Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າຄອງຊີບສູງຂື້ນຕໍ່ເນື່ອງ
ລູກບໍຣິຄັນ

Date:
ຄ່າຄອງຊີບສູງຂື້ນຕໍ່ເນື່ອງ

ຫລັງຈາກລັດຖະບານເພີ່ມເງີນເດືອນໃຫ້ລັດຖະກອນ ທະຫານ ຕຳຫລວດ, ລາຄາສີນຄ້າທຸຢ່າງກໍ່ແຂ່ງຂັນກັນຂື້ນລາຄາຢ່າງໜ້າຕົກໃຈ

ໂດຍສະເພາະແມ່ນສະບຽງອາຫານ ເຊີ່ງເປັນຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ ແລະ ປະຊາຊົນຜູ້ມີລາຍໄດ້ໜ້ອຍ.

ຢາກໃຫ້ພາກລັດເພີ່ນມີມາດຕະການຄວບຄຸມແດ່ບໍ່.

ເບີ່ງປະເທດເພື່ອນບ້ານໃກ້ຄຽງເພີ່ນຄືວ່າເອົາໃຈໃສ່ດີແທ້ໃນການຄວບຄຸມລາຄາສິນຄ້າ, ອັນດີຂອງເພີ່ນກໍ່ຄວນເອົາມານຳໃຊ້ແດ່ບໍ

__________________
Anonymous

Date:

ການສ້າງສາ ພັທນາ ປະເທດຊາດ ມີການເໜັງຕີງ ສະພາບເສຖະກິດ ກໍມີການເໜັງຕີງ

ບໍ່ຕອ້ງວິຕົກກັງວົນ ພັກ ແລະ ລັດ ເພິ່ນມີວິທີ ສຳຄັນພວກເຮົາຕ້ອງ: ອຸ່ນອ່ຽນ ທຸ່ນທ່ຽງ

ແລ້ວ ທຸກຢ່າງມັນກໍຈະ ເຂົ້າຮູບ ເຂົ້າຮອຍ ເຊື່ອຂອ້ຍ.

__________________
Anonymous

Date:

Anonymous wrote:

 ຊົມເຊີຍ

__________________
Anonymous

Date:

ເຫັນດີນຳທ່ານປະຈຸບັນໂດຍສະເພາະຢູ່ເມືອງໃຫ່ຍ ເຊັ່ນ: ນະຄອນຫລວງວຽງຈັນ ຢາກໃຫ້ພາກສ່ວນກ່ຽວຂອງລັດຄວບຄຸມການຂຶ້ນລາຄາອາຫານ ໂດຍສະເພາະຮ້ານຂາຍເຝີດັງໆຢາກຂື້ນຕອນໃດກະຂື້ນ ລາຄາປະຈຸບັນປະມານ ຖ້ວຍລະ 17,000 ຫາ 25,000 ກີບ

__________________
Anonymous

Date:

ທ່ານຕ້ອງຫາເຫດຜົນແລະເບິ່ງເຫດຜົນນຳກັນ ເປັນຫຍັງຄ່າຄອງຊີບຈຶ່ງສູງຂຶ້ນ. ລາຄາສິນຄ້າສູງນັ້ນມັນຂຶ້ນກັບຫາຍປັດໃຈ ທີ່ສຳຄັນທີ່ສຸດແມ່ນການຂຶ້ນພາສີ ເມື່ອພາສີຂຶ້ນທຸກຢ່າງກໍ່ຕ້ອງຂຶ້ນຕາມ ຮອງລົງມາແມ່ນຄ່າໄຟຟ້າ ແລະນຳ້ປະປາ ຊຶ່ງເປັນປັດໃຈພື້ນຖານຂອງການດຳເນີນຊີວິດ ລອງເບິ່ງຄັນທ່ານບໍ່ເສຍພາສີ ບໍ່ຈ່າຍຄ່າໄຟຟ້າ ເຮືອນທ່ານຊີ່ຢູ່ໄດ້ດົນປານໃດ?

__________________
Anonymous

Date:

             3320930404_ae57cf026d_b.jpg

__________________
Anonymous

Date:

ແມ່ນ! ແຕ່ເມື່ອຮູ້ວ່າເຂົາຂາຍແພງ ເຮົາກໍຢ່າຊື້ ໄປຊອກຊື້ບ່ອນທີ່ເຂົາຂາຍຖືກ. ແຕ່ລະເຊົ້າຂ້ອຍໄປຊື້ເຂົ້າປຽກລາຄາຖົງລະ 4.000 ກີບ, ຄາບທ່ຽງ ເຝີຖົງລະ 10.000 ກີບ ມາກິນ, ຄາບແລງຊື້ຊີ້ນໝູລາຄາ 36.000 ກີບ ມາເຮັດກິນ ໂດຍເອົາຜັກໝີ່ຊີຊອມຢູ່ສວນຄົວມາປະກອບ.

ເງິນເດືອນສາມລ້ານກີບ ກໍພໍຖູໄຖໄປໄດ້.

__________________
Anonymous

Date:

Anonymous wrote:

ທ່ານຕ້ອງຫາເຫດຜົນແລະເບິ່ງເຫດຜົນນຳກັນ ເປັນຫຍັງຄ່າຄອງຊີບຈຶ່ງສູງຂຶ້ນ. ລາຄາສິນຄ້າສູງນັ້ນມັນຂຶ້ນກັບຫາຍປັດໃຈ ທີ່ສຳຄັນທີ່ສຸດແມ່ນການຂຶ້ນພາສີ ເມື່ອພາສີຂຶ້ນທຸກຢ່າງກໍ່ຕ້ອງຂຶ້ນຕາມ ຮອງລົງມາແມ່ນຄ່າໄຟຟ້າ ແລະນຳ້ປະປາ ຊຶ່ງເປັນປັດໃຈພື້ນຖານຂອງການດຳເນີນຊີວິດ ລອງເບິ່ງຄັນທ່ານບໍ່ເສຍພາສີ ບໍ່ຈ່າຍຄ່າໄຟຟ້າ ເຮືອນທ່ານຊີ່ຢູ່ໄດ້ດົນປານໃດ?

 ໃນເມື່ອ ເສຖະກິດມີການຂະຫຍາຍຕົວແລະທັນສະໃໝ ລາຍໄດ້ຂອງຄົນໃນຊາດເພີ່ມຂື້ນສູງ ການຄອງຊີບກໍສູງຂື້ນໄປຕາມໆກັນ ມັນເປັນເລື້ອງທຳມະດາ  ສປປລ ມີລະດັບການຂະຫຍາຍຕົວສູງທາງດ້ານເສຖະກິດ ຖ້າທຽບໃສ່ບັນດາປະເທດໃນຂົງເຂດ ແລະທຸກຢ່າງກໍພ້ອມແລ້ວທີ່ຈະກ້າວເຂົ້າຊູ່ປີ 2015 ແຫ່ງການລວມປະຊາກອນ-ເສດຖະກິດອາຊຽນ

 ຢູ່ໄດ້ບໍ່ມີບັນຫາ ຂ້ອຍເຫັນພວກພໍ່ຄ້າ ນັກທຸລະກິດທີ່ຮັ່ງມີທັງຫລາຍ ນັບຕັ້ງແຕ່ຊື້ລົດລາຄາແພງ ເພີ່ນພາກັນຈ່າຍພາສີພຽງແຕ່ 1% ຫລື

ໜັກໄປກວ່ານັ້ນກໍ່ແມ່ນໄປຕິດປ້າຍສີຟ້າ (ປ້າຍລັດ) ບໍ່ເສຍຈັກກີບເລີຍ ຄ່າທາງກໍ່ບໍ່ເສຍ. ພວກເພີ່ນຮັບເໝົາກໍ່ສ້າງ ຢຸກປະຈຸບັນແມ່ນຢຸກ

ລົງທືນກ່ອນເອົາລາຄາສູງຍັງບໍ່ແລ້ວ ຍັງຂໍຍົກເວັ້ນແມ່ນແຕ່ຄ່າຊັບພະຍາກອນ, ຈາກນັ້ນກໍ່ແມ່ນຍົກເວັ້ນພາສີນຳເຂົ້າ ວັດສະດຸກໍ່ສ້າງ, ລົດ

ນ້ຳມັນ, ອື່ນໆ ທຸກຢ່າງ. ຜູ້ບໍ່ສາມາດຫລີກພາສີໄດ້ແມ່ນ ກຳມະກອນ, ພະນັກງານລັດວິສະຫະກິດ ແມ່ນຈ່າຍຄົບທຸກກີບບໍ່ມີຍົກເວັ້ນ

ນີ້ລະເພີ່ນວ່າ ທຸກເທົ່າໃດຍີ່ງຊ້ຳ ຫອຍວ້ຳ ຖືກຄວາຍກິ

__________________
Anonymous

Date:

Anonymous wrote:

             3320930404_ae57cf026d_b.jpg

ເຫັນຕ່ອນສະຂ່ານ,ໝາກປີ,ໝາກເຂືອ,ໝາກເຜັດ,ຫົວຂ່າ,ຜັກຊີ,ໃບຂີ້ຫູດແລະຜັກອື່ນໆແລ້ວແມ່ນສຳນຶກເຖິງສູດເຮັດເອາະຫຼາມພ້ອມບາດທ່ານເຈົ້າຂອງຮູບເຮີຍ! ຜູ້ຂ້າຈະໂອມ(ຕໍ່ລອງລາຄາ)ສຸດຂີດບາງເທື່ອແມ່ປ້າເຈົ້າຂອງເພິ່ນຄົງເຫັນໃຈເພາະວ່າບໍ່ໄດ້ກິນເອາະຫຼາມໃສ່ສະຂ່ານມາດົນແລ້ວ.

ພິເສດ: ເພ່ືອໃຫ້ຖືກສູດເອາະຫຼາມດີຕ້ອງໄດ້ຊອກຊື້ຊີ້ນແຫ້ງໝູປ່າ, ນົກ ຫຼືວ່າຊິີ້ນສັດປ່າມາປະກອບໃສ່, ຖ້າວ່າບໍ່ມີແທ້ໆກໍ່ເອົາຊີ້ນງົວຫຼືຊີ້ນຄວາຍແຫ້ງກໍ່ໄດ້.

ຂໍໂທດນຳທ່ານຜູ້ອ່ານຫຼາຍໆເນີປັດຈຸບັນການລ່າສັດປ່າມາເປັນອາຫານນັ້ນເພິ່ນມີກົດໝາຍຫວງຫ້າມແລ້ວ,ສະນັ້ນເຮົາຄວນ ເຄົາລົບກົດໝາຍນີ້ຢ່າງເຄັ່ງຄັດ.

__________________
Anonymous

Date:

Anonymous wrote:
Anonymous wrote:

ທ່ານຕ້ອງຫາເຫດຜົນແລະເບິ່ງເຫດຜົນນຳກັນ ເປັນຫຍັງຄ່າຄອງຊີບຈຶ່ງສູງຂຶ້ນ. ລາຄາສິນຄ້າສູງນັ້ນມັນຂຶ້ນກັບຫາຍປັດໃຈ ທີ່ສຳຄັນທີ່ສຸດແມ່ນການຂຶ້ນພາສີ ເມື່ອພາສີຂຶ້ນທຸກຢ່າງກໍ່ຕ້ອງຂຶ້ນຕາມ ຮອງລົງມາແມ່ນຄ່າໄຟຟ້າ ແລະນຳ້ປະປາ ຊຶ່ງເປັນປັດໃຈພື້ນຖານຂອງການດຳເນີນຊີວິດ ລອງເບິ່ງຄັນທ່ານບໍ່ເສຍພາສີ ບໍ່ຈ່າຍຄ່າໄຟຟ້າ ເຮືອນທ່ານຊີ່ຢູ່ໄດ້ດົນປານໃດ?

 ໃນເມື່ອ ເສຖະກິດມີການຂະຫຍາຍຕົວແລະທັນສະໃໝ ລາຍໄດ້ຂອງຄົນໃນຊາດເພີ່ມຂື້ນສູງ ການຄອງຊີບກໍສູງຂື້ນໄປຕາມໆກັນ ມັນເປັນເລື້ອງທຳມະດາ  ສປປລ ມີລະດັບການຂະຫຍາຍຕົວສູງທາງດ້ານເສຖະກິດ ຖ້າທຽບໃສ່ບັນດາປະເທດໃນຂົງເຂດ ແລະທຸກຢ່າງກໍພ້ອມແລ້ວທີ່ຈະກ້າວເຂົ້າຊູ່ປີ 2015 ແຫ່ງການລວມປະຊາກອນ-ເສດຖະກິດອາຊຽນ

 ຂໍໂທດເດີທີ່ຄຳເຫັນຂ້ອນຂ້າງຂັດກັນແດ່, ຂ້າພະເຈົ້າວ່າເລື່ອງເສດຖະກິດຂຍາຍຕົວ ບໍ່ແມ່ນບັນຫາທີ່ເຮັດໃຫ້ຄ່າຄອງຊີບສູງຂື້ນຕາມ,

ມັນບັນຫາຢູ່ທີ່ການຜລິດບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ຫລາຍກວ່າ ແລະ ລະບົບການບໍລິຫານ ຄຸ້ມຄອງ ກໍ່ມີສ່ວນ.

ຄຳຖາມມີຢູ່ວ່າ: ແມ່ນອັນໃດທີ່ບົ່ງບອກ ຫລື ວັດແທກວ່າເສດຖະກິດເຂັ້ມແຂງ ?

ຄຳຕອບກໍຄົງໜີບໍ່ພົ້ນເລື່ອງຊີວິດການເປັນຢູ່/ມາດຕະຖານການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່ານັ້ນເອງ

ຖ້າເປັນຍ້ອນເສດຖະກິດຂຍາຍຕົວຄືທ່ານວ່າ, ຢູ່ປະເທດເພື່ອນບ້ານໃກ້ຄຽງ ເຂົາເຈົ້າພັດທະນາໄປໄກກວ່າເຮົາ ເສດຖະກິດ

ເພີ່ນກໍ່ເຂັ້ມແຂງກວ່າເຮົາ ແລ້ວເປັນຫຍັງ ຄ່າຄອງຊີບຄືຕຳ່ກວ່າບ້ານເຮົາ?. ຄວນຄຶດຄືນ

__________________
Anonymous

Date:

ພາກລັດຖະບານເວິ້າຕະຫຼອດວ່າສິປັບລາຄາສີນຄ້າ ແຕ່ສຸດທ້າຍກະຄືເກົ່າ. ສີນຄ້າໃດກະມີແຕ່ແນວແພງໆຂື້ນໄປເລືອ້ຍໆ.

ຕົວຢ່າງ: ລາຄາຊີ້ນງົວຂື້ນຈົນມາຮອດ 60.000 - 65.000 ກີບຕໍ່ກິໂລລະ, ພວກທ່ານແນ່ໃຈຫວະວ່າ ລາຄານີ້ມັນຊິຄົງທີ່ຫູືວ່າຫຼຸດລົງ.

ຂ້ອຍເປັນກຳມະກອນລາຍໄດ້ຕໍ່ມື້ກະມີແຕ່ 40.000 ກິບ ຊື້ຊີ້ນ 1 ກິໂລກະຢັງບໍ່ໄດ້, ພະນັກງານລັດຖະກອນເງືອນເດືອນຂື້ນ ແຕ່ກຳມະກອນໄດ້ທໍ່ເກົ່າ,

ສີນຄ້າແພງຂື້ນດັ່ງທີ່ເຫັນ. ປີ 2015 ປະເທດລາວຊິຫຼຸດພົ້ນຈາກຄວາມທຸກ, ລາຄາຊີ້ນງົວຊິບໍ່ຂື້ນຈົນຮອດ 80.000 ພຸ້ນຫວະ. ແຕ່ຂ້ອຍນິຕີ້.....ຄືຊິທຸກຄືເກົ່າ

ຄືຊິບໍ່ໄດ້ກີນຊີ້ກີນໄຂນຳເພີ່ນ.

__________________
Anonymous

Date:

ການທີ່ລາຄາສີນຄ້າຂຶ້ນແມ່ນມີຫຼາຍປັດໃຈ ແຕ່ອັນທີ່ກະທົບໂດຍກົງແມ່ນການຂຶ້ນຄ່າແຮງຂັ້ນຕ່ຳຂອງໄທ ລາຄາສີນຄ້າຢູ່ໄທແພງຂຶ້ນ ລາວກໍ່ຕ້ອງແລ່ນນຳເພາະລາວນຳເຂົ້າເຄື່ອງອຸປະໂພກ ບໍລິໂພກ ຈາກໄທ 99%, ອັນທີ່ສອງແມ່ນຍ້ອນການຂຶ້ນເງີນເດືອນຂອງພະນັກງານລາວ ເຮັດໃຫ້ມີເງີນອອກມາຈໍລະຈອນຫຼາຍຂຶ້ນ ແຕ່ການຕອບສະໜອງຄືເກົ່າຈຶ່ງເຮັດໃຫ້ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າ ແລະອັນສຸດທ້າຍທີ່ຖືວ່າເປັນຂໍ້ບົກພ່ອງຂອງລັດຖະບານ ໂດຍສະເພາະ ກົມການຄ້າພາຍໃນ ບໍ່ເຮັດວຽກ, ບໍ່ມີມາດຕະການຄວບຄຸມຫັຍງເລີຍ, ສາຍກວດການຄ້າມີແຕ່ໄປເລາະເກັບຄ່າຄຸ້ມຄອງສົ່ງໄມ້ແປຮູບອອກ, ນຳເຄື່ອງເຂົ້າຈາກຕ່າງປະເທດ ວຽກນີ້ຈັ່ງແມ່ນມັນຮູ້ດີປານດັງໝາຫອມຂີ້ ຂູ່ເອົາ ເຂັນເອົາ ແຮງຮ້າຍກ່ວາພາສີ 100ເທົ່າ ບາດລາຄາສີນຄ້າຂຶ້ນບໍ່ມີລົງມັນບໍ່ສົນໃຈ ບັກຊາດໝາເອີຍ ລັດຖະມົນຕີກໍ່ມີແຕ່ຫາແຜນໄປເປີດງານຕະລາດນັດ, ງານມອບລາງວັນ ດື່ມວາຍ ຫົວຮາໆ ບໍ່ເຊື່ອເບິ່ງຂ່າວລາວໂລດ ໝໍ ນາມ ວິຍາກັດ ຊິເຮັດຕາຍອີຫັຍງແຕ່ລະມື້.

__________________
Anonymous

Date:

ຈົ້າເວົ້າຖືກໃຈຂ້ອຍຫລາຍ ຂ້ອຍຢາກລົມນຳອີກເດ້ເນາະ ພໍໄດ້ລະບາຍເລື້ອງອຸກອັ່ງຂອງປະຊາຊົນ ຊາວຜູ້ອອກແຮງງານ(ກຳມະກອນຜູ້ທຸກຍາກ)

__________________
Anonymous

Date:

ຕາມຄວາມເຂົ້າໃຈຂອງຂ້າພະເຈົ້າ ວຽກນີ້ ກົມການຄ້າພາຍໃນຕ້ອງເປັນເຈົ້າການ ໂດຍສົມທົບກັບ ພະແນກການຄ້າ ນະຄອນຫລວງ/ແຂວງ

ໃນການຄວບຄຸມລາຄາສີນຄ້າບໍ່ໃຫ້ກະທົບຕໍ່ສັງຄົມຫລາຍຄືແນວນີ້

__________________
Anonymous

Date:

Anonymous wrote:

ການທີ່ລາຄາສີນຄ້າຂຶ້ນແມ່ນມີຫຼາຍປັດໃຈ ແຕ່ອັນທີ່ກະທົບໂດຍກົງແມ່ນການຂຶ້ນຄ່າແຮງຂັ້ນຕ່ຳຂອງໄທ ລາຄາສີນຄ້າຢູ່ໄທແພງຂຶ້ນ ລາວກໍ່ຕ້ອງແລ່ນນຳເພາະລາວນຳເຂົ້າເຄື່ອງອຸປະໂພກ ບໍລິໂພກ ຈາກໄທ 99%, ອັນທີ່ສອງແມ່ນຍ້ອນການຂຶ້ນເງີນເດືອນຂອງພະນັກງານລາວ ເຮັດໃຫ້ມີເງີນອອກມາຈໍລະຈອນຫຼາຍຂຶ້ນ ແຕ່ການຕອບສະໜອງຄືເກົ່າຈຶ່ງເຮັດໃຫ້ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າ ແລະອັນສຸດທ້າຍທີ່ຖືວ່າເປັນຂໍ້ບົກພ່ອງຂອງລັດຖະບານ ໂດຍສະເພາະ ກົມການຄ້າພາຍໃນ ບໍ່ເຮັດວຽກ, ບໍ່ມີມາດຕະການຄວບຄຸມຫັຍງເລີຍ, ສາຍກວດການຄ້າມີແຕ່ໄປເລາະເກັບຄ່າຄຸ້ມຄອງສົ່ງໄມ້ແປຮູບອອກ, ນຳເຄື່ອງເຂົ້າຈາກຕ່າງປະເທດ ວຽກນີ້ຈັ່ງແມ່ນມັນຮູ້ດີປານດັງໝາຫອມຂີ້ ຂູ່ເອົາ ເຂັນເອົາ ແຮງຮ້າຍກ່ວາພາສີ 100ເທົ່າ ບາດລາຄາສີນຄ້າຂຶ້ນບໍ່ມີລົງມັນບໍ່ສົນໃຈ ບັກຊາດໝາເອີຍ ລັດຖະມົນຕີກໍ່ມີແຕ່ຫາແຜນໄປເປີດງານຕະລາດນັດ, ງານມອບລາງວັນ ດື່ມວາຍ ຫົວຮາໆ ບໍ່ເຊື່ອເບິ່ງຂ່າວລາວໂລດ ໝໍ ນາມ ວິຍາກັດ ຊິເຮັດຕາຍອີຫັຍງແຕ່ລະມື້.

 ເພີ່ນຄາວຽກ ວຸ່ນນຳແຕ່ການຄ້າໂລກ ກໍ່ເລີຍລືມວຽກການຄ້າພາຍໃນ

 ນີ້ແລ້ວ ຜູ້ຂ້າຈັ່ງຢາກວ່າ ເຂົາເຈົ້າບໍ່ຮູ້ເຮັດວຽກ

ການອອກດຳລັດ ຫຼື ກົດລະບຽບໃຫ້ຄົນຕິດລາຄາໃສ່ ສິນຄ້າ ແລະ ເມນູອາຫານ ເຂົາກະຍັງເຮັດບໍ່ໄດ້

( ແມ່ຄ້າພໍ່ຄ້າ ມັນກະຄົນມີກິເຫຼດຄືກັນ ເມື່ອມີໂອກາດກະແມ່ນ ຫຼັກ ເຮົາໂລດ.

ເຈົ້າກະຂື້ນ ຂ້ອຍກະຂື້ນ ມັນບໍ່ຊື້ ມັນຊິກິນຫຍັງ;................... ສຸດທ້ານ ສິນຄ້າແພງ ແບບບໍ່ສົມຄວນ)

ຈັກຊິໃຫ້ຄຶດແນວໃດ

ວຽກນ້ອຍກະເຮັດບໍ່ໄດ້

__________________
Anonymous

Date:

Anonymous wrote:

ການທີ່ລາຄາສີນຄ້າຂຶ້ນແມ່ນມີຫຼາຍປັດໃຈ ແຕ່ອັນທີ່ກະທົບໂດຍກົງແມ່ນການຂຶ້ນຄ່າແຮງຂັ້ນຕ່ຳຂອງໄທ ລາຄາສີນຄ້າຢູ່ໄທແພງຂຶ້ນ ລາວກໍ່ຕ້ອງແລ່ນນຳເພາະລາວນຳເຂົ້າເຄື່ອງອຸປະໂພກ ບໍລິໂພກ ຈາກໄທ 99%, ອັນທີ່ສອງແມ່ນຍ້ອນການຂຶ້ນເງີນເດືອນຂອງພະນັກງານລາວ ເຮັດໃຫ້ມີເງີນອອກມາຈໍລະຈອນຫຼາຍຂຶ້ນ ແຕ່ການຕອບສະໜອງຄືເກົ່າຈຶ່ງເຮັດໃຫ້ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າ ແລະອັນສຸດທ້າຍທີ່ຖືວ່າເປັນຂໍ້ບົກພ່ອງຂອງລັດຖະບານ ໂດຍສະເພາະ ກົມການຄ້າພາຍໃນ ບໍ່ເຮັດວຽກ, ບໍ່ມີມາດຕະການຄວບຄຸມຫັຍງເລີຍ, ສາຍກວດການຄ້າມີແຕ່ໄປເລາະເກັບຄ່າຄຸ້ມຄອງສົ່ງໄມ້ແປຮູບອອກ, ນຳເຄື່ອງເຂົ້າຈາກຕ່າງປະເທດ ວຽກນີ້ຈັ່ງແມ່ນມັນຮູ້ດີປານດັງໝາຫອມຂີ້ ຂູ່ເອົາ ເຂັນເອົາ ແຮງຮ້າຍກ່ວາພາສີ 100ເທົ່າ ບາດລາຄາສີນຄ້າຂຶ້ນບໍ່ມີລົງມັນບໍ່ສົນໃຈ ບັກຊາດໝາເອີຍ ລັດຖະມົນຕີກໍ່ມີແຕ່ຫາແຜນໄປເປີດງານຕະລາດນັດ, ງານມອບລາງວັນ ດື່ມວາຍ ຫົວຮາໆ ບໍ່ເຊື່ອເບິ່ງຂ່າວລາວໂລດ ໝໍ ນາມ ວິຍາກັດ ຊິເຮັດຕາຍອີຫັຍງແຕ່ລະມື້.

 ຂ້າພະເຈົ້າຂໍປະກອບຄຳເຫັນໜ້ອຍໜຶ່ງ ສິ່ງທີ່ທ່ານເວົ້າວ່າຄ່າຄອງຊີບຂອງລາວແພງຂຶ້ນມັນຍ້ອນໄທ ຂ້າພະເຈົ້າວ່າມັນກະມີບາງສ່ວນ ແຕ່ທີ່ເຫັນໄດ້ຊັດເຈນສຸດແມ່ນລາຄາຂອງເຝີທີ່ມີລາຄາສູງກ່ວາຕົ້ນທືນ ເຊັ່ນຮ້ານເຝີສາລາຄຳ ຖ້ວຍໜຶ່ງ 25.000 ກີບ

ແຕ່ຕົ້ນທືນມີແຕ່ 5000 ກີບ. ທັງໆທີ່ວັດຖຸດິບສ່ວຍໃຫຍ່ແມ່ນຢູ່ພາຍໃນ

__________________
ລູກສາວກົກ

Date:

ທ່ານ ເຈົ້າຂອງ ກະທູ້ເອີຍ ຂ້າພະເຈົ້າດີໃຈຫຼາຍທີ່ ທ່ານ ຕັ້ງກະທູ້ນີ້ຂຶ້ນມາ ມີສາລະປະໂຫບດຫຼາຍ ທ່ານ ຈົ່ງຈະເລີນໆໆ ເດີ

ແມ່ນຄວາມທ່ານຫັ້ນລະ ບັນຫາ ຄ່າຄອງຊີບແພງນີ້ ທ່ານ ແລະ ຂ້າພະເຈົ້າຜູ້ມີເງິນເດືອນ ບໍ່ຫຼາຍກະພໍຖູພໍໄຖ ໄປຊັ້ນລະ

ແຕ່ຂ້າພະເຈົ້າເຫນໃຈທີ່ສຸດ ອແມ່ນພໍແມ່ພີ້ນ້ອງປະຊາຊົນທີ່ຢູ່ບ້ານນອກຂອກນາ ທີ່ເພິ່ນນັ່ງຂາຍຜັກຂາຍຫຍ້າແບບໃນຮູບນີ້ລະ

ຕາມປະສົບການຂອງຂ້າພະເຈົ້າທີ່ເຄີຍໄປເຮັດວຽກຢູ່ຕ່າງແຂວງມາຫຼາຍແຂວງເກືອບທົ່ວປະເທດແລ້ວ ເຫັນບັນຫາສ່ວນໃຫຍ່ ສະພາບການຄ້າຍ ຄືກັນໝົດ

ຄົນຍາກຈົນມາຍ່າງອອກຈາກບ້ານ ນອກຫາບຜັກຫາບຫຍັ້າມາຂາຍ ຍ່າງໄກເປັນ 10ກິໂລແມັດ ຊົ່ວຊີມາຮອດຕະຫຼາດ ມີຜັກປ້າເລັກໆໜ້ອຍມານັ່ງຂາຍນັ່ງໝົດແລງກະບໍ່ົດ້ຂາຍພໍກີບ ຫີວນ*ເງິນຊິຊື້ນ*ກິນກະບໍ່ມີ

ຖ້າໄດ້ຂາຍກະຢ່າງລະ 1000-2000ກີບ ເຮັດແນວໃດ ຊິມີເງິນພໍໄດ້ຊື້ຊິ້ນໄປກິນ ແລະນອກຈາກນີ້ຍັງມີເດັກນ້ອຍມານັ່ງຂາຍຜັກ ຄວາມຫັວງຄືຢາກໄດ້ເງິນ ໄປຊື້ປື້ນມຊື້ສໍ ພໍໄດ້ຂີດໄດ້ຂຽແຕ່ບໍ່ໄດ້ຂາຍ

ສຸດທ້າຍບໍ່ມີເງີນຊື້ອຸປະກອນການຮຽນ ຈຳເປັນກໍ່ບໍ່ໄດ້ຮຽນ(ນີ້ແມ່ນສະພາບຕົວຈິງທີ່ຂ້າພະເຈົ້າເຫັນມາແລ້ວຈາກປະສົບການ)

ສະນັ້ນຈຶ່ງຢາກຂໍຮ້ອງພາກສ່ວນລັດທີ່ມີໜ້າທີ່ຮັບຜິດຊອບໃຫ້ເອົາໃຈໃສ່ຄວບຄຸມສິນຄ່າ ທານຜູ້ທຸກຜູ້ຍາກ ແດ່ທ່ານເອີຍ

ຂ້າພະເຈົ້າບໍ່ແມ່ນພະນັກງານລັດ  ແຕ່ເວຂ້າຂ້າພະເຈົ້າໄປຕະຫຼາດຊົນນະບົດ ຂ້າພະເຈົ້າຈະຮູ້ສຶກ ເຫັນໃຈ ບຸກຄົນເຫຼົ່ານັ້ນຫຼາຍໆ

(ຕະຫຼາດນີ້ຄືຕະຫຼາດ ໄຊຍະບູລີເນາະ ຄັນຈື່ບໍ່ຜິດ)

__________________
Anonymous

Date:

ກະຍັງວ່າບໍ່ມີການສໍຣາຊບັງຫຼວງຢູ້ເມື້ອງລາວ ຫຼັງຈາກການປົດປ່ອຍ1975 ເພາະພວກສໍຣາຊບັງຫຼວງ, ພວກຂາຍສັບໃນດີນສີນນໍ້າກີນ,ພວກຂາຍຊາດຂາຍແຜ່ນດີນກີນອອກໜີໄປຢູ້ຕ່າງປະເທດໝົດແລ້ວ. ຢ່າໄປຟັງຄວາມໃສ່ຣ້າຍປ້າຍສີຂອງພວກປະຕິການ. ທີພັກລັດຮັງມີແລະມີເງີນຫຼາຍລ້ານດອນລາຢູ້ທຸກມື້ນີ້ ກະດ້ວຍຄວາມຂະຫຍັນທຳມາຄ້າຂາຍກັບຕ່າງປະເທດ. ພັກລັດຮັກປະເທດຊາດຮັກປະຊາຊົນຮັກຣາຊດອນ ຈະບໍ່ສໍຣາຊບັງຫຼວງເເນ້ນອນ.ພັກລັດເປັນຄົນຊືສັດມີສີນທັມບໍ່ຄືພວກປະຕິການ.

__________________
Anonymous

Date:

ເຈົ້ານາຍອ້າຍນ້ອງທີ່ມາຈາກເຂດປົດປ່ອຍເກົ່າປະຖິ້ມສິນທໍາປະຕິວັດ

ຕັ້ງແຕ່ເພິ່ນໄດ້ເຂົ້າໄປນັ່ງຕັ່ງນວມໆໃນຫ້ອງແອເຢັນໆພຸ້ນນະ ໄກ່ບໍ່ຕອດ

ເຂົ້າສານກໍ່ບໍ່ແມ່ນໄກ່ລະຕິ໋ !

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard