Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄປລອຍກະທົງ ຄົນດຽວ ກາເປັນຫວາ ?
Anonymous

Date:
ໄປລອຍກະທົງ ຄົນດຽວ ກາເປັນຫວາ ?


ມື້ວັນອັງຄານນີ້ ກໍ່ຈະແມ່ນວັນລອຍກະທົງແລ້ວ

ຍັງບໍ່ທັນມີຄູ່ເລີຍ

ໄປຜູ້ດຽວຊໍ້າບໍ no



__________________
Anonymous

Date:

ເວົ້າເລື້ອງບຸນສິນກິນທານຂຶ້ນມາແລ້ວເຮັດໃຫ້ຄິດຮອດຕອນຍັງເປັນເດັກນ້ອຍ.

ຂ້ອຍເກີດແລະໃຫຍ່ໃນຕົວເມືອງນ້ອຍ, ຈື່ໄດ້ວ່າຮອດຍາມບຸນອອກພັນສາ ຜູ່

ເຖົ້າຜູ່ແກ່ແລະຄູບາອາຈານຈະພາເຮັດເຮືອໄຟນໍ້າເພື່ອລອຍບູຊາເທວະເທວະດາ

ແລະພະຍານາກຕາມລໍານໍ້າເຊ ເບິ່ງແລ້ວມີຄວາມສວຍງາມຈັບຕາຈັບໃຈທີ່ສຸດ

ບໍ່ເຄີຍໄດ້ຍິນດອກວ່າຜູ່ບ່າວຜູ່ສາວຈະຈັບມືຈູງແຂນກັນລົງໄປລອຍກະໂທງຄືເຫັນ

ກັນໃນນະຄອນຫຼວງວຽງຈັນໃນປັດຕຸບັນນີ້.

ສ່ວນໂຮງຮຽນແລະຫ້ອງການຕ່າງໆກໍ່ພາກັນເຮັດເຮືອໄຟໂຄກ(Float)ແຫ່ຕາມ

ເສັ້ນທາງສໍາຄັນຕ່າງໆໃນຕົວເມືອງ, ແຕ່ບໍ່ຮູ້ວ່າດຽວນີ້ເພິ່ນຍັງເຮັດຢູ່ບໍ? ຢູ່ຕາມ

ວັດວາອາຮາມຕ່າງໆກໍ່ມີການວຽນທຽນແລະຄົບງັນກັນຢ່າງຄຶກຄື້ນ, ຂ້ອຍມັກ

ເບິ່ງເພິ່ນຫຼິ້ນປະລັດຕື້ຫຼາຍກ່ວາໝູ່ ເລີກແລ້ວຈຶ່ງໄປເບິ່ງຊີເນເລື້ອງເສືອຈອມດອຍ

ຄູ່ຮັກເພື່ອນແຄ້ນ ໃຕ້ຄວັນໝອກ ໜັງກືກສອງສ່ຽວຕຸ້ຍຈ່ອຍກໍ່ຕະລົກດີ ຜູ່ສາວຂຶ້ນ

ໃໝ່ບາງຄົນຫົວຈົນຍ່ຽວແຕກກໍ່ມີ. ຍາມກາງເວັນກໍໄດ້ມັກໄປຂີ່ຊິງຊ້າສະຫວັນ

ເບິ່ງຣົຖໄຕ່ຖັງ ເບິ່ງຣະຄອນລິງແລະຫຼິ້ນເກມປະເພດອື່ນໆ.

ຫຼັງຈາກເພິ່ນປ່ຽນອໍານາດການປົກຄອງ ບຸນອອກພັນສາ ບຸນຊ່ວງເຮືອແຕ່ລະປີ

ມີແຕ່ເມົາກັບເມົາ ແຕ່ກໍ່ມ່ວນຍ້ອນໄດ້ຟ້ອນລໍາວົງສາມັກຄີ ວ່າຊັ້ນສາ.




__________________
Anonymous

Date:

Anonymous wrote:

ມື້ວັນອັງຄານນີ້ ກໍ່ຈະແມ່ນວັນລອຍກະທົງແລ້ວ

ຍັງບໍ່ທັນມີຄູ່ເລີຍ

ໄປຜູ້ດຽວຊໍ້າບໍ no


 ຂ້ອຍເອງກະບໍ່ມີຄູ່ ໄປຜູ້ດຽວ ບໍ່ຈັກຊິໄປດອກ ອິອິອິ ຊິໄປຫາກິນເບຍເອົາ ເມົາ ກະເມືອນອນ



__________________
Anonymous

Date:

Anonymous wrote:

ມື້ວັນອັງຄານນີ້ ກໍ່ຈະແມ່ນວັນລອຍກະທົງແລ້ວ

ຍັງບໍ່ທັນມີຄູ່ເລີຍ

ໄປຜູ້ດຽວຊໍ້າບໍ no


 ພວກຜີບ້າລູກຊອດໄທ ດັດຈະຫຼີດ ເວົ້າພາສາລາວຊີປາກເປື່ອຍບໍ່? ມັນບໍ່ແມ່ນລອຍກະທົງຫັ້ນຮ່າສູ ຈັກໜ່ອຍກູດ່າດ໋ອກ ໄຫຼກະທົງຈື່ໃວ້.



__________________
Anonymous

Date:

ຂ້ອຍກະບໍ່ມີຄູ່ ຊັນເຮົາໄປນຳກັນບໍ່ ບອກເບີເຈົ້າມາ ຊິດພົບກັນຢູ່ໃສ່ ໄວ້ໆໆ ເດີ ມື້ອື່ນລະໄດ໋



__________________
Anonymous

Date:

Anonymous wrote:
Anonymous wrote:

ມື້ວັນອັງຄານນີ້ ກໍ່ຈະແມ່ນວັນລອຍກະທົງແລ້ວ

ຍັງບໍ່ທັນມີຄູ່ເລີຍ

ໄປຜູ້ດຽວຊໍ້າບໍ no


 ພວກຜີບ້າລູກຊອດໄທ ດັດຈະຫຼີດ ເວົ້າພາສາລາວຊີປາກເປື່ອຍບໍ່? ມັນບໍ່ແມ່ນລອຍກະທົງຫັ້ນຮ່າສູ ຈັກໜ່ອຍກູດ່າດ໋ອກ ໄຫຼກະທົງຈື່ໃວ້.


 ຄັນຊັ້ນ ເວລາເຈົ້າລອຍນ້ຳ ເຈົ້າຄົງຊິ ໄຫຼນ້ຳ ແຫຼະນໍ  555555555555



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard