Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປີນີ້ໃຜຢາກເຫັນການປູກຝິ່ນໃຫ້ມາເມືອງລອງ ແຂວງຫຼວງນ້ຳທາເດິ!
Anonymous

Date:
ປີນີ້ໃຜຢາກເຫັນການປູກຝິ່ນໃຫ້ມາເມືອງລອງ ແຂວງຫຼວງນ້ຳທາເດິ!

ff-113.jpg

ff-127.jpgff-113.jpg

__________________
Anonymous

Date:
RE: ປີນີ້ໃຜຢາກເຫັນການປູກຝິ່ນໃຫ້ມາເມືອງລອງ ແຂວງຫຼວງນ້ຳທາເດິ!

 ff113m.jpg

ff127.jpg

__________________

Senior Member

Status: Offline
Posts: 140
Date:

ກະດຽວວ່າເພິ່ນບໍ່ໃຫ້ປູກລະ ບໍ່ແມ່ນບໍ່?

__________________
Anonymous

Date:

ດິແລ້ວປູກໄດ້ການປູກຝີ່ນມັນດີກ່ວາການປູກເຂົ້າເພາະວ່າລາຄາເຂົ້າຖຶກກ່ວາຝິ່ນຂາຍຝີ່ນໄດ້ຄ່ອຍເອົາໄປຊີ້ເຂົ້າຝີ່ນໜຶ່ງກິໂລໄດ້ເຂົ້າ3ໂຕນທ່ານລອງຄິດຊາວບ້ານຊິປູກຫັຍງ

__________________
Anonymous

Date:

Champa wrote:

ກະດຽວວ່າເພິ່ນບໍ່ໃຫ້ປູກລະ ບໍ່ແມ່ນບໍ່?

 ປູກໄດ້ແບບສະບາຍ ແຕ່ວ່າຕ້ອງໄດ້ຈ່າຍພາສີໃຫ້ພາກສ່ວນທີ່ກ່ຽວຂ້ອງ

ແບບລັບໆ, ຕາມການສອບຖາມຊາວບ້ານທີ່ປູກແມ່ນຄອບຄົວໜື່ງຕ້ອງຈ່າຍ

ໃຫ້ກັບພາກສ່ວນທີ່ວ່ານັ້ນ 500,000 ກີບ ຂື້ນໄປຕໍ່ 1 ລະດູການປູກ

ສ່ວນຈະຕ້ອງຈ່າຍໜ້ອຍຫຼືຫຼາຍຂື້ນກັບເນື້ອທີ່  ທີ່ປູກ ປະຈຸບັນນີ້ເລີ້ມໃຫ່ຍພໍ

ເອົາໃບມັນມາກັບລາບປາໄດ້ແລ້ວໄດ໋ຄິດວ່າອີກບໍ່ດົນກໍ່ຈະທຳການປາດເອົາຢາງຝິ່ນແລ້ວ.

ff095.jpg

ff089.jpg

ff100.jpg

__________________
Anonymous

Date:

Anonymous wrote:

 ຄັນບໍ່ໃຫ້ເຂົາປູກຊິໃຫ້ເຂົາເອົາເງີນມາແຕ່ໃສຊື້ເຂົ້າຊື້ນ້ຳ ຄັນບໍ່ໃຫ້ປູກແທ້ ກະຕ້ອງຫາທາງຊ່ວຍເຫຼືອເຂົາເຈົ້າຫຼືຫາວຽກເຮັດງານທຳໃຫ້ເຂົາເຈົ້າ

ໃຫ້ມີລາຍໄດ້ ຖ້າເຂົາມີລາຍໄດ້ແລ້ວການປູກຝິ່ນກະຕ້ອງຫຼຸດລົງ ແຕ່ຖ້າຍັງມີການປູກຕໍ່ສະແດງວ່າເປັນການຄ້າສິ່ງເສບຕິດແລ້ວ.

ສ່ວນຫຼາຍການຊ່ວຍເຫຼືອປະຊາຊົນລັງຈາກເຊົາປູກຝິ່ນກະເຫັນແຕ່ດໍແຕ່ທຳອິດ ຈັກວ່າງກະມິດອີ່ມຊີ່ມ

ປະຊາຊົນເຂົາກະກັບມາເຮັດອີກແລະ ໃນເມື່ອເຂົາບໍ່ກຸ້ມກີນ.

__________________
Anonymous

Date:

Oh shiet!! They're raiding my cash crop. I thought I paid those cops off, greedy bastards!

__________________
Anonymous

Date:

ບ່ອນໃດມີລາວສູງ ບ່ອນຫັ້ນມີຢາຝີ່ນ ຈົບ

__________________
Anonymous

Date:

Anonymous wrote:

ບ່ອນໃດມີລາວສູງ ບ່ອນຫັ້ນມີຢາຝີ່ນ ຈົບ

 ໂອ໋..ຢູ່ບ່ອນທີ່ເຂົາເຈົ້າກຳລັງປູກແມ່ນບໍ່ມີລາວສູງອາໄສຢູ່ເລີຍ

70% ຂອງພົນລະເມືອງທົ່ວເມືອງແມ່ນຊົນເຜົ່າອາຂ່າ (ກໍ່)

ເພາະບ່ອນທີ່ປູກນັ້ນຢູ່ຕິດລະຫວ່າງຊາຍແດນລາວ,ຈີນ,ພະມ້າ

ເມື່ອເວລາເກັບກ່ຽວໄດ້ແລ້ວກໍ່ຈະມີພໍ່ຄ້າຊາວຈີນແລະພະມ້າທີ່

ເປັນຄົນຊົນເຜົ່າດຽວກັນມາຮັບຊື້ຮອດເຮືອນເລີຍ. ຄັນຊິເວົ້າແລ້ວ

ເຂົາເຈົ້າຂາຍຝິ່ນກໍ່ບໍ່ຕ່າງຫຍັງຄືກັບຂາຍຜັກຂາຍໝີ່ນີ້ລະ ຖ້າມີ

ແຂກຕ່າງບ້ານຊາວຕ່າງເມືອງມາຢາມ ທຳອິດທີ່ຕ້ອນຮັບກໍ່ແມ່ນ

ເອົາຝິ່ນນີ້ລະມາໃຫ້ລອງສູບ ຂ້າພະເຈົ້າກໍ່ເຄີຍເທື່ອໜື່ງຍ້ອນປະ

ຕິເສດບໍ່ໄດ້ ກໍ່ເພາະວ່າເຮົາລົງເຮັດວຽກນຳຊຸມຊົນ ຖ້າບໍ່ສ້າງຄວາມ

ເຊື່ອໃຈໃຫ້ເຂົາໃຫ້ເຂົາເຫັນແລ້ວກໍ່ເປັນການຍາກທີ່ເຂົາຈະໃຫ້ຂໍ້ມູນ

ແລະການຮ່ວມມືນຳເຮົາ. ແຕ່ທີ່ຮ້າຍແຮງກວ່ານັ້ນພວກເຈົ້າໜ້າທີ່

ທີ່ກ່ຽວຂ້ອງລົງໄປເກັບພາສີໃນການປູກຫາກຄອບຄົວໃດບໍ່ມີເງີນຈ່າຍ

ໃຫ້ເທື່ອກໍ່ຕ້ອງແມ່ນໄດ້ເອົາລູກສາວຈ່າຍໃຫ້ແທນໂດຍເອົາໄປນອນ

ນຳຈົນກວ່າເຂົາຈະພໍໃຈດັ່ງທີ່ຮູບຂ້າງລ່າງນັ້ນແມ່ນປະກົດການທີ່ບໍ່

ມີວັນຈະຈາງຫາຍໄດ້ ຖ້າຫາກກາບໃດທີ່ພວກຊາວບ້ານບໍ່ຢຸດຕິການປູກຝິ່ນ

คลิก!คลิก!คลิก!คลิก!

__________________
Anonymous

Date:

Anonymous wrote:

ff-113.jpg

ff-127.jpgff-113.jpg

คัก คัก

__________________
Anonymous

Date:

ພັກ .. ລັດ  !? ເຮັດຫຍັງຢູ່ ????????????????????????????????

ກະລູນາ ປົດປ່ອຍພວກເຂົາເຈົ້າອອກຈາກໂລກອັນປ່າເຖື່ອນແນວນີ້ໄວໆເທີ້ນ

ເຫັນແລ້ວ ໜ້າສົງສານຫຼາຍ

ຂໍໃຫ້ເຫັນແກ່ປະຊາຊົນແດ່ເທີ້໋ນ

 ຄວາມຈີງແລ້ວພັກແລະລັດຖະບານ ເພີ່ນກໍ່ມີນະໂຍບາຍໃນການຫຼຸດຜ່ອນການປູກຝີ່ນໃນແຕ່ລະປີຢູ່ແລ້ວ

ແຕ່ບັນຫາສຳຄັນແມ່ນບໍ່ມີອາຊີບຮອງຮັບໃຫ້ເຂົາເຈົ້າ ດັ່ງນັ້ນເມື່ອຂາດລາຍຮັບບໍ່ມີເງີນໄປຊື້ຢຸກຢາມາປົວພະ

ຍາດໃນຍາມເຈັບເປັນແລະຊື້ເຄື່ອງໃຊ້ສອຍທີ່ຈຳເປັນ ຊາວບ້ານສ່ວນໃຫ່ຍຈື່ງພາກັນຫັນໄປຖ່າງປ່າເພື່ອປູກ

ຝີ່ນບວກກັບຄວາມບໍ່ເອົາໃຈໃສ່ແລະການສວຍໃຊ້ໜ້າທີ່ໃນການຄວບຄຸມເພື່ອຫາຜົນປະໂຫຍດໃສ່ໂຕເອງ

ແລະພວກພ່ອງຂອງຕົນເອງ ເງິນທີ່ຂັ້ນເທິງສົ່ງມາໃຫ້ໃນການໄປເສີມສ້າງພັດທະນາອາຊີບໃຫ້ຊາວບ້ານແບບ

ຢືນຍົງເພື່ອວ່າຕໍ່ໄປຂ້າງໜ້າເຂົາເຈົາຈະໄດ້ຢຸດຕິການປູກຝິ່ນແບບຖາວອນ ແຕ່ພໍມາຮອດຕົວຈີງເງິນກໍ່ເຮ່ຍມາ

ຕາມທາງ(ເຮ່ຍເຂົ້າຖົງ) ຍົກຕົວຢ່າງງ່າຍໆ ງົບປະມານທີ່ຂັ້ນເທິງໃຫ້ມາ ໜື່ງຮ້ອຍລ້ານພໍເອົາມານຳໃຊ້ຕົວ

ຈີງພັດມີແຕ່ສາມສິບລ້ານ ແລ້ວອີກ ເຈັດສິບລ້ານຫາຍໄປໃສ? ບໍ່ບອກທ່ານກໍ່ຄົງພໍຈະເດົາອອກເນາະ.

ຮູບຂ້າງລຸ່ມຜູ້ຊາຍທີ່ພວມກອດຄໍສູກສາວຊາວບ້ານຜູ້ທີ່ບໍ່ມີເງິນຈ່າຍພາສີເຖື່ອນເພື່ອແລກກັບການປູກຝິ່ນ

ເປັນຄະນະພັກເມືອງ ແລະ ມີຕຳແໜ່ງໜ້າທີ່ເປັນຮອດຫົວໜ້າຫ້ອງການ ແຕ່ພັດໄປມີສ່ວນຮ່ວມນຳຂະບວນ

ການນີ້ ປະຈຸບັນຜູ້ກ່ຽວມີເຮືອນຫຼັງໃຫ່ຍງາມປານພະລາດຊະວັງ ຄົງເດົາອອກວ່າເອົາເງິນໃສມາສ້າງສ່ຳ

ເງິນເດືອນນັ້ນອາຍຸການພະນັກງານກໍ່ຄົງບໍ່ສາມາດຈະມາສ້ງໄດ້ດ່ອກ (ມື້ໜ້າຊິຖ່າຍເອົາຮູບເຮືອນມາໃຫ້ເບີ່ງ

ວ່າມີແທ້ບໍ່)

คลิก!

__________________
Anonymous

Date:

Anonymous wrote:
Anonymous wrote:

ບ່ອນໃດມີລາວສູງ ບ່ອນຫັ້ນມີຢາຝີ່ນ ຈົບ

 ໂອ໋..ຢູ່ບ່ອນທີ່ເຂົາເຈົ້າກຳລັງປູກແມ່ນບໍ່ມີລາວສູງອາໄສຢູ່ເລີຍ

70% ຂອງພົນລະເມືອງທົ່ວເມືອງແມ່ນຊົນເຜົ່າອາຂ່າ (ກໍ່)

ເພາະບ່ອນທີ່ປູກນັ້ນຢູ່ຕິດລະຫວ່າງຊາຍແດນລາວ,ຈີນ,ພະມ້າ

ເມື່ອເວລາເກັບກ່ຽວໄດ້ແລ້ວກໍ່ຈະມີພໍ່ຄ້າຊາວຈີນແລະພະມ້າທີ່

ເປັນຄົນຊົນເຜົ່າດຽວກັນມາຮັບຊື້ຮອດເຮືອນເລີຍ. ຄັນຊິເວົ້າແລ້ວ

ເຂົາເຈົ້າຂາຍຝິ່ນກໍ່ບໍ່ຕ່າງຫຍັງຄືກັບຂາຍຜັກຂາຍໝີ່ນີ້ລະ ຖ້າມີ

ແຂກຕ່າງບ້ານຊາວຕ່າງເມືອງມາຢາມ ທຳອິດທີ່ຕ້ອນຮັບກໍ່ແມ່ນ

ເອົາຝິ່ນນີ້ລະມາໃຫ້ລອງສູບ ຂ້າພະເຈົ້າກໍ່ເຄີຍເທື່ອໜື່ງຍ້ອນປະ

ຕິເສດບໍ່ໄດ້ ກໍ່ເພາະວ່າເຮົາລົງເຮັດວຽກນຳຊຸມຊົນ ຖ້າບໍ່ສ້າງຄວາມ

ເຊື່ອໃຈໃຫ້ເຂົາໃຫ້ເຂົາເຫັນແລ້ວກໍ່ເປັນການຍາກທີ່ເຂົາຈະໃຫ້ຂໍ້ມູນ

ແລະການຮ່ວມມືນຳເຮົາ. ແຕ່ທີ່ຮ້າຍແຮງກວ່ານັ້ນພວກເຈົ້າໜ້າທີ່

ທີ່ກ່ຽວຂ້ອງລົງໄປເກັບພາສີໃນການປູກຫາກຄອບຄົວໃດບໍ່ມີເງີນຈ່າຍ

ໃຫ້ເທື່ອກໍ່ຕ້ອງແມ່ນໄດ້ເອົາລູກສາວຈ່າຍໃຫ້ແທນໂດຍເອົາໄປນອນ

ນຳຈົນກວ່າເຂົາຈະພໍໃຈດັ່ງທີ່ຮູບຂ້າງລ່າງນັ້ນແມ່ນປະກົດການທີ່ບໍ່

ມີວັນຈະຈາງຫາຍໄດ້ ຖ້າຫາກກາບໃດທີ່ພວກຊາວບ້ານບໍ່ຢຸດຕິການປູກຝິ່ນ

คลิก!คลิก!คลิก!คลิก!

 ເປັນຕາອີຕົນ ສົມນ້ຳໜ້າ ລະບອບການປົກຄອງຂອງລັດເດ ງາມໜ້າລະບໍເປັນແນວນີ້

1. ເປັນຕາອີ່ດູຕົນປະຊາຊົນ ຜູ້ດ້ອຍໂອກາດ ແລະ ກະໜ້າເຫັນໃຈເຂົາເຈົ້າບໍ່ມີເງີນພາສີຊ່ວຍ(ຊ່ວຍຄົນມີອຳນາດໃຫ້ລວຍກວ່າເກົ່າ) ຈຳເປັນຕ້ອງເອົາລູກສາວໄປຂັດດອກເພື່ອແລກກັບອີກຫຼາຍປາກທ້ອງ ຫຼາຍຊີວິດທີ່ຍັງຫາຍໃຈຢູ່.

2.ເປັນຕາສົມນ້ຳໜາ້ອຳນາດການປົກຄອງລັດ ຖອ້ງຖິ່ນເດ ປານນັ້ນ ລັດຖະບານ ປະກາດ ຊິລົບລ້າງຄວາມທຸກຍາກ ເປັນຈັ່ງຊີ້ອີກ ພັນປີກະຍັງຊິບໍ່ຈະເລີນດອກ.ມີແຕ່ພາກັນສໍ້ລາດບັງຫຼວງ ອາໃສອຳນາດໜ້າທີ່ຂູດຮີດປະຊາຊົນ ຜູ້ບໍ່ມີທາງສູ້ ຂູດຈົນເຫັນເລືອດ (ນ້ຳຕາຂອງຜູ້ເປັນ ພໍ,ແມ່ ພີ່ນ້ອງ)

 ພວກນີ້ມັກແທ້ໆຂູດຮີດຂົ່ມເຫັງປະຊາຊົນ.ເກີດເປັນຂ້າລາດສະການ ເສຍຊາດໝາໝົດ ຖ້າມີພັກນັກງານ ແບບນີ້ ເອົາໝາມາເປັນແທນຊະ

ຊ່ວຍກັນ Share ຮູບພາບເຫຼົ່ານີ້ໃຫ້ຫຼາຍໆແນ່ເດີ ຂ້ອຍກະເປັນອີກຜູ້ໜຶ່ງແລະທີ່ບໍ່ມັກເຈົ້າໜ້າເອົາປຽບປະຊາຊົນຄືແບນີ້

ເຖີງເວລາແລ້ວທີ່ຄົນລາວເຮົາຄວນປົກປ້ອງ ແລະຊ່ວຍເຫຼືອຄົນລາວດ້ວຍກັນເອງໃຫ້ຫຼຸດພົ້ນອອກຈາກບັນຫາໄພສັງຄົມແບບນີ້

__________________
Anonymous

Date:

ຂ້ອຍບໍ່ເຂົ້າໃຈເປັນຫັຍງຈຶ່ງຕ້ອງມາໃສ່ຮ້າຍປ້າຍສີປະເທດຊາດ ແລະດູໝິ່ນປະໝາດຊົນເຜົ່າສ່ວນນ້ອຍປານນີ້ ຈຸດປະສົງຂອງເຈົ້າຕັງກະທູ້ນີ້ເພື່ອຫັຍງ? ເຈົ້າຄັບແຄ້ນໃຈໃຫ້ຄະນະພັກເມືອງຜູ້ນັ້ນ ຄັນວ່າເຈົ້າມີຫຼັກຖານພຽງພໍເຖິງພຶດຕິກຳຊົ່ວຂອງລາວ ຫາກເປັນຄືເຈົ້າເວົ້າ ເຈົ້າກໍ່ສົ່ງຂໍ້ມູນຜ່ານໄປສະນີ ຫຼື ຜ່ານຕູ້ຮັບຄຳຕິຊົມ ຫາເຈົ້າແຂວງຫຼວງນ້ຳທາໂລດ ຂ້ອຍເຊື່ອ 1000% ເພິ່ນຕ້ອງແຕ່ງຕັ້ງຄະນະລົງສືບສວນລາວ ຄັນມີຄວາມຈິງເຂົາບໍ່ເອົາໄວ້ດອກ ອັນນີ້ເຈົາມາປ່າວປະກາດຢູ່ເວບນີ້ມັນເສຍພາບພົດຂອງປະເທດ, ເປັນການລະເມີດສິດທິສ່ວນຕົວຂອງເຈົ້າຂອງຮູບໂດຍສະເພາະຮູບຍິງສາວ ຄັນແມ່ນຮູບລູກສາວເຈົ້າແລ້ວເຈົ້າຈະຮູ້ສຶກ. ສ່ວນການກະທຳຂອງເຈົ້າຄິດບໍ່ວ່າຕຳລວດລາວຊີ່ບໍ່ສາມາດຊອກຫາທີ່ມາຂອງເຈົ້າໄດ້ ຂ້ອຍເຕືອນດ້ວຍຄວາມຫັວງດີ.

ສ່ວນການລັບລອບປູກຝິ່ນຢູ່ເຂດຫ່າງໄກສອກຫຼີກນັ້ນ ທາງການລາວກໍ່ຍອມຮັບ ແລະໄດ້ນຳພາຕົວແທນ UNODC ໄປກວດກາຕົວຈິງ ແລະປັນຫາກໍ່ຍ້ອນບໍ່ສາມາດສະໜອງອາຊີບທົດແທນໃຫ້ເຂົາເຈົ້າ, ສ່ວນຮູບທີ່ເອົາມາລົງຂ້ອຍຄິດວ່າເປັນການລົງໄປກວດກາພື້ນທີ່ຕົວຈິງຂອງເຈົາໜ້າທີ່ ແລ້ວຮູບທີ່ພວກເພິ່ນຕັດຕົ້ນຝິ່ນຖີ້ມເຈົາຄືບໍ່ເອົາມາລົງ ນີ້ແມ່ນເຈດຕະນາທີ່ບໍ່ດີເດີ ເຮັດໃຫ້ຄົນອື່ນເຂົ້າໃຈຜິດ. ສ່ວນວ່າມີການຮຽກເກັບພາສີປູກຝິ່ນ ໃຜບໍ່ມີເງີນແມ່ນເອົາລູກສາວໄປນອນນຳໃຊ້ໜີ້ ມັນບໍ່ມີດອກ, ເຈົ້າເວົ້າແນວນີ້ເປັນການທຳລາຍພາບພົດຂອງປະເທດ ທັງເປັນການດູໝິ່ນປະໝາດເຜົ່າ ອາຄ່ານຳອີກ, ອາຄາ ປະຈຸບັນບໍ່ໂງ່ດອກ ເປັນຮອງນາຍົກກໍ່ມີ (ທ່ານອາຊາງ ລາວລີ), ເປັນນາຍພົນກໍ່ມີ (ທ່ານ ອາລູ ວາລືຊົງ) ລອງມີໃຜໄປເຮັດຄືເຈົ້າວ່າກັບເຜົ່າອາຄາ ບໍ່ກາຍ 12ຊົ່ວໂມງ ຜູ້ນັ້ນຄໍຂາດ,​ໂດຍສະເພາະກັບເຜົ່າສ່ວນນ້ອຍລັດຖະບານແຮງໃຫ້ສິດທິພິເສດຢູ່ແລ້ວ. ອັນສ່ຳຖ່າຍຮູບນຳພວກຜູ້ສາວບ້ານນອກເຂົາມັກຢູ່ແລ້ວ ສ່ວນສາວເຜົ່າ ອາຄາ ເລື້ອງການກອດ ຂອງທຳມະດາ ຖ້າພໍໃຈເລື້ອງນອນນຳກັນກໍ່ທຳມະດາ ສຳຫຼັບຜູ້ທີ່ໄດ້ຜ່ານພິທີບ່ອງຮູມາແລ້ວ.

ເຊົາຫາເລື້ອງໃສ່ຕົວສາ.

__________________

Senior Member

Status: Offline
Posts: 140
Date:

ຂພຈ ລະຢ້ານແທນເຈົ້ານະ
ແຕ່ຊິເວົ້າ ຂພຈ ກະຍັງບໍ່ກ້າເລີຍ

 ຕ້ອງຂໍໂທດຂໍອາໄພທີ່ໄປຂ້ອງແຂ່ງຂ້ອງຂາທ່ານເດິ ການທີ່ຂ້າພະເຈົ້າຕັ້ງກະທູ້ນີ້ຂື້ນມາບໍ່ແມ່ນວ່າຕ້ອງການ

ໃສ້ຮ້າຍປ້າຍສີ ຫຼື ດູໝີ່ນປະໝາດປະເທດຊາດຂອງຕົນເອງ ແຕ່ວ່າຕ້ອງການສະທ້ອນບັນຫາດັ່ງກ່າວໃຫ້ຫຼາຍພາກສ່ວນ

ທີ່ມີສ່ວນກ່ຽວຂ້ອງໄດ້ຮັບຮູ້ແລະສະແດງອອກແນວຄິດເພື່ອຫາຊ່ອງທາງວິທີແກ້ໄຂບໍ່ໃຫ້ປະກົດການຫຍໍ້ທ້ນີ້

ເກີດຂື້ນແລະຊ້ຳເຮື້ອໃນໄລຍະຍາວ, ຢາກຖາມທ່ານຜູ້ທີ່ເຂົ້າມາອ່ານກະທູ້ນີ້ແດ່ວ່າ: "ຂ້າພະເຂົ້າຜິດບໍ່ທີ່ຕັ້ງກະ

ນີ້ເພື່ອເປັນການສ່ອງແສງປະກົດການຫຍໍ້ທໍ້ນີ້ໃຫ້ແກ່ພາກລັດແລະພາກສ່ວນທີ່ກ່ຽວຂ້ອງຮັບຮູ້"?

ສ່ວນທ່ານທີ່ຖາມວ່າມີຫຼັກທານບໍ່ເປັນຫຍັງບໍ່ເອົາໄປສະເໜເຈົ້າແຂວງ  ຍອມຮັບການນຳພັກລັດຫຼືພະນັກ

ງານລັດຫຼາຍທ່ານກໍ່ມີຄວາມຈົງຮັກພັກດີຕໍ່ປະຊານົນແລະເທດຊາດບ້ານເມືອງແບບຄວາມຈີງໃຈແທ້ແທ້

ຂໍຖາມທ່ານຄືນແດ່ວ່າ: ສຸພາສິດທີ່ວ່າໄມ້ຄ້ຳກ້ວຍ ກ້ວຍຄ້ຳໄມ້ ຫຼື  ນ້ຳເພີ່ງເຮືອເສືອເພີ່ງປ່າ

ທ່ານຮູ້ຄວາມໝາຍມັນແດ່ບໍ່?  ດັ່ງນັ້ນທ່ານຄິດວ່າກຸ່ມຄົນເລົ່ານີ້ຈະຍອມໃຫ້ຂໍ້ມູນທີ່ຈະສະທ້ອນ

ຮອດຕົນເອງໄປເຖີງຂັ້ນເທິງໄດ້ຫວ໋ະບໍ່ ມີໃຜດ໋ອກຢາກກຳຂີ້ຕົນເອງ(ຂໍໂທດທີ່ໃຊ້ຄຳຕຳ່) ຫຼືວ່າທ່ານ

ກໍ່ແມ່ນໜື່ງໃນກຸ່ມຄົນເລົ່ານັ້ນບໍ໋ ເບີ່ງທ່ານຄືຮົນຮວາຍເອົາແທ້ເອົາວ່າ.  ແລະທີ່ສຳຄັນອີກຢ່າງ

ໜື່ງເລື້ອງຮູບທີ່ເອົາລົງມາໂພດສ໌ນັ້ນ ທ່ານບອກວ່າເປັນການໄປລະເມີດສິດທິສ່ວນບຸກຄົນ ຂ້ອຍຂໍໃຫ້

ທ່ານຫຼືພວກທີ່ມີອຳນາດບາດໃຫ່ຍແລ້ວໄປກົດຂີ່ຄົນອື່ນ  ຂ້ອຍຂໍໃຫ້ເອົາຄຳທີ່ວ່າ ສິດເສຣີພາບມາໃຊ້

ໃຫ້ມັນໄດ້ກ່ອນເດີ່ແລ້ວຈີ່ງເອົາຄຳວ່າສິດທິສ່ວນບຸກຄົນມາໃຊ້ຢູ່ໃນສັງຄົມລາວ!

__________________
Anonymous

Date:

ຂ້ອຍບໍ່ມີສ່ວນກ່ຽວຂ້ອງກັບກຸ່ມຄົນເຫຼົ່ານີ້ດອກ ຂ້ອຍຢູ່ວຽງຈັນພີ້ ແຕ່ສິ່ງທີ່ເຈົ້າຖາມມາວ່າເຈົ້າຕັ້ງກະທູ້ຜິດບໍ່? ມັນບໍ່ຜິດຖ້າເຈົ້າເອົາຈິງມາເວົ້າ, ມີຫຼັກຖານແໜ້ນໜາແຕ່ກໍ່ບໍ່ຈຳເປັນເອົາໂຊຢູ່ນີ້ກໍ່ໄດ້ ແຕ່ວ່າຕາມອ່ານການຂຽນຂອງເຈົ້າແມ່ນຂຽນແບບມີອະຄະຕິກັບຄົນອື່ນ ແລະເປັນຄຳເວົ້າທີ່ບໍ່ໜ້າເຊື່ອຖື, ສ່ວນສິດທິສ່ວນບຸກຄົນນັ້ນແມ່ນເຈົ້າລະເມີດ 1000% ເພາະຮູບຍິງສາວທີ່ເຈົ້າເອົາມາລົງມັນເປັນການປະຈານເຂົາເຈົ້າ ແລະບໍ່ຕ້ອງໄປອ້າງໃສ່ພາກລັດທີ່ລະເມີດສິດຂອງປະຊາຊົນມັນຄົນລະປະເດັນ ແລະສຸດທ້າຍແມ່ນເຈົ້າຫາເລື້ອງໃສ່ຕົວເອງລ້າໆ ຢ່າສູ່ຄິດວ່າພີມຢູ່ຮ້ານອິນເຕີເນັດແລ້ວເຂົາຊີ່ບໍ່ຮູ້ຈັກ ເຈົ້າຍັງອ່ອນຕໍ່ໂລກຫຼາຍເດີ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard