Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພວກຂາຍຫວຍ ຕັນເອົາທາງຍ່າງ ແລະ ເຮັດໃຫ້ລົດຕິດ
Anonymous

Date:
ພວກຂາຍຫວຍ ຕັນເອົາທາງຍ່າງ ແລະ ເຮັດໃຫ້ລົດຕິດ

ຂ້ອຍສັງເກດເຫັນວ່າ ມື້ໃດ ໃກ້ໆຫວຍຊິອອກ

ຈະມີບັນດານັກທຸລະກິດສ່ວນບຸກຄົນ (ພວກຂາຍຫວຍ) ມານັ່ງຍຶດພື້ນທີ່ ຕາມທາງຍ່າງ ຕິດແຄມທາງເລີຍ

ເພື່ອໃຫ້ຄົນໄດ້ຈອດຊື້ ສ່ຽງດວງກັນ. ບັນດາໂຕະ ກໍ່ຄືກັບໂຕະຮ່າງ ແນມໄປແລ້ວ ເຮັດໃຫ້ທິວທັດທາງສາຍຕາເສຍໄປ

ນອກຈາກນ້ັນ ເພິ່ນຍັງມັກໄປຂາຍບ່ອນທີ່ມີລົດຫຼາຍໆ ແລະ ທາງນ້ອຍ ເຮັດໃຫ້ລົດຕິດກັນໄປເປັນແຖບ

ຄົນຈະຍ່າງຕາມທາງຍ່າງກໍ່ບໍ່ໄດ້ ຕ້ອງໄດ້ສ່ຽງຊີວິດ ຍັບມາຍ່າງທາງລົດແລ່ນ ເພາະເພິ່ນຕັ້ງໂຕະຕັນທາງຍ່າງ

ເລື້ອງນີ້ ລັດຖະບານ ເພິ່ນຄິດແນວໃດ ຫຼືວ່າ ແມ່ນກົນລະຍຸດຂອງ ຫວຍພັດທະນາລາວ ?

__________________
Anonymous

Date:
RE: ພວກຂາຍຫວຍ ຕັນເອົາທາງຍ່າງ ແລະ ເຮັດໃຫ້ລົດຕິດ

ຄົງຊິບໍ່ມີໃຜ ຫ້າມເພິ່ນໄດ້ດອກ 

__________________
Anonymous

Date:

ຢ່າເຂົາເຈົ້າທ້ອນ ພວກເຂົາເຈົ້າຫາລາຍໄດ້ພິເສດ ແລະກໍ່ເປັນບາງມື້ຊື່ໆ ດີກ່ວາພວກທີ່ຍຶດເອົາທາງຫຼວງເປັນບ່ອນຈອດລົດສ່ວນຕົວຫຼາຍພັນເທົ່າຂ້ອຍລະຊັງຫຼາຍພວກມີເງີນຊື້ລົດແຕ່ບໍ່ມີບ່ອນແປງບ່ອນຈອດລົດ ໄປເບິ່ງໂລດທຸກໆເສັ້ນທາງຈອດເຕັມໄປໝົດ ທາງທີ່ກຳນົດໃຫ້ລົດຈັກແລ່ນເພິ່ນກໍ່ຢຶດເອົາເປັນບ່ອນຈອດລົດເພິ່ນໝົດ ບາດໄປດາດເອົາບາດໂທຮຽກຮ້ອງຄ່າເສຍຫາຍຫູດັບຕັບໃໝ້ແນວວ່າມີແຕ່ລົດແພງໆ ສະເພາະສະຕິກເກີຕິດຂ້າງລົດແລນຄລຸຍເຊີ ຂ້າງນຶ່ງ 5ລ້ານກີບອາວເຮີຍ.

__________________

Senior Member

Status: Offline
Posts: 212
Date:

ເມີໍອງສາສນາພຸດແຕ່ເອົາອະບາຍຍະມຸກມອມເມົາ ປຊຊ ສວດຍວດ

__________________
Anonymous

Date:

Anonymous wrote:

ຢ່າເຂົາເຈົ້າທ້ອນ ພວກເຂົາເຈົ້າຫາລາຍໄດ້ພິເສດ ແລະກໍ່ເປັນບາງມື້ຊື່ໆ ດີກ່ວາພວກທີ່ຍຶດເອົາທາງຫຼວງເປັນບ່ອນຈອດລົດສ່ວນຕົວຫຼາຍພັນເທົ່າຂ້ອຍລະຊັງຫຼາຍພວກມີເງີນຊື້ລົດແຕ່ບໍ່ມີບ່ອນແປງບ່ອນຈອດລົດ ໄປເບິ່ງໂລດທຸກໆເສັ້ນທາງຈອດເຕັມໄປໝົດ ທາງທີ່ກຳນົດໃຫ້ລົດຈັກແລ່ນເພິ່ນກໍ່ຢຶດເອົາເປັນບ່ອນຈອດລົດເພິ່ນໝົດ ບາດໄປດາດເອົາບາດໂທຮຽກຮ້ອງຄ່າເສຍຫາຍຫູດັບຕັບໃໝ້ແນວວ່າມີແຕ່ລົດແພງໆ ສະເພາະສະຕິກເກີຕິດຂ້າງລົດແລນຄລຸຍເຊີ ຂ້າງນຶ່ງ 5ລ້ານກີບອາວເຮີຍ.

 ກໍ່ແມ່ນຫັ້ນລະ ຍັງດີກວ່າພວກຕັ້ງຮ້ານອາຫານ, ຮ້ານຂາຍວັດສະດຸກໍ່ສ້າງ, ຮ້ານແປງລົດ ຢຶດເອົາໜ້າທາງ

ມາເປັນລານຈອດລົດເພີ່ນຕະຫລອດປີ ຕະຫລອດຊາດ ທາງອົງການຮັບຜິດຊອບກໍ່ເຮັດຕາກາຍເສີຍໆຢູ່

 ໃຜຊິໄປມ້າງບໍ່ເງີນໂຕເອງນໍ ອິອິອິ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard