Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກຖາມຊື່ໆໃດ້ບໍ?
Anonymous

Date:
RE: ຢາກຖາມຊື່ໆໃດ້ບໍ?




ໃນ 1945-1946, ລັຖບານລາວ ອິດສຣະ ທີ່ຄອນຫລວງວຽງຈັນ ໄດ້ຈັດຕັ້ງພິມ ພັທບັດ ເປັນເງີນເຈັ້ຽ 
ທີ່ໄບແລະຂະນາດ ຂອງຕະກຸນເງີນກີບ ກ່ອນຣັຖບານຝຣັ່ງເສຕ ຈະມີການ ຄອກຄຸມຄຶ: 10, 20 ແລະ 
50 ກີບ. ແຕ່ຊອກເຫລັກຖານ ບໍ່ພໍ້.


100 French Indochina piastres from 1954 ພໍ່ແມ່ເຮົາເອີ້ນວ່າເງີນ ສາມນາງ 
(ຂເມຣ, ລາວ, ວຽດນາມ)

ຣັຖບານພຣະຣາຊອານັກລາວ ວ່າດ້ວຽຕະກຸນເງີນກີບເຈັ້ຽ:

ເມຶ່ອມາເຖິງປີ 1952 ຝຣັ່ງເສຕພິມເງີນ Indochinese piastre 
reintroduced ເປັນການໄຊ້ ໃນການທົບແທນ ຕະກຸນຂອງເງີນ (att : ອັດ) 
ຂອງຝຣັ່ງເສຕເມຶ່ອກ່ອນ ໃນປະເທສ Indochinese piastre. ກີບ (ຍັງເອີ້ນວ່າ 
piastre ໃນເຄຶອຈັກກະພົມຂອງ ຝຣັ່ງເສຕ ) ຕົວເລຂແລະມູນຄ່າຂອງພັທບັດ ແບ່ງອອກເປັນ 
100 ແອດ ( ລາວ : ອັດ) ຫຼື ເຊັນ (ຝຣັ່ງ: Centimes ).

ເງີນຫຼຽນຫົວໜາມ:



ເງີ້ນຫຼຽນກໍໄດ້ຖືກແບ່ງອອກ ເປັນຕົວເລຂ 100 att : ອັດ : Centimes ໃນມາຕຣາສ່ວນ 
10, 20 ແລະ 50 ຫຼືເຊັນກັບ inscriptions ຝຣັ່ງແລະລາວ. ທັງຫມົດໄດ້ຮັບການຫລອມ
ຈາດທາດ ອາລູມິນຽມ ແລະມີຂຸມທີ່ຢູ່ໃຈກາງ, ເຊັ່ນກັບເງິນຈີນ 1952.

ໃນປີ 1952 d'des Etats du Cambodge, du ລາວ et du ຫວຽດນາມ 
ເງີນຕະກຸນຂອງ Indochinesepiastre ສາມາດໄຊ້ ພ້ອມໆກັບເງີນ ຂອງແຕ່ຣະປະເທສ
ຂອງປະເທສອີນດູຈີນເຊັ່ນ ຕະກຸນເງີນກີບ, đồng ດົງ 
ແລະ riel ຂເມຣ.


ເງີນຂອງຂເມຣ ກ່ອນ 1975


ເງີນຂເມຣ ໃນປັຈຸບັນີ້.



ເງີນວຽດນາມໄຕ້ ກ່ອນປີ 1975

ຫລັງຈາກ ສົງຄາມດຽນບຽນຟູ ແລະປະເທສລາວ, ວຽດນາມ ແລະຂເມຣ ໃດ້ຮັບເອກກະຣາຊ ຈາກປະເທສ
ຝຣັ່ງເສຕ ໂດຍສົມບຼນ. ຣັຖບານຂອງ ພຣະຣາຊອານາຈັກລາວ ຈິ່ງໄດ້ອອກດໍາລັດ denominated 
solely ໃນເງີນກີບ.ຈັດພີມໂດຍ Banque de France. ຂະໝາດແລະອັຕຣາສວ່ນ ແບ່ງອອກເປັນ 
100 ກີບ ເຊິ່ງຈະມີ 1 ກີບ5 ກີບ, 10 ກີບ, 20 ກີບ ແລະ 100 ກີບ.
500 kip ພິມຈາກ by Thomas De la Rue. 1 and 5 kip ພິມຈາກ by Bradbury & 
Wilkinson, 10 kip by De la Rue ມາພິມເພີ້ມຂຶ້ນໃນປີ 1962, ໃນປີ 1963ໃບ 20, 50, 
200 and 1000 kip ເພີ້ມຂື້ນໃນປີນັ້ນ. ຕົກມາໃນປີ 1974-75 ພັທບັດ 100 ກີບ ໃດ້ນໍາອອກໃໝ່
ເຊິ່ງມີສີສັນ ຂະໝາດລັກຊະນະແຕກຕ່າງກັນ ກັບພັທບັດເກົ່າ ແລະໃບ 500ກີບ ຕະລອດເຖິງໃບ 
5000 ກີບ. 



__________________


Veteran Member

Status: Offline
Posts: 67
Date:

336651_237872136268552_459482420_o.jpg

 

 

ຂໍໂທດເດີລືມໃບສອງພັນ 



__________________
Anonymous

Date:

Anonymous wrote:

ໃຜຈື່ໄດ້ຊ່ອຍບອກແດ່ວ່າມີຈັກປະເທດທີ່ຄໍ້າປະກັນເງິນກີບວຽງຈັນ? ແລະເງິນກີບທະນາຄານທີ່ໃຊ້ໃນປັດຈະບັນນີ້ມີປະເທດໃດຄໍ້າປະກັນ?

ຂອບໃຈ


ຈື່ບໍ່ໄດ້ຄັກວ່າມີຈັກປະເທດເງິນກີບຂອງພຣະຣາຊອານາຈັກລາວໃນປາງນັ້ນຮູ້ແຕ່ວ່າເງິນກີບລາວໃນສມັຍກ່ອນ 75 ນັ້ນມີຣາຄາ

ດີແລະກໍບໍ່ໄດ້ຕົກຕ່ຳດັ່ງໃນປັຈຸບັນນີ້. ໃນປີ 1975 ຣາຄາການແລກປ່ຽນກັບເງິນຕຣາຕ່າງປະເທດມີຣາຄາດັ່ງນີ້:

- 100 ກີບ ຕໍ່ 4 ບາດເງິນໄທຍ. ( 1 ບາດ ຕໍ່ 25 ກີບ )

- 500 ກີບ ຕໍ່ 1 ໂດລລາ ສະຫະຣັຖ. ( $100 ຕໍ່ 50,000 ກີບ )

ຫລັງຈາກ 75 ປ່ຽນເງິນປົດປ່ອຍ ແລະປີ 76 ປ່ຽນຈາກເງິນປົດປ່ອຍມາເປັນເງິນສາທາ ນັບຕັ້ງແຕ່ນັ້ນມາເງິນສາທາເພີ້ຕົກຕ່ຳ

ມາຕລອດຈົນຮອດເທົ້າຄູ່ມື້ນີ້ 1 ໂດລລາ ສະຫະຣັຖ ຕໍ່ 8 ພັນກ່ວາກີບ ເພາະຖືດເງິນບາດມັນຖີບຈົນເກີດໃຫ້ມີແບ໊ງແສນ.



__________________
Anonymous

Date:

ໃຜຈື່ໄດ້ຊ່ອຍບອກແດ່ວ່າມີຈັກປະເທດທີ່ຄໍ້າປະກັນເງິນກີບວຽງຈັນ? ແລະເງິນກີບທະນາຄານທີ່ໃຊ້ໃນປັດຈະບັນນີ້ມີປະເທດໃດຄໍ້າປະກັນ?

ຂອບໃຈ



__________________
Anonymous

Date:

1976 ເປັນປີແລກປ່ຽນເງິນກີບປົດປ່ອຍ ກັບ ເງິນກີບວຽງຈັນ, ຜູ່ຂ້າກໍບໍ່ຈື່ດອກວ່າເພິ່ນແລກປ່ຽນກັນແນວໃດ

ເພາະບໍ່ມີເງິນແສນເງິນລ້ານໄປປ່ຽນນຳເພິ່ນມີແຕ່ເງິນບາດໄທຍ 15,000 ບາດ ແລະເງິນດອນລາສະຫະຣັຖ 500$.

ເພິ່ນກໍປະກາດຢູ່ໂປ້ງໆໃຫ້ຜູ່ທີ່ມີເງິນຕຣາຕ່າງປະເທດໃຫ້ເອົາໄປແລກໄປປ່ຽນໝົດບໍ່ໃຫ້ເກັບແລະຄອບຄອງເອົາໄວ້

ໃນໂຕ, ແຕ່ຜູ່ຂ້າບໍ່ໄດ້ເອົາຫົວໍາກັບຄຳກ່ວປະກາດຂອງເພິ່ນ. ມີແຕ່ພີ່ນ້ອງ ( ລູກອ້າຍພໍ່ ) ຂອງຜູ່ຂ້າທີ່ມີເງິນບາດ

ໄທຍ 400 ບາດ ແລະເງິນດອນລາສະຫະຣັຖ $100, ຜູ່ຂ້າຫ້າມລາວແລ້ວບໍ່ໃຫ້ເອົາໄປປ່ຽນແຕ່ລາວບໍ່ຟັງ. ພໍແຕ່

ພິ່ນ້ອງຜູ່ຂ້າຈົກເງິນຕຣາຕ່າງປະເທດອອກ ກອງຫລອນ 3 ຄົນ ແລະ ທະຫານອ້າຍນ້ອງ ( ຂໍເອີ້ນເພິ່ນວ່າທະຫານ

ສາເພາາະຣະຍະນັ້ນບໍ່ຮູ້ວ່າໃຜເປັນທະຫານໃຜເປັນຕຳຣວດ ເພາະນຸ່ງເຄື່ອງແບບແລະຖືອາວຸດຄືກັນ ) ກໍພາກັນຫຸ້ມ

ເອົ້າມາໃສ່ພີ່ນ້ອງຜູ່ຂ້າ, ກອງຫລອນ 2 ຄົນຈັບຄຸມແຂນ 2 ເບື້ອງລາວເອົາໄວ້ ອີກຄົນນຶ່ງກໍດຶງເອົາເງິນອອກຈາກມື

ພີ່ນ້ອງຂ້ອຍແລະຍື່ນໃຫ້ທະຫານອ້າຍນ້ອງ 2 ຄົນນັ້ນຖືໄວ້. ທາງກັມະການແລກປ່ຽນເງິນໄດ້ລົງບັນທຶກຈຳນວນເງິນ

ຊື່ແລະນາມສກຸນແລະບ່ອນຢູ່ພີ່ນ້ອງຜູ່ຂ້າໄວ້ ຫລັງຈາກນັ້ນບໍ່ພໍ 15 ນາທີກໍເຫັນຣົຖຈິຟທະຫານແລ່ນພວດເຂົ້າມາ

ຈອດຈຶກຢູ່ກາງເດີ່ນບ່ອນແລກປ່ຽນເງິນຫັ້ນ ທະຫານ 2 ຄົນລົງຈາກຣົຖຍ່າງຕຣົງໄປໃສ່ພີ່ນ້ອງຜູ່ຂ້າ ຜູ່ນຶ່ງທີເຊືອກ

ອູ່ຕິດມືໄປພ້ອມ ພໍໄປເຖິງກໍໃຊ້ເຊືອກອູ່ນັ້ນມັດແປ້ສອກພີ່ນ້ອງຜູ່ຂ້າຫິ້ວຂຶ້ນຣົຖຈິຟໄປ.

 

ກ່ວາຊິໄດ້ອອກຈາກຄຸກແລະໄດ້ເງິນຄືນກໍໃຊ້ເວລາເຖິງ 45 ມື້ ເພາະຖືກຂໍ໊ຫາມີເງິນປະຕິການໄທຍແລະຈັກະພັດອາ

ເມຣິກາໄວ້ຄອບຄອງ ດີແຕ່ບໍ່ດຜີ້ມຂໍ້ຫາເຮັດວຽກໃຫ້ປະຕິການໄທຍແລະຈັກະພັດອາເມຣິກາອີກກະໂທງນຶ່ງ.



__________________
Anonymous

Date:

samakomlao wrote:

ຕາມທີ່ເຫັນທົ່ວໆໄປ ໃນຕອນນີ້

ໃບນ້ອຍທີ່ສຸດທີ່ໃຊ້ ແມ່ນໃບ ຫ້າຮ້ອຍ ແລະ ໃບພັນກີບ

ສ່ວນໃບທີ່ໃຫຍ່ທີ່່ສຸດ ແມ່ນໃບ ຫ້າສິບພັນ


 


 ດ້ວຍຄວາມຮັກແພງເດີ:  ຂ້ອຍກະຢູ່ເຮືອນຫ້ອງແຖວຕໍ່ໜ້າໂຮງໜັງທ່າຫຼວງນີ້ແລ້ວ , ແຕ່ປະຈຸບັນນີ້ເຂົາມ້າງຖີ້ມແລ້ວໂຮງໜັງ

ເຮືອນຫ້ອງແຖວທີ່ທ່ານເວົ້ານັ້ນຍັງຄືເກົ່າຢູ່ ດຽວນີ້ຢູ່ເມືອງລາວເຮົາ ໄຊ້ເງີນກີບຄືກັນ ໃບນ້ອຍສຸດທີ່ໄຊ້ໃນປະຈຸບັນແມ່ນໃບ

500 kip ໃບໃຫຍ່ສຸດແມ່ນໃບ 100,000 ກີບ ໂອກາດໜ້າຈະ pose ຮູບເງີນມາໃຫ້ເບີ່ງ ອອກໄປຊື້ເຂົ້າປຽກກ່ອນເດີ.


 

Anonymous wrote:

ແມ່ນລະ ຕາມທີ່ເຫັນມາໃບໃຫຍ່ທີ່ສຸດໜື່ງແສນກີບ 100,000 ໃບນ້ອຍທີ່ສຸດແມ່ນ 500 ກີບ

ໃບແສນກີບນັ້ນເພີ່ນໄດ້ເອົາມານຳໄຊ້ພ້ອມໆກັນກັບເພີ່ນສະຫລອງຄົບຮອບ450 ປີຂອງນະຄອນ

ຫລວງວຽງຈັນ


 

Anonymous wrote:

ຂ້ານ້ອຍຍັງຈື່ໄດ້ບໍ່ລືມ ຕອນເພິ່ນປ່ຽນເງິນກີບວຽງຈັນມາເປັນເງິນກີບປົດປ່ອຍ

ພໍ່ຕູ້ລໍາພັນໄດ້ຍົກມືຂຶ້ນຖາມຄະນະຕາແສງວ່າ ເປັນຫຍັງເງິນປົດປ່ອຍຈຶ່ງບໍ່ມີລາຍເຊັນ?

ຕາແສງຄົນທີນຶ່ງເປັນທະຫານອ້າຍນ້ອງຕອບວ່າ:

ສະຫາຍຖາມບໍ່ຄິດ ເງິນໃບນ້ອຍໆທໍ່ນີ້ຊິໃຫ້ປະຊາຊົນສາມລ້ານມາເຊັນມັນຊິພໍກັນເຊັນ

ໄດ້ຈັ່ງໃດ?



 ເງິນກີບລາວທີ່ຍັງນຳໃຊ້ຢູ່ ນ້ອຍສຸດແມ່ນໃບຫ້າຮ້ອຍກີບ(rarely use) ໃຫຍ່ສຸດແມ່ນໃບແສນກີບເດີ. ຊື່ຫຍັງນໍ ບາງທີ່ຂ້ອຍຮູ້ຈັກ ຂ້ອຍຢູ່ແຖວນັ້ນ ຕຶກທີ່ເປັນຫ້ອງແຖວຂາຍຂອງຍັງຄືເກົ່າ ບໍ່ໄດ້ທຸບ ສ່ວນໂຮງໜັງທ່າຫຼວງຫັ້ນທຸບແລ້ວ. ວ່າງໆກະມາຢາມກັນແນ່ ບ້ານທ່າຫຼວງ ບ່ອນຂ້ອຍຢູ່ກະປ່ຽນແປງໄປຫຼາຍເຕີບ. 

__________________

 

ຂອບໃຈນໍາພວກທ່ານຫລາຍໆເດີ ທີ່ໄດ້ຕອບຄໍາຖາມ ຂອງ ຂພຈ ຂ້ອນຂ້າງຣະອຽດ ແລະຕຣົງໄປ ຕຣົງມາ. ເວົ້າເລຶ່ອງເງີນ

ຫລຶຂະນາດ ຄຸນຄ່າຂອງພັທບັດ ທີ່ຣັຖບາຣລາວນໍາໄຊ້ ໃນປັຈຸບັນ. ເຖິງແມ່ນວ່າ ມັນຈະມີຕົວເລຂ ຫລຶ ຣາຄາທີ່ແຕກຕ່າງ

ກັນກັບຕອນ ຂພຈ ຍັງໄວເຍົາກໍຕາມ. ຂພຈ ຫມາຍເຖິງ ຕົວເລຂ ຂອງພັທບັດອາດໃຫ່ຍກ່ອນຕອນນັ້ນ ແຕ່ມັນບໍ່ຫມາຍເຖິງ

ຕະກຸນເງີນກີບ ຈະຢຸດສະງັກ ຫລຶບໍ່ຖືກນໍາໄຊ້ ສິ່ງນີ້ແລ້ວກໍຍັງເປັນ ຈຸດເດັ່ນສໍາລັບ ປະເທສຊາຕ ບ້ານເມືອງ ຫລຶກົນໄກ

ຂອງຣັຖບາຣຍັງຄົງມີຢູ່. ເວົ້າເລຶ່ອງຕົວເລຂ ແລະເສຖກິດ ແນ່ນອນ ຜ່ານແລ້ວຫລາຍ ທົດສະວັຕ ວັນເວລາ ຍ່ອມປ່ຽນແປງ

ໄດ້ໃນເລຶ່ອງເຊິງບວກ ແລະລົບຂອງຣະບົບ ເສຖກິດຂອງຊາຕ.


ການທີ່ ຂພຈ ຈາກບ້ານເມືອງມາ ບໍ່ໄດ້ຫມາຍເຖິງວ່າ ຂພຈ ຈະບໍ່ຄິດເຖິງແຜ່ນດີນທອງບ້ານແມ່ ທັງຫມົດ ແຕ່ມັນເປັນເລຶ່ອງ

ທີ່ສຸດວິສັຍຈິງໆ ທີ່ຄົນສາມັນ ທໍາມະດາ ຢ່າງ ຜູ່ຂ້າ ຈະໄປຂີດເສັ້ນເຖິງຄວາມຖືກຕ້ອງ ເຈົ້າຂາວ ຂ້ອຍດໍາ, ແຕ່ມັນເປັນເຖິງ

ເລຶ່ອງເຄາະກໍາ ຂອງປະຊາຕລາວເຮົາທັງຊາຕຈິງໆ ທີ່ບໍ່ສາມາດ ຢູ່ນໍາກັນໄດ້. ດັ່ງນັ້ນຈິງເປັນເຫຕຸໃຫ້ ພາບຣົບສະກົດຂື້ນອີກ

ຫ້ນານຶ່ງຂອງປະວັດດີສາຕຂອງລາວລາວວ່າ "ລາວຫລົງ" ອາດຈະບໍ່ມີແຕ່ໃນໄທຍ໌, ພະມ້າ, ວຽດນາມ ແລະຂເມຣ ພຽງເທົ່ານັ້ນ

ແຕ່ມັນສາມາດ ກະຈາຍໄປທົ່ວມູມໂລກ.


ເອົາລະ ຂ້ອຍຕ້ອງຂໍໂທດນໍາພວກເຈົ້າຫລາຍໆເດີ ທີ່ໄດ້ເອົາເລຶ່ອງເກົ່າ ຫລຶສິ່ງທີ່ຣະອຽດອ່ອນ ມາສົທນາ. ເຖິງແມ່ນວ່າມັນ

ຈະເປັນເລຶ່ອງຈິງ ແຕ່ສ່ວນເລິກແລ້ວ ມັນກໍຍັງຝັງຢູ່ໃນ ຄວາມຮູ້ສຶກ ສ່ວນໃດ ສ່ວນນຶ່ງ ເຖິງຄວາມຜູກພັນ ຊາຕ ແລະເຜົ່າພັນ.

ພາສາ, ຮິດຄອງປະເພນີ ແລະຄວາມເປັນລາວທັງຫມົດ ມັນໄດ້ບົງບອກ ຂອງຄວາມເປັນຊາຕນິຍົມ ຫາກ ຜູ່ຂ້າເຂົ້າໃຈບໍ່ຜິດ.


ເວົ້າເຖິງການກັບ ຢຽມຢາມເມືອງລາວ ຂພຈ ຍັງບໍ່ເຄີຍກັບມາລາວ ແມ້ແຕ່ຄັ້ງດຽວ ກ່ອນອຶ່ນຫມົດ ຕ້ອງຂໍສະແດງຄວາມ

ຂອບໃຈມາຫລ່ວງຫ້ນາ ນໍາທ່ານຫລາຍໆ ທີ່ໄດ້ຊັກຊວນ. ຂພຈ ຄິດໄວ້ໃນໃຈ ເຫມຶອນກັນ ອີກວັນນຶ່ງ ຫາກບູນວາສນາມີຈິງ

ຂພຈ ຄົງໄດ້ກັບ ມາຢຽມຢາມ ບ້ານທີ່ຝັງສາຍແຮ່ ບ້ານທີ່ແຜ່ສາຍບຶ. ແຕ່ເຖິງຢ່າງໄດກໍຕາມ ຂພຈ ກໍຄົງຈະບໍ່ລືມຄວາມເປັນລາວ

ຕາມທີ່ ຂພຈ ຍັງມີລົມຫາຍໃຈ ນີ້ຄຶ ຂພຈ ຫມັ້ນໃຈ ແລະຕ້ອງທໍາໃດ້ ຢ່າງແນ່ນອນ.

 

ຮັກແພງ




__________________
Anonymous

Date:

Anonymous wrote:

 

 

ຂ້ອຍຂໍໂທດຫລາຍໆເດີ ນີ້ເປັນເທຶ່ອທໍາອິດ ທີ່ຂ້ອຍຂຽນ ຢູ່ແຫ່ງນີ້. ຂ້ອຍຢາກຮູ້ຈັກວ່າ

ເງີນໃບນ້ອຍສຸດ ຢູ່ປະເທສລາວ ໃບເທົ່າໃດແລ້ວ?  ແລະໃບໃຫ່ຍເດ ເທົ່າໃດແລ້ວ?

 

ຕ້ອງຂໍໂທດນໍາຫລາຍໆເດີ ຂ້ອຍຈາກປະເທດມາ ກໍພ້ອມໆກັບປະເທດລາວ ກໍາລັງ

ປ່ຽນຣະບອບ ການປົກຄອງພຸ້ນແລ້ວ ແຕ່ຕອນນັ້ນ ຂອ້ຍກໍຍັງອາຍຸນ້ອຍຢູ່ ແຕ່ພໍຈໍາຄວາມ

ໃດ້ພໍພາງໆ. ຕອນນັ້ນ ຂ້ອຍເອົາເງີນໃບ ລະກີບໄປຊື້ ເຂົ້າຫນົມ ໄຂ່ຂີ້ກ້ຽມໄດ້ ກ້ອນນຶ່ງ

ຖ້າເອົາໄປ ຫ້າກີບ ເພີ່ນຈະຕື່ມໃຫ້ອີກ ກ້ອນນຶ່ງ ເປັນຫົກກ້ອນ. ຂ້ອຍມັກໄປຊື້ ຢູ່ແຖວ

ຫ້ອງຕຶກຂາຍຂອງ ຢູ່ຕໍ່ຫ້ນາ ໂຮງຫນັງ ທ່າຫລວງ ເມຶອງປາກເຊ ຕ້ອນນັ້ນ. ແລະເວລາ

ນີ້ໃດ້ຍີນວ່າ ປະເທດລາວ ຈະເຣີນຫລາຍວ່າຊັ້ນ ແຖວໆຫ້ອງຕຶກແຖວນັ້ນ ເພີ່ນຄົງຈະທູບ

ຖີ້ມແລ້ວປຸກເຮືອນຫລັງສູງໃສ່ ຫລຶຫ້າງຮ້ານ ທີ່ທັນສມັຍນໍ໋? ຄິດເຫັນ ຕອນໄວເຍົາ

ແລ່ນເລາະແຖບນັ້ນນໍ໋?

 

ຮັກແພງ

http://images-01.delcampe-static.net/img_large/auction/000/139/706/739_001.jpg

laos-5-kip-1962-p9b-wpmm.jpg


ເງິນກີບລາວທີ່ຍັງນຳໃຊ້ຢູ່ ນ້ອຍສຸດແມ່ນໃບຫ້າຮ້ອຍກີບ(rarely use) ໃຫຍ່ສຸດແມ່ນໃບແສນກີບເດີ. ຊື່ຫຍັງນໍ ບາງທີ່ຂ້ອຍຮູ້ຈັກ ຂ້ອຍຢູ່ແຖວນັ້ນ ຕຶກທີ່ເປັນຫ້ອງແຖວຂາຍຂອງຍັງຄືເກົ່າ ບໍ່ໄດ້ທຸບ ສ່ວນໂຮງໜັງທ່າຫຼວງຫັ້ນທຸບແລ້ວ. ວ່າງໆກະມາຢາມກັນແນ່ ບ້ານທ່າຫຼວງ ບ່ອນຂ້ອຍຢູ່ກະປ່ຽນແປງໄປຫຼາຍເຕີບ.

__________________
Anonymous

Date:

ຂ້ານ້ອຍຍັງຈື່ໄດ້ບໍ່ລືມ ຕອນເພິ່ນປ່ຽນເງິນກີບວຽງຈັນມາເປັນເງິນກີບປົດປ່ອຍ

ພໍ່ຕູ້ລໍາພັນໄດ້ຍົກມືຂຶ້ນຖາມຄະນະຕາແສງວ່າ ເປັນຫຍັງເງິນປົດປ່ອຍຈຶ່ງບໍ່ມີລາຍເຊັນ?

ຕາແສງຄົນທີນຶ່ງເປັນທະຫານອ້າຍນ້ອງຕອບວ່າ:

ສະຫາຍຖາມບໍ່ຄິດ ເງິນໃບນ້ອຍໆທໍ່ນີ້ຊິໃຫ້ປະຊາຊົນສາມລ້ານມາເຊັນມັນຊິພໍກັນເຊັນ

ໄດ້ຈັ່ງໃດ?




__________________
Anonymous

Date:

ແມ່ນລະ ຕາມທີ່ເຫັນມາໃບໃຫຍ່ທີ່ສຸດໜື່ງແສນກີບ 100,000 ໃບນ້ອຍທີ່ສຸດແມ່ນ 500 ກີບ

ໃບແສນກີບນັ້ນເພີ່ນໄດ້ເອົາມານຳໄຊ້ພ້ອມໆກັນກັບເພີ່ນສະຫລອງຄົບຮອບ450 ປີຂອງນະຄອນ

ຫລວງວຽງຈັນ



__________________
Anonymous

Date:

Anonymous wrote:

 

 

ຂ້ອຍຂໍໂທດຫລາຍໆເດີ ນີ້ເປັນເທຶ່ອທໍາອິດ ທີ່ຂ້ອຍຂຽນ ຢູ່ແຫ່ງນີ້. ຂ້ອຍຢາກຮູ້ຈັກວ່າ

ເງີນໃບນ້ອຍສຸດ ຢູ່ປະເທສລາວ ໃບເທົ່າໃດແລ້ວ?  ແລະໃບໃຫ່ຍເດ ເທົ່າໃດແລ້ວ?

 

ຕ້ອງຂໍໂທດນໍາຫລາຍໆເດີ ຂ້ອຍຈາກປະເທດມາ ກໍພ້ອມໆກັບປະເທດລາວ ກໍາລັງ

ປ່ຽນຣະບອບ ການປົກຄອງພຸ້ນແລ້ວ ແຕ່ຕອນນັ້ນ ຂອ້ຍກໍຍັງອາຍຸນ້ອຍຢູ່ ແຕ່ພໍຈໍາຄວາມ

ໃດ້ພໍພາງໆ. ຕອນນັ້ນ ຂ້ອຍເອົາເງີນໃບ ລະກີບໄປຊື້ ເຂົ້າຫນົມ ໄຂ່ຂີ້ກ້ຽມໄດ້ ກ້ອນນຶ່ງ

ຖ້າເອົາໄປ ຫ້າກີບ ເພີ່ນຈະຕື່ມໃຫ້ອີກ ກ້ອນນຶ່ງ ເປັນຫົກກ້ອນ. ຂ້ອຍມັກໄປຊື້ ຢູ່ແຖວ

ຫ້ອງຕຶກຂາຍຂອງ ຢູ່ຕໍ່ຫ້ນາ ໂຮງຫນັງ ທ່າຫລວງ ເມຶອງປາກເຊ ຕ້ອນນັ້ນ. ແລະເວລາ

ນີ້ໃດ້ຍີນວ່າ ປະເທດລາວ ຈະເຣີນຫລາຍວ່າຊັ້ນ ແຖວໆຫ້ອງຕຶກແຖວນັ້ນ ເພີ່ນຄົງຈະທູບ

ຖີ້ມແລ້ວປຸກເຮືອນຫລັງສູງໃສ່ ຫລຶຫ້າງຮ້ານ ທີ່ທັນສມັຍນໍ໋? ຄິດເຫັນ ຕອນໄວເຍົາ

ແລ່ນເລາະແຖບນັ້ນນໍ໋?

 

ຮັກແພງ

http://images-01.delcampe-static.net/img_large/auction/000/139/706/739_001.jpg

laos-5-kip-1962-p9b-wpmm.jpg


 ດ້ວຍຄວາມຮັກແພງເດີ:  ຂ້ອຍກະຢູ່ເຮືອນຫ້ອງແຖວຕໍ່ໜ້າໂຮງໜັງທ່າຫຼວງນີ້ແລ້ວ , ແຕ່ປະຈຸບັນນີ້ເຂົາມ້າງຖີ້ມແລ້ວໂຮງໜັງ

ເຮືອນຫ້ອງແຖວທີ່ທ່ານເວົ້ານັ້ນຍັງຄືເກົ່າຢູ່ ດຽວນີ້ຢູ່ເມືອງລາວເຮົາ ໄຊ້ເງີນກີບຄືກັນ ໃບນ້ອຍສຸດທີ່ໄຊ້ໃນປະຈຸບັນແມ່ນໃບ

500 kip ໃບໃຫຍ່ສຸດແມ່ນໃບ 100,000 ກີບ ໂອກາດໜ້າຈະ pose ຮູບເງີນມາໃຫ້ເບີ່ງ ອອກໄປຊື້ເຂົ້າປຽກກ່ອນເດີ.



__________________


Senior Member

Status: Offline
Posts: 428
Date:

ຕາມທີ່ເຫັນທົ່ວໆໄປ ໃນຕອນນີ້

ໃບນ້ອຍທີ່ສຸດທີ່ໃຊ້ ແມ່ນໃບ ຫ້າຮ້ອຍ ແລະ ໃບພັນກີບ

ສ່ວນໃບທີ່ໃຫຍ່ທີ່່ສຸດ ແມ່ນໃບ ຫ້າສິບພັນ



__________________
Anonymous

Date:

 

 

ຂ້ອຍຂໍໂທດຫລາຍໆເດີ ນີ້ເປັນເທຶ່ອທໍາອິດ ທີ່ຂ້ອຍຂຽນ ຢູ່ແຫ່ງນີ້. ຂ້ອຍຢາກຮູ້ຈັກວ່າ

ເງີນໃບນ້ອຍສຸດ ຢູ່ປະເທສລາວ ໃບເທົ່າໃດແລ້ວ?  ແລະໃບໃຫ່ຍເດ ເທົ່າໃດແລ້ວ?

 

ຕ້ອງຂໍໂທດນໍາຫລາຍໆເດີ ຂ້ອຍຈາກປະເທດມາ ກໍພ້ອມໆກັບປະເທດລາວ ກໍາລັງ

ປ່ຽນຣະບອບ ການປົກຄອງພຸ້ນແລ້ວ ແຕ່ຕອນນັ້ນ ຂອ້ຍກໍຍັງອາຍຸນ້ອຍຢູ່ ແຕ່ພໍຈໍາຄວາມ

ໃດ້ພໍພາງໆ. ຕອນນັ້ນ ຂ້ອຍເອົາເງີນໃບ ລະກີບໄປຊື້ ເຂົ້າຫນົມ ໄຂ່ຂີ້ກ້ຽມໄດ້ ກ້ອນນຶ່ງ

ຖ້າເອົາໄປ ຫ້າກີບ ເພີ່ນຈະຕື່ມໃຫ້ອີກ ກ້ອນນຶ່ງ ເປັນຫົກກ້ອນ. ຂ້ອຍມັກໄປຊື້ ຢູ່ແຖວ

ຫ້ອງຕຶກຂາຍຂອງ ຢູ່ຕໍ່ຫ້ນາ ໂຮງຫນັງ ທ່າຫລວງ ເມຶອງປາກເຊ ຕ້ອນນັ້ນ. ແລະເວລາ

ນີ້ໃດ້ຍີນວ່າ ປະເທດລາວ ຈະເຣີນຫລາຍວ່າຊັ້ນ ແຖວໆຫ້ອງຕຶກແຖວນັ້ນ ເພີ່ນຄົງຈະທູບ

ຖີ້ມແລ້ວປຸກເຮືອນຫລັງສູງໃສ່ ຫລຶຫ້າງຮ້ານ ທີ່ທັນສມັຍນໍ໋? ຄິດເຫັນ ຕອນໄວເຍົາ

ແລ່ນເລາະແຖບນັ້ນນໍ໋?

 

ຮັກແພງ

http://images-01.delcampe-static.net/img_large/auction/000/139/706/739_001.jpg

laos-5-kip-1962-p9b-wpmm.jpg



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard