Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃບຕາດິນຢູ່ລາວ ສູງກ່ວາ ລາຄາທີ່ດິນ !!!
Anonymous

Date:
ໃບຕາດິນຢູ່ລາວ ສູງກ່ວາ ລາຄາທີ່ດິນ !!!

  ກາຍ­ເປັນ​ບັນ­ຫາ​ທີ່​ແກ່­ຍາວ​ມາຫລາຍ​ປີ ສຳ­ລັບ​ຄວາມ​ຫຍຸ້ງ­ຍາກໃນ​ເວ­ລາ​ເຮັດ​ໃບ​ຕາ­ດິນ​ຂອງ​ພໍ່​ແມ່​ປະຊາ​ຊົນ ເປັນ­ຕົ້ນ​ແມ່ນ​ບັນ­ຫາ​ຄວາມ​ຫລ້າຊ້າ​ໃນ​ການ​ອອກ​ໃບ​ຕາ­ດິນ​ຂອງ​ເຈົ້າຫນ້າ­ທີ່ ລວມ​ທັງ​ລາ­ຄາ​ໃບ​ຕາ­ດິນ​ທີ່ເຫັນ​ວ່າ​ເພີ່ມ​ທະ­ວີ­ຄູນ​ແພງ​ຂຶ້ນ​ທຸກໆ​ປີ ຈົນ​ເກືອບ​ເທົ່າ​ກັບ​ລາ­ຄາ​ດິນ​ເຮັດ​ໃຫ້ປະ­ຊາ­ຊົນ​ບາງ​ຄົນ​ຢູ່​ເຂດ​ຫ່າງ​ໄກ​ບໍ່​ກ້າທີ່​ຈະ​ເຂົ້າ​ມາ​ເຮັດ​ໃບ​ຕາ­ດິນ​ທີ່​ຈະ​ເຊື່ອມໂຍງ​ເຖິງ​ການ​ເສຍ​ສິດ​ນຳ​ໃຊ້​ທາງ​ດ້ານກົດ­ຫມາຍ​ໄດ້ ແນວ­ໃດ​ກໍ່​ດີ ຕໍ່​ບັນ­ຫາ​ນີ້ກົມ​ຄຸ້ມ​ຄອງ​ທີ່​ດິນ​ຊີ້​ແຈງ​ວ່າ ສາ­ເຫດຫລັກ​ແມ່ນ​ເກີດ​ຈາກ​ນາຍ​ຫນ້າ.

   ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ຫົວ­ຫນ້າກົມ​ຄຸ້ມ​ຄອງ​ທີ່​ດິນ​ກະ­ຊວງ​ຊັບ​ພະ­ຍາກອນ ແລະ ສິ່ງ­ແວ­ດລ້ອມ ໄດ້​ໃຫ້​ສຳພາດ​ພິ­ເສດ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ ​ເມື່ອອາ­ທິດ​ຜ່ານ​ມາ​ນີ້​ຮູ້​ວ່າ: ສາ­ເຫດ​ແທ້​ຈິງທີ່​ເຮັດ​ໃຫ້​ໃບ​ຕາ­ດິນ​ມີ​ລາ­ຄາ​ສູງ ເນື່ອງຈາ​ກວ່າ​ປະ­ຊາ­ຊົນ​ບາງ​ບຸກ­ຄົນ​ທີ່​ຮູ້​ເທົ່າບໍ່​ເຖິງ​ການ ເມື່ອ​ມີ​ດິນ​ຕ້ອງ­ການ​ເຮັດໃບ​ຕາ­ດິນ​ຖາ­ວອນ​ກໍ່​ໄປ​ຫາ​ນາຍ​ຫນ້າໃນ​ການ​ແລ່ນ​ເອ­ກະ­ສານ​ຕ່າງໆ ເພື່ອປະ­ກອບ​ເຮັດ​ໃບ​ຕາ­ດິນນຳ​ເຈົ້າ​ຫນ້າ­ທີ່ (ບໍ່​ເຂົ້າ​ຫາ​ເຈົ້າຫນ້າ­ທີ່​ໂລດ) ໂດຍ​ນາຍ​ຫນ້າອາດ​ເອີ້ນ​ເອົາ​ລາ­ຄາ​ທີ່​ສູງ​ກວ່າ ຄວາມ​ເປັນ​ຈິງ​ນຳ​ເຈົ້າ​ຂອງ​ທີ່ດິນ ຫລື ອາດ​ຈະ​ສູງ​ເກືອບ​ເທົ່າ​ກັບ​ລາ­ຄາ​ຂອງ​ດິນ​ຕອນ​ທີ່​ຕ້ອງການ​ໃບ​ຕາ­ດິນ​ນັ້ນ.

   ນອກ­ຈາກ​ນາຍ​ຫນ້າ​ແລ້ວ ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ຍອມຮັບ​ວ່າ:  ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງຂອງ​ລັດ ໂດຍ​ສະ​ພາ​ະ​ແມ່ນ​ພະນັກ​ງານ​ອອກ​ໃບ​ຕາ­ດິນ​ບາງ​ບຸກຄົນ​ກໍ່​ມີ​ການ​ຮ່ວມ​ຄິດ​ກັບ​ນາຍຫນ້າ ພ້ອມ​ສວຍ​ໃຊ້​ຖາ­ນະ​ຕຳແຫນ່ງ​ຂອງ​ຕົນ​ໃນ​ການ​ຖ່ວງ​ດຶງຄວາມ​ຫລ້າ​ຊ້າ​ຂອງ​ການ​ອະ­ນຸຍາດ​ອອກ​ໃບ​ຕາ­ດິນ​ເປັນ­ຕົ້ນແມ່ນ​ໃນ​ການ​ອອກ​ລາຍ​ເຊັນ.

   ຕໍ່​ບັນ​ຫນີ້ ກົມ​ຄຸ້ມ​ຄອງ​ທີ່​ດິນໄດ້​ມີ​ຄວາມ​ເອົາ­ໃຈ­ໃສ່​ຢ່າງ​ຈິງຈັງ​ໃນ​ການ​ເອົາ​ພະ­ນັກ­ງານຈາກ​ສູນ​ກາງ​ລົງ​ໂອ້​ລົມ​ພະ­ນັກງານ​ທີ່​ດິນ​ຂັ້ນ​ທ້ອງ­ຖິ່ນ​ທີ່​ເຮັດວຽກ​ສະ­ເພາະ​ດ້ານ​ເປັນ­ຕົ້ນ​ແມ່ນສຶກ​ສາ​ອົບ­ຮົມ​ການ­ເມືອງ​ແນວຄິດ ແລະ ຫລັກ​ຈັນ​ຍາ​ບັນ​ຂອງພະ­ນັກ­ງານ​ລັດ ຖ້າ​ກວດ​ສອບເຫັນ​ພະ­ນັກ­ງານ​ບຸກ­ຄົນ​ໃດ​ມີການ​ປະ­ພຶດ​ບໍ່​ດີ​ກໍ່​ຈະ​ຖືກ​ລົງ­ໂທດຕາມ​ລະ­ບຽບ​ວິ­ໄນ ພ້ອມ​ໃຊ້​ແທນຄ່າ​ເສຍ​ຫາຍ ຂະ­ນະ​ທີ່​ທ່ານ​ຫົວຫນ້າ​ກົມ​ຄຸ້ມ​ຄອງ​ທີ່​ດິນ​ກ່າວ​ວ່າຜ່ານ​ມາ​ເຖິງ​ຂັ້ນ​ຍົກ­ຍ້າຍ​ຫນ້າ­ທີ່ ຫລື ປົດ​ຕຳ­ແຫນ່ງ​ພະ­ນັກ­ງານ​ທີ່​ດິນ​ທີ່​ມີ​ການ​ກະ­ທຳ​ຜິດ.

   ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ກ່າວ​ຢືນ­ຢັນ​ຕໍ່​ທີມ​ຂ່າວ​ຕື່ມ​ວ່າ: ການ​ໃຊ້​ຈ່າຍ​ໃນ​ເມື່ອ​ເຮັດ​ໃບ​ຕາ­ດິນ​ຖາ­ວອນ​ຂອງ​ພໍ່​ແມ່ນ​ປະ­ຊາ­ຊົນ​ຕາມ​ລະ­ບຽບ​ແລ້ວ​ເນື້ອ­ທີ່​ດິນ 1 ເຮັກ­ຕາ ກໍ່​ຈະ​ໃຊ້​ຈ່າຍ​ລວມ​ມີຄ່າ​ທຳ­ນຽມ, ຄ່າ​ວັດ­ແທກ ແລະ ໃຊ້​ຈ່າຍ​ອື່ນໆ​ຖ້າ​ສູງ​ສຸດ​ກໍ່​ປະມານ 300.000 ກີບ (ດິນ​ໃນຕົວ​ເມືອງ) ສ່ວນ​ເຂດ​ຊົນ­ນະ­ບົດກໍ່​ປະ­ມານ 250.000 ກີບ.

   ແນວ­ໃດ​ກໍ່​ດີ ໃບ​ຕາ­ດິນ​ແມ່ນເອ­ກະ­ສານ​ຢັ້ງ­ຢືນ​ສິດ​ນຳ​ໃຊ້​ທີ່ດິນ​ສູງ​ສຸດ​ທາງ​ດ້ານ​ກົດ­ຫມາຍແມ່ນ​ເອ­ກະ­ສານ​ທີ່​ເປັນ​ຫລັກຖານ​ຕົ້ນ­ຕໍ​ອັນ​ຫນຶ່ງ​ອັນ​ດຽວກ່ຽວ​ກັບ​ສິດ​ນຳ​ໃຊ້​ທີ່​ດິນ​ຢ່າງ​ຖາວອນ  ລວມ​ທັງ​ເປັນ​ສີ່ງ​ທີ່​ສາມາດ​ຄ້ຳ­ປະ­ກັນ​ສິດ​ຂອບ​ເຂດການ​ນຳ​ໃຊ້​ທີ່​ດິນ​ຕາມ​ລັດ​ຖະ​ທຳມະ­ນູນ​ໄດ້​ກຳ­ນົດ​ໃນ​ມາດ­ຕາ 17 ອັນ​ໄດ້​ເຮັດ​ໃຫ້​ປະ­ຊາ­ຊົນ​ມີຄວາມ​ຫມັ້ນ​ໃຈ​ໃນ​ການ​ນຳ​ໃຊ້ທີ່​ດິນ​ຂອງ​ເຂົາ­ເຈົ້າ​ຄື​ດິນ​ຖືກ​ປົກປ້ອງ​ດ້ວຍ​ລັດ, ຫັນ​ດິນ​ມາ​ເປັນທຶນ ແລະ ເປັນ​ຫລັກ​ຊັບ​ຄ້ຳ​ປະກັນ​ໄດ້​ທີ່​ຈະ​ຍູ້​ການ​ຜະ­ລິດ​ເຮັດໃຫ້​ປະ­ຊາ­ຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ.

   ບັນ­ຫາ​ທີ່​ຍົກ​ມາ​ຂ້າງ​ເທິງ​ນີ້ ກໍ່​ອາດ​ຈະ​ເປັນ​ເສັ້ນ​ໃຍ​ທີ່​ຖ່ວງ​ດຶງການ​ພັດ­ທະ­ນາ​ກໍ່​ຄື​ປະ­ຊາ­ຊົນ​ໃຫ້ຫລຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກຊ້າ​ລົງ​ອີກ ພ້ອມ​ຈະ​ເປັນ​ບັນ­ຫາ​ຕໍ່ເປົ້າ​ຫມາຍ​ຂອງ​ລັດ­ຖະ­ບານ ໂດຍ​ໄດ້​ຕັ້ງ​ເປົ້າ​ໄວ້​ຮອດ​ປີ 2015 ການ​ອອກ​ໃບ​ຕາ­ດິນ​ໃນ​ທົ່ວ​ປະເທດ​ຈະ​ຕ້ອງ​ບັນ­ລຸ​ໄດ້ 1 ລ້ານຕອນ ເຊິ່ງ​ປະ­ຈຸ​ບັນ​ໄດ້​ແລ້ວ 6,5 ແສນ​ຕອນ ສະ­ນັ້ນ ເຈົ້າ​ຫນ້າ­ທີ່ກ່ຽວ­ຂ້ອງ ໂດຍ​ສະ­ເພາະ​ແມ່ນດ້ານ​ມະ­ຫາ​ພາກ​ກໍ່​ຄວນ​ລົງ​ຕິດຕາມ​ກວດ­ກາ​ແກ້​ໄຂ​ບັນ­ຫາ​ນີ້ ຢ່າງ​ຮີບ​ດ່ວນ ເພື່ອ​ຫລຸດ­ຜ່ອນ ແລະ ລົບ​ຫາງ​ສຽງ​ຈົ່ມ​ບໍ່​ດີ​ຂອງປະ​ຊົນ​ຕໍ່​ພະ­ນັກ​ລັດ​ບາງ​ຄົນ​ທີ່ເອົາ​ປຽບ​ປະ­ຊາ­ຊົນ, ສ້າງ​ຄວາມສະ­ຫມານ​ສາ­ມັກ­ຄີ ແລະ ຄວາມເຂົ້າ­ໃຈ​ລະ­ຫວ່າງ​ປະ­ຊາ­ຊົນ​ກັບລັດ ເພື່ອ​ພ້ອມ​ກັນ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິ­ຍົມ​ທີ່​ມີ​ຄວາມ​ສີ­ວິ­ໄລ ແລະ ຄວາມ​ສົມ­ບູນ​ພູນ​ສຸກ​ໃນ​ອະ​ນາຄົດ.

Ecom

__________________
Anonymous

Date:

Anonymous wrote:

ແມ່ນແທ້ແມ່ນວ່າ

ຂພຈ ກໍຖືກມາແລ້ວ ກ່ອນຈະຮັບເອົາໄປເຮັດກໍຈ່າຍ ບໍ່ແມ່ນໜ້ອຍ !

ບາດຊີເຊັນໃຫ້ກໍຕ້ອງຈ່າຍອີກ ຜັດປ່ຽນກັນເອົາເງິນນໍາເຮົາ

ຂັ້ນຕອນເຮັດອອກມາແລ້ວ ເຊັນແລ້ວ ບາດຊີໃຫ້ເຮົາກໍບໍ່ໃຫ້... ກັກໄວ້

ຕ້ອງຈ່າຍອີກ ຈຶ່ງເປີດລິ້ນຊັກເພິ່ນໄດ້,,,, ທັ້ງໆທີ່ເປັນສິດທິທີ່ເຮົາຄວນຈະໄດ້ຮັບແລ້ວ..

ເວົ້າມາຈັ່ງແມ່ນເບື່ອ ໄປເຫັນບ້ານເພິ່ນເມືອງເພິ່ນກະບໍ່ມີໃສ ຈະຄືຶບ້ານໂຕ

ໂຫດຮ້າຍປ່າເຖື່ອນ ຖາມເອົາຂູ່ເອົາ ອອຍເອົາ ສໍ້ເອົາ !

ແບບບໍ່ມີຢາງອາຍ ບໍ່ຢ້ານບາບຢ້ານກໍາ ບໍ່ມີຄວາມເກງກົວລະບຽບກົດໝາຍ ​     !

ບໍ່ມີຄໍາບັນຍາຍ ເບື່ອມັັນຫຼາຍ

ຄົນຈິງ

__________________
Anonymous

Date:

ພວກພາສີ ປະຕັງ ແລະ ຕາດິນ ບາງຄົນນິແຫຼະ 

ແມ່ນພວກໂຈນເດີນດິນ ປົ້ນປະຊາຊົນຕອນກາງເວັນ

__________________
Anonymous

Date:

ຖ້າເພິ່ນຢາກແກ້ແທ້ງ່າຍທີ່ສຸດເວັ້ນເສັຍແຕ່ຫົວໜ້າຮັບຜິດຊອບລວມ ຫຼື ເວົ້າ ກັນວ່າຂັ້ນເທິງ

ບໍ່ຮູ້ຈັກສຸດ ຫຼື ຊອກຕົວບໍ່ເຫັນວ່າເປັນໜ້າແບບໃດ,ມີສ່ວນຮ່ວມໃຫ້ພວກພນັກງານໂສໂຄກ

ຫາເງິນໃຫ້ແບ່ງກັນໄຊ້ປັນກັນກິນເທົ່ານັ້ນເລື້ອງມັນຈຶ່ງເປັນແນວນີ້.ຈະຄິດໄປຢ່າງອື່ນກໍ່ບໍ່ເຫັນ

ຄຳຄິດໃດຈະເໝາະສົມ.

ລອງກຳນົດຫຼັກການແຈ້ງຂາວເດັດຂາດເຖິງພາລະໜ້າທີຂອງພະນັກງານວ່າ:

ຕ້ອງໄຊ້ເວລາຈັກວັນຫຼັງຈາກອອກໄປສຳລວດວັດແທກມາແລ້ວ,ມາຂື້ນຮູບ,ຄຳນວນໜ້າພຽງ

ກອກອອກເປັນຮູບລົງໃນໃບຕາດິນ,ປະກາດລໍໃຫ້ຄົນມາຂັດຄ້ານໃນກໍລະນີຢ້ານມີສິດທັບຊ້ອນ.

ລາຄາພິໃນຫຼວງມີອັນໃດແດ່ທີ່ເຈົ້າຂອງຕ້ອງຈ່າຍກໍ່ໃຫ້ມັນແຈ້ງຂາວລົງຂ່າວໃນໜ້າໜັງສືພິມ

ຢ່າງເປັນທາງການ(ແທ່ນທີ່ຈະລົງແຕ່ບົດຊົມເຊີຍຕລອດ).ນອກນັ້ນກໍ່ໄປຕິດໄວ້ທີ່ກະດານຂ່າວ

ຂອງເມືອງ,ສຳນັກງານບ້ານ ແລະ ສະຖານທີລາດຊະກາດທີ່ມີສ່ວນກ່ຽວຂ້ອງ.

ກຳນົດບ່ອນຮ້ອງທຸກເພື່ອໃຫ້ປະຊາຊົນຜູ້ເສັຍຫາຍບໍ່ໄດ້ຮັບຄວາມເປັນທັມຈາກການບໍລິການ

ຕາມຫຼັກການທີ່ປະກາດ ແລະ ແຈ້ງໄປນັ້ນ ຈາກພວກກິນເງິນເດືອນພາສີຂອງປະຊາຊົນ.

ລົງໂທດທາງວິໃນ.ຖ້າໜັກໃສ່ຄຸກ,ຍຶດຊັພສິນຫາກເຫັນວ່າມີຍ້ອນການໄຊ້ສິດຍັກຍອກຕາມ

ທີ່ເພິ່ນເຂົ້າໃຈໃນບົດເວົ້າຂອງເພິ່ນທີ່ນີ້.ໃຫ້ພນັກງານໂສໂຄກພົ້ນຈາກໜ້າທີ່ເພື່ອຈະໄດ້ຈົ່ງ

ບອ່ນໄວ້ໃຫ້ພວກໝຸ່ມນ້ອຍທີ່ຮຽນຈົບຂັ້ນຕ່າງໆໄດ້ວຽກເຮັດງານທຳ.

ຄິດວ່າຄວາມຄິດນີ້ຕ້ອງເຮັດໄດ້ ແລະ ໃຫ້ຜົນທັນຄວນ.ເວັ້ນເສັຍແຕ່ເພິ່ນຢາກຮັກສາ

ເຫດຜົນທີ່ກ້າວໃນຂ້າງເທິງນັ້ນໄວ້ເທົ່ານັ້ນ.

ຕູ້ສາ

__________________
Anonymous

Date:

Anonymous wrote: ໂອຍທ່ານເອີຍເວົ້າຕາມລະບຽບຫລັກການແລ້ວ ກໍ່ບໍ່ແພງຄືື ທ່ານວ່າແທ້ ແຕ່ຕົວຈິງ ແລ້ວມັນ ຄູນ 20 ເທື່ອ ຂອງລາຄາທາງການ. ຜຂ ມີດິນສວນ 6800 ຕາແມດເຂດເນີນພູ ຊົວຊີ່ໄດ້ ໃບສີຂາວ ຍັງບໍ່ແມ່ນສີເຫລືອງເທື່ອ ຜຂ ເສັຍໃຫ້ປ່າໄມ້ເມືອງ 400 000 ກວ່າກີບ ເສັຍຫ້ອງການທ່ີດິນແຂວງ 8 ລ້ານກວ່າ ອັນນີ້ເສັຽເປັນທາງການ ເພາະມີໃບຮັບເງິນ, ຍັງມີຄ່ານ້ຳອິກປະມານລ້ານກວ່າກີບ. ມັນຫຍັງມາຕ່າງກັບ ທ່ານ ສີພັນດອນ ເວົ້າແທ້ ທ່ານເອີຍ

  ກາຍ­ເປັນ​ບັນ­ຫາ​ທີ່​ແກ່­ຍາວ​ມາຫລາຍ​ປີ ສຳ­ລັບ​ຄວາມ​ຫຍຸ້ງ­ຍາກໃນ​ເວ­ລາ​ເຮັດ​ໃບ​ຕາ­ດິນ​ຂອງ​ພໍ່​ແມ່​ປະຊາ​ຊົນ ເປັນ­ຕົ້ນ​ແມ່ນ​ບັນ­ຫາ​ຄວາມ​ຫລ້າຊ້າ​ໃນ​ການ​ອອກ​ໃບ​ຕາ­ດິນ​ຂອງ​ເຈົ້າຫນ້າ­ທີ່ ລວມ​ທັງ​ລາ­ຄາ​ໃບ​ຕາ­ດິນ​ທີ່ເຫັນ​ວ່າ​ເພີ່ມ​ທະ­ວີ­ຄູນ​ແພງ​ຂຶ້ນ​ທຸກໆ​ປີ ຈົນ​ເກືອບ​ເທົ່າ​ກັບ​ລາ­ຄາ​ດິນ​ເຮັດ​ໃຫ້ປະ­ຊາ­ຊົນ​ບາງ​ຄົນ​ຢູ່​ເຂດ​ຫ່າງ​ໄກ​ບໍ່​ກ້າທີ່​ຈະ​ເຂົ້າ​ມາ​ເຮັດ​ໃບ​ຕາ­ດິນ​ທີ່​ຈະ​ເຊື່ອມໂຍງ​ເຖິງ​ການ​ເສຍ​ສິດ​ນຳ​ໃຊ້​ທາງ​ດ້ານກົດ­ຫມາຍ​ໄດ້ ແນວ­ໃດ​ກໍ່​ດີ ຕໍ່​ບັນ­ຫາ​ນີ້ກົມ​ຄຸ້ມ​ຄອງ​ທີ່​ດິນ​ຊີ້​ແຈງ​ວ່າ ສາ­ເຫດຫລັກ​ແມ່ນ​ເກີດ​ຈາກ​ນາຍ​ຫນ້າ.

   ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ຫົວ­ຫນ້າກົມ​ຄຸ້ມ​ຄອງ​ທີ່​ດິນ​ກະ­ຊວງ​ຊັບ​ພະ­ຍາກອນ ແລະ ສິ່ງ­ແວ­ດລ້ອມ ໄດ້​ໃຫ້​ສຳພາດ​ພິ­ເສດ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ ​ເມື່ອອາ­ທິດ​ຜ່ານ​ມາ​ນີ້​ຮູ້​ວ່າ: ສາ­ເຫດ​ແທ້​ຈິງທີ່​ເຮັດ​ໃຫ້​ໃບ​ຕາ­ດິນ​ມີ​ລາ­ຄາ​ສູງ ເນື່ອງຈາ​ກວ່າ​ປະ­ຊາ­ຊົນ​ບາງ​ບຸກ­ຄົນ​ທີ່​ຮູ້​ເທົ່າບໍ່​ເຖິງ​ການ ເມື່ອ​ມີ​ດິນ​ຕ້ອງ­ການ​ເຮັດໃບ​ຕາ­ດິນ​ຖາ­ວອນ​ກໍ່​ໄປ​ຫາ​ນາຍ​ຫນ້າໃນ​ການ​ແລ່ນ​ເອ­ກະ­ສານ​ຕ່າງໆ ເພື່ອປະ­ກອບ​ເຮັດ​ໃບ​ຕາ­ດິນນຳ​ເຈົ້າ​ຫນ້າ­ທີ່ (ບໍ່​ເຂົ້າ​ຫາ​ເຈົ້າຫນ້າ­ທີ່​ໂລດ) ໂດຍ​ນາຍ​ຫນ້າອາດ​ເອີ້ນ​ເອົາ​ລາ­ຄາ​ທີ່​ສູງ​ກວ່າ ຄວາມ​ເປັນ​ຈິງ​ນຳ​ເຈົ້າ​ຂອງ​ທີ່ດິນ ຫລື ອາດ​ຈະ​ສູງ​ເກືອບ​ເທົ່າ​ກັບ​ລາ­ຄາ​ຂອງ​ດິນ​ຕອນ​ທີ່​ຕ້ອງການ​ໃບ​ຕາ­ດິນ​ນັ້ນ.

   ນອກ­ຈາກ​ນາຍ​ຫນ້າ​ແລ້ວ ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ຍອມຮັບ​ວ່າ:  ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງຂອງ​ລັດ ໂດຍ​ສະ​ພາ​ະ​ແມ່ນ​ພະນັກ​ງານ​ອອກ​ໃບ​ຕາ­ດິນ​ບາງ​ບຸກຄົນ​ກໍ່​ມີ​ການ​ຮ່ວມ​ຄິດ​ກັບ​ນາຍຫນ້າ ພ້ອມ​ສວຍ​ໃຊ້​ຖາ­ນະ​ຕຳແຫນ່ງ​ຂອງ​ຕົນ​ໃນ​ການ​ຖ່ວງ​ດຶງຄວາມ​ຫລ້າ​ຊ້າ​ຂອງ​ການ​ອະ­ນຸຍາດ​ອອກ​ໃບ​ຕາ­ດິນ​ເປັນ­ຕົ້ນແມ່ນ​ໃນ​ການ​ອອກ​ລາຍ​ເຊັນ.

   ຕໍ່​ບັນ​ຫນີ້ ກົມ​ຄຸ້ມ​ຄອງ​ທີ່​ດິນໄດ້​ມີ​ຄວາມ​ເອົາ­ໃຈ­ໃສ່​ຢ່າງ​ຈິງຈັງ​ໃນ​ການ​ເອົາ​ພະ­ນັກ­ງານຈາກ​ສູນ​ກາງ​ລົງ​ໂອ້​ລົມ​ພະ­ນັກງານ​ທີ່​ດິນ​ຂັ້ນ​ທ້ອງ­ຖິ່ນ​ທີ່​ເຮັດວຽກ​ສະ­ເພາະ​ດ້ານ​ເປັນ­ຕົ້ນ​ແມ່ນສຶກ​ສາ​ອົບ­ຮົມ​ການ­ເມືອງ​ແນວຄິດ ແລະ ຫລັກ​ຈັນ​ຍາ​ບັນ​ຂອງພະ­ນັກ­ງານ​ລັດ ຖ້າ​ກວດ​ສອບເຫັນ​ພະ­ນັກ­ງານ​ບຸກ­ຄົນ​ໃດ​ມີການ​ປະ­ພຶດ​ບໍ່​ດີ​ກໍ່​ຈະ​ຖືກ​ລົງ­ໂທດຕາມ​ລະ­ບຽບ​ວິ­ໄນ ພ້ອມ​ໃຊ້​ແທນຄ່າ​ເສຍ​ຫາຍ ຂະ­ນະ​ທີ່​ທ່ານ​ຫົວຫນ້າ​ກົມ​ຄຸ້ມ​ຄອງ​ທີ່​ດິນ​ກ່າວ​ວ່າຜ່ານ​ມາ​ເຖິງ​ຂັ້ນ​ຍົກ­ຍ້າຍ​ຫນ້າ­ທີ່ ຫລື ປົດ​ຕຳ­ແຫນ່ງ​ພະ­ນັກ­ງານ​ທີ່​ດິນ​ທີ່​ມີ​ການ​ກະ­ທຳ​ຜິດ.

   ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ກ່າວ​ຢືນ­ຢັນ​ຕໍ່​ທີມ​ຂ່າວ​ຕື່ມ​ວ່າ: ການ​ໃຊ້​ຈ່າຍ​ໃນ​ເມື່ອ​ເຮັດ​ໃບ​ຕາ­ດິນ​ຖາ­ວອນ​ຂອງ​ພໍ່​ແມ່ນ​ປະ­ຊາ­ຊົນ​ຕາມ​ລະ­ບຽບ​ແລ້ວ​ເນື້ອ­ທີ່​ດິນ 1 ເຮັກ­ຕາ ກໍ່​ຈະ​ໃຊ້​ຈ່າຍ​ລວມ​ມີຄ່າ​ທຳ­ນຽມ, ຄ່າ​ວັດ­ແທກ ແລະ ໃຊ້​ຈ່າຍ​ອື່ນໆ​ຖ້າ​ສູງ​ສຸດ​ກໍ່​ປະມານ 300.000 ກີບ (ດິນ​ໃນຕົວ​ເມືອງ) ສ່ວນ​ເຂດ​ຊົນ­ນະ­ບົດກໍ່​ປະ­ມານ 250.000 ກີບ.

   ແນວ­ໃດ​ກໍ່​ດີ ໃບ​ຕາ­ດິນ​ແມ່ນເອ­ກະ­ສານ​ຢັ້ງ­ຢືນ​ສິດ​ນຳ​ໃຊ້​ທີ່ດິນ​ສູງ​ສຸດ​ທາງ​ດ້ານ​ກົດ­ຫມາຍແມ່ນ​ເອ­ກະ­ສານ​ທີ່​ເປັນ​ຫລັກຖານ​ຕົ້ນ­ຕໍ​ອັນ​ຫນຶ່ງ​ອັນ​ດຽວກ່ຽວ​ກັບ​ສິດ​ນຳ​ໃຊ້​ທີ່​ດິນ​ຢ່າງ​ຖາວອນ  ລວມ​ທັງ​ເປັນ​ສີ່ງ​ທີ່​ສາມາດ​ຄ້ຳ­ປະ­ກັນ​ສິດ​ຂອບ​ເຂດການ​ນຳ​ໃຊ້​ທີ່​ດິນ​ຕາມ​ລັດ​ຖະ​ທຳມະ­ນູນ​ໄດ້​ກຳ­ນົດ​ໃນ​ມາດ­ຕາ 17 ອັນ​ໄດ້​ເຮັດ​ໃຫ້​ປະ­ຊາ­ຊົນ​ມີຄວາມ​ຫມັ້ນ​ໃຈ​ໃນ​ການ​ນຳ​ໃຊ້ທີ່​ດິນ​ຂອງ​ເຂົາ­ເຈົ້າ​ຄື​ດິນ​ຖືກ​ປົກປ້ອງ​ດ້ວຍ​ລັດ, ຫັນ​ດິນ​ມາ​ເປັນທຶນ ແລະ ເປັນ​ຫລັກ​ຊັບ​ຄ້ຳ​ປະກັນ​ໄດ້​ທີ່​ຈະ​ຍູ້​ການ​ຜະ­ລິດ​ເຮັດໃຫ້​ປະ­ຊາ­ຊົນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ.

   ບັນ­ຫາ​ທີ່​ຍົກ​ມາ​ຂ້າງ​ເທິງ​ນີ້ ກໍ່​ອາດ​ຈະ​ເປັນ​ເສັ້ນ​ໃຍ​ທີ່​ຖ່ວງ​ດຶງການ​ພັດ­ທະ­ນາ​ກໍ່​ຄື​ປະ­ຊາ­ຊົນ​ໃຫ້ຫລຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກຊ້າ​ລົງ​ອີກ ພ້ອມ​ຈະ​ເປັນ​ບັນ­ຫາ​ຕໍ່ເປົ້າ​ຫມາຍ​ຂອງ​ລັດ­ຖະ­ບານ ໂດຍ​ໄດ້​ຕັ້ງ​ເປົ້າ​ໄວ້​ຮອດ​ປີ 2015 ການ​ອອກ​ໃບ​ຕາ­ດິນ​ໃນ​ທົ່ວ​ປະເທດ​ຈະ​ຕ້ອງ​ບັນ­ລຸ​ໄດ້ 1 ລ້ານຕອນ ເຊິ່ງ​ປະ­ຈຸ​ບັນ​ໄດ້​ແລ້ວ 6,5 ແສນ​ຕອນ ສະ­ນັ້ນ ເຈົ້າ​ຫນ້າ­ທີ່ກ່ຽວ­ຂ້ອງ ໂດຍ​ສະ­ເພາະ​ແມ່ນດ້ານ​ມະ­ຫາ​ພາກ​ກໍ່​ຄວນ​ລົງ​ຕິດຕາມ​ກວດ­ກາ​ແກ້​ໄຂ​ບັນ­ຫາ​ນີ້ ຢ່າງ​ຮີບ​ດ່ວນ ເພື່ອ​ຫລຸດ­ຜ່ອນ ແລະ ລົບ​ຫາງ​ສຽງ​ຈົ່ມ​ບໍ່​ດີ​ຂອງປະ​ຊົນ​ຕໍ່​ພະ­ນັກ​ລັດ​ບາງ​ຄົນ​ທີ່ເອົາ​ປຽບ​ປະ­ຊາ­ຊົນ, ສ້າງ​ຄວາມສະ­ຫມານ​ສາ­ມັກ­ຄີ ແລະ ຄວາມເຂົ້າ­ໃຈ​ລະ­ຫວ່າງ​ປະ­ຊາ­ຊົນ​ກັບລັດ ເພື່ອ​ພ້ອມ​ກັນ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິ­ຍົມ​ທີ່​ມີ​ຄວາມ​ສີ­ວິ­ໄລ ແລະ ຄວາມ​ສົມ­ບູນ​ພູນ​ສຸກ​ໃນ​ອະ​ນາຄົດ.

Ecom

__________________
Anonymous

Date:

À«ò¤ -Á´È­-¸È¾ ¥½-«õ¡ ìõÁ²¤¢ðĹÉ꾤ìñ©´ó¡º­®»ñ®À¤ó®Ä¹ÉÁêÈ.À²¾½ µøÈÁ¢¸¤¥¿¯¾¦ñ¡ ®Ò´ó î»ñ®À¤ó­®Ä¹É°øÉ´º®À¤ó­­®Àìó¨.¢ºÉ¨«ô¡´¾Áìɸ °øÉìö¤¸ñ©Áê¡Á´È®À¸í¾Àºö¾À¡ó­®£¸¾´À¯ñ­®¥ó¤ ÁªÈ´¾¥ú¾¨µøȹɺ¤¡¾­®«õ¡È¸¾À£ò¤

¢ðĹÉìñ©¥ó¤ìö¤¦¿ì¸©À®ò¤Á©È

__________________

Senior Member

Status: Offline
Posts: 212
Date:

ຣະວັງ ເວນກັມ ຂີ່ ເຟີຣາລີ້ ສູບຊິກ້າ ມາຫາເດີ້ ອາດຍາທີ່ສໍ້ສົນທັງຫລາຍ

__________________
Anonymous

Date:

ข้อยโลดบ่ยากเว้าบ่ว่า ไปเรัดเอกะสานหยัง นำเพิ่น . ปกะติเพิ่นมาห้องกาน เเม่น 9.30 -10 เเละเลิกกาน 11 .10 เเม่นเพิ่นไล่เจ้าหนีละเด . บางมื้เเม่นบ่มาช้ำ ....เเถมเว้า นำเจ้า ปาน เสืยม ขุดขิ้ อิก . ข้อยโลดเบื่อพวกเพิ่น .

__________________
Anonymous

Date:

ຂ້ອຍກະຖືກຄືກັນ ຢູ່ເຂດເມືອງປະທຸມພອນແຂວງຈຳປາສັກ, ຂ້ອຍຢາກເຮັດໃບຕາດິນໃຫ້ເພິ່ນໄປວັດໃຫ້ແລ້ວຄິດໄລອອກມາວ່າ 15,000,000 ກີບ

ສຳລັບໃບຕາດິນຖາວອນ ຂອ້ຍຕອບວ່າບໍ່ມີເງິນເຮັດມັນສູງຫຼາຍ ຂໍໃຫ້ຂ້ອຍໄດ້ຊອກຫາເງິນກ່ອນ

ແລະ ລາວກະສະເໜີມາວ່າ 8,000,000 ກີບ ພໍມີບໍ່ ຫຼັງຈາກຂ້ອຍໄດ້ຍິນຄຳນີ້ຂ້ອຍກະເລີຍໂຈະໄວ້ກ່ອນ ແຕ່ກະເສຍໃຫ້ເພິນແລ້ວໄດຄ່າລາວມາຢາມ500.000ກີບ ພ້ອມເຫຼົ້າໃຫໄກໂຕ

__________________
Anonymous

Date:

HOHOOHOHOHOOHOHO

HOOHOOHOOHOHOOH why why

__________________
Anonymous

Date:

All grovernment like **** superman still debit and cedit of laos citizen now

__________________
Anonymous

Date:

LAOS PDR  must be change system of manage, You Know now citizen not afaid bad man but afain grovernment staff becuase grovernment not do for villager but do for them selfe

__________________
Anonymous

Date:

ໄປຫາເຈົ້າຫນ້າທີທີ່ດີນແຮງແພງຄິດໄລ່ຄ່າໄປວຽກນອກພໍປານເພິ່ນມີຕາຕະລາງ ,ຈັກວ່າລຽງເຂົ້າ,ລຽງນ້ຳ ຍັງເງິນໃສ່ຊອງພະນັກງານລົງວັດແທກ ຮອດມື້ໄປເຊັນກະຍັງໄດ້ເສຍເງິນກິນນ້ຳໃຫ້ອີກ ( ເຈົ້າຫນ້າທີ່ເຫັນຜົນປະໂຫຍດສ່ວນຕົນກວ່າສ່ວນລວມ)

__________________
Anonymous

Date:

ໂອ້ຍ ຈັ່ງແມ່ນດີ ໃຈຖ້າເພິ່ນເອົາໃຈໃສ່ ກ່ຽວກັບບັນຫານີ້...

ຢາກໃຫ້ເບິ່ງອົບຮົມສັ່ງສອນພະນັກງານພັກລັດ ໂດຍສະເພາະແມ່ນຕຳຫຼວດ ກັກລົດເອົາເງິນນຳປາຊະຊົນນີ້ນຳເດ

ໃຫ້ມັນຮູ້ ແລະ ມີຈັນຢາບັນ ມີຄວາມຮັບຜິດຊອບສູງໃນໜ້າທີ່

__________________
Anonymous

Date:

ເປັນນຳສື່ສານມວນຊົນ ບໍ່ໄດ້ເຮັດວຽກ ຕາມສົມຄວນ ຖືກຄວບຄຸມຫຼາຍ ຂົນສຳ່ນົກແກ້ວ

ຫຼື ວ່າໝາໂຕໜຶ່ງເທົ່ານັ້ນ

ປະເທດນີ້ມັນອ່ອນແອ ຈົນວ່າບໍ່ຈັກຊິອະທິບາຍແລ້ວ

ເນັ້ນແຕ່ເລື້ອງໜ້າຕາ ກອງປະຊຸມບໍ່.....................

__________________
Anonymous

Date:

ບັກສີພັນດອນ ສີ້ຫ້າວົງ ມືງມີໄອເດຍແດ່ ເຮັດແນວໄດຊິບໍໍລິການໃຫ້ປຊຊໄດ້ຢ່າງວ່ອງໄວ ຖ້າເປັນຄືຜ່ານມາມືງໄປຕາຍສາເຮັດວຽກບໍ່ເປັນ!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard