Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນໃນທ້ອງຖິ່ນໄດ້ຮັບຫຍັງແດ່ຈາກການສຳປະທານໂຄງການຄີງຄາຊິໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ?
ບໍ່ແກ້ວ-ຕົ້ນເຜິ້ງ

Date:
ຄົນໃນທ້ອງຖິ່ນໄດ້ຮັບຫຍັງແດ່ຈາກການສຳປະທານໂຄງການຄີງຄາຊິໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ?

ເທົ່າທີ່ຂ້າພະເຈົ້າມີໂອກາດລົງໄປຕິດຕາມພື້ນທີ່ດັ່ງກ່າວມາກໍ່ຫຼາຍປີແລ້ວ, ຄັນຊິເວົ້າກໍ່ແມ່ນນັບແຕ່ເລີ່ມມີໂຄງການກໍ່ສ້າງມາພຸ້ນລະ!

ຈົນເທີງປະຈຸບັນເຫັນແຕ່ມີຜູ້ມາລົງທຶນເທົ່ານັ້ນທີ່ໄດ້ແບບເປັນກອບເປັນກຳ ສ່ວນປະຊາຊົນໃນທ້ອງຖີ່ນແມ່ນດິນດອນຕອນຫຍ້າທີ່ເຄີຍ

ທຳມາຫາກິນກໍ່ຈົນຈະບໍ່ມີໃຫ້ແລ້ວ ຍ້ອນພວກນາຍທຶນໂຄງການດັ່ງກ່າວຫວ່ານເງິນໃຫ້ເຈົ້ານາຍເພື່ອແລກກັບການກົດດັນໃຫ້ປະຊາຊົນ

ຢູ່ເຂດນັ້ນຈຳຕ້ອງອອກຈາກພື້ນທີ່ໆເຂົາຕ້ອງການ ທັ້ງໆທີ່ວ່າດິນດອນດັ່ງກ່າວແມ່ນປູ່ຍ່າຕາຍາຍເຂົາເຈົ້າສ້າງມາກັບຕີນກັບມືແລະ

ມີເອກະສານຄອບຄອງຖືກຕ້ອງຕາມກົດໝາຍ ແຕ່ກໍ່ຢ່າງທີ່ຮູ້ປະຊາຊົນຕາດຳໆມີພຽງສອງມືຈະເອົາຫຍັງໄປສູ້ເຂົາໄດ້ໃນເມື່ອປາກກະ

ບອກປືນມັນປີ່ນມາຫາ ອ້າປາກເວົ້າຂື້ນຄຳໃດ ກໍ່ມີສຽງປືນແຕກໂລດ ໂອ໋ຍ..ໜ້າສົງສານ, ບາດເຂດການຄຸ້ມຄອງຂອງເພີ່ນນ໋າເສັ້ນທາງ

ປານພໍຊິເອົາລີ້ນເລີຍໄດ້ ບາດເສັ້ນທາງທີ່ຈະເຂົ້າສູ່ຕົວເມືອງແທ້ໆ ໝາຍັງບໍ່ຢາກທຽວທາງນັ້ນເລີຍເກີນວ່າມັນຄັກອີ່ຫຼີເຈົ້ານາຍເພິ່ນ

ຖືກເຂົາເອົາເງິນອັດປາກອັດດັງໄວ້ກໍ່ເລີຍມືນຫູມືນຕາບໍ່ຂື້ນ

คลิก!

          ທາງເຂົ້າເທດສະບານເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

คลิก!

                 ທາງຈາກທ່າເຮືອຂື້ນໄປຫາຄາຊິໂນ

คลิก!

__________________
Anonymous

Date:
RE: ຄົນໃນທ້ອງຖິ່ນໄດ້ຮັບຫຍັງແດ່ຈາກການສຳປະທານໂຄງການຄີງຄາຊິໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ?

ປະຊາຊົນລາວໄດ້ແທ້... ໄດ້ແຕ່ເບິ່ງ biggrin

__________________
ບໍ່ແກ້ວ-ຕົ້ນເຜິ້ງ

Date:

Anonymous wrote:

ປະຊາຊົນລາວໄດ້ແທ້... ໄດ້ແຕ່ເບິ່ງ biggrin

 ໂອ໊..ແມ່ນຄວາມເຈົ້າອີ່ຫຼີເນາະ!

__________________
Anonymous

Date:

ໜ້າເຫັນໃຈໜໍ

__________________
Anonymous

Date:

Anonymous wrote:

ປະຊາຊົນລາວໄດ້ແທ້... ໄດ້ແຕ່ເບິ່ງ biggrin

 ທຳໃຈເທິ ໂຍມ

__________________
Anonymous

Date:

Anonymous wrote:

ປະຊາຊົນລາວໄດ້ແທ້... ໄດ້ແຕ່ເບິ່ງ biggrin

 ກໍ່ໄດ້ຫລີ້ນການພະນັນເດ

__________________
Anonymous

Date:

Anonymous wrote:
Anonymous wrote:

ປະຊາຊົນລາວໄດ້ແທ້... ໄດ້ແຕ່ເບິ່ງ biggrin

 ກໍ່ໄດ້ຫລີ້ນການພະນັນເດ

 ຍັງໄດ້ສ່ວນແບ່ງໜີ້ ນາຍທືນຈີນເຮັດທາປູເບຕົງ ໄປຫາເມືອງຕົ້ນເຜີ້ງ ແລະ ຕ້ານເຈື່ອນລຽບແຄມຂອງ

__________________
KPS

Veteran Member

Status: Offline
Posts: 66
Date:

ພວກທ່ານຍາດ ພ້າວພາກັນກ່າວປະນາມກັນຫລາຍ ພວກທ່ານໄດ້ໄປເຫັນຕົວຈິງແລ້ວຫວາ
ຂ້າພະເຈົ້າຫາກະໄປມາ ເຫັນວ່າມີຢ່າງດີຂື້ນເມື່ອສົມທຽບໃນແຕ່ກ່ອນ ເພາະວ່າດຽວນີ້ປະຊາຊົນທັງໝົດພາຍໃນເຂດໃກ້ຄຽງ ແມ່ນມີເຮືອນໃໝ່ຢູ່ໝົດທຸກຄົນ ມີນໍ້າປະປາໃຊ້ ໄຟຟ້າສະວ່າງ ລະບົບພື້ນຖານໂຄງຮ່າງດີໝົດ

ຂ້າພະເຈົ້າໄດ້ຖາມປະຊາຊົນວ່າເຂົາເຈົ້າໄດ້ຫຍັງແດ່ ເຂົາເຈົ້າຕອບວ່າ: ນອກຈາກຈະໄດ້ເຮືອນໃໝ່ແລ້ວ(ເຮືອນຫລັງລະປະມານ 500.000.000 ກີບ)ຖ້າໃຫ້ພວກເຂົາປູກເອງຄືຊີບໍ່ມີປັນຍາດອກ ເຂົາວ່າສັນ ນອກຈານນັ້ນທາງຜູ້ສໍາປະທານຍັງໃຫ້ເງິນໃນການຍົກຍ້າຍຕື່ມອີກ, ເຂົາເຈົ້າໄດ້ຈັດສັນໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາຈາກການແລ່ນເຮືອຮັບແຂກ, ເອົາລົດຕຸກຕຸກໃຫ້ປະຊາຊົນແລ່ນ ແລະ ຈັດສັນດອນຊາວໃຫ້ປະຊາຊົນໄດ້ຄ້າຂ້າຕື່ມອີກ.

ຂ້າພະເຈົ້າຄິດວ່າ ຖ້າສົມທຽບໃສການຍົກຍ້າຍປະຊາຊົນເຂດທາວຫລວງ ແມ່ນຢູ່ຕົ້ນເຜິ້ງໄດ້ຮັບຜົນປະໂຫຍດດີກ່ວາ ປະຊາຊົນທີ່ຍົກຍ້າຍຈາກທາດຫລວງ. ດຽວນີ້ປະຊາຊົນທີ່ຍົກຍ້າຍຈາກທາດຫລວງຍັງບໍ່ມີຮອດບ່ອນຢູ່ ເວົ້າແລ້ວເປັນຕາອີກຕົນເຂົາເຈົ້າແທ້ໆ

__________________
Anonymous

Date:

KPS wrote:

 ຂ້າພະເຈົ້າກໍ່ບໍ່ແມ່ນຄົນແຂວງບໍ່ແກ້ວດອກ ແຕ່ເຄີຍມາເຮັດວຽກ ປະຈຳການຢູ່ບໍ່ແກ້ວເປັນເວລາຫລາຍປີພໍສົມຄວນ ແລະ ກໍຕິດພັນກັບວຽກພັດທະນາ

ຊົນນະບົດ. ຂ້າພະເຈົ້າມີຄຳເຫັນຄືດັ່ງລຸ່ມນີ້ ຖ້າມີອັນບໍ່ສອດຄ່ອງກັບຕົວຈີງກໍ່ຂໍອະໄພລ່ວງໜ້າ ຖືວ່າແລກປ່ຽຄຳເຫັນນຳກັນເນາະ:

- ເຂດເສດຖະກິດພິເສດສາມຫລ່ຽມຄຳ King Roman, ກຳລັງຂະຫຍາຍກິດຈະການອອກໄປເລື້ອຍໆ ຕາມທີ່ຂ້າພະເຈົ້າໄດ້ເຫັນກັບຕາແມ່ນປຸກຕືກ

Apartment ຂື້ນຕື່ມ ຫລາຍຫລັງເພື່ອເປັນທີ່ພັກອາໄສໃຫ້ຄົນເຂົາ, ແລະ ຕຽມກໍ່ສ້າງສະໜາມບີນ ຄາດວ່າຈະເປັນຂະໜາດກາງ ໃຫ້ຍົນ Boeing 737

ລົງໄດ້, ແຕ່ໄດ້ຍິນຂ່າວແບບບໍ່ເປັນທາງການວ່າລົດຂະໜາດລົງແລ້ວ ຍ້ອນເນື້ອທີ່ບໍ່ພຽງພໍ

- ກຳມະກອນເຮັດວຽກ ກໍ່ສ້າງທີ່ກ່າວມາເທີງນັ້ນ ລວມທັງພ/ງ ທີ່ເຮັດວຽກຢູ່ໃນເຂດນັ້ນ ແມ່ນມີແຕ່ຄົນຈີນ ແລະ ຄົນພະມ້າ ບໍ່ມີຄົນລາວ. ຕາມທີ່ຂ້າພະເຈົ້າ

ຖາມຄົນແຖວນັ້ນວ່າຄ່າແຮງງານຖືກ ຄົນລາວບໍ່ເຮັດວ່າຊັ້ນ

- ຈຸດພິເຈດຂອງຄົນລາວໃນເຂດນັ້ນແມ່ນມີແຕ່ຄົນມີເງີນເປັນສ່ວນໃຫຍ່ ແລະ ກໍ່ໃຊ້ແຕ່ເງີນຕາຕ່າງປະເທດ, ຈຳນວນໜື່ງມີຮອດເຮືອນ ແລະ ລາຄາແພງ

ຢູ່ ວຽງຈັນ. ສະນັ້ນມັນຈີ່ງເປັນບັນຫາຍາກພໍສົມຄວນທີ່ຈະໃຫ້ເຂົາເຈົ້າຍອມຮັບການປ່ຽນແປງຈາກວິຖີຊີວິດ ແລະ ຄວາມເຄີຍຊີນອັນເກົ່າ

- ເລື່ອງຈັດສັນທີ່ຢູ່ໃໝ່ຂ້າພະເຈົ້າກໍ່ເຫັນ ກໍ່ເປັນແບບບ້ານຈັດສັນຫັ້ນລະ, ຖ້າຈະທຽບໃສ່ຜູ້ທຸກຢູ່ເຮືອນມຸງຫຍ້າ ເສົາໄມ້ກົມ ຝາໄມ້ເຮ້ຍ, ເຮືອນທີ່ເພີ່ນ

ປຸກໃຫ້ໃໝ່ຫັ້ນກໍ່ດີກວ່າຫັ້ນລະ. ແຕ່ກໍ່ຍ້ອນຄວາມເຄີຍຊີນໃນການດຳລົງຊີວິດຂອງຄົນລາວໃນຊົນນະບົດ, ມັກຢູ່ແບບເປັນເອກກະລາດສ່ວນຕົວ,

ຕ້ອງລ້ຽງຄວາຍ, ລ້ຽງໝູ, ລ້ຽງໄກ່ ແຕ່ມາຢູ່ບ້ານຈັດສັນນີ້ ມັນຊ້ຳພັດບໍ່ມີບ່ອນລ້ຽງ ບໍ່ມີບ່ອນປູກຜັກ. ສະນັ້ນມັນກໍ່ເປັນການຫັນປ່ຽນວິຖີຊິວິດຂອງ

ເຂົາເຈົ້າແບບໄວວາ ຮັບນຳບໍ່ທັນ ປັບປ່ຽນນຳບໍ່ທັນ

ນັ້ນຄືສີ່ງທີ່ຂ້າພະເຈົ້າໄປສຳພັດກັບຕົວຈີງມາ

__________________
Anonymous

Date:

ຂ້ອຍຂໍເວົ້າໃນນາມຄົນລາວຜູ້ຫນື່ງ ທີ່ບໍ່ເຂົ້າຂ້າງໃຜໝົດແລະກໍ່ບໍ່ຂໍອີງໃສ່ລາຍງານດອກໄມ້

ໂຄງການກໍ່ສ້າງສ່ວນຫຼາຍໃນປະຈຸບັນ ທີ່ອານຸຍາດໃຫ້ທັງນາຍທືນຄົນລາວແລະຄົນຕ່າງຊາດ

ມາສຳປະທານເອົານັ້ນ ແມ່ນເຮັດໃຫ້ປະຊາຊົນເດືອດຮ້ອນກັນທຸກຖ້ວນໜ້າ ອັນວ່າໄດ້ເຮືອນໃໝ່

ໄດ້ຄ່າຕອບແທນ ຂໍຕອບໄດ້ເລີຍວ່າແມ່ນລາຍງານດອກໄມ້ທັງນັ້ນ ຕົວຢ່າງ: ດີນຂອງເຂົາເຈົ້າ

ມູນຄ່າຢ່າງຕໍ່າ:1000B ບາດ ຕ່ໍຕາແມັດ ເພີ່ນໃຫ້ນາຍທືນເວນໃຫ້ 10000ກີບຕໍ່ຕາແມັດ

ວ່າໄປປຸກບ້ານໃໝ່ໃຫ້ ກໍ່ໄປປຸກຢູ່ບ່ອນຜີບໍ່ທ່ອງຄົນບໍ່ທຽວ ທຳມາຫາກິນຫຍັງກໍ່ບໍ່ໄດ້ ເງີນທີ່ເວນໃຫ້

ກໍ່ໄປຊື້ດິນໃນເມືອງຄືເກົ່າບໍ່ໄດ້ເລີຍ. ໂຄງການທີ່ເຫັນຈະຈະສົດໆຮ້ອນກໍ່ແມ່ນໂຄງການ

450ປີ ໃຫ້ເຈົ້າຂອງດິນຊື້ຄືນດີນໂຕເອງດ້ວຍມູນຄ່າ50USຕໍ່ຕາແມັດ ບໍ່ມີເງີນຊື້ລະເປັນຂອງ

ນາຍທຶນຜູ້ມາເຮັດທາງໃຫ້ແລ້ວພັດໃຫ້ນາຍທືນເວນໃຫ້ 20,000ກີບຕໍ່ຕາແມັດ ເກີດມາເຄີຍເຫັນປະເທດໃດເຮັດແດ່.......

ນີ້ຄືຄວາມຈີງ ບໍ່ໄດ້ອີງໃສ່ລາຍງານດອກໄມ້ຖ້າຍັງພາກັນບໍ່ເວົ້າຊ່ອຍກັນ ບໍ່ດິນເຈົ້າກໍ່ດິນຂ້ອຍຖືກນາຍທືນຈີ້ເອົາໝົດ ດຽວນີ້ນາຍທຶືນ

ຢາກໄດ້ບ່ອນໄດມັນຈີ່ເອົາໂລດ. ເຊົາຊະອັນຫຼັບຫູຫຼັບຕາ ກັບລາຍງານດອກໄມ້.

ຂໍຮ້ອງນຳຜູ້ໃຫຍ່ ຜູ້ເຊັນໃຫ້ນາຍທຶນແບບເຫັນແກ່ຜົນປະໂຫຍດສ່່ວນໂຕ ກັບຂໍ້ອ້າງລາຍງານດອກໄມ້ ມືນຫູມືນຕາແດ່

ວ່າປະຊາຊົນເຂົາເດືອດຮ້ອນແລະສາບແຊ້ງຂະໜາດໃດ. ບໍ່ເຫັນແກ່ປະຊາຊົນກໍ່ຮູ້ຈັກຢ້ານຕໍ່ບາບກັມແດ່ເດ້.

__________________
Anonymous

Date:

ໂຄງການຕໍ່ໄປທີ່ພວກເພີ່ນກຳລັງມີແຜນຈະໄລ່ປະຊາຊົນໜີແມ່ນໂຄງການກໍ່ສ້າງບ້ານພັກຜູ້ນຳເອເຊັມຢູ່ດອນຈັນ

ກອງປະຊຸມຈົບໄປແລ້ວ ແຕ່ພວກນາຍທຶືນຈີນບໍ່ຢຸດ ຂໍກໍ່ສ້າງຕໍ່ ບ້ານເຮືອນທີ່ຢູ່ຕິດໄຟແດງສີເມືອງລົງໄປ

ແມ່ນຈະຖືກເອົາໄປຢູ່ ໜອງແຕ່ງທັງໝົດ. ເຊີນພວກລາຍງານດອກໄມ້ ສົມທຽບລາຄາດິນຢູ່ໜອງແຕ່ງກັບດິນ

ສີເມືອງເບີ່ງວ່າລາຄາມັນໂຕນກັນເຈົ້າເທົ້າໂຕ. ໃຊ້ນະໂຍບາຍເກົ່າ ປຸກບ້ານໃໝ່ໃຫ້ຢູ່ບ້ານນອກທີ່ລາຄາດິນຖືກໆໆໆໆ

ແລ້ວເວນຄືນດ້ວຍລາຄາຕໍ່າສຸດໆ ທຳເລທຳມາຫາກິນ ທຳເລທອງຂອງເຂົ້າເຈົ້າມູນຄ່າມະຫາສານຫາກິນໄດ້ຊ່ົວລູກຊົ່ງຫຼານ

ແຕ່ມາຖືກນາຍທຶນຈີນຍາດເອົາແກ້ໂຕຕໍ່ໂລດ ມື້ຫນື່ງບາບກັມຫາກຊິຕົກເຖີງຜູ້ມັນເຮັດແລະພວກພ້ອງ.

__________________
Anonymous

Date:

Anonymous wrote:

ຂ້ອຍຂໍເວົ້າໃນນາມຄົນລາວຜູ້ຫນື່ງ ທີ່ບໍ່ເຂົ້າຂ້າງໃຜໝົດແລະກໍ່ບໍ່ຂໍອີງໃສ່ລາຍງານດອກໄມ້

ໂຄງການກໍ່ສ້າງສ່ວນຫຼາຍໃນປະຈຸບັນ ທີ່ອານຸຍາດໃຫ້ທັງນາຍທືນຄົນລາວແລະຄົນຕ່າງຊາດ

ມາສຳປະທານເອົານັ້ນ ແມ່ນເຮັດໃຫ້ປະຊາຊົນເດືອດຮ້ອນກັນທຸກຖ້ວນໜ້າ ອັນວ່າໄດ້ເຮືອນໃໝ່

ໄດ້ຄ່າຕອບແທນ ຂໍຕອບໄດ້ເລີຍວ່າແມ່ນລາຍງານດອກໄມ້ທັງນັ້ນ ຕົວຢ່າງ: ດີນຂອງເຂົາເຈົ້າ

ມູນຄ່າຢ່າງຕໍ່າ:1000B ບາດ ຕ່ໍຕາແມັດ ເພີ່ນໃຫ້ນາຍທືນເວນໃຫ້ 10000ກີບຕໍ່ຕາແມັດ

ວ່າໄປປຸກບ້ານໃໝ່ໃຫ້ ກໍ່ໄປປຸກຢູ່ບ່ອນຜີບໍ່ທ່ອງຄົນບໍ່ທຽວ ທຳມາຫາກິນຫຍັງກໍ່ບໍ່ໄດ້ ເງີນທີ່ເວນໃຫ້

ກໍ່ໄປຊື້ດິນໃນເມືອງຄືເກົ່າບໍ່ໄດ້ເລີຍ. ໂຄງການທີ່ເຫັນຈະຈະສົດໆຮ້ອນກໍ່ແມ່ນໂຄງການ

450ປີ ໃຫ້ເຈົ້າຂອງດິນຊື້ຄືນດີນໂຕເອງດ້ວຍມູນຄ່າ50USຕໍ່ຕາແມັດ ບໍ່ມີເງີນຊື້ລະເປັນຂອງ

ນາຍທຶນຜູ້ມາເຮັດທາງໃຫ້ແລ້ວພັດໃຫ້ນາຍທືນເວນໃຫ້ 20,000ກີບຕໍ່ຕາແມັດ ເກີດມາເຄີຍເຫັນປະເທດໃດເຮັດແດ່.......

ນີ້ຄືຄວາມຈີງ ບໍ່ໄດ້ອີງໃສ່ລາຍງານດອກໄມ້ຖ້າຍັງພາກັນບໍ່ເວົ້າຊ່ອຍກັນ ບໍ່ດິນເຈົ້າກໍ່ດິນຂ້ອຍຖືກນາຍທືນຈີ້ເອົາໝົດ ດຽວນີ້ນາຍທຶືນ

ຢາກໄດ້ບ່ອນໄດມັນຈີ່ເອົາໂລດ. ເຊົາຊະອັນຫຼັບຫູຫຼັບຕາ ກັບລາຍງານດອກໄມ້.

ຂໍຮ້ອງນຳຜູ້ໃຫຍ່ ຜູ້ເຊັນໃຫ້ນາຍທຶນແບບເຫັນແກ່ຜົນປະໂຫຍດສ່່ວນໂຕ ກັບຂໍ້ອ້າງລາຍງານດອກໄມ້ ມືນຫູມືນຕາແດ່

ວ່າປະຊາຊົນເຂົາເດືອດຮ້ອນແລະສາບແຊ້ງຂະໜາດໃດ. ບໍ່ເຫັນແກ່ປະຊາຊົນກໍ່ຮູ້ຈັກຢ້ານຕໍ່ບາບກັມແດ່ເດ້.

 ຍ້ອນວ່າທາງ 450ປີ ມັນມີປະສິດທີຜົນສູງ ເພີ່ນຈື່ງໄປຜັນຂະຫຍາຍກັບເສັ້ນທາງໃໝ່ຄື ໃຫ້ນັກທຸລະກິດລົງທືນດອນນົກຂຸ້ມ - ບ້ານນ້ອບ - ທາງ 450ປີ

ເສັ້ນທາງກວ້າງກວ່າ ທາງ450ປີອີກ, ເຂດສະຫງວນເພື່ອຫັນທີ່ດີນເປັນທືນກໍ່ກວ້າງກວ່າ ທາງ450ປີ 150ມ ແຕ່ເສັ້ນທາງໃໝ່ນີ້ 400ມ

ຖ້າຊົມເຊີຍເສັ້ນທາງໃໝ່ທີ່ກວ້າງໃຫຍ່ນຳກັນເດີພີ່ນ້ອງ

__________________
Anonymous

Date:

KPS wrote:

ພວກທ່ານຍາດ ພ້າວພາກັນກ່າວປະນາມກັນຫລາຍ ພວກທ່ານໄດ້ໄປເຫັນຕົວຈິງແລ້ວຫວາ
ຂ້າພະເຈົ້າຫາກະໄປມາ ເຫັນວ່າມີຢ່າງດີຂື້ນເມື່ອສົມທຽບໃນແຕ່ກ່ອນ ເພາະວ່າດຽວນີ້ປະຊາຊົນທັງໝົດພາຍໃນເຂດໃກ້ຄຽງ ແມ່ນມີເຮືອນໃໝ່ຢູ່ໝົດທຸກຄົນ ມີນໍ້າປະປາໃຊ້ ໄຟຟ້າສະວ່າງ ລະບົບພື້ນຖານໂຄງຮ່າງດີໝົດ

ຂ້າພະເຈົ້າໄດ້ຖາມປະຊາຊົນວ່າເຂົາເຈົ້າໄດ້ຫຍັງແດ່ ເຂົາເຈົ້າຕອບວ່າ: ນອກຈາກຈະໄດ້ເຮືອນໃໝ່ແລ້ວ(ເຮືອນຫລັງລະປະມານ 500.000.000 ກີບ)ຖ້າໃຫ້ພວກເຂົາປູກເອງຄືຊີບໍ່ມີປັນຍາດອກ ເຂົາວ່າສັນ ນອກຈານນັ້ນທາງຜູ້ສໍາປະທານຍັງໃຫ້ເງິນໃນການຍົກຍ້າຍຕື່ມອີກ, ເຂົາເຈົ້າໄດ້ຈັດສັນໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາຈາກການແລ່ນເຮືອຮັບແຂກ, ເອົາລົດຕຸກຕຸກໃຫ້ປະຊາຊົນແລ່ນ ແລະ ຈັດສັນດອນຊາວໃຫ້ປະຊາຊົນໄດ້ຄ້າຂ້າຕື່ມອີກ.

ຂ້າພະເຈົ້າຄິດວ່າ ຖ້າສົມທຽບໃສການຍົກຍ້າຍປະຊາຊົນເຂດທາວຫລວງ ແມ່ນຢູ່ຕົ້ນເຜິ້ງໄດ້ຮັບຜົນປະໂຫຍດດີກ່ວາ ປະຊາຊົນທີ່ຍົກຍ້າຍຈາກທາດຫລວງ. ດຽວນີ້ປະຊາຊົນທີ່ຍົກຍ້າຍຈາກທາດຫລວງຍັງບໍ່ມີຮອດບ່ອນຢູ່ ເວົ້າແລ້ວເປັນຕາອີກຕົນເຂົາເຈົ້າແທ້ໆ

 ຕາມທີ່ທ່ານ  KPS ກ່າວມານັ້ນມີຫຼາຍບ່ອນຢູ່ທີ່ຖືກກັບຄວາມເປັນຈີງ, ເປັນຕົ້ນວ່າ: ໃຫ້ປະຊາຊົນ

ທີ່ຢູ່ເຂດເປົ້າໝາຍທີ່ຖືກຍົກຍ້າຍອອກໄປນັ້ນເອົາລົດຕຸກໆ ຫຼື ວ່າເຮືອມາແລ່ນໄດ້ອັນນີ້ມີ

ແທ້ແຕ່ສ່ວນໃຫ່ຍແລ້ວຈະເຫັນແຕ່ມີຄົນພະມ້າເທົ່ານັ້ນ ຄົນລາວເຮົາທີ່ມາແລ່ນລົດຫຼືເຮືອ

ຂ້າມຟາກຂອງແມ່ນມີບໍ່ຮອດ 10 ຄົນຊ້ຳ. ສ່ວນເລື້ອງການປູທາງເບ່ຕົ່ງຈາກນ້ຳເກິ່ງເຂົ້າຫາເຂດຄາຊິ

ໂນແມ່ນມັນເປັນຂອງຕາຍຢູ່ແລ້ວເພາະຖ້າບໍ່ສ້າງ  ແນ່ນອນວ່າແຂກທີ່ມາຫຼິ້ນການພະນັນຢູ່ທີ່ນັ້ນ

ສ່ວນໃຫ່ຍແລ້ວແມ່ນເດີນທາງມາຈາກຈີນໂດຍຜ່ານດ່ານບໍ່ເຕ່ນຂອງແຂວງຫຼວງນ້ຳທາ ແລ້ວເຮົາລອງຄິດ

ເບີ່ງວ່າຖ້າເຂົາເຈົ້າບໍ່ສ້າງພື້ນຖານອຳນວຍຄວາມສະດວກໄວ້ຮອງຮັບແຂກແລ້ວມັນຈະເປັນແນວໃດ? ແຕ່

ກໍ່ບໍ່ມີໃຜດ໋ອກປູກໝາກໂດຍທີ່ບໍ່ຫວັງຜົນ ທັ້ງໆທີ່ເສັ້ນທາງນັ້ນຕ້ອງຜ່ານຕົວເມືອງຢູ່ແລ້ວ

ແຕ່ເປັນຫຍັງເຂົາເຈົ້າຈື່ງຕັດອ້ອມໄປຫາເຂດຂອງເຂົາເລີຍໂດຍທີ່ບໍ່ຜ່ານຕົວເມືອງເລີຍ.

ສ່ວນທີ່ວ່າຈັດສັນດາວຊາວໃຫ້ຂາຍເຄື່ອງນັ້ນບໍ່ແມ່ນຈັດໃຫ້ຂາຍຟຣີໆເດີ່ ຜູ້ທີ່ຈະຂາຍຢູ່

ທີ່ນັ້ນຕ້ອງຈ່າຍຄ່າເຊົ່າໃຫ້ພວກນາຍທຶນຈີນທີ່ມາສຳປະທານດັ່ງໂຄງການດັ່ງກ່າວ ສ່ວນຮ້ານທີ່ຂາຍ

ເຄື່ອງຢູ່ດອນຊາວນັ້ນສ່ວນຫຼາຍຈະແມ່ນແຕ່ຮ້ານຄົນຈີນ ຮ້ານຄົນລາວເຮົາມີບໍ່ຮອດ 15 ຮ້ານຊ້ຳ

ເພາະຄ່າເຊົ່າແພງເກີນຄວາມສາມາດທີ່ຈະຈ່າຍໄດ້ ຈະມີແຕ່ຄວາມຄົວຜູ້ໃຫ່ຍນາຍໂຕເທົ່ານັ້ນທີ່ສາ

ມາດໄປຂາຍເຄື່ອງຢູ່ທີ່ນັ້ນໄດ້ເພາະເພິ່ນເປັນລູກແຫຼ້ງຕີນມືໃຫ້ພວກນາຍທຶນດັ່ງກ່າວ ໂດຍສະເພາະ

ທີ່ເຫັນຂາຍກັນຢູ່ຫຼັກໆຕອນນີ້ກໍ່ມີຮ້ານຂອງ ທ່ານ ຄຳເງິນ ແສນຄຳລື ຮອງຫົວໜ້າກອງບັນຊາການ

ປ.ກ.ສ ເມືອງ ແລະ ທ່ານ ນ.ຫອມ ຮອງຄະນະພັກເມືອງ ເວົ້າສ່ຳນີ້ຄົງເດົາອອກວ່າເພິ່ນເປັນຫຍັງຈື່ງມີ

ຄວາມສາມາດຢູ່ໄດ້.

ສ່ວນການຍົກຍ້າຍເຮືອນຊານບ້ານຊ່ອງທີ່ທ່ານເວົ້າວ່າມີການຊົດເຊີຍໃຫ້ໂດຍການຕັ້ງໃຫ້ໄປຢູ່ບ່ອນ

ໃໝ່ໃນມູນຄ່າ 500.000.000 ກີບນັ້ນແມ່ນບໍ່ຖືກກັບຄວາມເປັນຈີງ ເພາະວ່າວັດສະດຸທີ່ນຳມາໃຊ້ນັ້ນ

ເປັນເກດຕຳ່ ມູນຄ່າທີ່ເຂົາເຈົ້າເວົ້າມານັ້ນເພື່ອເປັນການໂນ້ມນ້າວໃຫ້ປະຊາຊົນອອກຈາກຖິ່ນຖານ

ເດີມເທົ່ານັ້ນ ແລະ ທີ່ສຳຄັນ ກໍ່ແມ່ນສ້າງແບບເຮືອນຫ້ອງແຖວໝົດພາຍໃນບ້ານແມ່ນເຮັດແບບດຽວ

ກັນໝົດເຊີ່ງມັນບໍ່ຖືກກັບຄວາມເພີງພໍໃຈຂອງຜູ້ຢູ່ອາໄສເລີຍ ແຕ່ຖ້າຄອບຄົວໃດຫາກບໍ່ອອກຈາກສະ

ຖານທີ່ໆເພິ່ນຕ້ອງການ ເພິ່ນກໍ່ຈະຊົດເຊີຍໃຫ້ຄອບຄົວພຽງແຕ່ 20.000 ບາດເທົ່ານັ້ນເມືອ່ເຖີງເວ

ລາກໍ່ມາທັບເຮືອນຖິ້ມເລີຍ ທັ້ງໆທີ່ວ່າເຮືອນດັ່ງກ່າວມີລາຄາຂາຍຕາມທ້ອງຕະຫຼາດແມ່ນມີລາຄາສູງ

ກວ່າຫຼາຍເທົ່າຕົວ. ທຸກມື້ນີ້ເຂົາເຈົ້າຍັງບໍ່ມີຄວາມລົດລະທີ່ຈະຂະຫຍາຍໄປເອົາເນື້ອທີ່ດິນ

ບ້ານອື່ນທີ່ຢູ່ອ້ອມຂ້າງນັ້ນອີກຕື່ມສອງບ້ານນັ້ນກໍ່ຄືບ້ານສີບູນເຮືອງ ແລະ ບ້ານມ່ວງຄຳ ໂດຍ

ໃຊ້ທຸກຮູບແບບກົນອຸບາຍວິທີເກົ່າ ແຕ່ໜ້າເສຍດາຍມັນບໍ່ສຳເລັດ ຍ້ອນປະຊາຊົນສອງບ້ານທີ່ວ່າມາ

ນັ້ນຮູ້ໄສຮູ້ພຸງການນຳພາກລັດແລະພວກນາຍທຶນໝົດແລ້ວ ຖ້າຈະເອົາເນື້ອທີ່ບ້ານຂອງເຂົາເຈົ້າແທ້

ໆເຂົາເຈົ້າກໍ່ຍອມອອກ ແຕ່ວ່າ..ຕ້ອງຈ່າຍຊົດເຊີຍ ໃຫ້ຄອບຄົວລະ 10.000.000 ບາດ ພ້ອມຈັດສັນບ່ອນຢູ່

ແລະທຳມາຫາກິນແບບດັ້ງເດີມໃຫ້ເຂົາເຈົ້າ ແຕ່ຖ້າຈະມາກົດຂີ່ຫຼືນາມຂູ່ໃຫ້ອອກຈາກຖິ່ນຖານຄືບ້ານ

ອື່ນທີ່ຜ່ານມາປະຊາຊົນໃນບ້ານເຖິງຂັ້ນອອກປາກວ່າຈະອອກເງິນກັນໄປຊື້ຮອດລົດເກາະລົດຖັງມາລົບຮອດ

ລັດຖະບານພຸ້ນໄດ໋(ອັນນີ້ໄດງິນມາແບບລັບໆ) ເພາະວ່າປະຊາຊົນພາຍໃນສອງບ້ານນີ້ເຂົາເຈົ້າມີຄວາມສາມມັກ

ຄີກັນແບບແໜ້ນໜຽວທີ່ຈະບໍ່ຍອມຖີ້ມຖິ່ນຖານທີ່ປູ່ຍ່າຕາຍາຍສ້າງໄວ້ໃຫ້

ເອົາລະມື້ນີ້ຂ້າພະເຈົ້າຂໍຈົ່ມສ່ຳນີ້ກ່ອນ ແລ້ວມື້ໜ້າຈະມາຈົ່ມໃຫ້ຟັງອີກ ຖ້າທ່ານໃດມີຂໍ້

ຂອງໃຈຫຼືໄປຂ້ອງແຂ່ງຂ້ອງຂາທ່ານໃດກະລະນາທັກທ້ວງໄດ້ເພາະຂ້າພະເຈົ້າເປັນຄົນທ້ອງຖິ່ນນີ້ຢູ່ແລ້ວ!

 ຂ້າພະເຈົ້າຢາກປະກອບຄຳເຫັນເພີ່ມເຕີມໜ້ອຍໜື່ງທີ່ກ່ຽວຂ້ອງກັບບັນຫາທີ່ນາຍທືນຈີນກໍ່ສ້າງທາງປູເບຕົງແຕ່ບ້ານນ້ຳເກີ່ງ ຫາ ບ່ອນກາຊີໂນ

ແລະ ການກໍ່ສ້າງປ້ອງກັນເຈື່ອນລຽບຕາມຕາຝັ່ງນ້ຳຂອງ. ຖ້າຈະຕັ້ງຄຳຖາມວ່າ: ປະຊາຊົນ ກໍ່ຄືສັງຄົມໄດ້ຮັບຜົນປະໂຢດບໍ່ ຈາກການພັດທະນາອັນນີ້?

ຂ້າພະເຈົ້າກໍ່ຍອມຮັບວ່າ: ສັງຄົມສ່ວນລວມໄດ້ຮັບຜົນປະໂຍດແນ່ນອນ, ການກໍ່ສ້າງຈະຕ້ອງດີກວ່າບໍ່ກໍ່ສ້າງແນ່ນອນ. ແຕ່ສີ່ງທີ່ສັງຄົມຍັງມີຄຳຖາມຢູ່ນັ້ນ

ກໍ່ຄື: ເປັນຫຍັງເງີນທີ່ນາຍທືນຈີນເອົາມາກໍ່ສ້າງ 2 ກິດຈະການດັ່ງກ່າວນີ້ຈື່ງຖືວ່າເປັນເງີນໃຫ້ລັດຖະບານກູ້ຢືມ?. ໝາຍຄວາມວ່ານາຍທືນຈີນລົງທືນກ່ອນ

ລັດຖະບານຊຳລະໃຫ້ພາຍຫລັງ ດ້ວຍລາຄາທີ່ແພງກວ່າໂຄງການທົ່ວໄປ ທັງຄຸນນະພາບຕ່ຳ. ຖ້າຫາກວ່າເງີນຄ່າກໍ່ສ້າງກິດຈະການດັ່ງກ່າວນີ້ ຫາກຢູ່ໃນຮ່ວງ

ສຳປະທານ ຫລື ຢ່າງໜ້ອຍກໍ່ແບບມີສ່ວນຮ່ວມ ແລ້ວ ສັງຄົມກໍ່ຄົງຈະບໍ່ມີຄຳຖາມເນາະ. ຖ້າທ່ານຜູ້ໃຫ້ຄຳເຫັນຢູ່ຂ້າງເທີງນີ້ເປັນຄົນທ້ອງຖີ່ນນັນຄືດັ່ງທ່ານກ່າວມານັ້ນ,

ກໍ່ຂໍແນະນຳທ່ານຖາມລາຍລະອຽດນຳ ພະແນກ ແຜນການ ການລົງທືນ ແລະ ພະແນກ ໂຍທາ ຂແງ ແຂວງ ຈະມີລາຍລະອຽດຢູ່ຫັ້ນທັງໝົດ

__________________
Anonymous

Date:

 ທຸກໆແຂວງກໍ່ຕ້ອງມີລັດທະບານທ້ອງຖີ່ນຕິບໍ່  ລັດທະບານກາງເພີ່ນບໍ່ມີເວລາ

ຈະລົງຕິດແນບແຂບຂັນບໍ່ທົ່່ວ ນອກຈາກລັດທະບານທ້ອງຖີ່ນບໍ່ເອົາໃຈໃສ່ໃນ

ວຽກງານຂອງຕົນ      ທຸກ ໆ ບັນຫາມັນຕ້ອງມີທາງອອກໄດ້ຕິບໍ

__________________
Anonymous

Date:

ລັດຖະບານທ້ອງຖິ່ນນັ້ນແລ້ວ  ໂຕໝາຂີ້ທຸກໂຕພໍ່  ມັນຂູດຮີດປະຊາຊົນ ທຸກດ້ານຄືເຮົາແມ່ນຄົນຕ່າງປະເທດມາອາໃສຢູ່ນຳມັນນິ!

ຄ່າໄຟ ຄານ້ຳ ຄ່າເຮັດເອກະສານ ຄ່ານັ້ນຄ່ານີ້ ຈັກຄ່າໂຄດພໍ່ໂຄດແມ່ມັນຫຍັງ ມີແຕ່ແນວ ແພງໆ

ເຫັນຄົນບ້ານນອກຖືກຂູດຮີດ:,,,,        ແຕ່ຄົນຫວຽດ ຄົນຈີນ ພັດເປັນໃຫຍ່ ຢູ່ໃນທ້ອງຖິ່ນນັ້ນໆ ພວກມັນນັ່ງຜິ່ວປາກ ຖົ່ມນ້ຳລາຍໃສ່ຄົນລາວ ຄືຂີ້ນິ້

ຄົນຈີນຄົນຫວຽດ ບາງຄົນເປັນຄົນດີ ເຂົາກະສົງສານຄົນລາວຄືກັນ ເອົາໄປເປັນເມຍ ເອົາໄປເປັນລູກຈ້າງ  ແຕ່ມີຈຳນວນໜ້ອຍ

ເຫັນແລ້ວເປັນຕາອາໜາດໃຈ ເປັນຕາຂີ້ດຽດ.,,,,,,,,,,,,,

ໄລ່ແຕ່ ອັດຕະປື ຂື້ນຮອດ ຫຼວງນ້ຳທາ ບັກໃດກະບັກນັ້ນ ເກືອບ  100% ຈັ່ງແມ່ນມັນຢາກຮັ່ງຢາກມີ ແນວຫົວໜ້າມັນພາເປັນ

ບໍ່ຢາກພັນລະນາ ເມື່ອຍເວົ້າ

__________________
Anonymous

Date:

ຂ້ອຍເອືອມລະອານຳພວກຫຼັບຫູຫຼັບຕາເວົ້າວ່າຊົມເຊີຍນຳໂຄງການສຳປະທານທີ່ກົດຂີ່ຂົ່ມເຫັງປະຊາຊົນ

ເວົ້າໄປກະເສຍເວລານຳກຸ່ມຄົນພວກນີ້ ຄັນວ່າເຫັນດີເຫັນງາມຫຼາຍຂ້ອຍຂໍໃຫ້ທັງດີນດອນຕອນຫຍ້າທີ່ຕະກູນ

ພວກເຈົ້າມີຮອດຊົ່ວລູກຊົ່ວຫຼານ ບໍ່ວ່າຊິຢູ່ແຫ່ງຫົນໃດໃນປະເທດລາວ ໃຫ້ຖືກໂຄງການພັດທະນາຂອງລັດຖະບານ

ໄປເອົາຈົນໝົດເດີ້ສາທຸ. ເພາະພວກເຈົ້າຍີນດີແລະຍ້ອງຍໍແລະລົງໄປກວດກາແລ້ວວ່າໄດ້ບ້ານຫຼັງໃໝ່ໄດ້ທາງໃໝ່

ກະຂໍໃຫ້ດີນທັງໝົດຂອງຕະກູນພວກເຈົ້າທີ່ມີຢູ່ຈົ່ງຖືກໂຄງການເອົາຈົນໝົດຊະ ສາທຸ ສາທຸ ສາທຸ.

__________________
Anonymous

Date:

Anonymous wrote:
Anonymous wrote:

ຂ້ອຍຂໍເວົ້າໃນນາມຄົນລາວຜູ້ຫນື່ງ ທີ່ບໍ່ເຂົ້າຂ້າງໃຜໝົດແລະກໍ່ບໍ່ຂໍອີງໃສ່ລາຍງານດອກໄມ້

ໂຄງການກໍ່ສ້າງສ່ວນຫຼາຍໃນປະຈຸບັນ ທີ່ອານຸຍາດໃຫ້ທັງນາຍທືນຄົນລາວແລະຄົນຕ່າງຊາດ

ມາສຳປະທານເອົານັ້ນ ແມ່ນເຮັດໃຫ້ປະຊາຊົນເດືອດຮ້ອນກັນທຸກຖ້ວນໜ້າ ອັນວ່າໄດ້ເຮືອນໃໝ່

ໄດ້ຄ່າຕອບແທນ ຂໍຕອບໄດ້ເລີຍວ່າແມ່ນລາຍງານດອກໄມ້ທັງນັ້ນ ຕົວຢ່າງ: ດີນຂອງເຂົາເຈົ້າ

ມູນຄ່າຢ່າງຕໍ່າ:1000B ບາດ ຕ່ໍຕາແມັດ ເພີ່ນໃຫ້ນາຍທືນເວນໃຫ້ 10000ກີບຕໍ່ຕາແມັດ

ວ່າໄປປຸກບ້ານໃໝ່ໃຫ້ ກໍ່ໄປປຸກຢູ່ບ່ອນຜີບໍ່ທ່ອງຄົນບໍ່ທຽວ ທຳມາຫາກິນຫຍັງກໍ່ບໍ່ໄດ້ ເງີນທີ່ເວນໃຫ້

ກໍ່ໄປຊື້ດິນໃນເມືອງຄືເກົ່າບໍ່ໄດ້ເລີຍ. ໂຄງການທີ່ເຫັນຈະຈະສົດໆຮ້ອນກໍ່ແມ່ນໂຄງການ

450ປີ ໃຫ້ເຈົ້າຂອງດິນຊື້ຄືນດີນໂຕເອງດ້ວຍມູນຄ່າ50USຕໍ່ຕາແມັດ ບໍ່ມີເງີນຊື້ລະເປັນຂອງ

ນາຍທຶນຜູ້ມາເຮັດທາງໃຫ້ແລ້ວພັດໃຫ້ນາຍທືນເວນໃຫ້ 20,000ກີບຕໍ່ຕາແມັດ ເກີດມາເຄີຍເຫັນປະເທດໃດເຮັດແດ່.......

ນີ້ຄືຄວາມຈີງ ບໍ່ໄດ້ອີງໃສ່ລາຍງານດອກໄມ້ຖ້າຍັງພາກັນບໍ່ເວົ້າຊ່ອຍກັນ ບໍ່ດິນເຈົ້າກໍ່ດິນຂ້ອຍຖືກນາຍທືນຈີ້ເອົາໝົດ ດຽວນີ້ນາຍທຶືນ

ຢາກໄດ້ບ່ອນໄດມັນຈີ່ເອົາໂລດ. ເຊົາຊະອັນຫຼັບຫູຫຼັບຕາ ກັບລາຍງານດອກໄມ້.

ຂໍຮ້ອງນຳຜູ້ໃຫຍ່ ຜູ້ເຊັນໃຫ້ນາຍທຶນແບບເຫັນແກ່ຜົນປະໂຫຍດສ່່ວນໂຕ ກັບຂໍ້ອ້າງລາຍງານດອກໄມ້ ມືນຫູມືນຕາແດ່

ວ່າປະຊາຊົນເຂົາເດືອດຮ້ອນແລະສາບແຊ້ງຂະໜາດໃດ. ບໍ່ເຫັນແກ່ປະຊາຊົນກໍ່ຮູ້ຈັກຢ້ານຕໍ່ບາບກັມແດ່ເດ້.

 ຍ້ອນວ່າທາງ 450ປີ ມັນມີປະສິດທີຜົນສູງ ເພີ່ນຈື່ງໄປຜັນຂະຫຍາຍກັບເສັ້ນທາງໃໝ່ຄື ໃຫ້ນັກທຸລະກິດລົງທືນດອນນົກຂຸ້ມ - ບ້ານນ້ອບ - ທາງ 450ປີ

ເສັ້ນທາງກວ້າງກວ່າ ທາງ450ປີອີກ, ເຂດສະຫງວນເພື່ອຫັນທີ່ດີນເປັນທືນກໍ່ກວ້າງກວ່າ ທາງ450ປີ 150ມ ແຕ່ເສັ້ນທາງໃໝ່ນີ້ 400ມ

ຖ້າຊົມເຊີຍເສັ້ນທາງໃໝ່ທີ່ກວ້າງໃຫຍ່ນຳກັນເດີພີ່ນ້ອງ

        ອັນນີ້ລະແມ່ນຄຳເຫັນຂອງຄົນທີ່ເຫັນແກ່ໂຕແລະຫູໜວກຕາບອດເວົ້າ, ເຈົ້າວ່າເຈົ້າໄດ້ທາງ ແລ້ວພວກເຈົ້າຂອງດິນເຂົາເຈົ້າໄດ້ຫຍັງ? ບໍ່ແມ່ນເຈົ້າຢາກໄດ້ທາງແລ້ວຢາກໄປສ້າງໃສ່ທາງໃຜກະສ້າງ ໂດຍບໍ່ພິດຈາລະນາວ່າເຂົາຍີນດີຈະຂາຍໃຫ້ເຈົ້າບໍ່

         ຄ່າຕອບແທນເໝາະສົມບໍ່, ເວົ້າຄືຄົນປັນຍາອ່ອນເວົ້າກະຍັງເວົ້າເນາະເຈົ້າ.

 ຂໍໂທດເດີ່ທ່ານທີ່ອອກຄຳເຫັນຢູ່ເທີງນີ້ ຂພຈ ພຽງແຕ່ເອົາຂ່າວມາເວົ້າສູ່ທ່ານຜູ້ອ່ານຟັງ ມັນບໍ່ແມ່ນຂ້ອຍເປັນນາຍທືນມາເຮັດ ແລະ ກໍ່ບໍ່ມີສ່ວນກ່ຽວຂ້ອງ

ແນວໃດຈັກຢ່າງເດີ. ກະລຸນາອ່ານເບີ່ງຄຳເຫນຂ້າພະເຈົ້າແລະທຳຄວາມເຂົ້າໃຈກັບເນື້ອໃນກ່ອນຈະກ່າວໂຈມຕີ.

ຈົບ ຄ້ານຖຽງແລ້ວ

__________________
Anonymous

Date:

Anonymous wrote:
Anonymous wrote:
KPS wrote:

ພວກທ່ານຍາດ ພ້າວພາກັນກ່າວປະນາມກັນຫລາຍ ພວກທ່ານໄດ້ໄປເຫັນຕົວຈິງແລ້ວຫວາ
ຂ້າພະເຈົ້າຫາກະໄປມາ ເຫັນວ່າມີຢ່າງດີຂື້ນເມື່ອສົມທຽບໃນແຕ່ກ່ອນ ເພາະວ່າດຽວນີ້ປະຊາຊົນທັງໝົດພາຍໃນເຂດໃກ້ຄຽງ ແມ່ນມີເຮືອນໃໝ່ຢູ່ໝົດທຸກຄົນ ມີນໍ້າປະປາໃຊ້ ໄຟຟ້າສະວ່າງ ລະບົບພື້ນຖານໂຄງຮ່າງດີໝົດ

ຂ້າພະເຈົ້າໄດ້ຖາມປະຊາຊົນວ່າເຂົາເຈົ້າໄດ້ຫຍັງແດ່ ເຂົາເຈົ້າຕອບວ່າ: ນອກຈາກຈະໄດ້ເຮືອນໃໝ່ແລ້ວ(ເຮືອນຫລັງລະປະມານ 500.000.000 ກີບ)ຖ້າໃຫ້ພວກເຂົາປູກເອງຄືຊີບໍ່ມີປັນຍາດອກ ເຂົາວ່າສັນ ນອກຈານນັ້ນທາງຜູ້ສໍາປະທານຍັງໃຫ້ເງິນໃນການຍົກຍ້າຍຕື່ມອີກ, ເຂົາເຈົ້າໄດ້ຈັດສັນໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາຈາກການແລ່ນເຮືອຮັບແຂກ, ເອົາລົດຕຸກຕຸກໃຫ້ປະຊາຊົນແລ່ນ ແລະ ຈັດສັນດອນຊາວໃຫ້ປະຊາຊົນໄດ້ຄ້າຂ້າຕື່ມອີກ.

ຂ້າພະເຈົ້າຄິດວ່າ ຖ້າສົມທຽບໃສການຍົກຍ້າຍປະຊາຊົນເຂດທາວຫລວງ ແມ່ນຢູ່ຕົ້ນເຜິ້ງໄດ້ຮັບຜົນປະໂຫຍດດີກ່ວາ ປະຊາຊົນທີ່ຍົກຍ້າຍຈາກທາດຫລວງ. ດຽວນີ້ປະຊາຊົນທີ່ຍົກຍ້າຍຈາກທາດຫລວງຍັງບໍ່ມີຮອດບ່ອນຢູ່ ເວົ້າແລ້ວເປັນຕາອີກຕົນເຂົາເຈົ້າແທ້ໆ

 ຕາມທີ່ທ່ານ  KPS ກ່າວມານັ້ນມີຫຼາຍບ່ອນຢູ່ທີ່ຖືກກັບຄວາມເປັນຈີງ, ເປັນຕົ້ນວ່າ: ໃຫ້ປະຊາຊົນ

ທີ່ຢູ່ເຂດເປົ້າໝາຍທີ່ຖືກຍົກຍ້າຍອອກໄປນັ້ນເອົາລົດຕຸກໆ ຫຼື ວ່າເຮືອມາແລ່ນໄດ້ອັນນີ້ມີ

ແທ້ແຕ່ສ່ວນໃຫ່ຍແລ້ວຈະເຫັນແຕ່ມີຄົນພະມ້າເທົ່ານັ້ນ ຄົນລາວເຮົາທີ່ມາແລ່ນລົດຫຼືເຮືອ

ຂ້າມຟາກຂອງແມ່ນມີບໍ່ຮອດ 10 ຄົນຊ້ຳ. ສ່ວນເລື້ອງການປູທາງເບ່ຕົ່ງຈາກນ້ຳເກິ່ງເຂົ້າຫາເຂດຄາຊິ

ໂນແມ່ນມັນເປັນຂອງຕາຍຢູ່ແລ້ວເພາະຖ້າບໍ່ສ້າງ  ແນ່ນອນວ່າແຂກທີ່ມາຫຼິ້ນການພະນັນຢູ່ທີ່ນັ້ນ

ສ່ວນໃຫ່ຍແລ້ວແມ່ນເດີນທາງມາຈາກຈີນໂດຍຜ່ານດ່ານບໍ່ເຕ່ນຂອງແຂວງຫຼວງນ້ຳທາ ແລ້ວເຮົາລອງຄິດ

ເບີ່ງວ່າຖ້າເຂົາເຈົ້າບໍ່ສ້າງພື້ນຖານອຳນວຍຄວາມສະດວກໄວ້ຮອງຮັບແຂກແລ້ວມັນຈະເປັນແນວໃດ? ແຕ່

ກໍ່ບໍ່ມີໃຜດ໋ອກປູກໝາກໂດຍທີ່ບໍ່ຫວັງຜົນ ທັ້ງໆທີ່ເສັ້ນທາງນັ້ນຕ້ອງຜ່ານຕົວເມືອງຢູ່ແລ້ວ

ແຕ່ເປັນຫຍັງເຂົາເຈົ້າຈື່ງຕັດອ້ອມໄປຫາເຂດຂອງເຂົາເລີຍໂດຍທີ່ບໍ່ຜ່ານຕົວເມືອງເລີຍ.

ສ່ວນທີ່ວ່າຈັດສັນດາວຊາວໃຫ້ຂາຍເຄື່ອງນັ້ນບໍ່ແມ່ນຈັດໃຫ້ຂາຍຟຣີໆເດີ່ ຜູ້ທີ່ຈະຂາຍຢູ່

ທີ່ນັ້ນຕ້ອງຈ່າຍຄ່າເຊົ່າໃຫ້ພວກນາຍທຶນຈີນທີ່ມາສຳປະທານດັ່ງໂຄງການດັ່ງກ່າວ ສ່ວນຮ້ານທີ່ຂາຍ

ເຄື່ອງຢູ່ດອນຊາວນັ້ນສ່ວນຫຼາຍຈະແມ່ນແຕ່ຮ້ານຄົນຈີນ ຮ້ານຄົນລາວເຮົາມີບໍ່ຮອດ 15 ຮ້ານຊ້ຳ

ເພາະຄ່າເຊົ່າແພງເກີນຄວາມສາມາດທີ່ຈະຈ່າຍໄດ້ ຈະມີແຕ່ຄວາມຄົວຜູ້ໃຫ່ຍນາຍໂຕເທົ່ານັ້ນທີ່ສາ

ມາດໄປຂາຍເຄື່ອງຢູ່ທີ່ນັ້ນໄດ້ເພາະເພິ່ນເປັນລູກແຫຼ້ງຕີນມືໃຫ້ພວກນາຍທຶນດັ່ງກ່າວ ໂດຍສະເພາະ

ທີ່ເຫັນຂາຍກັນຢູ່ຫຼັກໆຕອນນີ້ກໍ່ມີຮ້ານຂອງ ທ່ານ ຄຳເງິນ ແສນຄຳລື ຮອງຫົວໜ້າກອງບັນຊາການ

ປ.ກ.ສ ເມືອງ ແລະ ທ່ານ ນ.ຫອມ ຮອງຄະນະພັກເມືອງ ເວົ້າສ່ຳນີ້ຄົງເດົາອອກວ່າເພິ່ນເປັນຫຍັງຈື່ງມີ

ຄວາມສາມາດຢູ່ໄດ້.

ສ່ວນການຍົກຍ້າຍເຮືອນຊານບ້ານຊ່ອງທີ່ທ່ານເວົ້າວ່າມີການຊົດເຊີຍໃຫ້ໂດຍການຕັ້ງໃຫ້ໄປຢູ່ບ່ອນ

ໃໝ່ໃນມູນຄ່າ 500.000.000 ກີບນັ້ນແມ່ນບໍ່ຖືກກັບຄວາມເປັນຈີງ ເພາະວ່າວັດສະດຸທີ່ນຳມາໃຊ້ນັ້ນ

ເປັນເກດຕຳ່ ມູນຄ່າທີ່ເຂົາເຈົ້າເວົ້າມານັ້ນເພື່ອເປັນການໂນ້ມນ້າວໃຫ້ປະຊາຊົນອອກຈາກຖິ່ນຖານ

ເດີມເທົ່ານັ້ນ ແລະ ທີ່ສຳຄັນ ກໍ່ແມ່ນສ້າງແບບເຮືອນຫ້ອງແຖວໝົດພາຍໃນບ້ານແມ່ນເຮັດແບບດຽວ

ກັນໝົດເຊີ່ງມັນບໍ່ຖືກກັບຄວາມເພີງພໍໃຈຂອງຜູ້ຢູ່ອາໄສເລີຍ ແຕ່ຖ້າຄອບຄົວໃດຫາກບໍ່ອອກຈາກສະ

ຖານທີ່ໆເພິ່ນຕ້ອງການ ເພິ່ນກໍ່ຈະຊົດເຊີຍໃຫ້ຄອບຄົວພຽງແຕ່ 20.000 ບາດເທົ່ານັ້ນເມືອ່ເຖີງເວ

ລາກໍ່ມາທັບເຮືອນຖິ້ມເລີຍ ທັ້ງໆທີ່ວ່າເຮືອນດັ່ງກ່າວມີລາຄາຂາຍຕາມທ້ອງຕະຫຼາດແມ່ນມີລາຄາສູງ

ກວ່າຫຼາຍເທົ່າຕົວ. ທຸກມື້ນີ້ເຂົາເຈົ້າຍັງບໍ່ມີຄວາມລົດລະທີ່ຈະຂະຫຍາຍໄປເອົາເນື້ອທີ່ດິນ

ບ້ານອື່ນທີ່ຢູ່ອ້ອມຂ້າງນັ້ນອີກຕື່ມສອງບ້ານນັ້ນກໍ່ຄືບ້ານສີບູນເຮືອງ ແລະ ບ້ານມ່ວງຄຳ ໂດຍ

ໃຊ້ທຸກຮູບແບບກົນອຸບາຍວິທີເກົ່າ ແຕ່ໜ້າເສຍດາຍມັນບໍ່ສຳເລັດ ຍ້ອນປະຊາຊົນສອງບ້ານທີ່ວ່າມາ

ນັ້ນຮູ້ໄສຮູ້ພຸງການນຳພາກລັດແລະພວກນາຍທຶນໝົດແລ້ວ ຖ້າຈະເອົາເນື້ອທີ່ບ້ານຂອງເຂົາເຈົ້າແທ້

ໆເຂົາເຈົ້າກໍ່ຍອມອອກ ແຕ່ວ່າ..ຕ້ອງຈ່າຍຊົດເຊີຍ ໃຫ້ຄອບຄົວລະ 10.000.000 ບາດ ພ້ອມຈັດສັນບ່ອນຢູ່

ແລະທຳມາຫາກິນແບບດັ້ງເດີມໃຫ້ເຂົາເຈົ້າ ແຕ່ຖ້າຈະມາກົດຂີ່ຫຼືນາມຂູ່ໃຫ້ອອກຈາກຖິ່ນຖານຄືບ້ານ

ອື່ນທີ່ຜ່ານມາປະຊາຊົນໃນບ້ານເຖິງຂັ້ນອອກປາກວ່າຈະອອກເງິນກັນໄປຊື້ຮອດລົດເກາະລົດຖັງມາລົບຮອດ

ລັດຖະບານພຸ້ນໄດ໋(ອັນນີ້ໄດງິນມາແບບລັບໆ) ເພາະວ່າປະຊາຊົນພາຍໃນສອງບ້ານນີ້ເຂົາເຈົ້າມີຄວາມສາມມັກ

ຄີກັນແບບແໜ້ນໜຽວທີ່ຈະບໍ່ຍອມຖີ້ມຖິ່ນຖານທີ່ປູ່ຍ່າຕາຍາຍສ້າງໄວ້ໃຫ້

ເອົາລະມື້ນີ້ຂ້າພະເຈົ້າຂໍຈົ່ມສ່ຳນີ້ກ່ອນ ແລ້ວມື້ໜ້າຈະມາຈົ່ມໃຫ້ຟັງອີກ ຖ້າທ່ານໃດມີຂໍ້

ຂອງໃຈຫຼືໄປຂ້ອງແຂ່ງຂ້ອງຂາທ່ານໃດກະລະນາທັກທ້ວງໄດ້ເພາະຂ້າພະເຈົ້າເປັນຄົນທ້ອງຖິ່ນນີ້ຢູ່ແລ້ວ!

 ຂ້າພະເຈົ້າຢາກປະກອບຄຳເຫັນເພີ່ມເຕີມໜ້ອຍໜື່ງທີ່ກ່ຽວຂ້ອງກັບບັນຫາທີ່ນາຍທືນຈີນກໍ່ສ້າງທາງປູເບຕົງແຕ່ບ້ານນ້ຳເກີ່ງ ຫາ ບ່ອນກາຊີໂນ

ແລະ ການກໍ່ສ້າງປ້ອງກັນເຈື່ອນລຽບຕາມຕາຝັ່ງນ້ຳຂອງ. ຖ້າຈະຕັ້ງຄຳຖາມວ່າ: ປະຊາຊົນ ກໍ່ຄືສັງຄົມໄດ້ຮັບຜົນປະໂຢດບໍ່ ຈາກການພັດທະນາອັນນີ້?

ຂ້າພະເຈົ້າກໍ່ຍອມຮັບວ່າ: ສັງຄົມສ່ວນລວມໄດ້ຮັບຜົນປະໂຍດແນ່ນອນ, ການກໍ່ສ້າງຈະຕ້ອງດີກວ່າບໍ່ກໍ່ສ້າງແນ່ນອນ. ແຕ່ສີ່ງທີ່ສັງຄົມຍັງມີຄຳຖາມຢູ່ນັ້ນ

ກໍ່ຄື: ເປັນຫຍັງເງີນທີ່ນາຍທືນຈີນເອົາມາກໍ່ສ້າງ 2 ກິດຈະການດັ່ງກ່າວນີ້ຈື່ງຖືວ່າເປັນເງີນໃຫ້ລັດຖະບານກູ້ຢືມ?. ໝາຍຄວາມວ່ານາຍທືນຈີນລົງທືນກ່ອນ

ລັດຖະບານຊຳລະໃຫ້ພາຍຫລັງ ດ້ວຍລາຄາທີ່ແພງກວ່າໂຄງການທົ່ວໄປ ທັງຄຸນນະພາບຕ່ຳ. ຖ້າຫາກວ່າເງີນຄ່າກໍ່ສ້າງກິດຈະການດັ່ງກ່າວນີ້ ຫາກຢູ່ໃນຮ່ວງ

ສຳປະທານ ຫລື ຢ່າງໜ້ອຍກໍ່ແບບມີສ່ວນຮ່ວມ ແລ້ວ ສັງຄົມກໍ່ຄົງຈະບໍ່ມີຄຳຖາມເນາະ. ຖ້າທ່ານຜູ້ໃຫ້ຄຳເຫັນຢູ່ຂ້າງເທີງນີ້ເປັນຄົນທ້ອງຖີ່ນນັນຄືດັ່ງທ່ານກ່າວມານັ້ນ,

ກໍ່ຂໍແນະນຳທ່ານຖາມລາຍລະອຽດນຳ ພະແນກ ແຜນການ ການລົງທືນ ແລະ ພະແນກ ໂຍທາ ຂແງ ແຂວງ ຈະມີລາຍລະອຽດຢູ່ຫັ້ນທັງໝົດ

 ຕາທີ່ທ່ານກ່າວມາມາວ່າປະຊາຊົນສ່ວນໃຫ່ຍໄດ້ຮັບຜົນປະໂຫຍດຈາກການສ້າງເສັ້ນທາງ ແລະ ການຕ້ານເຈື່ອນລຽບຕາມແມ່ນ້ຳຂອງ. ແນ່ນອນລະ! ຖ້າບໍ່ຕ້ານເຈື່ອນອານາຄົດຂ້າງໜ້າກໍ່ອາດສົ່ງຜົນ

ກະທົບຕໍ່ເຂດການຄຸ້ມຄອງເຂົາເຈົ້າໂດຍຕົງ ແລະ ທີ່ສຳຄັນມັນເຂດເປົ້າໝາຍຕໍ່ໄປທີ່ເຂົາເຈົ້າຈະຄອບຄອງໂດຍທີ່

ບໍ່ຊອບທຳ ທ່ານຮູ້ບໍ່ວ່າທຸກມື້ນີ້ວິຊາການແລະຄົນງານກຳມະກອນທີ່ໄປເຮັດວຽກຢູ່ບ່ອນດັ່ງກ່ວນັ້ນເຖີງຂັ້ນ

ຂໍກຳລັງທະຫານທ້ອງຖິ່ນໄປເພື່ອເປັນໄມ້ກັນໝາໃຫ້ ເຫດຜົນກໍ່ງ່າຍໆຍ້ອນວ່າປະຊາຊົນຢູ່ບໍ່ລິເວນນັ້ນເຂົາຮູ້

ດີວ່າອີກບໍ່ດົນກໍ່ຈະເປັນຄືເຂດອື່ນທີ່ຜ່ານມາ ດັ່ງນັ້ນຈື່ງມີປະຊາຊົນບາງກຸ່ມທີ່ບໍ່ສາມາດເພີ່ງພາອຳນາດ

ລັດໄດ້ ຈື່ງຕ້ອງເຮັດທຸກວິທີທາງເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທຳຂອງຕົນເອງໄວ້ ບໍ່ວ່າຈະເສຍເລືອດເນື້ອ

ສຳ່ໃດກໍ່ຕາມ ດັ່ງນັ້ນເມື່ອສະຖານະການບໍ່ອຳນວຍແລະບວກກັບຄວາມໂລບມາກໂລພາຂອງກຸ່ມຄົນທີ່ກ່ຽວຂ້ອງຈື່ງມີການຂໍ

ກຳລັງຕຳຫຼວດແລະທະຫານມາເປັນໄມ້ກັນມາໃຫ້

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard