ນໄຂມັນຂື້ນເພາະບໍ່ໄດ້ອອກແຮງງານໃນສວນຄົວ.ສ່ວນຍາມແລ້ງ(ລະດູຮ້ອນ)ໃຄເພາະໂອກາດໄດ້ອອກກຳລັງກາຍ ແລະ ເຮື່ອອອກ

ຫຼາຍ.

__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າມີບັນຫາເລື້ອງມີໄຂມັນໃນເສັ້ນເລືອດຫົວໃຈສູງ ກິນຍາກໍ່ລົດລົງບາດເຊົາພັດຂຶ້ນມາຄືເກົ່າ ແຕ່ທ່ານໝໍແນະນຳວ່າໃຫ້ຊື້ເຫຼົ້າວາຍແດງມາດື່ມມື້ລະຈອກກ່ອນນອນຈະຊ່ວຍໄດ້ ຂ້າພະເຈົ້າກໍ່ຄິດວ່າມັນແມ່ນຂອງມັກຢູ່ແລ້ວເລີຍໄປຊອກຊື້ວາຍແດງແບບເປັນຂວດ ປາກົດວ່າລາຄາແສນແພງ ອັນລາຄາຖືກແດ່ພັດບໍ່ເປັນຕາດື່ມ ເລີຍຊອກຊື້ແບບກະຕຸກມາດື່ມ ແຕ່ບໍ່ຮູ້ວ່າຍີ່ຫໍ້ໃດພໍໃຊ້ໄດ້

ສະນັ້ນ ຂໍຄວາມຊ່ວຍເຫຼືອທ່ານໃດມີຄວາມຮູ້ກ່ຽວກັບວາຍແບບກະຕຸກຊ່ວຍແນະນຳແດ່

ຂໍຂອບໃຈລ່ວງໜ້າເດີ

 ຂໍແລກປ່ຽນປະສົບການນຳໜ້ອຍໜື່ງ, ຂ້າພະເຈົ້າກໍ່ມີບັນຫາເລື່ອງໄຂມັນ ໃນເສັ້ນເລືອດ ແລະ ໄຂມັນຫຸ້ມຫົວໃຈຄືກັນ

ຈະໄປຮັກສາ ປີ່ນປົວຢູ່ຕ່າງປະເທດຄືເຈົ້ານາຍ ຫລື ຜູ້ມີເງີນຫລາຍ ກໍ່ເຮັດບໍໄດ້ເພາະບໍ່ມີເງີນ ແລະ ບໍ່ມີຜູ້ອຸປະຖຳຄືເພີ່ນ

ມີແຕ່ອາໄສໂຮງໝໍບ້ານເຮົານີ້ລະ. ເບື້ອງຕົ້ນຄວາມດັນຂ້ອຍກໍ່ສູງໃນລະດັບຕ້ອງລະວັງພຸ້ນລະ ໝໍໃຫ້ຢາລົດໄຂມັນ, ລົດຄວາມດັນ

ຢາລົດໄຂມັນກີນຕັ້ງເປັນ 2ປີ ມັນກໍ່ບໍ່ໄດ້ລົດລົງເລີຍ ມີແຕ່ບໍ່ຂື້ນສູງເທົ່ານັ້ນ, ໝໍກໍ່ພຽງແຕ່ບອກວ່າບໍ່ໃຫ້ກີນອາຫານມັນ, ໃຫ້ກີນ

ປາ ກີນຜັກຫລາຍໆ ແລະ ອອກກຳລັງກາຍ (ຍ່າງ ຢ່າງໜ້ອຍ 500ມ ຕໍ່ມື້). ຕໍ່ມາມີຄົນທີ່ຮູ້ຈັກກັນ ແລະ ໝູ່ຄູ່ທີ່ເປັນໝໍ ບອກວ່າ

ກີນຢາລົດໄຂມັນຫລາຍ ອັນຕະລາຍ ແພ້ຕັບ ແລະ ມັນກໍ່ບໍ່ຊ່ວຍໃຫ້ລົດລົງໄດ້ດອກ ຄຸມອາຫານເອົາດີກວ່າ ແລະ ອອກກຳລັງກາຍ

ຊ່ວຍເຜົາຜານດີກວ່າ.

ຕໍ່ມາຂ້ອຍກໍ່ບໍ່ກີນອີກ ເຮັດຕາມທີ່ເຂົາບອກອາການກໍ່ດີຂື້ນເລັກນ້ອຍ ຄວາມດັນບໍ່ຂື້ນສູງ, ໄປກວດໄຂມັນກໍ່ຢູ່ໃນເກນປົກກະຕິ.

ຕໍ່ມາກໍ່ແມ່ນໄຂມັນຫົວໃຈ ຍັງບໍ່ລົງ ແລະ ຂ້ອຍມາມີບັນຫາດ້ານຫົວໃຈ ເມື່ອຍຈົນເກືອບຊັອກຕັ້ງຫລາຍຄັ້ງ ຕ້ອງໄດ້ໄປຫາໝໍສຸກເສີນ

ຫລາຍຄັ້ງ. ໝໍກໍ່ບໍ່ໄດ້ກວດກາ ແລະ ໃຫ້ຄຳແນະນຳພໍເທົ່າໃດ, ຕໍ່ມາມີຄົນທີ່ເຮັດວຽກນຳກັນເພີ່ນມີເງີນແດ່ເຄີຍໄປກວດ ໄປປິ່ນປົວຢູ່

ຕ່າງປະເທດ ແນະນຳຂ້ອຍຕາມຄຳແນະນຳທີ່ເຂົາເຈົາໄດ້ຮັບ ເຊີ່ງມີອັນເພີ່ມເຕີມຈາກເດີມວ່າ: ບໍ່ໃຫ້ກີນເຂົ້າໜຽວ, ຫລີກເວັ້ນທາດແປ້ງ

ໃຫ້ຫລາຍ, ກີນອາຫານພໍແຕ່ບໍ່ຫີວ (ບໍ່ໃຫ້ກີນຫລາຍເກີນໄປ), ກີນ Omega. ຕໍ່ມາຂ້ອຍກໍ່ກີນນ້ຳມັນປາ Omega, ກີນເຂົ້າຈ້າວ

ແລ້ວຮູ້ສືກວ່າອາການດີຂື້ນກວ່າເດີມ ບໍ່ເມື່ອຍຫລາຍຄືແຕ່ກ່ອນ. ເຮົາຕ້ອງເຂົ້າໃຈວ່າພະຍາດອັນນີ້ ມັນແມ່ນຄວາມບົກພ່ອງ ຫລື ຄວາມ

ບໍ່ສົມດູນໃນຮ່າງກາຍເຮົາ ໂດຍສະເພາະຜູ້ສູງອາຍຸ, ມັນບໍ່ແມ່ນເຊື້ອໂຣກ ຈະປົວໃຫ້ຫາຍຂາດແມ່ນເປັນໄປບໍ່ໄດ້ ມີແຕ່ເຮັດໃຫ້ອາການທຸ

ເລົາລົງເທົ່ານັ້ນ. ສ່ວນ wine ນັ້ນສຳລັບຂ້ອຍກີນແລ້ວ ປາກົດວ່າເຮັດໃຫ້ຮູ້ສືກເມື່ອຍ ອາດຈະຂື້ນກັບສຸຂະພາບແຕ່ລະຄົນເນາະ

ຖ້າທ່ານໃດມີປະສົບການທີ່ດີກໍຂໍເຊີນຊ່ວຍແນະນຳໃຫ້ຫລາຍຄົນຮູ້ເພື່ອຈະພາກັນຮັກສາສຸຂະພາບໃຫ້ແຂງແຮງເນາະ

__________________
Anonymous

Date:

ອາຫານ ແລະ ການກິນ ເປັນສິ່ງທີ່ສຳຄັນເດີ  ພໍ່ອາວ ພອ້ມທັງແນວຄິດ !

ໃຫ້ເຈົ້າກິນປາແຫ້ງ ,ປາແກ້ວ ແກງໄສ່ໃບຜັກອີ່ຮຸມ ເດີ ກິນເປັນປະຈຳ ດີຫລາຍ

ແລະ ພິເສດ ນອ້ງຊາຍເຈົ້າ ມັນຈະເຂັ້ມແຂງ ແລະ ຂຶງກ້າມ ທຸກເວລາ ?

ແມ່ນແລ້ວອາຫານການກິນເປັນສິ່ງສຳຄັນທີ່ສຸດ!

ອາຫານທີ່ບັນຈຸ ຄໍແລັສເຕີຣິນ ຫຼາຍທີ່ສຸດ ແມ່ນ: ມອນໄຂ່ ຫຼືໄຂ່ເຫຼືອງ, ເຄື່ອງໃນຂອງສັດ ເປັນຕົ້ນແມ່ນ ຕັບ ແລະ ອອກປອງ ຫຼືສະໝອງ.

ຈາກສັດນ້ຳ ແມ່ນກະປູ ແລະກຸ້ງ ອາຫານດັ່ງກ່າວມາເທິງນີ້ຄວນຫຼີກເວັ້ນທີ່ສຸດ!

ແຕ່ວ່າຍັງມີອາຫານທີ່ສາມາດເຮັດໃຫ້ ຄໍແລັສເຕີຣິນ ຫຼຸດລົງໄດ້ແມ່ນ: ຮັບປະທານເຂົ້າຈີ່ ຜັກຕ່າງໆ,ໝາກໄມ້ສົດທຸກໆຊະນິດ ຫຼືວ່າ ອົບແຫ້ງມາແລ້ວ, ໝາກຖົ່ວຍັດ, ໝາກສາລີ,ຜັກບົ່ວ,ຜັກທຽມແລະໝາກຖົ່ວ.

ນອກຈາກນີ້ແລ້ວແມ່ນ ໃຫ້ອອກກຳລັງກາຍເປັນປົກກະຕິ.

__________________
Anonymous

Date:

ຈຂກທ  ບໍ່ຮູ້ວ່າຢູ່ໃສ  ເມືອງນອກຫຼືເມືອງລາວ ?

ຂ້ອຍເຄີຍອ່ານເຂົາຂຽນເຮື່ອງນີ້ຜ່ານຫູຜ່ານຕາມາພໍຈື່ໄດ້ໜ້ອຍນຶ່ງ

ເພິ່ນວ່າກະທຽມມີສັບພະຄຸນລົດໄຂມັນໃນເສັ້ນເລືອດ  ໃຫ້ກິນປະຈຳເດີ  ກິນແບບສົດ ໆ ແຮ່ງດີ

ຖ້າຢູ່ເມືອງນອກຢ້ານເໝັນໃສ່ຝຣັ່ງ  ໃຫ້ຊື້ແບບແຄບຊູນມາກິນກະໄດ້

ອາຫານນີ້ຕ້ອງລະວັງທີ່ສຸດ  ພວກທອດພວກຈືນໃສ່ນ້ຳມັນພະຍາຍາມຢ່າກິນເດັດຂາດ

ຂົ້ວຜັກຖ້າເປັນໄປໄດ້ບໍ່ຕ້ອງໃຊ້ນ້ຳມັນຂົ້ວ  ຄັນຢ້ານມັນບໍ່ແຊບເພາະບໍ່ມັນ 

ຂົ້ວໃສ່ນ້ຳໜ້ອຍນຶ່ງ ສຸກແລ້ວຕັກໃສ່ຈານ ຈຶ່ງເອົານ້ຳມັນໝາກກອກ(ນ້ຳມັນໂອລິຟແບບຄັ້ນເຢັນExtra virgin olive oil)ໂຮຍໃສ່ຄົນໃຫ້ເຂົ້າກັນ

ນ້ຳມັນໝາກກອກແບບຄັ້ນເຢັນ  ແມ່ນນ້ຳມັນທີ່ບໍ່ອິ່ມໂຕ  ກິນແລ້ວດີຕໍ່ສຸຂະພາບ

ທີ່ສຳຄັນຢ່າກິນອາຫານເຄັມຫຼາຍ  ເກືອນີ້ຫຼະແມ່ນໂຕສາເຫດອັນນຶ່ງຂອງໂຣກຫົວໃຈ

ກິນໜຶ້ງປາໜຶ້ງຜັກຫຼາຍ ໆ  ຜັກສົດແຮ່ງດີ  ກິນກັບແຈ່ວ  ແຕ່ແຈ່ວຢ່າເຮັດເຄັມ

ຄົນໃນຄອບຄົວເຂົາບໍ່ມີປັນຫາກ່ຽວກັບສຸຂະພາບ  ໃຫ້ເຂົາປຸງແຕ່ງອາຫານແບບເຂົາມັກແຍກຕ່າງຫາກ

ເຄື່ອງດື່ມກໍ່ມີຄວາມສຳຄັນ  ຄວນຫຼີກຫຼ່ຽງເຫຼົ້າ ເບັຽແລະນ້ຳຫວານໆ  ເຊັ່ນ  ໂຄລາ

ກິນນ້ຳຊາຈີນປະຈຳກໍ່ມີປະໂຫຍດ  ມັນຊ່ອຍລ້າງໄຂມັນເດີ

ສຸດທ້າຍ  ຢ່າລືມອອກກຳລັງກາຍ  

ເວລາຍ່າງ  ໃຫ້ຍ່າງໄວ ໆ ແບບຟ້າວ ໆ ມັນເປັນການອອກກຳລັງກາຍຢ່າງໜຶ່່ງ

ທໍ່ນີ້ກ່ອນເນາະ  ຄຶດອອກອີກຈະມາເວົ້າໃຫ້ຟັງໃໝ່

ຄຶດອອກອີກອັນນຶ່ງ  ນ້ຳສົ້ມແອປເປິ້້ນແບບຂຸ້ນ ໆ ເຂົາກະວ່າດີ  ມື້ໜ້າຊິມາຄຸຍໃຫ້ຟັງ 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard