Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການຟ້າວສລຸບວ່າ ທ.ສົມພອນ ມີບັນຫາສ່ວນຕົວ
ืnoi svs

Date:
ທາງການຟ້າວສລຸບວ່າ ທ.ສົມພອນ ມີບັນຫາສ່ວນຕົວ

ທາງການຟ້າວສລຸບວ່າ ທ.ສົມພອນ ມີບັນຫາສ່ວນຕົວ

f-sombat

ພີ່ນ້ອງຄອບຄົວ ຂອງ ທ່ານ ສົມບັດ ສົມພອນ ຜູ້ທີ່ຖືກ ລັກພາ ຕົວໄປ ເປັນເວລາ 5-6 ມື້ ແລ້ວນັ້ນ ມີຄວາມວິຕົກ ກັງວົນ ຫຼາຍຂື້ນ ຢ້ານວ່າທ່ານ ຈະບໍ່ມີ ຄວາມປອດພັຍ

ຈົນເຖິງມື້ນີ້ ວັນທີ່ 20 ເດືອນ ທັນວາ 2012 ທາງເຈົ້າໜ້າທີ່ ແລະ ພີ່ນ້ອງລູກຫລານ ກໍຍັງບໍ່ເຫັນ ຮ່ອງຮອຍ ຂອງ ທ່ານສົມບັດ ສົມພອນ ນັ້ນເທື່ອ.

ເພື່ອຕິດຕາມ ຂ່າວຄືບໜ້າ ພວກເຮົາໄດ້ ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດລາວ ແລະໄດ້ຮັບ ຄຳຕອບ ຈາກເຈົ້າໜ້າທີ່ ທ່ານນຶ່ງວ່າ ກ່ຽວກັບເຣື່ອງນີ້ ທາງການລາວ ບໍ່ມີຫຍັງ ຈະຊີ້ແຈງຕື່ມ ມີແຕ່ໃຫ້ເບິ່ງ ເອົາຕາມທີ່ ໜັງສືພິມລາວ ທີ່ໄດ້ອອກຂ່າວ ໄປແລ້ວນັ້ນ.

ໜັງສືພິມວຽງຈັນໃໝ່ ແລະ ຂ່າວສານ ປະເທດລາວ ຊຶ່ງເປັນແຫຼ່ງຂ່າວ ຂອງ ທາງການລາວ ອອກແຈ້ງການວ່າ ຈາກການເບິ່ງ ວິດີໂອ ກ້ອງວົງຈອນ ອາດຈະເປັນ ໄປໄດ້ວ່າ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ເພາະທ່ານ ມີຂໍ້ຂັດແຍ້ງ ທາງເຣື້ອງສ່ວນຕົວ ຫລື ທາງ ທຸຣະກິດ ກັບຜູ້ໃຜຜູ້ນຶ່ງ. ແຕ່ຫຼານຂອງ ທ່ານ ສົມພອນ ເວົ້າວ່າ:

"ແລ້ວກໍເວົ້າອີກວ່າ ອາດຈະຂັດ ຜົນປະໂຍດ ອັນໃດອັນນຶ່ງ ດ້ານ ທຸຣະກິດ ແຕ່ລຸງຂ້ອຍ ບໍ່ແມ່ນ ນັກທຸຣະກິດ ລາວບໍ່ແມ່ນ ນັກທຸຣະກິດ ມັນເປັນໄປບໍ່ໄດ້ ຮ້ອຍເປີເຊັນ ພັກເບັ້ຍບຳນານ ແລ້ວ ກໍໄປປູກ ຜັກບົ້ງຂາຍ ໃຫ້ພະນັກງານ ຊື້ກາເຟ ກິນຫັ່ນ."

ທ່ານ ສົມບັດ ສົມພອນ ເປັນຜູ້ກໍ່ຕັ້ງ ສູນອົບຮົມ ຮ່ວມພັທນາ ຊຶ່ງມີ ຈຸດປະສົງ ເພື່ອຝຶກອົບຮົມ ແລະ ໃຫ້ຄວາມແນະນຳ ແກ່ເຈົ້າໜ້າທີ່ ຣັຖບານ ແລະ ອົງການ ຈັດຕັ້ງສາກົນ ຕ່າງໆ ກ່ຽວກັບ ການພັທນາ ໃນລາວ. ປັດຈຸບັນ ທ່ານ ສົມບັດ ສົມພອນ ໄດ້ອອກ ກິນເບັ້ຍ ບຳນານ ແລ້ວ. ເມື່ອ 7 ປີກ່ອນ ທ່ານໄດ້ຮັບ ຣາງວັນ ແມັກໄຊໄຊ ໃນນາມ ເປັນຜູ້ຊ່ວຍ ໃຫ້ການສຶກສາ ອົບຮົມ ແລະ ການພັທນາ ໃນລາວ.

__________________
Anonymous

Date:
RE: ທາງການຟ້າວສລຸບວ່າ ທ.ສົມພອນ ມີບັນຫາສ່ວນຕົວ

ບາງເທືອ່ຜູ້ກ່ຽວອາດຈະມີຂໍ້ຂັດແຍ່ງກັບອົງການNGO ຕ່າງປະເທດ ຫຼືຜູ້ໃຫ້ທືນ ແກ່ ທ້າວ ສົມພອນ ໄປປະຕິບັດໂຄງການ ຫຼື ສູນຝຶກຂອງລາວກໍ່ອາດຈະເປັນໄດ້ດເນືອງຈາກວ່າ ຜູ້ກ່ຽວໄດ້ຮັບທືນ ແລະການຊ່ວຍເຫຼືອຈາກຕ່າງປະເທດຫຼາຍ,ໃຊ້ບໍ່ຖືກເປົ້າຫມາຍ ແລະເຮັດໃຫ້ເຂົາເຈົ້າບໍ່ພໍໃຈນຳ ກໍ່ອາດຈະເປັນໄປໄດ້.ຢ່າຟ້າວໄປຖີ້ມ້ໂທດໃສ່ລັດຖະບານ.

__________________
Anonymous

Date:

Anonymous wrote:

I just can't help but ...your reasoning really cracked me up. 

So, if I'm not mistaken you meant to say that NGO kidnapped him  ??? by using the lao police ???

It's a pretty good joke, mister smarty pants.

 ໜໍນີ້ ຄືສິເປັນຄົນປັນຍາອ່ອນຫຼືບໍ່ກະເປັນຄົນໄຮ້ດຽນສາບໍ່ຮູ້ຫຍັງໝົດ ຖ້າບໍ່ຮູ້ບໍ່ມີຂໍ້ມູນອັດປາກໄວ້ດີກວ່າເພາະເວົ້າອອກມາແລ້ວມັນເສີຍຫາຍໃຫ້ກັບຕົວຜູ້ເວົ້າເອງ ຮຽນໜັງສືແດ່ເດີ ຢ່າເອົາແຕ່ຫຼີ້ນຫຼາຍ

__________________
Anonymous

Date:

ຂ້າພະເຈົ້າຄິດວ່າ ຣັດຖະບານອາດມີສ່ວນກ່ຽວຂ້ອງກັບການຫາຍໂຕໄປຂອງ ທ່ານ ສົມບັດ ເພາະຫຼັງເກີດເຫດການທາງເຈົ້າໜ້າຕໍາຫຼວດກໍ່ບໍເຫັນສະແດງອາການໄດໆ ທາງໂທລະພາບ ກາບໍໃດ້ສົນໃຈຫັຍງ (ບໍ່ອອກຂ່າວ)

ແປກເນາະ TV ບ້ານເຮົາ ປະຊາຊົນຫາຍທັງຄົນ ບໍ່ມີໃຜອອກຂ່າວ , ທີຄົນພັກຫວຽດນາມແດງ ( ແກວແດງ) ມາລາວຍາມໄດ ອອກຂ່າວ ມື່1 = 10 ເທືອ່ ຈົນສິດົມຮອດຫໍາ ປ້ານນັ້ນເວົ້າໃສ່ ຜູ້ນໍາລາວສະໃໝ່ກອ່ນ ວ່າ ເປັນຂ້ອຍຂອງອາເມຣິກາ ບາດຕົວເອງດຽວເດພັດຂີ້ຂ້າຂອງຫວຽດນາມ ບັນດານໍາຜູ້ນໍາທັງເອົາໄປເບິງແດ່ເດີ່.

__________________
Anonymous

Date:

ຈັບສົ່ງໃຫ້ອ້າຍແກວລະຕິຫັ້ນ

ຕຳຫລວດຕ້ອງເອົາຈິງເອົາຈັງແມ

ຫາຂໍສະຫລຸບໃຫ້ໄດ້

ບໍ່ນັ້ນເຂົາສິວ່າຕຳຫລວດບໍ່ມີຄວາມສາມາດ

ຮັບຜິດຊອບ

__________________
Anonymous

Date:

ນ່າຈະອາໃສ ໄສຍະສາດເນາະ

ລອງໄປເບີ່ງໝໍຜີເບີ່ງວ່າລາວຢູ່ໃສ ຕາຍຫລືຍັງ

ຂອ້ຍເຊື້ອວ່າຕອ້ງມີຮອ່ງຮອຍ

__________________
Anonymous

Date:

ສົມບັດສົມພອນ ເອົາເງີນມາແຕ່ໃສຫຼາຍ ແທ້ ເພືອ່ໄປປະຕິບັດໂຄງການຂອງຕົນເອງ ? 

__________________
Anonymous

Date:

The thread title doesn't make any sense!

__________________
Anonymous

Date:

Anonymous wrote:
Anonymous wrote:

ບາງເທືອ່ຜູ້ກ່ຽວອາດຈະມີຂໍ້ຂັດແຍ່ງກັບອົງການNGO ຕ່າງປະເທດ ຫຼືຜູ້ໃຫ້ທືນ ແກ່ ທ້າວ ສົມພອນ ໄປປະຕິບັດໂຄງການ ຫຼື ສູນຝຶກຂອງລາວກໍ່ອາດຈະເປັນໄດ້ດເນືອງຈາກວ່າ ຜູ້ກ່ຽວໄດ້ຮັບທືນ ແລະການຊ່ວຍເຫຼືອຈາກຕ່າງປະເທດຫຼາຍ,ໃຊ້ບໍ່ຖືກເປົ້າຫມາຍ ແລະເຮັດໃຫ້ເຂົາເຈົ້າບໍ່ພໍໃຈນຳ ກໍ່ອາດຈະເປັນໄປໄດ້.ຢ່າຟ້າວໄປຖີ້ມ້ໂທດໃສ່ລັດຖະບານ.

I just can't help but ...your reasoning really cracked me up. 

So, if I'm not mistaken you meant to say that NGO kidnapped him  ??? by using the lao police ???

It's a pretty good joke, mister smarty pants.

 i agree with you brother ,

 if he has conflict with NGO ,

 but being kidnapped Lao police ,

and his jeep was drove away by police 

that's make all of us wonder who's behind

all of saga

__________________
Anonymous

Date:

ເຖິງວ່າຈະມີບັນຫາສ່ວນຕົວ ແຕ່ທ່ານຖືກລັກພາຕົວຢູ່ຕໍ່ໜ້າເຈົ້າພະນັກງານ

ແລະກໍຢູ່ປ້ອມຍາມຕຳຣວດອີກ ແທນທີ່ເຈົ້າໜ້າທີ່ຕຳຣວດຕ້ອງຈັບຄົນຮ້າຍ

ຫລືຜູ້ລັກພາຕົວມາດຳເນີນຄະດີ. ແຕ່ໃນກໍຣະນີນີ້ນາໆຊາດຕ່າງກໍເຂົ້າໃຈເປັນ

ຢ່າງດຽວກັນວ່າ ເຈົ້າໜ້າທີ່ຕຳຣວດເອງທີ່ເປັນໃຈໂຈນລັກພາຕົວແລະຢູ່ເບື້ອງ

ຫລັງຂອງກໍຣະນີນີ້.  ຈະແກ້ຕົວແນວໃດກໍແກ້ບໍ່ຕົກດອກ ເພາະສມັຍນີ້ຍຸກນີ້

ນາໆຊາດຈະບໍ່ນັ່ງເບິ່ງຢູ່ຊື່ໆດອກ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ບາງເທືອ່ຜູ້ກ່ຽວອາດຈະມີຂໍ້ຂັດແຍ່ງກັບອົງການNGO ຕ່າງປະເທດ ຫຼືຜູ້ໃຫ້ທືນ ແກ່ ທ້າວ ສົມພອນ ໄປປະຕິບັດໂຄງການ ຫຼື ສູນຝຶກຂອງລາວກໍ່ອາດຈະເປັນໄດ້ດເນືອງຈາກວ່າ ຜູ້ກ່ຽວໄດ້ຮັບທືນ ແລະການຊ່ວຍເຫຼືອຈາກຕ່າງປະເທດຫຼາຍ,ໃຊ້ບໍ່ຖືກເປົ້າຫມາຍ ແລະເຮັດໃຫ້ເຂົາເຈົ້າບໍ່ພໍໃຈນຳ ກໍ່ອາດຈະເປັນໄປໄດ້.ຢ່າຟ້າວໄປຖີ້ມ້ໂທດໃສ່ລັດຖະບານ.

I just can't help but ...your reasoning really cracked me up. 

So, if I'm not mistaken you meant to say that NGO kidnapped him  ??? by using the lao police ???

It's a pretty good joke, mister smarty pants.

 i agree with you brother ,

 if he has conflict with NGO ,

 but being kidnapped Lao police ,

and his jeep was drove away by police 

that's make all of us wonder who's behind

all of saga

 Agree.  Laos is beginning to look like a banana republic with this saga.  Lao authority keep insinuating fairy tales regarding this case instead of really get to the bottom of the matter.  If he is being kidnapped as Lao government are saying then Lao security appratus, especially the interior ministry is incompetent because the man is kidnapped right in front of the police.  If he is being held by the authority,, then the government must use the law of the land to prosecute Sombath for breaking the law of the Lao PDR.  Snatching people in the middle of night is the law of the jungle and has no place in today civilize world.  I keep hearing lao people and government say that Laos is the land peace and rule of law.  the onus is on Laos to show it to the world that it is.

__________________
Anonymous

Date:

ืnoi svs wrote:

ທາງການຟ້າວສລຸບວ່າ ທ.ສົມພອນ ມີບັນຫາສ່ວນຕົວ

f-sombat

ພີ່ນ້ອງຄອບຄົວ ຂອງ ທ່ານ ສົມບັດ ສົມພອນ ຜູ້ທີ່ຖືກ ລັກພາ ຕົວໄປ ເປັນເວລາ 5-6 ມື້ ແລ້ວນັ້ນ ມີຄວາມວິຕົກ ກັງວົນ ຫຼາຍຂື້ນ ຢ້ານວ່າທ່ານ ຈະບໍ່ມີ ຄວາມປອດພັຍ

ຈົນເຖິງມື້ນີ້ ວັນທີ່ 20 ເດືອນ ທັນວາ 2012 ທາງເຈົ້າໜ້າທີ່ ແລະ ພີ່ນ້ອງລູກຫລານ ກໍຍັງບໍ່ເຫັນ ຮ່ອງຮອຍ ຂອງ ທ່ານສົມບັດ ສົມພອນ ນັ້ນເທື່ອ.

ເພື່ອຕິດຕາມ ຂ່າວຄືບໜ້າ ພວກເຮົາໄດ້ ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດລາວ ແລະໄດ້ຮັບ ຄຳຕອບ ຈາກເຈົ້າໜ້າທີ່ ທ່ານນຶ່ງວ່າ ກ່ຽວກັບເຣື່ອງນີ້ ທາງການລາວ ບໍ່ມີຫຍັງ ຈະຊີ້ແຈງຕື່ມ ມີແຕ່ໃຫ້ເບິ່ງ ເອົາຕາມທີ່ ໜັງສືພິມລາວ ທີ່ໄດ້ອອກຂ່າວ ໄປແລ້ວນັ້ນ.

ໜັງສືພິມວຽງຈັນໃໝ່ ແລະ ຂ່າວສານ ປະເທດລາວ ຊຶ່ງເປັນແຫຼ່ງຂ່າວ ຂອງ ທາງການລາວ ອອກແຈ້ງການວ່າ ຈາກການເບິ່ງ ວິດີໂອ ກ້ອງວົງຈອນ ອາດຈະເປັນ ໄປໄດ້ວ່າ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ເພາະທ່ານ ມີຂໍ້ຂັດແຍ້ງ ທາງເຣື້ອງສ່ວນຕົວ ຫລື ທາງ ທຸຣະກິດ ກັບຜູ້ໃຜຜູ້ນຶ່ງ. ແຕ່ຫຼານຂອງ ທ່ານ ສົມພອນ ເວົ້າວ່າ:

"ແລ້ວກໍເວົ້າອີກວ່າ ອາດຈະຂັດ ຜົນປະໂຍດ ອັນໃດອັນນຶ່ງ ດ້ານ ທຸຣະກິດ ແຕ່ລຸງຂ້ອຍ ບໍ່ແມ່ນ ນັກທຸຣະກິດ ລາວບໍ່ແມ່ນ ນັກທຸຣະກິດ ມັນເປັນໄປບໍ່ໄດ້ ຮ້ອຍເປີເຊັນ ພັກເບັ້ຍບຳນານ ແລ້ວ ກໍໄປປູກ ຜັກບົ້ງຂາຍ ໃຫ້ພະນັກງານ ຊື້ກາເຟ ກິນຫັ່ນ."

ທ່ານ ສົມບັດ ສົມພອນ ເປັນຜູ້ກໍ່ຕັ້ງ ສູນອົບຮົມ ຮ່ວມພັທນາ ຊຶ່ງມີ ຈຸດປະສົງ ເພື່ອຝຶກອົບຮົມ ແລະ ໃຫ້ຄວາມແນະນຳ ແກ່ເຈົ້າໜ້າທີ່ ຣັຖບານ ແລະ ອົງການ ຈັດຕັ້ງສາກົນ ຕ່າງໆ ກ່ຽວກັບ ການພັທນາ ໃນລາວ. ປັດຈຸບັນ ທ່ານ ສົມບັດ ສົມພອນ ໄດ້ອອກ ກິນເບັ້ຍ ບຳນານ ແລ້ວ. ເມື່ອ 7 ປີກ່ອນ ທ່ານໄດ້ຮັບ ຣາງວັນ ແມັກໄຊໄຊ ໃນນາມ ເປັນຜູ້ຊ່ວຍ ໃຫ້ການສຶກສາ ອົບຮົມ ແລະ ການພັທນາ ໃນລາວ.

 ອີ່ຕົນ ຄອບຄົວທ່ານ ສົມບັດນໍ້..

ຕ້ອງມາເຈີ້ສະຖານະການແບບນີ້

ເປັນກຳລັງໃຈໃຫ້ເດີ້

__________________
Anonymous

Date:

ເຈົ້າໜ້າທີ່ຕຳລວດກໍ່ໃຫ້ຄວາມຮ່ວມມືດີເອົາແທ້ເອົາວ່າ ປານນັ້ນພວກຄົນບໍ່ດີຍັງມາຖີ້ມຄວາມຜິດໃຫ້ລັດຖະບານອີກ ຄັນລັດຖະບານເປັນຜູ້ລັກພາຕົວແລ້ວເພິ່ນຊີ່ໃຫ້ຫຼັກຖານຈາກກ້ອງວົງຈອນປິດຢູ່ຊັ້ນຫວາ

ກໍ່ແມ່ນຄວາມເຈົ້າຫັ້ນລະ, ຖ້າເປັນຄືພວກເພີ່ນເວົ້າກໍ່ແມ່ນຕຳຫລວດຈ້າທີ່ສຸດ ເພາະໄປຈັບຕົວຢູ່ປ້ອມຕຳຫລວດ ແລະ ປະຫລັກຖານໄວ້ໃຫ້ເຫັນ ແລ້ວເປີດເຜີຍຫລັກຖານອີກ

ຖ້າຄືເຂົາກ່າວຫານັ້ນ ແມ່ນວ່າບໍ່ມີເປັນຍາຊິໄປເຮັດໜ້າທີ່ປ້ອງກັນຄວາມສະງົບໄດ້ລະ

ຄັນບໍ່ປະພາບວົງຈອນປິດໄວ້ ລັດແຫ່ງເປັນທີສົງໃສຫລາຍກວ່ານີ້ ເພາະໂລກຈະວິຈານວ່າ ລັດທຳລາຍຫລັກຖານຫມົດກຽງ້.

__________________
Anonymous

Date:

ຄັນລາວເປັນນັກເຄື່ອນໄຫວຕໍ່ຕ້ານລັດຖະບານແທ້ແມ່ນລັດຖະບານລາວເຮັດຖືກຕ້ອງທີ່ສຸດແລ້ວ ເພາະຄົນລາວປະຈຸບັນບໍ່ຕ້ອງການຄວາມສັບສົນວຸ້ຍວາຍອີກແລ້ວຊີ່ປົກຄອງດ້ວຍລະບອບໃດກໍ່ຕາມມັນກໍ່ຄືກັນທັງຫມົດຫັ້ນແຫລະ

ເປັນຫັຍງຈຶ່ງວ່າລັດຖະບານລາວເຮັດຖືກຕ້ອງເພາະວ່າຖ້າປະໄວ້ກໍ່ຈະສ້າງບັນຫາໃຫ້ປະເທດລາວຕາມມາ ເພື່ອຄວາມຫມັ້ນຄົງຂອງຊາດປະເທດໃດກໍ່ເຮັດຄືກັນ ລະບອບເກົ່າພວກສູກໍ່ລອບສັງຫານ ລັກພາຕົວ ຈັບກຸມ ພວກແນວລາວຄືກັນ ຍຸກນີ້ຄອມມຸຍນິດຄອງເມືອງ ກົດຫມາຍກໍ່ລະບຸໄວ້ແລ້ວວ່າຫ້າມທໍລະຍົດຊາດ ຈັບໄດ້ຂ້າຖີ້ມໃຫ້ຫມົດ ຂ້າເຈັດຊົ່ວໂຄດໂລດ ແນວຄົນມັກເລື້ອງ ໃຜຊີ່ເຮັດຫັຍງໄດ້ ຍັງພັກພວກມັນອີກຢູ່ໃສຮີບໄປເຊືອດຄໍມັນໂລດ ຊົມເຊີຍ ລັດຖະບານທີ່ມີຄວາມເດັດຂາດ

__________________
Anonymous

Date:

ຖ້າຜູ້ກ່ຽວມີຂໍ້ຂັດແຍ່ງສວ່ນຕົວ ຫຼື ວຽກງານ ເຈົ້າຫນ້າທີ່ອາດສືບສວນລະອຽດເບີ່ງວ່າຕະຫຼອດ  ເກືອບ 20 ປີ ທ່ີຜູ້ກ່ຽວດຳເນີນໂຄງການພັດທະນາ ແລະຝຶກອົບຮົມ ແມ່ນຜູ້ກ່ຽວລະດົມທືນມາຈາກໃສ,ແມ່ນໃຜ,ປະເທດໃດ ແລະອົງການໃດໃຫ້ການຊ່ວຍເຫຼືອ ແລະການຳໃຊ້ຖືກເປົ້້າ້ຫມາຍ ແລະຈຸດປະສົງບໍ, ຜູ້ໃຫ້ທືນມີຄວາມເພີ່ງພໍໃຈບໍ ແລະ ບັນຫາອື່ນຯ.ຕໍ່ບັນຫານີ້ພາກສວ່ນກ່ຽວຂ້ອງຂອງລັດຖະບານກໍ່ໄດ້ເຮັດ ແລະຈະສືບຕໍ່ຄົ້ນຫາຜູ້ກ່ຽວຢູ່ໂດຍສົມທົບກັບຄອບຄົວຂອງຜູ້ກ່ຽວ ແລະ ສັງເກດເບີ່ງພາບກອບປີ ຈາກກ້ອງວົງຈອນປິດ ກໍ່ສັງເກດເຫັນວ່າ ມີຫຼາຍອັນສະລັບຊັບຊ້ອນ ແລະ ສາມາດຕີຄວາມຫມາຍໄປຫຼາຍດ້ານ ເຊັ່ນ: ລົດຈັກຍັງບໍ່ໄດ້ປົດກະແຈຄໍ, ກໍ່ສາມາດເອົາໄປໄດ້ຕໍ່ຫນ້າປົດຕຳຫຼວດ ແລະ ເປັນຫັຽງເຈົ້າຫນ້າທີ່ບໍ່ຖາມຜູ້ກ່ຽວ ເພາະຜູ້ກ່ຽວບໍ່ແມ່ນເຈົ້າຂອງລົດ ແລະມັນເປັນໄດ້ຢ່າງໃດ ໂຈນລັກລົດຢູ່ຕໍ່ຫນ້າເຈົ້າຫນ້າທີ່. ຖ້າຖືກລັກພາຕົວ ເບີ່ງວ່າບໍ່ມີຍັງຕໍ່ສູ້ກັນ ແລະ ໄປດ້ວຽຄວາມເພີ່ງພໍໃຈ.

__________________
Anonymous

Date:

Anonymous wrote:
Anonymous wrote:

ເຈົ້າໜ້າທີ່ຕຳລວດກໍ່ໃຫ້ຄວາມຮ່ວມມືດີເອົາແທ້ເອົາວ່າ ປານນັ້ນພວກຄົນບໍ່ດີຍັງມາຖີ້ມຄວາມຜິດໃຫ້ລັດຖະບານອີກ ຄັນລັດຖະບານເປັນຜູ້ລັກພາຕົວແລ້ວເພິ່ນຊີ່ໃຫ້ຫຼັກຖານຈາກກ້ອງວົງຈອນປິດຢູ່ຊັ້ນຫວາ

ກໍ່ແມ່ນຄວາມເຈົ້າຫັ້ນລະ, ຖ້າເປັນຄືພວກເພີ່ນເວົ້າກໍ່ແມ່ນຕຳຫລວດຈ້າທີ່ສຸດ ເພາະໄປຈັບຕົວຢູ່ປ້ອມຕຳຫລວດ ແລະ ປະຫລັກຖານໄວ້ໃຫ້ເຫັນ ແລ້ວເປີດເຜີຍຫລັກຖານອີກ

ຖ້າຄືເຂົາກ່າວຫານັ້ນ ແມ່ນວ່າບໍ່ມີເປັນຍາຊິໄປເຮັດໜ້າທີ່ປ້ອງກັນຄວາມສະງົບໄດ້ລະ

 Retarded idiots

__________________
Anonymous

Date:

ຂ້ອຍວ່າ ລາວທຳລາຍຫຼັກຖານບໍ່ທັນຫັນຕິ

ຂ້ອຍລະເບື່ອ ພວກພະເດັດການເຕັມທີແລ້ວ

ຂ້ອຍຖືກຂົ່ມເຫັງຈາກລັດທະບານລາວມາຫຼາຍປີແລ້ວ

ພວກຂ້ອຍບໍ່ໄດ້ເຮັດຫຍັງຜິດກົດໝາຍຢູ່ຕ່າງປະເທດເຂົາເຮັດກັນໝົດບ້ານໝົດເມືອງໝົດປະເທດ

ແຕ່ ເປັນຫຍັງຢູ່ລາວລັດຖະບານຈຶ່ງຫ້າມ ບໍ່ມີຄວາມເປັນສາກົນເລີຍ ຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໄດ້ແນວໃດ

ຢາກປະທ້ວງກະເຮັດບໍ່ໄດ້ ດຽວຫາຍໂຕບໍ່ຮູ້ສາເຫດອີກ  ມີຫຼາຍຄົນເປັນແລ້ວ ແຕ່ກໍ່ໄດ້ແຕ່ມິດຢູ່ເສີຍໆ

 ສນັ້ນ ປະຊາຊົນຕ້ອງເພິ່ງຕົນເອງແລ້ວລະ ຈັບມືກັນທຸກພາກສ່ວນແລ້ວຮຽກຮ້ອງຄວາມເປັນທັມ ເສຣີພາບ ປະຊາທິປະໄຕອັນແທ້ຈິງໃຫ້ສົມຄຳຂັວນທີຂຽນໄວ້ນັ້ນ

__________________
Anonymous

Date:

ແຕ່ຂ້ອຍບໍ່ຮູ້ວ່າຮູບຈາກກ້ອງວົງຈອນປິດຕາມແຄມທາງເປັນຫບັງຄືສັ່ນແທ້ ຄ້າຍໆກັບຖ່າຍກ້ອງວີດີໂອ

__________________

Veteran Member

Status: Offline
Posts: 63
Date:

ບັກສະຫາຍຄອມມຸຍນິດລາວແດງຂາຍຊາດຄວາມເວົ້າຂອງມຶງຢູ່ໃນທ່າອ່ຽງຝ່າຍພັກລັດໜ້າແຫຼ້ ເຂົ້າກະຕ່າຍໍຕົວເອງບໍ່ຮ່ອນຂື້ນຈັກເທື່ອ

ເວົ້າບິດເບືອນຈາກຄວາມເປັນຈິງພຽງຝ່າຍດຽວ, ທ່ານ ສົມບັດ ສົມພອນ ເປັນຄົນມີຄຸນງາມຄວາມດີໃຫ້ສັງຄົມລາວມາໂດຍຕະຫຼອດແລະ

ນາໆຊາດຍອມຮັບ ແຕ່ກົງກັນຂ້າມກັບພັກລັດທີ່ຂັດແຍ້ງ ທ່ານເອງແລ້ວໃສ່ຮ້າຍປ້າຍສີສິ່ງບໍ່ມີມູນຈິງຕ່າງໆນາໆກ່າວຫາວ່າເປັນປໍລະປັກທໍລະຍົດ

ຕໍ່ຊາດ,ກຸ່ມຄົນບໍ່ດີນີ້ຫຼະ! ຂາດສີນທັມປະຕິວັດ, ເງີນເປັນພະເຈົ້າຢູ່ເໜືອກົດໝາຍຂອງພັກແລະລັດແນວຄິດຫຼ້າຫຼັງອຸດົມການເປື່ອຍເຍື່ອຍ

ແນວທາງຄອບຄົວເຊື້ອສາຍແນວເຜົ່າພົງພັນເຊື້ອສາຍລີງຢູ່ໃນຖ້ຳເມືອງວຽງໄຊໃນອະດີດເມື່ອມາຢູ່ໃນເມືອງເຫັນຄວາມຈະເລີນສີວິໄລແລ້ວລືມ

ໝົດທຸກຢ່າງ,ຄຳໝັ້ນສັນຍາກັບປະຊາຊົນບໍ່ມີແມ້ແຕ່ໜ້ອຍເລີຍ,ມັກໃຫ່ຍໄຝສູງສຳຫາວລະບອບບູຊາຢາກຈັບໃຜໄປຂ້າກໍ່ເຮັດໄດ້ຕາມໃຈມັກ

ຈາກນັ້ນຖີ້ມໂທດໃສ່ໂດຍປັດສະຈາກສານ,ສະຫຼຸບແລ້ວການປົກຄອງດ້ວຍອຳນາດເຖື່ອນຂາດຄວາມເຊື່ອຖືຈາກປະຊາຊົນນັບມື້ຈະຢ້ອຍຢັບລົງສູ່ເຫວ.

__________________
Anonymous

Date:

ມັນບໍ່ມີຫຍັງຈະແກ້ໂຕ ມັນກາເວົ້າລົມໆແລ້ງໆ ໄປຊັ້ນລະ ແມ່ນແຕ່ ເດັກນອ້ຍອົມມືມັນກະຍັງບໍ່ເຊື່ອ

__________________
Anonymous

Date:

ສະຫາຍເອີຍ ! ເວົ້າໃຫ້ກອມມິວນິດສ໌ ລະວັງເດີ !

ນອນກາງຄືນ ຜີກອມມິວນິດສ໌ ຊິໄປບີບຄໍ ເດີມື້ແລງ??.

__________________
Anonymous

Date:

ຖືກລັດຖະບານລາວຂ້າຕາຍແລ້ວໃຜໆກໍຮູ້ ແລ້ວຍັງມາເວົ້າຢູ່ເນາະ

__________________
Anonymous

Date:

ืnoi svs wrote:

ຂ້າພະເຈົ້າມີຂໍ້ມູນພໍໝ້າເສື່ອຖືໃດ້.

ທ່ານ ດຣ ສົມບັດ ສົມພອນ ຫາຍຕົວໄປ ເພາະ ຜູ້ກ່ຽວໃດ້ຮຽນ ວິຊາ  ຫາຍໂຕ ນໍາ ກັມມະຖານ  ຢູ່ ແກ້ງຍາງ.

ເມືອ່ ຜູ້ກ່ຽວ ຫາຍໂຕໃດ້ ບໍ່ສາມາດມອງເຫັນໃດ້ ຈາກກ້ອງ ວົງໂຄຈອນ  ຕໍາຣວດ ສປປລ ຈັ່ງບໍ່ສາມາດ ສືບຄະດີ

ນີ້ໃຫ້ໃດ້ຜົນ ແລະ ຄືບໝ້າໃດ້. ຢ່າໄປໂທດ ລຖບ  ສປປລ ເລີຍ ໂດຍສະເພາະ ກົມ ປ້ອງກັນຄວາມສະງົບ.

☼.ກອ້ງວົງໂຄຈອນ ຢູ່ ຣາຊອານາຈັກໄທຍ໌ ສາມາດຈັບຕົວຕໍາຣວດ ໄທຍ໌ ທີ່ເອົາ ຜູ້ຍິງລາວໄປຂົ່ມຂືນ ເຮັດໃຫ້ລ້ອນມີແຮງ  ໃດ້.

☼.ກ້ອງວົງໂຄຈອນ ຢູ່ Boston ສາມາດຈັບ ພວກ Terrorist Chechnya  ໃດ່້ ຄົນຮ້າຍໝີບໍ່ລອດ  ມີປີກໍໝີບໍ່ລອດ.

☼. ແຕ່ກ້ອງວົງໂຄຈອນ ຂອງ ຕໍາຣວດ ສປປລ ແປກ ເປັນກ້ອງ  ຕາບອດ ເພາະ ກ້ອງແມ່ນ  Made in China.

  ຍາມຝົນຕົກ ຍາມແລງ ກ້ອງນີ້ ແມ່ນ ມອງບໍ່ເຫັນເປັນມົວໆ  ເພາະ ວິສະວະກອນ (Engineer) design

  ກ້ອງນີ້ໃຫ້ເຫັນພຽງ ແຕ່  ຢາບ້າ ແລະ ເຫັນ ຫີເທົ່ານັ້ນ. Sorry Lao people.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard