Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂາດການຮັກສາຄວາມສະອາດນ້ຳງື່ມຢູ່ທ່າງ່ອນ
ສາຍນ້ຳງື່ມ

Date:
ຂາດການຮັກສາຄວາມສະອາດນ້ຳງື່ມຢູ່ທ່າງ່ອນ


ດົນໆ ຂ້າພະຈົ້າກໍ່ມີໂອກາດໄດ້ໄປນັ່ງກີນອາຫານຢູ່ເຮືອນແພທ່າງ່ອນເທື່ອໜື່ງ, ສີ່ງທີ່ຂ້າພະເຈົ້າຢາກຍົກມາສົນທະນາ ແລກປ່ຽຄຳເຫັນກັບບັນດາທ່ານກໍ່ຄື:

ການຮັກສາສີ່ງແວດລ້ອມຂອງລຳນ້ຳງື່ມຢູ່ທີ່ນັ້ນແມ່ຍັງຂາດຄວາມເອົາໃຈໃສ່ ບັນດາແຂກຄົນທີ່ໄປໃຊ້ບໍລິການ ກໍ່ມີຫລາກຫລາຍຊັ້ນຄົນ, ລະດັບຄວາມ

ຮັບຮູ້ ແລະຈິດສຳນືກແຕກຕ່າງກັນ ບາງຄົນກີນແລ້ວ ເສດອາຫານ ຖົງໃສ່ອາຫານການກີນກໍ່ຖີ້ມລົງນ້ຳເລີຍ ເຮັດໃຫ້ສີ່ງເສດເຫລືອເຫລົ່ານັນລອຍນ້ຳແຊວ

ສະຢູ່. ຢູ່ເຮືອແຕ່ລະລຳກໍ່ບໍ່ປາກົດເຫັນເພີ່ນຕິດປະກາດໃສ່ວ່າຫ້າມຖີ້ມຂີ້ເຫຍື້ອລົງນ້ຳ, ເຮືອນຄົວເພີ່ນກໍ່ປ່ອຍນ້ຳເສຍລົງນ້ຳງື່ມເລີຍ.

ອີກບັນຫາໜື່ງຂ້າພະເຈົ້າກໍ່ເຫັນ ໂຮງງານຂອງຈີນ ຕັ້ງຢູ່ເບື້ອງເໜືອຂົວ ປ່ອຍນ້ຳເສຍຈາກໂຮງງານລົງໃສ່ນ້ຳງື່ມເລີຍ.

ບໍ່ຮູ້ວ່າພາກສ່ວນກ່ຽວຂ້ອງເພີ່ນໄດ້ມີມາດຕະການຄຸ້ມຄອງກັນແນວໃດ? ຖ້າປ່ອຍເປັນແບບນີ້ຕໍ່ໄປນ້ຳງື່ມທີ່ສະອາດກໍ່ຈະເປື້ອນເປີະຄືນ້ຳຮ່ອງແຊງ, ຮ່ອງໄກ່ແກ້ວ

ຫັ້ນລະ ແລະ ກໍ່ຈະເປັນຜົນສະທ້ອນຕໍ່ການດຳລົງຊີວິດຂອງຜູ້ຄົນ ແລະ ສັດນ້ຳ, ຂ້າພະເຈົ້າວ່າເຖີງເວລາແລ້ວຄວນແກ້ໄຂ ກ່ອນທີ່ມັນຈະສາຍເກີນແກ້




__________________
Anonymous

Date:

ຄວນເອົາຮູບພາບມາລົງພ້ອມ...



__________________
Anonymous

Date:

Anonymous wrote:

ຄວນເອົາຮູບພາບມາລົງພ້ອມ...


 ຂໍໂທດນຳບັນດາທ່ານຜູ້ອ່ານທີ່ບໍ່ໄດ້ຖ່າຍຮູບມາ ຖ້າທ່ານໃດມີກໍ່ຊ່ວຍເສີມໃຫ້ແດ່ ຂອບໃຈ



__________________
Anonymous

Date:

 

ເວລານໍ້າມັນເນ່ົາແລະສົ່ງກິ່ນເໜັນຂຶ້ນມາພຸ້ນລະ ເພິ່ນຈຶ່ງຄ່ອຍຊິເຂົ້າໄປເບິ່ງ 

ຕອນນີ້ ເພິ່ນກໍ່ກິນປາ ຖິ້ມຂີ້ເຫຍື້ອໄປເລື້ອຍໆກ່ອນ

ເອົາແມ້ ຖ້າຜູ້ແທນກອງປະຊຸມອາເຊມ ມີແຜນໄປທ່ຽວບ່ອນນີ້ 

ຮັບຮອງເພິ່ນເຮັດຄວາມສະອາດໃຫ້ແລ້ວພາຍໃນຄືນດຽວ

ອັນນີ້ເຂົາເຈົ້າເອີ້ນວ່າ ຖາງຫຍ້າຖົມຂີ້ໜາ



__________________
Anonymous

Date:



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard