Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊີວິດຄົນລາວໃນຕ່າງແດນເປັນແນວໃດ ?
Anonymous

Date:
RE: ຊີວິດຄົນລາວໃນຕ່າງແດນເປັນແນວໃດ ?

Anonymous wrote:

 ແມ່ນແລ້ວຕູ້ເອີຍສໃໝນັ້ນມັນບໍ່ມີຄົນຊື້ໄມ້   ຖ້າເປັນຄືທຸນມື້ນີ້ ບໍ່ວ່າແຕ່ຊິຂາຍໄມ້  ຂ້ອຍຢ້ານເຈົ້າຂາຍທັງປະເທດພຸ້ນລະ

 ຢູ່ທາງໃຕ້ແມ່ນເຈົ້າອ່ຽງເປັນຜູ່ຕັດໄມ້ແລກປ່ຽນສິນຄ້າກັບໄທ, ຢູ່ທາງເໜືອຫັ້ນຂອ້ຍບໍ່ຮູ້.

__________________
Anonymous

Date:

ສະບາຍດີຍານາງຈໍາປາ, ໄປທ່ຽວປະເທດໃດມາ ຈຶ່ງຫາຍໜ້າຫາຍຕາໄປຈາກເວັບພາສາລາວເກືອບປີ?

ຂ້ານ້ອຍກໍລໍາບາກຄືກັນເດີ, ຕື່ນຕັ້ງແຕ່ຕອນໄກ່ຂັນກົກໄປຍັດລົມເຂົ້າກະສອບ ຈົນຄູບາຕີກອງເພນຈຶ່ງໄດ້ກັບມາບ້ານ.

ເຮືອນຊານບ້ານຊ່ອງກະບໍ່ໃຫຍ່ບໍ່ສູງ ບໍ່ມີແອບໍ່ມີເຕົາອຸ່ນໃຊ້ດອກ, ໄປໃສມາໃສກະຂີ່ລົດຖີບ

ເສື້ອຜ້າອາພອນກະໄປຊື້ເປັນກິໂລມານຸ່ງ ກິໂລນຶ່ງນຸ່ງກຸ້ມເປັນປີຍານາງເອີຍ.

ຄັນອີ່ຕົນແທ້ໆ ກະຮັບປະກັນເອົາຂ້ານ້ອຍເມືອຢູ່ລາວແດ່ ບໍ່ລືມບຸນບໍ່ລືມຄຸນດອກ :)

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ບໍ່ຄ່ອຍຮູ້ເລື້ອງປະຫວັດສາດ ..ຖາມແທ້ໆໆໆ ລາວນອກນີ້ຂາຍຊາດແທ້ບໍ່...ຄັນບໍ່ຂາຍ ຄື່ວ່າຢ້ານເຂົາເອົາໄປໂຮງແຮມຫ້າດາວໂພນຕ້ອງ

 ກະຈັກຊິເອົາຊາດຢູ່ໃສມາຂາຍ ຕອນລອຍຂ້າມຂອງກະມີສະຫຼິບໂຕດຽວຫຼານເອີຍ

ຕອນສະໃໝຝ່າຍວຽງຈັນປົກຄອງຫັ້ນ ພໍ່ຕູ້ກະເຮັດວຽກນໍາຣັຖບານ

ຄັນບໍ່ເຮັດກະຊິເອົາຫຍັງມາຊື້ເຂົ້າຊື້ນໍ້າລ້ຽງລູກລ້ຽງເມັຽຄືພວກຫຼານເຮັດການນໍາຣັຖຫັ້ນລະ

ກົກໄມ້ຕົ້ນນຶ່ງກະບໍ່ເຄີຍຕັດຂາຍ ຄໍາເມັດນຶ່ງກະບໍ່ເຄີຍຮ່ອນຂຶ້ນມາຂາຍດອກ

ກອນລໍາກອນນຶ່ງກະບໍ່ເຄີຍແຕ່ງຂາຍໃຫ້ຕ່າງຊາດ. ເພິ່ນເຂົ້າມາປ່ຽນຣະບອບການປົກຄອງ

ເພິ່ນກະຈັບຜູກສອກພໍ່ຕູ້ຂຶ້ນຣົຖ 66 ໄປສູນສໍາມະນາຈົນເກືອບຕາຍຍ້ອນພະຍາດມາລາເຣັຽ.

ໂຕນໜີມາ ເພິ່ນກະດ່າໃສ່ໂທຣະໂຄ່ງເປັ໊ງໆວ່າພໍ່ຕູ້ບໍ່ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ

ບໍ່ເຊື່ອໝັ້ນການນໍາພາຂອງຣັແນວນັ້ນແນວນີ້, ຈັ່ງວ່າບໍ່ກ້າກັບເມືອຢາມບ້ານຢາມເມືອງ

ຢ້ານເພິ່ນຈັບກຸມຄຸມຂັງອີກຊັ້ນນະ.

 ແມ່ນແລ້ວຕູ້ເອີຍສໃໝນັ້ນມັນບໍ່ມີຄົນຊື້ໄມ້   ຖ້າເປັນຄືທຸນມື້ນີ້ ບໍ່ວ່າແຕ່ຊິຂາຍໄມ້  ຂ້ອຍຢ້ານເຈົ້າຂາຍທັງປະເທດພຸ້ນລະ

 ບໍ່ເປັນຫຍັງດອກພໍ່ລຸງເອີຍ, ມາໂລດມາຢູ່ເມືອງລາວ

ຢູ່ບ້ານເຮົາກິນເຂົ້າຈ້ຳປາແດກກໍ່ແຊບ,

ໄປໃສມາໃສກໍ່ສະດວກສະບາຍ, ຢ່າໄປຫລົງເຊື່ອ

ພວກຄົນບໍ່ດີ ຊອກຫາຫລອກລວງຜູ້ອື່ນ.

ເມືອງລາວເຖິງຈະທຸກຍາກແດ່, ແຕ່ເປັນເມືອງທີ່ສະຫງົບ.

__________________
Anonymous

Date:

Anonymous wrote:

 ຕາມການບອກເລົ່າຂອງພີ່ນ້ອງທີ່ມີປ້າລຸງຖືສັນ

ຊາດອາເມລິກາ,​ແຕ່ມາກິນບຳນານຢູ່ເມືອງລາວ

ວ່າ ເຂົາກໍ່ສົ່ງເງິນບຳນານມາໃຫ້ກິນຢູ່ລາວຕະວາ.

 ເຂົາສົ່ງໃສ່ທະນາຄານໃນອາເມຣິກາກ່ອນ ຈາກນັ້ນກໍ່ແມ່ນສະມາຊິກໃນຄອບຄົວສົ່ງມາໃຫ້.

ອ້າຍເຂີຍຂ້ອຍກະໃສ່ທີ່ຢູ່ອາເມຣິກາ ແຕ່ໄປເປີດບັນຊີໄວ້ຢູ່ໄທ, ຮອດອາທິດຕົ້ນເດືອນມາ

ນ້ອງຊາຍລາວຢູ່ອາເມຣິກາຈຶ່ງໂອນຈາກທະນາຄານອາເມຣິກາມາໃຫ້ແລະລາວກໍ່ຂ້າມໄປ

ເບີກເອົາຢູ່ໜອງຄາຍ ປະກັນໄພສຸຂະພາບກະຢູ່ໄທ.

 ບໍ່ເປັນຫຍັງດອກພໍ່ລຸງເອີຍ, ມາໂລດມາຢູ່ເມືອງລາວ

ຢູ່ບ້ານເຮົາກິນເຂົ້າຈ້ຳປາແດກກໍ່ແຊບ,

ໄປໃສມາໃສກໍ່ສະດວກສະບາຍ, ຢ່າໄປຫລົງເຊື່ອ

ພວກຄົນບໍ່ດີ ຊອກຫາຫລອກລວງຜູ້ອື່ນ.

ເມືອງລາວເຖິງຈະທຸກຍາກແດ່, ແຕ່ເປັນເມືອງທີ່ສະຫງົບ.

__________________
Anonymous

Date:

ບໍ່ເປັນຫຍັງດອກພໍ່ລຸງເອີຍ, ມາໂລດມາຢູ່ເມືອງລາວ

ຢູ່ບ້ານເຮົາກິນເຂົ້າຈ້ຳປາແດກກໍ່ແຊບ,

ໄປໃສມາໃສກໍ່ສະດວກສະບາຍ, ຢ່າໄປຫລົງເຊື່ອ

ພວກຄົນບໍ່ດີ ຊອກຫາຫລອກລວງຜູ້ອື່ນ.

ເມືອງລາວເຖິງຈະທຸກຍາກແດ່, ແຕ່ເປັນເມືອງທີ່ສະຫງົບ.

__________________
ຕູ້ຂຽດ

 ມີແຕ່ການໄປການມາຫັ້ນເບາະສະດວກ? ດ້ານອື່ນໆຍັງຫຍຸ້ງຍາກຢູ່ຄືເກົ່າຫວາ?

ຕູ້ເຄີຍເມືອສອງເທື່ອແລ້ວ ປີ 1992 ກໍ່ໄດ້ເມືອເທື່ອນຶ່ງ ສາມປີກ່ອນກໍ່ໄດ້ເມືອເທື່ອນຶ່ງ.

ເບິ່ງລວມແລ້ວບ້ານເຮົາກໍ່ມີການປ່ຽນແປງຫຼາຍຖ້າທຽບໃສ່ຕອນປ່ຽນອໍານາດໃໝ່ໆ

ແຕ່ຖ້າເພິ່ນດັດແກ້ກົດຣັຖທັມນູນບາງຂໍ້ໃຫ້ສອດຄ່ອງ ອາດຈະມີຄົນລາວເຂົ້າໄປລົງທຶນ

ຫຼາຍກ່ວານນີ້.

ພວກທີ່ຈະເມືອກິນບໍານານ ສ່ວນຫຼາຍແມ່ນເປັນຫ່ວງດ້ານສຸຂະພາບ ເພາະວ່າ

ເຄືອຂ່າຍຮັກສາສຸຂະພາບຂອງອາເມຣິກາບໍ່ທັນຂະຫຍາຍໄປຮອດລາວ, ຄ່າຄອງຊີບກໍ່ສູງ

ຖ້າທຽບໃສ່ໄທແລະວຽດນາມ.

__________________
Anonymous

Date:

Kkon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

ລຸງຂໍເວົ້າຕຶມອີກນໍ້ ເມຶ່ອລູງໄປບຳນານ ເປັນເວລາ ໕ ປີແລ້ວເມື່ອອາຍຸໄດ້ ໖໒ ປີ  ປະຈຸບັນ ລຸງບໍ່ໄດ້ສົ່ງເງິນໄຫ້ພີ່ນອ້ງອີກ ເພາະພີ່ນ້ອງທາງ ປະເທສລາວ ແລະໄທຍກໍ່ໄດ້ຕາຍຫມົດແລ້ວ ລູງຂຽນນຳ Internet Lao Keyboard,  ບໍ່ມີຄີໂບດ ຈຶ່ງຜິດໆ ຖືກໆ ຂໍອະໄພນຳລູກຫລານ. ຊູ່ມື້ນີ້ ລູງກໍພຽງແຕ່ ຫລິ້ນໄປເລາະຕາມ Mall and Outlet  ບາງຄັ້ງ. ບໍ່ໄດ້ໄປຕຶກປາ ແຕ່ມີຫມູ່ທີ່ເຂາໂຮງຮຽນ ນາຍຮ້ອຍ ຮຸ້ນດຽວກັນ ລາວມັກ ຕຶກ ລາວໄດ້ ປາກ່າ ປາກົດ ແລະປາ ສະເຕິເຈິນ ລາວກໍ່ເອົາມາຊູ່ກິນ ນອກຈາກນັ້ນແມ່ນໄປຂີ່ເຮືອນຳ ຫລາຍຊາຍ ຊຶ່ງເພິ່ນເປັນ ຕຳຣວຈຂອງເມຶອງນີ້ ລາວເຊົ່າເກາະຈາກຣັຖບາລເປັນປີ ໄປເກັບເຮັດນາງຟ້າ ໄປເກັບນໍໄມ້ແລະພັກມາເຮັດ ປິກນິກ ແລະຍັງໄດ້ ແຄມປິງອີກດວ້ຍ ການໄປໂຮງຫມໍແມ່ນ ສະດວກສະບາຍຫລາຍ ເພາະ ການນັດຫມໍ ແມ່ນ ເຂົ້ານັດທາງ ເວບໄຊ ໂຮງຫມໍເອງ ຢາກໄດ້ຫຢາ ກໍ່ສົ່ງ ອີເມວ ໄຫ້ ຫມໍຫລືຟາມາຊີ ຫລືເຈັບປວ່ຍເລັກຫນ້ອຍ ກໍ່ຕິດຕໍ່ຫາຫມໍ ທາງ ອິນເຕິແນດເລິຍ ບໍ່ຕອ້ງໄດ້ເສັຍ ໂຄເປມັນ ຈັງແມ່ນໂລກມັນທັນສະໄຫມ, ລູງມາອະເມຣິກາ ໂທຣະທັສ ຍັງເປັນສີຂາວດຳ ສ່ວນມາກ. ຄົນມົ້ງຂ້າງບ້ານນີ້ ເຂົາມັກກິນ ຊີ້ນຊົດ, ຂະເຈົ້າ ໄປຂ້າໄກ່,,ມູ ແລະງົວ, ໃນຟາມເລິຍ ຮອດຍາມເກັດ ເຫັດ ຍິງກວາງ ນົກເປັດ ກາຮອກ ຂະເຈົ້າກໍ່ໄປ. ແມ່ນລາວໄປແລ້ວ ກໍ່ມາແບ່ງສູ່ລູງກິນ.ລະດູເກັບພັກກູດ Fern ກໍ່ຫາຊິພ່ານໄປ ແລະດຽວນີ້ຂະເຈົ້າປູກຫມາກ ສາລີ ຫມາກແຕງໄຫມ່ ແມ່ນມີ ຢູ່ເຕັມຫລ້ງບ້ານ ຊີວິຕຢູ່ອະເມຣິກາ ຖ້າເປັນຄົນດຸມັນ ແມ່ນ ບໍ່ອຶດກິນ ສວ່ນມາກຄົນເຮົາແມ່ນຕິດການພະນັນ ຫາມາໄດ້ເທົາໃດ ກໍບໍ່ພໍດອກ ສ່ວນລຸງເອງ ມີເຮືອນຮອດ ສາມຫລັງ ເຮຶອນສອງຊັ້ນ ລູງຢູ່ ແລະ ອີກສອງຫລັງແມ່ນໄຫ້ຄົນເຊົ່າ ເດຶອນ ລະພັນ. ລູງມີຣົຖ ໓ ຄັນ ແອມແອວ ໓໕໐ ML350, ຮອນດາ ອັກຄອດ, ແລະ ໂຕໂຍຕາ ປຣິອາສ ລູງມີສອງຜົວເມັຍ ເຮຶອນ ໕ ຫ້ອງນອນ ຄິດວ່າສະບາຍຢູ່ຫລາຍເຕີບ. ລູງລຶມບອກວ່າ ເປັນ ຊີປີແອສ ຈະຕອ້ງ ໄດ້ ປຣິນຍາໂທ Master Degree In Social Work, ແລະລູງກໍໄດ້ຈົບໂທ ໔ ປີຕໍ່ມາ. ຮຽນແດ່ຮຽດວຽກໄປນຳແດ່ ເພິ່ນຈົບ ໒ ປີ ເຮົາກະຈົບ ໔ ປີ ບໍ່ເປັນຫຍ້ງຄອ່ຍຮຽນໄປ.

ນີ້ຢາກ ແກ້ຄວາມເວົ້າ ຫລານຜູ້ນຶ່ງ ບອກວ່າລູກ ໑໘ ປີແລ້ວ ແມ່ນ ແວວແຟ ຊີ່ຕັດ ລູງເຄີຍໄດ້ເຮັດວຽກນີ້ຢູ່ ແຕ່ມັນກໍ່ຫລາຍ ສິບປີມາແລ້ວ ລູງຄິດວ່າຖ້າ ເດັກນັ້ນເຂົ້າໂຮງຮຽງ ເຕັມ ຈະຖຶກຕັດຈົບມັທະຍົມ ກອ່ນອາຍຸ ໑໙ ປີກອ່ນ. ຕໍ່ມາລູງກໍໄດ້ ມາເຮັດ ຊີປີເອສ (CPS)Child Protective Services ເກືອບ ຮອດ ສາວກົ່ວປີແລ້ວ. ລູງຍັງກັບເຂົ້າເຮັດຄຶນຕຶມອິກ ສອງປີ ເພາະ ເພິນຂາດຄົນ.

ສຳລັບຄົນທີ່ບອກວ່າ ຄົນລາຫລຶ ອົພະຍົບ ຂອງອິນໂດຈິນ ແມ່ນ ກິນເງິນຊວ່ຍເຫລືອ ແວວແຟນີ້ ໄຫ້ໄປຄິດຄວາມເວົ້າໄຫມ່ຊາ ຕາມທີ່ລຸງເປັນ ເຄສ ເວິກເກີ ຄົນລາວນີ້ເກືອບຫມົດແລ້ວ ຕອນທີ່ລູງ ໄປບຳນານ ມັນຍັງເກືອບບໍ່ມີແລ້ວ ຄົນລາວ ເຂົາເຊົາກິນແລວ້ ຄອບນຶ່ງ ໔ ຄົນ ລວມເງິນ ສະແຕມ ເຂົາເຈົ້າໄດ້ຮອດພັນ ຂະເຈົ້າໄປເຮັດວຽກແນວໄຫມ ແລະ ຊາຍຈອບ ຈະໄດ້ຫລາຍກົ່ວ ໓໐໐໐ ຕໍ່ເດຶອນ ແລ້ວເມັຍລາວໄປຍິບຜ້າກໍໄດ້ບໍ່ຕຳກົ້ວ ໑໕໐໐ ພໍແລ້ວ ຢູ່ຢງສະບາຍແລ້ວ ຊວນຜູ້ເຖົ້າ ທີ່ເພິນ ກິນເງິນເຖົ້າ ໄດ້ລະຫວາງ ໑໒໐໐ ຕໍ່ເດືອນ ລາວກໍເກັບກະດາດແກດ ແລະ ກະປອງ ລາວຈະໄດ້ ອາທິດຫນຶງ ໑໕໐ ຫາ ໒໐໐ ລາວກໍ່ຊື້ຄຳໄວ້ ອາທິດລະບາດ ເມຶອ ວັນເກີດຫລານນອ້ຍລາວ ລາວກໍເອົາຄຳນັ້ນມາໄຫ້ ເປັນຂອງຂວັນ ນຶ່ງບາດ. ຫລັງຈາກພໍ່ເຖົ້າຫມົດບຸນ ເມັຍລາວໄປເບິງຫີບລາວ ລາວມີ ຄຳ ຮອດ ກິໂລເຄິ່ງ.

ຊິ່ງທີເລົາມາບໍ່ມີເຈຕະນາຫຍັງເລິຍ ພຽງແຕ່ ຢາກຈະ share ຊີວິຕການເປັນຢູ່ຂອງລາວໃສະຫະຣັຖ ອະເມຣິກາເທົ່ານັ້ນ.

__________________
Anonymous

Date:

ກ່ອນອື່ນຕ້ອງຂໍຂອບໃຈລຸງທີ່ເຄີຍ Social Worker ທີ່ສະລະເວລາເຂົ້າມາເລົ່າຄວາມຈິງສູ່ລູກຫຼານຟັງ

ສໍາລັບຂ້ານ້ອຍແລ້ວເຊື່ອໃນສິ່ງທີ່ລຸງເວົ້າເພາະເຫັນຄົນລາວໃນເມືອງທີ່ຫຼານຢູ່ນີ້ຫຼາຍຄົນປະສົບຜົນສໍາເຣັດ

ໃນການສຶກສາ ໄດ້ປະກອບອາຊີບທີ່ມີຣາຍໄດ້ດີແລະໄດ້ໃຊ້ຊີວິດແບບສະບາຍໆແບບລຸງຫັ້ນລະ.

ຂ້ານ້ອຍເຄີຍເຂົ້າໄປທໍາຄວາມສະອາດໃນໂຮງຮຽນວິທະຍາໄລທ້ອງຖິ່ນ ແຕ່ບໍ່ມີໂອກາດໄດ້ເຂົ້າໄປນັ່ງຮຽນ

ໄດ້ເຂົ້າຮຽນຢູ່ Adult School ເທົ່ານັ້ນ ແຕ່ໂຊກດີທີ່ໄດ້ຕົກຖັງເຂົ້າສານຈຶ່ງບໍ່ໄດ້ຕື່ນເດິກລຸກເຊົ້າໄປເຮັດວຽກ

ຄືຄົນອື່ນ. biggrinbiggrin

ຕອນອາຍຸ 19 ປີ ຂ້ານ້ອຍເປັນນັກເຕັ້ນໂບ້ປະຈໍາບາໄກ່ຫຍາບຢູ່ Las Vegas, ແມ່ໝ້າຍເສດຖີຈີນເຫັນ

ກໍ່ເລີຍເອົາຂ້ານ້ອຍມາລ້ຽງ ຈຶ່ງໄດ້ມານັ່ງອອກຄໍາເຫັນຕອບລຸງນີ້ລະ.

__________________
ສາວໂຫນຕີ້

Date:

ຢາກເປັນລູກສະໄພ້ເຈົ້າເດ໋ ຢາກຂີ່ລົດ ML350 ຢາກຢູ່ບ້ານ 5 ຫ້ອງນອນຫັ້ນນະ

ຖ້າໄດ້ເປັນລູກສະໄພ້ ຊິຕິດຕັ້ງແປ້ນພິມລາວໃຫ້ພໍ່ປູ່ພິມສະບາຍບໍ່ຕ້ອງໄປໃຊ້

virtual lao keyboard ດອກ ຈັ່ງຊິພິມຖືກຫຼັກໄວຍາກອນແດ່.

ຕາມເບິ່ງສະຖິຕິທີ່ເພິ່ນສໍາຫຼວດໃນປີ 2010 ຫັ້ນ ເພິ່ນວ່າ ຄົນລາວ-ອາເມຣິກັນ

ເຮັດວຽກຢູ່ງານເປັນສ່ວນຫຼາຍ ມີເຖິງ 62,7% ສ່ວນເຫຼືອອາດຈະປະກອບອາຊີບ

ຢ່າງອື່ນ ຫຼືອາດຈະນັ່ງເຮັດວຽກຢູ່ຫ້ອງແອຄືພໍ່ລຸງML350 ກະເປັນໄດ້.ົບ

ເບິ່ງລວມແລ້ວ ຊີວິດການເປັນຢູ່ຂອງຄົນລາວຢູ່ໃນສະຫະຣັຖກໍ່ຖືວ່າດີຄືຄົນລາວ

ຢູ່ໃນປະເທດອື່ນໆເຊັ່ນປະເທດການາດາ ຝຣັ່ງ ອັງກິດ ເຍັຽຣະມັນ ນິວຊິແລນ

ອາເຢັນຕິນາແລະປະເທດຍີ່ປຸ່ນ. ເຫັນໄດ້ຈາກການເພິ້ມຂຶ້ນຂອງຈໍານວນນັກ

ຮຽນທີ່ຈົບຊັ້ນປະຣິນຍາທີ່ມີເຖິງ 13.2% ຂອງຈໍານວນພົນລະເມືອງລາວໃນອາເມຣິກາ

ແລະມີຜູ່ຈົບຊັ້ນປະຣິນຍາໂທ ເອກແລະດັອກເຕີເຖິງ 4.8%.

ກະຊິມີແຕ່ຂ້ານ້ອຍນີລະບໍ່ຈົບຫຍັງ, ຕອນຍັງນ້ອຍກະຝັນຢາກເປັນນາງພະຍາບານ

ແຕ່ຖືກຜູ່ບ່າວຕົ້ມກິນໄຂ່ແດງກ່ອນເລີຍໄດ້ເປັນແຕ່ CNA ເຊັດຂີ້ລ້າງຍ່ຽວໃຫ້ຄົນເຈັບ

ເທົ່ານັ້ນ ແຕ່ກະຮູ້ສຶກດີໃຈທີ່ໄດ້ຊ່ອຍຄົນທີ່ບໍ່ສາມາດຊ່ອຍຕົນເອງໄດ້.

__________________

Veteran Member

Status: Offline
Posts: 67
Date:

ທຸກອ້າຍເອີຍ

__________________
Anonymous

Date:

ທຸກຫຼາຍຈົນເວົ້າບໍ່ໄດ້ຊັ້ນເບາະ Bob svk? ທຸກແນວໃດ໋ກໍ່ເວົ້າສູ່ກັນຟັງຊັ້ນຕະວາ

ຊິໄປເກັບໄວ້ໃນໃຈຈັ່ງໃດ໋ ຈັກນ່ອຍພວກໝູ່ຄູ່ທີ່ຢູ່ເມືອງລາວບໍ່ຮູ້ຄວາມຈິງຊິພາກັນ

ຄິດວ່າປະເທດຕາເວັນຕົກເປັນສະຫວັນເມືອງຄົນ.

ຂ້ອຍເກີດແລະໃຫຍ່ໃນຄອບຄົວທີ່ມີຖານະປານກາງ, ພໍ່ເປັນຂ້າຣາຊການຊັ້ນຜູ່ນ້ອຍ

ແມ່ເປັນແມ່ຄ້າຂາຍຜັກຢູ່ຕະລາດ. ຫຼັງຈາກເພິ່ນສະຖາປະນາເປັນ ສປປລ ເພິ່ນກໍ່ເອົາພໍ່

ໄປສໍາມະນາຢູ່ເຂດທຸຣະກັນດານ ແຕ່ໂຊກດີທີ່ຍັງມີຄຸນພະພຸທພະທັມຄຸ້ມຄອງ ເພິ່ນຈຶ່ງໄດ້

ຫຼຸດພົ້ນຈາກເງື້ອມມືຂອງຍົມພິບານແດງ. ທໍາອິດກໍ່ຄິດວ່າຈະຢູ່ຝຶກຝົນຫຼໍ່ຫຼອມຕົນເອງ

ໃຫ້ເປັນນັກຮຽນປະຕິວັດຄືທ່ານພູມີ ວົງວິຈິດ ໄດ້ໃຫ້ໂອວາດຫັ້ນລະ, ແຕ່ມັນກໍ່ເປັນໄປບໍ່ໄດ້

ຍ້ອນຄວາມບໍ່ເປັນທັມໃນສັງຄົມ ຊຶ່ງຍາມໃດ໋ເພິ່ນກໍ່ເຫັນຂ້ອຍເປັນລູກປະຕິການຂາຍຊາດ

ທັງໆທີ່ພໍ່ຂອງຂ້ອຍບໍ່ເຄີຍເຮັດໃນສິ່ງທີ່ເພິ່ນກ່າວຫາ.

ອາເມຣິກາເປັນດິນແດນທີ່ໃຫ້ໂອກາດແກ່ທຸກຄົນ ແຕ່ຕ້ອງໄດ້ດິ້ນຮົນເພື່ອຈະໄດ້ໂອກາດນັ້ນມາ.

ເຖິງວ່າຂ້ອຍຈະບໍ່ມີບ້ານຫຼັງໃຫຍ່ ບໍ່ໄດ້ຂີ່ຣົຖຄັນງາມ ແຕ່ຂ້ອຍພູມໃຈໃນສິ່ງທີ່ຂ້ອຍຫາໄດ້ມາ

ດ້ວຍນໍ້າເຫື່ອນໍ້າແຮງຂອງຕົນເອງຢ່າງຖືກຕ້ອງຕາມກົດໝາຍແລະບໍ່ໄດ້ເຮັດໃຫ້ສັງຄົມ

ເດືອດຮ້ອນ, ແມ່ນບໍ່ລະ Bob svk?

__________________

Veteran Member

Status: Offline
Posts: 67
Date:

biggrin 

ແມ່ນ....

__________________
Anonymous

Date:

ຜູ້ຂ້າຍັງມີຄວາມເສັຍໝົກເສັຍໃຈຢູ່ຕັ້ງແຕ່ມື້ມາຕົກອາເມຣິກາ

ຈົນເຖິງເທົ່າທຸກວັນນີ້ບໍ່ເຫືອດບໍ່ຫາຍແລະບໍ່ມີມື້ແລ້ວຈັກເທື່ອພີ່

ນ້ອງລາວໃນເອີຍ, ກໍເລີຍໄດ້ແຕ່ເກັບເອົາຄວາມເສັຍໝົກເສັຍໃຈ

ນັ້ນຊຸກເຊື່ອງຂັງເອົາໄວ້ໃນໃຈຕຣອດມາຈົນນານເຖິງຊາວ ສາມສິບ

ກວ່າປີມາແລ້ວ. ກໍຖືວ່າວາສນາຂອງຕົນເອງກໍແລ້ວກັນມີ່ບໍ່ມີໂອ

ກາດໄດ້ສແດງຄວາມຂອບໝົກຂອບໃຈນຳສະຫາຍໄກສອນພົມວິ

ຫານເພາະສະຫາຍໄດ້ຕາຍໄປຈາກໂລກນີ້ກ່ອນ. ຜູ່ຂ້າມີຄວາມຕັ້ງ

ໃຈໄວ້ວ່າ ຖ້າມີໂອກາດຍາມໃດຈະໄດ້ສແດງຄວາມຂອບໃຈຢ່າງເປັນ

ທາງການກັບສະຫາຍໄກສອນ. ຖ້າບໍ່ມີສະຫາຍໄກສອນຜູ່ຂ້າຄົງຈະ

ບໍ່ມີວັນນີ້, ແຕຮເສັຍດາຍສະຫາຍໄກສອນພົມວິຫານບໍ່ມີວາສນາ

ພໍທີ່ຈະໄດ້ຮັບຄວາມສແດງຄວາມຂອບໃຈຈາກຜູ້ຂ້າເລີຍ.

 ໄກສອນສົ່ງເຈົ້າໄປເປັນ KGB ຢູ່ອາເມລິກາຫວາ? ຕັດຫໍາພວກຂາຍຊາດໄດ້ຈັກຄົນແລ້ວ?

ບໍ່ເເມ່ນໄກສອນພົມວິຫານສົ່ງຂ້ອຍໄປ ມັນ made ຂ້ອຍໄປຢູ່ອາເມຣິກາຕ່າງຫາກ. ໃຜສິຄິດສິຝັນ

ວ່າຈະໄດ້ມາຢູ່ອາເມຣິກາ, ແມ້ແຕ່ຄິດຍັງບໍ່ເຄີຍຄິດ ແມ້ແຕ່ຝັນຍັງບໍ່ເຄີຍຝັນ. ຖ້າໄກສອນພົມວິ

ຫານບໍ່ໄດ້ລົ້ມຣະບອບການປົກຄອງຂອງຣັຖະບາລສະເດັດເຈົ້າສຸວັນະພູມາແລະໄລ່ຂ້າໄລ່ແກງຂ້າຣາຊະ

ການ, ທະຫານ, ຕຳຣວດ ແລະປະຊາຊົນທັມະດາ ຜູ່ຂ້າກໍຈະບໍ່ມີໂອກາດໄດ້ມາຢູ່ອາເມຣິກາໄດ້ດອກ.

ຖ້າວ່າຂ້ອຍຍັງຢູ່ເມືອງລາວຂ້ອຍກໍຈະເປັນພໍ່ໄຮ່ພໍ່ນາທຖກຍາກທັມະດາຄົນໜຶ່ງເທົ່ານັ້ນ ເພາະຂ້ອຍ

ເອງກໍມາຈາກຄອບຄົວຊາວນາທີ່ຍາກຈົນເທົ່ານັ້ນ, ອ້າຍເອື້ອຍແລະຍາດພີ່ນ້ອງຂອງຂ້ອຍທີ່ົຢູ່ເມືອງ

ເຖິງທ້າວທຸກວັນນີ້ກໍຍັງເປັນຊາວໄຮ່ຊາວນາທີ່ທຸກຍາກຢູ່ເໝືອນເດີມໂດຍບໍ່ມີຫຍັງດີກ່ວາເດີມເລີຍ.

ໄຄແຕ່ຂ້ອຍຢູ່ອາເມຣິກາພໍມີເງິນສົ່ງອຸດໜູນພີ່ໆນ້ອງໆທີ່ຢູ່ທາງບ້ານໃຫ້ມີຢູ່ມີກິນມາຕັ້ງແຕ່ປີ 80

ມາຈົນເຖິງເທົ້າທຸກວັນນີ້. ຂໍຂອບໃຈສະຫາຍໄກສອນພົມວິຫານເດີ້ ໃຫ້ໄປສູ່ບ່ອນທີ່ຊອບທີ່ຊອບເຖີດ.

__________________
Anonymous

Date:

555555555

__________________
Anonymous

Date:

ຖ້າເຈົ້າຮູ້ບຸນຄຸນຂອງທ່ານໄກສອນ ພົມວິຫານ ທີ່ໄດ້ເຮັດໃຫ້ບ້ານແຕກສະແຫຼກຂາດ

ເຮັດໃຫ້ເຊື້ອເຜົ່າພົງພັນຂອງລາວຕ້ອງໄດ້ພັດພາກຈາກປຸຕຸພູມທີ່ແສນຮັກແລະຫວງແຫນຂອງຕົນ

ໜີໄປຊົ້ນແຜ່ນດິນຄົນອື່ນ ກໍ່ບິນມາຂໍ່ານັບວາງພວງມະລາຢູ່ອະນຸສາວະລີເພິ່ນລະ ມາເດີ ມາໄວໆ.

__________________

Senior Member

Status: Offline
Posts: 140
Date:

Anonymous wrote:

ສະບາຍດີຍານາງຈໍາປາ, ໄປທ່ຽວປະເທດໃດມາ ຈຶ່ງຫາຍໜ້າຫາຍຕາໄປຈາກເວັບພາສາລາວເກືອບປີ?

ຂ້ານ້ອຍກໍລໍາບາກຄືກັນເດີ, ຕື່ນຕັ້ງແຕ່ຕອນໄກ່ຂັນກົກໄປຍັດລົມເຂົ້າກະສອບ ຈົນຄູບາຕີກອງເພນຈຶ່ງໄດ້ກັບມາບ້ານ.

ເຮືອນຊານບ້ານຊ່ອງກະບໍ່ໃຫຍ່ບໍ່ສູງ ບໍ່ມີແອບໍ່ມີເຕົາອຸ່ນໃຊ້ດອກ, ໄປໃສມາໃສກະຂີ່ລົດຖີບ

ເສື້ອຜ້າອາພອນກະໄປຊື້ເປັນກິໂລມານຸ່ງ ກິໂລນຶ່ງນຸ່ງກຸ້ມເປັນປີຍານາງເອີຍ.

ຄັນອີ່ຕົນແທ້ໆ ກະຮັບປະກັນເອົາຂ້ານ້ອຍເມືອຢູ່ລາວແດ່ ບໍ່ລືມບຸນບໍ່ລືມຄຸນດອກ :)

 ບໍ່ໄດ້ໃປປະເທດໃດດອກ

ແຕ່ບໍ່ອອກຄຳເຫັນຊື່ໆ ມີແຕ່ອ່ານ

ຈັກໃຜຊິປະກັນເອົາໃຜລະນໍ້ ບາດນີ້

ຄັນທ່ານວ່າລໍ້າບາກ ຂ້ານ້ອຍຢູ່ເມືອງລາວ ແຫ່ງປະເທດກຳລັງພັດທະນາ

ແຮງລໍ້າບາກກົ່ວທ່ານອີກ ແຕ່ບໍ່ເວົ້າ

ຈັ່ງໃດກະຢ່າ

ຮັກແພງກັນໄວ້ ພີ່ນ້ອງລາວເຮົາ

ມີຫັຍງກໍ່ລົມສູ່ກັນຟັງຕາມພາສາ ຄົນຊາດດຽວກັນລະເຮົາ

-- Edited by Champa on Sunday 16th of September 2012 08:08:38 PM

__________________
Anonymous

Date:

Anonymous wrote:

ຜູ້ຂ້າຍັງມີຄວາມເສັຍໝົກເສັຍໃຈຢູ່ຕັ້ງແຕ່ມື້ມາຕົກອາເມຣິກາ

ຈົນເຖິງເທົ່າທຸກວັນນີ້ບໍ່ເຫືອດບໍ່ຫາຍແລະບໍ່ມີມື້ແລ້ວຈັກເທື່ອພີ່

ນ້ອງລາວໃນເອີຍ, ກໍເລີຍໄດ້ແຕ່ເກັບເອົາຄວາມເສັຍໝົກເສັຍໃຈ

ນັ້ນຊຸກເຊື່ອງຂັງເອົາໄວ້ໃນໃຈຕຣອດມາຈົນນານເຖິງຊາວ ສາມສິບ

ກວ່າປີມາແລ້ວ. ກໍຖືວ່າວາສນາຂອງຕົນເອງກໍແລ້ວກັນມີ່ບໍ່ມີໂອ

ກາດໄດ້ສແດງຄວາມຂອບໝົກຂອບໃຈນຳສະຫາຍໄກສອນພົມວິ

ຫານເພາະສະຫາຍໄດ້ຕາຍໄປຈາກໂລກນີ້ກ່ອນ. ຜູ່ຂ້າມີຄວາມຕັ້ງ

ໃຈໄວ້ວ່າ ຖ້າມີໂອກາດຍາມໃດຈະໄດ້ສແດງຄວາມຂອບໃຈຢ່າງເປັນ

ທາງການກັບສະຫາຍໄກສອນ. ຖ້າບໍ່ມີສະຫາຍໄກສອນຜູ່ຂ້າຄົງຈະ

ບໍ່ມີວັນນີ້, ແຕຮເສັຍດາຍສະຫາຍໄກສອນພົມວິຫານບໍ່ມີວາສນາ

ພໍທີ່ຈະໄດ້ຮັບຄວາມສແດງຄວາມຂອບໃຈຈາກຜູ້ຂ້າເລີຍ.

 ຂພຈ ຮູ້ສຶກເສັຍໃຈທີ່ ເຫັນຄົນທີ່ມີຄວາມອະກະຕັນຍູຄືເຈົ້າ ຄົນໜ້າໄຫ້ວຫລັງຫລອກຄືເຈົ້າ ຍັງຄົງລົບໆລີ້ ຢູ່ໃນປະເທດອະເມຣິກາ.

ທ່ານບໍ່ຄວນຈະຊຸກເຊືອນຄວາມທຸກມົກທຸກໃຈເອົາໄວ້ອີກເລີຍ ຄວນຈະກັບເມື່ອຢູ່ເມືອງລາວ ພ້ອມຊັບສິນສົມບັດທີ່ໄດ້ສະສົມມາຫັ້ນ ທ່ານຈະມີຄວາມສະບາຍໃຈ

ໃນບັ້ນເຖົ້າ. ປະເທດອະເມຣິກາໃຫ້ເຈົ້າໄດ້ແຕ່ຄວາມສຸກພາຍນອກ ຊື່ງເຕັມປ່ຽມສົມບູນໄປດ້ວຍອາຫານການກິນວັດຖຸຫຼາກຫຼາຍເຫຼືອລົ້ນ...

ໃຫ້ບ່ອນຢູ່ແກ່ເຈົ້າ ໃຫ້ເຈົ້າມີບ່ອນທຳມາຫາກິນລ້ຽງຄອບຄົວ ໃຫ້ການສຶກສາ ທັງມີການປິ່ນປົວຢ່າງດີເມື່ອເຈົ້າຫຼືສະມາຊິກໃນຄອບຄົວຂອງເຈັບເປັນ

ມີລະບົບສານທີ່ພ້ອມຈະຮັບຟັງຄຳຮ້ອງທຸກແລະໃຫ້ຄວາມຍຸຸຕິທັມແກ່ເຈົ້າ ໃຫ້ສິດໃນການໄປມາ ສຸດແສນຈະສະດວກ

ແລະໂດຍສະເພາະແລ້ວແມ່ນໃຫ້ສິດທ່ານໄປປ່ອນບັດໃນການຫາສຽງເລືອກຕັ້ງໃນທຸກຂັ້ນຕອນຂອງຣັຖບານ ທ່ານມີສິດເສຣິພາບທຸກໆຢ່າງ ເທົ່າທີ່ມະນຸດຄົນໜຶ່ງ

ຄວນຈະມີໄດ້. ເມື່ອຄວາມດີຕ່າງໆ ທີ່ທ່ານໄດ້ ນຳປະເທດອະເມຣິກາບໍ່ມີຄວາມຫມາຍຫຍັງຫມົດສຳຣັບເຈົ້າແລະຄອບຄົວ...ກໍສົມຄວນແກ່ເວລາທີ່ເຈົ້າຈະຕ້ອງໜີອອກຈາກປະເທດນີ້

ທ່ານຄວນໄປຢູ່ບ່ອນທີ່ທ່ານເຫັນວ່າເຂົາມີບຸນຄຸນແກ່ທ່ານ ບ່ອນທີ່ທ່ານຈະສະບາຍໃຈ. ຢ່າຈຳໃຈຢູ່ອີກຕໍ່ໄປເລີຍ ຍັງມີຄົນອີກຫຼາຍຮ້ອຍລ້ານຄົນຈາກທົ່ວທຸກມຸມໂລກທີ່ຍັງໄຝ່ຝັນ

ແລະດີ້ນລົ່ນຢາກມາຢູ່ປະເທດນີ້. ປະເທດອະເມຣິກາບໍ່ເຄີຍຄຶດວ່າ ຖ້າຂາດເຈົ້າໄປຜູ້ໜຶ່ງ ປະເທດນີ້ຈະລົ້ມລະລາຍລົງທັນທີ.

ເສັຍໃຈນຳທີ່ທ່ານ ຕ້ອງຈຳໃຈຝືນຢູ່ດ້ວຍຄວາມທຸກມົກທຸກໃຈ. ສາຍການບິນກັບຄືນຕໍ່ຫາເມືອງລາວກໍມີບໍຣິການໃຫ້ແກ່ທ່ານທຸກໆວັນ.

ໂຊກດີ

__________________
Anonymous

Date:

I about 2 years (if possible), I would like to come back and retire in Laos.

Can I do that ?

I will have a retirement income from work, from Social Security and from my 401K plan.

A combine of about $3000.00 a month should be enough living in Laos (I guess).

Is there anybody do that now?

__________________
Anonymous

Date:

In about 2 years (I mean)..

 It's all your choice, nobody is going to force you what to do or where to live. All you have to do is a bit of research

about the living conditions over there. With that kind of money you should live a comfortable life but keep in mind

that there are other factors to take into consideration as well such as your health and how to preserve your assets.

Pension + SSI + 401K distributions money are enough for you to live any where in this world. Just spend it wisely.

__________________
Anonymous

Date:

Anonymous wrote:

I about 2 years (if possible), I would like to come back and retire in Laos.

Can I do that ?

I will have a retirement income from work, from Social Security and from my 401K plan.

A combine of about $3000.00 a month should be enough living in Laos (I guess).

Is there anybody do that now?

 ຖ້າຈະໄປຢູ່ລາວແທ້ໆ ຕ້ອງໄດ້ຮຽນປາກ ຮຽນເວົ້າ ຮຽນຂຽນພາສາລາວເດີ ຈະໄປອວດໂຊພາສາອັງກິດໃສ່ເຂົາແບບນີ້ ຮັບຮອງຢູ່ບໍ່ໄດ້ພໍ 3 ເດືອນ.

ເງິນ 3000 ໂດລາ ຈ່າຍຄ່າເຮືອນເດືອນນຶ່ງກະຍັງບໍ່ພໍ ຕ້ອງມີລາຍໄດ້ເດືອນນຶ່ງ 15000 ຂຶ້ນໄປຈັ່ງຢູ່ເມືອງລາວໄດ້ສະບາຍ

ເພາະເຈົ້າເປັນຄົນຕ່າງປະເທດຕ້ອງໄດ້ຈ່າຍທຸກສິ່ງທຸກຢ່າງ ຖ້າຢາກມີລາຍຈ່າຍນ້ອນລົງຕ້ອງໄດ້ປ່ຽນສັນຊາດເປັນພົນລະເມືອງລາວກ່ອນ,

ເພື່ອຄວາມກະຈ່າງແຈ້ງ ເຈົ້າຄວນຈະໄປເບິ່ງສະພາບການດ້ວຍຕົວຂອງເຈົ້າເອງເດີຍາລຸງ.

__________________
Anonymous

Date:

ພໍ່ຕູ້..ຂ້ຽຂຽນພາສາອັງກິດ ບໍ່ແມ່ນຈະອວດໂຊໃຜດອກເດີ..

ໃຫ້ຈື່ໄວ້ໃນສະໝອງ ຈົນຮອດມື້ເຈົ້າຕາຍພຸ້ນລະ...

__________________
Anonymous

Date:

Anonymous wrote:
Anonymous wrote:

I about 2 years (if possible), I would like to come back and retire in Laos.

Can I do that ?

I will have a retirement income from work, from Social Security and from my 401K plan.

A combine of about $3000.00 a month should be enough living in Laos (I guess).

Is there anybody do that now?

 ຖ້າຈະໄປຢູ່ລາວແທ້ໆ ຕ້ອງໄດ້ຮຽນປາກ ຮຽນເວົ້າ ຮຽນຂຽນພາສາລາວເດີ ຈະໄປອວດໂຊພາສາອັງກິດໃສ່ເຂົາແບບນີ້ ຮັບຮອງຢູ່ບໍ່ໄດ້ພໍ 3 ເດືອນ.

ເງິນ 3000 ໂດລາ ຈ່າຍຄ່າເຮືອນເດືອນນຶ່ງກະຍັງບໍ່ພໍ ຕ້ອງມີລາຍໄດ້ເດືອນນຶ່ງ 15000 ຂຶ້ນໄປຈັ່ງຢູ່ເມືອງລາວໄດ້ສະບາຍ

ເພາະເຈົ້າເປັນຄົນຕ່າງປະເທດຕ້ອງໄດ້ຈ່າຍທຸກສິ່ງທຸກຢ່າງ ຖ້າຢາກມີລາຍຈ່າຍນ້ອນລົງຕ້ອງໄດ້ປ່ຽນສັນຊາດເປັນພົນລະເມືອງລາວກ່ອນ,

ເພື່ອຄວາມກະຈ່າງແຈ້ງ ເຈົ້າຄວນຈະໄປເບິ່ງສະພາບການດ້ວຍຕົວຂອງເຈົ້າເອງເດີຍາລຸງ.

 ຕູ້ເອີ້ຍ ອົມຫຍັງມາເວົ້າ ຄືມາກະດັກກະດໍ້ແທ້. ລອງເອົາຂໍ້ມູນຂອງເຈົ້າມາອ້າງເບິ່ງດຸວ່າ ມັນມີຄວາມຈຳເປັນແນວໃດຈຶ່ງຕ້ອງຈະມີລາຍຈ່າຍເຖິງ $USD 15,000.00 ຕໍ່່ເດືອນ.

ເວົ້າລົມໆແລ້ງໆ ...ຜູ້ຂ້າບໍ່ຢາກຕໍ່ແຫຼນຳ. 

__________________
Anonymous

Date:

Anonymous wrote:

I about 2 years (if possible), I would like to come back and retire in Laos.

Can I do that ?

I will have a retirement income from work, from Social Security and from my 401K plan.

A combine of about $3000.00 a month should be enough living in Laos (I guess).

Is there anybody do that now?

 May I suggest that you go to live in Laos for just a few months first to have a glimpse of what you may or may not like. 

The next question is: do you have any relatives already living in Laos??? they will be able to give you guidance on how and where to find suitable housing and not to be milked by greedy people there. Vientiane and Luang Prabang are relatively expensive cities.

Another important question is your health care. When you get older you will get sick more easily. Most well-off Lao people go for medical checkup and treatment in Thailand because Laos is relatively poor in health care issues. To go to live in Laos without relatives there will be a bit tough for you. And you may end up coming back to Europe or the US after you spend a big chunk of your saving in Laos. Think and plan seriously because making any final decision.

__________________
Raiders

Date:

79267724229872060098.jpg

ຕາມທີ່ໄດ້ສອບຖາມພີ່ນ້ອງຢູ່ລາວຕອນໄປຢາມບ້ານ ເພິ່ນບອກວ່າຖ້າມາຢູ່ແບບລາວໆຫັ້ນ ເດືອນລະ 1000 ກໍ່ພໍກຸ້ມ

ແຕ່ຖ້າມາຢູ່ຖືກຕ້ອງຕາມກົດໝາຍແບບຄົນຕ່າງປະເທດຕ້ອງມີລາຍໄດ້ຫຼາຍແດ່ເພາະຄ່າເຊົ່າບ້ານ ຄ່ານໍ້າ ຄ່າໄຟ

ຄ່າຈ້າງແມ່ບ້ານ ຄົນຮັກສາຄວາມສະອາດ ຄົນຂັບລົດ ຕ້ອງໄດ້ຈ່າຍແພງກວ່າ, ຄ່າໄຟຟ້າກິໂລວັດໂມງນຶ່ງເພິ່ນໄລ່

ເອົາປະມານພັນກວ່າກີບ ຖ້າໃຊ້ກາຍ 150 ກິໂລວັດໂມງ ແມ່ນແພງກ່ວານັ້ນ. ສ່ວນຄ່າບໍາລຸງບ້ານ ແຕ່ລະບ້ານເກັບ

ຕ່າງກັນ ອັນນີ້ຂ້ອຍກໍ່ບໍ່ເຂົ້າໃຈວ່າເພິ່ນໝາຍເຖິງຫຍັງ.

10 ປີກ່ອນໄດ້ຍິນວ່າເພິ່ນຊິສ້າງເມືອງເຊໂນໃຫ້ເປັນເມືອງຂອງຄົນຕ່າງປະເທດທີ່ເຂົ້າມາບໍານານ ແຕ່ບໍ່ຮູ້ວ່າເພິ່ນ

ລາຍລະອຽດໃນໂຄງການນີ້, ໃຜຮູ້ຊ່ອຍບອກແດ່.

http://www.immo-laos.webs.com/hr3000-5000.html

__________________
Anonymous

Date:

Thanks for the suggestion, that's a good comment. smile

__________________
Anonymous

Date:

I never plan to live in the expensive house like that.

__________________
Anonymous

Date:

Anonymous wrote:

I never plan to live in the expensive house like that.

Those houses are for foreign diplomats or business persons. As a Lao person you can rent a one or two-bedroom appartment for about $400-500 a month. You don't need maid or chauffeur, eat simple meal and live like other Lao people. It should not be too expensive. It's the travel back-and-forth between Laos and Europe or US that will cost your budget.

__________________
Anonymous

Date:

ຕູ້ຂຽດ wrote:
Anonymous wrote:

ບໍ່ເປັນຫຍັງດອກພໍ່ລຸງເອີຍ, ມາໂລດມາຢູ່ເມືອງລາວ

ຢູ່ບ້ານເຮົາກິນເຂົ້າຈ້ຳປາແດກກໍ່ແຊບ,

ໄປໃສມາໃສກໍ່ສະດວກສະບາຍ, ຢ່າໄປຫລົງເຊື່ອ

ພວກຄົນບໍ່ດີ ຊອກຫາຫລອກລວງຜູ້ອື່ນ.

ເມືອງລາວເຖິງຈະທຸກຍາກແດ່, ແຕ່ເປັນເມືອງທີ່ສະຫງົບ.

 ມີແຕ່ການໄປການມາຫັ້ນເບາະສະດວກ? ດ້ານອື່ນໆຍັງຫຍຸ້ງຍາກຢູ່ຄືເກົ່າຫວາ?

ຕູ້ເຄີຍເມືອສອງເທື່ອແລ້ວ ປີ 1992 ກໍ່ໄດ້ເມືອເທື່ອນຶ່ງ ສາມປີກ່ອນກໍ່ໄດ້ເມືອເທື່ອນຶ່ງ.

ເບິ່ງລວມແລ້ວບ້ານເຮົາກໍ່ມີການປ່ຽນແປງຫຼາຍຖ້າທຽບໃສ່ຕອນປ່ຽນອໍານາດໃໝ່ໆ

ແຕ່ຖ້າເພິ່ນດັດແກ້ກົດຣັຖທັມນູນບາງຂໍ້ໃຫ້ສອດຄ່ອງ ອາດຈະມີຄົນລາວເຂົ້າໄປລົງທຶນ

ຫຼາຍກ່ວານນີ້.

ພວກທີ່ຈະເມືອກິນບໍານານ ສ່ວນຫຼາຍແມ່ນເປັນຫ່ວງດ້ານສຸຂະພາບ ເພາະວ່າ

ເຄືອຂ່າຍຮັກສາສຸຂະພາບຂອງອາເມຣິກາບໍ່ທັນຂະຫຍາຍໄປຮອດລາວ, ຄ່າຄອງຊີບກໍ່ສູງ

ຖ້າທຽບໃສ່ໄທແລະວຽດນາມ.

 ລູງເອີຍເຈົ້າເຂົ້າໃຈຜິດແລ້ວ,ທີ່ຈິງແລ້ວຄ່າຄອງຊີບຢູ່ເມືອງ

ລາວແມ່ນຖືກກວ່າຢູ່ຫວຽດນາມແລະໄທ, ການຊອກຢູ່ທຳ

ກິນກໍ່ສະດວກສະບາຍເພາະດິນດອນຊອກຫາຢູ່ທຳກິນກໍ່ຍັງ

ກວ້າງຂວາງ, ກົດຫມາຍລາວກໍ່ອະນຸຍາດໃຫ້ທຸກຄົນມີສິດເຮັດ

ການຄ້າການຂາຍ, ນິດໃສຄົນລາວຍັງເອື້ອເຟື້ອເພື່ອແຜ່ກັນດີຢູ່

ບໍລິສັດປະກັນໄພດ້ານຕ່າງໆກໍ່ມີຫລາຍ, ມີທັງຂອງລັດແລະ

ເອກະຊົນ,​ລຸງບໍ່ຕ້ອງຄິດວ່າມີແຕ່ຂອງອາເມລິກາເທົ່ານັ້ນທີ່ເປັນ

ຂອງດີ,​ຜູ້ອື່ນເຂົາກໍ່ດີຄືກັນ.

 ຂ້ອຍຊິພະຍາຍາມເຊື່ອເຈົ້າເດີແມ່ປ້າ. ສໍາລັບຄົນຈົນຄືຂ້ອຍຄິດວ່າຄ່າຄອງຊີບຢູ່ບ້ານເຮົາ

ສູງກວ່າປະເທດເພື່ອນບ້ານ, ຕອນຂ້ອຍເມືອຢາມປ້າຢູປາກເຊ ເພິ່ນອອກຕະລາດມື້ລະ

ລ້ານປາຍເກືອບສອງລ້ານ ບໍ່ໄລ່ຄ່ານໍ້າເມົາເດີ. ສໍາລັບດິນດອນຕ່ອນຫຍ້າຫັ້ນຍັງກວ້າງ

ຂວາງແທ້ ແຕ່ເປັນຂອງຄົນອື່ນ ຈະໄປແຕະຕ້ອງບໍ່ໄດ້ດອກເພາະເພິ່ນຂາຍຕາແມັດນຶ່ງ

ຫຼາຍຮ້ອຍໂດລາ ຢູ່ໃນຕົວເມືອງໃຫຍ່ຫັ້ນບໍ່ກ້າຖາມເພິ່ນດອກ. ຖ້າເວົ້າດ້ານກົດໝາຍ

ອາດຈະສະດວກສໍາລັບພົນລະເມືອງລາວແລະນາຍທຶນຕ່າງຊາດທີ່ມີເງິນເປັນໂກດໆ

ແຕ່ສໍາລັບອົບພະຍົບລາວແລ້ວ ຍັງບໍ່ທັນສະດວກເທື່ອ, ຖ້າຈະຊື້ອະຫັງສາລິມະຊັບ

ຕ້ອງໄດ້ໃສ່ຊື່ພົນລະເມືອງລາວ. ສໍາລັບນິໃສໃຈຄໍຂອງຄົນລາວກໍ່ຍັງຍິ້ມແຍ້ມແຈ່ມໃສດີຢູ່

ຄືເກົ່າສະເພາະຄົນທີ່ຢູ່ຈັກກັນ, ຈື່ໄດ້ວ່າ ຕອນເປັນບ່າວ ອອກໄປຫຼິ້ນບຸນບ້ານນອກ ບໍ່ເຄີຍ

ຈ່າຍຄ່າເຂົ້າປຸ້ນແລະຄ່າບ້ານພັກ ແຕ່ດຽວນີ້ ໝາກຂາມຂໍ້ດຽວກໍ່ເປັນເງິນ.

ສໍາລັບປະກັນໄພສຸຂະພາບນັ້ນກໍ່ດີທຸກອັນຫັ້ນລະ ແຕ່ບໍຣິສັດປະກັນໄປສຸພາບທີ່ຂ້ອຍໃຊ້ຢູ່ນີ້

ເຂົາບໍ່ຈ່າຍໃຫ້ຖ້າໄປໃຊ້ບໍຣິການຢູ່ເມືອງລາວ ຖ້າໄປໃຊ້ຢູ່ໄທຫັ້ນເຂົາຈ່າຍໃຫ້ 80%.

ເຖິງຢ່າງໃດ ກໍ່ຂໍຂອບໃຈແລະຊາບຊຶ້ງໃນນໍ້າໃຈຂອງແມ່ປ້າທີ່ອ້າແຂນຕ້ອນຮັບຄົນໄຮ້ແຜ່ນ

ດິນ, ຖ້າບຸນວາດສະໜາຍັງມີຫຼາຍກໍ່ຈະທຽວໄປຢາມເອົາ ເພາະຄັນໄປຢູ່ແທ້ໆຢ້ານແມ່ປ້າເບື່ອ

ໜັງໜ້າ ດົນໆເຫັນກັນເທື່ອນຶ່ງຈຶ່ງຮັກກັນຫຼາຍ, ໂຊກດີເດີ.  :)

__________________
Anonymous

Date:

ບັກ ຕຸ໋ຍ ຂີ້ໂມ້ ເໝີດໂຕແທ້ບໍ່ຈັກ!

__________________
Anonymous

Date:

ໂອຍຄົນລາວໄປຢູ່ຕ່າງແດນກໍ່ບໍ່ມີຫຍັງດີ ເທົ່າບ້ານເກີດເມືອງນອນຂອງຕົນເອງດອກ

ເຮືອນຫລັງໃຫຍ່, ຖະໜົນກວ້າງງາມໆ ເຕັກໂນໂລຊີທັນສະໄໝ ມັນກໍ່ເປັນຂອງເຂົາ ໂຕບໍ່ມີສິດຫຍັງ

ໄດ້ແຕ່ແຍງ ເຜີໆຈັບບາຍກໍ່ບໍ່ໄດ້ ຖືກເຂົາດູທຸກນິນທາໄປຍາດວຽກເຮັດງານທຳເຂົາ

ມີຫຼາຍຄົນໜີໄປຢູ່ຕ່າງແດນ 20-30 ປີ ຍັງກັບມາຊອກເອົາເມຍຄົນລາວ

ນັ້ນແລະເຂົາວ່າ ປາແດກໄຫເກົ່າມັນຫອມກວ່າ ປາແດກທະເລ ຄົນລາວຕ້ອງຮັກເມືອງລາວ ຢູ່ເມືອງລາວ ແລະ ສ້າງເມືອງລາວ

ໃຫ້ສີວິໄລ ຄົນລາວເປັນເຈົ້າຂອງ

 ກະຄືຢູ່ປະເທດລາວຫັ້ນລະ ຜູ່ມີເຮືອນໃຫຍ່ໆຫຼັງຄາສີແດງກະມີ ຜູ່ບໍ່ມີກະຫຼາຍ

ເພິ່ນວ່າກະຕູບນ້ອຍທີ່ລຸງລັງ ກໍ່ຍັງດີກວ່າພະລາດຊະວັງທີ່ຮົກເຮື້ອ.

ກະຄືເຈົ້າຮູ້ຫັ້ນລະ, ປາແດກລາວເປັນປາແດກແຊບ ກົ້ນໃຫແຮງແຊບ.

ພວກຜູ່ຊາຍທີ່ກັບມາເອົາເມັຽຢູ່ລາວ ສ່ວນຫຼາຍເປັນພໍ່ຮ້າງພໍ່ໝ້າຍ, ເພື່ອຢາກ

ຮັກສາເຊືື້ອແມ່ພັນແຜ່ ເຂົາຈຶ່ງຫາບຄວາມຮັກຂ້າມນໍ້າມະຫາສະໝຸດມາແຕ່ງ

ເອົາໄປຮໍ່າຮຽນ ຫາຢູ່ຫາກິນເພື່ອຈະໄດ້ເງິນສົ່ງມາລ້ຽງພໍ່ແມ່ອ້າຍນ້ອງຄອບຄົວ.

ຂ້ອຍຄິດວ່າມັນກໍ່ເປັນການດີ ດີກ່ວາຈະຖືກຜູ່ຊາຍຊາດອື່ນມາຕົວະມາຕົ້ມເອົາ

ໄປເປັນຂ້າທາດຮັບໃຊ້ເຂົາຄືໄດ້ຍິນເປັນຂ່າວ.

ສໍາລັບຂ້ອຍ ກໍໄດ້ແຕ່ແຍງຊື່ໆຫັ້ນລະ ບໍ່ມີເງິນໄປຊື້ຢູ່ດອກເຮືອນຫຼັງເປັນລ້ານ

ສອງລ້ານຫັ້ນ, ໃຜມີເງິນຊື້ເຂົາກໍ່ຂາຍໃຫ້ ເຂົາບໍ່ຈໍາແນກດອກວ່າຊິເປັນລາວ

ເປັນວຽດເປັນຂະເມນຫັ້ນນະ. ຖະໜົນຫົນທາງກວ້າງໆໃຫຍ່ໆກະເປັນຖະໜົນ

ຂອງຣັຖບານເປັນຂອງສ່ວນລວມ ຊິໄປເອົາມາເປັນຂອງຕົນໄດ້ແນວໃດ, ບໍ່

ແມ່ນມີແຕ່ຄົນລາວດອກທີ່ເອົາບໍ່ໄດ້ຫັ້ນນະ ຄົນຊາດອື່ນກໍ່ເອົາບໍ່ໄດ້ຄືກັນແມ້

ແຕ່ເຈົ້າຂອງປະເທດເຂົາເອງ. ສໍາລັບເລື້ອງເທັກໂນໂລຈີໃໝ່ໆຫັ້ນ ຖ້າມີເງິນ

ຊື້ເຂົາກໍ່ບໍ່ຈໍາແນກອີກວ່າຊິເປັນຄົນຜິວດໍາ ຜິວເຫຼືອງຫຼືຜິວຂາວ ວ່າແຕ່ມີເງິນ

ຂະນາດຫົວໃຈທຽມເຂົາຍັງຂາຍໃຫ້.

ຂ້ອຍກະຊິອອກໄປຫາກິນເຂົ້າກ່ອນ ໂອກາດໜ້າຈຶ່ງລົມກັນໃໝ່, ໂຊກດີເດີທ່ານ.

__________________
Anonymous

Date:

ຄົນລາວທີປະສົບຜົນສໍາເຣັດໃນການປະກອບອາຊີບໃນຣັກ Alaska ປະເທດສະຫະຣັຖອາເມຣິກາ.

http://lao.voanews.com/content/lao-american-owner-of-pataya-sushi-in-walisa-alaska/1511419.html

 ຢ່າຟ້າວດູຖູກຄົນລາວດ້ວຍກັນເດີອາດຍາເຈົ້ານາຍທັງຫຼາຍ ຍາວໆໄວ້່ຄືສາຍໂທຣະເລກ ບາດວ່າເກີດເດືອນຮ້ອນຍັງຊິໄດ້ອາໂຫຼ.

ລູກສາວທ່ານສີສະຫວາດ ແກ້ວບຸນພັນ ຊື້ເຮືອນຫຼັງບັກໃຫຍ່ຢູ່ Virginia ແລະຢູ່ຣັຖ Florida ຊື້ຣົຖຄັນງາມໆຣາຄາແພງໆຂີ່

ກະລອງຖາມລາວເບິງຄັນວ່າຄົນລາວຢູ່ຕ່າງປະເທດບໍ່ມີສິດຊື້ຫຍັງຫັ້ນນະ.

__________________
Roy

Date:

Anonymous wrote:

ໂອຍຄົນລາວໄປຢູ່ຕ່າງແດນກໍ່ບໍ່ມີຫຍັງດີ ເທົ່າບ້ານເກີດເມືອງນອນຂອງຕົນເອງດອກ

ເຮືອນຫລັງໃຫຍ່, ຖະໜົນກວ້າງງາມໆ ເຕັກໂນໂລຊີທັນສະໄໝ ມັນກໍ່ເປັນຂອງເຂົາ ໂຕບໍ່ມີສິດຫຍັງ

ໄດ້ແຕ່ແຍງ ເຜີໆຈັບບາຍກໍ່ບໍ່ໄດ້ ຖືກເຂົາດູທຸກນິນທາໄປຍາດວຽກເຮັດງານທຳເຂົາ

ມີຫຼາຍຄົນໜີໄປຢູ່ຕ່າງແດນ 20-30 ປີ ຍັງກັບມາຊອກເອົາເມຍຄົນລາວ

ນັ້ນແລະເຂົາວ່າ ປາແດກໄຫເກົ່າມັນຫອມກວ່າ ປາແດກທະເລ ຄົນລາວຕ້ອງຮັກເມືອງລາວ ຢູ່ເມືອງລາວ ແລະ ສ້າງເມືອງລາວ

ໃຫ້ສີວິໄລ ຄົນລາວເປັນເຈົ້າຂອງ

 ຂ້ອຍຄິດວ່າເປັນການດີຫຼາຍເດີທີ່ເຂົາເລືອກໄປແຕ່ງງານກັບຜູ່ຍິງລາວຈາກປະເທດລາວ

ມາເປັນຄູ່ຄອງເພາະຢ່າງນ້ອຍກໍ່ເປັນການຊ່ອຍເຫຼືອເອົາຜູ່ຍິງຄົນນັ້ນອອກມາເຫັນແສງ

ສະຫວ່າງພາຍນອກແລະກໍ່ເປັນການຮັກສາຮີດຄອງວັດທະນະທໍາລາວໄວ້ໃຫ້ຍືນຍົງ.

ຢູ່ໃນເມືອງທີ່ຂ້ອຍຕັ້ງຖິ່ນຖານຢູ່ນີ້ ຜູ່ສາວລາວສ່ວນຫຼາຍມັກແຕ່ງງານກັບຜູ່ຊາຍຊາດອື່ນ

ສ່ວນຫຼາຍກໍ່ແມ່ນແຕ່ງງານກັບຜູ່ຊາຍຜິວຂາວ ອາດຈະເປັນຍ້ອນວ່າຜູ່ຊາຍຜິວຂາວສຸພາບ

ອ່ອນຫວານ ໃຫ້ກຽດແລະໃຫ້ສິດເສຣີພາບແກ່ພັນລະຍາຂອງຕົນຫຼາຍກ່ວາ.

ສໍາລັບສິດທິໃນການຄອບຄອງອະສັງຫາລິມະຊັບຂອງແຕ່ລະປະເທດບໍ່ຄືກັນ, ສໍາລັບໃນ

ປະເທດສະຫະຣັຖອາເມຣິກາ ແຕ່ແຕ່ແຂວງ ແຕ່ລະເມືອງມີກົດໝາຍບໍ່ຄືກັນ. ໃນກໍາແພງ

ນະຄອນທີ່ຂ້ອຍຕັ້ງຖິ່ນຖານຢູ່ນີ້ເປີດກວ້າງແກ່ທຸກຄົນ ຈະເປັນຄົນຕ່າງປະເທດຫຼືພົນລະເມືອງ

ໃນປະເທດກໍ່ມີສິດຊື້ອາຄານບ້ານເຮືອນ ຊື້ດິນຕອນຫຍ້າຮົ້ວໄຮ່ນາສວນຕ່າງໆ ຈະຊື້ສົດຫຼື

ຈ່າຍຜ່ອນກໍສຸດແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ.

ສະຫຼຸບແລ້ວ, ໃນປະເທດສະຫະຣັຖອາເມຣິກາເງິນເປັນພະເຈົ້າ ແລະມີຄົນລາວທີ່ອົບພະຍົບ

ມາຕັ້ງຖິ່ນຖານຢູ່ປະເທດນີ້ຫຼາຍຄົນໄປປະສົບຜົນສໍາໃນຊີວິດແລະກາຍເປັນເສດຖີມີມັ່ງ

ຍັງແຕ່ຂ້ອຍນີ້ລະທີ່ຕ້ອງອອກບ້ານໄປຮັດວຽກຫາເງິນມາຈ່າຍຄ່າອິນເຕີເນັດລົມກັບເຈົ້າ.

__________________
ທ້າວຂາວນ້ອຍ

Date:

ເວົ້າແຈ້ງໆ ບໍ່ຕົວະບໍ່ຕື່ມຫຍັງເດີ. ຊີວິດຂ້ອຍໃນປະເທດອາເມຣິກາບໍ່ສົດຊື່ນແຈ່ມໃສຄືບ້ານເຮົາດອກ

ຂ້ອຍມາຢູ່ນີ້ 27 ປີ ບໍ່ເຄີຍເຂົ້າໄປເບິ່ງ Football ໃນສະໜາມຈັກເທື່ອເພາະບັດຜ່ານປະຕູແພງ

ຣາຄາຕໍ່າສຸດກໍ່ປະມານ 44 ໂດລາແຕ່ຕ້ອງມີກ້ອງສ່ອງທາງໄກໄປນໍາເພາະຊັ້ນນີ້ແນມລົງມາເບິ່ງ

ນັກກິລາເຫັນຊໍ່າໂຕມົດ(ຕາມເຂົາເວົ້າສູ່ຟັງ), ຊັ້ນທີ່ນັ່ງເບິ່ງຄັກໆພັດແພງເກີນຄວາມສາມາດ

ເຮັດວຽກອາທິດນຶ່ງກໍ່ຍັງຊື້ບໍ້ໄດ້. ບໍ່ຄືຕອນຢູ່ວຽງ ວ່າແຕ່ມີການແຂ່ງຂັນບານເຕະຂ້ອຍບໍ່ພາດ

ເພາະບໍ່ຕ້ອງໄດ້ຊື້ປີ້ ລອດຮົ້ວເຂົ້າທາງໂຮງຮຽນເຈົ້າອະນຸກະແປວ່າຮຽບຮ້ອຍ.

ໄປຫາເຂົ້າມາກິນກ່ອນເດີ ຫິວເຂົ້າແຮງແລ້ວ, ບ່າຍເດີ.

__________________
Anonymous

Date:

ທ້າວຂາວນ້ອຍ wrote:

 ຢູ່ຮອດ 27 ປີ ບໍ່ມີປັນຍາຊື້ປີ້ ເຂົ້າໄປເບິ່ງນຳເຂົາໄດ້ ກະຄືບໍ່ກັດຫຳໂຕເອັງຕາຍຊ້ຳສະ

ຄືນເມື່ອຢູ່ລາວພຸ້ນ ມັນຈັ່ງສົດຊື່ນແຈ່ມໃສ. ບໍ່ມີໃຜເຊີນໃຫ້ຢູ່ເດີ !

__________________
Anonymous

Date:

Kkon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

 ຕາມຄວາມເຫັນຂອງຄົນທົ່ວໄປ ປະເທດອາເມຣີກາເປັນປະເທດຕິດຣະດັບມະຫາອຳນາດຜູ່ໜື່ງໃນໂລກ ເກືອບວ່າຜູ່ຄົນທີ່ຢູ່ທົ່ວສະຣະທິດຂອງມູມໂລກໃຜໆຢາກ

ເຫັນຢາກສຳພັດສະພາບການດ້ວຍຕົນເອງວ່າຄວາມຈະເຣີນແລະມັ່ງຄັ່ງທີ່ຊ່າລືໄປທົ່ວໂລກນັ້ນມັນເປັນລັກສະນະແບບໃດ ທາດແທ້ແລ້ວ ປະເທດອາເມຣີການີ້

ບໍ່ພຽງແຕ່ເປັນພໍ່ຂອງຄອມມິວນິດ ມັນເປັນປູ່ຂອງຄອມມີວນີດອີກ ມີແຕ່ພາສີກັບພາສີ ເຮັດການກໍຕ້ອງເສັຍພາສີ ຊື້ຂອງກີນກໍເສັຍພາສີ ຊື້ເຄື່ອງໄຊ້ຂອງ

ສອຍກໍເສັຍພາສີ ເງີນທີ່ໄດ້ຈາກການພະນັນກໍຕ້ອງໄດ້ເສັຍພາສີ ແລະບັນດາຜູ່ທີ່ຖືກຫວຍຣັຖະບານແມ່ນແຮງໄດ້ເສັຍພາສີແພງກວ່າເງີນເຮັດການ ເສັຍ

ເຖີງ40% ຖ້າສົມໝຸດວ່າຖືກຫວຍ100ລ້ານ ພາສີເອົາໄປກີນແລ້ວ40ລ້ານ ເຂົາຖືວ່າເງີນຖືກຫວຍແມ່ນເງີນໄດ້ລ້າ ໆ ຫລັງຈາກນັ້ນກໍຕ້ອງໄດ້ເສັຍພາສີຣາຍໄດ້ປະຈຳປີອີກ

    ຫາກແຕ່ປະເທດອາເມຣີກາ ເຂົາກຳກັບແໜນເຣື້ອງເງີນພາສີທີ່ເກັບຈາກປະຊາຊົນ ມັນບໍ່ຮົ່ວໄຫລຄືກັນກັບປະເທດລາວ ປະເທດລາວເຮົາເງີນທີ່ເກັບ

ພາສີຈາກປະຊາຊົນແທນທີ່ຈະເທເຂົ້າຄັງຫລວງພັດບໍ່  ພາກັນແບ່ງກັນໃສ່ຖົງໃຜຖົງມັນໃນບັນດາພະນັກງານ ສະນັ້ນຄວາມຈະເຣີນມັນຈີ່ງແຕກ

ຕ່າງກັນຫລາຍດ້ວຍເຫດວ່າອາເມຣີກາມັນໄຊ້ເງີນເກັບພາສີຈາກປະຊາຊົນມາສ້າງປະເທດແລະທຸກຄົນໄດ້ຜົນປະໂຍດຈາກເງີນພາສີນັ້ນ

__________________
Anonymous

Date:

ຕາມທີໄດ້ຍິນ BAO SAVANNAKHET ເວົ້າ ລາວກະເວົ້າຄືເຈົ້າຫັ້ນລະວ່າ

ອາເມຣິກາເປັນປະເທດຄັອມມຸຍນິດໃຫຍ່, ແຕ່ຫຼາຍຄົນຖຽງລາວວ່າ ອາເມຣິກາ

ນໍາເອົາແຕ່ 10 ຢ່າງເທົ່ານັ້ນຈາກ Marx 9 ຢ່າງມາໃຊ້ໃນຣະບົບການເກັບພາສີ

ແລະອີກຢ່າງໃນຣະບົບການສຶກສາແລະສາທາຣະນະສຸກຄືທຸກຄົນມີສິດສຶກສາຟຣີ

ແລະຮັກສາສຸຂະພາບຟຣີ.

__________________
Anonymous

Date:

 ຢູ່ຮອດ 27 ປີ ບໍ່ມີປັນຍາຊື້ປີ້ ເຂົ້າໄປເບິ່ງນຳເຂົາໄດ້ ກະຄືບໍ່ກັດຫຳໂຕເອັງຕາຍຊ້ຳສະ

ຄືນເມື່ອຢູ່ລາວພຸ້ນ ມັນຈັ່ງສົດຊື່ນແຈ່ມໃສ. ບໍ່ມີໃຜເຊີນໃຫ້ຢູ່ເດີ !

 ຈັ່ງແມ່ນເວົ້າໂພດ ຂະນາດນັກກາຍະສິນຍັງບໍສາມາດກົ້ມກັດຂອງຕົນເອງໄດ້ ຂ້ອຍຊິເຮັດໄດ້ແນວໃດລະ?

ກະແມ່ນຢູ່ວ່າເງິນສີ່ຊ້າຫ້າສິບມັນນ້ອຍ ແຕ່ຖ້າໄປເບິ່ງແທ້ໆມັນກໍ່ຕ້ອງໝົດຫຼາຍກ່ວານັ້ນ ເພາະຄ່ານໍ້າມັນ

ລົດຫັ້ນກະໝົດໄປແລ້ວຖັງນຶ່ງເພາະບ້ານຂ້ອຍຢູ່ໄກຈາກສະໜາມ ຕ້ອງຂີ່ລົດໄປປະມານ 70 ໄມລ໌, ແລະ

ເມື່ອໄປຮອດສະໜາມກໍ່ຕ້ອງໄດ້ເສັຽຄ່າຈອດລົດອີກ ຄ່າເຄື່ອງກິນແລະເຄື່ອງດື່ມໃນບໍຣິເວນສະໜາມກະ

ແພງມະຫາແພງ, ຖ້າໄປກໍ່ຄົງຈະໝົດຢ່າງນ້ອຍກໍ່ 150 ໂດລາແລ້ວ ແໜງສູ້ເອົາເງິນຈໍານວນນີ້ຝາກໄປຊ່ອຍ

ຄອບຄົວນ້ອງສາວທີ່ຢູ່ບ້ານໜອງແຮດໃຊ້ຊິບໍ່ດີກວ່າບໍພໍໄດ້ເງິນຊື້ປຶ້ມຊື້ສໍແລະເຄື່ອງນຸ່ງໃຫ້ລູກນຸ່ງໄປໂຮງຮຽນ

ເພາະອາໃສເງິນເດືອນຜົວມັນກໍ່ບໍ່ໄດ້ຮອດລ້ານກີບ ສາມສີ່ເດືອນຈຶ່ງໄດ້ເບີກເທື່ອນຶ່ງ ກໍ່ເລີຍໄດ້ແຕ່ນັ່ງເບິ່ງທີວີ

ຢູ່ບ້ານສາດີກ່ວາ.

ເລື້ອງຊິໃຫ້ຄືນເມືອຢູ່ລາວຫັ້ນ ບໍ່ຄືນແລ້ວພໍ່ອາວ, ຄ້ານນັບສູນໃໝ່ ແລະອີກຢ່າງກໍ່ມັກຖືໃບຜ່ານແດນກາ

ອິນຊີຫຍຸມໂລກ ຢາກບິນໄປທີບໃດແດນໃດກໍ່ໄດ້ຖ້າມີເງິນ. ຂໍໂຈະໄວ້ເທົ່ານີ້ກ່ອນ ຄິດອອກຈຶ່ງຈະມາຂຽນ

ບອກຕື່ມອີກເຫດຜົນທີ່ຢາກຢູ່ອາເມຣິກາ ຊິອອກໄປລ້າງລົດໃຫ້ແມ່ອີ່ໂຣຊາກ່ອນ ຈັກນ່ອຍລາວຊິເຂົ້າມາ

ດຶງຫູຍານອາຍບ້ານເພິ່ນ :)

__________________
Anonymous

Date:

Khon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

 Not bad , working hard and try to make a living but at least we have the freedom and have no fear that the government will wake us up in the middle of the night of killing our own pig for meat to feed the family like in Laos 35 years ago. The most important is the freedom , better education  , better health care and good opportunity for the children.

__________________
Anonymous

Date:

i live in foreign country , my live is tio . means nothing this tio i prefer to playing card tuk ter if you know

how to play . you should have known this mean. haha!!!    Tio  tam kheuy.

__________________
Anonymous

Date:

ຄັນຕຽວກະບໍ່ມີສິດຈິ໊ງ ບໍ່ມີສິດຈັບ ແລະບໍ່ມີສິດໃສ່, ເສັຽໃຈນໍາເດີ.
ເຈົ້າເປັນໂຣບິນຮູດເຂົ້າເມືອງຜິດກົດໝາຍເບາະ ຫຼືເຮັດຫຍັງຜິດກົດ
ໝາຍ ເຈົ້າຈຶ່ງຕຽວ? ໂທດເດີຖ້າລ່ວງເກີນຄວາມເປັນສ່ວນຕົວຂອງເຈົ້າ.
ຂ້ອຍກໍ່ບໍ່ມີຫຍັງຄືເຈົ້າຫັ້ນລະ, ເຮືອນຫຼັງນຶ່ງກະບໍ່ມີ, ລົດຊິຂີ່ກະບໍ່ມີ,
ເມັຽຊິກອດກະບໍ່ມີ ຂະນາດແລັບທັອບທີ່ພິມລົມກັບເຈົ້າຢູ່ນີ້ກໍ່ແມ່ນ
ຂອງເກົ່າຂອງຄົນຂ້າງບ້ານໃຫ້ໃຊ້ເພາະລາວລໍາຄານທີ່ທຽວໄປຢືມລາວເລື້ອຍ.
ແຕ່ກ່ອນຂ້ອຍກະມີວຽກເຮັດງານທໍາ ມີເຮືອນ ມີລົດ ມີເມັຽກອດນອນ
ຄືເຈົ້າຫັ້ນລະ, ແຕ່ຫຼັງຈາກເປັນພະຍາດທາດລົ້ມ ເມັຽກໍ່ໜີໄປເອົາຜົວ
ໃໝ່ ຂ້ອຍເລີຍໝົດກໍາລັງໃຈເຮັດວຽກເຮັດການແລະອອກມາຂໍກິນ
ເງິນເສັຽອົງຄະຈົນເທົ່າທຸກວັນນີ້.

__________________
Anonymous

Date:

__________________
Anonymous

Date:

Anonymous wrote:

i live in foreign country , my live is tio . means nothing this tio i prefer to playing card tuk ter if you know

how to play . you should have known this mean. haha!!!    Tio  tam kheuy.

 Stop Bullshi t , I could tell from your English that you are not in foreign country .

ຂ້ອຍບໍ່ກ້າອວດອົ່ງໃຜດອກເພາະຂ້ອຍບໍ່ຮັ່ງບໍ່ມີຄືລູກເຈົ້າຫຼານນາຍທີ່ຂີ່ລົດເບັນ
ອອກໄປກິນເຂົ້າລາດໜ້າຢູ່ອຸດອນໜອງຄາຍ, ຂ້ອຍມາຢູ່ອາເມຣິກາຕ້ອງໄດ້ຕື່ນ
ເດິກລຸກເຊົ້າໄປເຮັດວຽກຢູ່ໂຮງງານເຮັດເຈັ້ຽເຊັດກົ້ນcharminເພື່ອຫາເງິນມາລ້ຽງ
ປາກທ້ອງຕົນເອງ, ຂຽນໜັງສືເມືອຂໍເງິນນໍາສ່ຽວທີ່ເຮັດວຽກຢູ່ຫ້ອງການເມືອງຄໍາ
ມັນກະບໍ່ຝາກມາໃຫ້ຈັກເທື່ອ ມັນວ່າຄັນຢາກໄດ້ໃຫ້ມາເອົາດ້ວຍຕົນເອງ, ຊິໄປໄດ້
ຈັ່ງໃດ ໂຮມເງິນ5ປີບໍ່ໄດ້ຮອດຮ້ອຍ.
ເວົ້າມາແລ້ວກະຢາກຍ່າງກັບບ້ານໜອງງົວ ຫາກ້ານກົບຈັບຂຽດຂາຍຄືຊິຮັ່ງມີກ່ວາ.

 ຖ້າ​ຊີວິດ​ເປັນ​ດັ່ງ​ຄື​ພວກ​ເຈົ້າ​ເວົ້າ​ນັ້ນ​ກໍ່ສ້າງ​ສົງສານ

ຊອກ​ຫາ​ທາງ​ມາ​ຊອກ​ກິນ​ຢູ່​ເມືອງ​ລາວ​ສາ ຄື​ຊິ​ດີກ​ວ່າ

ມີ​ພີ່ນ້ອງ​ເພິ່ງ​ພາ​ອາ​ໃສ​ຄ່ອຍ​ຊ່ອຍ​ເຫລືອ​ເກື້ອກູນ​ກັນ​ໄປ

__________________
Anonymous

Date:

ຖ້າ​ຊີວິດ​ເປັນ​ດັ່ງ​ຄື​ພວກ​ເຈົ້າ​ເວົ້າ​ນັ້ນ​ກໍ່ສ້າງ​ສົງສານ

ຊອກ​ຫາ​ທາງ​ມາ​ຊອກ​ກິນ​ຢູ່​ເມືອງ​ລາວ​ສາ ຄື​ຊິ​ດີກ​ວ່າ

ມີ​ພີ່ນ້ອງ​ເພິ່ງ​ພາ​ອາ​ໃສ​ຄ່ອຍ​ຊ່ອຍ​ເຫລືອ​ເກື້ອກູນ​ກັນ​ໄປ

ຊິຍ້າຍຈາກປະເທດນຶ່ງໄປຢູ່ອີກປະເທດນຶ່ງທີ່ມີຣະບອບການເມືອງການປົກຄອງທີ່ແຕກຕ່າງກັນ
ມັນບໍ່ງ່າຍຄືຄິດໃດ໋ເດີພໍ່ອາວ. ສໍາລັບຄົນເຊື້ອຊາດລາວທີ່ມີສັນຊາດອາເມຣິກັນທີ່ປະສົງຢາກກັບ
ເມືອຕັ້ງຖິ່ນຖານຖາວອນໃນ ສປປລ ຕ້ອງໄດ້ປະກອບເອກະສານຈໍານວນ 39 ສະບັບ ແລະຕ້ອງ
ພົນລະເມືອງລາວຜູ່ທີ່ມີໜ້າທີ່ຕໍາແໜ່ງສູງໃນວົງການຣັຖບານແລະຖານະມັ່ງຄັ່ງຮັ່ງມີຮັບປະກັນ
ຈຶ່ງສາມາດກັບຄືນໄປຕັ້ງຖິ່ນຖານໃນ ສປປລ ໄດ້.
ສໍາລັບກໍຣະນີຂອງຂ້ອຍ ບໍ່ຜ່ານໃບແຈ້ງໂທດເພາະຫຼົບຫຼີກການຈ່າຍຄ່າລ້ຽງລູກທີ່ເມັຽເກົ່າຟ້ອງຮ້ອງ
ຖ້າຍ່າງເຂົ້າຮົ້ວສານຍຸຕິທໍາມື້ໃດ໋ກໍ່ຕ້ອງໄດ້ຖືກຈັບເຂົ້າຄຸກມື້ນັ້ນ. ຕົກຂໍ້ທີສອງແມ່ນບໍ່ຜ່ານການກວດ
ສຸຂະພາບເພາະຂ້ອຍມີສຸຂະພາບບໍ່ແຂງແຮງ, ຕົກຂໍ້ສາມແມ່ນບໍ່ມີໃບຢັ້ງຢືນເສດຖະກິດ, ຕົກຂໍ້ທີສີ່
ແມ່ນບໍ່ມີຜົນງານຕໍ່ ສປປລ ແລະຕົກຂໍ້ທີຫ້າແມ່ນບໍ່ມີເງິນເສັຽຄ່າທໍານຽມ.
ຄິດມາແລ້ວກໍ່ເສົ້າໃຈພໍ່ອາວເອີຍ ຊາດນີ້ຄົງຕ້ອງໄດ້ຕາຍເປັນຜີເຝົ້າສວນສະຕໍເບີຣີໃຫ້ຄົນແມັກຊິກັນ
ບໍ່ມີໂອກາດໄດ້ໄປຂົ້ວຈີລໍ່ແກ້ມເຫຼົ້ານາຊອນດອກ, ເວົ້າແລ້ວກະຊິໄດ້ອອກໄປເອົາເຈັ້ຽເຂົ້າແກັດໃຫ້ເຂົາ
ກ່ອນ ໂອກາດໜ້າພົບກັນໃໝ່ເດີພໍ່ອາວ, ໂຊກດີ, ບ່າຍໆ.

__________________
«First  <  1 2 3  >  Last»  | Page of 3  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard