Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕົ້ນໄມ້ມະນີໂຄດຂຶ້ນຮອດຝັງ ແລະ ຖືກຕັດເປັນທ່ອນແລ້ວ
Anonymous

Date:
ຕົ້ນໄມ້ມະນີໂຄດຂຶ້ນຮອດຝັງ ແລະ ຖືກຕັດເປັນທ່ອນແລ້ວ


">

ຂ່າວ: ໂພ­ທິ​ຣາ​ຊ

   ຄວາມ​ຫວັງ​ເປັນ​ຈິງ​ແລ້ວ  ສຳ­ລັບ​ພາ­ລະ­ກິດ​ລົງ​ກອບ​ກູ້​ຕົ້ນໄມ້​ມະ­ນີ​ໂຄດ ຂຶ້ນ​ຈາກ​ພື້ນ​ນ້ຳ​ທີ່​ຄອນ​ພະ​ເພັງ ຫລັງ​ຄະ­ນະ​ຮັບ​ຜິດ ຊອບ​ທີ່​ກ່ຽວ­ຂ້ອງ​ໄດ້​ໃຊ້​ຄວາມ​ພະ­ຍາ­ຍາມ​ເຖິງ 2 ວັນ ເພື່ອ​ນຳ​ຕົ້ນໄມ້​ສັກ­ສິດ​ດັ່ງ­ກ່າວ​ຂຶ້ນ​ມາ​ໄດ້​ຢ່າງ​ສຳ­ເລັດທ່າມ­ກາງ​ການ​ເຂົ້າຮ່ວມ​ຊົມ​ເປັນ​ກຳ­ລັງ​ໃຈ​ຈາກ​ການ​ນຳ​ແຂວງ, ອຳ­ນາດ​ການ​ປົກຄອງ​ຕະ­ຫລອດ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນ​ຊາວແຂວງ​ຈຳ­ປາ​ສັກ​ຫລາຍກວ່າ 10 ພັນ​ຄົນ.

   ພາ­ລະ­ກິດ​ລົງ​ກອບ​ກູ້​ຕົ້ນ­ໄມ້​ມະ­ນີ​ໂຄດ​ຂຶ້ນ​ຈາກ​ພື້ນ​ນ້ຳ​ທີ່​ຕາດຄອນ​ພະ​ເພັງ​ຄັ້ງ​ທີ​ສອງ, ທີ່​ຕາມ​ແຜນ​ເບື້ອງ​ຕົ້ນ​ຈະ​ປະ­ຕິ­ບັດ​ໃນມື້​ວັນ​ທີ 11 ມັງ­ກອນ ແຕ່​ເນື່ອງ​ຈາກ​ວັນ​ດັ່ງ­ກ່າວ​ເປັນ​ວັນ​ສິນກົງ​ກັບ​ແຮມ 14 ຄ່ຳ​ຂອງ​ເດືອນ​ຈຽງ ຄະ­ນະ​ກອບ​ກູ້​ຈິ່ງ​ເລື່ອນ​ວັນປະ­ຕິ­ບັດ​ງານ​ເປັນ​ວັນ​ທີ 12 ມັງ­ກອນ 2013 ນັບ​ຈາກ​ເວ­ລາ 8:00 ໂມງ, ໂດຍ​ໃຊ້​ເຮືອ­ບິນ​ລຳ​ເກົ່າ​ເຮລິ​ຄອບ​ແຕ Ka 32 ຂອງກອງ­ພັນ​ໃຫຍ່ 703 ກະ­ຊວງ​ປ້ອງ​ກັນ​ປະ­ເທດ, ເຊິ່ງ​ຜູ້​ທີ່​ເຮັດ​ຫນ້າທີ່​ສະ­ຫມັກ​ໃຈ​ລົງ​ກອບ​ກູ້​ເທື່ອ​ນີ້​ປະ­ກອບ​ມີ 8 ທ່ານ, ໃນ​ນັ້ນ​ລົງ​ສູ່ພື້ນ​ທີ່​ດອນ​ກາງ​ນ້ຳ 4 ທ່ານ, ເວ­ລາ​ປະ­ມານ 8:30 ໂມງ ໄດ້​ເລີ່ມປະ­ຕິ­ບັດ​ງານ​ໂດຍ​ເຮືອ­ບິນ Ka 32 ໄດ້​ບິນ​ອອກ​ສູ່​ຈຸດ​ເປົ້າ​ຫມາຍເພື່ອ​ຢ່ອນ​ເຈົ້າ​ຫນ້າ­ທີ່​ກອບ​ກູ້​ລົງ​ໄປ​ປະ­ຕິ­ບັດ​ງານ, ດ້ວຍ​ການ​ໃຊ້ຫມາກ​ລໍ້​ໃນ​ການ​ດຶງ​ຕົ້ນ­ໄມ້​ຂຶ້ນ​ຈາກ​ພື້ນ​ນ້ຳ ເພື່ອ​ສາ­ມາດ​ສັງ­ເກດ​ການ​ໄດ້​ວ່າ​ໄມ້​ມີ​ນຳ​ຫນັກ​ເທົ່າ­ໃດກ່ອນ​ຈະ​ນຳ​ເຮື່ອ​ບິນ​ເພື່ອ​ຍົກ,ແຕ່ຜ່ານ​ການ​ປະ­ຕິ­ບັດ​ຕົວ​ຈິງ​ຂອງເຈົ້າ​ຫນ້າ­ທີ່​ເຫັນ​ມາ​ມີ​ຄວາມຫຍຸ້ງ­ຍາກ​ພໍ​ສົມ­ຄວນ, ເນື່ອງຈາ​ກວ່າ​ກະ­ແສ­ນ້ຳ​ພັດ​ແຮງ​ເຮັດໃຫ້​ພາ­ລະ­ກິດ​ດຶງ​ໄມ້​ຂຶ້ນ​ຈາກ​ພື້ນນ້ຳ​ບໍ່​ໄດ້​ຕາມ​ຄາດ­ຫມາຍ, ເຊິ່ງໃນ​ຕອນ​ເຊົ້າ​ສາ­ມາດ​ດຶງ​ໄມ້​ທີ່​ຈົມຢູ່​ພື້ນ​ນ້ຳ​ຂຶ້ນ​ໄດ້​ພຽງ​ປະ­ມານ 2 ແມັດ​ເທົ່າ​ນັ້ນ, ຈິ່ງ​ເຮັດ​ໃຫ້​ແຜນການ​ເບື້ອງ​ຕົ້ນ​ວ່າ​ຕອນ​ແລງ​ຈະນຳ​ເຮືອ­ບິນ ເພື່ອ​ຍົກ​ໄມ້​ມະ­ນີໂຄດ​ຂຶ້ນ​ນັ້ນ​ບໍ່​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້.

   ຢ່າງ­ໃດ​ກໍ່​ຕາມ​ເຈົ້າ​ຫນ້າ­ທີ່ພ້ອມ​ຄະ­ນະ​ກຳ­ມະ­ການ​ລົງ​ກອບກູ້​ຕົ້ນ­ໄມ້​ມະ­ນີ​ໂຄດ​ຄັ້ງ​ນີ້, ຍັງ​ໄດ້ສືບ­ຕໍ່​ພາ­ລະ­ກິດ​ດ້ວຍ​ການ​ສົ່ງເຈົ້າ​ຫນ້າ­ທີ່​ລົງ​ໄປ​ສືບ­ຕໍ່​ປະ­ຕິ­ບັດງານ ເພື່ອ​ຄວາມ​ຫວັງ​ທີ່​ຈະ​ດຶງຂຶ້ນ​ມາ​ໄດ້​ໃນ​ຄາບ​ແລງ, ຜ່ານການ​ປະ­ຕິ­ບັດ​ງານ​ແຕ່ 1:30 ໂມງຈົນ​ຮອດ 4: 00 ໂມງ​ກໍ່​ບໍ່ສາ­ມາດ​ດຶງ​ຂຶ້ນ​ພົ້ນ​ຈາກ​ພື້ນ​ນ້ຳໄດ້​ເທື່ອ, ດັ່ງ­ນັ້ນ​ຈິ່ງ​ເຮັດ​ໃຫ້​ພາລະ​ກິດ​ບໍ່​ສົມ​ຫວັງ​ຕາມ​ເປົ້າຫມາຍ.

   ເຖິງ​ວ່າ​ກ່ອນ​ຫນ້າ​ນີ້​ພາ­ລະກິດ​ລົງ​ກອບ​ກູ້​ຕົ້ນ­ໄມ້​ມະ­ນີ​ໂຄດ ຍັງ​ບໍ່​ສົມ​ຫວັງ​ໄປ​ຕາມ​ຄາດຫມາຍ​ກໍ່​ຕາມ, ແຕ່​ຄະ­ນະ​ການ​ນຳ ແຂວງ​ກໍ່​ຄື​ຄະ­ນະ​ກຳ­ມະ­ການ, ວິຊາ​ການ ແລະ ເຈົ້າ​ຫນ້າ­ທີ່​ຍັງ​ບໍ່​ຫມົດ​ຄວາມ​ພະ­ຍາ­ຍາມຕໍ່​ພາ­ລະ­ກິດ​ເທື່ອ ແລະ ໄດ້​ສືບ­ຕໍ່ຄວາມ​ພະ­ຍາ­ຍາມ​ໃນ​ການ​ຊອກວິ­ທີ ເພື່ອ​ນຳ​ເອົາ​ຕົ້ນ­ໄມ້​ສັກ­ສິດຂອງ​ຊາດ​ຂຶ້ນ​ຈາກ​ພື້ນ​ນ້ຳ​ໃຫ້​ໄດ້.

   ໃນ​ວັນ​ທິດ​ທີ 13 ຕໍ່​ມາ​ເລີ່ມແຕ່​ເວ­ລາ 8: 00 ໂມງ, ກໍ່​ໄດ້​ສືບຕໍ່​ປະ­ຕິ­ບັດ​ແຜນ­ການ​ດ້ວຍ​ການສົ່ງ​ເຮືອ­ບິນ ແລະ ເຈົ້າ​ຫນ້າ​ວິ­ຊາ ການ​ຊຸດ​ເກົ່າ​ບິນ​ສູ່​ຈຸດ­ຫມາຍ ເພື່ອ​ສືບ­ຕໍ່​ພາ­ລະ­ກິດ​ອີກ​ຄັ້ງ​ໃຫມ່ເທື່ອ​ນີ້​ເບິ່ງ​ຄື​ວ່າ​ທຸກ​ສິ່ງ​ຢ່າງ​ໄດ້ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້, ດິນຟ້າ​ອາ­ກາດ​ເປັນ­ໃຈ​ທ້ອງ­ຟ້າແຈ່ມ​ໃສ​ບໍ່​ມິ​ລົມ​ແຮງ, ເຮັດ​ໃຫ້ການ​ປະ­ຕິ­ບັດ​ງານ​ຂອງ​ເຈົ້າຫນ້າ­ທີ່​ງ່າຍ​ຂຶ້ນ, ເຊິ່ງ​ໃຊ້​ເວ­ລາ​ບໍ່ເຖິງ 2 ຊົ່ວ­ໂມງ​ກໍ່​ສາ­ມາດ​ດຶງ​ໄມ້ມະ­ນີ​ໂຄດ​ພົ້ນ​ຈາກ​ພື້ນ​ນ້ຳ​ໄດ້ທ່າມ­ກາງ​ຄວາມ​ດີ​ອົກ​ດີ­ໃຈ​ຂອງພໍ່​ແມ່​ປະ­ຊາ­ຊົນ​ທີ່​ຄ່ອຍ​ເຊຍ​ໃຫ້ກຳ­ລັງ​ໃຈ.

   ເວ­ລາ​ປະ­ມານ 1:30 ໂມງ ເຮລິ​ຄອບ​ແຕ Ka 32 ໄດ້​ບິນ​ຂຶ້ນສູ່​ເທິງ​ອາ­ກາດ, ເພື່ອ​ບິນ​ສູ່​ຈຸດຫມາຍ ເພື່ອ​ປະ­ຕິ­ບັດ​ພາ­ລະ­ກິດ ດຶງ​ຕົ້ນ­ໄມ້​ມະ­ນີ​ໂຄດ​ເຂົ້າ​ຝັ່ງ, ແຕ່ຍ້ອນ​ວ່າ​ຕົ້ນ­ໄມ້​ມີ​ຄວາມ​ໃຫຍ່ ແລະ ຍາວ​ກວ່າ​ການ​ກຳ­ນົດ​ໄວ້, ຈິ່ງ​ເຮັດ​ໃຫ້​ເຮືອ​ບີນ​ບໍ່​ສາ­ມາດຮັບ​ນ້ຳ­ຫນັກ​ໄດ້, ດັ່ງ­ນັ້ນ​ຈິ່ງ​ມີຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ຕັດ​ເປັນ 3 ທ່ອນ ເພື່ອ​ສະ­ດວກ ແລະ ຮັບປະ­ກັນ​ໃນ​ການ​ຍົກ​ຂອງ​ເຮືອ­ບິນ, ເຊິ່ງ​ການ​ປະ­ຕິ­ບັດ​ໄດ້​ເລີ່ມ​ແຕ່​ເວລາ 14:15 ໂມງ ຫາ 16:30 ໂມງ​ກໍ່​ສຳ­ເລັດ.

   ສຳ­ລັບ​ຕົ້ນ­ໄມ້​ມະ­ນີ​ໂຄດ​ທີ່​ສາມາດ​ກອບ​ກູ້​ມາ​ໄດ້​ແມ່ນ​ມີ​ຄວາມຍາວ​ທັງ​ຫມົດ 14,56 ແມັດ, ຫນ້າ​ຕັດ 46,6 ຊັງ​ຕີ​ແມັດ ແລະ ມີ​ນ້ຳ­ຫນັກ​ທັງ​ຫມົດ 2.800 ກິ​ໂລກ​ຣາມ, ເຊິ່ງ​ໄດ້​ນຳ​ຂຶ້ນ​ວາງໄວ້​ທີ່​ຫໍ​ພິ​ພິ​ທະ​ພັນ​ສ້າງ​ຂຶ້ນ​ໃຫມ່ຢູ່​ທີ່​ບໍ­ລິ­ເວນ​ຄອນ​ພະ​ເພັງ​ນັ້ນ​ເອງ ເພື່ອ​ຈະ​ທຳ​ການ​ສືກ​ສາ​ສຳ​ຫລວດທາງ​ວິ​ທາງ​ຍາ​ສາດ ແລະ ເພື່ອວາງ​ໄວ້​ໃຫ້​ປວງ​ຊົນ​ລາວ​ທັງຊາດ​ໄດ້​ຂາບ​ໄຫວ​ສັກ­ກາ­ລະ​ບູຊາ.



__________________
Anonymous

Date:
RE: ຕົ້ນໄມ້ມະນີໂຄດຂຶ້ນຮອດຝັງ ແລະ ຖືກຕັດເປັນທ່ອນແລ້ວ


ມີໃຜໄດ້ເຂົ້າໄປຂາບໄຫວ້ສັກກະຣະບູຊາ ກະຣຸນາຖ່າຍຮູບມາໃຫ້ເບິ່ງແດ່, ຂອບໃຈ.



__________________


Senior Member

Status: Offline
Posts: 482
Date:

ngom ngai nor, stupid,

__________________
Zack¹

Date:

zack wrote:

ngom ngai nor, stupid,


 ຄວາມເຊື່ອຖືນີ້ຝັງເລິກມາຫລາຍເສັ່ນຄົນແລ້ວ ຍາກຈະລຶບລ້າງໄດ້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard