Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານລາວ ສະເໜີໄອເດຍ ສຸດຍອດ ແລກເຂົ້າ ປ່ຽນເອົາ ນໍ້າມັນ
Anonymous

Date:
ລັດຖະບານລາວ ສະເໜີໄອເດຍ ສຸດຍອດ ແລກເຂົ້າ ປ່ຽນເອົາ ນໍ້າມັນ


ທ່ານຄິດວ່າ ມັນເປັນໄອເດຍ ທີ່ຢ້ຽມຢອດ ຫຼືບໍ່ ຂອງລັດຖະບານລາວ

ກັບການປ່ຽນນໍ້າມັນແລກເຂົ້າ ນິນາ ?

(KPL) Laos has proposed the Asia Cooperation Dialogue member states to explore ways to set up a kind of barter trade arrangement whereby they could swap oil for rice and agricultural products both bilaterally and multilaterally.

Untitled-1eng-2.jpgMr. Somsavat Lengsavad, assigned by President Choummaly Sayasone to attend the first Asian Cooperation Dialogue Summit in Kuwait City from 15-17 October, also said the project would be a concrete manifestation of mutual help that would respond to the actual needs of sufficient food and oil aimed at alleviating people's poverty from the effects of climate change and ensuring sustainable development.

Mr. Somsavat added that the energy cooperation is also deemed crucial and it is one of the nations with abundant river and streams, therefore the government of Laos has laid down a sustainable water management strategy on water source utilization as a major strength in generating electricity in order to meet domestic consumption and export to neighboring countries.

He also proposed the ACD, especially to the oil exporting nations to explore a strategy on sustainable energy development in view of assisting the non-oil countries.

The first Asian Cooperation Dialogue Summit was officially opened on 16 October at Al Bayan Palace by His Highness Shaikh Sabah Al Ahmed Al Jaber Al Sabah, Amir of Kuwait and was attended by over 30 Asian leaders and heads of governments.

At the inaugurating of the Summit' the Amir of Kuwait Sheikh Sabah Al-Ahmad Al-Jaber Al-Sabah announced an initiative of two billion dollars for financing development projects in non-Arab Asian countries.

Fund will help in promoting basic infrastructure' alleviating poverty and promoting healthcare facilities. The Amir called for intensifying efforts to promote investment and trade among member States.



__________________
Anonymous

Date:
RE: ລັດຖະບານລາວ ສະເໜີໄອເດຍ ສຸດຍອດ ແລກເຂົ້າ ປ່ຽນເອົາ ນໍ້າມັນ


ສປປລ ເປັນປະເທດກະສິກໍາແລະຜະລິດເຂົ້າໄດ້ຫຼາຍໃນແຕ່ລະປີ, ຖ້າກຸ່ມປະເທດອາຣັບຕົກລົງ

ກໍ່ຖືວ່າເປັນການແລກປ່ຽນທີ່ດີທີ່ສຸດ, ຊົມເຊີຍແນວຄິດທີ່ສຫຼາດສ່ອງໃສ ຊົມເຊີຍໆໆ !



__________________
Anonymous

Date:

ແລ້ວຊາວນາຊິເອົາທີນມາແຕ່ໃສເພີ່ອເຮັດນາໃຫ້ໃດ້ເຂົ້າຫລາຍປານນັ້ນ ສັງເກດເຫັນວ່າຊາວນາສ່ວນຫລາຍແມ່ນເຮັດເພີ່ອກຸ້ມປາກກຸ້ມທ້ອງຊີ່ຊີ່



__________________
Anonymous

Date:

ກຸ່ມປະເທດອາຣັບຈະໃຫ້ທຶນຊ່ອຍເຫຼືອເປັນຈໍານວນເງິນ 2000 ລ້ານໂດລາ

ແຕ່ບໍ່ຮູ້ວ່າ ສປປລ ຈະໄດ້ຫຼາຍເທົ່າໃດ.




__________________
Anonymous

Date:

ກໍ່ດີຄືກັນເພາະດິນເມືອງລາວກໍ່ຍັງກວ້າງຂວາງຢູ່



__________________
Anonymous

Date:

ເປັນແນວຄິດລິເລີ້ມທີ່ດີ.ແຕ່ບໍ່ຮູ້ວ່າລາວຜລິດເຂົ້າໄດ້ເຫຼືອກິນພາຍໃນ,ເຫຼືອແຮໄວ້ເພື່ອເຫດສຸກເສີນໃນປະເທດແລ້ວຫຼືຍັງ.

ກ່ຽວກັບບັນຫາເຂົ້າໃນລາວນີ້ຂ້ອຍກະບໍ່ໄດ້ຢູ່ພາຍໃນຈຶ່ງບໍ່ອາດເວົ້າໃຫ້ຖືກຕ້ອງກັບຄວາມເປັນຈິງໄດ້.ແຕ່ສິງຫຼັກທີ່ຍົກມາ

ປະກອບຄວາມເຫັນໃນນີ້ແມ່ນອິງໃສ່ຂ່າວຕ່າງໆທີ່ຕິດຕາມໄດ້ຈາກສື່ພາຍໃນເທົ່ານັ້ນ.ທຸກຄັ້ງທີ່ມີໄພທັມມະຊາດເກີດຂື້ນ

ທີ່ລາວຍາມໃດກະເຫັນເພິ່ນຂໍຄວາມຊ່ວຍເຫຼືອດ້ານເຂົ້ານຳສາກົນເລື້ອຍມາ.ກະບໍ່ວ່າ,ສິ່ງນີ້ກະຄືກົດເກດການຢູ່ຮ່ວມກັນ

ຊ່ວຍເຫຼືອກັນເປັນຫຼັກທັມມະດາ.ແຕ່ປະເທດທີ່ຊ່ວຍເຫຼືອກໍ່ນຳງົບຂອງເພິ່ນໄປຊື້ເຂົ້າທີ່ປະເທດຂ້າງຄຽງມາຊ່ວຍລາວ.

ຖ້າລາວມີເຂົ້າພໍຂາຍໃນປະເທດ,ກໍ່ຄືມີເຂົ້າພຽງພໍທີ່ຈະສນອງແກ່ເຂດປະສົບໄພໄດ້.ເປັນຫັຽງປະເທດທີ່ຊ່ວຍເຫຼືອນັ້ນ

ຈຶ່ງໄປຊື້ເຂົ້າຈາກປະເທດອື່ນມາຊ່ວຍທີ່ຈຳຕ້ອງເສັຍຄ່າຂົນສົ່ງຕື່ມອີກ(ຈະວ່າສິດຂອງເພິ່ນກໍ່ຖືກ)ແຕ່ກະສີໆຟັງບໍ່ຂື້ນ

ປານໃດ.ຫຼື ວ່າເພິ່ນໄຊ້ນະໂຍບາຍການຊອກຕລາດໄດ້ກ່ອນ,ຈຶ່ງມາຂຸ້ນຂ້ຽວຊາວນາລາວຜລິດບໍ?

ຫຼື ເວົ້າເພື່ອສະແຫວງຍາດແຍ່ງທຶນ 2000 ລ້ານທີ່ເຂົາມີໂຄຕາໃຫ້ເທົ່ານັ້ນ?.ຍາດແຍ່ງໄດ້ກະເປັນການດີ.

ແຕ່ເວລາເຂົ້າຢາກຊື້ເຂົ້ານຳອີ່ຫຼີ ບໍ່ມີອັນສນອງໃຫ້ເຂົາຢ້ານອາຍເຂົາພາຍຫຼັງທໍ່ນັ້ນດອກ.

ຄົງບໍ່ຖືຄວາມຄິດ ແລະ ຄວາມປຼາຖນາດີທີ່ກັ່ນອອກຈາກໃຈຈິ່ງເປັນຄວາມກ້າວຮ້າຍຕິ.

ຖ້າມີເຂົ້າລາວສົ່ງຂາຍທີ່ຮ້ານຄ້າຕ່າງປະເທດຍາມໃດເຖິງແພງແດ່ເລັກນ້ອຍ,ຂ້ອຍກະຊິງົດບໍລິໂພກເຂົ້າໄທຍ໌ທັນທີ.

ຈາກ:ສຊ



__________________
Anonymous

Date:

Anonymous wrote:

ເປັນແນວຄິດລິເລີ້ມທີ່ດີ.ແຕ່ບໍ່ຮູ້ວ່າລາວຜລິດເຂົ້າໄດ້ເຫຼືອກິນພາຍໃນ,ເຫຼືອແຮໄວ້ເພື່ອເຫດສຸກເສີນໃນປະເທດແລ້ວຫຼືຍັງ.

ກ່ຽວກັບບັນຫາເຂົ້າໃນລາວນີ້ຂ້ອຍກະບໍ່ໄດ້ຢູ່ພາຍໃນຈຶ່ງບໍ່ອາດເວົ້າໃຫ້ຖືກຕ້ອງກັບຄວາມເປັນຈິງໄດ້.ແຕ່ສິງຫຼັກທີ່ຍົກມາ

ປະກອບຄວາມເຫັນໃນນີ້ແມ່ນອິງໃສ່ຂ່າວຕ່າງໆທີ່ຕິດຕາມໄດ້ຈາກສື່ພາຍໃນເທົ່ານັ້ນ.ທຸກຄັ້ງທີ່ມີໄພທັມມະຊາດເກີດຂື້ນ

ທີ່ລາວຍາມໃດກະເຫັນເພິ່ນຂໍຄວາມຊ່ວຍເຫຼືອດ້ານເຂົ້ານຳສາກົນເລື້ອຍມາ.ກະບໍ່ວ່າ,ສິ່ງນີ້ກະຄືກົດເກດການຢູ່ຮ່ວມກັນ

ຊ່ວຍເຫຼືອກັນເປັນຫຼັກທັມມະດາ.ແຕ່ປະເທດທີ່ຊ່ວຍເຫຼືອກໍ່ນຳງົບຂອງເພິ່ນໄປຊື້ເຂົ້າທີ່ປະເທດຂ້າງຄຽງມາຊ່ວຍລາວ.

ຖ້າລາວມີເຂົ້າພໍຂາຍໃນປະເທດ,ກໍ່ຄືມີເຂົ້າພຽງພໍທີ່ຈະສນອງແກ່ເຂດປະສົບໄພໄດ້.ເປັນຫັຽງປະເທດທີ່ຊ່ວຍເຫຼືອນັ້ນ

ຈຶ່ງໄປຊື້ເຂົ້າຈາກປະເທດອື່ນມາຊ່ວຍທີ່ຈຳຕ້ອງເສັຍຄ່າຂົນສົ່ງຕື່ມອີກ(ຈະວ່າສິດຂອງເພິ່ນກໍ່ຖືກ)ແຕ່ກະສີໆຟັງບໍ່ຂື້ນ

ປານໃດ.ຫຼື ວ່າເພິ່ນໄຊ້ນະໂຍບາຍການຊອກຕລາດໄດ້ກ່ອນ,ຈຶ່ງມາຂຸ້ນຂ້ຽວຊາວນາລາວຜລິດບໍ?

ຫຼື ເວົ້າເພື່ອສະແຫວງຍາດແຍ່ງທຶນ 2000 ລ້ານທີ່ເຂົາມີໂຄຕາໃຫ້ເທົ່ານັ້ນ?.ຍາດແຍ່ງໄດ້ກະເປັນການດີ.

ແຕ່ເວລາເຂົ້າຢາກຊື້ເຂົ້ານຳອີ່ຫຼີ ບໍ່ມີອັນສນອງໃຫ້ເຂົາຢ້ານອາຍເຂົາພາຍຫຼັງທໍ່ນັ້ນດອກ.

ຄົງບໍ່ຖືຄວາມຄິດ ແລະ ຄວາມປຼາຖນາດີທີ່ກັ່ນອອກຈາກໃຈຈິ່ງເປັນຄວາມກ້າວຮ້າຍຕິ.

ຖ້າມີເຂົ້າລາວສົ່ງຂາຍທີ່ຮ້ານຄ້າຕ່າງປະເທດຍາມໃດເຖິງແພງແດ່ເລັກນ້ອຍ,ຂ້ອຍກະຊິງົດບໍລິໂພກເຂົ້າໄທຍ໌ທັນທີ.

ຈາກ:ສຊ


   ຂໍຕອບທ່ານສຊ ຜູ້ຂ້າ ກໍບໍ່ໃດ້ຢູ່ໃນວົງການເຂົ້າດອກ ພຽງແຕ່ຢາກປະກອບນໍາແດ່ຈັກເຫຼັກຈັກໜ່ອຍ ຜູ້ຂ້າຄີດວ່າຖ້າປະເທດເຮົາ

ມີການຕະຫຼາດດີ ຂ້ອຍວ່າເຂົ້ານີ້ບໍ່ອືດ ເທົ້່າທີ່ຜ່ານມາ ເຮັດນາແຊງໃດ້ເຂົ້າ1ໂຕນ ຂາຍໃດ້ກໍາໄລ200 000ກີບ ມັນຊີມີໃຜຢາກເຮັດ

ຖ້າ1ໂຕນຂາຍໃດ້ກໍາໄລ2 000 000 ກີບ ຄີດວ່າຫຼາຍຄົນຢູ່ຊີອອກການມາເຮັດນາ ບໍ່ໄປເຮັດວຽກຢູ່ຕ່າງປະເທດ.

ລາວເຮົາຍັງມີສັດຕະຍະພາບ ໃນການຜະລີດເຂົ້າ ຖ້າວ່າພາກລັດໃຫ້ການສະໜັບສະໜູນ ໃຫ້ແຮງຈູງໃຈ.

    ບໍ່ແມ່ນຍ້ອງເຂົາ ຖ້າເຮັດໃດ້ຄືໄທຍໃນປັດຈຸບັນ

ຈໍານໍາເຂົ້າ ລາຄາສູງກົ່ວຂາຍໃນທ້ອງຕະຫຼາດ ຮັບຮອງໃດ້ເລີຍເຂົ້າມີບໍ່ອືດ ຄົນລາວປູກເຂົ້າມາເປັນພັນປີ ປະສົບປະການເຫຼືອເຟືອ ຂໍແຕ່ວ່າລາຄາດີ

ເນື້ອທີ່ນາໃນປະເທດລາວປ່ອຍເປັນນາເຮື້ອເກືອບເຄີ່ງ ຍ້ອນເຮັດນາແລ້ວແພງກ່ວາຊື້ເຂົ້າກີນ ເຮັດນາແຊງໄລ່ຄ່ານໍ້າ,ຄ່າປຸ໋ຍແລະຄ່າແຮງງານແລ້ວຂາດທຶນ

ມີບໍ່ໃຜຊີຢາກເຮັດ ເຂົາກະໄປຂາຍມູນແມ່ດີກ່ວາຍັງພໍໃດ້ມີແຮງເງີນກະໃດ້ແມ່ນບໍ່?



__________________
Anonymous

Date:

One man farmer labor could feed 100,000 people .



__________________
Anonymous

Date:

No need too many workers, soon the technology will take over such robot farmers.



__________________
Anonymous

Date:

Only 6 person produce enough rice to feed millions people.

Should Lao must learn from the United States knowledge and technology like Dr. Khampheuy Panmalaythong said.



__________________
Anonymous

Date:

ສຊ ຂໍມີຄວາມເຫັນຕໍ່ຜູ້ຮ່ວມສົນທະນາ ແລະ ກໍຂໍຂອບໃຈອີກເທື່ອໜຶ່ງ.

ສິ່ງທີທ່ານເວົ້າມາແມ່ນຊໍ່ເຖິງຄວາມຈິງ ແລະ ບັນຫາຕົ້ນຕໍ່ທີ່ຄວນຫາທາງແກ້ໄຂຫາກວ່າ ລຖບລ

ຢາກມີເຂົ້າສນອງແກ່ບ່ອນເພິ່ນໄປສເນີເຂົາໂດຽເຂົ້າລາວດັ່ງໃນຂ່າວ.ເລື່ອງດິນດອນ, ຊົນລະປະທານ

ມີຫຼາຍແທ້ແຕ່ຈຸດຫຼັກຂອງເພິ່ນແມ່ນເພື່ອຜລິດກະແສໄຟຟ້າຂາຍ ແລະ ສຳປະທານໃຫ້ນາຍທຶນຕ່າງ

ຊາດຫຼາຍກວ່າທີ່ຈະກັກກັນນໍ້າ ແລະ ດິນໃຫ້ຄົນລາວເຮັດເພື່ອການກະເສດ.ເຫດຜົນຄືເພິ່ນໃຫ້ຊາວນາ

ຈ່າຍຄ່າປັດໃຈເພື່ອການເຮັດນາແພງ ແລະ ບໍ່ມີການສົ່ງເສີມໃຫ້ກຳລັງໃຈໃນພາກປະຕິບັດຕົວຈິງດັ່ງ

ທ່ານເຂົ້າໃຈ,ມີແຕ່ທິສດີນໍ້າຖ້ວມຖີ່ນເພັຍ.ໄຟຟ້າມີ, ນໍ້າໄຕ້ເຂື່ອນມີຫຼັງຜລິດກະແສໄຟຟ້າແລ້ວປ່ອຍຖີ້ມ

ໄຮ້ປະໂຫຍດ.ບໍ່ຮູ້ວ່າເພິ່ນໄຊ້ງົບ,ໄຊ້ຄົນໄປຖອດຖອນບົດຮຽນຕ່າງໆໃນທຸກປະເທດບໍ່ວ່າສັງຄົມນິຍົມ

,ທຶນນິຍົມທີ່ເຂົາຈະເລີນດ້ານກະສິກັມ.ເມື່ອກັບມາກະເຫັນແຕ່ພວກເພິ່ນໄດ້ພາກັນຂີ່ລົດເບັນສ໌ຄັນງາມ

ຖານະດີຂື້ນກວ່າເກົ່າ.ບໍ່ເຫັນເພິ່ນໄດ້ວິຊາອັນດີຄືນມາເລີຍ,ໄດ້ແຕ່ແນວຟູມເຟື້ອຍໂອອວດຖານະມາ

ເບື່ອເບົາປະຊາຊົນຂົນຂວຍແຂ່ງຂັນຊື້ລົດລາລາຄາແພງແຂ່ງກັນ.ຕໍ່ຊາວນາທີ່ວ່າໄດ້ກຳລັງນ້ອຍບໍ່ຢາກ

ເຮັດນັ້ນກໍ່ຄິດວ່າເປັນວິທີການບໍ່ເໜາະສົມປານໃດ.ຖ້າວ່າປຸຍແພງເຮົາກໍ່ຕັດອອກ,ເພາະປຸຍວິທະຍາສາດ

ກໍ່ບໍ່ດີແກ່ດິນຢູ່ແລ້ວ ແລະ ເຮັດໃຫ້ສຸຂພາບຂອງຕົນຊາວນາ ແລະ ຜູ້ບໍລິໂພກເຊື່ອມສະມັດຕະພາບອີກ.

ເຮົາຄວນໜູນໄຊ້ເສດເຟືອງຕໍເຟືອງ ແລະ ໄບໄມ້,ເສດພືດ,ມູນສັດທຸກຊນິດມາເຮັດປຸຍແມ່ນດີທີສຸດ.

ເລື່ອງນໍ້າໄຟແພງໃຫ້ຮ້ອງຂໍຕໍ່ ລຖບ,ບາງທີເພິ່ນອາດເບິ່ງຄືນນະໂຍບາຍ.

 

 



__________________
Anonymous

Date:

 

ຢາກໄດ້ເຂົ້າຫລາຍ

ຕ້ອງປ່ອຍໃຫ້ປະຊາຊົນເຮັດໄຮ່ແບບເລື່ອນລອຍ

 

ຖາງປ່າກໍງ່າຍໆ

ເພາະໄມ້ໃຫຍ່ບໍ່ເຫລືອໄວ້ໃຫ້ປ້ຳ

 

ພວກເພີ່ນປ້ຳເອົາໄປຂາຍໝົດແລ້ວ

ດຽວນີ້

 

ຍັງແຕ່ປ່ານ້ອຍໆ..ປ່າເອາະເຍາະ



__________________
Anonymous

Date:

ດຽວນີ້ການເຮັດໄຣ່ເຮັດນາມີຄວາມສ່ຽງຫລາຍ ກະປະມານຜົນຜະລິດບໍ່ໄດ້

ຍ້ອນສາຍເຫດມາຈາກສະພາບດິນຟ້າອາກາດ ມີການປ່ຽນແປງຕະຫລອດ

ບາງປີແຫ້ງແລ້ງ ບາງປີນ້ຳທ່ວມ ເຮັດໃຫ້ຜົນຜະລິດເສຍຫາຍ ເຫື່ອແຮງແລະທືນຮອນ

ທີ່ທຸ່ມເທລົງໄປຫວັງວ່າຈະໄດ້ກັບຄືນມາ ກັບເປັນອັນຕ້ອງ ສະຫລາຍໄປກັບໄພທຳມະຊາດຫມົດ

ອີກຢ່າງຄ່າໃຊ້ຈ່າຍໃນການເຮັດນາກໍ່ແພງຂື້ນທຸກປີ ທັງຄ່ານ້ຳມັນ ຄ່າຈ້າງແຮງງານ ແຕ່ກັບກັນ

ລາຄາເຂົ້າພັດແຮງຖືກລົງກວ່າເກົ່າ ຍ້ອນແນວນີ້ຊາວນາທີ່ເຮັດນາມາຈົນເກືອບຕະຫລອດຊີວິດ

ຈື່ງຍັງທຸກຢູ່ຄືເກົ່າ ຍາກໃຫ້ລັດຖະບານເບີ່ງຄືນເລື່ອງລາຄາເຂົ້າ ແລະ ລະບົບຊົນລະປະທານ

ຖ້າຫາກເຂົ້າມີລາຄາແພງຂື້ນຊາວນາຄືພໍ່ແມ່ຂ້ອຍກະຊິໄດ້ມີແຮງມີກຳລັງໃຈດີຂື້ນກວ່າເກົ່າ

ພໍຊິໄດ້ຍີ້ມອອກນຳເພີ່ນແດ່



__________________
Anonymous

Date:

ເຄີຍໄດ້ຍິນທ່ານຄໍາສະຫວ່າງ ມິ່ງບຸບຜາ ເວົ້າໃຫ້ຟັງວ່າພວກນັກລົງທຶນຊາວກູເວດ

ຢາກມາລົງທຶນປູກເຂົ້າແລະປູກຕົ້ນເກດສະໜາຢູ່ພາກກາງຂອງລາວເພາະບໍ່ຢາກ

ຊື້ເຂົ້າຈາກວຽດນາມແລະໄທ ແລະຖ້າລັດຖະບານລາວເປີດໄຟຂຽວໃຫ້ ໃນອະນາ

ຄົດ ລາວຈະກາຍເປັນປະເທດທີ່ສົ່ງອອກສິນຄ້າກະສິກໍາ(ເຂົ້າ)ອັນດັບນຶ່ງໃນເຂດອາ

ຊີ ແຕ່ບໍ່ຮູ້ວ່າຈະເປັນການລົງທຶນແບບ 2+3 ຄືເພິ່ນເຄີຍເຮັດມາຫຼືບໍ່? ຜ່ານມາໂຄງ

ການປູກອ້ອຍ 2+3 ເຫັນວ່າບໍ່ສາມາດແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນໄດ້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard