Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແຂວງເຊກອງ ໃນວັນນີ້
Anonymous

Date:
ແຂວງເຊກອງ ໃນວັນນີ້


4420327595_3a94c1f009_z.jpg

sekong-river.jpg

Bolaven_Plateau-travel-guide.jpg

34413025.Sekongriver.jpg

 

ແຂວງເຊກອງ ຈະຍ້າຍເມືອງຫລວງ ເພື່ອຫລີກລຽງ ໃຫ້ສ້າງເຂື່ອນ

ສິດນີ
2012-10-19
ເຈົ້າຫນ້າທີ່ ຮັບຜິດຊອບ ກ່ຽວກັບການສ້າງເຂື່ອນໄຟຟ້າເຊກອງ 4 ເປີດເຜີຍ ວ່າ ວ່າງປີ 2011 ແຂວງເຊກອງ ມີແຜນການ ຈະຍ້າຍເມືອງກະລຶມ ຊຶ່ງເປັນເມືອງຫລວງ ຂອງແຂວງ ໄປຕັ້ງຢູ່ບ່ອນໃຫມ່ ເພື່ອຫລີກລຽງ ໃຫ້ສ້າງເຂື່ອນ ດັ່ງກ່າວ ແລະ ໃນປັດຈຸບັນນີ້ ທາງໂຄງການ ກໍໄດ້ເລີ້ມສ້າງເມືອງໃຫມ່ແລ້ວ.
ທ່ານກ່າວ ໃນຕອນນຶ່ງວ່າ: 

”ດຽວນີ້ກໍຄືບຫນ້າ ໄປ 16% ແລ້ວຂອງແຜນດຽວນີ້ ກໍາລັງດັດຜັງເນາະ ບຸກເບີກ ທະລຸແຜນຜັງ ຖືວ່າ ສຳເຣັດຫມົດ ແລ້ວຊີ່ ໄດ້ໂຍກຍ້າຍ ຊາວບ້ານ ກໍ່ສ້າງເຮືອນພັກຂອງຊາວ ບ້ານແລ້ວຈື່ງໄດ້ຍ້າຍເຂົ້າໄປຢູ່.” 

ໂຄງການກໍ່ສ້າງເມືອງໃຫມ່ ເພື່ອຄວາມສດວກ ໃນການສ້າງເຂື່ອນ ແລະ ເພື່ອຂຍາຍໂຕເມືອງ ໂດຍເມືອງຫລວງໃຫມ່ນີ້ ຈະຕັ້ງຢູ່ຫ່າງຈາກ ເມືອງກະລຶມເກົ່າ ໄປທາງທິດຕາເວັນອອກ ໃນຣະຍະທາງ ປະມານ 35 ກິໂລແມັດ ໃນຂັ້ນທໍາອິດ ຄາດວ່າ ຈະໃຊ້ງົປມານ ປະມານ 35 ພັນລ້ານກີບ ສຳລັບການໂຍກຍ້າຍ ສຳນັກງານຣາຊການ ຕ່າງໆ ຮ່ວມທັງ ປະຊາກອນ ແລະ ຂັ້ນຕໍ່ໄປ ແມ່ນການປຸກສ້າງ ບ້ານເຮືອນ ໃຫ້ສົມບູນ ອາດຈະໃຊ້ ງົປມານ ທັງຫມົດ ປະມານ 1,200 ຕື້ກີບ. 

ໂຄງການເຂື່ອນໄຟຟ້າ ເຊກອງ 4 ມີກໍາລັງຜລິດໄຟຟ້າ ປະມານ 300 ເມກາວັດ ເລີ້ມການສຳຣວດ ແຕ່ປີ 2008 ອິງຕາມເອກສານ ຂອງກະຊວງພລັງງານ ແລະ ບໍ່ແຮ່ ຄາດວ່າ ຈະມີຊາວບ້ານ ຖືກໂຍກຍ້າຍ ປະມານ 4 ພັນກວ່າຄົນ ຈາກການ ປະເມີນຜົລ ພົບວ່າ ເມືອງກະລຶມເກົ່າ ຈະຖືກນ້ຳຖ້ວມ ຫລັງຈາກສ້າງ ເຂື່ອນເຊກອງ 4 ທາງການຄາດວ່າ ເຂື່ອນດັ່ງກ່າວ ຈະສ້າງ ສຳເຣັດໃນປີ 2015.

 

 



 

ກົດຟັງເມຶອງເຊກອງຈະຍ້າຍເມືອງໃໝ່:

 

46_34_1339470140_24_nguyentu-duhoc-giaoduc.net.vn.jpg

bolaven-plateau-the-bolaven-plateau-map.jpg

avatar.jpg

Sekong_Peasants.jpg

bolaven-plateau-the-first-waterfall-i-found.jpg

sekong.jpg

quang-nam-and-sekong-finish-5660-joint-landmarks-506967-2675208320120804151333333.jpg

For the first six months of 2012, the two provinces’ relevant units completed planting 17 landmarks, bringing the number of markers to 56 out of 60 between the two provinces’ border.

 




__________________
Anonymous

Date:

ດີໃຈຫຼາຍທີ່ລັດຖະບານພັດທະນາບ້ານເມືອງ, ແມ່ນໂຮງງານຫຍັງລະຮູບປະກອບໃບນັ້ນ?



__________________
Anonymous

Date:

Anonymous wrote:

ດີໃຈຫຼາຍທີ່ລັດຖະບານພັດທະນາບ້ານເມືອງ, ແມ່ນໂຮງງານຫຍັງລະຮູບປະກອບໃບນັ້ນ?


 

ຜູ່ຂ້າກໍວ່າຄືທ່ານນັ້ນແລ້ວ ລັດຖະບານເຮົາຈັ່ງແມ່ນເພີ່ນ ສະຫລາດອີ່ຫລີ ຫລອກໄຊ້ວຽດນາມ

     ຈົນພວກເຂົາສາມາດມາຕາຍແທນໄດ້. ຫນ້າເຫລຶອມໃສ ຄວາມຮັ່ງມີທັງດ້ານ ມັນສະຫມອງ

 

 

     ຮັກແພງ



__________________
Anonymous

Date:

ເງິນຄ່າໂຍກຍ້າຍທີ່ລັດຖະບານຈະຈ່າຍມີຈໍານວນ 35ພັນລ້ານກີບ = 35.000.000.000 ກີບ

ແຕ່ເງິນທີ່ບໍຣິສັດນໍ້າມັນຂອງຣັດເຊັຽຈ່າຍໃຫ້ລັດ 36.000.000 ໂດລາ = 286.992.000.000 ກີບ

286992000000 ກີບ - 35000000000 ກີບ =  ?

ໂທດເດີຖ້າຄິດໄລ່ຜິດ.


http://laovoices.com/xekongs-kaleum-district-makes-way-for-hydro-plant/



__________________
Anonymous

Date:

forbidding track ແມ່ນເສັ້ນທາງອັນຕະຣາຍຫວາຫຼືໝາຍເຖິງຫຍັງ?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard