Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັ້ງໄຟພະຍານາກ
ຄົນວຽງຈັນ

Date:
ບັ້ງໄຟພະຍານາກ

ຂ້າພະເຈົ້າຂໍຍົກເອົາບັນຫາບັ້ງໄຟພະຍານາກນີ້ມາແລກປ່ຽນຄຳເຫັນກັບບັນດາທ່ານໜ້ອຍໜື່ງເນາະ

ຄວາມຈີງແລ້ວເລື່ອງລາວກ່ຽວກັບບັ້ງໄຟພະຍານາກນີ້ຢູ່ບ້ານເຮົາເຫັນວ່າເພີ່ນບໍ່ໄດ້ມີການສື່ສານ ໂຄສະນາແນວໃດເລີຍ ມີແຕ່ຊາວບ້ານຊັກຊວນກັນໄປເອງ

ແລະ ກໍ່ບໍ່ມີການປັບປຸງສະຖານທີ່ ທີ່ມີປະກົດການດັ່ງກ່າວ ທີ່ຝູງຊົນພາກັນໄປເບີ່ງແຕ່ລະປີ. ແຕ່ກົງກັນຂ້າມຢູ່ຝັ່ງຂອງເບື້ອງນັ້ນເພີ່ນໂຄສະນາເຜີຍແຜ່ເປັນ

ຂໍ້ມູນຂ່າວສານ ເພື່ອຊັກຊວນນັກທ່ອງທ່ຽວມາເບີ່ງມາຊົມ ແບບເອົາຈີງເອົາຈັງ, ສະຖານທີ່ກໍ່ລົງທືນປັບປຸງໃຫ້ສະດວກສະບາຍແກ່ຜູ້ໄປທ່ຽວໄປຊົມ

ຂ້າພະເຈົ້າຄິດວ່າບ້ານເຮົາເພີ່ນອາດຈັດເຂົ້າໃນປະເພດຄວາມເຊື່ອບໍ່ ເພີ່ນຈື່ງບໍ່ມີການໂຄສະນາ ບັນຫານີ້. ທ່ານໃດມີຄວາມເຫັນ ຫລື ມີຂໍ້ມູນຂ່າວ

ສານແນວໃດກໍ່ແນະນຳໃຫ້ມະຫາຊົນຊາບນຳແດ່

__________________
Anonymous

Date:

ບັ້ງໄຟພະຍານາກທຽມ 555

__________________
Anonymous

Date:
RE: ບັ້ງໄຟພະຍານາກ

ເລື້ອງຄວາມເຊື່ອຖືຫັ້ນລະ ເພາະເພິ່ນບໍ່ເຊື່ອງົມງວາຍ.

__________________
Anonymous

Date:
RE: ບັ້ງໄຟພະຍານາກ

Anonymous wrote:

ເລື້ອງຄວາມເຊື່ອຖືຫັ້ນລະ ເພາະເພິ່ນບໍ່ເຊື່ອງົມງວາຍ.

 ຕາມຄຳເຫັນຂອງຂ້າພະເຈົ້າແລ້ວ ຖ້າຈະເອີ້ນວ່າບັນຫາງົມງາຍກໍ່ຈະບໍ່ເໝາະສົມ ເພາະມັນເປັນປະກົດການ

ທາງທຳມະຊາດ ແລະ ກໍ່ມີຕົວຈີງໃຫ້ເຫັນແທ້, ຖ້າເປັນບັນຫາງົມງາຍຈະບໍ່ມີຫຍັງໃຫ້ເຫັນເລີຍ. ອາດຈະມີ

ແຕ່ເລື່ອງເອີ້ນຊື່ຂອງປະກົດການຫັ້ນລະ ທີ່ເປັນສີ່ງຢາກຂັດ ຂັດໜ້ອຍໜື່ງ

__________________
Anonymous

Date:

ເພິ່ນໂຄສະນາແນວທາງຢ່າງດຽວ ບໍ່ດີກະວ່າດີ ຫຼ້າຫຼັງກໍ່ວ່າສະຫຼາດສ່ອງໃສ!

ຈົບ!

__________________
Anonymous

Date:

To call it "Naga Fireballs" is ridiculous.  This is nothing more than marketing scheme to attract tourists.    |I am kind of glad that the Lao side does not take this seriously.  To make this into some religious event or context is event more silly.  If it is proven to be a naturally phenomenom then call it what it is.  

__________________
Anonymous

Date:

Anonymous wrote:
Anonymous wrote:

ເລື້ອງຄວາມເຊື່ອຖືຫັ້ນລະ ເພາະເພິ່ນບໍ່ເຊື່ອງົມງວາຍ.

 ຕາມຄຳເຫັນຂອງຂ້າພະເຈົ້າແລ້ວ ຖ້າຈະເອີ້ນວ່າບັນຫາງົມງາຍກໍ່ຈະບໍ່ເໝາະສົມ ເພາະມັນເປັນປະກົດການ

ທາງທຳມະຊາດ ແລະ ກໍ່ມີຕົວຈີງໃຫ້ເຫັນແທ້, ຖ້າເປັນບັນຫາງົມງາຍຈະບໍ່ມີຫຍັງໃຫ້ເຫັນເລີຍ. ອາດຈະມີ

ແຕ່ເລື່ອງເອີ້ນຊື່ຂອງປະກົດການຫັ້ນລະ ທີ່ເປັນສີ່ງຢາກຂັດ ຂັດໜ້ອຍໜື່ງ

 Dude....it's made by people... there is no such thing as naga fireballs. 

first of all, Naga doesn't exists. Second, how naga make rocket ? they have hands or brain? 

__________________
Anonymous

Date:

"ບັ້ງໄຟພະຍານາກຈາກປະສົບການຂອງຂ້າພະເຈົ້າ"

ບໍ່ໜ້າເຊື່ອວ່າຈາກທີ່ຄັ້ງນຶ່ງບໍ່ເຄີຍສົນໃຈເລື່ອງນີ້ເລີຍ ຈະກາຍມາເປັນວ່າໄປເບິ່ງຕັ້ງ 2 ປີຕິດໆກັນ
ຄັ້ງທຳອິດທີ່ຂ້າພະເຈົ້າໄປແມ່ນປີ 2012 ເຊິ່ງໃນຄັ້ງນັ້ນ ກໍໄດ້ສັງເກດ ແລະພົບເຫັນວ່າ ບັ້ງໄຟພະຍານາກທີ່ບັນດາຜູ່ຄົນຫຼັ່ງໄຫຼກັນໄປເບິ່ງໄປຊົມນັ້ນ ເປັນພຽງການຍິງປືນຂຶ້ນຟ້າເທົ່ານັ້ນ ເຊິ່ງກໍສາມາດບັນທຶກໄດ້ທັງພາບ ແລະວິດີໂອພ້ອມສຽງ ເຮັດໃຫ້ເກີດຄວາມແປກປະຫຼາດໃຈສຳລັບຜູ່ທີ່ເຫັນເປັນຄັ້ງທຳອິດເປັນຢ່າງຍິ່ງ ເຖິງແມ່ນວ່າຫຼາຍຄົນຈະຍັງຄົງປັກໃຈເຊື່ອແບບບໍ່ສົນໃຈເຫດຜົນ ແລະຫຼັກຖານເລີຍກໍຕາມ

ສຳລັບປີນີ້ເອງ ຂ້າພະເຈົ້າກໍໄດ້ມີໂອກາດເດີນທາງໄປຮັບຊົມແລະສັງເກດປາກົດການບັ້ງໄຟພະຍານາກອີກຄັ້ງນຶ່ງ ໂດຍສະຖານທີ່ທີ່ເລືອກເພື່ອເຝົ້າສັງເກດໃນຄັ້ງນີ້ແມ່ນບ້ານທ່າໂພນສັນ ເຊິ່ງເປັນທີ່ຕັ້ງຂອງວັດໂພນສັນ ແຂວງບໍລິຄຳໄຊ. ໃນເບື້ອງຕົ້ນກໍມີການສອບຖາມນຳປະຊາຊົນບໍລິເວນດັ່ງກ່າວ ເຊິ່ງກໍໃຫ້ຄຳຕອບໄປໃນລັກສະນະດຽວກັນກໍຄື:

1. ບັ້ງໄຟເກີດຂຶ້ນໃນວັນເພັງ 15 ຄ່ຳເດືອນ 11 ເທົ່ານັ້ນ ແລະບາງຄັ້ງກໍເກີດໃນຄືນມື້ 1 ຄ່ຳນຳ
2. ລັກສະນະຂອງບັ້ງໄຟຈະເປັນສີແດງອົມສີບົວ
3. ວິຖີຂອງບັ້ງໄຟຈະສູງຂຶ້ນໄປຫາທ້ອງຟ້າ ໂດຍຈະສັງເກດເຫັນເມື່ອກາຍພຸ່ມໄມ້ໄປແລ້ວ
4. ບາງຜູ່ເຫັນເຫດການເລົ່າວ່າ ບັ້ງໄຟສາມາດເກີດຂຶ້ນໃນນ້ຳ ຫຼືກາງນ້ຳໄດ້ນຳ
5. ເປັນປາກົດການທີ່ມີມາແລ້ວແຕ່ເຫິງນານ ປະຊາຊົນບາງຄົນລະບຸວ່າ ເຫັນມາຕັ້ງແຕ່ 30 ປີກ່ອນແລ້ວ
6. ຊື່ຂອງບັ້ງໄຟພະຍານາກນັ້ນ ໃນອະດີດເມື່ອ 30 ປີກ່ອນ ບໍ່ມີການເອີ້ນເປັນເອກະພາບກັ້ນ ບາງຄົນກໍເອີ້ນວ່າ ບັ້ງໄຟແສງ, ລູກແສງ ຫຼືແສງແດງ ເປັນຕົ້ນ

ເມື່ອໄດ້ຂໍ້ມູນດັ່ງນັ້ນແລ້ວ ກໍຈຶ່ງຖ້າຮອດເວລາຄ້ອຍຄ່ຳ ເຊິ່ງພໍຮອດເວລາປະມານ 6:30 PM ກໍມີສຽງຮ້ອງໂຫ່ຈາກປະຊາຊົນທັງສອງຟາກຝັ່ງລາວ ແລະໄທ ດ້ວຍເຫດວ່າເຫັນບັ້ງໄຟພະຍານາກປາກົດຂຶ້ນແລ້ວ. ເມື່ອຂ້າພະເຈົ້າຢືນສັງເກດການເບິ່ງຢູ່ຫາດແຫ່ງນຶ່ງ ຂ້າພະເຈົ້າເຫັນວ່າ:

1. ບັ້ງໄຟພະຍານາກໃນປີນີ້ ເປັນແບບດຽວກັບລູກປືນທີ່ມີຄົນຍິງທີ່ຂ້າພະເຈົ້າບັນທຶກພາບ ແລະວິດີໂອໄດ້ໃນປີກາຍ
2. ຈຸດທີ່ບັ້ງໄຟເກີດນັ້ນ ແມ່ນຂຶ້ນຈາກຝັ່ງລາວ ໃກ້ໆກັບຝັ່ງ ໂດຍສາມາດເກີດຂຶ້ນໄດ້ຫຼາຍຈຸດ
3. ຫາກບັ້ງໄຟຂຶ້ນຢູ່ທີ່ຈຸດໃດ ກໍຈະຂຶ້ນສະເພາະຈຸດນັ້ນ ບໍ່ມີການເຄື່ອນທີ່ໄປຫຼາຍ
4. ການສັງເກດການໃນມື້ທີ່ມີຄົນຈຳນວນຫຼາຍໄປເບິ່ງທັງຝັ່ງລາວ ແລະຝັ່ງໄທ ເຮັດໃຫ້ບໍ່ສາມາດໄດ້ຍິນສຽງຫຍັງຊັດເຈນ ເພາະໃນເວລານັ້ນມີທັງສຽງຮ້ອງໂຫ່ ສຽງກະໂພກ ແລະບັ້ງໄຟທີ່ຄົນຍິງຂຶ້ນດັງກົບເກື່ອນໄວ້
5. ບໍ່ມີບັ້ງໄຟພະຍານາກລູກໃດເລີຍທີ່ຂຶ້ນຈາກນ້ຳ ຫຼືຂຶ້ນຈາກຝັ່ງໄທ ມີສະເພາະທີ່ຂຶ້ນຈາກຝັ່ງລາວເທົ່ານັ້ນ
6. ບັ້ງໄຟພະຍານາກທຸກລູກທີ່ຂຶ້ນມານັ້ນ ຈະມີວິຖີບັ້ງໄຟຍິງໄປທາງຝັ່ງໄທ ແລະຈະມີພຽງບາງຄັ້ງທີ່ມັນຂຶ້ນຊື່ຂຶ້ນຟ້າ
7. ບາງຄັ້ງ ບັ້ງໄຟພະຍານາກຈະຂຶ້ນຕິດຕໍ່ກັນເປັນຈຳນວນຫຼາຍໆລູກ ໂດຍຈາກການສັງເກດການ ເຫັນວ່າຂຶ້ນຫຼາຍຊຸດແມ່ນ 8 ລູກຕິດຕໍ່ກັນເປັນສາຍ

ແລະເມື່ອສັງເກດໃຫ້ຄັກແນ່ແລ້ວ ຈຶ່ງເຫັນວ່າ ຈຸດທີ່ບັ້ງໄຟຂຶ້ນຫຼາຍ ໂດຍສັງເກດຈາກຫາດໃກ້ກັບວັດໂພນສັນ ເຫັນວ່າ ບັ້ງໄຟຂຶ້ນຈາກທາງໂຄ້ງຂອງແມ່ນ້ຳຂອງ ເຊິ່ງບໍລິເວນນັ້ນ ແມ່ນກົງກັບບ້ານທີ່ຂ້າພະເຈົ້າເຄີຍໄປສັງເກດການເມື່ອປີກາຍນີ້. ລ່ວງເລີຍຈົນຮອດເວລາປະມານ 8:30 PM ແລ້ວ ຈຳນວນຂອງບັ້ງໄຟພະຍານາກກໍຫຼຸດໜ້ອຍລົງ ຈົນຫາເບິ່ງໄດ້ຍາກໃນທີ່ສຸດ ແລະໃນລະຫວ່າງນັ້ນເອງ ກໍໄດ້ມີປະຊາຊົນໃນບ້ານມາເລົ່າໃຫ້ຟັງວ່າ ເຫັນປາກົດການບັ້ງໄຟຂຶ້ນຢູ່ບໍລິເວນໜອງໃກ້ກັບວັດ ຈຶ່ງໄດ້ພາກັນໄປຢືນສັງເກດການ ແຕ່ເມື່ອເວລາຜ່ານໄປ 20 ນາທີ ກໍບໍ່ປາກົດເຫັນມີບັ້ງໄຟພະຍານາກຂຶ້ນ ຈຶ່ງໄດ້ຕັດໃຈ ແລະກັບຄືນທີ່ພັກ.

ໃນມື້ຖັດມາ ເຊິ່ງເປັນມື້ 1 ຄ່ຳ ພວກເຮົາຍັງຄົງປັກຫຼັກຢູ່ທີ່ວັດໂພນສັນເພື່ອເຝົ້າສັງເກດການອີກຄັ້ງນຶ່ງ ໂດຍໃນຊ່ວງກາງເວັນ ໄດ້ມີການນັ່ງເຮືອຂອງບ້ານ ເພື່ອໄປເບິ່ງຈຸດທີ່ຊາວບ້ານເຊື່ອວ່າ ເປັນຖ້ຳພະຍານາກ ເຊິ່ງເລົ່າລືກັນມາດົນນານວ່າ ຈະຕ້ອງມີຄາຖາເພື່ອເປີດປາກຖ້ຳ ຈຶ່ງຈະສາມາດເດີນທາງໄປສູ່ເມືອງບາດານ ຫຼືເມືອງຂອງພະຍານາກໄດ້ ໂດຍໃນລະດູທີ່ພວກເຮົາໄປນີ້ ເປັນລະດູປາຍຝົນ ຈຶ່ງເຮັດໃຫ້ລະດັບນ້ຳສູງເກີນກວ່າຈະເຫັນຫຍັງຫຼາຍໄປກວ່າຫິນສີດຳບໍລິເວນທີ່ອ້າງວ່າເປັນທາງເຂົ້າເມືອງນາກ. ຢ່າງໃດກໍຕາມ ບໍລິເວນດັ່ງກ່າວ ມີລັກສະນະເປັນພະລານຫິນຂະໜາດໃຫຍ່ ເຊິ່ງມີລັກສະນະເປັນສີດຳປົນຂາວ ມີລວດລາຍຄ້າຍໆ ຫິນອ່ອນ ເມື່ອຈັບເບິ່ງແລ້ວ ເຫັນວ່າເປັນສິ່ງທີ່ມີລັກສະນະຄ້າຍຊາຍທີ່ແຂັງໂຕ ເຮັດໃຫ້ຈັບເປັນກ້ອນຫິນ ເຊິ່ງສາມາດຫັກອອກໄດ້ໂດຍງ່າຍ ຂ້າພະເຈົ້າຄາດວ່າເປັນເລື່ອງປົກກະຕິທີ່ສາມາດເກີດຂຶ້ນໄດ້

ເວລາລ່ວງເລີຍມາຮອດ 6 PM ຂ້າພະເຈົ້າແລະຄະນະໄດ້ມາຕັ້ງກອງສັງເກດການທີ່ວັດໂພນສັນອີກຄັ້ງ ໃນຄ່ຳຄືນນັ້ນ ມີຄົນຢູ່ບາງຕາເປັນພິເສດ ບໍ່ມີການເປີດໄຟ ບໍ່ມີການຄ້າຂາຍອາຫານ ແລະດອກໄມ້ ຫຼືກະທົງດັ່ງເຊັ່ນຄືນກ່ອນໜ້າ ອີກທັງບັນຍາກາດກໍງຽບສະງັດເປັນພິເສດ ເຊິ່ງກໍດີ ເພາະພວກເຮົາຈຶ່ງຈະສາມາດສັງເກດໄດ້ໂດຍງ່າຍ

ຮອດເວລາປະມານ 6:30 PM ຂ້າພະເຈົ້າກໍເຫັນບັ້ງໄຟພະຍານາກຂຶ້ນສູ່ທ້ອງຟ້າ ໂດຍສັງເກດວ່າ ຈຸດທີ່ຂຶ້ນນັ້ນ ແມ່ນຈຸດດຽວກັບທີ່ຂຶ້ນມື້ຄືນກ່ອນໜ້ານັ້ນເອງ ແລະເມື່ອຈັບເວລາເບິ່ງແລ້ວ ສັງເກດເຫັນວ່າ ໄລຍະຫ່າງຂອງບັ້ງໄຟແຕ່ລະລູກ ແມ່ນຂຶ້ນຫ່າງກັນ 4-6 ນາທີ ບາງລູກກໍຂຶ້ນຫ່າງກັນ 8 ນາທີ ແຕ່ໂດຍສ່ວນໃຫຍ່ແລ້ວບໍ່ເກີນ 6 ນາທີ ຈຶ່ງເຮັດໃຫ້ຄາດເດົາໄດ້ງ່າຍພໍສົມຄວນວ່າຈະຂຶ້ນຕອນໃດ

ໃນລະຫວ່າງທີ່ສັງເກດການນັ້ນ ເນື່ອງຈາກເປັນຄືນທີ່ບໍ່ມີຄົນເບິ່ງຫຼາຍ ຈຶ່ງເຮັດໃຫ້ສາມາດໄດ້ຍິນສຽງຕ່າງໆ ໄດ້ດີ ແລະຂ້າພະເຈົ້າສັງເກດວ່າ ທຸກຄັ້ງທີ່ບັ້ງໄຟຂຶ້ນມານັ້ນ ມັກຈະໄດ້ຍິນສຽງຄ້າຍປືນຕິດຕາມມານຳຫຼັງສະເໝີ ບາງຄັ້ງເມື່ອບັ້ງໄຟຂຶ້ນໄດ້ 2 ລູກກໍມີສຽງປືນຕາມມາ 2 ນັດ ແຕ່ບາງຄັ້ງກໍບໍ່ໄດ້ຍິນສຽງເລີຍກໍມີ

ເມື່ອສັງເກດການໄປໄດ້ໄລຍະນຶ່ງແລ້ວ ກໍນັບໄດ້ບັ້ງໄຟຂຶ້ນຈຳນວນ 30 ກວ່າລູກ ຈຶ່ງພາກັນມາປຶກສາກັນວ່າ ຖ້າເຮົາຍັງເຝົ້າເບິ່ງຢູ່ບ່ອນນີ້ ກໍຄົງຈະບໍ່ມີຫຍັງຫຼາຍ ບໍ່ສາມາດເຫັນໄດ້ວ່າມັນຂຶ້ນຈາກໃສກັນແທ້ ເຮົາຄວນຈະຂັບລົດໄປໃກ້ໆ ບໍລິເວນທາງໂຄ້ງຂອງນ້ຳຂອງ ທີ່ມັນຂຶ້ນກັນດີກວ່າ. ວ່າແລ້ວພວກເຮົາກໍຂັບລົດໄປຕໍ່ ຈົນໄປຮອດທາງໂຄ້ງດັ່ງກ່າວນັ້ນ ເຊິ່ງກົງກັບບ້ານຫ້ວຍສາຍພາຍ ແລະປາກົດວ່າເປັນບ້ານດຽວກັບທີ່ຂ້າພະເຈົ້າເຄີຍມາເບິ່ງປີກາຍນີ້ເອງ ເຊິ່ງກໍເປັນໄປຕາມຄາດ

ເມື່ອມາຮອດບ້ານຫ້ວຍສາຍພາຍແລ້ວ ກໍສັງເກດເຫັນວ່າບໍ່ມີຄົນເບິ່ງຫຼາຍປານໃດສຳລັບຝັ່ງລາວ ແຕ່ຝັ່ງໄທນັ້ນ ຄົນເຕັມຝັ່ງ ໂດຍມີການໃຊ້ໂທລະໂຄ່ງພາກສຽງເຫດການໄປນຳ ໂຄສະນາຕ່າງໆ ໄປນຳ ຄືກຄື້ນເປັນຢ່າງຍິ່ງ

ພໍແຕ່ບໍ່ເທົ່າໃດນາທີ ກໍມີສຽງໂຫ່ຂຶ້ນຈາກຝັ່ງໄທ ຂ້າພະເຈົ້າຫຼຽວໜ້າຂຶ້ນເບິ່ງທ້ອງຟ້າຢ່າງໄວ ແລະເຫັນລູກໄຟພະຍານາກລອຍຂຶ້ນພົ້ນຕົ້ນໄມ້ໄປ ໂດຍໄລຍະທີ່ເກີດບັ້ງໄຟດັ່ງກ່າວນັ້ນ ໃກ້ກັບຈຸດທີ່ຂ້າພະເຈົ້າຢູ່ຫຼາຍ ຄາດວ່າຫ່າງອອກໄປບໍ່ເກີນ 500 ແມັດເປັນຢ່າງຫຼາຍ ແລະມັນບໍ່ໄດ້ເກີດຂຶ້ນໃນນ້ຳແນ່ນອນ ເພາະບໍລິເວນທີ່ຂຶ້ນນັ້ນ ມັນແມ່ນທົ່ງນາ!

ເມື່ອສັງເກດໄປໄດ້ໄລຍະນຶ່ງ ກໍພົບເຫັນບັ້ງໄຟອີກສອງລູກທີ່ຂຶ້ນຢູ່ທາງຊ້າຍມືຈາກຈຸດສັງເກດ ແລະມັນຂຶ້ນໃກ້ຫຼາຍອີກເຊັ່ນກັນ ຫ່າງອອກໄປບໍ່ເກີນ 300 ແມັນເທົ່ານັ້ນ ເຊິ່ງວິຖີການຍິງຂອງບັ້ງໄຟດັ່ງກ່າວ ແມ່ນຍິງອອກໄປທາງຝັ່ງໄທ ແລະມັນຢູ່ຝັ່ງ ບໍ່ແມ່ນຢູ່ໃນນ້ຳ ຫຼືໃກ້ນ້ຳເລີຍ

ເວລາຜ່ານໄປໄລຍະນຶ່ງ ບັ້ງໄຟກໍຂຶ້ນຢູ່ບໍລິເວນທົ່ງນາຖັດຈາກປ່າໃກ້ໆ ຈຸດສັງເກດການ ເຊິ່ງພວກເຮົາຮູ້ວ່າມັນເປັນທົ່ງນາດ້ວຍການໃຊ້ Google Maps ເບິ່ງຂໍ້ມູນສະຖານທີ່ໃນບໍລິເວນດັ່ງກ່າວ (ແລະເປັນວິທີດຽວກັບທີ່ໃຊ້ຊອກຫາບ້ານນີ້ທີ່ຢູ່ທາງໂຄ້ງຂອງແມ່ນ້ຳຂອງ) ຈຶ່ງໄດ້ຂໍ້ສັນນິຖານວ່າ ບັ້ງໄຟມັນເກີດຈາກບໍລິເວນທົ່ງນາຢ່າງແນ່ນອນ

ຢ່າງໃດກໍຕາມ ຂ້າພະເຈົ້າ ແລະຄະນະບໍ່ເຫັນປະໂຫຍດຂອງການໄປເບິ່ງຄົນຍິງບັ້ງໄຟຢູ່ທົ່ງນາອີກຄັ້ງນຶ່ງ ຈຶ່ງຕັດສິນໃຈເດີນທາງກັບ

ລະຫວ່າງທາງກັບ ຄະນະພວກເຮົາໄດ້ໂອ້ລົມກັນກ່ຽວກັບເລື່ອງບັ້ງໄຟພະຍານາກ ເຊິ່ງຂ້າພະເຈົ້າຕັ້ງຂໍ້ສັງເກດວ່າ ມື້ຄືນ 15 ຄ່ຳນັ້ນ ຫຼັງຈາກທີ່ພວກເຮົາເບິ່ງບັ້ງໄຟກັນແລ້ວ ກໍໄດ້ສຳພາດກັບຊາວບ້ານຜູ່ທີ່ມີອາຍຸຫຼາຍກວ່າ 60 ປີ ໂດຍຖາມເພິ່ນວ່າ ເຄີຍເຫັນບັ້ງໄຟດັ່ງກ່າວນີ້ດົນຫຼືຍັງ? ເພິ່ນຕອບວ່າເຫັນມາ 30 ປີແລ້ວ ພວກເຮົາຈຶ່ງໄດ້ຖາມໄປອີກວ່າ ບັ້ງໄຟທີ່ລຸງເຫັນເມື່ອ 30 ປີກ່ອນ ກັບບັ້ງໄຟທີ່ເຫັນໃນຄ່ຳຄືນນີ້ນັ້ນ ເປັນແບບດຽວກັນບໍ່? ລຸງຕອບວ່າ ເປັນແບບດຽວກັນ ເຊິ່ງພໍຂ້າພະເຈົ້າຟັງດັ່ງນັ້ນແລ້ວກໍຄິດງຶດງໍ້ໃນໃຈວ່າ ບັ້ງໄຟໃນຄືນ 15 ຄ່ຳທີ່ພວກເຮົາເຫັນນັ້ນ ເປັນບັ້ງໄຟຈາກປາຍປືນແບບດຽວກັບທີ່ຂ້າພະເຈົ້າບັນທຶກ ພາບແລະວິດີໂອໄດ້ໃນປີກາຍນີ້ເອງ...

ເຖິງວ່າຈະມີຫຼັກຖານເປັນຮູບພາບ ວິດີໂອ ແລະສຽງຊັດເຈນພຽງໃດ ກໍຍັງຄົງມີສັດທາຂອງຜູ່ພົບເຫັນບັ້ງໄຟພະຍານາກ ແລະຄົນເກົ່າແກ່ທີ່ຢືນຢັນວ່າ ເຄີຍເຫັນຈາກນ້ຳນັ້ນ ຍັງຄົງເຊື່ອ ແລະສັດທາຢູ່ບໍ່ປ່ຽນແປງ ບໍ່ວ່າຂໍ້ມູນທີ່ເກີດຂຶ້ນຈະຊັດເຈນພຽງໃດກໍຕາມ ໃນທັດສະນະຄະຕິຂອງຂ້າພະເຈົ້ານັ້ນເຫັນວ່າ ບັ້ງໄຟທີ່ເກີດຂຶ້ນ ປຽບດັ່ງປາກົດການທີ່ຕອກຢ້ຳສັດທາຂອງຄົນທີ່ເຊື່ອໃນສິ່ງສັກສິດ ໃນສິ່ງເລິກລັບ ແລະອຳນາດເໜືອທຳມະຊາດ ເຊິ່ງສິ່ງເຫຼົ່ານີ້ເອງເປັນທີ່ເພິ່ງທາງໃຈ ເປັນທີ່ເພິ່ງໃນຍາມທີ່ວິທະຍາສາດບໍ່ສາມາດຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າໄດ້ ບໍ່ວ່າຈະດ້ວຍເຫດ ຫຼືຜົນອັນໃດກໍຕາມ ແລະບໍ່ວ່າມັນຈະເປັນຂໍ້ເທັດຈິງ ຫຼືຄວາມເຊື່ອ ຄວາມສັດທາກໍຕາມ.

9:28 AM 21/10/2013
ທະນະວໍລະກິດ ກຸນທະວັດພິນໂຍ
ນຶ່ງໃນຜູ່ສັງເກດການປາກົດການບັ້ງໄຟພະຍານາກປີ 2012-2013

__________________
Anonymous

Date:

ຕັ້ງແຕ່ເກີດມາ

ຂ້ຽ ບໍ່ເຄີຍເຊື່ອວ່າມີ  "ບັ້ງໄຟພະຍານາກ" ??

__________________
Anonymous

Date:

ວີດີໂອ

__________________
Anonymous

Date:

__________________
Anonymous

Date:

555 ເຂັາສະແດງໃຫ້ເຮົາເບີ່ງຊື່ໆ

__________________
Anonymous

Date:

ເຄີຍໄປ ຫລາຍປີແລວ້ ຢູ່ ບ້ານປາກງື່ມ ແລະບ້ານຫວ້ຍຂຽດ?

ມັນຄືກັບແສງລວງຕາ ທີ່ປູດຂື້ນມາຕໍ່ຫນ້າແວບດຽວຈົນເບິ່ງບໍ່ທັນກໍຫາຍໄປ ນອກນັ້ນມັນຂຶ້ນຕາມຫນອງແຄມທາງ ຕອນເຮົາຂີ່ລົດຜ່ານ ຫລືຖ້າຈອດລົດລົງເບິ່ງຈະເຫັນດີ

ໂຕແສງທີ່ຂຶ້ນໄກໆເປັນສາຍຕິດຕໍ່ກັນຂຶ້ນນັ້ນ ບໍ່ແມ່ນຕົວຈິງດອກ ຖືກຫລອກທັງນັ້ນ

ຄົນລາວທີ່ບໍ່ຫລົງເຊື່ອງາ່ຍນັ້ນ ມັນດີແລວ້

ຖ້າຢາກເຫັນຕົວຈິງໃຫ້ພາກັນມາຝັ່ງລາວພີ້ ໄປນັ່ງຢູ່ບອ່ນງຽບໆ ບໍ່ມີຄົນແຄມທົ່ງນາ ຫລືຫນອງນຳ້ ຮັບຮອງບໍ່ພາດແນ່ນອນ

ນອກຈາກນັ້ນ ມັນຍັງຂື້ນ ມື້ກົບກິນເດືອນ 

ຫລືມື້ວັນສິນເພັງບາງສິນ

ບໍ່ແມ່ນແຕ່ມື້ອອກພັນສາດອກເດີ

__________________
Anonymous

Date:

ເປັນຫຍັງຫຼາຍຄົນຈື່ງຄຶດວ່າແມ່ນປາກົດການທຳມະຊາດ

__________________
Anonymous

Date:

ປີນີ້ຂື້ນ 800 ກວ່າລູກຂອງແທ້ຈາກໜ້ານ້ຳເດື້ພີ່ນ້ອງ

__________________
Anonymous

Date:

Anonymous wrote:

ເຄີຍໄປ ຫລາຍປີແລວ້ ຢູ່ ບ້ານປາກງື່ມ ແລະບ້ານຫວ້ຍຂຽດ?

ມັນຄືກັບແສງລວງຕາ ທີ່ປູດຂື້ນມາຕໍ່ຫນ້າແວບດຽວຈົນເບິ່ງບໍ່ທັນກໍຫາຍໄປ ນອກນັ້ນມັນຂຶ້ນຕາມຫນອງແຄມທາງ ຕອນເຮົາຂີ່ລົດຜ່ານ ຫລືຖ້າຈອດລົດລົງເບິ່ງຈະເຫັນດີ

ໂຕແສງທີ່ຂຶ້ນໄກໆເປັນສາຍຕິດຕໍ່ກັນຂຶ້ນນັ້ນ ບໍ່ແມ່ນຕົວຈິງດອກ ຖືກຫລອກທັງນັ້ນ

ຄົນລາວທີ່ບໍ່ຫລົງເຊື່ອງາ່ຍນັ້ນ ມັນດີແລວ້

ຖ້າຢາກເຫັນຕົວຈິງໃຫ້ພາກັນມາຝັ່ງລາວພີ້ ໄປນັ່ງຢູ່ບອ່ນງຽບໆ ບໍ່ມີຄົນແຄມທົ່ງນາ ຫລືຫນອງນຳ້ ຮັບຮອງບໍ່ພາດແນ່ນອນ

ນອກຈາກນັ້ນ ມັນຍັງຂື້ນ ມື້ກົບກິນເດືອນ 

ຫລືມື້ວັນສິນເພັງບາງສິນ

ບໍ່ແມ່ນແຕ່ມື້ອອກພັນສາດອກເດີ

 ບັ້ງໄຟພະຍານາກ ມັນແມ່ນປະກົດການຂອງທຳມະຊາດ ແທ້ທ່ານເອີຍ

ແຕ່ຄຳຕອບບອກສາຍເຫດທີ່ຊັດເຈນນັ້ນບໍ່ທັນມີເທື່ອ

ເພາະ ຍັງບໍ່ທັນມີໃຜຄົ້ນຄວ້າເອົາຈິງກັບເລື້ອງນີ້

ຖ້າຂ້າພະເຈົ້າຂໍທືຄົ້ນຄວ້ານສຳຫລວດໄດ້ກ່ຽວກັບເລື່ອງນີ້ຈະແຈ້ງໃຫ້ພວກທ່ານຮູ້

ແຕ່ແນວໃດກໍດີ ຂໍໃຫ້ລັດຖະບານເຜີຍແຜ່ ອອກສູ່ສັງຄົມໂລກໄດ້ກໍດີເພາະຈະເປັນການຊຸກຍູ້ກິດຈະການ ການທ່ອງທ່ຽວລາວ

ຂໍຈົບ

__________________
Anonymous

Date:

Anonymous wrote:
"ບັ້ງໄຟພະຍານາກຈາກປະສົບການຂອງຂ້າພະເຈົ້າ"

ບໍ່ໜ້າເຊື່ອວ່າຈາກທີ່ຄັ້ງນຶ່ງບໍ່ເຄີຍສົນໃຈເລື່ອງນີ້ເລີຍ ຈະກາຍມາເປັນວ່າໄປເບິ່ງຕັ້ງ 2 ປີຕິດໆກັນ
ຄັ້ງທຳອິດທີ່ຂ້າພະເຈົ້າໄປແມ່ນປີ 2012 ເຊິ່ງໃນຄັ້ງນັ້ນ ກໍໄດ້ສັງເກດ ແລະພົບເຫັນວ່າ ບັ້ງໄຟພະຍານາກທີ່ບັນດາຜູ່ຄົນຫຼັ່ງໄຫຼກັນໄປເບິ່ງໄປຊົມນັ້ນ ເປັນພຽງການຍິງປືນຂຶ້ນຟ້າເທົ່ານັ້ນ ເຊິ່ງກໍສາມາດບັນທຶກໄດ້ທັງພາບ ແລະວິດີໂອພ້ອມສຽງ ເຮັດໃຫ້ເກີດຄວາມແປກປະຫຼາດໃຈສຳລັບຜູ່ທີ່ເຫັນເປັນຄັ້ງທຳອິດເປັນຢ່າງຍິ່ງ ເຖິງແມ່ນວ່າຫຼາຍຄົນຈະຍັງຄົງປັກໃຈເຊື່ອແບບບໍ່ສົນໃຈເຫດຜົນ ແລະຫຼັກຖານເລີຍກໍຕາມ

ສຳລັບປີນີ້ເອງ ຂ້າພະເຈົ້າກໍໄດ້ມີໂອກາດເດີນທາງໄປຮັບຊົມແລະສັງເກດປາກົດການບັ້ງໄຟພະຍານາກອີກຄັ້ງນຶ່ງ ໂດຍສະຖານທີ່ທີ່ເລືອກເພື່ອເຝົ້າສັງເກດໃນຄັ້ງນີ້ແມ່ນບ້ານທ່າໂພນສັນ ເຊິ່ງເປັນທີ່ຕັ້ງຂອງວັດໂພນສັນ ແຂວງບໍລິຄຳໄຊ. ໃນເບື້ອງຕົ້ນກໍມີການສອບຖາມນຳປະຊາຊົນບໍລິເວນດັ່ງກ່າວ ເຊິ່ງກໍໃຫ້ຄຳຕອບໄປໃນລັກສະນະດຽວກັນກໍຄື:

1. ບັ້ງໄຟເກີດຂຶ້ນໃນວັນເພັງ 15 ຄ່ຳເດືອນ 11 ເທົ່ານັ້ນ ແລະບາງຄັ້ງກໍເກີດໃນຄືນມື້ 1 ຄ່ຳນຳ
2. ລັກສະນະຂອງບັ້ງໄຟຈະເປັນສີແດງອົມສີບົວ
3. ວິຖີຂອງບັ້ງໄຟຈະສູງຂຶ້ນໄປຫາທ້ອງຟ້າ ໂດຍຈະສັງເກດເຫັນເມື່ອກາຍພຸ່ມໄມ້ໄປແລ້ວ
4. ບາງຜູ່ເຫັນເຫດການເລົ່າວ່າ ບັ້ງໄຟສາມາດເກີດຂຶ້ນໃນນ້ຳ ຫຼືກາງນ້ຳໄດ້ນຳ
5. ເປັນປາກົດການທີ່ມີມາແລ້ວແຕ່ເຫິງນານ ປະຊາຊົນບາງຄົນລະບຸວ່າ ເຫັນມາຕັ້ງແຕ່ 30 ປີກ່ອນແລ້ວ
6. ຊື່ຂອງບັ້ງໄຟພະຍານາກນັ້ນ ໃນອະດີດເມື່ອ 30 ປີກ່ອນ ບໍ່ມີການເອີ້ນເປັນເອກະພາບກັ້ນ ບາງຄົນກໍເອີ້ນວ່າ ບັ້ງໄຟແສງ, ລູກແສງ ຫຼືແສງແດງ ເປັນຕົ້ນ

ເມື່ອໄດ້ຂໍ້ມູນດັ່ງນັ້ນແລ້ວ ກໍຈຶ່ງຖ້າຮອດເວລາຄ້ອຍຄ່ຳ ເຊິ່ງພໍຮອດເວລາປະມານ 6:30 PM ກໍມີສຽງຮ້ອງໂຫ່ຈາກປະຊາຊົນທັງສອງຟາກຝັ່ງລາວ ແລະໄທ ດ້ວຍເຫດວ່າເຫັນບັ້ງໄຟພະຍານາກປາກົດຂຶ້ນແລ້ວ. ເມື່ອຂ້າພະເຈົ້າຢືນສັງເກດການເບິ່ງຢູ່ຫາດແຫ່ງນຶ່ງ ຂ້າພະເຈົ້າເຫັນວ່າ:

1. ບັ້ງໄຟພະຍານາກໃນປີນີ້ ເປັນແບບດຽວກັບລູກປືນທີ່ມີຄົນຍິງທີ່ຂ້າພະເຈົ້າບັນທຶກພາບ ແລະວິດີໂອໄດ້ໃນປີກາຍ
2. ຈຸດທີ່ບັ້ງໄຟເກີດນັ້ນ ແມ່ນຂຶ້ນຈາກຝັ່ງລາວ ໃກ້ໆກັບຝັ່ງ ໂດຍສາມາດເກີດຂຶ້ນໄດ້ຫຼາຍຈຸດ
3. ຫາກບັ້ງໄຟຂຶ້ນຢູ່ທີ່ຈຸດໃດ ກໍຈະຂຶ້ນສະເພາະຈຸດນັ້ນ ບໍ່ມີການເຄື່ອນທີ່ໄປຫຼາຍ
4. ການສັງເກດການໃນມື້ທີ່ມີຄົນຈຳນວນຫຼາຍໄປເບິ່ງທັງຝັ່ງລາວ ແລະຝັ່ງໄທ ເຮັດໃຫ້ບໍ່ສາມາດໄດ້ຍິນສຽງຫຍັງຊັດເຈນ ເພາະໃນເວລານັ້ນມີທັງສຽງຮ້ອງໂຫ່ ສຽງກະໂພກ ແລະບັ້ງໄຟທີ່ຄົນຍິງຂຶ້ນດັງກົບເກື່ອນໄວ້
5. ບໍ່ມີບັ້ງໄຟພະຍານາກລູກໃດເລີຍທີ່ຂຶ້ນຈາກນ້ຳ ຫຼືຂຶ້ນຈາກຝັ່ງໄທ ມີສະເພາະທີ່ຂຶ້ນຈາກຝັ່ງລາວເທົ່ານັ້ນ
6. ບັ້ງໄຟພະຍານາກທຸກລູກທີ່ຂຶ້ນມານັ້ນ ຈະມີວິຖີບັ້ງໄຟຍິງໄປທາງຝັ່ງໄທ ແລະຈະມີພຽງບາງຄັ້ງທີ່ມັນຂຶ້ນຊື່ຂຶ້ນຟ້າ
7. ບາງຄັ້ງ ບັ້ງໄຟພະຍານາກຈະຂຶ້ນຕິດຕໍ່ກັນເປັນຈຳນວນຫຼາຍໆລູກ ໂດຍຈາກການສັງເກດການ ເຫັນວ່າຂຶ້ນຫຼາຍຊຸດແມ່ນ 8 ລູກຕິດຕໍ່ກັນເປັນສາຍ

ແລະເມື່ອສັງເກດໃຫ້ຄັກແນ່ແລ້ວ ຈຶ່ງເຫັນວ່າ ຈຸດທີ່ບັ້ງໄຟຂຶ້ນຫຼາຍ ໂດຍສັງເກດຈາກຫາດໃກ້ກັບວັດໂພນສັນ ເຫັນວ່າ ບັ້ງໄຟຂຶ້ນຈາກທາງໂຄ້ງຂອງແມ່ນ້ຳຂອງ ເຊິ່ງບໍລິເວນນັ້ນ ແມ່ນກົງກັບບ້ານທີ່ຂ້າພະເຈົ້າເຄີຍໄປສັງເກດການເມື່ອປີກາຍນີ້. ລ່ວງເລີຍຈົນຮອດເວລາປະມານ 8:30 PM ແລ້ວ ຈຳນວນຂອງບັ້ງໄຟພະຍານາກກໍຫຼຸດໜ້ອຍລົງ ຈົນຫາເບິ່ງໄດ້ຍາກໃນທີ່ສຸດ ແລະໃນລະຫວ່າງນັ້ນເອງ ກໍໄດ້ມີປະຊາຊົນໃນບ້ານມາເລົ່າໃຫ້ຟັງວ່າ ເຫັນປາກົດການບັ້ງໄຟຂຶ້ນຢູ່ບໍລິເວນໜອງໃກ້ກັບວັດ ຈຶ່ງໄດ້ພາກັນໄປຢືນສັງເກດການ ແຕ່ເມື່ອເວລາຜ່ານໄປ 20 ນາທີ ກໍບໍ່ປາກົດເຫັນມີບັ້ງໄຟພະຍານາກຂຶ້ນ ຈຶ່ງໄດ້ຕັດໃຈ ແລະກັບຄືນທີ່ພັກ.

ໃນມື້ຖັດມາ ເຊິ່ງເປັນມື້ 1 ຄ່ຳ ພວກເຮົາຍັງຄົງປັກຫຼັກຢູ່ທີ່ວັດໂພນສັນເພື່ອເຝົ້າສັງເກດການອີກຄັ້ງນຶ່ງ ໂດຍໃນຊ່ວງກາງເວັນ ໄດ້ມີການນັ່ງເຮືອຂອງບ້ານ ເພື່ອໄປເບິ່ງຈຸດທີ່ຊາວບ້ານເຊື່ອວ່າ ເປັນຖ້ຳພະຍານາກ ເຊິ່ງເລົ່າລືກັນມາດົນນານວ່າ ຈະຕ້ອງມີຄາຖາເພື່ອເປີດປາກຖ້ຳ ຈຶ່ງຈະສາມາດເດີນທາງໄປສູ່ເມືອງບາດານ ຫຼືເມືອງຂອງພະຍານາກໄດ້ ໂດຍໃນລະດູທີ່ພວກເຮົາໄປນີ້ ເປັນລະດູປາຍຝົນ ຈຶ່ງເຮັດໃຫ້ລະດັບນ້ຳສູງເກີນກວ່າຈະເຫັນຫຍັງຫຼາຍໄປກວ່າຫິນສີດຳບໍລິເວນທີ່ອ້າງວ່າເປັນທາງເຂົ້າເມືອງນາກ. ຢ່າງໃດກໍຕາມ ບໍລິເວນດັ່ງກ່າວ ມີລັກສະນະເປັນພະລານຫິນຂະໜາດໃຫຍ່ ເຊິ່ງມີລັກສະນະເປັນສີດຳປົນຂາວ ມີລວດລາຍຄ້າຍໆ ຫິນອ່ອນ ເມື່ອຈັບເບິ່ງແລ້ວ ເຫັນວ່າເປັນສິ່ງທີ່ມີລັກສະນະຄ້າຍຊາຍທີ່ແຂັງໂຕ ເຮັດໃຫ້ຈັບເປັນກ້ອນຫິນ ເຊິ່ງສາມາດຫັກອອກໄດ້ໂດຍງ່າຍ ຂ້າພະເຈົ້າຄາດວ່າເປັນເລື່ອງປົກກະຕິທີ່ສາມາດເກີດຂຶ້ນໄດ້

ເວລາລ່ວງເລີຍມາຮອດ 6 PM ຂ້າພະເຈົ້າແລະຄະນະໄດ້ມາຕັ້ງກອງສັງເກດການທີ່ວັດໂພນສັນອີກຄັ້ງ ໃນຄ່ຳຄືນນັ້ນ ມີຄົນຢູ່ບາງຕາເປັນພິເສດ ບໍ່ມີການເປີດໄຟ ບໍ່ມີການຄ້າຂາຍອາຫານ ແລະດອກໄມ້ ຫຼືກະທົງດັ່ງເຊັ່ນຄືນກ່ອນໜ້າ ອີກທັງບັນຍາກາດກໍງຽບສະງັດເປັນພິເສດ ເຊິ່ງກໍດີ ເພາະພວກເຮົາຈຶ່ງຈະສາມາດສັງເກດໄດ້ໂດຍງ່າຍ

ຮອດເວລາປະມານ 6:30 PM ຂ້າພະເຈົ້າກໍເຫັນບັ້ງໄຟພະຍານາກຂຶ້ນສູ່ທ້ອງຟ້າ ໂດຍສັງເກດວ່າ ຈຸດທີ່ຂຶ້ນນັ້ນ ແມ່ນຈຸດດຽວກັບທີ່ຂຶ້ນມື້ຄືນກ່ອນໜ້ານັ້ນເອງ ແລະເມື່ອຈັບເວລາເບິ່ງແລ້ວ ສັງເກດເຫັນວ່າ ໄລຍະຫ່າງຂອງບັ້ງໄຟແຕ່ລະລູກ ແມ່ນຂຶ້ນຫ່າງກັນ 4-6 ນາທີ ບາງລູກກໍຂຶ້ນຫ່າງກັນ 8 ນາທີ ແຕ່ໂດຍສ່ວນໃຫຍ່ແລ້ວບໍ່ເກີນ 6 ນາທີ ຈຶ່ງເຮັດໃຫ້ຄາດເດົາໄດ້ງ່າຍພໍສົມຄວນວ່າຈະຂຶ້ນຕອນໃດ

ໃນລະຫວ່າງທີ່ສັງເກດການນັ້ນ ເນື່ອງຈາກເປັນຄືນທີ່ບໍ່ມີຄົນເບິ່ງຫຼາຍ ຈຶ່ງເຮັດໃຫ້ສາມາດໄດ້ຍິນສຽງຕ່າງໆ ໄດ້ດີ ແລະຂ້າພະເຈົ້າສັງເກດວ່າ ທຸກຄັ້ງທີ່ບັ້ງໄຟຂຶ້ນມານັ້ນ ມັກຈະໄດ້ຍິນສຽງຄ້າຍປືນຕິດຕາມມານຳຫຼັງສະເໝີ ບາງຄັ້ງເມື່ອບັ້ງໄຟຂຶ້ນໄດ້ 2 ລູກກໍມີສຽງປືນຕາມມາ 2 ນັດ ແຕ່ບາງຄັ້ງກໍບໍ່ໄດ້ຍິນສຽງເລີຍກໍມີ

ເມື່ອສັງເກດການໄປໄດ້ໄລຍະນຶ່ງແລ້ວ ກໍນັບໄດ້ບັ້ງໄຟຂຶ້ນຈຳນວນ 30 ກວ່າລູກ ຈຶ່ງພາກັນມາປຶກສາກັນວ່າ ຖ້າເຮົາຍັງເຝົ້າເບິ່ງຢູ່ບ່ອນນີ້ ກໍຄົງຈະບໍ່ມີຫຍັງຫຼາຍ ບໍ່ສາມາດເຫັນໄດ້ວ່າມັນຂຶ້ນຈາກໃສກັນແທ້ ເຮົາຄວນຈະຂັບລົດໄປໃກ້ໆ ບໍລິເວນທາງໂຄ້ງຂອງນ້ຳຂອງ ທີ່ມັນຂຶ້ນກັນດີກວ່າ. ວ່າແລ້ວພວກເຮົາກໍຂັບລົດໄປຕໍ່ ຈົນໄປຮອດທາງໂຄ້ງດັ່ງກ່າວນັ້ນ ເຊິ່ງກົງກັບບ້ານຫ້ວຍສາຍພາຍ ແລະປາກົດວ່າເປັນບ້ານດຽວກັບທີ່ຂ້າພະເຈົ້າເຄີຍມາເບິ່ງປີກາຍນີ້ເອງ ເຊິ່ງກໍເປັນໄປຕາມຄາດ

ເມື່ອມາຮອດບ້ານຫ້ວຍສາຍພາຍແລ້ວ ກໍສັງເກດເຫັນວ່າບໍ່ມີຄົນເບິ່ງຫຼາຍປານໃດສຳລັບຝັ່ງລາວ ແຕ່ຝັ່ງໄທນັ້ນ ຄົນເຕັມຝັ່ງ ໂດຍມີການໃຊ້ໂທລະໂຄ່ງພາກສຽງເຫດການໄປນຳ ໂຄສະນາຕ່າງໆ ໄປນຳ ຄືກຄື້ນເປັນຢ່າງຍິ່ງ

ພໍແຕ່ບໍ່ເທົ່າໃດນາທີ ກໍມີສຽງໂຫ່ຂຶ້ນຈາກຝັ່ງໄທ ຂ້າພະເຈົ້າຫຼຽວໜ້າຂຶ້ນເບິ່ງທ້ອງຟ້າຢ່າງໄວ ແລະເຫັນລູກໄຟພະຍານາກລອຍຂຶ້ນພົ້ນຕົ້ນໄມ້ໄປ ໂດຍໄລຍະທີ່ເກີດບັ້ງໄຟດັ່ງກ່າວນັ້ນ ໃກ້ກັບຈຸດທີ່ຂ້າພະເຈົ້າຢູ່ຫຼາຍ ຄາດວ່າຫ່າງອອກໄປບໍ່ເກີນ 500 ແມັດເປັນຢ່າງຫຼາຍ ແລະມັນບໍ່ໄດ້ເກີດຂຶ້ນໃນນ້ຳແນ່ນອນ ເພາະບໍລິເວນທີ່ຂຶ້ນນັ້ນ ມັນແມ່ນທົ່ງນາ!

ເມື່ອສັງເກດໄປໄດ້ໄລຍະນຶ່ງ ກໍພົບເຫັນບັ້ງໄຟອີກສອງລູກທີ່ຂຶ້ນຢູ່ທາງຊ້າຍມືຈາກຈຸດສັງເກດ ແລະມັນຂຶ້ນໃກ້ຫຼາຍອີກເຊັ່ນກັນ ຫ່າງອອກໄປບໍ່ເກີນ 300 ແມັນເທົ່ານັ້ນ ເຊິ່ງວິຖີການຍິງຂອງບັ້ງໄຟດັ່ງກ່າວ ແມ່ນຍິງອອກໄປທາງຝັ່ງໄທ ແລະມັນຢູ່ຝັ່ງ ບໍ່ແມ່ນຢູ່ໃນນ້ຳ ຫຼືໃກ້ນ້ຳເລີຍ

ເວລາຜ່ານໄປໄລຍະນຶ່ງ ບັ້ງໄຟກໍຂຶ້ນຢູ່ບໍລິເວນທົ່ງນາຖັດຈາກປ່າໃກ້ໆ ຈຸດສັງເກດການ ເຊິ່ງພວກເຮົາຮູ້ວ່າມັນເປັນທົ່ງນາດ້ວຍການໃຊ້ Google Maps ເບິ່ງຂໍ້ມູນສະຖານທີ່ໃນບໍລິເວນດັ່ງກ່າວ (ແລະເປັນວິທີດຽວກັບທີ່ໃຊ້ຊອກຫາບ້ານນີ້ທີ່ຢູ່ທາງໂຄ້ງຂອງແມ່ນ້ຳຂອງ) ຈຶ່ງໄດ້ຂໍ້ສັນນິຖານວ່າ ບັ້ງໄຟມັນເກີດຈາກບໍລິເວນທົ່ງນາຢ່າງແນ່ນອນ

ຢ່າງໃດກໍຕາມ ຂ້າພະເຈົ້າ ແລະຄະນະບໍ່ເຫັນປະໂຫຍດຂອງການໄປເບິ່ງຄົນຍິງບັ້ງໄຟຢູ່ທົ່ງນາອີກຄັ້ງນຶ່ງ ຈຶ່ງຕັດສິນໃຈເດີນທາງກັບ

ລະຫວ່າງທາງກັບ ຄະນະພວກເຮົາໄດ້ໂອ້ລົມກັນກ່ຽວກັບເລື່ອງບັ້ງໄຟພະຍານາກ ເຊິ່ງຂ້າພະເຈົ້າຕັ້ງຂໍ້ສັງເກດວ່າ ມື້ຄືນ 15 ຄ່ຳນັ້ນ ຫຼັງຈາກທີ່ພວກເຮົາເບິ່ງບັ້ງໄຟກັນແລ້ວ ກໍໄດ້ສຳພາດກັບຊາວບ້ານຜູ່ທີ່ມີອາຍຸຫຼາຍກວ່າ 60 ປີ ໂດຍຖາມເພິ່ນວ່າ ເຄີຍເຫັນບັ້ງໄຟດັ່ງກ່າວນີ້ດົນຫຼືຍັງ? ເພິ່ນຕອບວ່າເຫັນມາ 30 ປີແລ້ວ ພວກເຮົາຈຶ່ງໄດ້ຖາມໄປອີກວ່າ ບັ້ງໄຟທີ່ລຸງເຫັນເມື່ອ 30 ປີກ່ອນ ກັບບັ້ງໄຟທີ່ເຫັນໃນຄ່ຳຄືນນີ້ນັ້ນ ເປັນແບບດຽວກັນບໍ່? ລຸງຕອບວ່າ ເປັນແບບດຽວກັນ ເຊິ່ງພໍຂ້າພະເຈົ້າຟັງດັ່ງນັ້ນແລ້ວກໍຄິດງຶດງໍ້ໃນໃຈວ່າ ບັ້ງໄຟໃນຄືນ 15 ຄ່ຳທີ່ພວກເຮົາເຫັນນັ້ນ ເປັນບັ້ງໄຟຈາກປາຍປືນແບບດຽວກັບທີ່ຂ້າພະເຈົ້າບັນທຶກ ພາບແລະວິດີໂອໄດ້ໃນປີກາຍນີ້ເອງ...

ເຖິງວ່າຈະມີຫຼັກຖານເປັນຮູບພາບ ວິດີໂອ ແລະສຽງຊັດເຈນພຽງໃດ ກໍຍັງຄົງມີສັດທາຂອງຜູ່ພົບເຫັນບັ້ງໄຟພະຍານາກ ແລະຄົນເກົ່າແກ່ທີ່ຢືນຢັນວ່າ ເຄີຍເຫັນຈາກນ້ຳນັ້ນ ຍັງຄົງເຊື່ອ ແລະສັດທາຢູ່ບໍ່ປ່ຽນແປງ ບໍ່ວ່າຂໍ້ມູນທີ່ເກີດຂຶ້ນຈະຊັດເຈນພຽງໃດກໍຕາມ ໃນທັດສະນະຄະຕິຂອງຂ້າພະເຈົ້ານັ້ນເຫັນວ່າ ບັ້ງໄຟທີ່ເກີດຂຶ້ນ ປຽບດັ່ງປາກົດການທີ່ຕອກຢ້ຳສັດທາຂອງຄົນທີ່ເຊື່ອໃນສິ່ງສັກສິດ ໃນສິ່ງເລິກລັບ ແລະອຳນາດເໜືອທຳມະຊາດ ເຊິ່ງສິ່ງເຫຼົ່ານີ້ເອງເປັນທີ່ເພິ່ງທາງໃຈ ເປັນທີ່ເພິ່ງໃນຍາມທີ່ວິທະຍາສາດບໍ່ສາມາດຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າໄດ້ ບໍ່ວ່າຈະດ້ວຍເຫດ ຫຼືຜົນອັນໃດກໍຕາມ ແລະບໍ່ວ່າມັນຈະເປັນຂໍ້ເທັດຈິງ ຫຼືຄວາມເຊື່ອ ຄວາມສັດທາກໍຕາມ.

9:28 AM 21/10/2013
ທະນະວໍລະກິດ ກຸນທະວັດພິນໂຍ
ນຶ່ງໃນຜູ່ສັງເກດການປາກົດການບັ້ງໄຟພະຍານາກປີ 2012-2013

ສະລຸບແລ້ວ ເຈົ້າກໍ່ແມ່ນໜື່ງໃນໜ່ວຍງານຖອດລະຫັດທີ່ເຮັດວຽກໃຫ້ສະຖານີ

ໂທລະທັດ itv ຂອງໄທທີ່ຖືກຢຸບໄປແລ້ວນັ້ນ ແມ່ນບໍ່?

ບໍ່ຄວນເບີ່ງຫຍັງກໍ່ເປັນແງ່ລົບໄປໝົດ ແຕ່ກໍ່ບໍ່ໝາຍວ່າຊິບໍ່ມີດ້ານລົບຈັກໜ້ອຍ

__________________
Anonymous

Date:

ຂ້ອຍອ່ານຈົນຈົບສະຫລຸບໃຈຄວາມແລ້ວເຈົ້າຂອງບົດຂຽນຍາວໆນີ້ແນະນຳໃຫ້ວ່າເປັນແສງທີ່ມີຄົນເຮັດຂຶ້ນ

ເພາະລາວວ່າເປັນແສງດຽວກັບແສງປຶນທີ່ລາວບັນທຶກວິດີໂອໄວ້ ເລື່ອງບັ້ງໄຟພະຍານາກທີ່ວ່ານີ້ມີຈິງບໍ່ມີໃຜ

ເຮັດດອກເດີເພາະຂ້ອຍເຫັນກັບຕາຂຶ້ນຢູ່ທີ່ບ້ານສົມສະຫວາດ ເມືອງປາກງຶ່ມ ເຫັນຂຶ້ນທີ່ນ້ຳງື່ມແລະບ່ອນມັນ

ຂຶ້ນກໍຫ່າງຈາກຜູ້ຂ້າປະມານ 10 ແມັດບໍ່ມີໃຜຢູ່ບ່ອນນັ້ນແລະຄົນເປັນຊາວກໍເຫັນນຳກັນ ບໍ່ແມ່ນອຸບປະທານຫຍັງເລີຍ

 ໝໍທີ່ສັງເກດການນັ້ນຢາກເອົາຫຼັກວິທະຍາສາດມາເວົ້າແຕ່ບໍ່ເຂົ້າໃຈຫຼັກວິທະຍາສາດ ໂດຍສະເພາະຕອນທີ່ລາວເວົ້າວ່າ ເມື່ອເຫັນບັ້ງໄຟພະຍານາກຂຶ້ນແລ້ວກໍ່ໄດ້ຍິນສຽງປື້ນມານຳຫຼັງ. ອ່ານແລ້ວຂ້ອຍຄິດຢາກຫົວ. ຄວາມຈິງແລ້ວ ສິ່ງທີ່ລາວເຫັນນັ້ນ ແລະ ໄດ້ຍິນນັ້ນ ມັນເກີດຂຶ້ນພ້ອມກັນ ແຕ່ໂດຍຫຼັກວິທະຍາສາດແລ້ວ ແສງ ຈະໄວກວ່າ ສຽງ ສະນັ້ນເຮົາຈຶ່ງໄດ້ເຫັນແສງກ່ອນຈຶ່ງໄດ້ຍິນສຽງມາມາຕາມຫຼັງທັງໆທີ່ມັນເກີດຂຶ້ນພ້ອມກັນ. ກໍ່ບໍ່ຕ່າງຫຍັງກັບເວລາເຮົາເຫັນສາຍຟ້າແມບເຫຼື້ອມ ດົນເຕີບເຮົາຈຶ່ງໄດ້ຍິນສຽງຟ້າຮ້ອງ ຄວາມຈິງແລ້ວມັນເກີດຂຶ້ນພ້ອມກັນ. ສະຫຼຸບແລ້ວ ສຽງທີ່ລາວໄດ້ຍິນນັ້ນມັນແມ່ນສຽງຂອງແສງທີ່ລາວເຫັນນັ້ນລະ ມັນບໍ່ແມ່ນສຽງປືນຫຍັງດອກ

 ທຳມະດາບັນໄຟພະຍານາກຂື້ນຈະບໍ່ມີສຽງ ລາວໄດ້ຫຍີນສຽງລາວໝາຍຄວາມວ່າແມ່ນສຽງທີ່ຄົນຍີນປືມ

 ຂພຈ ກໍ່ເປັນຄົນບ້ານ ນອກ ບ້ານ ນາ, ກຳເນີດໃນຄອບຄົວຊາວນາ ເຄີຍດຳລົງຊີວິດກັບທຳມະຊາດແຕ່ນ້ອຍຈົນໃຫຍ່.

ຄວາມຈີງແລ້ວ ສີ່ງທີ່ເພີ່ນເອີ້ນກັນທຸກວັນນີ້ວ່າບັ້ງໄຟພະຍານາກນັ້ນ ມັນມີມາແຕ່ດົນນານແລ້ວ ແຕ່ບໍ່ມີຜູ້ໃດຕັ້ງຊື່ໃຫ້

ແລະ ກໍ່ບໍ່ມີຜູ້ໃດໂຄສະນາ ກໍ່ເລີຍບໍ່ມີໃຜສົນໃຈ. ຄວາມເປັນຈີງຂອງສີ່ງດັ່ງກ່າວນີ້ ແມ່ນປະກົດການທາງທຳມະຊາດ, ໃນເມື່ອ

ກ່ອນ ທຳມະຊາດຍັງສົມບູນຢູ່ນັ້ນ ຍີ່ງມີປະກົດການນີ້ຫລາຍ, ຂພຈ ກໍ່ເຫັນເລື້ອຍໆ ແສງດັ່ງກ່າວນີ້ ຈະເປັນສີເຫລືອງຄືສີດວງເດືອນ

ຈະບໍ່ເຄື່ອນທີ່ໄວ ແລະ ບໍ່ຄົງຢູ່ດົນ ຄາວດຽວກໍ່ໝົດໄປ, ດັ່ງນັ້ນມັນຈະຕ່າງກັນຢ່າງຂາດຂັ້ນກັບແສງລູກປືນໄຟ (ລູກໄຟ) ເພາະຜູ້ຂ້າກໍ່

ເຄີຍຍີງລູກໄຟມາແລ້ວເໝືອນກັນ. ແຕ່ກໍ່ອາດມີຜູ້ຈັງໄຮມາເຮັດເພື່ອຫາລາຍໄດ້ແນວໃດກໍ່ບໍ່ຮູ້

ເລື່ອງປະກົດການທາງທຳມະຊາດທີ່ວ່ານີ້ ຜູ້ເພີ່ນມີຄວາມຮູ້ທາງດ້ານປະຕິກິລິຍາທາງເຄມີ ຈະສາມາດສັນນິຖານ ແລະ ອະທິບາຍໄດ້ບາງສ່ວນໃດ

ສ່ວນໜື່ງ. ຂພຈ ກໍ່ເຄີຍລົມກັນກັບໝູ່ຜູ້ມີຄວາມຮູ້ດ້ານເຄມີ ເຂົາກໍ່ປະເມີນວ່າ ອາດຈະເປັນ ແກັສທຳມະຊາດ ທີ່ພຸຂື້ນມາຈາກໃຕ້ດີນເມື່ອຖືກກັບ

Oxygen ກໍ່ຈະໄໝ້, ໃນປີໜື່ງຈື່ງຫລຸດອອກມາເທື່ອໜື່ງເພາະມັນຕ້ອງສະສົມຈົນມີແຮງກົດດັນພໍຈື່ງຫລຸດອອກມາໄດ້ ເຊີ່ງຮອບວຽນອາດຈະປີ

ລະຄັ້ງ ພໍດີໄປກົງກັບມື້ເພັງເດືອນ 11, ຄວາມຈີງແລ້ວຕາມທີ່ເຄີຍເຫັນຢູ່ແຫ່ງອື່ນແມ່ນຈະມີໂດຍທີ່ບໍ່ແມ່ນມື້ອອກພັນສາ ຕາມທີ່ເຄີຍເຫັນຈະມີຫລາຍ

ໃນລະດູຝົນ ອາດຈະເປັນຍ້ອນທ້ອງຟ້າມືດກໍ່ເປັນໄດ້. ອີກກໍລະນີໜື່ງທີ່ໝູ່ ຂພຈ ສັນນິຖານກໍ່ອາດຈະເປັນທາດ ຟອສຟໍຣັສ ພຸອອກມາຈາກພື້ນດີນ

ເວລາຖືກ Oxygen ໃນອາກາດກໍ່ເປັນແສງໄດ້ຄືກັນ ວ່າຊັ້ນ

ຜິດພາດຂໍອະໄພເດີ່

__________________
Anonymous

Date:

oarfish_635x250_1382461622_zps16c31610.jpg

ພະຍານາກໂຕນີ້ມາແຕ່ເມືອງລາວເພື່ອຈະຈູດບັ້ງໄຟໃຫ້ຊາວລາວເບິ່ງຢູ່ California ມື້ກ່ອນ

ນັ້ນ ແຕ່ໂຊກຮ້າຍເພາະໝາໂຕທີ່ຢູໃນຮູບນັ້ນເຫັນເລີຍເຫົ່າຈຶ່ງຖືກຈັບຕາຍໂດຍຊາວອາເມຣິ

ກັນແລະເອເຊັຍຮ່ວມກັນ. ໂຕນີ້ເປັນໂຕທີ່ສອງ, ໂຕທີ່ນອ່ງຖືກຈັບໄດ້ເມື່ 20ປີ ກ່ອນ ທີ່ໃຫຍ່

ແລະຍາວກ່ອນນີ້ ແລະມີຫອນຍາວ 4 ຫອນ. ໂຕນີ້ຄືຈະແມ່ນຍັງເປັນໄວໜຸ່ມຢູ ເພາະມີຫອນ

ສັ້ນໆສອງອັນເທົ່ານັ້ນ.

 ຢ່າເອົາມາເວົ້າຫຼິ້ນ. ນີ້ອາດແມ່ນສັນຍານບອກເຫດ ປາທີ່ເຫັນໃນຮູບນັ້ນແມ່ນປາ Oar-fish ປົກກະຕິແລ້ວປາຊະນິດນີ້ຈະອາໃສຢູ່ໃນນ້ຳທະເລເລິກ ແຕ່ຖ້າເຫັນມັນຂຶ້ນມາຕາຍຢູ່ໃນນ້ຳຕື້ນ ອາດຈະມີແຜ່ນດິນໄຫວຂະໜາດໄຫຍ່ຕາມມາ

__________________
Anonymous

Date:

ມັນເປັນການນຳລາຍໄດ້ເຂົ້າປະເທດຢ່າງມະຫາສານເລື່ອງນີ້ບໍ່ຄວນເອົາມາເພີຍແຜ່ເພາະເປັນຄວາມລັບມາ 30 ກວ່າປີແລ້ວໃຜຮູ້ກໍເກັບໄວ້ໃນໃຈຖ້າບໍ່ຢາກມີບັນຫາຕາມມາ

ສັງເກດ itv ຫວັງວ່າທຸກຄົນຄົງເຂົ້າໃຈ

 ເຈົ້າເອົາເຫດຜົນໃດມາເວົ້າວ່ານຳລາຍໄດ້ເຂົ້າປະເທດ?

ກະຍັງຕັ້ງຄຳຖາມກັນຢູ່ວ່າເປັນຫຍັງທາງພາກລັດເພີ່ນຄືບໍ່ໂຄສະນາ

ສົ່ງເສີມເຂົ້າໃສ່ດ້ານການທ່ອງທ່ຽວຄືຝັ່ງນັ້ນ? ເພີ່ນບໍ່ໄດ້ເວົ້າເຖີງບັນຫານີ້ເລີຍ

ຄົນລຸຫລັ່ງກັນມາເບີ່ງແມ່ນຝັ່ງນັ້ນພຸ້ນ, ແມ່ນແຕ່ຄົນຝັ່ງເຮົາກໍ່ຍັງຂີ່ລົດຂ້າມໄປເບີ່ງນຳເພີ່ນ

ຢູ່ຝັ່ງນັ້ນ ເພາະມັນສະດວກກວ່າຢູ່ຝັ່ງເຮົາ

ເວົ້າຜິດເວົ້າໃໝ່ເດດີ່

__________________
Anonymous

Date:

ຜູ້ທີ່ຂຽນບົດຍາວໆນັ້ນ ຂພຈ ຂໍລົງວ່າແມ່ນຄົນຝັ່ງໄທ ເຂົາຮຽນວິຊາສື່ມວນຊົນໂດຍສະເພາະ ສະນັ້ນຈຶ່ງສາມາດຂຽນໄດ້ຢ່າງເປັນທຳມະຊາດ ແລະ ເກັ່ງທາງໄວຍະກອນນຳອີກ

ລົງຄວາມເຫັນວ່າເລົາແມ່ນນັກໜັງສືພິມ ຫຼື ນັກສື່ສານມວນຊົນ ລະດັບມື ໂປຣ

ແຕ່ບົດຂຽນຂອງເລົາກະບໍ່ສາາດໂນ້ມນ້າວຄົນທີ່ມ່ສະຕິ ແລະ ມີການສຶກສາແນ່

ມີຫຼາຍຈຸດທີ່ເລົາ ຂາດເຂີນ ຫຼືວ່າ ເຕະສະດຸດນັ້ນແລ້ວ ແຕ່ເຮົາກໍ່ບໍ່ຈຳເປັນໄປຊີ້ແຈງຫຼືວ່າຈຳຜິດເລົາໃຫ້ໄດ້ ເພື່ອຫຍັງ ນັ້ນແລ້ວ

ມີຕອນໜຶ່ງເລົາວ່າເລົາກັບຈຸດທີແສງຂື້ນນັ້ນຫ່າງກັນປະມານ 5 ຮ້ອຍແມັດ ຫຼື 3 ຮ້ອຍແມັດ ເປັນຫຍັງເລົາບໍ່ຍ່າງໄປເບິ່ງໃຫ້ມັນເຫັນ ໃນເມື່ອເລົາລົງທຶນຄ້າງຄືນຢູ່ແຖວນັ້ນ ເປັນ 2 ຄືນ ເປັນຢ່າງຕ່ຳ

ສອງ: ເລົາມີທີມງານ ເລົາບໍ່ໄດ້ໄປຜູ້ດຽວ ເຊິ່ງສະແດງວ່າ ເຂົາໄປຢ່າງມີເປົ້າໝາຍ ເສຍເງິນຄ່າເດີນທາງ-ກິນ-ຢູ່ ກະຜ່ອງນັ້ນ ແມ່ນໃຜມີເວລາໄປສືບປານນັ້ນ ຄັນແມ່ນຄົນທຳມະດາ ທົ່ວໄປ

 .

.

.

.ມັນຍັງພິສູດໄມ້ໄດ້

ຄຸນມີຈຸກປະສົງອະໄຣ ມິຊາບ

ping.php?iid={F66F0791-0A3C-4072-82A9-C7A5C9B8030A}&nid=dlc&idate=2013-08-02&testgroup=1

 ຜູ້ທີ່ຂຽນບົດຍາວໆນັ້ນແມ່ນ ທະນະວໍລະກິດ ກຸນທະວັດພິນໂຍ

facbook ຂອງລາວແມ່ນ Post by Thanavorakit Kounthawatphinyo.

ເວັບໄຊ www.punlao.com

 ເຈົ້າຂອງເວັບໂຊ punlao.com ນີ້ເອງ ລາວເອົາຫຍັງມາພີສູດເຫດຜົນບໍ່ພຽງພໍເລີຍ

ເຈົ້າຂອງ ກໍ່ແມ່ນຜູ້ດຽວກັນອີກ

ບໍ່ຮູ້ວ່າລາວມີຈຸດປະສົງຫຍ້ງ?

__________________
Anonymous

Date:

ໃພຊີເອົາຫຍັງມາຢັ້ງຢີນແນວໃດຂ້ອຍກໍ່ຍັງເຊື່ອວ່າມີບັ້ງໄຟພະຍານາກເພາະວ່າໄປເຫັນຕົວຈີງມາແລ້ວບໍ່ມີທາງທີ່ຈະຂື້ນຈາກປາຍປືມ

__________________
Anonymous

Date:

ไขข้องใจ บั้งไฟพญานาค กับ อ.เจษฎา เด่นดวงบริพันธ์

วันนี้(23ต.ค.) รายการ The Chat Room ได้รับเกียรติจาก ผศ.ดร.เจษฎา เด่นดวงบริพันธ์ อาจารย์ประจำภาควิชาชีววิทยา คณะวิทยาศาสตร์ จุฬาลงกรณ์มหาวิทยาลัย มาพูดคุยเพิ่มเติมเกี่ยวกับการเกิดปรากฎการณ์บั้งไฟพญานาคที่หลายคนเดินทาง ไปชมปรากฎการณ์นี้ตามริมน้ำโขงในช่วงออกพรรษา และประเด็นอื่นๆ ที่เกี่ยวกับประเด็นนี้ว่า ปรากฎการณ์บั้งไฟพญานาคตามความเชื่อนั้น เกิดขึ้นเองหรือเป็นฝีมือของมนุษย์กันเเน่ 
 
__________________
Anonymous

Date:

บั้งไฟพญานาค : ความเชื่อที่ยัง(จำเป็น)ต้องพิสูจน์! by VoiceTV

__________________
Anonymous

Date:

ຄົນລາວບໍ່ມີຈິດໃຈໂຫດຮ້າຍບ້າບໍ ພໍຊິໄປຕັ້ງໃຈຍິງປືນຂື້ນຟ້າເພື່ອລວງຕາຊາວໂລກດອກ

ແລະ ຄົນໄທເອງກະຄົງບໍ່ໂງ່ຈ້າຫຼ້າຫຼັງ ຈົນເບິ່ງບໍ່ອອກດອກ ວ່າອັນໃດປືນ ອັນໃດ ທີ່ຂື້ນມາຈາກນ້ຳ

ບໍ່ມີໃຜຈ້າປານນັ້ນດອກ ນອກຈາກບັກກະເລີ່ ຄິດໄປເອງ ແຕ່ຄິດໃນທາງຊົ່ວ

ມາວ່າຄົນຍິງ ຄັນບໍ່ມີຫຼັກຖານບໍ່ຄວນເວົ້າທົ່ວທີບ ຈັກໜ່ອຍເຂົາຊິວ່າ ມີການສຶກສາລ້າໆ ເປືອງຕັ່ງຫ້ອງຮຽນ

 ເລື້້ອງບັ້ງໄຟພະຍານາກນີ້ຂ້າພະເຈົ້າຂໍຢັ້ງຢືນວ່າເປັນປະກົດການທຳມະຊາດແທ້ ເພາະບາງບອນເປັນທົ່ງນາມັນກໍຂື້ນ ໂດຍບໍ່ແມ່ນແສງລູກປືນ

ລະຫວ່າງແສງຂອງລູກປືນແລະແສງທີ່ເອີ້ນກັນວ່າແສງບັ້ງໄຟພະຍານາກນັ້ນ ມັນແຕກຕ່າງກັນຫລາຍເດີທ່ານເອີຍ

ບັນດາທະຫານລາວຫລືທະຫານໄທເຂົາຈະເບີ່ງອອກໄດ້ດີກວ່າ ວ່າອັນໃດແມ່ນແສງລູກປືນ ແລະ ອັນໄດບໍ່ແມ່ນແສງລູກປືນ

ສະເພາະຂ້າພະເຈົ້າແລ້ວແມ່ນເບີ່ງແສງລູກປືນນັ້ນຮູ້ຈັກດີ 

ເລື້ອງນີ້ຖ້າຜູ້ສັງເກດການບໍ່ເອົາຄັກໆແລ້ວກໍຈະສັບສົນຫລາຍ

ເພາະ ຄົນລາວເວລາກົບກິນເດືອນ ຫລື ເຫດການຕ່າງໆທາງທຳມະຊາດ ເກີດຂື້ນແລ້ວກໍຈະມັນເຄາະກະປິດ,ເຄາະສີ່ງຕ່າງໆຫລືອາດຍິງປືນຂື້ນຟ້າ

ຈັ່ງຊັ້ນແລ້ວຈື່ງເຮັດໃຫ້ບາງຄົນຜູ້ທີ່ບໍ່ສຳນານເບີ່ງແສງລູກປືນກໍຈະບໍ່ສັງເກດອອກວ່າອັນໃດເປັນແສງທຳມະຊາດ ແລະ ອັນໃດເປັນແສງລູກປືນ

ຖ້າຂໍທຶນສຳຫລວດໄດ້ຂ້າພະເຈົ້າຈະພະຍາຍາມໄຂຄວາມລັບຂອງທຳມະຊາດນີ້ໃຫ້ໄດ້

__________________
Anonymous

Date:

555 ຂອງປອມ

__________________
Anonymous

Date:

no  ແຕ່ຂ້ອຍເຄີຍເຫັນ ໃນໄລຍະບໍເກີນ 100m ......ຫາງຈາກຟັ່ງທີ່ຂ.ນັ່ງເບິໍງ   ມັນເປັນແສງຂື້ນໃາຈາກໜ້ານ້ຳ   

ບ່ອນນັ້ນນ້ຳເລິກ ແລະ ໄຫລແຮງ ......

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard