Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະກາດຫາ ແມ່ອີ່ປ໋ອງ ລາງານດົນແທ້ ກັບເຂົ້າທໍາງານດ່ວນ!!!
Anonymous

Date:
ປະກາດຫາ ແມ່ອີ່ປ໋ອງ ລາງານດົນແທ້ ກັບເຂົ້າທໍາງານດ່ວນ!!!


 

F-nurse.jpg

 

ໂຮງໝໍຂາດແຄນຜູ້ຊ່ວຍ ວຽກງານພຍາບານ

2013-01-24

ຜແນກ ສາທາຣະນະສຸຂ ສປປ ລາວ ຕ້ອງການ ພະນັກງານ ເພີ້ມ 6000 ຄົນ ຫລັງຈາກ ທີ່ມີການ
ຂາດແຄນ ມາຕັ້ງດົນ ນານແລ້ວ.

ເຈົ້າຫນ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນື່ງເວົ້າວ່າ ໃນສົກປີ 2012 - 2013 ທາງກະຊວງ ຕ້ອງການເປີດ
 ຮັບສມັກ ພນັກງານໃຫມ່ ເຖິງ 5,982 ຄົນ ເພື່ອຊ່ອຍເຫຼືອ ວຽກງານ ຕາມໂຮງຫມໍ ໃນເຂດເມືອງ
ຕາມສຸຂສາລາ ໃນຫມູ່ບ້ານ ແລະ ໃນເຂດ ຊົນນະບົດຕ່າງໆ ໃນທົ່ວປະເທດ ຍ້ອນວ່າ ປັດຈຸບັນ ພະນັກງານ
 ການແພດ ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ໂຮງຫມໍແຂວງ ນີ້ມີແພດພຍາບານ ບໍ່ພຽງພໍ ເມືອງນ້ອຍ ແພດພຍາບານ ແພດສະເພາະ ທາງເຄື່ອງໄມ້
ເຄື່ອງມື ມັນກໍຂ້ອນຂ້າງ ລຳບາກ ເຮົາມີກະຈຳຢູ່ແລ້ວ ແຕ່ຖ້າເກີດວ່າ ມີຄົນເຈັບຫລາຍ ພວກເຮົາຕ້ອງດຶງ
ພະນັກງານ ມາຊ່ອຍ".

ອິງຕາມຂໍ້ມູນ ຈາກກະຊວງ ສາທາຣະນະສຸຂ ໃນປັດຈຸບັນ ໂຮງຫມໍເມືອງ ໃນທົ່ວປະເທດ ຍັງຂາດ ພະນັກງານ
ແພດເຖິງ 993 ຄົນ ສຸຂສາລາ ຍັງຂາດເຖິງ 813 ຄົນ ແລະນາຍແພດ ຂັ້ນບ້ານ ໃນທົ່ວປະເທດ ກໍຍັງຕ້ອງການ
 ເຖິງ 2,069 ຄົນ. ໂຕເລກນັ້ນ ສະແດງໃຫ້ເຫັນວ່າ ຜແນກ ສາທາຣະນະສຸຂ ໃນລາວ ຍັງຕ້ອງການ
ພະນັກງານ ການແພຕ ເປັນຈຳນວນ ຫລວງຫລາຍ. ນາຍແພດ ທ່ານນຶ່ງ ທີ່ແຂວງ ຜົ້ງສາລີ ເວົ້າວ່າ
ໃນປັດຈຸບັນ ທີ່ແຂວງ ຜົ້ງສາລີ ຍັງຕ້ອງການ ນາຍແພດ ຫລາຍ ໂດຍສະເພາະ ນາຍແພດ ຜູ້ຊ່ຽວຊານ
ພຍາດສະເພາະ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຣະດູຝົນ ບາງເຂດ ກໍລຳບາກຢູ່ ນີ້ກໍມີພຽງ ສອງ-ສາມລາຍ ພຍາບານ ແພດ ກໍບໍ່ພໍເລື້ອງ ການຜ່າຕັດ".

ຕາມກົດ ຣະບຽບໃຫມ່ ຂອງຣັຖບານ ໃນການໃຫ້ໂກຕາ ສຳລັບ ຮັບພະນັກງານຣັຖ ແຕ່ລະກະຊວງ ສາມາດ
ຮັບພະນັກງານໃຫມ່ໄດ້ ພຽງແຕ່ 1 ພັນຄົນ ເທົ່ານັ້ນ ຊຶ່ງຖືວ່າຫນ້ອຍ ຖ້າທຽບໃສ່ ຄວາມຕ້ອງການ ທົ່ວປະເທດ
ໂດຍສະເພາະ ພແນກ ສາທາຣະນະສຸຂ ພຽງກະຊວງດຽວ ທີ່ມີຄວາມຕ້ອງການ ພະນັກງານ ໃຫມ່ເຖິງ 6 ພັນຄົນ.

ຟັງຂໍ້ຄວາມ ປະກາດຫາແມ່ອີ່ປ໋ອງໄດ້ທີ່ນີ້

 
 


__________________
Anonymous

Date:
RE: ປະກາດຫາ ແມ່ອີ່ປ໋ອງ ລາງານດົນແທ້ ກັບເຂົ້າທໍາງານດ່ວນ!!!


ຄວາມຈິງແລ້ວ, ຣະບົບສາທາຣະນະສຸກຢູ່ປະເທດລາວດີກ່ວາຫຼາຍໆປະເທດໃນທະວີບຢູໂຣບ

ແລະປະເທດອາເມຣິກາ ຂະນາດທ່ານ Hugo Chavez ກໍ່ຍັງບິນມາປົວມະເຮັງຢູ່ໂຮງໝໍ

ຂອງແພດປະຕິວັດລາວ.



__________________
Anonymous

Date:

Anonymous wrote:

ຄວາມຈິງແລ້ວ, ຣະບົບສາທາຣະນະສຸກຢູ່ປະເທດລາວດີກ່ວາຫຼາຍໆປະເທດໃນທະວີບຢູໂຣບ

ແລະປະເທດອາເມຣິກາ ຂະນາດທ່ານ Hugo Chavez ກໍ່ຍັງບິນມາປົວມະເຮັງຢູ່ໂຮງໝໍ

ຂອງແພດປະຕິວັດລາວ.


 you must be joking , Hugo chavez he doesn't believed his countryman or his own people

he affraid they kill him , due to majority of  people doesn't like his communist policy



__________________
Anonymous

Date:

ບໍ່ຂາດກະບໍ່ທົນດອກ ໄແເນັດວຽກຢູ່ໂຮງໝໍ ເປັນ ປີ2ປີກະບໍ່ໄດ້ເງີນເດືອນ ເປັນ ອາສາສະໝັກ ແປດໆ ຢູ່ ຂ້ອຍເລີຍ ຂີ້ຄ້ານຊໍ້າ ໄປເຮັດ ນຳ ບໍລິສັດ ເອກະຊົນ ດີກວ່າ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard