Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການປ່ຽນແປງສັບພາສາລາວ
ລາວວຽງຈັນ

Date:
ການປ່ຽນແປງສັບພາສາລາວ

ຄືດັ່ງຫລາຍທ່ານເຄີຍຕັ້ງຄຳຖາມກ່ຽວກັບພາສາລາວເຮົາມີບາງຄັ້ງຫລາຍຄົນກໍ່ງົງ ຜູ້ຂ້າເອງກໍ່ງົງຕໍ່ການປ່ຽນແປງຄຳສັບ ຫລືສ້າງສັບໃໝ່ຂື້ນມາແທນ. ຜູ້ຂ້າຂໍຍົກຕົວຢ່າງເລັກນ້ອຍກ່ຽວກັບສັບທີ່ຖືກປ່ຽນແປງຍ້ອນເພີ່ນວ່າສັບເກົ່ານັ້ນມັນແມ່ນພາສາໄທວ່ຊັ້ນ:

1. ມະຫາວິທະຍາໄລແພດສາດ. ປ່ຽນເປັນ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ພາກັນເອີ້ນ ແພດສາດມາຕັ້ງແຕ່ດືກດຳບັນ)

2. ສຳນັກງານນາຍົກລັດຖະມົນຕີ. ປ່ຽນເປັນ ຫ້ອງວ່າການລັດຖະບານ

3. ດຣ (Dr) ປ່ຽນເປັນ ປອ (ສຳລັບຜູ້ໄດ້ປະຣີນຍາເອກ) ເພີ່ນອ້າງເຫດຜົນວ່າ ດຣ ອ່ານອອກສຽງ ດອກເຕີ ໄດ້ແນວໃດ? ວ່າຊັ້ນ

__________________
Anonymous

Date:

ດຣ ມາຈາກຄໍາວ່າ Doctor ຫຼືຂຽນຫຍໍ້ວ່າ  Dr. 

ໂຕພາສາອັງກິດ D ອ່ານວ່າ ໂຕ ດ

ສ່ວນໂຕ R ພາສາລາວອ່ານວ່າ ຣ

ສຸດທ້າຍ ມັນຈຶ່ງເປັນ ດຣ. ມັນກາຖືກລະເດ໋ ຊິໄປປ່ຽນຫຍັງ ມັນອີກ 

__________________
Ape

Date:

ກ່ອນປີ1975 ເພິ່ນເອີ້ນ Medicine Shool ຫຼືເອີ້ນຫຍັງ? ຫຼັງປີ1975 ເພິ່ນກໍ່ປ່ຽນມາເອີ້ນ

ມະຫາວິທະຍາໄລແພດສາດ ແຕ່ບໍ່ຮູ້ວ່າເພິ່ນເພິ້ມວິຊາຮຽນອອກຈັກວິຊາຈຶ່ງ upgrade ຈາກ

school ມາເປັນ university ໄດ້. ແຕ່ຖ້າເພິ່ນເພິ້ມວິຊາຮຽນທາງດ້ານວິທະຍາສາດແລະ

ສຸຂະພາບ ກໍ່ສົມຄວນແລ້ວທີ່ເພິ່ນເອີ້ນ University of Science and health.

ສໍາລັບ doctor ຖ້າຂຽນຕາມສັບ ກໍ່ຄົງຈະແມ່ນດອກເຕີຣ໌ ແລະຖ້າຂຽນຫຍໍ່ກໍ່ຈະແມ່ນ ດຣ.

ແຕ່ຍ້ອນວ່າຕົວ ເປັນພະຍັນຊະນະຝືນໃຈທີ່ກືນບໍ່ເຂົ້າຄາຍບໍ່ອອກ, ຈະຕັດອອກຈາກວົງສາ

ຄະນະຍາດພະຍັນຊະນະລາວກໍ່ເຮັດໃຫ້ຫຍຸ້ງຍາກໃນທຽບເທົ່າກັບສັບເຕັກນິກສາກົນ ຈະນໍາ

ເອົາຄືນມາໃຊ້ຄືນກໍ່ຈະມີບັນຫາໃນການຫັນລີ້ນ, ສະນັ້ນ ເພື່ອເປັນຍຸຕິທໍາແກ່ທຸກໆຄົນ ເພິ່ນຈຶ່ງ

ສະເໜີໃຫ້ໃຊ້ ປອ. ແທນ.

__________________
Anonymous

Date:

11102012144492.jpg

ການເບິ່ງຂ້າມຄວາມສໍາຄັນຂອງຕົວ ເຮັດໃຫ້ການຂຽນທັບສັບຕ່າງປະເທດຂາດຄວາມໝາຍ.

ຄໍາວ່າ Ernst & Young ນັກຂ່າວໜັງສືພິມວຽງຈັນໃໝ່ຂຽນ ເອີສແອນຢັງ ບໍ່ຮູ້ວ່າເພິ່ນຂຽນ

ທັບສັບຖືກຕ້ອງຫຼືບໍ່? ຖ້າວ່າຕົວອັກສອນລາວບໍ່ສາມາດທຽບເທົ່າກັບຕົວອັກສອນຕ່າງປະເທດໄດ້

ກໍ່ຄວນຈະຂຽນເປັນພາສາຕ່າງປະເທດເລີຍດີກ່ວາເພາະວ່າພາສາຝຣັ່ງ ອັງກິດແລະແອດສະປາໂຍນ

ຄົນລາວສາມາດອ່ານ ຂຽນແລະເວົ້າໄດ້ດີ ສ່ວນພາສາອື່ນຈຶ່ງພິຈາຣະນາກັນໃໝ່.

ຂໍໂທດເດີທີ່ຕໍານິສົ່ງຂ່າວແບບບໍ່ມີການຈັດຕັ້ງ, ຂໍໂທດຫຼາຍໆ.

http://www.vientianemai.net/teen/khao/1/7700

__________________
Anonymous

Date:

Ape wrote:

ກ່ອນປີ1975 ເພິ່ນເອີ້ນ Medicine Shool ຫຼືເອີ້ນຫຍັງ? ຫຼັງປີ1975 ເພິ່ນກໍ່ປ່ຽນມາເອີ້ນ

ມະຫາວິທະຍາໄລແພດສາດ ແຕ່ບໍ່ຮູ້ວ່າເພິ່ນເພິ້ມວິຊາຮຽນອອກຈັກວິຊາຈຶ່ງ upgrade ຈາກ

school ມາເປັນ university ໄດ້. ແຕ່ຖ້າເພິ່ນເພິ້ມວິຊາຮຽນທາງດ້ານວິທະຍາສາດແລະ

ສຸຂະພາບ ກໍ່ສົມຄວນແລ້ວທີ່ເພິ່ນເອີ້ນ University of Science and health.

ສໍາລັບ doctor ຖ້າຂຽນຕາມສັບ ກໍ່ຄົງຈະແມ່ນດອກເຕີຣ໌ ແລະຖ້າຂຽນຫຍໍ່ກໍ່ຈະແມ່ນ ດຣ.

ແຕ່ຍ້ອນວ່າຕົວ ເປັນພະຍັນຊະນະຝືນໃຈທີ່ກືນບໍ່ເຂົ້າຄາຍບໍ່ອອກ, ຈະຕັດອອກຈາກວົງສາ

ຄະນະຍາດພະຍັນຊະນະລາວກໍ່ເຮັດໃຫ້ຫຍຸ້ງຍາກໃນທຽບເທົ່າກັບສັບເຕັກນິກສາກົນ ຈະນໍາ

ເອົາຄືນມາໃຊ້ຄືນກໍ່ຈະມີບັນຫາໃນການຫັນລີ້ນ, ສະນັ້ນ ເພື່ອເປັນຍຸຕິທໍາແກ່ທຸກໆຄົນ ເພິ່ນຈຶ່ງ

ສະເໜີໃຫ້ໃຊ້ ປອ. ແທນ.

 ສຳລັບ ມ. ແພດສາດ ໃນສະໄໝ ຮາຊອານາຈັກແທ້ ຂພຈ ບໍ່ຮູ້ເພາະຍັງເປັຍເດັກປະຖົມຢູ່, ຕາມຄວາມເຂົ້າໃຈຂອງຂ້ອຍ ກ່ອນຈະເປັນ ມລ ໄດ້

ກໍ່ແມ່ນເພີ່ນປັບປຸງຫລັກສູດ ແລະ ກຳນົດເວລາການຮຽນ, ເຊີ່ງມີໄລຍະນື່ງທຸກໂຮງຮຽນຊັ້ນສູງເພີ່ນໄດ້ປັບປູງຫລັກສູດ ແລະ ໄປຂື້ນກັບ ມຊ ບ່ອນດຽວ

ມີແຕ່ແບ່ງເປັນວິທະຍາເຂດ ແລະ ຄະນະ. ມາໄລຍະນື່ງເພີ່ນກໍ່ແຍກຄະນະແພດສາດອອກຈາກ ມຊ ມາຂື້ນກັບ ກຊ ສາທາຄືນ ແລ້ວກໍ່ປ່ຽນຊື່ມາເປັນ

ມລ ວິທະຍາສາດ ສຸຂະພາບ (University of Health Science ຕາມເຄີຍເຫັນຢູ່ບ້ານເພີ່ນແມ່ນ Medecal Science ຄົງຈະແມ່ນວິທະຍາສາດການແພດ)

ສຳລັບການປ່ຽນ ດຣ ເປັນ ປອ ນັ້ນຄືຊິແມ່ນເພີ່ນເອົາບົດຮຽນນຳວຽດນາມ, ແຕ່ ຂພຈ ກໍ່ຍັງຂ້ອງໃຈຢູ່ວ່າບັນດາທ່ານໝໍເດ່ເພີ່ນຍັງບໍ່ໄດ້ ປຣິນຍາເອກ

ຊິໃສ່ໃຫ້ເພີ່ນແນວໃດແທນນໍບາດນີ້

__________________
Anonymous

Date:

Dr. ກັບ ດຣ. ບໍ່ໄດ້ສັບສົນກັບທ່ານໝໍປົວຄົນ ເພາະທ່ານໝໍປົວຄົນເພິ່ນໃຊ້  MD ນໍາໜ້າ. ຖ້າປ່ຽນຕາມວຽດນາມ 

ຂ້ານ້ອຍ have no comment.

__________________
Anonymous

Date:

Anonymous wrote:

 ແຕ່ໃນຕົວຈີງບັນດາທ່ານໝໍ ເພີ່ນ ຂຽນ ດຣ ນຳໜ້າໝົດໄດ໋

__________________
ຊະນະໄພ

Date:

ຂ້າພະເຈົ້າຂໍມີຄຳເຫັນນຳແດ່ ຖືກ ຫຼື ຜິດ ຂໍອາໄພນຳ: ຕາມສັງເກດໃນທີ່ຜ່ານມາມີບັນດາສະມາຊິກໄດ້ມີຄຳເຫັນກ່ຽວກັບການໃຊ້ພາສາລາວໃນຫຼາຍໆທັດສະນະ ແຕ່ສ່ວນໃຫ່ຍແມ່ນບໍ່ຄ່ອຍຍອມຮັບກັບການວິວັດທະນາການທາງພາສາລາວ ມັກຈະອ້າງວ່າເປັນພາສາຊອດກະຈາໄທ ຫຼື ພາສາອ້າຍນ້ອງ, ແຕ່ກໍບໍ່ເປັນຫັຍງດອກເພາະເປັນຄວາມຮູ້ສຶກສ່ວນຕົວຂອງໃຜລາວ. ສຳຫຼັບຂ້າພະເຈົ້າແລ້ວຄິດວ່າພາສາຕ້ອງມີການພັດທະນາໄປຄຽງຄູ່ກັບສະພາບເສດຖະກິດສັງຄົມ ຕ້ອງມີການນຳສັບໃໝ່ໆເຂົ້າມາໃຊ້ ຕົວຢ່າງ: ຄອມພິວເຕີ, ສະມາດໂຟນ, iPod, MP3, MP4, App, Wifi, Internet, Tablet, Notebbok, Ultrabook ແລະອື່ນໆ ຊຶ່ງບໍ່ມີຄວາມຈຳເປັນຕ້ອງແປອີກ. ສ່ວນວ່າພາສາລາວປົນໄທ ຖ້າຄິດແບບສ້າງສັນ ໄທປົນລາວກໍ່ບັກຫຼາຍໆໃນປະຈຸບັນ ແລະຕ້ອງຍອມຮັບວ່າພາສາລາວກັບໄທມາຈາກເຄົ້າດຽວກັນ ມີຄຳເວົ້າອັນດຽວກັນ 90% ສະນັ້ນຢ່າໄປກັງວົນຫຼາຍ. ຊີ່ເຮັດແນວໃດພາສາລາວກໍ່ບໍ່ມີວັນຕາຍດອກຄັນຄົນລາວຫາກຍັງມີຊີວິດຢູ່ ສິ່ງສຳຄັນຄົນເຊື້ອຊາດລາວທີ່ອາໃສຢູ່ຕ່າງປະເທດຄວນອານຸຮັກພາສາລາວຊ່ວຍກັນຄື:​ມີໂຮງຮຽນພາສາລາວໃນຊຸຸມຊົນຄົນລາວ, ເວົ້າພາສາລາວນຳລູກ ນຳຫຼານເວລາຢູ່ເຮືອນ ຕາມປະສົບການຂອງຂ້ອຍທີ່ເຄີຍໄປຕ່າງປະເທດບໍ່ວ່າ ຍູຣົບ ຫຼື ອາເມລິກາ ລູກ ຫຼານຄົນລາວ ເວົ້າລາວບໍ່ເປັນ 99%, ສ່ວນຊົນຊາດອື່ນ ຫຼື ຊົນເຜົ່າອື່ນຄື: ມົ້ງ, ມ່ຽນ, ກືມມຸ ເວົ້າພາສາເຂົາເຈົ້າເປັນໝົດ.

ກໍລະນີປ່ຽນຄຳວ່າ ດຣ ມາເປັນ ປອ ຫາກໍ່ໄດ້ຍິນ ມັນເປັນທາງການແລ້ວບໍ່? ທີ່ຈິງຄັນປ່ຽນໄດ້ກໍ່ດີໄດເພາະຄົນລາວປະຈຸບັນສັນສົນລະຫວ່າງ ດຣ(ທ່ານໝໍ) ກັບ ດຣ(ປະລິນຍາເອກ) ໂດຍສະເພາະພວກຮຽນແພດນັບແຕ່ຊັ້ນຕົ້ນຂຶ້ນມາເອີ້ນຕົວເອງວ່າເປັນ ດຣ ໝົດ ເຂົາເວົ້າຜິດບໍ່ ກໍ່ບໍ່ຜິດເພາະເວົ້າຕາມສັບພາສາອັງກິດ(Doctor). ໜ້າຈະເວົ້າຄືໄທເພິ່ນເວົ້າແນວນີ້: ຜູ້ຊ່ວຍພະຍາບານ, ພະຍາບານ, ຜູ້ຊ່ວຍແພດ, ນາຍແພດ, ຜູ້ຊ່ຽວຊານແພດ ຖ້າໃຜຈົບ Phd. Dr(ປະຣິນຍາເອກ)ເພິ່ນກໍ່ເອີ້ນວ່າ ດຣ.ນາຍແພດ..., ສ່ວນຂະແໜງອື່ນຄຳວ່າ ດຣ ແມ່ນຜູ້ທີ່ຈົບວຸດທິການສຶກສາລະດັບປະຣິນຍາເອກ. ສ່ວນ ມະຫາວິທະຍາໄລວິທະຍາສາດການແພດ ເພິ່ນຍົກລະດັບຈາກວິທະຍາໄລແພດສາດຂຶ້ນມາ ມັນຊີ່ຜິດຫັຍງກໍ່ແຮງດີຕົວ ບໍ່ແມ່ນວ່າ 100ປີແລ້ວກໍ່ຍັງຊີ່ຢູ່ລະດັບເກົ່າ ບຶດນຶ່ງກໍ່ຊີ່ຕຳນິວ່າບໍ່ພັດທະນາອີກ.

__________________
Anonymous

Date:

ຊະນະໄພ wrote:

 ເຫັນດີນຳຄຳເຫັນຂອງທ່ານຊະນະໄພ, ປະຈຸບັນນີ້ແນວໂນ້ມສ່ວນໃຫຍ່ແມ່ນມັກເອົາຕາມຄວາມຮູ້ສືກຂອງບຸກຄົນມາເປັນອັນຕັດສີນ ຈື່ງພາໃຫ້ເກີດສີ່ງທີ່ຜິດພາດ

ຢູ່ເລື້ອຍ, ຈາກແນວຄິດດັ່ງກ່າວນັ້ນຈື່ງມັກບິດພາສາລາວເຮົາເອງໃຫ້ໜີຫ່າງອອກໄປຈາກເຄົ້າເດີມ ສຳລັບສັບໃດທີ່ມັນກົງກັນ ຫລືໃກ້ຄຽງກັບພາສາໄທເຂົາໃຊ້

ສຸດທ້າຍກໍ່ເລີຍກາຍເປັນການປ່ຽນພາສາຕົນເອງ. ຂໍຍົກຕົວຢ່າງອັນນ້ອຍໆ ຄື ໂຄສົກອ່ານຂ່າວທາງວິທະຍຸ ເວລາສີ້ນສຸດຂ່າວ ຕາມປົກກະຕິຈະເວົ້າວ່າ: ຈົບຂ່າວ

ແຕ່ສັງເກດເຫັນວ່າໄລຍະຫລັງມານີ້ຈະເວົ້າວ່າ: ໝົດຂ່າວ, ຕາມຄຳເຫັນຂອງຂ້າພະເຈົ້າແລ້ວກໍ່ບໍ່ແມ່ນສີ່ງຈຳເປັນຕ້ອງໄປປ່ຽນ

ຢູ່ໃນຄຳເຫັນຂອງທ່ານ ກ່ຽວກັບຊື່ຂອງແພດສາດນັ້ນ ດຽວນີ້ເພີ່ນເອີ້ນວ່າ: ມະຫາວິທະຍາໄລວິທະຍາສາດສຸຂະພາບ ເດີ ບໍ່ແມ່ນ ວິທະຍາສາດການແພດ

ຖ້າຜິດພາດກໍ່ຂໍອະໄພເດີ

__________________
Anonymous

Date:

ຊະນະໄພ wrote:

ຂ້າພະເຈົ້າຂໍມີຄຳເຫັນນຳແດ່ ຖືກ ຫຼື ຜິດ ຂໍອາໄພນຳ: ຕາມສັງເກດໃນທີ່ຜ່ານມາມີບັນດາສະມາຊິກໄດ້ມີຄຳເຫັນກ່ຽວກັບການໃຊ້ພາສາລາວໃນຫຼາຍໆທັດສະນະ ແຕ່ສ່ວນໃຫ່ຍແມ່ນບໍ່ຄ່ອຍຍອມຮັບກັບການວິວັດທະນາການທາງພາສາລາວ ມັກຈະອ້າງວ່າເປັນພາສາຊອດກະຈາໄທ ຫຼື ພາສາອ້າຍນ້ອງ, ແຕ່ກໍບໍ່ເປັນຫັຍງດອກເພາະເປັນຄວາມຮູ້ສຶກສ່ວນຕົວຂອງໃຜລາວ. ສຳຫຼັບຂ້າພະເຈົ້າແລ້ວຄິດວ່າພາສາຕ້ອງມີການພັດທະນາໄປຄຽງຄູ່ກັບສະພາບເສດຖະກິດສັງຄົມ ຕ້ອງມີການນຳສັບໃໝ່ໆເຂົ້າມາໃຊ້ ຕົວຢ່າງ: ຄອມພິວເຕີ, ສະມາດໂຟນ, iPod, MP3, MP4, App, Wifi, Internet, Tablet, Notebbok, Ultrabook ແລະອື່ນໆ ຊຶ່ງບໍ່ມີຄວາມຈຳເປັນຕ້ອງແປອີກ. ສ່ວນວ່າພາສາລາວປົນໄທ ຖ້າຄິດແບບສ້າງສັນ ໄທປົນລາວກໍ່ບັກຫຼາຍໆໃນປະຈຸບັນ ແລະຕ້ອງຍອມຮັບວ່າພາສາລາວກັບໄທມາຈາກເຄົ້າດຽວກັນ ມີຄຳເວົ້າອັນດຽວກັນ 90% ສະນັ້ນຢ່າໄປກັງວົນຫຼາຍ. ຊີ່ເຮັດແນວໃດພາສາລາວກໍ່ບໍ່ມີວັນຕາຍດອກຄັນຄົນລາວຫາກຍັງມີຊີວິດຢູ່ ສິ່ງສຳຄັນຄົນເຊື້ອຊາດລາວທີ່ອາໃສຢູ່ຕ່າງປະເທດຄວນອານຸຮັກພາສາລາວຊ່ວຍກັນຄື:​ມີໂຮງຮຽນພາສາລາວໃນຊຸຸມຊົນຄົນລາວ, ເວົ້າພາສາລາວນຳລູກ ນຳຫຼານເວລາຢູ່ເຮືອນ ຕາມປະສົບການຂອງຂ້ອຍທີ່ເຄີຍໄປຕ່າງປະເທດບໍ່ວ່າ ຍູຣົບ ຫຼື ອາເມລິກາ ລູກ ຫຼານຄົນລາວ ເວົ້າລາວບໍ່ເປັນ 99%, ສ່ວນຊົນຊາດອື່ນ ຫຼື ຊົນເຜົ່າອື່ນຄື: ມົ້ງ, ມ່ຽນ, ກືມມຸ ເວົ້າພາສາເຂົາເຈົ້າເປັນໝົດ.

ກໍລະນີປ່ຽນຄຳວ່າ ດຣ ມາເປັນ ປອ ຫາກໍ່ໄດ້ຍິນ ມັນເປັນທາງການແລ້ວບໍ່? ທີ່ຈິງຄັນປ່ຽນໄດ້ກໍ່ດີໄດເພາະຄົນລາວປະຈຸບັນສັນສົນລະຫວ່າງ ດຣ(ທ່ານໝໍ) ກັບ ດຣ(ປະລິນຍາເອກ) ໂດຍສະເພາະພວກຮຽນແພດນັບແຕ່ຊັ້ນຕົ້ນຂຶ້ນມາເອີ້ນຕົວເອງວ່າເປັນ ດຣ ໝົດ ເຂົາເວົ້າຜິດບໍ່ ກໍ່ບໍ່ຜິດເພາະເວົ້າຕາມສັບພາສາອັງກິດ(Doctor). ໜ້າຈະເວົ້າຄືໄທເພິ່ນເວົ້າແນວນີ້: ຜູ້ຊ່ວຍພະຍາບານ, ພະຍາບານ, ຜູ້ຊ່ວຍແພດ, ນາຍແພດ, ຜູ້ຊ່ຽວຊານແພດ ຖ້າໃຜຈົບ Phd. Dr(ປະຣິນຍາເອກ)ເພິ່ນກໍ່ເອີ້ນວ່າ ດຣ.ນາຍແພດ..., ສ່ວນຂະແໜງອື່ນຄຳວ່າ ດຣ ແມ່ນຜູ້ທີ່ຈົບວຸດທິການສຶກສາລະດັບປະຣິນຍາເອກ. ສ່ວນ ມະຫາວິທະຍາໄລວິທະຍາສາດການແພດ ເພິ່ນຍົກລະດັບຈາກວິທະຍາໄລແພດສາດຂຶ້ນມາ ມັນຊີ່ຜິດຫັຍງກໍ່ແຮງດີຕົວ ບໍ່ແມ່ນວ່າ 100ປີແລ້ວກໍ່ຍັງຊີ່ຢູ່ລະດັບເກົ່າ ບຶດນຶ່ງກໍ່ຊີ່ຕຳນິວ່າບໍ່ພັດທະນາອີກ.

      ภาษาไทยกับภาษาลาว เป็นภาษาตระกูลเดียวกัน มันจึงไม่แปลกหรอกที่พูดไทยปนลาวหรือลาวปนไทย ผมเป็นคนไทย เวลาเจอคนลาวพูดลาวผมยังนึกว่าเป็นคนอีสาน

      ถ้าไม่ดูบัตรประชาชน มันแยกกันไม่ออกจริงๆ เวลาผมไปเที่ยวประเทศลาว มีความรู้สึกว่ายังกะไปเที่ยวเมืองอีสาน 

__________________
Anonymous

Date:

ມັນຊິຂຽນຕາຍຫ່າແນວໃດກໍເຊີນເນີ  ເຖິງແນວໃດ ທຸກຢ່າງມັນກໍບໍ່ມີຫລັກ ມີເກນຢູ່ແລ້ວ!!!!ເອົາເຂົ້າໄປ

__________________
Anonymous

Date:

Anonymous wrote:

ມັນຊິຂຽນຕາຍຫ່າແນວໃດກໍເຊີນເນີ  ເຖິງແນວໃດ ທຸກຢ່າງມັນກໍບໍ່ມີຫລັກ ມີເກນຢູ່ແລ້ວ!!!!ເອົາເຂົ້າໄປ

 ເຈົ້າເວົ້າກໍ່ມີສ່ວນຖືກ ເພາະວ່າລະບົບເມືອງລາວ ແມ່ນຫົວໜ້າຕັດສີນຄົນດຽວແລ້ວຈົບ, ຖ້າໃຜຂັດຄ້ານ ຫລື ຖຽງຫົວໜ້າ ກໍ່ຕຽມຕົວເກັບກະເປົ໋າ

ສະນັ້ນ ການໃຊ້ສັບ ຄຳເວົ້າຕ່າງໆ ດຽວນີສ່ວນໃຫຍ່ຈະເປັນໄປຕາມແນວຄວາມຄິດຂອງບຸກຄົນຫລາຍກວ່າ, ຖ້າເປັນແນວຄິດສ່ວນບຸກຄົນແລ້ວ

ແນ່ນອນມັນຕ້ອງຕົກໄປເປັນສັບຄຳເວົ້າຂອງພາສາໃນທ້ອງຖີ່ນ ແທນທີ່ຈະເປັນພາສາທາງການ (ພາສາກາງ) ກໍ່ຄືພາສາລາວໃນວຽງຈັນ

 ແມ່ນຄວາມທ່ານເວົ້າ  ບໍ່ໄດ້ເວົ້າເອົາເດີ້  ບາງຄົນໂຕ  ລໍ ເວົ້າເປັນໂຕ ດໍ ກະມີ  ແລ້ວຍັງວ່າເຈົ້າຂອງເວົ້າຖືກເສີຍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard