Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ
Anonymous

Date:
ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ

ແພງກໍ່ຢາ ເອົາໜ້າໄວ້ກ່ອນ 

__________________
Anonymous

Date:
RE: ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ

ກອງປະຊຸມແລ້ວກໍ່ປັນກັນຢ່າງໂປ່ງໃສ!

__________________
Anonymous

Date:

ທາງຄະນະລັດທະມູນຕີໄດ້ປະຊຸມແລະຕົກລົງເປັນເອກກະສັນກັນວ່າຈະບໍ່ມີການຊື້ລົດມດໆທັງສິ້ນ ເພິ່ນຈະເຊົ່າເອົາວ່າຊັ້ນ.

__________________
Anonymous

Date:

ລົດປ້າຍສີຟ້າ ຂອງລັດຖະບານ

ຕອນແລງ ເຫັນເດັກນ້ອຍ ມັດທະຍົມສົມບູູນວຽງຈັນ ຂີ່ໄປຮຽນເພີ່ມເປັນຝູງ

ຈັງແມ່ນເພິ່ນຮັກລູກຮັກຫຼານເພິ່ນ

ບັດນັ້ນ ຈົ່ມວ່າ ລົດກະຊວງເກົ່າ ຕ້ອງໄດ້ຊື້ໃໝ່ ປ່ຽນໃໜ່ອີກ 

ຂ້ອຍລະເບື່ອ no

__________________
Ecko

Date:

ຄັນຊິຊື້ລົດຍີ່ຫໍ້ອື່ນ ກໍ່ຢ້ານເຂົາວ່າເປັນປະເທດດ້ອຍພັດທະນາ, ຊື້ລົດແພງໆແບບນີ້ລະ

ເຂົາຈຶ່ງຈະຍ້ອງກ້ອງໂລກ.

__________________
Anonymous

Date:
RE:ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ

ທ່ານພູເພັດ ຄໍາພູນວົງ ອອກມາບອກແລ້ວເດີ ເພິ່ນວ່າບໍ່ໃຫ້ເປັນຫ່ວງເລື້ອງເງິນເດືອນ

ຫຼືເງິນສ້າງສາພັດທະນາອື່ນໆຫັ້ນ ເພາະເງິນຈໍານວນ 240 ຕື້ກີບທີ່ຈົກອອກມາໃຊ້ຈ່າຍ

ໃນການກະກຽມກອງປະຊຸມແມ່ນໄດ້ຂຶ້ນງົບມາແລ້ວ ບໍ່ກະທົບຕໍ່ຮ່ວງເງິນອື່ນໆດອກ.

ຖ້າບໍ່ຈັດກອງປະຊຸມ ລັດຈະຂາດງົບປະມານແຫ່ງຊາດປະມານ 3602 ຕື້ກີບ

ຖ້າຈັດກໍ່ໝາຍຄວາມວ່າໃນປີ2012-2013 ລັດຈະຂາດງົບແຕ່ 3842 ຕື້ກີບເທົ່ານັ້ນ

ບໍໄດ້ຂາດຫຼາຍຄືຫຼາຍຄົນຄິດຫັ້ນດອກ.

http://vientianemai.net/teen/khao/1/7518

__________________
Anonymous

Date:
RE: ລັດຖະບານລາວ ຍອມຊື້ລົດBenz ແລະ BMW ຫຼາຍຮ້ອຍຄັນ ກຽມຮັບໃຊ້ ອາເຊມ

ທຸກບໍ່ຢູ່ສົມທຸກ...ດຽວນີ້ລາວເຮົາຕິດໜີ້

ຕ່າງປະເທດ ຫຼາຍປານໃດແລ້ວ ?

__________________
Anonymous

Date:

ຊີ່ຕອບຂໍ້ຂ້ອງໃຈປະຊາຊົນເດີ ສຳຫຼັບລົດ BMW ຈະມອບໃຫ້ເປັນລົດຕຳແໜ່ງກົມການເມືອງ 11 ທ່ານ, BENZ S350 ມອບໃຫ້ຄະນະເລຂາທິການສູນກາງພັກ ແລະລັດຖະມົນຕີສຳຄັນ, BENZ E350 ມອບໃຫ້ບັນດາລັດຖະມົນຕີທົ່ວໄປ ແລະເຈົ້າແຂວງ, Camry ມອບໃຫ້ລັດຖະມົນຕີຊ່ວຍ ແລະ ຮອງເຈົ້າແຂວງ, ລົດຕູ້ ມອບໃຫ້ແຕ່ລະຫ້ອງການ ສ່ວນລົດລຸ້ນເກົ່າເຊັ່ນ: AUDI, Camry, Colola ແລະອື່ນໆ ມອບເປັນຂອງຂັວນໃຫ້ຄອບຄົວເພິ່ນ ໃຜເຄີຍໃຊ້ຄັນໃດກໍ່ຍັງຄົງຮັກສາໄວ້ຄືເກົ່າແຕ່ໃຫ້ລູກຂີ່ໄປໂຮງຮຽນ, ໄປ Central ອຸດອນ, ຂີ່ອວດໝູ່ ໂດຍລັດຍັງສືບຕໍ່ເບີກນ້ຳມັນ ແລະຄ່າສ້ອມແປງຄືເກົ່າ. ຄ່ານ້ຳມັນເພິ່ນເບີກໃຫ້ແຕ່ລະຄັນແມ່ນ 500ລິດຕໍ່ເດືອນ.   ຫັວງວ່າຄົງຈະເປັນທີ່ພໍໃຈຂອງປະຊາຊົນເນາະ.

__________________
Anonymous

Date:

ພໍລຸງຕື່ມເລກ 0 ໃສ່ເອງເບາະຈຶ່ງຮອດ 500 ລິດ, 50 ລິດຕໍ່ເດືອນ ຂ້ອຍຍັງວ່າຫຼາຍສົມຄວນແລ້ວ

ເດືອນລະ 20 ລິດ ເໝາະສົມທີ່ສຸດ.

__________________
Anonymous

Date:

ລົດເພີ່ຍເປືອງນ້ຳມັນໄດ

__________________
Anonymous

Date:

ລົດເພີ່ນກີນນ້ຳມັນຫລາຍເດ

__________________
Anonymous

Date:

ກະຢ່າເພິ່ນ ເພາະວ່າເພິ່ນເປັນ ຄົນທີ່ມີວາດສະໜາ !

ບຸນຂອງເພິ່ນ ແຕ່ປາງກອ່ນ!

__________________
Anonymous

Date:

ເຫັນດີເດີ

__________________
Anonymous

Date:

Anonymous wrote:

ພໍລຸງຕື່ມເລກ 0 ໃສ່ເອງເບາະຈຶ່ງຮອດ 500 ລິດ, 50 ລິດຕໍ່ເດືອນ ຂ້ອຍຍັງວ່າຫຼາຍສົມຄວນແລ້ວ

ເດືອນລະ 20 ລິດ ເໝາະສົມທີ່ສຸດ.

 ລຸງບໍ່ໄດ້ຕື່ມໃດມັນມີຂໍ້ຕົກລົງຂອງນາຍົກ ບົວສອນຄັກແນ່ ໃຜມີເອົາມາລົງໃຫ້ເບິ່ງແນ່ ເພື່ອແຈກຢາຍເປັນຂັ້ນໆໄປ ແຕ່ວ່າລຸງຈື່ບໍ່ຄັກປານໃດວ່າ 500 ຫຼື 200 ລິດນີ້ລະ ສົງໃສຄືຊີ່ເອົາເພື່ອໄປແລກໄກ່ນຳເນາະ.

__________________
Anonymous

Date:

ຢາກເອົາເງີນທີ່ຊື້ລົດ Benz, ລົດ BMW, ... ໄປປຸກໂຮງຮຽນໃຫ້ ເດັກນ້ອຍໃນເຂດຊົນນະບົດ ທີ່ບໍ່ມີໂຮງຮຽນ (ມີກະຄືລົກໄກ່) ປະຊາຊົນລາວທັງຄົງຈະພາກພູມໃຈຫຼາຍກວ່ານີ້

ການນຳມີລົດໃຊ້ເຕັມບ້ານເຕັມເມືອງ ຈົນບໍ່ມີບ່ອນຈອດ ຍັງແບ່ງໃຫ້ລູກໃຫ້ຫຼາຍໄປຂີ່ຊ່ອຍຍັງບໍ່ໝົດ. ປານນັ້ນຍັງຈະເອົາລົດໄປແບ່ງກັນໃຊ້ອີກ

ບໍ່ອີ່ຕົນປະຊາຊົນທີ່ທຸກຍາກແດ່ບໍ!!!!! ຖ້າຂາຍທັງໝົດແລ້ວໄປຕັ້ງໂຮງຮຽນ ເດັກນ້ອຍລາວຄົງຈະໄດ້ຮັບການສຶກສາໝົດທຸກຄົນ ແລະລາວຄົງຈະຫຼຸດອອກຈາກຄວາມທຸກຈົນໄດ້ຢູ່..

"ຜູ້ກິນ ກິນຈົນຮາກ ຜູ້ຢາກ ຢາກຈົນຕາຍ"

__________________
Anonymous

Date:

ໂຮງຮຽນຫຼັງນີ້ມີມູນຄ່າການກໍ່ສ້າງ 6700 ໂດລາ, ຖ້າເອົາເງິນທີ່ເພິ່ນນໍາມາໃຊ້ໃນກອງປະຊຸມອາເຊັມ9

ມາປຸກ ຈະໄດ້ປະມານ 4478 ຫຼັງ.

__________________
Anonymous

Date:

ໂອ່ຍຜູ້ຂ້າຢາກໃຫ້ເພີ່ນທຸ່ມເງີນໃສ່ສ້າງໂຮງຮຽນ, ໂຮງໝໍ, ປັບປຸງຊີວິດການເປັນຢູ່ຂອງກຳມະກອນ ພະນັກງານ ລັດຖະກອນຊັ້ນຜູ້ນ້ອຍຄືແນວນີ້ເດ່

__________________
Anonymous

Date:

Anonymous wrote:

ໂຮງຮຽນຫຼັງນີ້ມີມູນຄ່າການກໍ່ສ້າງ 6700 ໂດລາ, ຖ້າເອົາເງິນທີ່ເພິ່ນນໍາມາໃຊ້ໃນກອງປະຊຸມອາເຊັມ9

ມາປຸກ ຈະໄດ້ປະມານ 4478 ຫຼັງ.

ກົດ LIKE ໃຫ້ຄວາມຄິດຂອງເຈົ້າ ພັນເທື່ອ aww

__________________
Anonymous

Date:

ຢາກໄດ້ຜູ້ນຳທີ່ດີ ຄິດເຫັນຜົນປະໂຫຍດສ່ວນລວມຫລາຍກ່ອນຜົນປະໂຫຍດ, ໜ້າຈະເຮັດໃຫ້ລູກຫລານພາກພູມໃຈທີ່ເກີດມາເປັນຄົນລາວ,

ແລະ ຂໍໃຫ້ຄົນຫລຸ້ນໃຫມ່ຢ່າເອົາເປັນແບບຢ່າງໃນດ້ານທີ່ບໍ່ດີຂອງພວກທີ່ເຫັນແກ່ໂຕ, ພວກເຮົາຄົນຫລຸ້ນໃໝ່ຕ້ອງກ້າປ່ຽນຕົວເອງ ເພື່ອນຳເອາອານາຄົດທີ່ດີມາໃຫ້ລູກຫລານ

ຈາກ ຄົນລາວດ້ວຍກັນ

__________________
Anonymous

Date:

ຢາກໃຫ້ເຈົ້າໜ້າທີ່ ແຕ່ລະຂັ້ນ ເອົາດິນໄຮ່, ດິນນາ ປະຊາຊົນ ຜູ້ທຸກຍາກ, ປະຊາຊົນ ທີ່ເປັນຄົນທ້ອງຖິ່ນ ຢູ່ເຂດ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ( ສາມຫຼ່ຽມຄຳ ), ໃຫ້ຈ້າວເຫີ້ຍ ຫຼາຍໆ ,

ເພື່ອເປັນການໄລ່ ປະຊາຊົນໜີ ປະໄຮ່ນາ ຮົ້ວສວນຂອງຕົນ, ໄປໃຊ້ຊີວິດ ຕາມເວນຕາມກຳ ທີ່ເຂົາເຈົ້າ ບໍ່ໄດ້ສ້າງ, ເພື່ອເອົາເງິນນຳ ຈ້າວເຫີ້ຍ ເຈົ້າຂອງກາສິໂນ, ໄປສະເຫີວຍສຸກ ສ່ວນຕົວ,  ແລ້ວມາໂຄສະນາໃສ່

ປະຊາຊົນ ວ່າເຮັດເພື່ອຊາດ, ເພື່ອການພັດທະນາ ບ້ານເມືອງ.  ບໍ່ເຊື່ອກໍໄປຖາມ ທ່ານ ບຸນມີ   ຫົວໜ້າເຂດເດີ!

                                                                                  ຈາກ: ປະຊາຊົນ ບ້ານສາມຫຼ່ຽມຄໍາ,  ຜູ້ມີໄດ້ຮັບເຄາະກໍາ ປານຕາຍທັງເປັນ.

 ອ່ານຄໍາເຫັນເຈົ້າແລ້ວແຄ້ນຂຶ້ນໃນເອິກ ເຖິງເຂົາບໍ່ແມ່ນພີ່ນ້ອງປ້ອງປາຍ

ແຕ່ເຂົາກະແມ່ນເພື່ອນຮ່ວມຊາດຂອງພວກເຮົາ, ສັກດິນາລຸ້ນນີ້ອັນຕະລາຍຫຼາຍ.

__________________
Anonymous

Date:

294363_107375096080844_54482292_n.jpg

__________________
Anonymous

Date:

Anonymous wrote:

ໂຮງຮຽນຫຼັງນີ້ມີມູນຄ່າການກໍ່ສ້າງ 6700 ໂດລາ, ຖ້າເອົາເງິນທີ່ເພິ່ນນໍາມາໃຊ້ໃນກອງປະຊຸມອາເຊັມ9

ມາປຸກ ຈະໄດ້ປະມານ 4478 ຫຼັງ. 

 Khoi bor hen juk theua puk & lut si sang ne sang nun hai pasason lao ....Hong hien khao gar tha hai yipoon ma het hai.

Hon thang khao gar tha hai jene(chinese)ma het hai. suan fifa khao gar khai hai Thailand mod.  pasason Lao tarm ban nork gor bor me fifa ja sai..

__________________
Anonymous

Date:

I prefer water buffaloes

__________________
Anonymous

Date:

- ດຽວນີ້ ທ່ານ ບຸນມີ ພ້ອມພາກສ່ວນຕ່າງໆ ກໍາລັງກຳນົດເອົາດິນນາ, ທີ່ເປັນດິນນາ ທີ່ເຫຼືອຈາກການມອບໃຫ້ ຈ້າວເຫວີຍ, ເຈົ້າຂອງ ກາສີໂນ ໃນຄາວກ່ອນ 827 ເຮັກຕາ, ແຕ່ຊົດເຊີຍປະຊາຊົນ ໜ້ອຍກ່ວາ ພວກຜູ້ຂ້າ ເສຍພາສີທີ່ດິນ ໃນໄລຍະຜ່ານມາ ອີກຊ້ຳ ( ໄລ່ລະ 20.000ບາດ ), ບໍ່ເຫັນດີ ເພິ່ນຂູ່ຊິຈັບ,  ວ່າເປັນຜູ້ຕໍ່ຕ້ານ ການພັດທະນາ, ຈະເອົາໃຫ້ ຈ້າວເຫີວຍ ເຈົ້າພໍ່ສາມຫຼ່ຽມຄຳ ໄປເຮັດເດິ່ນຕີກກ໊ອບ ວ່າຊັ້ນ.  ຜູ້ຂ້າບໍ່ໄດ້ຮຽນສູງ, ແຕ່ ຕາມຄວາມເປັນຈິງ ຂອງການພັດທະນາແລ້ວ, ຄັນຊິເອົາດິນສວນ, ດິນນາ ແທ້ໆ ຂໍຊົດເຊີຍຜູ້ຂ້າ ພໍມີທຶນຕັ້ງໂຕໄດ້ສາ, ດຽວນີ້ເງິນຊົດເຊີຍຜ່ານມາ ມັນເຮັດອີຫຍັງບໍ່ໄດ້,  ຈະໄປເຮັດວຽກນຳຈີນ ເຂົາກໍບໍ່ຈ້າງ, ຄັນເຂົາຈ້າງ, ກໍໃຫ້ເງິນເດືອນໜ້ອຍດຽວ, ແລ້ວເຂົາກໍໄປຟ້ອງ ເຈົ້າໜ້າທີ່ລາວວ່າ: ແຮງງານເຮົາ ບໍ່ດຸໝັ່ນ ບໍ່ອົດທົນ ແລ້ວກໍຂົນເອົາຄົນ ເຂົາມາເອງ.   ລູກຫຼານຈຳນວນນຶ່ງ ບໍ່ມີດິນປູກຝັງ, ເຮັດການກະສິກຳ

ກໍໄປສ່ຽວດວງ ເຮັດວຽກຢູ່ໄທ,  ຜູ້ຍິງ ກໍຖືກເຂົາຕົວະຍົວະ ຂາຍຕົວ, ຕຳຫຼວດໄທຈັບຢູ່ທຸກມື້ ກໍແມ່ນໂສເພນີລາວທັງນັ້ນ, ອາຍບ້ານອາຍເມືອງເພິ່ນເດ,  ຜູ້ຊາຍ ກໍສ່ຽງເປັນແຮງງານເຖື່ອນ.

ການພັດທະນາ ຢູ່ແຕ່ລະບ້ານ, ແຕ່ລະເມືອງ, ແຕ່ລະແຂວງ ກໍເພື່ອໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວ ບັນດາເຜົ່າດີຂື້ນ ບໍ່ແມ່ນບໍ?  ອັນນີ້ ຈະບໍ່ມີດິນຢູ່ ອີກແລ້ວ,  ຂະໜາດຜ່ານມາ ມີດິນກໍຍັງທຸກຢູ່, ດຽວນີ້ ບໍ່ມີດິນຢູ່, ບໍ່ມີດິນສວນ, ດິນນາ ຜະລິດເປັນສິນຄ້າ ຄືພັກ-ລັດ ເວົ້າແລ້ວ,  ໃຫ້ວາດພາບເບີ່ງວ່າ:  ຜູ້ຂ້າ ຈະໃຊ້ວີວິດ ຄືກັບສັດປະເສີດ ໄດ້ຢ່າງໃດ?

ຂໍໃຫ້ໄປສຳພາດ ແລະ ໄປເບີ່ງຊີວິດ ບ້ານສາມຫຼ່ຽມ ແລະ ບ້ານ ສີບຸຮືອງ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ໃຫ້ແດ່ ວ່າເຂົາເຈົ້າ ເປັນແນວໃດ ?

 ອ່ານແລ້ວ ກໍເສົ້າໃຈນຳ ເປັນຫັຍງຄົນລາວກັນເອງບັງຄັບກັນເອງ ບັງຄັບໄຫ້ຍອມເປັນລູກນ້ອງຂອງຄົນຕ່າງຊາດ ບົນຜືນແຜ່ນດິນແມ່ ທັງໆເປັນບ້ານເກີດເມືອງນອນຕົນເອງ ຕ້ອງຍອມກົ້ມໜ້າປລາໄຊທຸກຢ່າງ ນີ້ບໍ ພັກນຳພາ ປຊຊ ເປັນເຈົ້າ   ເປັນເຈົ້າຂອງຄວາມທຸກຈົນ ເປັນເຈົ້າຂອງແຫ່ງຄວາມສູນເສັຍຊັບສິນດິນແດນ ໄຫ້ກຸ່ມຄົນທີ່ມີອຳນາດ

ກຸ່ມສັກດິນາ ຍຸກໄໝ່ ຂາຍຊາດ ບັງຄັບປຊຊ ແບບໄຮ້ຍຸດຕິທຳ

__________________
Anonymous

Date:

- ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ( ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ) :

ສຳລັບພວກຜູ້ຂ້າ ທີ່ເປັນຄົນລາວ ໄດ້ເອີ້ນເຂດນີ້ວ່າ: ເຂດຜີເຜດ ສຳລັບພວກຂ້ານ້ອຍ !

* ທ່ານ ບຸນມີ, ທ່ານ ຈັນທະຈອນ  ເປັນເຂີຍອ້າຍ, ເຂີຍນ້ອງກັນ, ເປັນຄະນະເຂດຝ່າຍລາວ  ແຈ້ງໃຫ້ພວກຂ້າ ທີ່ເປັນປະຊາຊົນວ່າ : ຂັ້ນເທິງ ຕົກລົງແລ້ວ :

1. ເອົາພູຜາປ່າດົງ  7.000 ເຮັກຕາ ( 1 ເຮັກຕາ = 6,2 ໄລ່ ) ຢູ່ຕິດກັບເຂດ ກາສີໂນ  ໃຫ້ຈ້າວເຫີ້ວຍ ຄຸ້ມຄອງ, ເພິ່ນວ່າ ຄົນລາວຄຸ້ມຄອງກັນ ບໍ່ໄດ້.

2. ດິນ ຂອບເຂດ ກາສີໂນ ຕົກລົງໃຫ້ ຈ້າວເຫີ້ວຍ 3.000 ເຮັກຕາ, ຍັງບໍ່ໄລ່ລວມ ດິນທີ່ຈະເຮັດເດິ່ນຍົນ ແລະ ສະໜາມກ໊ອບ ຕ່າງຫາກ,  ລວມແລ້ວ 10.000 ເຮັກຕາ.

3. ດຽວນີ້ ຄົນຕ່າງປະເທດ ຫຼື ຄົນລາວ ຢູ່ໃສກໍຢ່າ, ຖ້າໄປເຊົ່າທີ່ດິນ ເຮັດທຸລະກິດ ຫຍັງກໍຕາມ ຢູ່ນຳຈ້າວເຫີ້ວຍ, ຈ້າວເຫີ້ວຍຄິດໄລ່ລາຄາ ໄລ່ລະ 3.000.000 ບາດ, 1 ເຮັກຕາ ມີຈັກໄລ່

ຄິດໄລ່ເບີ່ງ.

4. ເຈົ້າເຫີ້ວຍ  ເວົ້ານຳປະຊາຊົນ ແລະ ການນຳຂອງລາວ ແຕ່ລະຂັ້ນວ່າ: ຈ້າວເຫີ້ວຍ ຮັກປະເທດລາວ ກ່ວາຄົນລາວ ອີກຊ້ຳ ?

5. ຕໍ່ໄປ ພວກຜູ້ຂ້າ, ລູກຫຼານຜູ້ຂ້າ  ຈະພາກັນໄປຢູ່ໃສ, ຢູ່ພູຜາປ່າດົງ ຫຼື ເປັນຄົນປ່າ ເພິ່ນກໍເອົາໃຫ້ຈ້າວເຫີ້ວຍ ແລ້ວ 7.000 ເຮັກຕາ ? ຜູ້ຂ້າເປັນຄົນລາວ, ຂໍຮັກປະເທດລາວ ຄືຈ້າວເຫີ້ວຍ

   ໄດ້ຢູ່ບໍ ?

__________________
Anonymous

Date:

ເວົ້າໄປກໍ່ບໍ່ເຂົ້າຮອດຫູເພີ່ນດອກ ພີ່ນ້ອງເອີຍ ເຖີງວ່າເຂົ້າເພີ່ນກໍ່ບໍ່ສົນໃຈດອກ ທຸກມື້ນີ້ຕົວໃຜຕົວມັນ

__________________
Anonymous

Date:

Anonymous wrote:

ແພງກໍ່ຢາ ເອົາໜ້າໄວ້ກ່ອນ 

ຄວາມທຸກທໍລະມານມາແຕ່ສະໜັຍພໍ້ຕູ້ແມ່ຕູ້ , ສະໜັຍພໍ້ແມ່,

ແລ້ວກໍທຸກຍາກລຳບາກສະໜັຍປັຈຸດບັນ,

ແລະຫວັງວ່າສະໜັຍຕໍ່ໄປ ເຊັນລູກເຊັນລານ ຣັຖະບານລາວຄົງມີຄວາມຕັ້ງໃຈ

ພັຖະນາໄຫ້ດີກົວທີພານມາ ເປັນເວລາດົນນານແລ້ວ ຫລັງຈາກການປົດປ້ອຍ, ປະຊາຊົນລາວ

ແຫ່ງມີຄວາມທຸກທໍລະມານແລະບໍ່ເຫັນມີຫຍັງ

ດີຂື້ນແລະບໍ່ເປັນຄືຄວາມອ້າຍນ້ອງທີໄດ້

ສັນຍານຳປະຊາຊົນແລະຣາຊດອນເລີຍ

ວ່າປະຊາຊົນລາວຈະຢູ້ດີກີນດີແລະມີຄວາມສະເມີພາບແລະມີສິດເທົາກັນທຸກໆຄົນແຕ່ເປັນຫຍັງ

ມີແຕ່ພັກອ້າຍນ້ອງແລະຜູ້ນຳທຸກໆທ່ານ

ພ້ອມດ້ວຍຄອບຄົວແລະລູກຫຼານມີສິດມີອຳນາດແລະລວນແຕ່

ເປັນມະຫາເສດຖີ ທີທຳໃຫ້ຄົນຕ່າງຊາດຕ້ອງອາຍໃດ້. ເຖີງເລວາທີຕ້ອງຢຸດຕິການສໍ້ຣາຊບັງຫຼວງ

ຢຸດຕິການໃຊ້ເສັ້ນການໃຊ້ສາຍເອົາພັກເອົາພວກທ່ານຜູ້ບໍ່ມີການສືກສາສູງ,

ຂາດຄວາມສາມາດແລະບໍ່ມີຄວາມສັດຊືຕໍ່ປະຊາຊົນມາບໍຣິຫາປະເທດຊື່ງເປັນການທ່ວງ

ຄວາມກ້າວໜ້າຂອງປະເທດຊາດ ມີແຕ່ແບມືຂໍທານ ຄວາມຊ່ວຍເຫືອງຂອງເຈັກກັບແກວ

ຜູ້ທີຫວັງຜົນປະໂຍດອັນມະຫາສານ ຈາກປະເທດຊາດແລະປະຊາຊົນລາວ.

ປະເທດລາວອຸດົມສົມບຸນພອ້ມດ້ວຍສັບພະຍາກອນທັມະຊາດ ແຕ່ໜ້າເສັຍດາຍ

ທີຣັຖະບານແລະພັກລັດຜູ້ມີອຳນາດຂາຍກີນຈະໝົດແລ້ວເຊັນ ໃມ້, ຄຳ, ທອງ ແລະໂລຫະຕ່າງໆ

ຊື່ງປະຊາຊົນລາວຜູ້ທຸກຍາກບໍ່ໃດ້ຜົນປະໂຍດຈາກຣາຍໃດ້ນັ້ນເລີຍ

__________________

Senior Member

Status: Offline
Posts: 212
Date:

Anonymous wrote:

ຢາກເອົາເງີນທີ່ຊື້ລົດ Benz, ລົດ BMW, ... ໄປປຸກໂຮງຮຽນໃຫ້ ເດັກນ້ອຍໃນເຂດຊົນນະບົດ ທີ່ບໍ່ມີໂຮງຮຽນ (ມີກະຄືລົກໄກ່) ປະຊາຊົນລາວທັງຄົງຈະພາກພູມໃຈຫຼາຍກວ່ານີ້

ການນຳມີລົດໃຊ້ເຕັມບ້ານເຕັມເມືອງ ຈົນບໍ່ມີບ່ອນຈອດ ຍັງແບ່ງໃຫ້ລູກໃຫ້ຫຼາຍໄປຂີ່ຊ່ອຍຍັງບໍ່ໝົດ. ປານນັ້ນຍັງຈະເອົາລົດໄປແບ່ງກັນໃຊ້ອີກ

ບໍ່ອີ່ຕົນປະຊາຊົນທີ່ທຸກຍາກແດ່ບໍ!!!!! ຖ້າຂາຍທັງໝົດແລ້ວໄປຕັ້ງໂຮງຮຽນ ເດັກນ້ອຍລາວຄົງຈະໄດ້ຮັບການສຶກສາໝົດທຸກຄົນ ແລະລາວຄົງຈະຫຼຸດອອກຈາກຄວາມທຸກຈົນໄດ້ຢູ່..

"ຜູ້ກິນ ກິນຈົນຮາກ ຜູ້ຢາກ ຢາກຈົນຕາຍ"

 ຄັນສ້າງໂຮງຮຽນຄົນລາວແຕ່ລະຄົນກະຊິສະຫລາດມີຄວາມຮູ້ເທົ່າທຽມກັນຕໍ່ໄປເມືອຫນ້າມັນຊິປົກຄອງຍາກເພາະຜູ້ໃດກະຊິຮູ້ທັນກົນຂີ້ສໍ້ ສໍ່ລາດ, ຮູ້ກຽ່ວກັບສິດທິຂອງຕົນເອງໃນນາມປະຊາຊົນແລະມະນຸດຜູ້ນື່ງທີ່ຄວນຈະມີໄດ້ໃນຣະບອບປະຊາທິປະໄຕ    , ພໍ່ແມ່ທີ່ດີສອນລູກໃຫ້ເປັນເທວະດາ  ພໍ່ແມ່ ຫມ.. ຫມ..ສອນລູກໃຫ້ເປັນເດັຍຣະສານ ສັນໃດກໍ່ສັນນັ້ນ.

ຄົນທີ່ຮັກປະເທດຊາດກໍ່ຍ່ອມຈະເຮັດເພື່ອປະເທດຊາດ ບໍ່ແມ່ນເຮັດເພື່ອຕົນເອງ  . ໄມ້ລຳດຽວອອ້ມຮົ້ວບໍ່ຂ່ວາຍ ໄຜ່ບໍ່ພ້ອມແປງບ້ານບໍ່ເຮືອງ ທ່ານເອີຍ

__________________
Anonymous

Date:

ພໍ່ຕູ້ສົມສີລຸກຖືກຍາມ ດື່ມນົມສົດຈາກເຕົ້າຂ້າງຂວາຈຶ່ງອອກຄໍາເຫັນຖືກໃຈຄົນສ່ວນຫຼາຍ

ຂໍກົດ LIKE ໃຫ້ຕູ້ສົມສີ 3 ເທື່ອລຽນຕິດ.

__________________

Senior Member

Status: Offline
Posts: 212
Date:

ຂີ່ຊ້າງຈັບຕັກແຕນ .ຫນ້າຕາຂອງປະເທດລຽ້ງປະຊາຊົນຜູ້ທຸກຍາກບໍ່ອີ່ມໄດ້ດອກທ່ານເອີຍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard