Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຖີງເວລາແລ້ວທີ່ຄວນແກ້ໄຂບັນຫານີ້
ລູກບໍຣິຄັນ

Date:
ເຖີງເວລາແລ້ວທີ່ຄວນແກ້ໄຂບັນຫານີ້


ແມ່ຍິງລາວຫາກິນ ໃນໄທ

2012-10-10

ແມ່ຍີງລາວ ຕົກເປັນເຫຍື່ອ ກຸ່ມ ຄ້າມະນຸດ ໃນໄທ ຫລາຍຂື້ນ ເລື້ອຍໆ ໃນ ແຕ່ລະມື້.

 

ຍ້ອນສະພາບ ຄວາມທຸກຍາກ ໃນຄອບຄົວ ແລະ ການຢາກມີ ຊິວີດທີ່ດີຂື້ນ ຂອງແມ່ຍີງ ໃນລາວ ຈື່ງເຮັດໃຫ້ ຂະເຈົ້າ ຖືກຕົວະຫຍົວະ ໄດ້ງ່າຍ ຜູ້ເຫັນເຫດການ ທ່ານນື່ງເວົ້າ ກັບ ເອເຊັຽເສຣີ ວ່າ ໃນປັດຈຸບັນ ແມ່ຍີງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ຫລາຍຂື້ນ ແລະ ສ່ວນໃຫຍ່ ກໍສມັກໃຈ ເພາະຄອບຄົວ ທຸກຍາກ. ທ່ານເວົ້າວ່າ:

"ມັນມີທຸກສາຂາ ຂອງທຸຣະກິດ ມີກາຣາໂອເກະ ຮ້ານເສີມສວຍ ຢູ່ໃນຊອຍ ແລະ ຢູ່ໂຮງແຮມ".

ທ່ານວ່າ ກຸ່ມດ່ັງກ່າວ ໃນໄທ ເຮັດກັນເປັນ ຂະບວນການ ແລະ ກໍເປັນເຄືອຂ່າຍ ທີ່ນຽບນຽນ ຈະປະກອບດ້ວຍ ເຈົ້າຫນ້າທີ່ ຕຳຣວດ ຜູ້ມີອຳນາດ ໃນທ້ອງຖີ່ນ ແລະເຈົ້າຂອງ ໂຮງແຮມ ບ້ານພັກ ບໍ່ດ່ັງນັ້ນ ທຸຣະກິດ ດັ່ງກ່າວ ຄົງຢູ່ມາບໍ່ຮອດ ທຸກວັນນີ້ ພວກຂະເຈົ້າ ມີຜົລປໂຍດ ຮ່ວມກັນ. ທ່ານເວົ້າອີກວ່າ:

"ມັນບໍ່ແມ່ນແຕ່ ມີຢູ່ແຂວງ ອຸດອນ ຢູ່ຊຽງຄານ ເຂົາເອີ້ນກັນວ່າ ສລນ ເຂົາຮູ້ກັນວ່າ ສາວລາວນ້ອຍ ຫັ້ນຫນ່າ".

ທ່ານຍັງບອກ ອີກວ່າ ແຕ່ກ່ອນ ຜູ້ຍີງລາວ ຜູ້ໃດຢາກເປັນ ໂສເພນີກໍໄດ້ ແຕ່ໃນປັດຈຸບັນນີ້ ຕ້ອງມີເຄືອຂ່າຍ ຫລືສັງກັດຢູ່ ໃນເຄືອຂ່າຍ ຈື່ງສາມາດເປັນ ໂສເພນີໄດ້ ກຸ່ມເຄືຶອຂ່າຍ ຈະເອົາຜູ້ຍີງ ລາວ ມາຈາກຝັ່ງ ກົງກັນຂ້າມ ເຊັ່ນ ທີ່ມຸກດາຫານ ກໍເອົາມາຈາກ ສວັນນະເຂດ ທີ່ອຸບົນ ຣາຊທານີ ກໍເອົາມາ ແຂວງຈຳປາສັກ ສາຣະວັນ ແລະ ອັດຕະປື ຫລືແຂວງເລີຍ ກໍແມ່ນມາຈາກ ແຂວງໄຊຍະບູຣີ.

ແມ່ຍີງລາວ ຜູ້ທີ່ນຳເຂົ້າ ມານັ້ນ ເຂົາຮູ້ດີວ່າ ເຂົາຈະມາ ທຳງານແບບນີ້ ເພາະເປັນວຽກ ທີ່ຫາເງິນໄດ້ງ່າຍ ອາດບໍ່ມີ ການບັງຄັບກັນ ຄືແຕ່ກອ່ນ ອີກແລ້ວ. ເຂດທີ່ ແມ່ຍີງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ຫລາຍກວ່າ ທຸກບ່ອນນັ້ນ ກໍແມ່ນແຂວງ ພາກໃຕ້ ຂອງລາວເຊັ່ນ ແຂວງສວັນນະເຂດ ຈຳປາສັກ ອັດຕະປື ສາຣະວັນ ຫລື ແຂວງທີ່ຕິດ ກັບໄທ.



__________________
Anonymous

Date:

ຄົນລາວ ຄວນສົ່ງເສີມຜະລິດຕະພັນລາວ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການຮົ່ວໄຫຼ ອອກໄປຕ່າງປະເທດ ແລະເພື່ອການກະຈາຍລາຍໄດ້ ໄປໃຫ້ຊຸມຊົນ

__________________
Anonymous

Date:

ຕາມທີ່ເຄີຍໄດ້ເບິ່ງຂ່າວ 3 ມິຕິທີສໍາພາດສາວລາວທີ່ຂ້າມແດນໄປຄ້າປະເວນີຢູ່ປະເທດໄທ

ສາວນຶ່ງບອກກັບນັກຂ່າວວ່າລາວສົ່ງເງິນໄປໃຫ້ຄອບຄົວເດືອນນຶ່ງປະມານ 10000 ບາດ

ຫຼືປະມານ 2600000 ກີບ. ຖ້າພັນຄົນ ໝື່ນຄົນ ແສນຄົນ ລ້ານຄົນ ຈະມີເງິນເຂົາປະເທດ

ຫລາຍເທົ່າໃດ? ເວົ້າແນວນີ້ບໍ່ໄດ້ໝາຍຄວາມວ່າສົ່ງເສີມອາຊີບນີ້ເດີ, ແຕ່ລັດຈະສ້າງໜ້າ

ວຽກຫຍັງໃຫ້ເຂົາເຈົ້າຈຶ່ງຈະມີລາຍໄດ້ດີແບບນີ້? ຂະນາດເຮັດວຽກຢູ່ໂຮງງານຕັດຫຍິບ

ກາຟາຍັງໄດ້ບໍ່ຮອດສອງລ້ານກີບຕໍ່ເດືອນ. ຂໍໂທດຖ້າຄໍາເຫັນຂອງຂ້ານ້ອຍບໍ່ຖືກຕ້ອງກັບ

ຄວາມຈິງ.



__________________
Anonymous

Date:

Anonymous wrote:

ຕາມທີ່ເຄີຍໄດ້ເບິ່ງຂ່າວ 3 ມິຕິທີສໍາພາດສາວລາວທີ່ຂ້າມແດນໄປຄ້າປະເວນີຢູ່ປະເທດໄທ

ສາວນຶ່ງບອກກັບນັກຂ່າວວ່າລາວສົ່ງເງິນໄປໃຫ້ຄອບຄົວເດືອນນຶ່ງປະມານ 10000 ບາດ

ຫຼືປະມານ 2600000 ກີບ. ຖ້າພັນຄົນ ໝື່ນຄົນ ແສນຄົນ ລ້ານຄົນ ຈະມີເງິນເຂົາປະເທດ

ຫລາຍເທົ່າໃດ? ເວົ້າແນວນີ້ບໍ່ໄດ້ໝາຍຄວາມວ່າສົ່ງເສີມອາຊີບນີ້ເດີ, ແຕ່ລັດຈະສ້າງໜ້າ

ວຽກຫຍັງໃຫ້ເຂົາເຈົ້າຈຶ່ງຈະມີລາຍໄດ້ດີແບບນີ້? ຂະນາດເຮັດວຽກຢູ່ໂຮງງານຕັດຫຍິບ

ກາຟາຍັງໄດ້ບໍ່ຮອດສອງລ້ານກີບຕໍ່ເດືອນ. ຂໍໂທດຖ້າຄໍາເຫັນຂອງຂ້ານ້ອຍບໍ່ຖືກຕ້ອງກັບ

ຄວາມຈິງ.


 ຂ້ອຍຄິດວ່າເລື່ອງລາຍຮັບນັ້ນກໍ່ເປັນປັດໃຈສຳຄັນຄືດັ່ງທີ່ທ່ານໃຫ້ຄຳເຫັນ ເພາະຄ່າແຮງງານຢູ່ບ້ານເຮົາກໍ່ຕ່ຳແທ້. ຕົວຢ່າງອາຊີບທີ່າພະເຈົ້າເຮັດຢູ່ ແລະ ລະດັບ

ການສືກສາທີ່ຂ້າພະເຈົ້າມີ ຖ້າທຽບໃສ່ຄົນໄທເຮັດຢູ່ບ້ານເຂົາຢ່າງຕ່ຳແມ່ນ 60,000THB/ເດືອນ ແຕ່ຂ້າພະເຈົ້າເຮັດຢູ່ເມືອງລາວໄດ້ພຽງແຕ່ 8,000THB/ເດືອນ

ເວລາຄົນໄທເຂົາຖາມກ່ຽວກັບລາຍຮັບ ຂ້າພະເຈົ້າຕອບເຂົາແບບນີ້ເຂົາຍັງບໍ່ເຊື່ອ ເພາະລະດັບການສືກສາ ແລະ ຄວາມສາມາດເຂົາຍັງຕ່ຳກວ່າຂ້າພະເຈົ້າ ແຕ່ເຂົາໄດ້

80,000THB/ເດືອນ. ເຖີງຢ່າງໃດກໍ່ຕາມໃນກໍລະນີທີ່ອອກຂ່າວນີ້ ແມ່ນມັນມີຄວາມສ່ຽງສູງສຳລັບຜູ້ທີ່ໄປເຮັດວຽກຢູ່ໄທ ເພາະເຂົາຖືວ່າເປັນສີ່ງທີ່ຜິດກົດໝາຍ

(ແຮງງານເຖື່ອນ, ເຂົ້າເມືອງຜິດກົດໝາຍ, ຄ້າປະເວນີ) ແລະ ໂອກາດທີ່ຈະໄດ້ເງີນເປັນກອບເປັນກຳມາບ່ານນັ້ນແມ່ນມີໜ້ອຍ, ບາງຄົນກໍ່ຖືກຫລອກຫລວງ ຕົກ

ໄກໄປໜ້າ ຫລື ເຈັບເປັນ ແລ້ວກໍ່ຖືກຖີ້ມ ຫາຍສາບສູນບໍ່ໄດ້ກັບບ້ານເລີຍກໍ່ມີຫລາຍເດີບັນດາທ່ານເອີຍ




__________________
Anonymous

Date:

ຂ້ອຍເຄີຍໄດ້ຍິນພີ່ນ້ອງຂອງໝູ່ຄົນນຶ່ງເວົ້າສູ່ຟັງຕອນໄປງານຜູກແຂນຂອງພີ່ນ້ອງຂອງລາວ

ລາວວ່າ ຖ້າຈະໄປເຮັດວຽກຢູ່ປະເທດໄທຢ່າງຖືກຕ້ອງຕາມກົດໝາຍນັ້ນຕ້ອງໃຊ້ເງິນປະມານ

ສອງໝື່ນບາດໃນການປະກອບເອກະສານຕ່າງໆ, ແຕ່ສໍາລັບຄົນງານທີ່ບໍ່ມີໃບປະກາດແລະ

ບໍ່ມີປະສົບການສູງກໍ່ອາດຈະບໍ່ມີໂອກາດໄດ້ໄປຕາມຫວັງ. ຂ້ອຍຄິດວ່າຖ້າເພິ່ນແກ້ບັນຫາ

ນີ້ໄດ້ ອາດຈະເຮັດໃຫ້ບັນຫາຄົນລາວໄປເຮັດວຽກແບບຜິດກົດໝາຍໃນປະເທດໄທນ້ອຍລົງ.



__________________
Anonymous

Date:

ຂ້ອຍໄດ້ຮູ້ຈັກແມ່ຍິງລາວ ເຮັດວຽກ ຢູ່ຣ້ານຄາຣາໂອເກະ ຊື່ຣ້ານ ໄທ-ລາວ

ຈັງຫວັດ ສະກົນ ມີແມ່ຍິງລາວໃນຣ້ານປະມານ 10 ຄົນ ມີຮາຍໄດ້ 3000

ບາດ ຄ່າທິປອີກຕ່າງຫາກ ພວກເຂົາເຈົ້າ ກາພໍຢູ່ໄດ້ ແຕ່ບໍ່ໄດ້ຂາຍໂຕເດີ້

ຂ້ອຍເປັນຄົນໄທເດີ້ ພີ່ນ້ອງ ຫັດຂຽນລາວຢູ່




__________________
Anonymous

Date:

Lao people go to work in Thailand simply because there are NO JOBS for them. People have to survive. On the contrary, there are tons of illegal Viet and Chinese immigrants in Laos that are doing jobs that Lao people can do. The Lao government should educate and help their own citizens to do those jobs, and get rid of those illegal parasites. . 



__________________
Anonymous

Date:

Phor wa ludtabaan Lao mun ngo lay mun wao dai tae H bor dai!! ngo ngo!! ( because of Lao Government very Stupid they just talk but can't do nothing very very stupid!!)



__________________
Anonymous

Date:

Anonymous wrote:

ຂ້ອຍໄດ້ຮູ້ຈັກແມ່ຍິງລາວ ເຮັດວຽກ ຢູ່ຣ້ານຄາຣາໂອເກະ ຊື່ຣ້ານ ໄທ-ລາວ

ຈັງຫວັດ ສະກົນ ມີແມ່ຍິງລາວໃນຣ້ານປະມານ 10 ຄົນ ມີຮາຍໄດ້ 3000

ບາດ ຄ່າທິປອີກຕ່າງຫາກ ພວກເຂົາເຈົ້າ ກາພໍຢູ່ໄດ້ ແຕ່ບໍ່ໄດ້ຂາຍໂຕເດີ້

ຂ້ອຍເປັນຄົນໄທເດີ້ ພີ່ນ້ອງ ຫັດຂຽນລາວຢູ່



 ຖ້າມີລາຍໄດ້ປະມານ 3000 ບາດ ຫຼື 770 ພັນກີບຕໍ່ເດືອນ ຄວນເຮັດຢູ່ບ້ານເຮົາດີກ່ວາ.

ຕາມທີ່ໄດ້ໂທຣະສັບກັບເດັກນ້ອຍໃນບ້ານ ເຂົາວ່າເຂົ້າໄປເຮັດວຽກຢູ່ວຽງໄດ້ເງິນເດືອນດີ

ຢູ່ດອກ, ຖ້າບໍ່ຫຼິ້ນບໍ່ກິນ ບໍ່ໃຊ້ຈ່າຍຟຸມເຟືອຍເກີນໂຕກໍ່ຈະມີເງິນຝາກໃຫ້ພໍ່ແມ່ຢູ່ບ້ານໃຊ້ຢູ່

ເດືອນລະລ້ານສອງລ້ານກີບ. ບາດຖາມຈ້ອນເຂົ້າຄັກໆວ່າເຮັດວຽກຫຍັງລະ ເຂົາກໍ່ຕອບ

ບ້ຽນນັ້ນບ້ຽນນີ້ວ່າເຮັດຫຍັງກໍ່ເຮັດຂໍພຽງແຕ່ໄດ້ເງິນ.



__________________


Senior Member

Status: Offline
Posts: 212
Date:

ໄຝ່ຝັນນຳສັງຄົມທີ່ໄກເກີນໂຕ ບ້ານເພິ່ນບໍ່ແມ່ນບ້ານໂຕ ຂະຫນາດບ້ານເຮົາເວົ້າພາສາດຽວກັນຍັງເອົາປຽບກັນ ຊາຫຍັງບ້ານເຂົາແຫ່ງກະເຕັກ ເຖິງທຸກກາຍແຕ່ສະບາຍໃຈມີພໍ່ແມ່ອົບອຸ່ນມີແຕ່ຢູ່ບ້ານໂຕເອງທໍ່ນັ້ນແລະ ລູກຫລານ ລາວເອີຍ ສຸກຈາກວັດຖຸສິ່ງຂອງ ຫລີໍ ຈະເທົ່າສຸກຈາກຂ້າງໃນໃຈເຮົາ

__________________
Anonymous

Date:

ຕາມຄວາມເຂົ້າໃຈຂອງຂ້າພະເຈົ້າແລ້ວ ຜູ້ຕົກເປັນເຫຍື່ອຂອງບັນຫານີ້ ສ່ວນຫລາຍກໍ່ແມ່ນຜູ້ຮູ້ເທົ້າບໍ່ເຖີງການຢູ່ເຂດຊົນນະບົດ ການສືກສາຕ່ຳ,

ອີກຈຳນວນນື່ງກໍ່ແມ່ນມີແນວຄິດທະເຍີ ທະຍານ ເຫັນແກ່ຄວາມຢາກໄດ້ ຢາກມີ, ສະນັ້ນຈື່ງຖືກຫລອກຈາກພວກຄ້າມະນຸດ.

ຢາກແກ້ໄຂໄດ້ກ່ອນອື່ນໝົດທາງພາກລັດ ກໍ່ຄືອຳນາດການປົກຄອງທ້ອງຖີ່ນຕ້ອງເອົາໃຈໃສ່ຕື່ມເລື່ອງສືກສາອົບຮົມ ຊີ້ແຈງໃຫ້ເຂົາເຈົ້າຮູ້ ແລະ

ເຂົ້າໃຈ ເພື່ອຈະມີສະຕິບໍ່ຫລົງເຊື່ອຄົນງ່າຍ ແລະ ບໍ່ທະເຍີທະຍານ, ບໍ່ແມ່ນຊິໂຄສະນານຳແຕ່ວິທະຍຸ ໂທລະທັດ ຢ່າງດຽວມັນບໍ່ທົ່ວເຖີງດອກ.

ຜູ້ປົກຄອງກໍ່ຕ້ອງໃຫ້ເຂົ້າໃຈເຊັ່ນກັນ ເພື່ອຈະໄດ້ດູແລຕັກເຕືອນລູກຫລານບໍ່ໃຫ້ຕົກເປັນເຫຍື່ອແບບນີ້. ຢູ່ບ້ານເຮົາເຖີງແມ່ນຄ່າແຮງງານ

ບໍ່ສູງເທົ່າບ້ານເພີ່ນ ແຕ່ກໍ່ບໍ່ມີຄວາມສ່ຽງ ແລະ ວຽກເຮັດກໍ່ເຫັນວ່າຫລາກຫລາຍທຸກມື້ນີ້ ເພາະເສດຖະກິດມັນຂະຫຍາຍຕົວ ຄວາມຕ້ອງ

ການແຮງງານກໍ່ຫລາຍຂື້ນ, ຫາວຽກເຮັດເດືອນລະ 1,000,000ກີບ ແບບຢູ່ ກີນ ນຳນາຍຈ້າງນີ້ກໍ່ຄົງມີບໍ່ອືດ



__________________
Anonymous

Date:

ອີກຈັກຫນ່ອຍນີ້ຫລະ ດຽວລັດຖະບານ ເພີ່ນສິເປີດໃຫ້ແຮງງານຕ່າງດ້າວ ຂຶ້ນ

ທະບຽນແຮງງານໃຫ້ຖືກຕ້ອງຕາມກົດໝາຍ ໃຫ້ນາຍຈ້າງຮັບຮອງ ແລ້ວ

ກາເຮັດວຽກໄດ້ເລີຍ ບໍ່ຕ້ອງຢ່ານຖືກຈັບ ບໍ່ຕ້ອງໄປຜ່ານ mou ມັນເສຍຄ່າ

ໃຊ້ຈ່າຍຫຼາຍ ຮາຍໄດ້ປະມານ 15000 ບາດ ກາພໍໄດ້ຢູ່ໄດ້ກິນ ດຽວນີ້

ໄທຂາດແຄນແຮງງານ ຕ້ອງການພນັກງານຝ່າຍຜະລິດຫຼາຍອັດຕາ



__________________
Anonymous

Date:

ຄວາມຈຳເປັນຂອງຄອບຄົວບໍ່ມີໃຜຢາກໄກບ້ານເກີດເມືອງນອນຂອງຕົນເອງດອກໃຜກະຍາກຢູ່ບ້ານເຮາຄືກັບທ່ານທັງຫລາຍລະ ທ່ານເອີຍ ຄົນລວຍເລື້ອງຫມາຄາບນື່ງຊຳ່ກັບຄົນທຸກກີນທາທິດນື່ງ (ຜູ້ມີກີນຈົນຫາກ ຜູ້ຍາກຍາກພໍຕາຍ)



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard