Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກສ້ຽວຊານ ຈຸລາບອກວ່າ ຣົດໄຟຄວາມໄວສູງ ບໍ່ມີຈີນຮ່ວມ ຈະເຮັດໃຫ້ລາວ ເປັນບຸຣິສິດ ແຕ່ພຽງຜູ່ດຽວ
Anonymous

Date:
ນັກສ້ຽວຊານ ຈຸລາບອກວ່າ ຣົດໄຟຄວາມໄວສູງ ບໍ່ມີຈີນຮ່ວມ ຈະເຮັດໃຫ້ລາວ ເປັນບຸຣິສິດ ແຕ່ພຽງຜູ່ດຽວ

PhorTaSa.jpg

ສ້າງທາງຣົດໄຟທີ່ ຂາດງົປຂາດຄວາມຮູ້

2012-10-29

ການດໍາເນີນ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຂອງ ຣັຖບານລາວ ແຕ່ພຽງຜູ້ດຽວ ຈະເກີດບັນຫາ ຫລາຍຢ່າງ ສໍາລັບ ສປປລາວ.

f-lao-china-train

jclao.com/archives/5852

ກົດຟັງໄດ້:ໂສມໜ້າໂຕຢ່າງ ຂອງ ຣົດໄຟຄວາມໄວສູງ ທີ່ຣັຖບານ ມີໂຄງການ ຈະສ້າງພຽງລໍາພັງ ໂຄງການຣົດໄຟ ຄວາມໄວສູງ ທີ່ຣັຖບານລາວ ເຫັນວ່າຈະຊ່ວຍ ພັທນາ ເສຖກິດ ຂອງລາວ ໃຫ້ຈະເຣີນກ້າວໜ້າ ໂດຍຈະຊ່ວຍ ດຶງດູດ ນັກລົງທຶນ ເຂົ້າມາລົງທຶນ ໃນລາວ ຫລາຍຂຶ້ນ. ຕາມຄໍາເວົ້າຂອງ ທ່ານ ອະດິສອນ ເສັມແຍ້ມ ນັກຄົ້ນຄວ້າຊາວໄທ ປະຈໍາ ສະຖາບັນ ເອເຊັຽສຶກສາ ມະຫາວິທຍາລັຍ ຈຸລາລົງກອນ ໃນບາງກອກ.

ໂຄງການຣົດໄຟ ຄວາມໄວສູງ ທີ່ຣັຖບານລາວ ເຫັນວ່າຈະຊ່ວຍ ພັທນາ ເສຖກິດ ຂອງລາວ ໃຫ້ຈະເຣີນກ້າວໜ້າ ໂດຍຈະຊ່ວຍ ດຶງດູດ ນັກລົງທຶນ ເຂົ້າມາລົງທຶນ ໃນລາວ ຫລາຍຂຶ້ນ. ຕາມຄໍາເວົ້າຂອງ ທ່ານ ອະດິສອນ ເສັມແຍ້ມ ນັກຄົ້ນຄວ້າຊາວໄທ ປະຈໍາ ສະຖາບັນ ເອເຊັຽສຶກສາ ມະຫາວິທຍາລັຍ ຈຸລາລົງກອນ ໃນບາງກອກ.

ທ່ານກ່າວຕໍ່ RFA ໃນຕອນນຶ່ງວ່າ ການຕັດສິນໃຈ ສ້າງທາງຣົດໄຟ ຄວາມໄວສູງ ຂອງ ຣັຖບານລາວ ແຕ່ພຽງຜູ້ດຽວ ບໍ່ມີຈີນຮ່ວມຮຸ້ນ 70 ເປີເຊັນ ຕາມທີ່ຕົກລົງກັນ ໃນເບື້ອງຕົ້ນນັ້ນ ເປັນການຕັດສິນໃຈ ຫລືວ່າ ການບໍຣິຫານ ແບບນີ້ ມັນຈະເປັນ ເອກກະເທດ:

"ເປັນບຸຣິມະສິດ ຂອງ ຣັຖບານລາວ ແຕ່ພຽງຜູ້ດຽວ ບໍ່ມີທາງຈີນ ເຂົ້າມາກ່ຽວຂ້ອງ ຢ່າງໃດກໍຕາມ ເງິນທີ່ເພິ່ນ ຈະກູ້ຢືມທັງໝົດ 7 ພັນລ້ານ ໂດລາ ສະຫະຣັຖນັ້ນ ກໍຈະໄດ້ ຈາກຣັຖບານ ຈີນ 100 ເປີເຊັນ ເຕັມ".

ແຕ່ວ່າອັນທີ່ ຈະເປັນບັນຫານຶ່ງ ທີ່ສໍາຄັນ ທ່ານອະດີສອນ ບອກວ່າ ທາງຣົດໄຟ ຄວາມໄວສູງ ສາຍຂຸນຫມິງ ຊາຍແດນຈີນ ເຖິງນະຄອນຫລວງ ວຽງຈັນ ມັນເປັນເສັ້ນ ທາງສາຍ ຈີນ-ອາຊຽນ ເຊື່ຶອມຕໍ່ໄປເຖິງ ມາເລເຊັຽ ເຖິງ ສິງກະໂປ:

"ຊຶ່ງຫລັກໆແລ້ວ ທາງດ້ານໄທ ມັນຈະຍາວກວ່າ ໃນລາວ ແຕ່ປັດຈຸບັນ ກໍມີພຽງແຕ່ ຣັຖບານລາວ ຈະສ້າງ ຈາກຂຸນຫມິງ ມາເຖິງວຽງຈັນ ເທົ່ານັ້ນ ຂນະທີ່ ຣັຖບານໄທ ບໍ່ມີແຜນການ ທີ່ຈະສ້າງຕໍ່ ຈາກຊາຍແດນ ນະຄອນຫລວງ ວຽງຈັນ ຫລື ຈາກໜອງຄາຍໄປ ເຖິງຊາຍແດນ ມາເລເຊັຽເທື່ອ. ຣັຖບານໄທ ຈະສ້າງລາງຣົດໄຟ ຄວາມໄວສູງ ຈາກບາງກອກ ຫາຊຽງໃໝ່ ຈາກບາງກອກ ຫາຫົວຫີນ ຈາກບາງກອກ ຫາ ນະຄອນຣາຊສີມາ ຫາໂຄຣາສ".

ອີກບັນຫານຶ່ງ ທີ່ຣັຖບານລາວ ມີກໍຄື ການຄຸ້ມຄອງ ແລະ ບໍຣິຫານ ທາງຣົດໄຟ ຍ້ອນຣັຖບານລາວ ບໍ່ມີບົດຮຽນ ຫຼືປະສົພການ ເຣື່ອງທຸຣະກິດ ທາງຣົດໄຟ ຈັກເທື່ອ ຊຶ່ງຈະຕ້ອງໄດ້ ເພິ່ງມືອາຊີພ ມາບໍຣິຫານ ຊຶ່ງກໍອາດເປັນ ບໍຣິສັດຈາກຈີນ ອີກກໍເປັນໄປໄດ້.

__________________
Anonymous

Date:
RE: ນັກສ້ຽວຊານ ຈຸລາບອກວ່າ ຣົດໄຟຄວາມໄວສູງ ບໍ່ມີຈີນຮ່ວມ ຈະເຮັດໃຫ້ລາວ ເປັນບຸຣິສິດ ແຕ່ພຽງຜູ່ດຽວ

ໃນປັດຈຸບັນລາວບໍ່ຕອ້ງການລົດໄຟແບບນີ້ເທື່ອ. ມີລົດໄພຄວາມສູງບໍ່ເຮັດໃຫ້ລາວມີຄວາມພັດທະນາຫຼາຍຂຶ້ນດອກ. ປະຊາຊົນລາວຕອ້ງການການສຶກສາເລື້ອງເສດຖະກິດການຄ້າການແພດແລະແອ໊ນຈິເນຍຫຼາຍໆດາ້ນແລະເອົາຊິວິດຂອງຄົນລາວອອກຈາກການດ້ຽພັດທະນາໃນປັດຈຸບັນ. 

ໃນອະດີດຄັ້ງໜ້າຖ້າປະເທດລາວມີເສດຖະກິດການຄ້າດີຂຶ້ນແລະຖ້າປະເທດໄທໄດ້ສາ້ງທາງສໍາລັບລົດໄຟມີຄວາມໄວຈາກບາງກອກມາຫາໜອງຄາຍແລ້ວປະເທດລາວຄົງຈະຄຶດສາ້ງທາງລົດໄຟແບບນີ້ຈາກວຽງຈັນໄປເຖິງຄັນມິ່ງປະເທດຈີນ.

__________________
Anonymous

Date:

Anonymous wrote:

 ງົງ ເມື່ອມາເຫັນພາສາລາວນັບມື້ນັບມີສັບໃໝ່ໆກຳເນີດຂຶ້ນມາອີກ.  ໃນອະດີດຄັ້ງໜ້າ ແປວ່າຫຍັງ? ເຄີຍເຫັນແຕ່ ອານາຄົດຂ້າງໜ້າ ຫລື ອານາຄົດທາງໜ້າ

ເທົ່ານັ້ນທີ່ເປັນສັບແລະພາສາລາວອັນສັມບູນແບບ.

 ຂ້າພະເຈົ້າກໍ່ງົງທີບຄືກັນເມື່ອອ່ານຫົວຂໍ້ກະທູ້ນີ້ ຄື:ນັກສ້ຽວຊານ ຈຸລາບອກວ່າ ຣົດໄຟຄວາມໄວສູງ ບໍ່ມີຈີນຮ່ວມ ຈະເຮັດໃຫ້ລາວ ເປັນບຸຣິສິດ ແຕ່ພຽງຜູ່ດຽວ. ເມື່ອເຂົ້າມາອ່ານ comment

ຢູ່ຂ້າງໃນກໍ່ເຫັນອີຄືທ່ານຍົກອອກມາໃຫ້ເຫັນຂ້າງເທີງນັ້ນລະ. ມັນກໍ່ແມ່ນຄົນລາວຂຽນຢູ່ບໍ່?

__________________
Anonymous

Date:

ນັກຂ່າວເອເຊັຽເສຣີພາກພາສາລາວບໍ່ສາມາດເຂົ້າເຖິງນັກວິຊາການລາວຫວາຈຶ່ງໄປສໍາພາດນັກຊ່ຽວຊານຊາດອື່ນ?

ນັກວິຊາການລາວທີ່ຈົບການສຶກສາຊັ້ນສູງຂະແໜງເສັ້ນທາງລົດໄຟມາຈາກສະພາບໂຊວຽດ ເຊັກໂກ ໂປໂລຍແລະ

ປະເທດສັງຄົມນິຍົມອື່ນໆມີຫຼາຍແສນຄົນທີ່ຈະບໍລິຫານລົດໄຟຄວາມໄວສູງ ສປປລ ຄົມໃນຝັກເດີຊິບອກໃຫ້.

__________________
ບ້ານນອກ

Date:

ຄັນມັນຢາກຫຼາຍກະເອົາເງີນຈຳນວນນັ້ນມາປັບປຸງເສັ້ນທາງເລກທີ13ເໜືອຄືນໃໝ່ ເຮັດກ້ວາງປະມານ 8 ເລນ

ໂລດ ບ່ອນໃດຄົດຫຼາຍກະເຈາະອູໂມງເອົາ ຊ້ຳນີ້ກະໄປມາຫາກັນສະດວກແລ້ວ ບໍ່ເອົາກໄດ້ລົດໄຟຫັ້ນ. ຢ່າຖຽງກັນຫຼາຍ

__________________
Anonymous

Date:

ບ້ານນອກ wrote:

ຄັນມັນຢາກຫຼາຍກະເອົາເງີນຈຳນວນນັ້ນມາປັບປຸງເສັ້ນທາງເລກທີ13ເໜືອຄືນໃໝ່ ເຮັດກ້ວາງປະມານ 8 ເລນ

ໂລດ ບ່ອນໃດຄົດຫຼາຍກະເຈາະອູໂມງເອົາ ຊ້ຳນີ້ກະໄປມາຫາກັນສະດວກແລ້ວ ບໍ່ເອົາກໄດ້ລົດໄຟຫັ້ນ. ຢ່າຖຽງກັນຫຼາຍ

 ຖ້າຂັ້ນເທີງເພີ່ນພິຈາລະນາຕາມຄຳເຫັນດ້ານວິຊາການ ຫລື ເຮັດແບບມີການເປີດກວ້າງ ຜົນມັນກໍ່ບໍ່ອອກມາແບບນີ້ທ່ານເອີຍ.

ຄວາມຈີງແຜນການກໍ່ສ້າງກໍ່ເຄີຍມີການຕັ້ງບັນຫາຂື້ນມາຄົ້ນຄວ້າແຕ່ກ່ອນໂຄງການນີ້ຈະມືຂື້ນອີກຊ້ຳ, ເບື້ອງຕົ້ນຈະທົດລອງສ້າງກ່ອນເສັ້ນທາງ

ວຽງຈັນ - ຫລວງພະບາງນີ້ລະ ເພາະມີນັກທ່ອງທ່ຽວໄປຫລາຍ, ຖ້າສ້າງສຳເລັດ ການເດີນທາງ ວຽງຈັນ - ຫລວງພະບາງກໍ່ຈະໃຊ້ເວລາພຽງ 2 - 3 ຊມ.

ທ່ານລອງຄິດເບີ່ງ ຖ້າມີທາງລົດໄຟຄວາມໄວສູງແລ້ວ ຄົນຊິບໍ່ຕ້ອງການໃຊ້ລົດຍົນຊັ້ນບໍ່?, ເວລາໄປທ່ຽວ ຫລື ແມ່ນແຕ່ໄປເຮັດວຍກ ເຮັດງານ ຢູ່ບັນດາ

ແຂວງເຫລົ່ານັ້ນ ກໍ່ຕ້ອງໄດ້ໃຊ້ລົດ ຄົນສ່ວນໃຫຍ່ຄົງຈະບໍ່ກາງຕໍໄປເຊົ່າລົດຢູ່ປາຍທາງດອກມັນສີ້ນເປືອງ ທັງບໍ່ສະດວກອີກ

ແມ່ນບໍ່ທ່ານ

__________________
Anonymous

Date:

ອັນບັນຫາແບບນີ້ບໍ່ຖ້າໃຫ້ຊ່ຽວຊານມະຫາໄລລະດັບນັ້ນມາຊີ້ແຈງດອກ ໄປຖາມລູກສິດຂ້ອຍຢູ່ ຄະນະ

ວິສະວະກຳສາດ ມຊ ນີ້ເຂົາກໍ່ຊີ້ແຈງໄດ້

__________________
Anonymous

Date:

ບ້ານນອກ wrote:

ຄັນມັນຢາກຫຼາຍກະເອົາເງີນຈຳນວນນັ້ນມາປັບປຸງເສັ້ນທາງເລກທີ13ເໜືອຄືນໃໝ່ ເຮັດກ້ວາງປະມານ 8 ເລນ

ໂລດ ບ່ອນໃດຄົດຫຼາຍກະເຈາະອູໂມງເອົາ ຊ້ຳນີ້ກະໄປມາຫາກັນສະດວກແລ້ວ ບໍ່ເອົາກໄດ້ລົດໄຟຫັ້ນ. ຢ່າຖຽງກັນຫຼາຍ

 ຫຳນ້ອຍກົດLIKE ພໍ່ອ່າວ 3ເທື່ອ

__________________
Anonymous

Date:

Anonymous wrote:

ອັນບັນຫາແບບນີ້ບໍ່ຖ້າໃຫ້ຊ່ຽວຊານມະຫາໄລລະດັບນັ້ນມາຊີ້ແຈງດອກ ໄປຖາມລູກສິດຂ້ອຍຢູ່ ຄະນະ

ວິສະວະກຳສາດ ມຊ ນີ້ເຂົາກໍ່ຊີ້ແຈງໄດ້

 ຕາມຄວາມຄິດເຫັນຂອງຂ້າພະເຈົ້າ ເຮົາບໍ່ຈຳເປັນຕ້ອງສ້າງ ເພາະເຮົາບໍ່ມີສິນຄ້າຫຍັງທີ່ຈະຂົນໄປຂາຍຢູ່ໃສ

ມີແຕ່ຈີນທີ່ເຂົາຕ້ອງການຂົນສົ່ງສິນຄ້າ ຄວນໃຫ້ເຂົາມາສຳປະທານດິນບ້ານເຮົາ ແລ້ວສ້າງຮັບໃຊ້ເຂົາເອງ ພາຍຫລັງໝົດສຳປະທານ

ທາງລົດໄຟນັ້ນກໍ່ຕົກເປັນຊັບສົມບັດຂອງຊາດເຮົາບໍ່ດີກ່ອນຫວາ ເຮົາບໍ່ຈຳເປັນຕ້ອງໄດ້ລົງທຶນຫຍັງເລີຍ

ມີແຕ່ຖ້າເກັບເອົາເງິນສຳປະທານຕ່າງໆ ບໍ່ໄດ້ເປັນໜີ້ໃຜອີກ ຄັນເຂົາບໍ່ເຮັດກະບໍ່ສ້າງ ຊິໄປງໍ້ເຂົາຫຍັງ

ເພາະເສັ້ນທາງລົດໄຟນັ້ນຄົນລາວຈັກ % ຂອງປະເທດເດ ທີ່ຈະໄປຂີ່ຫັ້ນນ່າ ແລະ ຄົນລາວໝົດປະເທດບໍ່ມີໃຜຢາກເປັນໜີ້ແນ່ນອນ

ບໍ່ມີເລີຍດີກ່ວາ

ຜິດພາດປະການໃດ ຂໍອະໄພນຳເດີ ພີ່ນ້ອງລາວເອີ້ຍ

ຮັກແພງ

__________________
Anonymous

Date:

ຮູບນີ້ເພີ່ນຖ່າຍຢູ່ເມືອງຈີນເນາະ, ກໍລະນີຂອງບ້ານເຮົາມີແຕ່ລາງດຽວ (single track) ເດີ່ພີ່ນ້ອງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard