Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການຈັດຕັ້ງຜູ້ບໍລິຫານລັດວິສະຫະກິດ
ສາມັນຊົນ

Date:
ການຈັດຕັ້ງຜູ້ບໍລິຫານລັດວິສະຫະກິດ

ຂ້າພະເຈົ້າເຫັນລັດວິສະຫະກິດແຫ່ງໜື່ງ ທີ່ເປັນຂອງລັດ 100%, ຢູ່ໃນ ນະຄອນຫລວງວຽງຈັນນີ້ລະ ແລະ ຂື້ນກັບລະດັບກະຊວງ

ຫົວໜ້າ (ຜອ) ແມ່ນຖືກແຕ່ງຕັ້ງໃຫ້ຄອບຄອງຕຳແໜ່ງນານນັບ 20ປີ ຈົນເຖີງປະຈຸບັນ. ຜອ ເພີ່ນກໍ່ດືງເອົາລູກຄີງ ລູກໄພ້ ເຄືອຍາດ

ມາບັນຈຸເຂົ້າຕຳແໜ່ງທີ່ສຳຄັນ. ຈາກນັ້ນກໍ່ພະຍາຍາມຖ່າຍໂອນອຳນາດໃຫ້ລູກໄປທີລະໜ້ອຍ ຈົນເຖີງຂັ້ນຂື້ນມາເປັນຮອງ ຜອ ແລະ

ກ້າວຂື້ນຕຽມຂໍແຕ່ງຕັ້ງເປັນ ຜອ ເພາະ ຜອ ຄົນປະຈຸບັນ (ພໍ່) ອາຍຸກະສຽນເຖີງບຳນານເລີບມາຫລາຍປີແລ້ວ.

ສີ່ງທີ່ຂ້າພະເຈົ້າຢາກແລກປ່ຽນຄຳເຫັນນຳບັນດາທ່ານຢູ່ໃນທີ່ນີ້ ມັນກໍ່ຖືກຕ້ອງຢູ່ບໍ່ທີ່ເຮັດແບບນີ້ ເຮັດຄືກັບວ່າ ວິສະຫະກິດແຫ່ງນີ້

ເປັນກຳມະສິດສ່ວນຕົວຂອງຄອບຄົວນີ້, ພໍ່ອອກພັກຜ່ອນ ມອບໃຫ້ລູກສືບທອດ, ສະພາບໍລິຫານ ກໍ່ຄືຂັ້ນເທີງຜູ້ຮັບຜິດຊອບຄຸ້ມຄອງ

ກໍ່ຍັງອານຸຍາດໃຫ້ເຮັດໄດ້, ຖ້າເປັນແບບນີ້ ລັດວິສະຫະກິດແຕ່ລະແຫ່ງກໍ່ຈະຖືເອົາເປັນແບບຢ່າງ ແລ້ວຢຶດເປັນຂອງຄອບຄົວໝົດແລ້ວ

ທ່ານເອີຍ, ຜູ້ອື່ນທີ່ມີຄວາມຮູ້ ຄວາມສາມາດ ມີຜົນງານ ຄົງບໍ່ມີໂອກາດໄດ້ຮັບໜ້າທີ່ຕຳແໜ່ງເລີຍລະ

__________________
Anonymous

Date:

ສາມັນຊົນ wrote:

 ແບບນີ້ມັນກໍ່ນຳຮອຍລະບອບສັກດີນາຫລ້າຫລັງ ພົ້ນສມັຍທີ່ປະຊາຊົນໂຄ່ນລົ້ມໄປຫັນລະຕວານີ້ ໃຫ້ຄົນໃນຄອບຄົວຕົນເອງ

ສືບທອດຕຳແໜ່ງ. ຖ້າມີຈີງແທ້ ເຮັດແນວນີ້ມະຫາຊົນເຂົາກໍ່ຂາດດຄວາມເຊື່ອຖືລະທ່ານເອີຍ

__________________
Anonymous

Date:

ອ້າວໄປໃສມາຫາກໍ່ຮູ້ຊັ້ນວະ ລະບອບສີນທັມປະຕິວັດ ມັນກະເປັນຈັງຊັ້ນແລ້ວ

ເຫັນບໍ່ ? ເກົາຫລີເໜືອ ຈາກພໍ່ ຕໍ່ມາແມ່ນລູກ ຕໍ່ຈາກລູກແມ່ນຫລານ

ຂັ້ນຕໍ່ໄປຕ້ອງແມ່ນລຸ້ນເຫຼັນ

__________________
Anonymous

Date:

it s normal in Laos. sucks

__________________
Anonymous

Date:

ໜ້າຈະບອກຊື່ລັດວິສາຫະກິດນັ້ນມາເລີຍ, ເພື່່ອໃຫ້ຜູ້ຮັບຜິດຊອບຄຸ້ມຄອງໄດ້ຮູ້ບັນຫາແລະຊອກຫາວິທີແກ້ໄຂປັບປຸງຂໍ້ບົກຜ່ອງ

__________________
Anonymous

Date:

ຂ້ານ້ອຍເຂົ້າໃຈວ່າລັດວິສະຫະກິດແມ່ນລັດຖະບານດໍາເນີນທຸລະກິດຮ່ວມກັບພາກເອກະຊົນ,

ຖ້າເປັນຂອງລັດຖະບານ 100% ຈະເປັນລັດວິສະຫະກິດໄດ້ຢູ່ຫວາ? ຖ້າຂ້ານ້ອຍເຂົ້າໃຈຜິດ

ກໍ່ຊ່ອຍອະທິບາຍໃຫ້ຂ້ານ້ອຍເຂົ້າໃຈໄດ້ຖືກຕ້ອງແດ່ເນີ ຢ່າດ່າພໍ່ດ່າແມ່ຂ້ານ້ອຍເດີເພາະຂ້ານ້ອຍ

ເກີດຢູ່ປະເທດລາວແຕ່ໄປໃຫຍ່ຢູ່ຕ່າງປະເທດ ບໍ່ເຂົ້າໃຈຄວາມໝາຍຂອງພາສາລາວດີຄືບັນດາ

ທ່ານທັງຫຼາຍ, ຈະໄປລົມຢູ່ຫ້ອງພາສາອັງກິດກໍ່ບໍ່ເຂົ້າໃຈເພາະພາສາອັງກິດຂອງຂ້ານ້ອຍກໍ່ບໍ່ແຂງ

ແຮງເພາະຈົບມໍປາຍຍ້ອນອາຍຸຊື່ໆບໍ່ໄດ້ຈົບຍ້ອນຄວາມຮູ້ຄືບ້ານຄືເມືອງເພິ່ນ.

__________________
Anonymous

Date:

Anonymous wrote:
ສາມັນຊົນ wrote:

ຂ້າພະເຈົ້າເຫັນລັດວິສະຫະກິດແຫ່ງໜື່ງ ທີ່ເປັນຂອງລັດ 100%, ຢູ່ໃນ ນະຄອນຫລວງວຽງຈັນນີ້ລະ ແລະ ຂື້ນກັບລະດັບກະຊວງ

ຫົວໜ້າ (ຜອ) ແມ່ນຖືກແຕ່ງຕັ້ງໃຫ້ຄອບຄອງຕຳແໜ່ງນານນັບ 20ປີ ຈົນເຖີງປະຈຸບັນ. ຜອ ເພີ່ນກໍ່ດືງເອົາລູກຄີງ ລູກໄພ້ ເຄືອຍາດ

ມາບັນຈຸເຂົ້າຕຳແໜ່ງທີ່ສຳຄັນ. ຈາກນັ້ນກໍ່ພະຍາຍາມຖ່າຍໂອນອຳນາດໃຫ້ລູກໄປທີລະໜ້ອຍ ຈົນເຖີງຂັ້ນຂື້ນມາເປັນຮອງ ຜອ ແລະ

ກ້າວຂື້ນຕຽມຂໍແຕ່ງຕັ້ງເປັນ ຜອ ເພາະ ຜອ ຄົນປະຈຸບັນ (ພໍ່) ອາຍຸກະສຽນເຖີງບຳນານເລີບມາຫລາຍປີແລ້ວ.

ສີ່ງທີ່ຂ້າພະເຈົ້າຢາກແລກປ່ຽນຄຳເຫັນນຳບັນດາທ່ານຢູ່ໃນທີ່ນີ້ ມັນກໍ່ຖືກຕ້ອງຢູ່ບໍ່ທີ່ເຮັດແບບນີ້ ເຮັດຄືກັບວ່າ ວິສະຫະກິດແຫ່ງນີ້

ເປັນກຳມະສິດສ່ວນຕົວຂອງຄອບຄົວນີ້, ພໍ່ອອກພັກຜ່ອນ ມອບໃຫ້ລູກສືບທອດ, ສະພາບໍລິຫານ ກໍ່ຄືຂັ້ນເທີງຜູ້ຮັບຜິດຊອບຄຸ້ມຄອງ

ກໍ່ຍັງອານຸຍາດໃຫ້ເຮັດໄດ້, ຖ້າເປັນແບບນີ້ ລັດວິສະຫະກິດແຕ່ລະແຫ່ງກໍ່ຈະຖືເອົາເປັນແບບຢ່າງ ແລ້ວຢຶດເປັນຂອງຄອບຄົວໝົດແລ້ວ

ທ່ານເອີຍ, ຜູ້ອື່ນທີ່ມີຄວາມຮູ້ ຄວາມສາມາດ ມີຜົນງານ ຄົງບໍ່ມີໂອກາດໄດ້ຮັບໜ້າທີ່ຕຳແໜ່ງເລີຍລະ

 ແບບນີ້ມັນກໍ່ນຳຮອຍລະບອບສັກດີນາຫລ້າຫລັງ ພົ້ນສມັຍທີ່ປະຊາຊົນໂຄ່ນລົ້ມໄປຫັນລະຕວານີ້ ໃຫ້ຄົນໃນຄອບຄົວຕົນເອງ

ສືບທອດຕຳແໜ່ງ. ຖ້າມີຈີງແທ້ ເຮັດແນວນີ້ມະຫາຊົນເຂົາກໍ່ຂາດດຄວາມເຊື່ອຖືລະທ່ານເອີຍ

 Yes....that's right!  Jao wa Jao muk lai lut thi sung khom ni yom nun.  Mun gor pen jung si leo pau ao .....jung si leo Lao ja lan num lung every country in asean.

__________________
Anonymous

Date:

Anonymous wrote:

ຂ້ານ້ອຍເຂົ້າໃຈວ່າລັດວິສະຫະກິດແມ່ນລັດຖະບານດໍາເນີນທຸລະກິດຮ່ວມກັບພາກເອກະຊົນ,

ຖ້າເປັນຂອງລັດຖະບານ 100% ຈະເປັນລັດວິສະຫະກິດໄດ້ຢູ່ຫວາ? ຖ້າຂ້ານ້ອຍເຂົ້າໃຈຜິດ

ກໍ່ຊ່ອຍອະທິບາຍໃຫ້ຂ້ານ້ອຍເຂົ້າໃຈໄດ້ຖືກຕ້ອງແດ່ເນີ ຢ່າດ່າພໍ່ດ່າແມ່ຂ້ານ້ອຍເດີເພາະຂ້ານ້ອຍ

ເກີດຢູ່ປະເທດລາວແຕ່ໄປໃຫຍ່ຢູ່ຕ່າງປະເທດ ບໍ່ເຂົ້າໃຈຄວາມໝາຍຂອງພາສາລາວດີຄືບັນດາ

ທ່ານທັງຫຼາຍ, ຈະໄປລົມຢູ່ຫ້ອງພາສາອັງກິດກໍ່ບໍ່ເຂົ້າໃຈເພາະພາສາອັງກິດຂອງຂ້ານ້ອຍກໍ່ບໍ່ແຂງ

ແຮງເພາະຈົບມໍປາຍຍ້ອນອາຍຸຊື່ໆບໍ່ໄດ້ຈົບຍ້ອນຄວາມຮູ້ຄືບ້ານຄືເມືອງເພິ່ນ.

 ວິສະຫະກິດ (Enterprise) ແລະ ລັດວິສະຫະກິດ (State Enterprise) ຈະແຕກຕ່າງກັນທາງດ້ານລະບົບຄຸ້ມຄອງ ບໍລິຫານ

ຄຳວ່າ ວິສະຫະກິດ: ຈະແມ່ນຂອງບຸກຄົນ, ຫຸ້ນສ່ວນ ເອກະຊົນ ຫລື ຫຸ້ນສ່ວນ ລັດ + ເອກະຊົນ. ສຳລັບຜູ້ທີ່ຈະມາບໍລິຫານ

ຈັດການນັ້ນ ຖ້າເປັນຫຸ້ນສ່ວນ ຈະຂື້ນກັບວ່າຜູ້ໃດຖືຫຸ້ນສູງກວ່າ ແມ່ນຜູ້ນັ້ນເປັນຫົວໜ້າ ນອກຈາກວ່າຈະສະລະສິດໃຫ້ຜູ້ຖັດໄປ

ຄຳວ່າ ລັດວິສະຫະກິດ: ແມ່ນລັດເປັນຜູ້ລົງທືນເອງທັງໝົດ, ດັ່ງນັ້ນເພີ່ນຈະມີສະພາບໍລິຫານ (Board of Directors) ທີ່ປະກອບ

ດ້ວຍ ຈາກກະຊວງການເງີນ ແລະ ຈາກກະຊວງທີ່ບໍລິສັດນັ້ນຂື້ນກັບ. ສ່ວນຜູ້ອຳນວຍການກໍ່ແມ່ນກະຊວງທີ່ຄຸ້ມຄອງຢູ່ນັ້ນແຕ່ງຕັ້ງ.

ລັດວິສະຫະກິດນີ້ ກໍ່ມີຢູ່ທຸກປະເທດ ໂດຍສະເພາະເພີ່ນຈະສ້າງຕັ້ງແຕ່ຂະແໜງການທີ່ມີຄວາມສຳຄັນ ຕໍ່ເສດຖະກິດ ສັງຄົມ ແລະ

ມີຄວາມສຳຄັນຕໍ່ໜ້າທີ່ວຽກງານຂອງລັດ ເຊັ່ນ: ໄຟຟ້າ, ນ້ຳປະປາ, ການກໍ່ສ້າງ, ການບີນ, ອື່ນໆ. ເຊັ່ນຢູ່ປະເທດໄທທີ່ເຫັນໄດ້ງ່າຍໆ

ກໍ່ຄື ການບີນໄທ, ການລົດໄຟ ເປັນຕົ້ນ

__________________
Anonymous

Date:

Anonymous wrote:

ໜ້າຈະບອກຊື່ລັດວິສາຫະກິດນັ້ນມາເລີຍ, ເພື່່ອໃຫ້ຜູ້ຮັບຜິດຊອບຄຸ້ມຄອງໄດ້ຮູ້ບັນຫາແລະຊອກຫາວິທີແກ້ໄຂປັບປຸງຂໍ້ບົກຜ່ອງ

 ຂພຈ ຂໍມີຂໍ້ຄິດເຫັນນຳໜ້ອຍໜື່ງເນາະ, ຂພຈ ຄິດວ່າຜູ້ຕັ້ງກະທູ້ເຂົາບໍ່ຢາກລະບຸເຖີງຊື່ເຖີງສຽງ ເພາະມັນຈະເປັນການ

ວິຈານກັນແຮງເກີນໄປ, ເຂົາກໍ່ໄດ້ເວົ້າແຈ້ງສົມຄວນແລ້ວຖ້າເພີ່ນຕ້ອງການແກ້ໄຂ ຄື: ບໍລິສັດນີ້ຂື້ນກັບກະຊວງໃດໜື່ງ,

ຕັ້ງຢູ່ໃນ ນະຄອນຫລວງ ແລະ ຫົວໜ້າອຳນວຍການຄອງຕຳແໜ່ງຢູ່ບໍລິສັດນີ້ມານານກວ່າ 20ປີ. ເທົ່ານີກໍ່ໜ້າຈະຄົ້ນຫາ

ຄວາມຈີງໄດ້ແລ້ວ ເພາະ ກະຊວງການເງີນເພີ່ນມີບັນຊີຢູ່. ຂພຈ ວ່າຕ້ອງມີຜູ້ສນັບສນູນຢູ່ເບື້ອງຫລັງ ຖ້າບໍ່ດັ່ງນັ້ນ ອາດ

ຈະຖືກກວດກາ ແກ້ໄຂໄປແຕ່ດົນແລ້ວ.

ຖ້າເພີ່ນຢາກແກ້ ກໍ່ບໍ່ໜ້າຈະຄົ້ນຫາຍາກ ມີ ກຊ ໃດແດ່ທີ່ມີວິສະຫະກິດບັນຈຸຢູ່: ພາກສ່ວນ ປ້ອງກັນຊາດ ປ້ອງກັນຄວາມສງົບ

ເພີ່ນກໍ່ໄປຕາມພາລະ ບົດບາດຂອງເພີ່ນຕ່າງຫາກແລ້ວ. ຈ້ອນເຂົ້າມາຍັງແຕ່ຝ່າຍພົລເຮືອນ: ສືກສາ, ສາທາ, ຍຸຕິທັມ, ພາຍໄນ,

ການຕ່າງປະເທດ, ແຜນການ, ວິທຍາສາດ, ສີ່ງແວວດລ້ອມ ຄືຊິບໍ່ມີວິສະຫະກິດສັງກັດຢູ່ນຳແລ້ວ, ຍັງເຫລືອອີກຈັກ ກຊ ທີ່ຄວນ

ຕັ້ງຄຳຖາມ. ຂພຈ ຄິດວ່າ ຄົງແມ່ນບໍລິສັດນ້ອຍ, ຖ້າເປັນບໍລິສັດໃຫຍ່ ທີ່ມີຊື່ສຽງ ສັງຄົມຮັບຮູ້ກວ້າງຂວາງ ດັ່ງ ການບີນ, ໄຟຟ້າ

ຄົງຈະເຮັດແນວນັ້ນບໍ່ໄດ້ດອກ, ອີກຢ່າງໜື່ງເທົ່າທີ່ ຂພຈ ຮູ້ຂ່າວ ໄຟຟ້າ, ການບີນ, ນ້ຳປະປາ ຫົວໜ້າອຳນວຍການ ເພີ່ນກໍ່ບໍ່ໄດ້

ຮັບໜ້າທີ່ມານານປານນັ້ນ, ETL ກໍ່ສ້າງຕັ້ງມາບໍ່ດົນປານນັ້ນ. ເທົ່ານີ້ກໍ່ສາມາດຄົ້ນຫາໄດ້ແລ້ວ, ຖ້າຫາກພໍ່ເປັນຫົວໜ້າ ລູກເປັນ

ຮອງ ນາມສະກຸນກໍ່ຈະແຈ້ງຢູ່ແລ້ວວ່າຕ້ອງຄືກັນ ຍີ່ງງ່າຍເຂົ້າໄປອີກ ປານປອກກ້ວຍນໍ.

__________________
Anonymous

Date:

ບໍ່ແມ່ນ ໄຟຟ້າລາວບໍ່ 

ບໍ່ຊັ້ນກະແມ່ນ ລາວໂທລະຄົມ

ເພາະໄດ້ຍິນເຂົາເວົ້າໜາໜູຢູ່

ມີແຕ່ລູກແຕ່ຫລານເພິ່ນໄດ້ເຮັດຢູ່ຫັ້ນ

ບໍ່ຊັ້ນກະແມ່ນ ເບຍລາວ 

__________________
Anonymous

Date:

Anonymous wrote:

ບໍ່ແມ່ນ ໄຟຟ້າລາວບໍ່ 

ບໍ່ຊັ້ນກະແມ່ນ ລາວໂທລະຄົມ

ເພາະໄດ້ຍິນເຂົາເວົ້າໜາໜູຢູ່

ມີແຕ່ລູກແຕ່ຫລານເພິ່ນໄດ້ເຮັດຢູ່ຫັ້ນ

ບໍ່ຊັ້ນກະແມ່ນ ເບຍລາວ 

 ຖ້າເບີ່ງຕາມຂ່າວສານໃນກະທູ້ແລ້ວ ຄົງບໍ່ແມ່ນ ເພາະ ລາວໂທລະຄົມ ແລະ ເບຍລາວ ແມ່ນບໍລິສັດຮຸ້ນສ່ວນ ລັດ - ເອກະຊົນ

ໄຟຟ້າລາວ ກໍ່ປາກົດວ່າເພີ່ນປ່ຽນ ຜອ ຊຸດໃໝ່ຫລາຍຄັ້ງລະໄດ໋ ຜອ ຄົນປະຈຸບັນບໍ່ໄດ້ຮັບໜ້າທີ່ຢູ່ ບ/ສ ນີ້ດົນປານນັ້ນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard