Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາການສ້າງຕະຫລາດໃນນະຄອນຫລວງວຽງຈັນ
ຄົນບ້ານນາ

Date:
ບັນຫາການສ້າງຕະຫລາດໃນນະຄອນຫລວງວຽງຈັນ


ຕາມທັດສະນະຂອງຂ້າພະເຈົ້າເຫັນວ່າການອານຸຍາດສ້າງຕັ້ງຕະຫລາດຢູ່ໃນນະຄອນຫລວງວຽງຈັນນີ້ ເພີ່ນຍັງບໍ່ເບີ່ງຜົນກະທົບດ້ານລົບຕໍ່ສັງຄົມຄື:

ຕິດກັບທາງໃຫຍ່ໂດຍກົງ, ບໍ່ມີລານຈອດລົດ ຫລື ມີກໍ່ບໍ່ພຽງພໍ ແລ້ວນຳໃຊ້ໜ້າທາງເປັນບ່ອນຈອດລົດທັງ 2 ຟາກທາງ ເຣັດໃຫ້ການສັນຈອນຕິດຂັດ

ແລະບໍ່ປອດໄພ, ຄວາມບໍ່ສະອາດ ຈົບງາມຂອງຕົວເມືອງ, ຄົນຂາຍເຄື່ອງວາງຂາຍຢູ່ແຄມທາງ, ແລະ ອື່ນໆ. ນອກນັ້ນຕະຫລາດກໍ່ມີແບບໃກ້ໆກັນ

ເຊັ່ນ ຕົວຢ່າງ ຕະຫລາດທາດຫລວງ ແລະ ຕະຫລາດຫົວຂົວ ຢູ່ໃກ້ກັນ ຄົນນັ່ງຂາຍເຄື່ອງລຽບຕາມແຄມທາງຈົນຕິດຈອດ 2 ຕະຫລາດແລ້ວ ເປັນຫຍັງ

ບໍ່ລວມເຂົ້າເຮັດບ່ອນດຽວເລີຍຈື່ງບໍ່ສັບສົນຫລາຍ. ສ່ວນຕະຫລາຍອີກຫລາຍບ່ອນບໍ່ມີລານຈອດລົດເຊັ່ນຕົວຢ່າງ ຕະຫລາດທົ່ງພານທອງ, ຕະຫລາດ

ທົ່ງຂັນຄຳ ເປັນຕົ້ນ




__________________
Anonymous

Date:

 ເວົ້າ​ເຖິງ​ບັນ​ຫາ​ຕະ​ຫຼາດ ຂ້ອຍກໍ່​ອົດ​ບໍ່​ໄດ້​ກ່ຽວ​ກັບ​ຂີ່​ເຫື່ຍອ​ແລະ​​ສິ່ງ​ເສດ​ເຫຼືອ​ຈາກ​ຕະ​ຫຼາດ ການ​ຈູດ​ຂີ່​ເຫ​ຍື່ອ​, ເສດ​ຖົງ​ຢາງ​ຕ່າ​ງໆ​ຍັງ​ພົບ​ເຫັນ​ຢູ່ ເຊັ່ນ​ຕະຫຼາດ​ຫ້ວຍ​ຫົງ ມັກ​ເອົາ​ຂີ້​ເຫ​ຍື່ອ​ມາ​ຈູດ​​ດ້ານ​ຫຼັງ​ຂອງ​ຕະ​ຫຼາດໃນ​ຍາມ​ເຊົ້າ ນີ້ກໍ່​ແມ່ນ​ທຸ​ລະ​ກິດ​ທີ່ຂາດຄວາມ​ຮັບ​ຜິດ​ຊອບ!ບໍ່​ຮູ້​ວ່າ​ມີ​ພາ​ກ​ສວ່ນ​ໃດ​ລົງ​ກວດ​ກາ​ບັນ​ຫານີ້ບໍ່



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard