Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍລິສັດຢູນິເທວ ບໍລິການບໍ່ດີ ແຖມຂີ້ໂກງລູກຄ້າອີກຫຼືວ່າເປັນຍ້ອນຄວາມຜິດພາດທາງລະບົບ
Anonymous

Date:
ບໍລິສັດຢູນິເທວ ບໍລິການບໍ່ດີ ແຖມຂີ້ໂກງລູກຄ້າອີກຫຼືວ່າເປັນຍ້ອນຄວາມຜິດພາດທາງລະບົບ


ບໍລິສັດຢູນິເທວ ບໍລິການບໍ່ດີ ແຖມຂີ້ໂກງລູກຄ້າອີກຫຼືວ່າເປັນຍ້ອນຄວາມຜິດພາດທາງລະບົບ.

ຂ້ອຍເຕີມເງິນອິນເຕີເນັດຢູເອັສບີ ພັດວ່າຫຼິ້ນບໍ່ໄດ້ ກວດສອບຍອດເງິນພັດວ່າຕິດລົບ ເລີຍໂທໄປຖາມສູນບໍລິການ ເຂົາກະວ່າຊິກວດສອບໃຫ້ ແຕ່ກໍ່ບໍ່ເຫັນເຮັດຫຍັງ ໂທໄປກະຫຼາຍເທື່ອ ກະມີແຕ່ວ່າຊິໃຫ້ພາກສ່ວນທີ່ກ່ຽວຂ້ອງກວດສອບໃຫ້ ແຕ່ກະຍັງຄືເກົ່າ ບໍ່ແກ້ໄຂໃຫ້ຈັກເທື່ອ ຫຼືວ່າ ເຮັດບໍ່ເປັນ. ຂ້ອຍຂີ້ຄ້ານຖ້າ ບໍ່ຢາກມັກຍາກ ບວກກັບຄວາມຈຳເປັນທີ່ຕ້ອງໄດ້ໃຊ້ອິນເຕີເນັດໃນຕອນນັ້ນ ກໍ່ເລີຍຊື້ບັດມາເຕີມໃໝ່ ເອົາອີກແລ້ວ ຫຼິ້ນໄດ້ປະມານຫ້ານາທີ່ກະວ່າຕັດ ຊ້າກະຊ້າ ມັນນບໍ່ໜ້າຈະຕັດໄວປານນີ້ເພາະຂ້ອຍຕັ້ງແບບມື້ຫ້າພັນ. ໂທໄປສອບຖາມກະເວົ້າແບບເກົ່າອີກ. ຄິດເບິ່ງເວລາເຈົ້າຈຳເປັນຕ້ອງນຳໃຊ້ອິນເຕີເນັດອີຫຼີ ເຈົ້າເຂົ້າບໍ່ໄດ້ ທັງໆທີ່ເຈົ້າຕື່ມເງິນຕັ້ງສອງເທື່ອ. ມັນຈຳເປັນຕ້ອງໄດ້ໃຊ້ອິນເຕີເນັດເຈົ້າ ເພາະໄດ້ຊື້ຢູເອສບີແລ້ວ ຄັນເປັນແບບນີ້ອີກຈະບໍ່ໃຊ້ແລ້ວ.

ກະຂໍຝາກໄວ້ແນ່ ຊ່ວຍປັບປຸງການບໍລິການຂອງພວກເຈົ້າແນ່. ໃນອິນເຕີເນັດ ເຂົາເຈົ້າກະຄອມເມັນທ໌ກ່ຽວກັບການບໍລິການເຈົ້າ ກະຫຼາຍແລ້ວ ນິເຈົ້າບໍ່ມາມືນຕາເບິ່ງແນ່ຫວາ



__________________
Anonymous

Date:
RE: ບໍລິສັດຢູນິເທວ ບໍລິການບໍ່ດີ ແຖມຂີ້ໂກງລູກຄ້າອີກຫຼືວ່າເປັນຍ້ອນຄວາມຜິດພາດທາງລະບົບ


ແກວເປັນເຈົ້າຂອງ ວົນຕິກັບແກວ ສຸດຂີ້ສໍ້ນຳແກວຫັ້ນແລ້ວ



__________________
Anonymous

Date:

4 ບໍລິສັດແມ່ນມີ ໂປຣໂມຊັນ ຕູ໋ນ ລຼກຕ້າໂຈເອງ ທັງນັ້ນ

ແຕ່ກີ້ແຕ່ກ່ອນ ມີແຕ່ ທີໂກ ທີມີໂປຣໂມຊັນ ແບບຈິງໃຈ ມີແຕ່ໃຫ້ກັບໃຫ້ ຈົນ 3 ບໍລິສັດເກືອບເອົາໂຕບໍ່ລອດ ເພາະລຼກຄ້າໜ້ອຍລົງ ໜ້ອຍລົງ

ສູດທ້າຍກະລູມກິນໂຕະເຂົາຕິ ເຂົາທົນບໍ່ໄດ້ ກະເລີຍຂາຍບໍລິສັດໃຫ້ຄົນອື່ນ ແລ້ວກະປ່ຽນມາເປັນບີລາວ ແລ້ວກະ ໃຊ້ວິຊາຫາກິນ ຂີ້ທູກ ຕົ້ມຕູ໋ນ ສັງຄົມ ຄືກັນເໝີດ 4 ບໍລິສັດ

ຢຼ່ນຳກັນໄດ້ ສ່ວນ ພົນລະເມືອງ ຮັບກຳຢ່າງດຽວ ຢຼ່ປະເທດນີ້ນະ

ຄົນດີ ຄົນເກັ່ງ ຢຼ່ຍາກ

ມີແຕ່ຄົນຊົ່ວ ຈັ່ງຢຼ່ໄດ້

ເມືອງຄົນຊົ່ວ sin city



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard