Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫນອງທາ Paradise Land
Anonymous

Date:
ຫນອງທາ Paradise Land


 



__________________
Anonymous

Date:

Nongtha_paradise_land.html



__________________
Anonymous

Date:

ເບິ່ງແລ້ວກໍ່ງາມຢູ່ແຕ່ບໍ່ເຂົ້າໃຈ

__________________
Anonymous

Date:

 

 

Lao Version



__________________
Anonymous

Date:

ຜູ້ລົງທຶນຊີ່ເອົາເງິນມາແຕ່ໃສນໍ ຢ້ານແຕ່ມາຢືມເງິນລາວຕໍ່ເອົາເງິນຄົນລາວຫັ້ນແລ້ວ ຊີ່ບໍ່ເປັນຄືແຜນສ້າງ Mega Mall ນ້ນບໍ http://www.youtube.com/watchv=FweaoyjAgRk&feature=youtube_gdata_player

__________________
Anonymous

Date:

Paradise Land??? It looks so fake! Future little Saigon, maybe.



__________________
Anonymous

Date:

Anonymous wrote:

 


  I dont see the clip in Pasalao, what is  the laos tourist department doing?  dont have money, Why the govt dont give a quota ?



__________________
Anonymous

Date:

ຖ້າຜູ່ຊາຍລາວນຸ່ງຜ້າກະຕ່ຽວຄືເຫັນໃນນາທີທີ່ 3:35 ໜອງທາຄົງຈະໄດ້ຮັບກຽດເປັນໜອງມໍຣະດົກຂອງໂລກອີກແຫ່ງນຶ່ງ

ແຕ່ເສັຽດາຍທີ່ຜູ່ຍິງທີ່ເພິ່ນແຕ້ມໃນຮູບນັ້ນທັນສະໃໝກ່ອນ, ເຈົ້າວ່າບໍ່?



__________________
Anonymous

Date:

ຂ້າພະເຈົ້າ ຖາມ ລາຄາ ຈອງ ແມ່ນ 60 000 ໂດລາ

ບາດຊິໄປ ຈອງແທ້ໆ ລະ ແມ່ນ 76 000 ໂດລາ

ແບບເຮືອນ ກໍ່ບໍ່ມີ -ສະແປ໋ກ ກໍ່ບໍ່ມິ



__________________
Anonymous

Date:

ມັນເປັນພາບລວງຕາຊື່ໆ ປະຊາກອກລາວທົ່ວໄປ(ບໍ່ເວົ້າເຖີງລູກເຈົ້າຫລານ ນາຍ)

ລາຍຮັບບໍໄດ້ເຖີງເດືອນລະ1000$ ສິເອົາເງີນມາແຕ່ໃສໄປຊັອປປິງຢູ່ໃນມໍນັ້ນno



__________________
Anonymous

Date:

ລູກເຈົ້າຫຼານນາຍ ລູກຫຼານເສດຖີມີມັ່ງແນມບໍ່ເຫັນດອກເຮືອນຫຼັງຫຼຸດລ້ານ

ສ່ວນຫຼາຍເຂົາຈະປຸກຄະຣຶຫາດທີ່ອອກແບບຈາກສະຖາປານິກທີ່ມີຊື່ສຽງ

ໂດ່ງດັງໃນອາຊີ.




__________________
Anonymous

Date:

ອັນນີ້ແມ່ນປະເທດລາວຫວາ ຫຼືວ່າປະເທດວຽດ ພາກເປັນພາສາວຽດໝົດເລີຍ ປານນັ້ນຄົນລາວ ຍັງເອກອ້າງຕົນເອງວ່າມີພາສາເປັນຂອງຕົນເອງ ແຕ່ວ່າເຂົາກໍາລັງກືນຕົນເອງຍັງບໍຮູ້ເມື່ອ

ອີກ 50 ປີ ຄືສິເປັນໄປໄດ້ຕາມ clip 



__________________
Anonymous

Date:

ໂຄງການຕ່າງໆເຫລົ່ານີ້ເປັນໜ້າສົນໃຈ ຈະເຮັດໃຫ້ບ້ານເມືອງຈະເລີນຮຸ່ງເຮືອງໄວທ່ີສຸດເຊິ່ງາງບໍລິສັດຂອງຈີນແລະຫວຽດນາມແຂ່ງຂັນກັນແບບສູສີກັນ ເຫັນວ່າໂຄງການຂອງຈີນມີຜົນຄືບໜ້າໄວກວ່າຂອງຫວຽດນາມ ແຕ່ຍັງມີຫລາຍໂຄງການບໍ່ໄປບໍ່ມາຄືກັບໂຄງການຂອງໄທຈຳນວນໜຶ່ງພຽງແຕ່ຈອງຂີ້ດິນໄວ້ຫລື່າໄດ້ໂຄງການແລ້ວເອົາໄປຈ່າວຂາຍ ບໍ່ໄດ້ຂາຍກໍປະໄວ້ຫັ້ນ ສະນັ້ນລັດຄວນລົງມືແກ້ໄຂໃຜບໍ່ເຮັດໝົດຍາມແລ້ວໃຫ້ພວກເຂົາເຊົາຊະເຊັ່ນMegal Mallເຮັດຂີ້ຮ້າຍຫລາຍ ບໍ່ໄປບໍ່ມາລໍຖ້າແຕ່ເກັບເອົາເງິນຈາກຄົນລາວມາເປັນທຶນສ້າງ ເຮັດແນວນັ້ນໃຜເຮັດກະໄດ້ ໃຫ້ເບິ່ງນຳເພີ່ນແດ່ ຢ່າສູ່ປະໃຫ້ປະຊາຊົນຈົ່ມວ່າຫລາຍວ່າ ລັດປະໃຫ້ຈີນແລະຫວຽດນາມມາແຂ່ງຂັນກັນແຕ້ມຮູບຢູ່ລາວໂດຍສະເພາະຢູ່ນະຄອນຫລວງວຽງຈັນບໍ່ທັນວ່າຮູບໃຜແຕ້ມງາມ ບາງບ່ອນນ້ຳສີມັນຖືກຂີ້ຝຸ່ນແລະນ້ຳຝົນລຶບໝົດແລ້ວ ເຮັດຫຍັງໃຫ້ມັນມີປະສິດທິຜົນແດ່.



__________________
Anonymous

Date:

Anonymous wrote:

ມັນເປັນພາບລວງຕາຊື່ໆ ປະຊາກອກລາວທົ່ວໄປ(ບໍ່ເວົ້າເຖີງລູກເຈົ້າຫລານ ນາຍ)

ລາຍຮັບບໍໄດ້ເຖີງເດືອນລະ1000$ ສິເອົາເງີນມາແຕ່ໃສໄປຊັອປປິງຢູ່ໃນມໍນັ້ນno


 ຜູ້ລົງທືນເຂົາສືກສາຕລາດແລ້ວບໍ່ຕ້ອງເປັນຫ່ວງ, ເປົ້າລູກຄ້າໝາຍເຂົາບໍ່ໄດ້ມຸ່ງໃສ່ຄົນລາວດອກ

ເຂົາມຸ່ງໃສ່ຄົນເຂົາພຸ້ນ ນອກນັ້ນກໍ່ຍັງມີຄົນຊາດອື່ນບາງສ່ວນທີ່ເຂົ້າມາເຮັດວຽກ ຫລື ດຳເນີນທຸລະກິດຢູ່ລາວ

ອີກບັນຫາໜື່ງບັນດາທ່ານກໍ່ເບີ່ງກຳນົດເວລາການກໍ່ສ້າງຂອງເຂົາແດ່ ໂຄງການໃດກໍ່ຈະບໍ່ແມ່ນວ່າສຳເລັດໄວໆ ຈັກໜ່ອຍ

ຄາດຄະເນ ອີກ 20ປີຕໍ່ໜ້າພຸ້ນ. ຕົວຢ່າງໜອງຈັນ, ຫາດດອນຈັນ, ບືງທາດຫລວງ ດຽວນີ້ກໍ່ມີພຽງແຕ່

ໂຄສະນາຮູບຈຳລອງ ກັບປຸກຫ້ອງການບໍລິສັດເຂົາໄວ້ໃຫ້ເປັນບ່ອນຕິດຕໍ່ພົວພັນເທົ່ານັ້ນ



__________________
Anonymous

Date:

Anonymous wrote:

ມັນເປັນພາບລວງຕາຊື່ໆ ປະຊາກອກລາວທົ່ວໄປ(ບໍ່ເວົ້າເຖີງລູກເຈົ້າຫລານ ນາຍ)

ລາຍຮັບບໍໄດ້ເຖີງເດືອນລະ1000$ ສິເອົາເງີນມາແຕ່ໃສໄປຊັອປປິງຢູ່ໃນມໍນັ້ນno


ຂໍປະກອບນຳ ທ່ານເຫັນບໍ່ ເປັນຫຍັງຕະຫລາດຈີນຈຶ່ງມີຢູ່ເກືອບທຸກແຂວງ? ຍ້ອນວ່າຄົນຈີນສຳປະທານສ້າງຕະຫລາດຂຶ້ນແລ້ວຂາຍໃນລາຄາແພງໆແບບບໍ່ເປັນລະບົບ (ພາກລັດກໍ່ບໍ່ເບິ່ງນຳ)  ຄົນລາວຊື້ບໍ່ໄດ້ ສຸດທ້າຍກໍ່ມີແຕ່ພໍ່ຄ້າຕ່າງປະເທດເຂົ້າມາຊື້ແລ້ວກາຍເປັນຕະຫລາດຈີນ/ຫວຽດໄປໃນຕົວ ຕົວຢ່າງທີ່ເຫັນໄດ້ຊັດໆເຊັ່ນ ຕະຫລາດແລງຫນອງດ້ວງເກົ່າ, ຕະຫລາດດາຣາຢູ່ແຂວງຫລວງພະບາງ, ຕະຫລາດຢູ່ແຂວງອຸດົມໄຊ, ຫລວງນຳ້ທາ ຫລື ແມ້ກະທັ້ງຕະຫລາດເຊົ້າທີ່ຢູ່ນະຄອນຫລວງວຽງຈັນທີ່ຍັງມີບັນຫາຢູ່ໃນປະຈຸບັນ....  ພໍ່ຄ້າ-ແມ່ຄ້າລາວກໍ່ເລີຍຈຳເປັນຕ້ອງໄປເປີດຕະຫລາດຢູ່ບ່ອນໃຫມ່ມີຕະຫລາດເປັນແບບປະຖົມປະຖານຄືເກົ່າ  ແລະ ຍັງມີວິຖີຊີວິດເປັນຄືກັບແບບເກົ່າແທນທີ່ຈະໄດ້ມີໂອກາດໄດ້ຢູ່ຕະຫລາດໃຫມ່ ຝ່າຍເຈົ້າຫນ້າທີ່ກ່ຽວຂ້ອງກໍ່ບໍ່ໄດ້ຄຶດຫ່ວງຫຍັງເລີຍ ມີແຕ່ເກັບເງິນລູກດຽວ ບໍ່ເຄີຍຄິດທີ່ຈະຊອກຫາຊ່ອງທາງເຮັດແນວໃດໃຫ້ຜູ້ໄປຊື້ເຄື່ອງໄດ້ຮັບຄວາມສະດວກສະບາຍ ຫລື ຄຶດຄົ້ນຫາວິທີທາງອຳນວຍຄວາມສະດວກໃຫ້ການຄ້າຂາຍຂອງປະຊາຊົນເປັນໄປໄດ້ສະດວກສະບາຍເພື່ອລົດຜ່ອນບໍ່ໃຫ້ຄົນລາວຂ້າມຂອງໄປຊື້ຢູ່ໄທ ຊຳ້ບໍ່ຫນຳຍັງເປີດຕະຫລາດນັດຂຶ້ນຢູ່ຕະຫລອດເກືອບວ່າທຸກໆເດືອນ ເຮັດແນວນີ້ພໍ່ຄ້າຜູ້ເສຍພາສີຈະຢູ່ລອດໄປຮອດມື້ໃດ? ຂ້າພະເຈົ້າຄິດວ່າກໍລະນີຫນອງທາ ຫລື ຫລາຍບ່ອນທີ່ພວມຈະພັດທະນາ ນັ້ນກໍ່ຫນີບໍ່ພົ້ນຊີ່ມີແຕ່ພໍ່ຄ້າຈີນຫລືຫວຽດເທົ່ານັ້ນແລະ ສ່ວນຄົນລາວກໍ່ຈະມີແຕ່ຜູ້ໄປຊື້ ຫລື ກໍ່ເປັນຄົນອານາໄມ

 




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard