Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ່າວຊ່າປອບອາລະວາດຢູ່ປາກເຊ

Senior Member

Status: Offline
Posts: 212
Date:
ຂ່າວຊ່າປອບອາລະວາດຢູ່ປາກເຊ

ຕູ້ສີໄດ້ຍິນຈາກຄົນທີ່ມາແຕ່ເຊເຂົາວ່າ  ໃຜມີຂໍ້ມູນແທ້ຈຶງຢ່າງໃດເວົ້າສູ່ກັນຟັງແນ່ດູ

__________________
Anonymous

Date:

Colour Grandpa wrote:

ຕູ້ສີໄດ້ຍິນຈາກຄົນທີ່ມາແຕ່ເຊເຂົາວ່າ  ໃຜມີຂໍ້ມູນແທ້ຈຶງຢ່າງໃດເວົ້າສູ່ກັນຟັງແນ່ດູ

 ປອບກິນຄົນຢູ່ບ້ານໂນນສະຫ່ວາງ ເມືອງ ປາກເຊ ຕາຍຄົນ1

__________________
Anonymous

Date:

ແມ່ນແລ້ວເມືອງປາກເຊ ມີປອບອາລະວາດ ເຂົ້າຄົນແລະກີນຄົນຕາຍໄປ 2 ສົບແລ້ວຢູ່ບ້ານທົ່ງ ເມືອງປາກເຊ ຜູ້ທີ່ຖືກປອບເຂົ້າສີງຮ່າງແມ່ນ ນາງຈັນ ຜູ້ທີ່ລາວຂາຍເຂົ້າປຽກ ຢູ່ຂ້າງໂບດຄຸນພໍ່ ບ້ານທົ່ງເມືອງປາກເຊ ຄັນບໍ່ມີອາຈານມີຢູ່ວັດບ້ານຄັນແຍງຊ່ວຍລາວອາດຈະມີອັນເປັນໄປ ຂໍຂອບພະຄຸນອາຈານບຸນມີຫຼາຍໆ ທີ່ຊ່ວຍຊີວິດນາງຈັນໄວ້ໄດ້

ປອບຜູ້ນີ້ເປັນຜູ້ຍີງເດີ ລາວຮຽນມົນ ຫ ໃຫຍ່ ວ່າຊັ້ນ ລະວັງເດີຜູ້ຊາຍຜູ້ທີ່ມັກຂອງໃຫຍ່ ປະຈຸບັນຊາວບ້ານໄລ່ອອກໜີຈາກບ້ານແຕ່ຜູ້ເປັນປອບຂໍຢູ່ຈົນຮອດມື້ອອກພັນສາກ່ອນ

ຈີ່ງຈະໜີ . ເລື່ອງນີ້ບໍ່ແມ່ນຫາເວົ້າຂື້ນມາເອງເດີ ຖ້າຜູ້ໃດບໍ່ເຊື່ອລົງໄປປາກເຊແລ້ວຖາມຄົນຢູ່ບ້ານທົ່ງເມືອງປາກເຊເດີ . 

__________________

Senior Member

Status: Offline
Posts: 212
Date:

Anonymous wrote:
Colour Grandpa wrote:

ຕູ້ສີໄດ້ຍິນຈາກຄົນທີ່ມາແຕ່ເຊເຂົາວ່າ  ໃຜມີຂໍ້ມູນແທ້ຈຶງຢ່າງໃດເວົ້າສູ່ກັນຟັງແນ່ດູ

 ປອບກິນຄົນຢູ່ບ້ານໂນນສະຫ່ວາງ ເມືອງ ປາກເຊ ຕາຍຄົນ1

 ສະແດງວ່າຂ່າວນີ້ແມ່ນແທ້ຫວາ

__________________
ຄົນໃຕ້

 ຄົນໃຕ້: ໂອຍຕາຍແລ້ວ ປີນີ້ເປັນປີ 2012  ເຂົາໄປກັນຮອດດາວອັງຄານແລ້ວໂຕຍັງມາວົນກັບຜີປອບຢູ່. ມັນບໍ່ແມ່ນເລື່ອງຈິງດອກ. ໃຜສາມາດຢືນຢັນໄດ້ວ່າຜີປອບມີຈິງ. ຖ້າມີແທ້ພາມັນມາກິນກ້ອຍປານຳຄົນໃຕ້ແດ່.ຊິລ້ຽງເຫຼົ້າຂາວຈັກແກ້ວ. ຢ່າຊິພາກັນງົມງວຍຫຼາຍ.

__________________
Anonymous

Date:

ຄົນໃຕ້ wrote:

 ບໍ່ໃຫ້ໃຜ່ເຊື່ອ ແຕ່ຢ່າລົບລູ່ ເລື່ອງນີ້ເກິດຂື້ນຢູ່ບ້ານທົ່ງ ເມືອງປາກເຊ ສອບຖາມຂໍ້ມູນນຳນາຍບ້ານ ຫຼື ທ່ານ ບຸນຫຼາຍ ຢູ່ບ້ານທົ່ງກໍ່ໄດ້ ຜູ້ທີ່ເປັນຜົວຂອງນາງຈັນ ທີ່ຖືກຜີປອບເຂົ້າສີ່ງຮ່າງເກືອບຕາຍ.

__________________
Anonymous

Date:

ຜີປອບ = ພາສາອັງກິດມີບໍ່ ??

__________________
Anonymous

Date:

ຄັນເພິ່ນໄລ່ອອກຈາກໝູ່ບ້ານມື້ໃດບອກແດ່ເດີ້, ຊິເຊີນເພິ່ນມາຢູ່ແຖວເມືອງວິລະແລະເຊໂປນ. ພໍເອົາໄວ້ກິນດັບຫວຽດຕັບແກວຢູ່ແຖວນີ້ ແຕ່ລະມື້ແຕ່ລະວັນມັນມາລັກຕັດໄມ້ທັງເວັນທັງຄືນ, ພ້ອມດຽວກັນນັ້ນກໍ່ກິນໄສ້ພຸງຂອງພວກເຈົ້າໜ້າທີ່ພະນັກງານລັດທີ່ເປັນຫູເປັນຕາໃຫ້ກັບພວກນີ້. ໜ້າສົງສານປະເທດຊາດທີ່ເປັນພະຍາດເຣື້ງຣັງແລະຣັ່ງມີກັບພວກຂີ້ລັກປະເພດນີ້.

__________________
Anonymous

Date:

  ສະບາຍດີ ທຸກໆທ່ານທີ່ໃດ້ສະຫຼະເວລາເຂົ້າມາສະແດງຄວາມຄີດຄວາມເຫັນເລື້ອງປອບ

ເລື້ອງປອບເປັນຄວາມເຊື່ອ ແລະມີມາດົນນານໃນສັງຄົມລາວ ບໍ່ວ່າຢູ່ຕົວເມືອງຫຼືຊົນນະບົດ

ມັນຕີດພັນກັບສັງຄົມລາວມາຊ້ານານ ຈົນບໍ່ສາມາດແຍກຈາກກັນໃດ້.

  ມັນເປັນສີດທີສ່ວນບຸກຄົນ ເຮົາຄວນເຄົາລົບໃນຄວາມເຊື່ອສ່ວນບຸກຄົນຖ້າວ່າມັນບໍ່ມີຜົນສະທ້ອນ

ກັບການດໍານົງຊີວີດຂອງເຮົາ ຖ້າຫາກວ່າບັນຫາດັ່ງກ່າວມັນໃກ້ໂຕເຮົາກໍຈໍາເປັນຕ້ອງພີຈາລະນາໃຫ້ຖ້ວນຖີ່

ເພາະວ່າໃນປັດຈຸບັນນີ້ມັນກໍຕ່າງກັບສະໃໝກ່ອນ ສ່ວນເລື້ອງຫຼັກຖານບໍ່ຕ້ອງເວົ້າເຖີງ.

  ຕາມຄວາມເຫັນສ່ວນຕົວຄີດວ່າບາງທີຄົນບູຮານອາດມີກົນລະຍຸດໃນການສັ່ງສອນລູກຫຼານໃນການດໍາລົງຊີວີດ

ຕົວຢ່າງ

   ບໍ່ໃຫ້ເດັກນ້ອຍລູກຫຼານກີນຂອງດີບ ຢ້ານເປັນປອບ ,ເປັນຜີໂພງ ຖ້າຮຽນວີຊາອາຄົມກໍຕ້ອງໃດ້ຂະລໍາເຫຼົ່ານີ້ເປັນຕົ້ນ

__________________
Anonymous

Date:

ຢູ່ໂນນດູ່ ຕາຍ 1 ສົບມື້ວານນີ້ ເຂົ້າເວົ້າວ່າຜີປອບຜຸ້ຍິງເດີ, ຄົນໃຕ້ຢາກເຫັນຜີປອບ ກະໄປຍາມບ້ານ ຫາດຂີ້ຄວາຍ ເມືອງໂຂງ ລອງໄປນອນຍາມຈັກ 2 -3 ວັນ ຫ້າມຖືພະຫຼື ກະຖາຂອງດີໄປນຳເດີ. . . . . . . .555555555

ບາງຄົນຍັງບໍ່ຮູ້ກ່ຽວກັບບ້ານຫາດຂີ້ຄວາຍ ແມ່ນບ້ານທີ່ລວມເອົາຄົນທີ່ ຖືກໄລອອກຈາກ ບ້ານຍ້ອນຊາວບ້ານສົງໃສວ່າເປັນປອບ ດັ່ງນັ້ນຄົນທີ່ຖືກສົງໃສຈິງໄປລວມກັນຢູ່ບ້ານນັ້ນ ແລະ ໃນບ້ານນັ້ນມີພິທີກຳປົວປອບຂອງບ້ານໃນຍາມເດືອນເພັງ, ຂ້າພະເຈົ້າເຄີຍໄປຫຼີ້ນບ້ານນັ້ນຄັ້ງໜຶ່ງ ເວລານອນກາງຄືນເຈົ້າຂອງເຮືອນບອກວ່າ ຫ້າມລົງຂັ້ນໃດເຮືອນໂດຍເດັດຂາດຖ້າເກີດຫຍັງຂື້ນຈະບໍ່ຮັບປະກັນ

ຄົນໃຕ້ລອງໄປຢາມບ້ານຫາດຂີຄວາຍເບິ່ງເດີ ພິສຸດເບິ່ງເພາະວ່າຍົກນີ້ 2012 ທຸກຢ່າງຕ້ອງປະກອບດ້ວຍ

ເຫດ ແລະ ຜົນ55555555

__________________
Anonymous

Date:

Anonymous wrote:

ຄັນເພິ່ນໄລ່ອອກຈາກໝູ່ບ້ານມື້ໃດບອກແດ່ເດີ້, ຊິເຊີນເພິ່ນມາຢູ່ແຖວເມືອງວິລະແລະເຊໂປນ. ພໍເອົາໄວ້ກິນດັບຫວຽດຕັບແກວຢູ່ແຖວນີ້ ແຕ່ລະມື້ແຕ່ລະວັນມັນມາລັກຕັດໄມ້ທັງເວັນທັງຄືນ, ພ້ອມດຽວກັນນັ້ນກໍ່ກິນໄສ້ພຸງຂອງພວກເຈົ້າໜ້າທີ່ພະນັກງານລັດທີ່ເປັນຫູເປັນຕາໃຫ້ກັບພວກນີ້. ໜ້າສົງສານປະເທດຊາດທີ່ເປັນພະຍາດເຣື້ງຣັງແລະຣັ່ງມີກັບພວກຂີ້ລັກປະເພດນີ້.

 ມິດຕະພາບລາວ-ຫວຽດນາມ ໝັ້ນຍືນ!!!!!!  ນັ້ນແລ້ວເປັນຜີປອບໄຫ່ຍ ກິນບ້ານ ກິນເມືອງ

__________________
Anonymous

Date:

ຂພຈ ນີ້ລະ ເປັນຄົນນຶ່ງ ມັກຈະທ້າທາຍ ຕໍ່ສິ່ງທີ່ມອງບໍ່ເຫັນ ເຂົ້າໃຈແຕ່ເປັນພຽງເລື້ອງຈິດຕະສາດເລື້ອຍໆ ເຊື່ອຖືງົມງວຍ  ແຕ່ພໍເມື່ອໄປເຈີ້ຕົວຈິງ ຢູ່ໂຄຣາດເມືອງໄທ ເກືອບຂາຫຼຸດເສັຍໄປຂານຶ່ງ ຍ້ອນຄວາມຢ້ານ ຂໍບອກຈິງໆນະ ສິ່ງທີ່ມອງດ້ວຍຕາເປົ່າບໍ່ເຫັນ ຖ້າບໍ່ເຊື່ອ ກໍບໍ່ເປັນຫັຍງ ແຕ່ຢ່າໄດ້ປະໝາດ ເພາະຄວາມປະໝາດເປັນບໍ່ເກີດຕໍ່ຄວາມຕາຍ ຂພຈ ຍອມຮັບຕົວຈິງ ໄຊຍະສາດ ເປັນເລື້ອງຈິງ

ຖ້າໃຜບໍ່ເຊື່ອ ແທ້ຫຼືຢາກສັນລະສູດຕົວຈິງ ເຊີນຊອກສະແວງຫາໄດ້ຕາມສະບາຍ

 ຄົນໃຕ້: ທີ່ຈິງແລ້ວຂ້າພະເຈົ້າກໍບໍ່ຄ່ອຍເຊື່ອໃນເລື່ອງຜີໆສາງໆເທົ່າໃດດອກ. ຈະມີບໍ່ມີຂ້າພະເຈົ້າກໍບໍ່ຄ່ອຍສົນໃຈ. ເພາະສິ່ງເຫຼົ່ານັ້ນບໍ່ັສາມາດສ້າງໄຫ້ເຮົາມີການດຳລົງຊີວິດທີ່ດີຂຶ້ນ. ແຕ່ທີ່ຈິງແລ້ວຜີມີແທ້ບໍຫຼືເປັນພຽງການເຫຼົ່າລື ຫຼືເປັນສິ່ງທີ່ບຸກຄົນເສກສັນຂຶ້ນມາເອງ. ຂ້າພະເຈົ້າຂໍບອກວ່າຜີບໍ່ມີໃນໂລກນີ້. ແຕ່ສິ່ງທີ່ທຸກຄົນເຫັນວ່າແມ່ນຜີນັ້ນສ່ວນຫຼາຍແມ່ນປະກົດເຫັນໃນບ່ອນທີ່ມີເງົາມືດ. ສິ່ງນັ້ນຄື ພາບລວງຕາຂອງທ່ານເອງ. ສ່ວນຫຼາຍຜີຈະຫຼອກແຕ່ຄົນຂັວນອອ່ນ (ຂີ້ຍ້ານ) ເທົ່ານັ້ນ. ແນມໄປເຫັນໃບໄມ້ຕີງກໍວ່າຜີ. ຫງ່າໄມ້ຫັກລົງມາກໍວ່າຜີ.ສະແດງວ່າຜູ້ເວົ້າເອງນັ້ນລະຄືຜີເອງ. ຖ້າຈະລອງພິສູດອີກຢ່າງຫນຶ່ງ ໃຫ້ລອງໄປໄຕ້ໄຟແຈ້ງໆບ່ອນທີ່ວ່າເຫັນຜີແລ້ວຈອບເບິ່ງ 8 ຄືນກໍບໍ່ເຫັນຮອດຜີຈັກໂຕ. ຂ້າພະເຈົ້ານັບແຕ່ມື້ເກີດຈົນເຖິງປະຈຸບັນນີ້ບໍ່ເຄີຍເຫັນແມ່ນແຕ່ເງົາຜີຈັກໂຕ.ຫຼືວ່າຜີບໍ່ມັກຜູ້ຂ້າກໍອາດເປັນໄດ້. ຫຼືທ່ານໃດສາມາດເຫັນຜີໄດ້ກະລຸນາພາຄົນໃຕ້ໄປເບິ່ງແດ່ ພໍຊິໄດ້ມາວາດພາບໄວ້ໄຫ້ລູກຫຼານເບິ່ງ.

__________________
Anonymous

Date:

ພະຍຸແກມີກຳລັງເຂົ້າມາ ຈັກນ່ອຍທັງປອບທັງຄົນກະໄດ້ອົບພະຍົບນຳກັນຫັ້ນລະ

 ເວົ້າເລື່ອງຜີ ເລື່ອງສາງນີ້ຜູ້ຂ້າກໍ່ບໍ່ຄ່ອຍຈະໃສ່ໃຈພໍເທົ່າໃດດອກ ເພາະຕົນເອງກໍ່ບໍ່ໄດ້ເປັນຄົນຂີ້ຢ້ານເກີນໄປວ່າຊັ້ນສາ, ແຕ່ປະຕິບັດຕາມຄຳທີ່ວ່າ ບໍ່ເຊື່ອກໍ່ຢ່າໄປລົບຫລູ່. ແຕ່ສີ່ງທີ່ຜູ້ຂ້າຢ້ານ ແລະ ເຊື່ອວ່າມີຈີງ ແມ່ນ ປອບກີນບ້ານ ກີນເມືອງຄືດັ່ງບາງທ່ານມີຄຳເຫັນ

__________________
ເຊື້ອປາກເຊ

Date:

ປີນີ້ ແມ່ນປີທ່ອງທ່ຽວ ໂດຍສະເພາິ ເມືອງປາກເຊ ຫລື ວ່າ ແຂວງ ຈຳປາສັກ ທີ່ມີແຫລ່ງທ່ອງທ່ຽວຫລາຍ ຖ້າຈະປັ່ນປວນ ສ້າງສະພາບ ກໍບໍມີປະໂຫຍດດອກ ຜີປອບ ຢາກກີນຕັບ ກີນຫົວໃນ ຄືບໍເຫັນກີນ ພວກຝະລັ່ງແນ່ ມັນແຫ່ງໂຕໄຫຍ

ແລະ ອີກຢ່າງ ຜີປອບ ເປັນຫຍັງບໍເກີດໃນປະເທດ ຫລືຊູມຊົນ ທີ່ມີຄວາມຈະເລີນ ຍົກຕົວຢ່າງຢູ່ໃທ ມັກເກີດແຖວອີສານ ແຕ່ບໍ່ເຄິຍໄດ້ຍີນວ່າ ຜີປອບ ໄປເຂົ້າ ພວກດາລາ ຫລື ຊາວກຸງເທບແນ່

__________________
ເຊື້ອປາກເຊ

Date:

ຄົນລາວ ຍ່ອມມີສິດໃນການດຳລົງ ຊີບໃນຜືນແຜນດີນລາວ ບົນການປະຕິບັດລະບຽບກົດຫມາຍ ໃນເມືອມີໃຜຜູ້ຫນ່ືງ ຖືກກ່າວຫາວ່າເປັນປອບ ກໍຕ້ອງພິສູດດ້ວຍຫລັກຖານ  ຖ້າມີອາການບໍສະບາຍຄວນພາກັນເບີ່ງແຍງ ນຳໄປປີ່ນປົວກວດຫາພະຍາດ ບໍແມ່ນຂັບໄລ່ເຂົາຫນີຈາກບ້ານ ພັດພາກຄອບຄົວລູກເຕົ້າ ຈາກບ້ານນີ້ ໄປບ້ານອ່ືນກໍຫາວ່າເປັນປອບ ເລີຍບໍມີດີນຢູ່  ແມ່ນຢູ່ຕ້ອງເຄົາລົບສິດເຊ່ືອຖືຂອງປະຊາຊົນເປັນສ່ວນຫລາຍ ແຕ່ວ່າສຽງສ່ວນຫລາຍຫັ້ນລະ ຄວນຄຶດເຫັນວ່າ ອັນໃດຄວນ ອັນໃດບໍ່ຄວນ ສົມມຸດວ່າ ຖືກກັບເຮົາເອງເດ

__________________
Anonymous

Date:

ເຊື້ອປາກເຊ wrote:

 yes if you live next to phii pob house , i wonder how do you feel ? he/she going to take one of your family member away from you

__________________
Anonymous

Date:

Anonymous wrote:
Anonymous wrote:

ຂພຈ ນີ້ລະ ເປັນຄົນນຶ່ງ ມັກຈະທ້າທາຍ ຕໍ່ສິ່ງທີ່ມອງບໍ່ເຫັນ ເຂົ້າໃຈແຕ່ເປັນພຽງເລື້ອງຈິດຕະສາດເລື້ອຍໆ ເຊື່ອຖືງົມງວຍ  ແຕ່ພໍເມື່ອໄປເຈີ້ຕົວຈິງ ຢູ່ໂຄຣາດເມືອງໄທ ເກືອບຂາຫຼຸດເສັຍໄປຂານຶ່ງ ຍ້ອນຄວາມຢ້ານ ຂໍບອກຈິງໆນະ ສິ່ງທີ່ມອງດ້ວຍຕາເປົ່າບໍ່ເຫັນ ຖ້າບໍ່ເຊື່ອ ກໍບໍ່ເປັນຫັຍງ ແຕ່ຢ່າໄດ້ປະໝາດ ເພາະຄວາມປະໝາດເປັນບໍ່ເກີດຕໍ່ຄວາມຕາຍ ຂພຈ ຍອມຮັບຕົວຈິງ ໄຊຍະສາດ ເປັນເລື້ອງຈິງ

ຖ້າໃຜບໍ່ເຊື່ອ ແທ້ຫຼືຢາກສັນລະສູດຕົວຈິງ ເຊີນຊອກສະແວງຫາໄດ້ຕາມສະບາຍ

 ຄົນໃຕ້: ທີ່ຈິງແລ້ວຂ້າພະເຈົ້າກໍບໍ່ຄ່ອຍເຊື່ອໃນເລື່ອງຜີໆສາງໆເທົ່າໃດດອກ. ຈະມີບໍ່ມີຂ້າພະເຈົ້າກໍບໍ່ຄ່ອຍສົນໃຈ. ເພາະສິ່ງເຫຼົ່ານັ້ນບໍ່ັສາມາດສ້າງໄຫ້ເຮົາມີການດຳລົງຊີວິດທີ່ດີຂຶ້ນ. ແຕ່ທີ່ຈິງແລ້ວຜີມີແທ້ບໍຫຼືເປັນພຽງການເຫຼົ່າລື ຫຼືເປັນສິ່ງທີ່ບຸກຄົນເສກສັນຂຶ້ນມາເອງ. ຂ້າພະເຈົ້າຂໍບອກວ່າຜີບໍ່ມີໃນໂລກນີ້. ແຕ່ສິ່ງທີ່ທຸກຄົນເຫັນວ່າແມ່ນຜີນັ້ນສ່ວນຫຼາຍແມ່ນປະກົດເຫັນໃນບ່ອນທີ່ມີເງົາມືດ. ສິ່ງນັ້ນຄື ພາບລວງຕາຂອງທ່ານເອງ. ສ່ວນຫຼາຍຜີຈະຫຼອກແຕ່ຄົນຂັວນອອ່ນ (ຂີ້ຍ້ານ) ເທົ່ານັ້ນ. ແນມໄປເຫັນໃບໄມ້ຕີງກໍວ່າຜີ. ຫງ່າໄມ້ຫັກລົງມາກໍວ່າຜີ.ສະແດງວ່າຜູ້ເວົ້າເອງນັ້ນລະຄືຜີເອງ. ຖ້າຈະລອງພິສູດອີກຢ່າງຫນຶ່ງ ໃຫ້ລອງໄປໄຕ້ໄຟແຈ້ງໆບ່ອນທີ່ວ່າເຫັນຜີແລ້ວຈອບເບິ່ງ 8 ຄືນກໍບໍ່ເຫັນຮອດຜີຈັກໂຕ. ຂ້າພະເຈົ້ານັບແຕ່ມື້ເກີດຈົນເຖິງປະຈຸບັນນີ້ບໍ່ເຄີຍເຫັນແມ່ນແຕ່ເງົາຜີຈັກໂຕ.ຫຼືວ່າຜີບໍ່ມັກຜູ້ຂ້າກໍອາດເປັນໄດ້. ຫຼືທ່ານໃດສາມາດເຫັນຜີໄດ້ກະລຸນາພາຄົນໃຕ້ໄປເບິ່ງແດ່ ພໍຊິໄດ້ມາວາດພາບໄວ້ໄຫ້ລູກຫຼານເບິ່ງ.

 ຄົນໃຕ້ ຢາກພິສູດຕົວຜີແທ້ໆ ກໍບໍ່ມີບັນຫາ ຕື່ນແຕ່ເຊົ້າໆ ແລ້ວໄປຢືນຢູ່ໜ້າແວ່ນແລ້ວສັງເກດດີໆ ແລ້ວຈະເຫັນທັນທີໂລດຕົວຜີ ຕົວຜີທີ່ເຈົ້າເຫັນຢູ່ນັ້ນລະເອີ້ນກັນວ່າ ຜີກະສື ແຕ່ບໍ່ແມ່ນຜີປອບ ຖ້າຢາກເຫັນຜີປອບໄຫ້ເບິ່ງອີກຍາມແລງກ່ອນເຂົ້ານອນກັບເມັຍເດີ ຜີໂຕນີ້ຊອກກິນແຕ່ຂອງເມັຍກ່ອນນອນ ແລະມີຜີ ອີກໂຕ ເອີ້ນວ່າຜີບ້າ ຄືໂຕເອງນັ້ນລ້າ ຜີບ້າ ຍ້ອນຖືກລ້າງສະໝອງມາດົນແລ້ວ ຖືກລ້າງດ້ວຍທິສດີ ບໍ່ແມ່ນລ້າງ

ດ້ວຍລະບົບໄມໂຄຣຊອບ

__________________

Senior Member

Status: Offline
Posts: 212
Date:

ອະວິດຊາ ປະຣະມັງ ມະລັງ : ການບໍ່ຮູ້ເປັນມົນທີນທີ່ສຸດ ສິ່ງທີ່ເຮົາບໍ່ຮູ້ບໍໄດ້ແປວ່າມັນບໍມີທ່ານເອີຍ

__________________
ສີໂຄດ

Date:

ແມ່ນເລື່ອງ ຈິງເດິ ພີ່ນ້ອງ ປອບຜູ້ຍິງຄົນນີ້ ຂ້ອຍເຫັນມາແລ້ວ ລາວເປັນປອບເຊື້ອ ບໍ່ແມ່ນລາວຮຽນມົນຫຍັງມາດອກ ປອບເຊື້ອນີ້ຖ້າຄົນໃດໄປ ຂ້າມັນ ມັນຈະມາຢູ່ນຳຄົນນັ້ນໂລດ ເພາະມັນວ່າມັນບໍ່ມີບ່ອນຢູ່ ຖ້າເຮົາເປັນຂ້າມັນ ປອບເຊື້ອໂຕນີ້ ຄູມັນແກ່ຫລາຍ ຂໍບອກວ່າ ມັນໂຫດ ຮ້າຍ ຫລາຍ ບໍ່ແນ້ຢ່າ ໄປ ແຢມ ເດີ ພີ່ນ້ອງ ຕຳຫລວດ ຍັງບໍ່ກ້າຂ້າ ບໍ່ກ້າເຈັບ ໄລ່ໜີຢ່າງດຽວ ລາວ ຊາວພຸດບໍ່ເຊື່ອຢ່າລົບດູ່ ເລື່ອງໃສຍະສາດ

__________________
Anonymous

Date:

ຖ້າຈະໃຫ້ປອບໄປກິນພວກຫວຽດລັກຕັດໄມ້ຢູ່ເມືອງເຈົ້າຄົງດີ ແຕ່ ອາດຍາກເພາະຫວຽດມັນຮູ້ວິທີລ້ຽງຜີ,ແລະ ຜີຫວຽດກໍ່ມັກເຂົ້າມາກົດຫົວຜີທ້ອງຖີ່ນ

ໃຫ້ຍອມຟັງຄວາມມັນ.ແຕ່ຈຸອອນມັນກະຢ້ານວິຊາຄົນເກ່ງທີ່ບໍ່ຢ້ານມັນຄືກັນ.ເພື່ອ

ຈະປາບມັນແນະນຳໃຫ້ພີ່ນ້ອງລາວຜູ້ໄດ້ຮັບຜົນຮ້າຍຈົ່ງສາມະຄີກັນໄຊ້ກົລະຍຸດຂອງ

ພະເຈົ້າໄຊຍະເສດຖາທິລາດຫຼອນທຳລາຍມັນທຸກດ້ານແລ້ວແຕ່ໂອກາດອຳນວຍເຮັດ

ໃຫ້ມັນຢູ່ດ້ວຍຄວາມຢ້ານກົວ.ໃນທີ່ສຸດມັນກໍ່ຈະໜີເອງ.ເຮົາຄົນລາວຕ້ອງມາຮຽນວິ

ທີຄິດໄໝ່ນຳໄປສວນກັບແນວຄິດເກົ່າທີ່ວ່າ "ລາວຕາຍຍ້ອນກຽດ,ຫວຽດຕາຍຍ້ອນ

ອົດ "ເຮົາລອງເຮັດທຸກວິທີທາງຄືເວົ້າທີ່ຂ້າງເທິງນີ້ລອງເບິ່ງວ່າມັນຊິກ້າອົດເພື່ອຕາຍ

ຍ້ອນຄວາມກ້າຫານຂອງພີ່ນ້ອງແທ້ຫຼືບໍ່?

__________________
Anonymous

Date:

ປອບຂວງ ປອບ ຂາຍຊາດ ປອບອັນຕະພານ ປອບມົດແນວ ຄິດ ປອບບໍ່ຮັກໍຊາດ ພວກມັນ ກິນບ້ານກິນເມືອງ ທໍາໃຫ້ ປທຊ ກຸດມຸດຫັກຫ້ຽນ ດິ່ງດັບລົງສູ່ຄວາມຫາຍຍະນະ ຄື ສຸພານຸວົງສ໌ ແລະ ໄກສອນ...ຄືບໍ່ໄປສະແຕກມັນແນ່ ບັກປອບ. ມຶງຫາແດກແຕ່ຄົນດີໆ ບັກໝາປອບ ມາກິນກ້ອນຂີ້ກູນີ້.

__________________
Anonymous

Date:

ບັກປອບພາກດຶງມຶງເອີຍ....! ເປັນຫຍັງມຶງຊອກກາກີນ ແຕ່ຄົນບໍລິສຸດ ເປັນຫຍັງມຶງ ບໍ່ຫາກີນ ພວກຕັດໄມ້ ໄງ້ຂອນ ພວກຂຸດຈົກ ຊັພຍາກອນ ຂອງຊາດພຸ້ນ. ໄປຫາກີນຕັບ ກີນໄຕ ພວກຫົວງອນ ໃຫ້ກູແນ່ ຂັ້ນມຶງເກັ່ງ ປອບຫມາໆ ປອບບໍ່ມີສິນທັມ ປອບຂາຍຊາດ.

__________________
Anonymous

Date:

ຖ້າໂລກນີ້ມີຜີປອບອີ່ຫລີ ມືປືນຮັບຈ້າງຄືຊິຕົກງານຫມົດແລ້ວປານນິແລະພວກນັກຄ້າຂອງຜິດກົດຫມາຍທົ່ວໂລກຄືຊິຢາກຈ້າງພວກຜີປອບໄປໃຊ້ງານແນ່ນອນ 

ພາກັນຕັ້ງບໍລິສັດສົ່ງອອກຜີປອບ ຄືຊິໄດ້ເງິນຫລາຍແມ່ນບໍ່

 ຮາ ໆ ໆ ໆ

ແມ່ນຄວາມເຈົ້າອີຫຼີ

ປອບຄຶຊິຮວຍມີເງິນເປັນພັນໆ ລ້ານດອລລາເນາະ

ຕອນນີ້ອະເມຣິກາກຳລັງຫາສຽງເລືອກຕັ້ງ  ອີປອບລາວຄືຊິຖືກຍາດຈ້າງໄປກຶນຕັບຄູ່ແຂ່ງຢ່າງແພງ

 ຮາ ໆ ໆ ໆ

ປະເທດລາວໜ້າຈະສົ່ງເສີມຫຼືເປີດໂຮງຮຽງສອນວິຊາປອບເນາະ

ເວລາມີເສິກກະສົ່ງປອບອອກໄປກິນຕັບສັດຕູ  ຮາ ໆ ໆ ໆ

ເວລາບ້ານເມືອງສະຫງົບ  ຮັບຈ້າງສົ່ງປອບໄປເຮັດວຽກທົ່ວໂລກ

ຫູຍຍຍຍຍຍຍ  ລາວຄືຊິຮວຍທີ່ສຸດໃນໂລກ  ຮາ ໆ ໆ ອັນນີ້ກະແມ່ນສອຍ  ສອຍແລ້ວກະສອຍອີກ

__________________
Anonymous

Date:
RE: ຜີປອບເປັນພາສາອັງກິດ

Dear readers, I am one of the man like to see the strange things in the world, The word Lao called ຜີປອບ in English is called spirits which posses one completely

__________________
Anonymous

Date:
RE: ຂ່າວຊ່າປອບອາລະວາດຢູ່ປາກເຊ

ເເມ່ນເເທັຍໍ່

__________________
Anonymous

Date:

Anonymous wrote:

ຜີປອບ = ພາສາອັງກິດມີບໍ່ ??

 ຜີປອບ = Lao politicians, provincial governors, district mayors... 

there you go the meaning of ຜີປອບ in English

__________________
Anonymous

Date:

  ຜີປອບບໍ່ມີດອກ  ຫາກຈະມີ ກໍມີ ແຕ່ ຜີປອບ ລັດຖະກອນ ຂອງ ສປປລ ພ້ອມດ້ວຍ ປອບໃຫ່ຍ  ຄື ກົມມະການເມືອງສູນກາງພັກ ກໍາລັງ ກິນບ້ານກິນເມືອງ

ກິນຮອດໄສ້ຮອດພູງ.

__________________
Anonymous

Date:

ຜີປອບກີນຄົນ  5555  ຂໍຫົວເເດ່ເດີ ບໍ່ໄດ້ດູ່ຫມຶນ ເເຕ່ຄຶດມາຫຍັງຈໍາໄດ້ເຮື້ອງເພລງຕາໂປ ໂຕປາ 35ປີ ກ່ອນນີ້ ໂຕປາມັນມັກຫາຊອກກຶນ,,ເເຕ່ສັບສຶ່ນຂອງປະຊາ,,ໄສ້ພູ້ງມັນມີ ເເຕ່ດອ່ນລາ,,ກຶນເເຕ່ເລືອດປະຊາຈັ່ງເເມ່ນໂຕປາຂວາງບ້ານເມືອງ

__________________
Anonymous

Date:

Colour Grandpa wrote:

ຕູ້ສີໄດ້ຍິນຈາກຄົນທີ່ມາແຕ່ເຊເຂົາວ່າ  ໃຜມີຂໍ້ມູນແທ້ຈຶງຢ່າງໃດເວົ້າສູ່ກັນຟັງແນ່ດູ

 ຍັງມາງົມງວາຍຢູ່ ປານນນັ້ຢາກຫລຸດພົ້ນອອກຈາກຄວາມທຸກຍາກ

__________________
Anonymous

Date:

Anonymous wrote:

ຖ້າໂລກນີ້ມີຜີປອບອີ່ຫລີ ມືປືນຮັບຈ້າງຄືຊິຕົກງານຫມົດແລ້ວປານນິແລະພວກນັກຄ້າຂອງຜິດກົດຫມາຍທົ່ວໂລກຄືຊິຢາກຈ້າງພວກຜີປອບໄປໃຊ້ງານແນ່ນອນ 

ພາກັນຕັ້ງບໍລິສັດສົ່ງອອກຜີປອບ ຄືຊິໄດ້ເງິນຫລາຍແມ່ນບໍ່

 555555555555555555 ເຫັນດີນຳເດີ້

__________________
Anonymous

Date:

ຜີປອບ:

ເຄີຍໄດ້ຍີນຜູ້ເຖົ້າເວົ້າກັນ

ຜີປອບແມ່ນຂອງຮັກສາຂອງຄົນເຮົາ

ປົກະຕິແມ່ນພວກຫລີ້້ນຂອງຮັກສາ

ຂອງຮັກສານັ້ນແມ່ນມີໜ້າທີຄຸມ້ຂອງປົກປັກສາເຈົ້າຂອງ

ຂອງຮັກສາດັ່ງກ່າວບໍແມ່ນໝາຍເຖິງສິ່ງທີ່ມາຈາກພດຸທະສາດຖະນາ

ແຕ່ເປັນຜີ ເຊິ່ງເຈົ້າຂອງຕອ້ງປະຕິບັດ ແລະບົວລະບັດມັນຢ່າງຖືກຕອ້ງ ແລະມີຂໍ້ທີ່ລະມັດລະວັງຫລາຍ

ບົວລະບັດແນວໃດ ຂອ້ຍກໍບໍຮູ້ແລ້ວ

ເວລາໃດທີ່ເຈົ້າຂອງບໍໃດ້ປະຕິບັດຕາມມັນຕອ້ງການ

ຂອງຮັກສານັ້ນ ກໍຈະໃຈຮ້າຍແລະອາລະວາດແລ້ວໄປຫາກີນດິບ ກີນ ສັດສາວາສິງ  ກີນຄົນຫລືເຂົ້າຄົນຕາມທີ່ເຄີຍເຫັນ

__________________
Anonymous

Date:

Anonymous wrote:
Anonymous wrote:

ຖ້າໂລກນີ້ມີຜີປອບອີ່ຫລີ ມືປືນຮັບຈ້າງຄືຊິຕົກງານຫມົດແລ້ວປານນິແລະພວກນັກຄ້າຂອງຜິດກົດຫມາຍທົ່ວໂລກຄືຊິຢາກຈ້າງພວກຜີປອບໄປໃຊ້ງານແນ່ນອນ 

ພາກັນຕັ້ງບໍລິສັດສົ່ງອອກຜີປອບ ຄືຊິໄດ້ເງິນຫລາຍແມ່ນບໍ່

ເຈົ້າບໍສາມາດຄຸ້ມຜີປອບ

ເຈົ້າຂອງບໍສາມາດສັ່ງໃຫ້ມັນໃປຂ້າຜູ້ໃດຜູ້ນຶ່ງ

ເວລາຜີປອບມັນອອກໄປ ມັນເຂົ້າຫະເຂົ້າຮາມ ບໍມີແບບສະເພາະເຈາະຈົງ

ຜີປອບ ເວົ້າຢ່າງນຶ່ງ ຜີທີ່ບ້າ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard