Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຄ້າຝາກມາ
Anonymous

Date:
ແມ່ຄ້າຝາກມາ


ສະພາບການຄ້າຂາຍ ໃນເຂດມະຫາວິທະຍາໄລແຫ່ງຊາດ ຕອນນີ້ກຳລັງຢູ່ໃນຊ່ວງບໍ່ດີ ເຮັດໃຫ້ບັນດາແມ່ຄ້າ, ພໍ່ຄ້າ ທີ່ຫາເຊົ້າກິນຄຳ ໄດ້ຮັບຜົນກະທົບ ຜູ້ທີ່ເຄີຍເປັນຫນີ້ກໍ່ເປັນຫນີ້ຕື່ມ ແລະ ຜູ້ບໍ່ເຄີຍເປັນຫນີ້ກໍ່ເປັນ ຕາມໆ ກັນ

ສາຍເຫດມາຈາກ:

1.ການພັກຮຽນຂອງນັກສຶກສາ ມະຫາວິທະຍາໄລ ແຫ່ງຊາດ ນັບຕັ້ງແຕ່ວັນທີ 15 ເດືອນ ຕຸລາ 2012 ຮອດ ທ້າຍເດືອນ ທັນວາ ຫຼື ປະມານ 2 ເດືອນປາຍ

2. ການເພີ່ມຂຶ້ນຂອງລາຄາ ສິນຄ້າ: ປັດຈຸບັນລາຄາສິນຄ້າເພີ່ມຂຶ້ນ ເຮັດໃຫ້ຄ່າຄອງຊີບ ຂອງປະຊາຊົນເພີ່ມຂຶ້ນ

ແລະ ປັດໄຈອື່ນໆ...

ການພັກຮຽນດັ່ງກ່າວຍັງພໍຮັບໄດ້ເພາະເປັນການກະກຽມ ງານສຳຄັນຕ່າງໆ ຂອງຊາດ, ແຕ່ຕ້ອງມີການນະໂຍບາຍເລື່ອງ ການເກັບອາກອນ ຫຼື ການເສຍຄ່າຕ່າງໆ ໃນຊ່ວງທີ່ບັນດາແມ່ຄ້າໄດ້ຮັບຜົນກະທົບ ເປັນຕົ້ນແມ່ນ: ອາກອນຮ້ານ, ການປີ້ຕະຫຼາດ, ....ແລະ ອື່ນໆ ເຊິ່ງມັນຕິດພັນ ບໍ່ແມ່ນມານຳເກັບເອົາ ໂດຍການເອຶາພາລະຕ່າງໆມາໃຫ້ປະຊາຊົນ ກໍ່ຄືແມ່ຄ້າແບກຫາບ ເຊິ່ງບໍ່ຍຸດຕິທຳເລີຍ

ຜູ້ຂຽນບໍ່ໄດ້ຈົງໃຈຢາກເວົ້າໃຫ້ກັບຜູ້ຮັບຜິດຊອບ ແຕ້ຢາກສະແດງເຖິງ ສຽງປະຊາຊົນ ແມ່ຄ້າ ທີ່ໄດ້ຮັບຜົນກະທົບ



__________________
Anonymous

Date:

 

ຈັກໜ້ອຍກະຊິຮອດ ງານກິລາມະຫາໄລ 

ດຽວມັນກໍ່ຈະຄືກຄືນຂຶ້ນມາ ພຽງແຕ່ທ່ານຮູ້ຈັກປ່ຽນໂອກາດ ໃຫ້ເປັນເງິນ biggrin



__________________
Anonymous

Date:

ແມ່ນແລ້ວຈັກໜ້ອຍກໍ່ມີງານກິລາ 

ສຳລັບງານກິລາມີນັກຮຽນກັບມາບາງສ່ວນ ເພາະເຂົາເຈົ້າມາເປັນອາສາສະໝັກ ຊ່ວຍວຽກກິລາເທົ່ານັ້ນ

ທ່ານໃດຢູ່ໃກ້ດົງໂດກ ລອງໄປສອບຖາມເບິ່ງໃຫ້ແດ່ ຖ້າມີຄວາມເຫັນ ຫຼື ວ່າເປັນແນວໃດ ຊ່ວຍສົ່ງຂ່າວບອກແດ່

ຂອບໃຈ



__________________
Anonymous

Date:

ລາຍໃດ້ໜອ້ຍດຽວຍັງຊິເກັບພາສີຢູຫວາ??


__________________
Anonymous

Date:

Anonymous wrote:
ລາຍໃດ້ໜອ້ຍດຽວຍັງຊິເກັບພາສີຢູຫວາ??

 ການເສຍ ພາສີອາກອນ ແມ່ນການປະຕິບັດຕາມ ຂໍ້ກຳນົດ, ກົດໝາຍຂອງແຕ່ລະປະເທດ ໄດ້ລະບຸໄວ້ ທຸກໆ ປະເທດ ສຳລັບຈຸດນີ້ແມ່ນ ປະຊາຊົນເຂົາເຈົ້າເຕັມໃຈ, ແຕ່ກະຕ້ອງເບິ່ງເຫດລະຜົນປະກອບກັນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard