Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: UPDATE ເສັ້ນທາງລົດໄຟ ລາວ ຫວຽດນາມ
Anonymous

Date:
UPDATE ເສັ້ນທາງລົດໄຟ ລາວ ຫວຽດນາມ


ເສັ້ນທາງລົດໄຟ ສະຫວັນ-ລາວບາວ ໂຄງການສຳປະທານຂອງບໍລິສັດ ໄຈແອັນ ຄອນໂຊລິເດັດ ຈຳກັດ ປະເທດມາເລເຊຍ ອາດບໍ່ພຽງສ້າງ
ຄວາມສະດວກໃນການຈໍລະຈອນສິນຄ້າ ແຕ່ຈະເປັນການສ້າງວຽກເຮັດງານທຳຂອງປະຊາຊົນທ້ອງຖິ່ນ ປະກອບສ່ວນເຂົ້າໃນການລຶບລ້າງຄວາມ
ທຸກຍາກ.
ທ່ານ ຢູຫາວ ອາຍຊິງຈືໂຫຼ ຜູ້ຄຸ້ມຄອງເລື່ອງການອອກແບບ ແລະ ຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟ ສະຫວັນນະເຂດ-ລາວບາວ ໄດ້ໃຫ້
ສຳພາດວ່າ: ໂຄງການສ້າງເສັ້ນທາງລົດໄຟ ສະຫວັນນະເຂດ-ລາວບາວ ທີ່ທາງບໍລິສັດ ໄຈແອັນ ຄອນໂຊລິເດັດ ຈຳກັດ ໄດ້ຮັບສຳປະທານຈາກ
ລັດຖະບານລາວ ເປັນທີ່ຮຽ​ບຮ້ອຍແລ້ວ ຊຶ່ງໂຄງການດັ່ງກ່າວແມ່ນເລີ່ມຈາກບ້ານໂພນສະຫວັນ ເມືອງໄກສອນ ພົມວິຫານ ໄປຫາຊາຍແດນລາວ
-ຫວຽດນາມ (ລາວບາວ) ມີຄວາມຍາວ 220 ກິໂລແມັດ ງົບປະມານການລົງທຶນ 5 ຕື້ໂດລາສະຫະລັດ (ປະມານ 40.000 ຕື້ກີບ) ງົບປະມານ
ດັ່ງກ່າວນັ້ນ ບໍ່ສະເພາະແຕ່ກໍ່ສ້າງເສັ້ນທາງລົດໄຟ ແຕ່ລວມທັງອົງປະກອບຕ່າງໆ ເຊັ່ນ: ສາງສິນຄ້າ ໂຮງແຮມ ຮ້ານຄ້າ ແລະ ສິ່ງເອື້ອອຳນວຍ
ຄວາມສະດວກຕ່າງໆໄ​ວ້ໃຫ້ບໍລິການ ລວມໄປເຖິງງົບປະມານໃນການຊົດເຊີຍກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ ທາງລົດໄຟແຫ່ງ
ນີ້ແມ່ນໄດ້ອອກແບບລະດັບຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະສາມາດຍົກລະດັບຂຶ້ນໄດ້ອີກ ປະກອບມີ 13 ສະຖານີ ນັບແຕ່ໂພນ
ສະຫວັນ ຫາ ລາວບາວ ໃນນັ້ນມີ 4 ສະຖານີໃຫຍ່ ສຳລັບການກໍ່ສ້າງແມ່ນ 4 ປີ ປັດຈຸບັນແມ່ນຍັງດຳເນີນການສຳຫຼວດທາງດ້ານເຕັກນິກ ຖ້າ
ສຳເລັດແມ່ນຈະເລີ່ມກ່ອນເດືອນມັງກອນ 2013 ແຕ່ຖ້າຫາກຜົນຂອງການສຳຫຼວດແລ້ວບໍ່ທັນ ກໍຈະເຍີ້ນໄປກໍ່ສ້າງຫຼັງລະດູຝົນຂອງປີໜ້າ. 
ບໍລິສັດໄດ້ມີການລົງສຳຫຼວດແມ່ນເລີ່ມປີ 2008 ເປັນຕົ້ນມາ ຊຶ່ງໄດ້ມີການອອກແບບ ແລະ ໄດ້ຮັບການເຊັນສັນຍາສຳປະທານ ໃນວັນທີ 5 ພະ
ຈິກຜ່ານມາ ເຫັນໄດ້ວ່າ ປະເທດລາວ ມີການຂຸດຄົ້ນດ້ານບໍ່ແຮ່ ກະສິກຳຕ່າງໆ ເຮັດໃຫ້ການຂົນສົ່ງມີຄວາມລຳບາກ ໂຄງການດັ່ງກ່າວແມ່ນແນ
ໃສ່ເພື່ອເຮັດໃຫ້ການຂົນສົ່ງສິນຄ້າໄປຫາປະເທດຕ່າງໆ ຊຶ່ງເມື່ອກ່ອນການສົ່ງສິນຄ້າ ກໍຄືການຈໍລະຈອນສິນຄ້າຈາກລາວ ໄປຫາປະເທດຕ່າງໆ ຫຼື
ເປັນທາງຜ່ານໃນການຂົນສົ່ງສິນຄ້າຈາກປະເທດອື່ນໆ ແລະ ຈະເຮັດໃຫ້ ສປປ ລາວ ມີທາງອອກສູ່ທະເລ.
ທ່ານ ຢູຫາວ ອາຍຊິງຈືໂຫຼ ກ່າວຕື່ມວ່າ: ໂຄງການດັ່ງກ່າວບໍ່ສະເພາະສ້າງຄວາມສະດວກສະບາຍໃນການຂົງສົ່ງສິນຄ້າເທົ່ານັ້ນ ແຕ່ຍັງເປັນການ
ປະກອບສ່ວນໃນການສ້າງວຽກເຮັດງານທຳໃຫ້ກັບພໍ່ແມ່ປະຊາຊົນໃນທ້ອຖິ່ນ ໂດຍສະເພາະໃນການບໍລິການ ບໍ່ວ່າຈະເປັນໂຮງແຮມ ຮ້ານອາຫານ
ແລະ ອື່ນໆ ທີ່ຍັງຕ້ອງການບຸກຄະລາກອນເປັນຈຳນວນຫຼວງຫຼາຍ ໃນເບື້ອງຕົ້ນແມ່ນຕ້ອງການແຮງງານເຂົ້າເຮັດວຽກຫຼາຍຮ້ອຍຄົນ ແລະ ອາດ
ເຖິງ 10 ພັນຄົນໃນອະນາຄົດ.
ສ່ວນເລື່ອງການຂະຫຍາຍເສັ້ນທາງອັນທີ່ຂ້ອນຂ້າງແນ່ນອນ ແມ່ນຈະສ້າງແຕ່ລາວບາວ ເຂົ້າໄປຫາຕົວເມືອງດົງຮາ ແຂວງກວາງຈິ ມີໄລຍະທາງ
40 ກວ່າກິໂລແມັດ ແລະ ຍັງຈະສ້າງໃຫ້ມີທ່າເຮືອໃນແຂວງດັ່ງກ່າວ ສ່ວນການຂະຫຍາຍພາຍໃນປະເທດ ແລະ ເຊື່ອມຈອດກັບໄທ ແມ່ນຍັງບໍ່
ທັນມີແຜນການ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard