Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລະບົບການສືກສາໃນສະໄໝລະບອບເກົ່າ ແລະ ສະໄໝລະບອບໃໝ່ມີອັນແຕກຕ່າງກັນແນວໃດ?
ສາມັນຊົນ

Date:
ລະບົບການສືກສາໃນສະໄໝລະບອບເກົ່າ ແລະ ສະໄໝລະບອບໃໝ່ມີອັນແຕກຕ່າງກັນແນວໃດ?

ລະບົບການສືກສາກໍ່ຄືການຮຽນ ການສອນ ໃນສະໄໝລະບອບເກົ່າ ແລະ ໃນສະໄໝລະບອບໃໝ່ ມີອັນແຕກຕ່າງກັນຄືແນວໃດ?

ເພາະຂ້ອຍເຄີຍໄດ້ຍີນຈົນບໍ່ຢາກໄດ້ຍີນອີກ ພວກຜູ້ເຖົ້າ ຍ້ອງການຮຽນການສອນໃນສະໄໝລະບອບເກົ່າ ທີ່ເປັນການສືກສາແບບ

ຫົວເມືອງຂື້ນເອົາແທ້ເອົາວ່າ, ບາດຂ້ອຍເອົາເລກມາໃຫ້ເພີ່ນແກ້ ພັດອ້າປາກໂຈ່້ໂວ້ຢູ່

__________________
Anonymous

Date:
RE: ລະບົບການສືກສາໃນສະໄໝລະບອບເກົ່າ ແລະ ສະໄໝລະບອບໃໝ່ມີອັນແຕກຕ່າງກັນແນວໃດ?

ນັກຮຽນແຕ່ລະຄົນເກັ່ງບໍ່ຄືກັນ, ບາງຄົນເກັ່ງວິຊາພູມີສາດ ບາງຄົນເກັ່ງວິຊາຫັດແຕ່ງ

ບາງຄົນເກັ່ງບົດທ່ອງຂຶ້ນໃຈ ບາງຄົນເກັ່ງເລກໂຈດ ບາງຄົນເກັ່ງໄຕຣມູມ ບາງຄົນເກັ່ງ

ເລຂາຄະນິດ ຖ້າຖາມບໍຖືກວິຊາລາວເກັ່ງ ລາວກໍ່ຕອບເຈົ້າບໍ່ໄດ້ລະ.

ກ່ອນປີ 1975 ຂ້ອຍເຄີຍຮຽນແຕ່ຊັ້ນປະຖົມ, ຫຼັງຈາກປ່ຽນຣະບອບ ຂ້ອຍກໍ່ອອກໂຮງ

ຮຽນມາປະກອບອາຊີບຂັບກວຽນມ້າເພື່ອຫາລ້ຽງຊີບຕົນເອງເພາະເພິ່ນເອົາພໍ່ແມ່ໄປ

ສໍາມະນາອັດຕະປື. ຣະບົບການສຶກສາສາຍສາມັນສຶກສາມີທັງໝົດ 13 ປີ, ປະຖົມ

ສຶກສາ 6 ປີ, ມັດທະຍົມຕົ້ນ 3 ປີ ແລະມັດທະຍົມປາຍ 4 ປີ. ຫຼັກສູດການສຶກສາໃນ

ຊັ້ນປະຖົມອາດຈະຕ່າງກັບຫຼັກສູດການສຶກສາຂອງທ່ານພູມີ ວົງວິຈິດ ນ້ອຍນຶ່ງ, ກ່ອນ

ປີ 1975 ເຂົາສອນພາສາຝຣັ່ງໃຫ້ນັກຮຽນແຕ່ຊັ້ນປໍ3(ສໍາລັບລຸ້ນຂ້ອຍ ສ່ວນລຸ້ນອ້າຍ

ແມ່ນຮຽນແຕ່ຫ້ອງປໍ1). ຕອນເຂົ້າຫ້ອງປໍ1 ເພິ່ນບໍ່ໄດ້ຄັດຈ້ອນຣະດັບນັກຮຽນ, ພໍຂຶ້ນ

ຮອດຫ້ອງປໍ2 ເພິ່ນກໍ່ຄັດຈ້ອນເອົານັກຮຽນເກັ່ງສຸດເຂົ້າຮຽນໃນຫ້ອງກໍ ນັກຮຽນເກັ່ງ

ຫຼຸດລົງມາກໍ່ເອົາເຂົ້າຮຽນຫ້ອງຂໍ ຫ້ອງຄໍ ຫ້ອງງໍຕາມລໍາດັບ ຂ້ອຍຮຽນຫ້ອງປໍ2ຈໍ ແລະ

ແນ່ນ້ອຍນາຍຄຣູເກັ່ງໆຮອບດ້ານກໍ່ຕ້ອງສອນຫ້ອງກໍ ຫ້ອງຂໍ ຫ້ອງຄໍ ຕາມຣະດັບຄວາມ

ສາມາດຂອງແຕ່ລະຄົນ.

ການຮຽນຖືກແບ່ງອອກເປັນ 2 ພາກຄືພາກເຊົ້າແລະພາກແລງ, ພາກແລງຮຽນວິຊາ

ທົ່ວໄປເຊັ່ນ: ພາສາລາວ-ຝຣັ່ງ, ເລກ,ວິທະຍາສາດ, ສຸຂະພິບານ, ພູມີສາດ, ພົງສາວະດານ

ສ່ວນພາກແລງຮຽນວິຊາທັມມະຈະຣິຍາ, ວິຊາສັງຄົມ, ວິຊາກາຍະແລະກິດຈະກໍາອື່ນໆ.

ຄົນອື່ນອາດຈະໃຊ້ເວລາຮຽນຢູ່ຊັ້ນປະຖົມ6ປີຕາມຫຼັກສູດຖ້າຮຽນໜັງສືເກັ່ງ ແຕ່ສໍາລັບ

ຂ້ອຍໃຊ້ເວລາ 11 ປີເພາະຕົກຫ້ອງທຸກປີ ແລະແຕ່ລະມື້ກໍ່ຖືກນາຍຄຣູລົງໂທດເລື້ອຍ ບາງ

ມື້ກໍ່ໄດ້ຢືນຂາດຽວຄາບໄມ້ບັນທັດ ລຶບກະດານ ຖິ້ມຂີ້ເຫຍື່ອຍ້ອນວ່າຂ້ອຍເຮັດບົດຝຶກຫັດ

ບໍ່ໄດ້ ທ່ອງບົດຂຶ້ນໃຈບໍ່ໄດ້ ແລະມັກເຮັດຢາງລຶບຕົກພື້ນ(ຍ້ອນເຫດຜົນບາງຢ່າງ lolz).

ຄວາມສໍາພັນຂອງນັກຮຽນແລະນາຍຄຣູບໍ່ໄກ້ຊິດຕິດແທດກັນຫຼາຍຄືເອື້ອຍຄູແລະນັກຮຽນ

ໃນຣະບອບໃໝ່. ບໍ່ພຽງແຕ່ນັກຮຽນເທົ່ານັ້ນທີ່ເຄົາຣົບຢໍາເກງນາຍຄຣູ ຄົນໃນສັງຄົມແລະ

ອາດຍາເຈົ້ານາຍໃຫຍ່ກໍ່ໃຫ້ກຽດແລະເຄົາຣົບເພິ່ນເຊັ່ນກັນ, ຍ້ອນວ່າອາຊີບຄຣູເປັນອາຊີບ

ທີ່ມີກຽດໃນສັງຄົມແລະໄດ້ຮັບເງິນເດືອນສູງຄືອາຊີບໝໍ ຄົນສ່ວນຫຼາຍຈຶ່ງສົ່ງເສີມລູກຫຼານ

ໃຫ້ຍຶດອາຊີບຄຣູຫຼືອາຊີບໝໍ.

ຂໍໂຈະໄວ້ເທົ່ານີ້ກ່ອນເດີ ໄປກ່ອມແມ່ເດັກນ້ອຍນອນກ່ອນ ຖ້າຄິດອອກຈະກັບມາຂຽນຕື່ມ.

__________________
Anonymous

Date:

ຍ້ອນເຮັດຢາງລືບຕົກແບບມີແຜນນັ້ນລະຈຶ່ງຖືກລົງໂທດແບບນັ້ນ

__________________
Anonymous

Date:

Anonymous wrote:

 ຂ້ອຍກໍ່ງົງນຳປູ້ເພີ່ນອອກຫົວຄິດເພີ່ມຊັ້ນຮຽນຢູ່ມັດທະຍົມຂື້ນເປັນ 7ປີໃນປະຈຸບັນ ເພື່ອໃຫ້ກຳນົດເວລາຮຽນເທົ່າທຽມກັບສາກົນ.

ເປັນຫຍັງຄືບໍ່ເພີ່ມຢູ່ຊັ້ນປະຖົມໃຫ້ເປັນ 6ປີຄືເກົ່າ ເພາະຈະປະຢັດກວ່າ (ຄູສອນ, ປື້ມຕຳລາຮຽນ, ອຸປະກອນການສອນ, ...) ອັນນີ້ບໍ່ແມ່ນເລື່ອງຮຽນ

ແບບ ຜູ້ນັ້ນຜູ້ນີ້ອີ່ຫຍັງ ມັນແມ່ນລະບົບການສືກສາ ປະເທດອື່ນເຂົາກໍ່ເຮັດແນວນັ້ນ ໂດຍສະເພາະປະເທດໃນ ອາຊຽນ. ການເພີ່ມຊັ້ນຮຽນຢູ່ມັດທະຍົມ

ມັນຕ້ອງການເພີ່ມງົບຫລາຍຢ່າງຄືກ່າວມານັ້ນ, ສະນັ້ນຄືບັນດາທ່ານຮູ້ບັນຫານຳກັນ ຫລັງຈາກປະກາດເພີ່ມຊັ້ນ ມໍ7 ກໍ່ແກ່ຍາວກວ່າຈະປະຕິບັດໄດ້

ການປະຕີບັດກໍ່ພົບບັນຫາຫຍຸ້ງຍາກຫລາຍດ້ານ

 ຕາມຂ້າພະເຈົ້າເຫັນລະບົບການສຶກສາຢູ່ເຢຍລະມັນດັ່ງນີ້:

1.ຊັ້ນປະຖົມ ມີ4ປີ ໝາຍຄວາມວ່າຮຽນຮອດຫ້ອງປະຖົມປີທີ່4ແລ້ວ ນັກຮຽນຈະຖືກແຍກໄປຮຽນຮຽນຫ້ອງ5 ນັ້ນມີອີກສາມລະບົບຂັ້ນຮຽນດ້ວຍກັນດັ່ງນີ້:

1. Gymnasium(high school) ຈຳນວນນັກຮຽນເຂົ້າມາຮຽນໃນໂຮງຮຽນນີ້ຈະແມ່ນຈຳນວນນັກຮຽນທີ່ເກ່ງກ່ວາໝູ່ຈາກທຸກໆວິຊາຮຽນ.

ຄະແນນສະເຫຼ່ຽແມ່ນ 1,00ຫາ 2,05( ຄະແນນ1ແມ່ນຄະແນນດີເດັ່ນ 2ແມ່ນຖັດລົງມາ)

ວິຊາຮຽນຕ່າງໆແມ່ນມີຄືກັນກັບທຸກໆລະບົບແຕ່ມີພາສາຕ່າງປະເທດເຂົ້າມາຕ່ືມເຊັ່ນຝຣັ່ງຫຼືແອສ ປາຍໂຍນ,ນາຍຄູຈະສອນເຂົາເຈົ້າໃນລັກສະນະພິເສດ,ລົງເລິກ,ເຄັ່ງຮ້ອນແລະວ່ອງໄວຈາກນາຍຄູທີ່

ຊຳນິຊຳນານຈົບຈາກມະຫາວິທະຍາໄລຫຼືໄດ້ສູງກວ່ານັ້ນມາສອນເຂົາເຈົ້າ.

ລະບົບຮຽນໃຊ້ເວລາຮຽນຮອດຫ້ອງ13 ປັດຈຸບັນຫຼຸດລົງມານຶ່ງປີ ຫຼືວ່າຮອດຫ້ອງ12ແມ່ນຈົບມໍປາຍ.

ເຂົາເຈົ້າສາມາດເລືອກໄປຮຽນໄດ້ທຸກໆວິຊາທີ່ມະຫາວິທະຍາໄລຖ້າຫາກຄະແນນເສັງຈົບດີຫາດີເລີດ.

2.Realschule(ຈຳນວນນັກຮຽນທີ່ຮຽນປານກາງຫາເກ່ງ)ໄດ້ຄະແນນ 2,06 ຫາ3,00.ຮຽນຮອດຫ້ອງ10ເສັງຈົບຊັ້ນ, ຖ້າເສັງຈົບໄດ້ຄະແນນດີແລະຢາກໄປຮຽນຕໍ່ເອົາໃບ graduationກໍ

ສາມາດໄປຮຽນອີກສາມປີ ຫຼັງຈາກນັ້ນກໍ່ສາມາດໄປຮຽນເອົາຊັ້ນສູງຈາກມະຫາວິທະຍາໄລຫຼືໂຮງຮຽນຊັ້ນ

ສູງໄດ້.ສ່ວນຫຼາຍຫຼັງຈາກຈົບຫ້ອງ10ແລ້ວເຂົາເຈົ້າຈະໄປຮຽນເອົາ maestroທາງດ້ານເທັກນິກຫຼືຂະແໜງຕ່າງໆເລີຍ.

3.Hauptschule & Werkrealschule(ແມ່ນຈຳນວນນັກຮຽນທີ່ຮຽນປານກາງຫາ ອ່ອນ)ໄດ້ຄະແນນ 3,01ລົງໄປ.ໃຊ້ເວລາຮຽນ: ຮຽນຮອດຫ້ອງ9ແລ້ວເສັງຈົບຊັ້ນມັດທະຍົມ(ມໍໍຕົ້ນ)ຫຼັງຈາກນັ້ນແມ່ນຮຽນເອົາວິຊາສະເພາະ, ຖ້າຄົນໃດຮຽນອ່ອນຫຼາຍບໍ່ມີບ່ອນໃດຮັບເຂົ້າຮຽນໄດ້ກໍ່ໄປ

ຊອກວຽກເຮັດເປັນກຳມະກອນເລີຍ. ກໍລະນີຜູ້ທີ່ເສັງໄດ້ຄະແນນດີຈາກຈົບຫ້ອງ9ນີ້ແມ່ນສາມາດໄປ ຮຽນຕໍ່ເອົາໃບປະກາດສະນີຍະບັດຈົບຊັ້ນຈາກWerkrealschule ອີກ(1 ນື່ງ)ປີ, ຖ້າຍັງສອບເສັງໄດ້ຄະແນນສະເຫຼ່ຽດີຢູ່1ຫາ2ກໍ່ສາມາດໄປຮຽນເອົາໃບ graduation ອີກ(3 ສາມ)ປີ.

ສ່ວນອາຍຸກໍ່ແມ່ນປັດໄຈສຳຄັນອັນນຶ່ງທີ່ຕັດສິນຊີ້ຂາດໃນໄວຮຽນຂອງເຂົາເຈົ້າ, ສະນັ້ນຖ້ານັກຮຽນຄົນໃດທີ່ຈົບຈາກຊັ້ນໃດຊັ້ນນຶ່ງທັງສາມລະບົບດັ່ງກ່າວມາຂ້າງເທິງນີ້ແລ້ວ ຖ້າບໍ່ມີໂອກາດໄປຮຽນຕໍ່ວິຊາຊິບ,ຊັ້ນກາງ,ຊັ້ນສູງຕໍ່ເນື່ອງແລ້ວແມ່ນຈະຕ້ອງໄດ້ອອກໄປເຮັດວຽກ ເສຍກ່ອນ.

ຂໍໃຫ້ບັນດາທ່ານທັງຫຼາຍມາປະກອບຄຳເຫັນເຜີ່ມເຕີມ,ຖ້າຜິດພາດປະການໃດກໍ່ຈົ່ງໃຫ້ອະໄພດ້ວຍ!

ແນະນຳໃຫ້ທ່ານໄປຊອກເອົາຂໍ້ມູນເຜີ່ມເຕີມໄດ້ທີ່:wikipedia schulsystem deutschlandຫຼື

ວ່າຈາກຊາດອື່ນໆໄດ້.

ນັບຖືແລະຮັກແພງ

__________________
ບ່າວຄັນແຍງ

Date:
RE: ບ່າວຄັນແຍງ

ຂ້ອຍບໍ່ຮູ້ວ່າປັດຈຸບັນເພິ່ນຍັງຈັດໃຫ້ມີການຄົ້ນຄວ້າກ່ອນເສັງພາກຮຽນແລະເສັງຈົບຊັ້ນຫຼືບໍ?

ຕອນຂ້ອຍຮຽນມັດທະຍົມສົກຮຽນປີ 1976 ຫາປີ 1979 ນັ້ນ, ກ່ອນຈະເສັງພາກຮຽນ ຫຼື

ກ່ອນຈະເສັງຈົບຊັ້ນນຶ່ງເດືອນ ອາຈານຈະເອົາຂໍ້ສອບເສັງມາໃຫ້ນັກຮຽນຄົ້ນຄວ້າກ່ອນ ແລະ

ແຕ່ລະອາທິດເພິ່ນຈະຄັດຈ້ອນຈໍານວນຂໍ້ຄົ້ນຄວ້າລົງຈົນຍັງເຫຼືອແຕ່ຂໍ້ທີ່ເພິ່ນຈະເອົາມາສອບ

ເສັງແທ້ໆ ແລະຢູ່ຊັ້ນອຸດົມສຶກສາສົກຮຽນປີ 1979 ຫາປີ 1982 ເພິ່ນກໍ່ເຮັດແບບນີ້ເຊັ່ນກັນ.

ສ່ວນການຮຽນໃນຣະບອບເກົ່ານັ້ນແມ່ນມີລັກສະນະເອກະເທດກວ່າ ຄືຮຽນເອົາໃຜເອົາມັນ

ບໍ່ມີການຊ່ອຍເຫຼືອຊຶ່ງກັນແລະກັນ, ເສັງບໍ່ຜ່ານກໍ່ຕ້ອງໄດ້ຮຽນຊໍ້າຫ້ອງຈົນກ່ວາຈະສາມາດ

ເສັງຜ່ານຊັ້ນໄດ້. ສ່ວນການຮຽນໃນຣະບອບໃໝ່ແມ່ນມີລັກສະນະມະຫາຊົນ ມີການຄົ້ນ

ຄວ້າຊ່ອຍເຫຼືອຊຶ່ງກັນແລະກັນ, ຖ້ເສັງບໍ່ຜ່ານກໍ່ມີການອະນຸໂລມໃຫ້ເສັງຄັ້ງທີສອງ ຄັ້ງທີສາມ

ແລະຖ້າເສັງບໍ່ຜ່ານທັງສາມຄັ້ງກໍ່ມີການເບິ່ງຄືນຄຸນສົມບັດ ຖ້ານັກຮຽນຄົນນັ້ນໄດ້ເຂົ້າອົງການ

ຈັດຕັ້ງຊາວໜຸ່ມ ມີແນວຄິດການເມືອງກ້າວໜ້າ ມີແນວຄິດຊົນຊັ້ນກໍາມະຊີບ ອອກແຮງງານດີ

ກໍ່ຈະມີການອະນຸໂລມໃຫ້ຜ່ານຊັ້ນຮຽນ.

ການປະຕິຮູບການສຶກສາເພື່ອໃຫ້ສອດຄ່ອງກັບນະໂຍບາຍການເມືອງຂອງຣັຖບານ ມີຜົນດີແກ່

ຊົນຊັ້ນປົກຄອງ ແຕ່ມີຜົນສະທ້ອນທາງດ້ານການພັດທະນາ. ຂ້ອຍບໍ່ແນ່ໃຈວ່າ ກ່ອນປີ 1975

ມີໂຮງຮຽນອາຊີບອີກຈັກແຫ່ງໃນນະຄອນຫຼວງວຽງຈັນນອກຈາກໂຮງຮຽນເຕັກນິກປາກປາສັກ

ໂຮງຮຽນເຕັກນິກເຍັຽຣະມັນ ໂຮງຮຽນກະເສດນາບົງ, ສໍາລັບຢູ່ແຂວງເຊໂດນມີໂຮງຮຽນຟ້າງຸ່ມ

ຊຶ່ງນັກຮຽນທີ່ຈົບແຊກ(ຈົບປະຖົມ6)ສາມາດເສັງເຂົ້າໄປຮຽນວິຊາຊີບຕ່າງໆໄດ້. ຖ້າຈື່ບໍ່ຜິດ ໂຮງ

ຮຽນຟ້າງຸ່ມເພິ່ນສອນວິຊາຊ່າງ ວິຊາກະເສດ ວິຊາແມ່ບ້ານການເຮືອນຫຼັກສູດ 3 ປີ ແລະຖ້າຮຽນ

ຈົບກໍ່ສາມາດເຂົ້າເຮັດວຽກນໍາຣັຖບານຫຼືໂຮງງານຕ່າງໆໄດ້ຕາມໃຈມັກ.

ອີກອັນນຶ່ງທີ່ແຕກຕ່າງຄືກ່ອນປີ 1975 ນັກຮຽນມີເງິນບ໊ວກສໍາລັບນັກຮຽນລີເຊ ແຕ່ບໍ່ຈື່ວ່າເພິ່ນໃຫ້

ຕາມຊັ້ນຮຽນຫຼືໃຫ້ຕາມຄະແນນ.

__________________
Anonymous

Date:
RE: ລະບົບການສືກສາໃນສະໄໝລະບອບເກົ່າ ແລະ ສະໄໝລະບອບໃໝ່ມີອັນແຕກຕ່າງກັນແນວໃດ?

ບ່າວຄັນແຍງ wrote:

 ດຽວນີ້ການກະກຽມເພື່ອສອບເສັງນັ້ນເພີ່ນບໍ່ໄດ້ເອົາຂໍສອບທົດລອງມາສອບ ແລະ ຄົ້ນຄວ້າກັນຄືແຕ່ກ່ອນແລ້ວ. ມີແຕ່ພວກຄູສອນຫັ້ນລະ

ເຂົາສອນຫາເງີນ ໂດຍເອົາຂໍ້ສອບເກົ່າມາສອນກັນ ນັກຮຽນໃຜສົນໃຈກໍ່ໄປຮຽນ ໃຜບໍ່ສົນໃຈກໍ່ແລ້ວແຕ່, ແບບນີ້ເຫັນຢູ່ປະເທດເພື່ອນບ້ານໃກ້ຄຽງ

ເພີ່ນກໍ່ເຮັດຄືກັນ

__________________
Anonymous

Date:

ຕອນປ່ຽນອໍານາດໃໝ່ເພິ່ນກໍຍັງເບີກເງິນອັດຕາໃຫ້ນັກຮຽນຊັ້ນອຸດົມຢູ່

(ນັກຮຽນມັດທະຍົມ 3 ຫາມັດທະຍົມ 6) ແຕ່ຂ້ອຍບໍ່ຈື່ວ່າໄດ້ເດືອນໜຶ່ງ

ຫຼາຍເທົ່າໃດ ຈື່ໄດ້ແຕ່ວ່າມີອັດຕາກິນ, ເພິ່ນເບີກເຂົ້າໃຫ້ 20 ກິໂລ, ຖ້າຜູ່

ໃດໄດ້ເຂົ້າໜ່ວຍປ້ອງກັນຂອງໂຮງຮຽນເພິ່ນກໍ່ເບີກອາກາໃຫ້ພາຍ ຫົວໜ້າ

ໜ່ວຍປ້ອງກັນໄດ້ປືນເປອາຂັດແອວ, ບໍ່ຮູ້ວ່າໂຮງຮຽນອຸດົມວຽງຈັນ ອຸດົມ

ສີໂຄດ ແລະໂຮງຮຽນອຸດົມອື່ນໃນກໍາແພງນະຄອນວຽງຈັນໄດ້ຖືປືນຄືກັນບໍ່?

ສໍາລັບຫຼັກສູດການຮຽນກໍ່ຕ່າງກັນແທ້ເພາະກ່ອນປີ75 ເພິ່ນສອນເປັນພາ

ສາຝຣັ່ງ ຍົກເວັ້ນພາສາລາວເທົ່ານັ້ນທີ່ສອນເປັນພາສາລາວ, ຫຼັງປີ75 ທຸກ

ວິຊາແມ່ນສອນເປັນພາສາລາວແລະເອົາຫຼັກສູດຈາກເຂດປົດປ່ອຍເກົ່າມາ

ສອນ. ຖ້າເຈົ້າຢາກຮູ້ວ່າຫຼັກສູດກ່ອນປີ1975 ກັບຫຼັກສູດການສອນໃນ

ລະບອບໃໝ່ຕ່າງກັນແນວໃດ ໃຫ້ເຈົ້າໄປທັດສະນະສຶກສາຢູ່ປະເທດຝຣັ່ງ

ໄປເບິ່ງໂຮງຮຽນ college ກັບໂຮງຮຽນ Lycee ວ່າເຂົາສອນກັນແນວໃດ

ແລະສົມທຽບໃສ່ໂຮງຮຽນມັດທະຍົມຕົ້ນໃສ່ໂຮງຮຽນ colleg​ ສົມທຽບໂຮງ

ຮຽນມັດທະຍົມປາຍໃສ່ Lycee​ ແລ້ວເຈົ້າຈະໄດ້ຄໍາຕອບ.

__________________
Anonymous

Date:

555555555555   ຫົວໜ້າໜ່ວຍປ້ອງກັນໄດ້ປືນເປອາຂັດແອວ............

correct me if i am wrong, but i think it was a CCCP makrov isn't it?

__________________
Anonymous

Date:

Anonymous wrote:

ຕອນປ່ຽນອໍານາດໃໝ່ເພິ່ນກໍຍັງເບີກເງິນອັດຕາໃຫ້ນັກຮຽນຊັ້ນອຸດົມຢູ່

(ນັກຮຽນມັດທະຍົມ 3 ຫາມັດທະຍົມ 6) ແຕ່ຂ້ອຍບໍ່ຈື່ວ່າໄດ້ເດືອນໜຶ່ງ

ຫຼາຍເທົ່າໃດ ຈື່ໄດ້ແຕ່ວ່າມີອັດຕາກິນ, ເພິ່ນເບີກເຂົ້າໃຫ້ 20 ກິໂລ, ຖ້າຜູ່

ໃດໄດ້ເຂົ້າໜ່ວຍປ້ອງກັນຂອງໂຮງຮຽນເພິ່ນກໍ່ເບີກອາກາໃຫ້ພາຍ ຫົວໜ້າ

ໜ່ວຍປ້ອງກັນໄດ້ປືນເປອາຂັດແອວ, ບໍ່ຮູ້ວ່າໂຮງຮຽນອຸດົມວຽງຈັນ ອຸດົມ

ສີໂຄດ ແລະໂຮງຮຽນອຸດົມອື່ນໃນກໍາແພງນະຄອນວຽງຈັນໄດ້ຖືປືນຄືກັນບໍ່?

ສໍາລັບຫຼັກສູດການຮຽນກໍ່ຕ່າງກັນແທ້ເພາະກ່ອນປີ75 ເພິ່ນສອນເປັນພາ

ສາຝຣັ່ງ ຍົກເວັ້ນພາສາລາວເທົ່ານັ້ນທີ່ສອນເປັນພາສາລາວ, ຫຼັງປີ75 ທຸກ

ວິຊາແມ່ນສອນເປັນພາສາລາວແລະເອົາຫຼັກສູດຈາກເຂດປົດປ່ອຍເກົ່າມາ

ສອນ. ຖ້າເຈົ້າຢາກຮູ້ວ່າຫຼັກສູດກ່ອນປີ1975 ກັບຫຼັກສູດການສອນໃນ

ລະບອບໃໝ່ຕ່າງກັນແນວໃດ ໃຫ້ເຈົ້າໄປທັດສະນະສຶກສາຢູ່ປະເທດຝຣັ່ງ

ໄປເບິ່ງໂຮງຮຽນ college ກັບໂຮງຮຽນ Lycee ວ່າເຂົາສອນກັນແນວໃດ

ແລະສົມທຽບໃສ່ໂຮງຮຽນມັດທະຍົມຕົ້ນໃສ່ໂຮງຮຽນ colleg​ ສົມທຽບໂຮງ

ຮຽນມັດທະຍົມປາຍໃສ່ Lycee​ ແລ້ວເຈົ້າຈະໄດ້ຄໍາຕອບ.

 ສະໄໝລະບອບເກົ່າຂ້ອຍກໍ່ພຽງແຕ່ເປັນນັກຮຽນຊັນປະຖົມ, ຫລັງຈາກປົດປ່ອຍແລ້ວ ຂ້ອຍກໍ່ຍັງສືບຕໍ່ການສືກສາ ກໍ່ຍອມຮັບວ່າມີຫລັາຍອັນແຕກຕ່າງ

ນອກຈາກນັ້ນ ຄູ ອາຈານ ກໍ່ຍັງມາຍົກເອົາບັນຫາການສືກສາໃນສະໄໝລະບອບເກົ່າມາທຽບ ໂດຍສະເພາະແມ່ນຄູສອນວິຊາຄຸນສົມບັດ ວິຊາການເມືອງ

ແລະ ເວລາພະນັກງານຈາກສືກສາ ເມືອງ ສືກສາແຂວງລົງມາໂອ້ລົມ ເຜີຍແຜ່ການເມືອງ ກໍ່ຍົກເອົາມາເວົ້າຄືກັນ, ເຊັ່ນ ຕົວຢ່າງ: ການສືກສາລະບອບເກົ່າແມ່ນ

ການສືກສາແບບຫົວເມືອງຂື້ນ, ບໍ່ມີວິທະຍາສາດ, ບໍ່ມີລັກສະນະຊາດ ແລະ ມະຫາຊົນທີ່ກ້າວໜ້າ. ເພີ່ນຍັງຍົກເອົາວິຊາຮຽນໃນສະໄໝກ່ອນຄື ປູ່ສອນຫລານ

ເຊີ່ງມີບາງປະໂຍກວ່າ: ເຊື້ອນັ່ງຕ່ຳຢ່າໄດ້ນັ່ງສູງ ເຊື້ອລຸງຕາໃຫ້ຢຳປານແກ້ວ. ສາມວາໃຫ້ໝອບ ສາມສອກໃຫ້ຄານ ເປັນຕົ້ນ, ອັນນັ້ນແມ່ນຫລ້າຫລັງ

__________________
Anonymous

Date:
RE:ລະບົບການສືກສາໃນສະໄໝລະບອບເກົ່າ ແລະ ສະໄໝລະບອບໃໝ່ມີອັນແຕກຕ່າງກັນແນວໃດ?

ພໍ່ເຖົ້າຂອງຂ້ານ້ອຍຖືກຈັບໄປສໍາມະນາເປັນເວລາ 5 ປີ ກໍ່ຍ້ອນເພິ່ນສະເໜີໃນກອງປະຊຸມສຶກສາແຂວງ

ໃຫ້ສືບຕໍ່ສອນວິຊາທັມຣິຍາ(ທໍາມະຈະລິຍາ)ໃນຊັ້ນປະຖົມເພາະວິຊາທັມຈະຣິຍາສອນໃຫ້ເປັນຄົນດີ

ມີສິນທັມປະຈໍາໃຈ ມີນິໃສໂອບອ້ອມອາຣີ ມີກິຣິຍາມາຣະຍາດສຸພາບອ່ອນໂຍນ ສອນໃຫ້ເຍົາວະຊົນ

ຮູ້ຮັກຮີດ12ຄອງ14ແລະອື່ນໆອີກ.

ວິຊາຄຸນສົມບັດ-ການເມືອງທີ່ເພິ່ນນໍາເອົາມາສອນນັກຮຽນເປັນເຄື່ອງມືຮັບໃຊ້ໃຫ້ຊົນຊັ້ນປົກຄອງເຊັ່ນ

ກັນ, ຕົວຢ່າງ ເພິ່ນສອນວ່າໃຫ້ຮັກແລະຮູ້ບຸນຄຸນຂອງພັກປະຊາຊົນປະຕິວັດລາວ ຮັກແລະຮູ້ບຸນຄຸນຜູ່ນໍາ

ການປະຕິວັດ. ຕາມທີ່ຈື່ໄດ້ ວິຊາທີ່ສອນໃນຊັ້ນປະຖົມກ່ອນປີ1975 ບໍ່ມີວິຊາໃດ໋ສອນນັກຮຽນໃຫ້ເຊື່ອ

ຖືງົມງວາຍ ບໍ່ມີວິຊາໃດສອນໃຫ້ນັກຮຽນແບ່ງແຍກຄວາມສາມະຄີ ບໍ່ມີວິຊາໃດສອນໃຫ້ນັກຮຽນມີຈິດ

ໃຈຂີ້ໂຫດສາມາດແລະມີຈິດໃຈຂ້າຟັນລັນແທງເຊື້ອເຜົ່າພົງພັນຂອງຕົນເອງ.

__________________
Anonymous

Date:
RE: ລະບົບການສືກສາໃນສະໄໝລະບອບເກົ່າ ແລະ ສະໄໝລະບອບໃໝ່ມີອັນແຕກຕ່າງກັນແນວໃດ?

ຮູບເລົ່ານີ້ ເປັນການ ອະທິບາຍໄປໃນຕົວ ວ່າ ຄູສອນ ແລະ ນັກຮຽນ ແມ່ນມີ ນັກຮຽນ ລາວ ແລະ ຝຣັງເສສ ອາຈາຣສອນ ກໍ່ ເປັນ ຊາວ ຝຣັງເສສ ຫລັກສູຕ ການສອນ ກໍ່ແມ່ນ ອັນດຽວ ກັບປະເທສ ຝຣັງເອງ ຂໍ້ສອບແມ່ນ ນຳມາແຕ່ປະເທສ ຝຣັງໂດຍເວລາທີ່ຈະສອບ ແມ່ນ ສະຖານທູຕຝຮັງ ເປັນ ຜູ້ນຳມາໄຫ້ ມີຊອງຂໍ້ສອບ ຕິດດ້ວຍ wax ມາຈາກ ສະຖານທູຕເອງ ດັ່ງນັ້ນ ຄົນທີ່ໄປຢູ່ປະເທສຝຣັງ ໄດ້ຍອມຮັບເຂົ້າເຮັດການ ຕາມປຣິນຍາ ທີ່ໄດ້ມາ ຈາກລາວ.

http://lyceedevientiane.free.fr/lyceevte/kouthayp.htm

ຈາກ ອະດີດ ນັກຣຽນ Lycee De Vientiane 1958-1964.

lycevientiane1975.jpg

lyceevte3e3197374166352.jpg  

plyceelaos.jpg

__________________
Anonymous

Date:

ນີ້ອີກ link ໄປຫາ Lycee De Vientiane.

http://lyceedevientiane.free.fr/lyceevte/

__________________
Anonymous

Date:

Anonymous wrote:

ຮູບເລົ່ານີ້ ເປັນການ ອະທິບາຍໄປໃນຕົວ ວ່າ ຄູສອນ ແລະ ນັກຮຽນ ແມ່ນມີ ນັກຮຽນ ລາວ ແລະ ຝຣັງເສສ ອາຈາຣສອນ ກໍ່ ເປັນ ຊາວ ຝຣັງເສສ ຫລັກສູຕ ການສອນ ກໍ່ແມ່ນ ອັນດຽວ ກັບປະເທສ ຝຣັງເອງ ຂໍ້ສອບແມ່ນ ນຳມາແຕ່ປະເທສ ຝຣັງໂດຍເວລາທີ່ຈະສອບ ແມ່ນ ສະຖານທູຕຝຮັງ ເປັນ ຜູ້ນຳມາໄຫ້ ມີຊອງຂໍ້ສອບ ຕິດດ້ວຍ wax ມາຈາກ ສະຖານທູຕເອງ ດັ່ງນັ້ນ ຄົນທີ່ໄປຢູ່ປະເທສຝຣັງ ໄດ້ຍອມຮັບເຂົ້າເຮັດການ ຕາມປຣິນຍາ ທີ່ໄດ້ມາ ຈາກລາວ.

http://lyceedevientiane.free.fr/lyceevte/kouthayp.htm

ຈາກ ອະດີດ ນັກຣຽນ Lycee De Vientiane 1958-1964.

lycevientiane1975.jpg

lyceevte3e3197374166352.jpg  

plyceelaos.jpg

 ແບບນີ້ລະເພີ່ນຈື່ງວ່າ: ການສືກສາແບບຫົວເມືອງຂື້ນ, ບໍ່ມີລັກສະນະຊາດກ້າວໜ້າ

__________________
Anonymous

Date:

only louk jao nai smei khao jiung khao dike. louk pho na , ma tao ka bor dike me o kad num pheun dok.

__________________
Anonymous

Date:

Anonymous wrote:

only louk jao nai smei khao jiung khao dike. louk pho na , ma tao ka bor dike me o kad num pheun dok.

 ຮຽນເກັ່ງເສັງຜ່ານກໍ່ໄດ້ເຂົ້າຮຽນ ບໍ່ຈໍາເປັນຕ້ອງແມ່ນລູກເຈົ້າລູກນາຍດອກ

ລູກພໍ່ນາພໍ່ຄ້າຊາວຂາຍກໍ່ໄດ້ເຂົ້າຮຽນຄືກັນ. ຜູ່ນໍາຂັ້ນສູງໃນວົງການລັດຖະ

ບານລາວໃນປັດຈະບັນນີ້ກໍ່ມີຫລາຍຄົນທີ່ຈົບລີເຊແລະໄດ້ໄປສຶກສາຕໍ່ຢູ່ປະ

ເທດຝຣັ່ງເສດ ພວກເພິ່ນເປັນລູກຄົນທໍາມະດາສາມັນເພິ່ນກໍ່ຍັງມີໂອກາດ.

ຖ້າເຈົ້າມີໂອກາດໄດ້ພົບທ່ານຢົງ ຈັນທະລັງສີ, ທ່ານຫຽມ ພົມມະຈັນ,

ທ່ານ ສຈ. ບຸນຕຽມ ພິດສະໃໝ, ທ່ານບຸນທົງ ວົງສາລີ, ທ່ານບຸນຍືນ ລັດຕະ

ນະໂກສີ...ກໍ່ລອງຖາມເພິ່ນເບິ່ງເດີວ່າເພິ່ນເຄີຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ

ລີເຊວຽງຈັນແລະໄດ້ໄປສຶກສາຕໍ່ຢູ່ຕ່າງປະເທດຫຼືບໍ່?

My father was a Sergeant of the Police Department, you are totally wrong. Don’t let that doctrine blind you to dead. I was still attended and gradated, when I came to the US, I finished my Master degree in sociology easily, because of my background of education that I had received back in Laos. ( Lycee De Vientiane)

Be an honest person will you.

__________________
Anonymous

Date:

Anonymous wrote:
Anonymous wrote:

only louk jao nai smei khao jiung khao dike. louk pho na , ma tao ka bor dike me o kad num pheun dok.

 ຮຽນເກັ່ງເສັງຜ່ານກໍ່ໄດ້ເຂົ້າຮຽນ ບໍ່ຈໍາເປັນຕ້ອງແມ່ນລູກເຈົ້າລູກນາຍດອກ

ລູກພໍ່ນາພໍ່ຄ້າຊາວຂາຍກໍ່ໄດ້ເຂົ້າຮຽນຄືກັນ. ຜູ່ນໍາຂັ້ນສູງໃນວົງການລັດຖະ

ບານລາວໃນປັດຈະບັນນີ້ກໍ່ມີຫລາຍຄົນທີ່ຈົບລີເຊແລະໄດ້ໄປສຶກສາຕໍ່ຢູ່ປະ

ເທດຝຣັ່ງເສດ ພວກເພິ່ນເປັນລູກຄົນທໍາມະດາສາມັນເພິ່ນກໍ່ຍັງມີໂອກາດ.

ຖ້າເຈົ້າມີໂອກາດໄດ້ພົບທ່ານຢົງ ຈັນທະລັງສີ, ທ່ານຫຽມ ພົມມະຈັນ,

ທ່ານ ສຈ. ບຸນຕຽມ ພິດສະໃໝ, ທ່ານບຸນທົງ ວົງສາລີ, ທ່ານບຸນຍືນ ລັດຕະ

ນະໂກສີ...ກໍ່ລອງຖາມເພິ່ນເບິ່ງເດີວ່າເພິ່ນເຄີຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ

ລີເຊວຽງຈັນແລະໄດ້ໄປສຶກສາຕໍ່ຢູ່ຕ່າງປະເທດຫຼືບໍ່?

 ແລ້ວບັນດາທ່ານທີ່ກ່າວມານີ້ ພື້ນຖານຖານະຄອບຄົວເພີ່ນເປັນຄືແນວໃດ?

ພໍ່ແມ່ເພີ່ນຍ່າງນຳກົ້ນຄວາຍລຸຍຕົມຢູ່ທົ່ງນາເພື່ອຫາລ້ຽງຊີບບໍ່?

__________________
Anonymous

Date:

theeb 3 lor.

__________________
Anonymous

Date:
RE: ລະບົບການສືກສາໃນສະໄໝລະບອບເກົ່າ ແລະ ສະໄໝລະບອບໃໝ່ມີອັນແຕກຕ່າງກັນແນວໃດ?

Anonymous wrote:

 ແລ້ວບັນດາທ່ານທີ່ກ່າວມານີ້ ພື້ນຖານຖານະຄອບຄົວເພີ່ນເປັນຄືແນວໃດ?

ພໍ່ແມ່ເພີ່ນຍ່າງນຳກົ້ນຄວາຍລຸຍຕົມຢູ່ທົ່ງນາເພື່ອຫາລ້ຽງຊີບບໍ່?

 ອະດີດທ່ານນາຍົກບົວສອນ ບຸບຜາວັນ ແມ່ນລູກຊາວໄຮ່ນາ ເພິ່ນກໍ່ມີໂອກາດເສັງເຂົ້າຮຽນ

ຢູ່ໃນໂຮງຮຽນ College Saravan, ຖ້າບໍ່ມີການປ່ຽນແປງອໍານາດການປົກຄອງ ເພິ່ນ

ອາດຈະມີຊື່ໄປສຶກສາຕໍ່ຢູ່ຕ່າງປະເທດເພາະເພິ່ນກໍ່ເປັນນັກຮຽນທີ່ຮຽນເກັ່ງຄົນນຶ່ງແລະເຄີຍ

ໄດ້ຮັບການຍ້ອງຍໍຈາກອາຈານເລື່ອມທຸກໆປີ.

ຖ້າບັນດາທ່ານເຫຼົ່ານັ້ນມາຈາກຊົນຊັ້ນສັກດິນາເພິ່ນຈະໄດ້ຮັບໜ້າທີ່ຕໍາແໜ່ງດີແລະໄດ້ຮັບ

ຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານຊັ້ນເບາະ?

 ຕາມຊື່ທີ່ທ່ານພາດພືງເຖີງນັ້ນມີ ຜູ້ທີ່ບໍ່ແມ່ນຊົນຊັນຊາວໄຮ່ ນາ ແນ່ນອນ. ແຕ່ທ່ານກໍ່ຮູ້ຢູ່ແລ້ວວ່ານະໂຍບາຍຂອງພັກ-ລັດ

ເພີ່ນບໍ່ໄດ້ຈຳແນກ ຊົນຊັ້ນ ຊົນເຜົ່າ, ສີ່ງສຳຄັນແມ່ນມີຄວາມຈົ່ງຮັກພັກດີຕໍ່ລະບອບໃໝ່ ຕໍ່ອຳນາດການປົກຄອງໃໝ່

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

only louk jao nai smei khao jiung khao dike. louk pho na , ma tao ka bor dike me o kad num pheun dok.

 ຮຽນເກັ່ງເສັງຜ່ານກໍ່ໄດ້ເຂົ້າຮຽນ ບໍ່ຈໍາເປັນຕ້ອງແມ່ນລູກເຈົ້າລູກນາຍດອກ

ລູກພໍ່ນາພໍ່ຄ້າຊາວຂາຍກໍ່ໄດ້ເຂົ້າຮຽນຄືກັນ. ຜູ່ນໍາຂັ້ນສູງໃນວົງການລັດຖະ

ບານລາວໃນປັດຈະບັນນີ້ກໍ່ມີຫລາຍຄົນທີ່ຈົບລີເຊແລະໄດ້ໄປສຶກສາຕໍ່ຢູ່ປະ

ເທດຝຣັ່ງເສດ ພວກເພິ່ນເປັນລູກຄົນທໍາມະດາສາມັນເພິ່ນກໍ່ຍັງມີໂອກາດ.

ຖ້າເຈົ້າມີໂອກາດໄດ້ພົບທ່ານຢົງ ຈັນທະລັງສີ, ທ່ານຫຽມ ພົມມະຈັນ,

ທ່ານ ສຈ. ບຸນຕຽມ ພິດສະໃໝ, ທ່ານບຸນທົງ ວົງສາລີ, ທ່ານບຸນຍືນ ລັດຕະ

ນະໂກສີ...ກໍ່ລອງຖາມເພິ່ນເບິ່ງເດີວ່າເພິ່ນເຄີຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ

ລີເຊວຽງຈັນແລະໄດ້ໄປສຶກສາຕໍ່ຢູ່ຕ່າງປະເທດຫຼືບໍ່?

 ແລ້ວບັນດາທ່ານທີ່ກ່າວມານີ້ ພື້ນຖານຖານະຄອບຄົວເພີ່ນເປັນຄືແນວໃດ?

ພໍ່ແມ່ເພີ່ນຍ່າງນຳກົ້ນຄວາຍລຸຍຕົມຢູ່ທົ່ງນາເພື່ອຫາລ້ຽງຊີບບໍ່?

 ເຈົ້າຊ່າງເປັນ ຄົນບໍ່ມີເຫຕຜົລແທ້ນໍ້ ເສັຍໃຈຄອບຄົວຂອງເຈົ້າເດີ.

__________________
Anonymous

Date:

ກ່ອນປີ 1975 ທຸກຄົນມີສິດໄດ້ຮັບການສຶກສາຮໍ່າຮຽນ, ຈະເປັນລູກຊາວໄຮ່ນາ

ລູກພໍ່ຄ້າຊາວຂາຍ ລູກກໍາມະກອນແບກຫາມສາມລໍ້ ລຸກຂ້າຣາຊການທະຫານ

ຕໍາຣວດກໍ່ມີສິດໄດ້ເຂົ້າໄປນັ່ງຮຽນໃນໂຮງຮຽນຄືລູກເຈົ້າຟ້າພຣະມະຫາກະສັດ

ຫັ້ນລະ, ຜູ່ໃດ໋ເປັນລູກຄົນທີ່ມີຖານະດີກໍ່ໄດ້ເຂົ້າໄປນັ່ງຮຽນໃນໂຮງເອກະຊົນແລະ

ເມື່ອຮຽນຈົບແລ້ວກໍ່ມີສິດໄປສຶກສາຕໍ່ຢູ່ຕ່າງປະເທດດ້ວຍທຶນຕົນເອງ ແລະສ່ວນ

ຜູ່ທີ່ບໍ່ມີເງິນຫຼາຍກໍ່ເຂົ້າໄປນັ່ງຮຽນໃນໂຮງຮຽນຫຼວງແລະມີສິດເສັງຍາດທຶນການ

ສຶກສາທີ່ແຕ່ລະປະເທດມີໃຫ້ຄືກັນກັບເຮົາເຫັນກັນໃນປັດຈຸບັນນີ້ຫັ້ນລະ ບໍ່ມີຫຍັງ

ແຕກຕ່າງກັນຫຼາຍດອກ.

ຂ້ອຍກໍ່ແມ່ນຜູ່ນຶ່ງທີ່ເກີດແລະໃຫຍ່ໃນຄອບຄົວຊາວນາ, ແຕ່ຍ້ອນສົງຄາມເຜົາຜານ

ພໍ່ແມ່ຈຶ່ງໄດ້ເຂົ້າມາຕັ້ງຕົ້ນຊີວິດໃໝ່ຢູ່ໃນຕົວເມືອງປາກເຊໂດຍຍຶດອາຊີບຂາຍຜັກ

ຢູ່ໃນຕະລາດເຊົ້າປາກເຊ. ຍ້ອນວ່າບໍ່ຢາກໃຫ້ລູກເຕົ້າຕົກລະກໍາລໍາບາກ ເພິ່ນຈຶ່ງ

ສົ່ງເສີມໃຫ້ຂ້ອຍແລະນ້ອງສາວໄດ້ເຂົ້າຮໍ່າຮຽນໃນໂຮງຮຽນປະຖົມປາກເຊ ແລະ

ຂ້ອຍກໍ່ໄດ້ຮຽນຈົນເສັງແຊກໄດ້ ແຕ່ບໍ່ສາມາດເສັງເຊົ້າໂຮງຮຽນລີເຊປາກເຊໄດ້.

ຂ້ອຍຮຽນຊໍ້າຫ້ອງປໍ6 ສອງປີ ຈຶ່ງອອກໄປຈ້າງຮຽນຢູ່ໂຮງຮຽນກ໊ວກບ໋າວນຶ່ງປີແລະ

ກໍ່ສາມາດເສັງເຂົ້າໂຮງຮຽນລີເຊປາກເຊໄດ້ຕາມຫວັງ. ແຕ່ໂຊກບໍ່ເຂົ້າຂ້າງ, ຮອດ

ປີ1975 ກໍ່ມີການໂຄ່ນລົ້ມອໍານາດການປົກຄອງ ຄອບຄົວຂ້ອຍຈຶ່ງພາກັນຫຼົບໜີ

ມາຢູ່ປະເທດໄທ ຕໍ່ມາກໍ່ເຂົ້າສູນອຸບົນແລະຂໍມາຕັ້ງຖິ່ນຖານຢູ່ສະຫະຣັຖອາເມຣິກາ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

only louk jao nai smei khao jiung khao dike. louk pho na , ma tao ka bor dike me o kad num pheun dok.

 ຮຽນເກັ່ງເສັງຜ່ານກໍ່ໄດ້ເຂົ້າຮຽນ ບໍ່ຈໍາເປັນຕ້ອງແມ່ນລູກເຈົ້າລູກນາຍດອກ

ລູກພໍ່ນາພໍ່ຄ້າຊາວຂາຍກໍ່ໄດ້ເຂົ້າຮຽນຄືກັນ. ຜູ່ນໍາຂັ້ນສູງໃນວົງການລັດຖະ

ບານລາວໃນປັດຈະບັນນີ້ກໍ່ມີຫລາຍຄົນທີ່ຈົບລີເຊແລະໄດ້ໄປສຶກສາຕໍ່ຢູ່ປະ

ເທດຝຣັ່ງເສດ ພວກເພິ່ນເປັນລູກຄົນທໍາມະດາສາມັນເພິ່ນກໍ່ຍັງມີໂອກາດ.

ຖ້າເຈົ້າມີໂອກາດໄດ້ພົບທ່ານຢົງ ຈັນທະລັງສີ, ທ່ານຫຽມ ພົມມະຈັນ,

ທ່ານ ສຈ. ບຸນຕຽມ ພິດສະໃໝ, ທ່ານບຸນທົງ ວົງສາລີ, ທ່ານບຸນຍືນ ລັດຕະ

ນະໂກສີ...ກໍ່ລອງຖາມເພິ່ນເບິ່ງເດີວ່າເພິ່ນເຄີຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ

ລີເຊວຽງຈັນແລະໄດ້ໄປສຶກສາຕໍ່ຢູ່ຕ່າງປະເທດຫຼືບໍ່?

 ແລ້ວບັນດາທ່ານທີ່ກ່າວມານີ້ ພື້ນຖານຖານະຄອບຄົວເພີ່ນເປັນຄືແນວໃດ?

ພໍ່ແມ່ເພີ່ນຍ່າງນຳກົ້ນຄວາຍລຸຍຕົມຢູ່ທົ່ງນາເພື່ອຫາລ້ຽງຊີບບໍ່?

 ເຈົ້າຊ່າງເປັນ ຄົນບໍ່ມີເຫຕຜົລແທ້ນໍ້ ເສັຍໃຈຄອບຄົວຂອງເຈົ້າເດີ.

 ຂ້ອຍກໍ່ເວົ້າໄປຕາມເຫດການທີ່ເລົ່າຂານຕໍ່ກັນມາທ່ານເອີຍ ແລະ ກໍຕາມຄຳເຫັນທີ່ບາງທ່ານໄດ້ສະແດງອອກມາ.

ທີ່ຈີງແລ້ວ ເຫດການໃນສະໄໝນັນມັນກໍ່ບໍ່ໄດ້ມີຜົນກະທົບຫຍັງຕໍ່ສ່ວນຕົວຂ້ອຍດອກ ເພາະອາຍຸຂ້ອຍບໍ່ທັນເຖີງຂັ້ນເຂົ້າຮຽນ

Lycee ເທື່ອ, ແຕ່ຂ້ອຍກໍ່ບໍ່ໄດ້ກາຍເປັນຄົນດ້ອຍໂອກາດໃນການສືກສາ, ຂ້ອຍກໍ່ມີໂອກາດໄດ້ຮັບການສືກສາລະດັບສູງຢູ່

ແລະ ຂ້ອຍກໍ່ບໍ່ໄດ້ຫວັ່ນໄດ້ແຄ ຫລືສະອື້ນສະອອນຫຍັງນຳພວກທີ່ໄດ້ຮັບການສືກສາຢູ່ Lycee ໃນສະໄໝນັ້ນດອກ

ເພາະລະດັບການສືກສາຂອງຂ້ອຍ ກັບເຂົາກໍ່ຄົງບໍ່ແຕກໂຕນກັນພໍເທົ່າໃດ. ບໍ່ຕ້ອງເວົາເລື່ອງຊັ້ນຕຳແໜ່ງ ກັບພາສາຝຣັ່ງເສດເດີ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard