Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊີວິດຄົນລາວໃນຕ່າງແດນເປັນແນວໃດ ?
Kkon Lao khue kun

Date:
ຊີວິດຄົນລາວໃນຕ່າງແດນເປັນແນວໃດ ?

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

__________________
Anonymous

Date:

ຢາກຮູ້ລອງແອັດ ເພື່ອນໃນເຟສບຸກ ຈະໄດ້ພໍຮູ້ວ່າຊີວິດໃນເມືອງນອກເປັນແນວໃດ?

__________________
Anonymous

Date:

ເງີນເດືອນ ຈ່າຍເປັນອາທີດ  ສາມາດຜ່ອນ ເຮືອນ ລົດ ເມຍນ້ອຍຢູ່ເມືອງລາວໃດ້ຢູ່ຈັກຄົນສອງຄົນ

__________________
Anonymous

Date:

Kkon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

ເລື້ອງຢູ່ເລື້ອງກິນ ການໄປການມາກໍສະດວກ ວຽກເຮັດງານທຳກໍພໍມີໃຫ້ເຮັດຕາມແຕ່ກຳລັງແຮງກຳລັງສະຫມອງຂອງໃຜມັນ

ຍາມມື້ບຸນມື້ສິນ ກໍມີວັດມີວາ ພໍໄດ້ເຂົ້າໄປຟັງເທດຟັງທຳນຳອາຈານ ຫຼືຢາກໄປຕຶກປາລ້າສັດກໍແລ້ວແຕ່ໃຜມັກ ພຽງແຕ່ໃຫ້ປະຕິບັດຕາມກົດລະບຽບທີ່ວາງໄວ້.

ລູກເຕົ້າກໍມີສິດເຂົ້າໂຮງຮຽນ ເຈັບປ່ວຍມາ ກໍໄດ້ຮັບການປິ່ນປົວຢ່າງດີ. ພຽງແຕ່ວ່າທຸກຢ່າງຕ້ອງໃຊ້ເງິນເປັນຫລັກ. ໃຜດຸໃຜຫມັ່ນແນ່ກໍໄປຊອກໄປຫາມາເພີ້ມ

ພໍມີຢູ່ມີກິນ ພໍໄດ້ມືນຕາອ້າປາກນຳເພິ່ນ ໄດ້ເກັບໄດ້ມຽ້ນໄວ້ໃຊ້ຍາມຈຳເປັນ. ຍາມເລືອກຕັ້ງໄກ້ເຂົ້າມານີ້ ກໍມີສິດໄປປ່ອນບັດລົງຄະແນນສຽງເລືອກເອົາປະທານາທິບໍດີທີ່ໂຕເອັງມັກໄດ້

ສະພາບວິຖີຊີວິດຂອງຄົນລາວກໍຄືກັນກັບປະຊາຊົນເຊື້ອຊາດອື່ນໆ ທີ່ໄປຈາກທົ່ວໂລກ.​ ມີທັງດີທັງຊົ່ວ ທັງຮັ່ງໜ້ອຍຮັ່ງຫຼາຍ ຜູ້ມີຄວາມຮູ້ກໍຫຼາຍ ຜູ້ບໍ່ມີຄວາມຮູ້

ກໍຫຼາຍ...ຜູ້ບ້າກໍມີ ຜູ້ປະສາດບໍ່ດີກໍມີຫຼາຍ ...ທ່ານຢາກຮູ້ເຈາະຈົງເລື້ອງໃດ?  ໂດຍທົ່ວໄປແລ້ວ ແມ່ສຸກກາຍແຕ່ໃຈ ຍັງຄຶດຮອດເມືອງລາວ.

ດັ່ງຄຳພັງເພີຍຂອງລາວໄດ້ບອກໄວ້ຢ່າງຈະແຈ້ງວ່າ : " ຄັບທີ່ຢູ່ໄດ້ຄັບໃຈຢູ່ຍາກ "  ຈົນກວ່າເມື່ອໃດເງື່ອນໃຂຄືນເມື່ອເມືອງລາວຈະດີຂື້ນ  ຄົນລາວຂໍຢູ່ບ່ອນສະບາຍໃຈໄປກ່ອນ

ເຖິງວ່າຈະທຸກຈະຍາກບໍ່ເຄີຍຫວັ່ນ. ຫຼາຍໆພັນຫຼາຍໆແສນຄົນທີ່ໂຕນໜີອອກຈາກເມືອງລາວມາ ມີແຕ່ສົ້ງເສື້ອຄາຄິງເທົ່ານັ້ນຕິດໄປນຳ.

ຢຸດທໍ່ນີ້ກ່ອນເນາະ  ມີເວລາຄ່ອຍຕໍ່ກັນໃຫມ່

ໂຊກດີ.

ນັກພະເນຈອນ

__________________
Anonymous

Date:

ຊີວິດຕອ້ງເຮັດວຽກຈຶ່ງມີເງິນຈ່າຍ ລາຍໄດ້ດີສົມຄວນແຕ່ລາຍຈ່າຍກໍຫຼາຍແຕ່ຖ້າສອງຜົວເມັຽ

ເຮັດວຽກກໍບໍ່ມີບັນຫາ ຖ້າວ່າງງານມີເງິນວ່າງງານໃຫ້ກິນແຕ່ບໍ່ຫຼາຍ

ວຽກການໂມງເປັນໂມງ ແມ່ນແທ້ ແຕ່ໝົດໂມງກໍໝົດອີ່ຫຼີບໍ່ມີອອກແຮງງານຟຣີ

ວຽກມີ້ໜຶ່ງແປດຊົ່ວໂມງ ກາງເວັນຈ່າຍທຳມະດາ ຕອນແລງ4ຫາ12 ຈ່າຍເພີ້ມ15% ກາງຄືນ 30%

ທິດໜຶ່ງເຮັດວຽກຫ້າມື້ ພັກເສົາ ອາທິດ ປີໜຶ່ງມີພັກຮ້ອນ4ອາທິດ ລາປ່ວຍປີໜຶ່ງ 10ມື້ ວັນພັກລາດຊະການ10ກ່ວາມື້ ບໍລະສັດຈ່າຍ

ລົດ ຄອບຄົວໜຶ່ງຢ່າງໜອ້ຍສອງຄັນ (ລົດເກງ) ບໍ່ແມ່ນຟຸມເຟືອຍແຕ່ມັນຈຳເປັນຕອ້ງໄດ້ໃຊ້

ຍາມຮອ້ນມີແອຣ໌ ຍາມໜາວມີເຄື່ອງສົ່ງຄວາມຮອ້ນ (Heater)

ອາຫານການກິນນຳເຂົ້າຈາກໄທ ຫວຽດນາມ ມີເກືອບໝົດທຸກແນວ ປາແດກ ເຂົ້າໜຽວ ຜັກ ໝາກໄມ້ ....

ຢູ່ຕ່າງປະເທດເຂົາກໍນັບເປັນພົລເມືອງຄົນໜຶ່ງຂອງປະເທດນັ້ນໆ...ມີສິດເທົ່າທຽມກັນທຸກຄົນ

ສຳຄັນເວລາເຈັບປ່ວຍ ຮັກສາຟຣີ ລູກໄດ້ຮຽນຟຣີ 

ທີວີ ສາມາດເບິ່ງຜ່ານດາວທຽມ ທຊລ1 ແຕ່ດົນໆຈຶ່ງເບິ່ງບໍ່ມີຫຍັງເປັນຕາສົນໃຈພໍປະມານ ເບິ່ງຊອ່ງໄທໄດ້ 20ກ່ວາຊ່ອງ

__________________
Anonymous

Date:

ສຳຄັນເວລາເຈັບປ່ວຍ ຮັກສາຟຣີ ລູກໄດ້ຮຽນຟຣີ

are you speaking of laotian in canada ?

__________________
Anonymous

Date:

NO free healthcare in USA...

If you are 62, you can enroll in state Medicaid program.

You can't get in Medicare (Federal program) untill you're 65+.

If President Obama is re-elected, in 2014, the new law will take affect.

Everyone will have to have health insurance (you must buy it if you don't have

from your work place).

__________________
Anonymous

Date:

Kkon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

 ຕັ້ງປະເດນນີ້ຂຶ້ນມາຖາມຫາໄສ້ແຕກຫຍັງ ?

ກະດຽວຮູ້ກັນ ຖາມກັນມາຫຼາຍປີ ໃຜໆມັນກະຮູ້ກັນໝົດ !

ມີແຕ່ກາຍເປັນປະເດນຜິດຖຽງກັນ ເວົ້າໃສ່ກັນ ດ່າກັນ

ເຫັນບໍ່ ຕົວຢ່າງຂ້າງເທິງນີ້ !!

ໝໍ່ນີ້ມັນໄປຢູ່ໃສມາ ຈຶ່ງມາຫາກໍຖາມຄໍາບ້າໆນີ້ ????

ເບິ່ງຕັ້ງເຈດຕະນາສ້າງເລື່ອງ ແນ່ນອນ

ພີ່ນ້ອງເຊົາເດີ ຢ່າຕໍ່ຄວາມມັນ

__________________
Anonymous

Date:

Anonymous wrote:

 WILL BACK LAOS  IN A COUPLE YEARS.. BEEN LIVING IN MANY COUNTRIES IN EUROPE..GERMANY , FRANCE, SWISS AND NOW  IN ENGLAND. JUST WANT TO SAY THAT= NO PLACE LIKE LAOS!!! THANK YOU!

ຮູຂີ້ ຂ້ອຍກະບໍ່ເຊື່ອເຈົ້າດອກ ພໍ່ອາວເອີຍ ( ພາສາທ້ອງຖິ່ນ )

__________________
ໄສ້ບໍ່ດີ

Date:

ຂ້ານ້ອຍໜີມາຕັ້ງຖິ່ນຖານຢູ່ພາກໃຕ້ຂອງຣັຖCalifornia ປະເທດສະຫະຣັຖອາເມຣິກາ ເປັນເວລາ 32 ປີແລ້ວ

ໂດຍອາໃສຮັບເງິນປະຊາສົງເຄາະເພາະມີບັນຫາສຸຂະພາບ(ໄສ້ບໍ່ດີ)ແລະອີກຢ່າງກໍ່ເວົ້າ ອ່ານແລະຂຽນພາສາອັງກິດບໍ່ໄດ້.

ຄົນທີ່ມີຣາຍໄດ້ນ້ອຍໃນເມືອງທີ່ມີຄ່າຄອງຊີບສູງ ຊີວິດບໍ່ສົດໃສຄືກັນກັບຜູ່ທີ່ໄດ້ເຮັດວຽກຫາເງິນດ້ວຍຕົນເອງ

ຈະກ້າວຂາເຂົ້າຮ້ານ SEARS ກໍ່ຍ່າງບໍ່ອອກຮອຍ ເຂົ້າໄດ້ແຕ່ຮ້ານ  Walmart ກັບ Target ເທົ່ານັ້ນ.

ເວລາຫິວເຂົ້າກໍ່ໜຶ້ງເຂົ້າເຮັດປົ່ນເຮັດແຈ່ວກິນຄືຢູ່ບ້ານເຮົາຫັ້ນລະ ຖ້າລູກຫຼານບໍ່ພາໄປລ້ຽງກໍ່ຄົງບໍ່ມີໂອກາດຮູ້ດອກວ່າຮ້ານ

Red Lobster, Black Angus, Sake Lounge, Hashigo ແລະຮ້ານອາຫານຊາດອື່ນກິນສົ້ມກິນເຄັມແບບໃດ.

ເວລາເຈັບເປັນກໍ່ເຂົ້າໄປຮັກສາພະຍາຍາບານຢູ່ໂຮງພະຍາບານຣັຖບານຫັ້ນລະ, ເຈັບແຂ້ວຂຶ້ນມາກໍ່ໄປຫາທັນຕະແພດວຽດນາມ

ຢາກໄດ້ແວ່ນຕາອ່ານໜັງສືກໍ່ຕ້ອງໄປຫາສູນສົງເຄາະວຽດນາມເພາະເຂົາໄດ້ຮັບການຊ່ອຍເຫຼືອຈາກຣັຖບານທ້ອງຖິ່ນ

ເພື່ອປິ່ນປົວຮັກສາຄົນເອເຊັຽທີ່ມີຣາຍໄດ້ນ້ອຍ. ຜູ່ໃດ໋ໄດ້ເຮັດວຽກເຮັດການມີປະກັນໄພສຸຂະພາບກໍ່ໄປໂຮງພະຍາບານເອກະຊົນ

ຊຶ່ງບໍຣິການດີມີຄຸນນະພາບກ່ວາ.

ເວົ້າເລື້ອງບຸນສິນກິນທານ ການມ່ວນຊື່ນລື່ນເລີງກໍ່ເຮັດໄດ້ແຕ່ທ້າຍສັບປະດາ ຈະຈັດໃນວັນຣັຖການຄືບ້ານເຮົາບໍ່ໄດ້ດອກ

ຖ້າຈັດກໍ່ມ່ວນຊື່ນໄດ້ບໍ່ກາຍ 11 ໂມງກາງຄືນ ເພາະຄົນສ່ວນຫຼາຍຕ້ອງໄດ້ອອກບ້ານໄປຫາຢູ່ຫາກິນຕາມຄວາມຮູ້ຄວາມສາມາດຂອງແຕ່ລະຄົນ.

ເວົ້າສະເພາະຄົນໃນບ້ານຂ້ອຍ, ລູກຊາຍແລະລູກສະໄພ້ອອກບ້ານໄປເຮັດວຽກແຕ່ 5ໂມງເຄິ່ງ ກັບມາຮອດບ້ານປະມານ 3 ໂມງແລງຖ້າບໍ່ໄດ້ເຮັດລ່ວງເວລາ

ທ້າຍອາທິດພັກຜ່ອນ. ສ່ວນຫຼານສາວແລະຫຼານຊາຍອອກບ້ານປະມານ 7ໂມງປາຍ ກັບມາຮອດບ້ານປະມານ 4ໂມງປາຍນີ້ລະ.

ສ່ວນຂ້ອຍກັບເມັຽຢູ່ບ້ານ ເບິ່ງທີວີ ຫຼິ້ນອິນເຕີເນັດຂ້າເວລາ ລ້ຽງໝານ້ອຍໃຫ້ລູກຫຼານພໍໄດ້ເງິນຊື້ປີ້ຍົນເມືອກິນກ້ອຍກະປອມຢູ່ບ້ານເຮົາ

ເພາະກະປອມທີ່ເຂົາຂາຍຢູ່ Pet city ບໍ່ມີແຕ່ກະປອມຄໍແດງ ແລະເຂົາກໍ່ຂາຍໃຫ້ແຕ່ 2 ໂຕຕໍ່ຄົນເທົ່ານັ້ນ

ຖ້າເຂົາຮູ້ຈັກວ່າຊື້ມາກິນຈະມີບັນຫາເພາະເຂົາຂາຍໃຫ້ມາລ້ຽງ ບໍ່ແມ່ນຂາຍໃຫ້ມາເປັນອາຫານ.

 Let's you see www.voanews.com/lao www.voathai.com or my florida.com or www.facebook.com or www.youtube.com or twitter.com or www.google.com

good luck my friend

petpsn@student.fscj.edu report

__________________
Anonymous

Date:

Anonymous wrote:

WILL BACK LAOS IN A COUPLE YEARS.. BEEN LIVING IN MANY COUNTRIES IN EUROPE..GERMANY , FRANCE, SWISS AND NOW IN ENGLAND. JUST WANT TO SAY THAT= NO PLACE LIKE LAOS!!! THANK YOU!

ຮູຂີ້ ຂ້ອຍກະບໍ່ເຊື່ອເຈົ້າດອກ ພໍ່ອາວເອີຍ ( ພາສາທ້ອງຖິ່ນ )

 ອັນຜູ້ເວົ້າພາສາອັງກິດນີ້ນາ ພາສາເຈົ້າມາຄື່ ຮູຂີ້ປາກເປັນແທ້ ພິມພາສາລາວ ຈະບໍ່ດີກົ່ວບໍ? ມັນມາຄືອອ່ນແທ້ ຂອ້ຍຕິດຕາມອ່ານ ທີ່ເຈົ້າຂຽນມານິ ແມ່ນ ປວດຂະມັບເອົາຊື່ໆ ຂໍທານນຳເດິ ພຶມພາສາລາວກະໄດ້ດອກ. ຄວາມເຈົ້າໂປດມາ ແຕ່ລະຄັ້ງ ແມ່ນຟັກໄຊ່ບັ້ງມາ ຂອ້ຍ ຍັງ ບອກໄດ້ວ່າໄຜຂຽນ.

__________________
Anonymous

Date:

living in foreign country it's not easy . tok ngane meu dai , nee toam hoa meu nanh. 

ngeune louk diew. nothing free. free mee tae tod.

__________________
Anonymous

Date:

ໄສ້ບໍ່ດີ wrote:

ຂ້ານ້ອຍໜີມາຕັ້ງຖິ່ນຖານຢູ່ພາກໃຕ້ຂອງຣັຖCalifornia ປະເທດສະຫະຣັຖອາເມຣິກາ ເປັນເວລາ 32 ປີແລ້ວ

ໂດຍອາໃສຮັບເງິນປະຊາສົງເຄາະເພາະມີບັນຫາສຸຂະພາບ(ໄສ້ບໍ່ດີ)ແລະອີກຢ່າງກໍ່ເວົ້າ ອ່ານແລະຂຽນພາສາອັງກິດບໍ່ໄດ້.

ຄົນທີ່ມີຣາຍໄດ້ນ້ອຍໃນເມືອງທີ່ມີຄ່າຄອງຊີບສູງ ຊີວິດບໍ່ສົດໃສຄືກັນກັບຜູ່ທີ່ໄດ້ເຮັດວຽກຫາເງິນດ້ວຍຕົນເອງ

ຈະກ້າວຂາເຂົ້າຮ້ານ SEARS ກໍ່ຍ່າງບໍ່ອອກຮອຍ ເຂົ້າໄດ້ແຕ່ຮ້ານ  Walmart ກັບ Target ເທົ່ານັ້ນ.

ເວລາຫິວເຂົ້າກໍ່ໜຶ້ງເຂົ້າເຮັດປົ່ນເຮັດແຈ່ວກິນຄືຢູ່ບ້ານເຮົາຫັ້ນລະ ຖ້າລູກຫຼານບໍ່ພາໄປລ້ຽງກໍ່ຄົງບໍ່ມີໂອກາດຮູ້ດອກວ່າຮ້ານ

Red Lobster, Black Angus, Sake Lounge, Hashigo ແລະຮ້ານອາຫານຊາດອື່ນກິນສົ້ມກິນເຄັມແບບໃດ.

ເວລາເຈັບເປັນກໍ່ເຂົ້າໄປຮັກສາພະຍາຍາບານຢູ່ໂຮງພະຍາບານຣັຖບານຫັ້ນລະ, ເຈັບແຂ້ວຂຶ້ນມາກໍ່ໄປຫາທັນຕະແພດວຽດນາມ

ຢາກໄດ້ແວ່ນຕາອ່ານໜັງສືກໍ່ຕ້ອງໄປຫາສູນສົງເຄາະວຽດນາມເພາະເຂົາໄດ້ຮັບການຊ່ອຍເຫຼືອຈາກຣັຖບານທ້ອງຖິ່ນ

ເພື່ອປິ່ນປົວຮັກສາຄົນເອເຊັຽທີ່ມີຣາຍໄດ້ນ້ອຍ. ຜູ່ໃດ໋ໄດ້ເຮັດວຽກເຮັດການມີປະກັນໄພສຸຂະພາບກໍ່ໄປໂຮງພະຍາບານເອກະຊົນ

ຊຶ່ງບໍຣິການດີມີຄຸນນະພາບກ່ວາ.

ເວົ້າເລື້ອງບຸນສິນກິນທານ ການມ່ວນຊື່ນລື່ນເລີງກໍ່ເຮັດໄດ້ແຕ່ທ້າຍສັບປະດາ ຈະຈັດໃນວັນຣັຖການຄືບ້ານເຮົາບໍ່ໄດ້ດອກ

ຖ້າຈັດກໍ່ມ່ວນຊື່ນໄດ້ບໍ່ກາຍ 11 ໂມງກາງຄືນ ເພາະຄົນສ່ວນຫຼາຍຕ້ອງໄດ້ອອກບ້ານໄປຫາຢູ່ຫາກິນຕາມຄວາມຮູ້ຄວາມສາມາດຂອງແຕ່ລະຄົນ.

ເວົ້າສະເພາະຄົນໃນບ້ານຂ້ອຍ, ລູກຊາຍແລະລູກສະໄພ້ອອກບ້ານໄປເຮັດວຽກແຕ່ 5ໂມງເຄິ່ງ ກັບມາຮອດບ້ານປະມານ 3 ໂມງແລງຖ້າບໍ່ໄດ້ເຮັດລ່ວງເວລາ

ທ້າຍອາທິດພັກຜ່ອນ. ສ່ວນຫຼານສາວແລະຫຼານຊາຍອອກບ້ານປະມານ 7ໂມງປາຍ ກັບມາຮອດບ້ານປະມານ 4ໂມງປາຍນີ້ລະ.

ສ່ວນຂ້ອຍກັບເມັຽຢູ່ບ້ານ ເບິ່ງທີວີ ຫຼິ້ນອິນເຕີເນັດຂ້າເວລາ ລ້ຽງໝານ້ອຍໃຫ້ລູກຫຼານພໍໄດ້ເງິນຊື້ປີ້ຍົນເມືອກິນກ້ອຍກະປອມຢູ່ບ້ານເຮົາ

ເພາະກະປອມທີ່ເຂົາຂາຍຢູ່ Pet city ບໍ່ມີແຕ່ກະປອມຄໍແດງ ແລະເຂົາກໍ່ຂາຍໃຫ້ແຕ່ 2 ໂຕຕໍ່ຄົນເທົ່ານັ້ນ

ຖ້າເຂົາຮູ້ຈັກວ່າຊື້ມາກິນຈະມີບັນຫາເພາະເຂົາຂາຍໃຫ້ມາລ້ຽງ ບໍ່ແມ່ນຂາຍໃຫ້ມາເປັນອາຫານ.

ເປັນຕາໜ້າສົງສານເຈົ້າເນາະ ຄົນລາວສີ່ໝື່ນກ່ວາຄອບຄົວທີ່ມາຄົກອາເມຮິກາມາຖືກແຕ່ຄອບຄົວຂອງເຈົ້າ

ຄອບຄົວດຽວທີ່ມາຕົກຢູ່ໃນສະພາບການດັ່ງທີ່ເຈົ້າໄດ້ກ່າວມາໃນ comments ຂອງເຈົ້າຢູ່ຂ້າງເທິງນັ້ນ. ຂ້ອຍ

ກໍຄົນອົພະຍົບລາວຄົນໜື່ງທີ່ໄດ້ມາຕັ້ງຖິ່ນຖານໃໝ່ຢູ່ສະຫະຣັຖນານເຖິງ 32 ປີ, ແຕ່ກໍເປັນຈັ່ງບູນໄດ້ໄປຕົກຢູ່

ເມືອງນ້ອຍເມືອງໜຶ່ງ ( ນ້ອຍສຳລັບແຖບນັ້ນ ທີ່ຈິງແລ້ວໃຫຍ່ກ່ວາວຽງຈັນສິບເທົ້າ ) ຢູ່ຣັຖ Michigan. ໃນປີ

ທຳອິດທີ່ຂ້ອຍໄປຕົກຢູ່ເມືອງນັ້ນ ປີ 1980 ມີຄອບຄົວຄົນລາວພຽງສອງຄົວຊຶ່ງທັງສອງເປັນຊາວວຽດນາມ-ລາວ

ແຕ່ຄົວນື່ງຜົວວຽດແມັຍລາວ. ຍ້ອນຂ້ອຍມີຜືນຖານຂອງການສຶກສາມາແຕ່ລາວ, ຜູ່ອຸປະຖັມຄອບຄົບຂ້ອຍໄດ້

ສົ່ງຂ້ອຍໄປຮຽນຕໍ່ College ໂລດ ໂດຍທຶນຂອງເພິ່ນຊ່ອຍທັງນັ້ນ. ປີ 1984 ກໍຈົບໃນວິຊາ ທຸຣະກິດ ການຄັງແລະ

ບໍຣິຫານ, ຜູ່ອຸປະຖັມໃຫ້ເຂົ້າທຳງານຢູ່ Farm ຂອງເພິ່ນເຣີ່ມແຕ່ຄົນລ້ຽງແລະໃຫ້ອາຫານສັດແລະແລ້ວເລື່ອນໜ້າ

ທີ່ຕຳແໜ່ງຂຶ້ນມາຈົນເຖິງຜູ່ບໍຣິຫານ 750 Acres farm with 36 employees, mostly famile members

and friends from Laos PDR. ໃນປິ 2001 ພັລະຍາຂອງ ຜູ່ອຸປະຖັມໄດ້ເຖິງແກ່ກັມໄປ ທາງຜູ່ເປັນຜົວກໍໄດ້ເຮັດ

ໜັງສືມອບສັນທະໂອນຟາມນັ້ນໃຫ້ເປັນກັມະສິດຂອງຂ້ອຍ ເພາະເພິ່ນເຖົ້າຫລາຍແລ້ວ ແລະປະການສຳຄັນຄືເພິ່ນ

ບໍ່ມີລູກຈັກຄົນທີ່ຈະມາສືບຕໍ່ກິຈະການຂອງເພີ່ນ, ຂ້ອຍກໍເລີຍໄດ້ມູນມັງຈາກເພິ່ນນີ້ລະ. ທີ່ຈິງແລ້ວເພິ່ນໄດ້ອາດາບ

ເອົາຂ້ອຍເປັນລູກບູນທັມຫລັງຈາກຂ້ອຍຮຽນຈົບ ຄາເລດ ພຸ້ນ.

__________________
Anonymous

Date:

Anonymous wrote:

 WILL BACK LAOS  IN A COUPLE YEARS.. BEEN LIVING IN MANY COUNTRIES IN EUROPE..GERMANY , FRANCE, SWISS AND NOW  IN ENGLAND. JUST WANT TO SAY THAT= NO PLACE LIKE LAOS!!! THANK YOU!

 ທ່ານເປັນຄົນທີ່ມີບຸນວາດສະໜາບາຣະມີສູງສົ່ງໄດ້ໄປຢູ່ຫຼາຍປະເທດ, ຣັຖບານສົ່ງໄປເຮັດວຽກບໍ ຫຼືໄປຢູ່ດ້ວຍທຶນສ່ວນຕົວ?

ຂະນາດລົມກັນຢູ່ຫ້ອງພາສາລາວແທ້ໆທ່ານຍັງໃຊ້ພາສາຕ່າງປະເທດມາເປັນສື່ສັມພັນ

ຖ້າຈະມາຢູ່ລາວແທ້ໆ ກໍ່ຄວນຝຶກຊ້ອມພິມພາສາລາວລົມກັບພວກຂ້ານ້ອຍແດ່ເດີທ່ານຝຣັ່ງຂີ້ນົກ !

__________________
Anonymous

Date:

Anonymous wrote:
Anonymous wrote:

WILL BACK

 LAOS  IN A COUPLE YEARS.. BEEN LIVING IN MANY COUNTRIES IN EUROPE..GERMANY , FRANCE, SWISS AND NOW  IN ENGLAND. JUST WANT TO SAY THAT= NO PLACE LIKE LAOS!!! THANK YOU!

 ສົມລາວໄປທັສະນະຈອນຫລາຍປະເທດໄດເນາະ? ລາວຄືສິເປັນຄົນມີຄວາມຮູ້ແລະເກ່ງພາສາອິງກຣິດເນາະ

ເບິ່ງລາວຂຽນປະໂຍກທຳອິດຫັ້ນແດ່, ລາວຂຽນແບບນີ້: WILL BACK LAOS IN A COUPLE YEARS ??????

ຖ້າຄົນອາເມຣິກາ ຫລື ຄົນອັງກິດມາອ່ານຈັກເຂົາສິເຂົ້າໃຈວ່າແນວໃດ?  ລາວຄວນຂຽນແບບນີ້: WILL BE

BACK TO LAOS IN COUPLE YEARS.

 hello again!  i apologize for my bad english because i've never been to school for studying english language, i've learned it from my girl friend! you see, currently i live in England and England would be the last country i live in now before i will be back home definitely to beautiful Laos. i just want to share my experience  to let you all know,nothing else and no khee mo at all... thank you!

__________________
ທ້າວອົບສີ

Date:

ທ່ານກໍ່ຂຽນທັບສັບຜິດຄືກັນເດີເພາະ English ບໍ່ມີຕົວ R ແຕ່ທ່ານຂຽນ ອິງກຣິດ. ກະລຸນາແກ້ໄຂຕື່ມ.

ຊີວິດການເປັນຢູ່ຂອງອົບພະຍົບລາວໃນແຕ່ລະປະເທດມີຄວາມຫຍຸ້ງຍາກແລະສະດວກຕ່າງກັນ,

ເວົ້າສະເພາະໃນສະຫະຣັຖ ແຕ່ລະຣັຖ ແຕ່ລະກໍາແພງນະຄອນກໍ່ຍັງສະດວກຕ່າງກັນ.

ສະເພາະກໍາແພງນະຄອນ Lee ຣັຖ Florida ບໍ່ມີບ່ອນນັ່ງດື່ມເບັຽເບິ່ງສາວນ້ອຍປີນເສົາເດີ

ຖ້າຢາກເບິ່ງ ຕ້ອງໄດ້ຂີ່ຣົຖໄປເບິ່ງຢູ່ກໍາແພງນະຄອນອື່ນ.

__________________
Anonymous

Date:

Anonymous wrote:

 hello again!  i apologize for my bad english because i've never been to school for studying english language, i've learned it from my girl friend! you see, currently i live in England and England would be the last country i live in now before i will be back home definitely to beautiful Laos. i just want to share my experience  to let you all know,nothing else and no khee mo at all... thank you!

 ເຈົ້າໂຊກດີຫຼາຍທີ່ໄດ້ແຟນສະຫຼາດ ສາມາດສອນພາສາອັງກິດໃຫ້ເຈົ້າໄດ້ໂດຍບໍ່ຕ້ອງຜ່ານໂຮງຮຽນ.

__________________
Anonymous

Date:

Lao people living overseas!

Laos-oversea1.jpg

This web site is in Engish but you can change to several popular

languages including Thai. Just click on select language at top right

hand side of the page.

Ok click here to read about Lao people living abroad!

Enjoy reading!

__________________
ໂຫນຕີ້

Date:

Anonymous wrote:

living in foreign country it's not easy . tok ngane meu dai , nee toam hoa meu nanh. 

ngeune louk diew. nothing free. free mee tae tod.

 ຖ້າບໍ່ຮູ້ຈັກຄວບຄຸມຣາຍຮັບຣາຍຈ່າຍຂອງຕົນກໍ່ເປັນໜີ້ຖ້ວມຫົວແທ້

ບາງຄົນ ເຮັດວຽກໄດ້ເງິນນ້ອຍແຕ່ໃຊ້ຊີວິດແບບຫຼູຫຼາ ອອກບ້ານນັ່ງບິມເມີ

ກິນເຂົ້າຢູ່ພັດຕະຄານ ຊື້ເຄື່ອງຮ້ານເຊັກຟິບ ໃສ່ເຄື່ອງປະດັບ zale

ບໍ່ຕົກງານກໍ່ມີໜີ້ຖ້ວມຫົວແລ້ວອ້າຍເອີຍ.

__________________
Anonymous

Date:

ໄສ້ບໍ່ດີ wrote:

ຂ້ານ້ອຍໜີມາຕັ້ງຖິ່ນຖານຢູ່ພາກໃຕ້ຂອງຣັຖCalifornia ປະເທດສະຫະຣັຖອາເມຣິກາ ເປັນເວລາ 32 ປີແລ້ວ

ໂດຍອາໃສຮັບເງິນປະຊາສົງເຄາະເພາະມີບັນຫາສຸຂະພາບ(ໄສ້ບໍ່ດີ)ແລະອີກຢ່າງກໍ່ເວົ້າ ອ່ານແລະຂຽນພາສາອັງກິດບໍ່ໄດ້.

ຄົນທີ່ມີຣາຍໄດ້ນ້ອຍໃນເມືອງທີ່ມີຄ່າຄອງຊີບສູງ ຊີວິດບໍ່ສົດໃສຄືກັນກັບຜູ່ທີ່ໄດ້ເຮັດວຽກຫາເງິນດ້ວຍຕົນເອງ

ຈະກ້າວຂາເຂົ້າຮ້ານ SEARS ກໍ່ຍ່າງບໍ່ອອກຮອຍ ເຂົ້າໄດ້ແຕ່ຮ້ານ  Walmart ກັບ Target ເທົ່ານັ້ນ.

ເວລາຫິວເຂົ້າກໍ່ໜຶ້ງເຂົ້າເຮັດປົ່ນເຮັດແຈ່ວກິນຄືຢູ່ບ້ານເຮົາຫັ້ນລະ ຖ້າລູກຫຼານບໍ່ພາໄປລ້ຽງກໍ່ຄົງບໍ່ມີໂອກາດຮູ້ດອກວ່າຮ້ານ

Red Lobster, Black Angus, Sake Lounge, Hashigo ແລະຮ້ານອາຫານຊາດອື່ນກິນສົ້ມກິນເຄັມແບບໃດ.

ເວລາເຈັບເປັນກໍ່ເຂົ້າໄປຮັກສາພະຍາຍາບານຢູ່ໂຮງພະຍາບານຣັຖບານຫັ້ນລະ, ເຈັບແຂ້ວຂຶ້ນມາກໍ່ໄປຫາທັນຕະແພດວຽດນາມ

ຢາກໄດ້ແວ່ນຕາອ່ານໜັງສືກໍ່ຕ້ອງໄປຫາສູນສົງເຄາະວຽດນາມເພາະເຂົາໄດ້ຮັບການຊ່ອຍເຫຼືອຈາກຣັຖບານທ້ອງຖິ່ນ

ເພື່ອປິ່ນປົວຮັກສາຄົນເອເຊັຽທີ່ມີຣາຍໄດ້ນ້ອຍ. ຜູ່ໃດ໋ໄດ້ເຮັດວຽກເຮັດການມີປະກັນໄພສຸຂະພາບກໍ່ໄປໂຮງພະຍາບານເອກະຊົນ

ຊຶ່ງບໍຣິການດີມີຄຸນນະພາບກ່ວາ.

ເວົ້າເລື້ອງບຸນສິນກິນທານ ການມ່ວນຊື່ນລື່ນເລີງກໍ່ເຮັດໄດ້ແຕ່ທ້າຍສັບປະດາ ຈະຈັດໃນວັນຣັຖການຄືບ້ານເຮົາບໍ່ໄດ້ດອກ

ຖ້າຈັດກໍ່ມ່ວນຊື່ນໄດ້ບໍ່ກາຍ 11 ໂມງກາງຄືນ ເພາະຄົນສ່ວນຫຼາຍຕ້ອງໄດ້ອອກບ້ານໄປຫາຢູ່ຫາກິນຕາມຄວາມຮູ້ຄວາມສາມາດຂອງແຕ່ລະຄົນ.

ເວົ້າສະເພາະຄົນໃນບ້ານຂ້ອຍ, ລູກຊາຍແລະລູກສະໄພ້ອອກບ້ານໄປເຮັດວຽກແຕ່ 5ໂມງເຄິ່ງ ກັບມາຮອດບ້ານປະມານ 3 ໂມງແລງຖ້າບໍ່ໄດ້ເຮັດລ່ວງເວລາ

ທ້າຍອາທິດພັກຜ່ອນ. ສ່ວນຫຼານສາວແລະຫຼານຊາຍອອກບ້ານປະມານ 7ໂມງປາຍ ກັບມາຮອດບ້ານປະມານ 4ໂມງປາຍນີ້ລະ.

ສ່ວນຂ້ອຍກັບເມັຽຢູ່ບ້ານ ເບິ່ງທີວີ ຫຼິ້ນອິນເຕີເນັດຂ້າເວລາ ລ້ຽງໝານ້ອຍໃຫ້ລູກຫຼານພໍໄດ້ເງິນຊື້ປີ້ຍົນເມືອກິນກ້ອຍກະປອມຢູ່ບ້ານເຮົາ

ເພາະກະປອມທີ່ເຂົາຂາຍຢູ່ Pet city ບໍ່ມີແຕ່ກະປອມຄໍແດງ ແລະເຂົາກໍ່ຂາຍໃຫ້ແຕ່ 2 ໂຕຕໍ່ຄົນເທົ່ານັ້ນ

ຖ້າເຂົາຮູ້ຈັກວ່າຊື້ມາກິນຈະມີບັນຫາເພາະເຂົາຂາຍໃຫ້ມາລ້ຽງ ບໍ່ແມ່ນຂາຍໃຫ້ມາເປັນອາຫານ.

ສົງສາຣເຈົ້ານໍ້ ພໍລຸງເອງກໍ່ເຊື່ອ, ຊິ່ງທີ່ເຈົ້າເວົ້າມາເປັນຄວາມຈິງ ຄຳໂບຣານ ເພິ່ນວ່າ ແຂ່ງເຮືອແຂ່ງຣົຖແມ່ນແຂ່ງໄດ້, ແຕ່ແຂ່ງບຸນວາສນາ ແມ່ນແຂ່ງບໍ່ໄດ້. ສ່ວນ ລຸງນີ້ເປັນຍັງບຸນ ຢູ່ບ້ານເຮົາ ລຸງກໍພຽງແຕ່ໄດ້ຊັ້ນ ຮອ້ຍເອກ ກອງທັບແຫ່ງຊາຕ ຮຽນຈົບພຽງແຕ່ ວິທະຍາລັຍ (Lycee De Vientiane) ພາກກາງເທົ່ານັ້ນ ມາເມືອງອະເມຣິກາກໍ່ມີແຕ່ ສົ້ງເສື້ອຄາຄິ່ງເທົ່ານັ້ນ ຄວາມຮູູ້ ຄວາມສາມາດຢ່າງອື່ນ ແມ່ນບໍ່ມີ ແຕ່ໂຊກດີ ໄດ້ມາຮຽນ ຜບ ຮອ້ຍທີ່ອະເມຣິກາ (Leadership) ເທື່ອນື່ງ ມາຕົກພີ້ ມັນກໍ່ເປັນເມືອງນອ້ຍ ຄົນສວ່ນຫລາຍແມ່ນ ທຳໄຮ່ໄຖນາ ເປັນອາຊີບ ແຕ່ລຸງໄດ້ເຮັດງານ ຢູ່ບອ່ນຂາຍຣົຖ ວຽກແມ່ນ ຖ່າຍນ້ໍາມັນເຄຶ່ອງ ແລະ ປຽນຫົວທຽນຣົຖ ຄ່າຈ້າງແມ່ນ ໒ ດອນ ໓໐ ເຊັນຕໍ່ຊົ່ວໂມງ, ເຮັກວຽກປີເຄິ່ງ ຍັງບໍ່ຂື້ນເງິນ ເລີຍຍ້າຍມາ ຄາຣິຟໍເນັຍ ມາຄັ້ງແລກກໍລຳບາກຢູ່ ແຕ່ກໍ່ອົດທົນເອົາ ໄປເກັບຫມາກໄມ້ ແລະ ເຂົ້າຮຽນ ເວລາວ່າງ ຕໍ່ມາ ໄດ້ສອບພ່ານເຂົ້າ ເຮັດວຽກນຳຣັຖບາຣ ທອ້ງຖິ່ນໄດ້ ( County Government) ທີສອງ ໃນຈໍານວນ ໑໒໐ ຄົນ, ໄດ້ຮັບ ບັຕພະຍາບາລ ບໍານານ (retirement and pension) ແລະເງິນ ດີເຟິສຄັມ ( Defers comp) ປຽນຍ້າຍເຂົ້າຊື້ ເງິນສະຕອກ ( Stock ).  ປ້າເພິ່ນ ບໍ່ມີຄວາມຮູ້ ເພິ່ນ ເຮັດວຽກ ຍິບເບາະຣົຖ ໂຕໂຍຕາ ແຕ່ເພິ່ນມີລາຍໄດ້ດີ ອາທິຕຫນຶ່ງ ເພິ່ນໄດ້ມາບ້ານບໍ່ລຸດ ໕໐໐ ໂດລາ ຕໍ່ອາທິຕ ຖ້າລາວເຮັດລວ່ງເວລາ (Overtime) ລາວຈະໄດ້ ເຖິງ ໖໐໐ ຫາ ໗໐໐ ໂດລາ ຕໍ່ມາ ລຸງກໍຈົບ ປຣິນຍາຕຣີ (Bachelor Degree) ແລະວຽກການ ກໍ່ໄດ້ເລຶອນຂື້ນ ພ້ອມ ເງິນເດຶອນ ຕໍ່ມາ ເງິນກໍ່ສູສີ ກັບເງິນເດຶອນປ້າ ເພາະເພິ່ນໄດ້ຫລາຍກົ່ວ ລຸງເຮັດວຽກຢູ່ທີ່ນີ້ໄດ້ ໒໔ ປີ ຈຶ່ງ ອອກບຳນານ ເງິນບຳນານ ຈາກທີ່ທຳງານ ໒໘໐໐ ແລະເງິນ ຈາກ ໂຊຊີໂອ ໑໔໐໐ ເບິ່ງກໍຫລາຍ ພໍສົມຄວານຢູ່ ລຸງຍັງບໍໄດ້ເອົາເງິນອອກ ຈາກ ເງິນ ສະຕອກເທື່ອ ເພາະມັນຫລາຍໂພດ ເສັຍພາສີບໍ່ໄຫວ ແລະຍັງໄດ້ຈາກ ຄ່າເຮຶອນເຊົ່າສອງຫລ້ງ ໒໐໐໐ ຕໍ່ເດຶອນອີກດ້ວຍ. ປະຈຸບັນ ເງິນລຸງ ຢູ່ທະນາຄາຣ ມີ ສອງແສນກົ່ວ ຖ້າປ້າເພິ່ນໄປບຳນານ ເພິ່ນກໍມີເງິນພໍກິນແລ້ວ ເງິນ ຟໍໂອວັນເຄ(401K) ແລະເງິນ ໄອຣາ (IRA), ລາວກໍມີ ຫລາຍແສນແລ້ວ ລາວສະບາຍ ປີນຶ່ງພວກລຸງໄປຫລິ້ນ ໄທຍ ຫນຶ່ງຄັ້ງ ເພາະປ້າເພິ່ນແມ່ນຄົນໄທຍ ຖ້າລາວໄປບຳນານແລ້ວ ວາງແຜນຈະ ທຽ່ວຮອບໂລກ ເພາະມັກໄປ ແຕ່ປະຈຸບັນກໍໄປທຽ່ວຕາງຣັຖຢູ່ປະຈຳ. ປະຈຸບັນໄດ້ປຸກເຮຶອນທີ່ໄທຍ ລາຄາ ໒ ລ້ານ ໔ ແສນ ແຕ່ຈະໄປຊື້ ຄອນໂດ ທີ່ກຸງເທບອີກບອນນຶງລາຄາໃນລາວ ໓ ລ້ານກົ່ວ.

ມາຕົກພີ້ແລ້ວ ເຂົາວ່າ ເປັນຄົນຂາຍຊາຕ ແຕ່ພວກເພິ່ນ ຢູ່ລາວ ເພິ່ນຂາຍ ເອົ້າ ຂາຍເອົາ ແລ້ວ ຄວາມໃດ ແມ່ນ ຄວາມຖືກທີ່ຕອ້ງ ຂໍຄວາມຍຸຕິທັມດວ້ຍ.

__________________
ທູນແກ້ງກະເບົາ

Date:

Anonymous wrote:

NO free healthcare in USA...

If you are 62, you can enroll in state Medicaid program.

You can't get in Medicare (Federal program) untill you're 65+.

If President Obama is re-elected, in 2014, the new law will take affect.

Everyone will have to have health insurance (you must buy it if you don't have

from your work place).

ຄ່າຮັກສາສູຂະພາບຢູ່ອາເມຣິກາແພງຫຼາຍ ບໍຣິສັດປະກັນໄພສຸຂະພາບກໍ່ເປັນເສືອນອນກິນຄືກັນກັບບໍຣິສັດປະກັນໄພອື່ນໆ,
ແຕ່ລະປີ ຣັຖບານຈ່າຍເງິນຫຼາຍໃນການປິ່ນປົວຄົນເຖົ້າແລະຄອບຄົວຜູ່ມີຣາຍໄດ້ນ້ອຍ ນະໂຍບາຍ Obamacare
ເປັນນະໂຍບາຍທີ່ຖືກຕ້ອງ ແຕ່ໜ້າເສັຽດາຍທີ່ນັກການເມືອງບາງກຸ່ມຄັດຄ້ານຍ້ອນຢ້ານເສັຽຜົນປະໂຫຍດສ່ວນຕົວ.
ຜູ່ທີ່ບໍ່ມີປະກັນໄພສຸຂະພາບ ສ່ວນຫຼາຍຈະເຂົ້າໄປຫ້ອງສຸກເສີນເພື່ອນປິ່ນປົວເພາະກົດໝາຍອາເມຣິກາຫ້າມບໍ່ໃຫ້ປະຕິເສດ
ການພະຍາບານຄົນເຈັບທີ່ເຂົ້າມາໃນຫ້ອງສຸກເສີນ.
ຖ້າທ່ານໄປຢູ່ເມືອງຊາຍແດນອາເມຣິກາ-ແມັກຊິໂກ, ທ່ານຈະສັງເກດເຫັນວ່າແຕ່ລະມື້ຈະມີຄົນແມັກຊິກັນຂ້າມແດນມາ
ຮັກສາສຸຂະພາບຢູ່ອາເມຣິກາມືືນຶ່ງຫຼາຍພັນຄົນ. ນອກຈາກຂ້າມມາຮັກສາສຸຂະພາບແລ້ວ ຍັງຫອບລູກຈູງເຕົ້າເຂົ້າມາ
ຮຽນໜັງສືເພາະໄດ້ຮຽນຟຣີຈົນຈັບຊັ້ນມັດທະຍົມປາຍ.
ສໍາລັບຄອບຄົວຂ້ອຍແລ້ວກໍ່ມີຊີວິດການເປັນຢູ່ຄືກັນກັບຄອບຄົວຄົນລາວ ຄົນວຽດນາມ ແລະຄົນຂະເມນ
ພູມໃຈທີ່ຕົນມີຄວາມສາມາດສ້າງຖານະຂຶ້ນມາຈາກສອງຝາມືເປົ່າໃນປະເທດທີ່ມີຄວາມແຕກຕ່າງທາງດ້ານພາສາ
ສັງຄັມ ວັດທະນະທັມ ຈົນສາມາດສົ່ງເສີມລູກໃຫ້ຈົບການສຶກສາຊັ້ນສູງແລະສາມາດຫາລ້ຽງກຸ້ມຄອບຄົວເຂົາເອງໄດ້
ກໍ່ດີໃຈແລ້ວ.

__________________
Anonymous

Date:

Kkon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

 ຊີວິດຢູ່ເມລີກາມັນກໍ່ດີຢ່າງເສຍຢ່າງ  ເຮົາຢູ່ໃນຈຳນວນຄົນສ່ວນຫລາຍ ຄ້າຍໆ ວ່າປາໂຕດຽວເໜົ່າເໝີດຂ້ອງ ຕອນມາຢູ່ໃໝ່ໆກໍ່ລຳບາກຫຼາຍ

ເຮົາບໍ່ເປັນພາສາເຂົານີລະ ຕອນມາໃໝ່ຜູ່ຂ້າໄປຊື້ນ້ຳຢາລ້າງຖ້ວຍມາຊະຜົມເບີ່ງຄ້າຍໆກັບແຊມພູ ຂີ່ລົດເມກະລືມບ່ອນລົງກໍ່ເລີຍໄປກັບລົດເມຈົນສຸດທາງ

ແລ້ວລົບມາລົງຈຸດທີ່ໝາຍ ໄປເຮັດການກໍ່ບໍເປັນພາສາແຕ່ບັງເອີນຜູ່ຂ້າເປັນພາສາຫວຽດນຳໝູ່ຫວຽດຢູ່ເມືອງລາວກໍ່ເລີຍມາໄຊ້ຢູ່ເມລີກາ ເວລາເຮັດ

ການຫົວໜ້າໃຫຍ່ສັ່ງການໄຫ້ຫວຽດເປັນພາສາອັງກີດ ຫວຽດມາແປອັງກີດເປັນຫວຽດໄຫ້ຜູ່ຂ້າ ຜູ່ຂ້າແປຈາກຫວຽດມາເປັນພາສາລາວຕໍ່ ເປັນຕາຫົວເນາະ

ຊິໄປຊື້ສະແຕມຕິດຊອງໜັງສືຝາກເມືອເມືອງລາວກໍ່ຍັງເວົ້າບໍ່ເປັນ ໄປເຊົ່າເຮືອນກໍ່ຕ້ອງເສຍມັດຈຳໄວ້ກ່ອນຄ້າຍໆເສຍສອງເດືອນລ່ວງໜ້າໄວ້

30ປີຜ່ານມາພີ້ຈີ່ງຫູແຈ້ງຕາແຈ້ງ ເລີ້ມມີປະຕິກິລິຍາບໍ່ດີແລ້ວບັດນີ້ປີກກ້າຂາແຂງແລ້ວ ດ່າຮອດເມລີກາ ງານກໍ່ຕ້ອງຫາດີໆແລະເງີນເດືອນສູງແດ່

ບັດຕອນໄປຢາມເມືອງລາວໂອຍ ໂພດວ່າມັນຂີ້ໂມ້ ແມ່ນຫຍັງເພີ່ນກໍ່ມີໜົດພ້ອມທັງຮັ່ງມີເປັນດີ ລູກເຕົ້າເຫຼົາຫຼໍ່ມີແຕ່ ຄວາມຮູ້ເພີ່ນກໍ່ສູງ ໆ

ບັດມາຮອດເມລີກາລະຂີ້ແມວເຕັມກະດົ້ງ

ຕອນລຸ້ນຂ້ອຍມາເຂົາເອົາໄປຮຽນການດໍາຣົງຊີວິດຢູ່ມໍ່ຣົງ ປະເທດຟິລິປິນ ເປັນເວລາປະມານ 6 ເດືອນ
ເຂົາສອນໃຫ້ໝົດທຸກຢ່າງ ນັບຕັ້ງແຕ່ວິທີໃຊ້ຫ້ອງນໍ້າພຸ້ນລະຂຶ້ນໄປຫາການຊື້ເຄື່ອງຊື້ຂອງຢູ່ຕະລາດຮ້ານຄ້າຕ່າງໆ.
ຂ້ອຍມີພື້ນຖານພາສາຝຣັ່ງແລະພາສາອັງມາແຕ່ເມືອງລາວ ຈຶ່ງສາມາດເວົ້າແຢັດໆໂນໆກັບຄົນຕ່າງຊາດໄດ້
ນ້ອຍນຶ່ງ ຍົກເວັ້ນທ້າວສໍາລີເດີ ເຂົ້າໃຈຍາກແທ້ໆເວລາອ້າຍດໍາເວົ້ານີ້ນະ
ແລະເມື່ອມາຮອດອາເມຣິກາກໍໄດ້ເຂົ້າຮຽນກັບພວກ Lao family ຕື່ມອີກ 6 ເດືອນ ຈຶ່ງໄປຮຽນຕໍ່ຢູ່ Adult School.
ຄົນລາວບາງຄົນກໍ່ຕື່ນໄຟແສງສີ ຕິດຫຼິ້ນຕິດກິນບໍ່ເປັນຕົວຢ່າງທີ່ແກ່ລູກຫຼານ
ສະນັ້ນ ຈຶ່ງເຫັນລູກຫຼານຄົນລາວຈໍານວນນຶ່ງຮຽນບໍ່ຈົບມັທຍົມ ເຂົ້າແກ໊ງອັນຕະພານເສັຽອະນາຄົດ
ບາງຄົນກໍ່ໂຊກດີຖືກຈັບເຂົ້າໄປຮຽນ Job course ໃນຄຸກ ອອກມາກໍມີວິຊາອາຊີບແລະກັບຕົວເປັນຄົນດີຂອງສັງຄົມ.

 ສະຫລຸບແລ້ວກໍ່ບໍ່ແຕກຕ່າງກັບຢູ່ເມືອງລາວຫລາຍປານໃດດອກ

ແຕ່ງແຕ່ວ່າຜູ້ຫນຶ່ງຢູ່ປະເທດສີວິໄລແລະຜູ້ຫນຶ່ງຢູ່ປະເທດທຸກກ

ຍາກແດ່. ແຕ່ຢູ່ໃສ, ຜູ້ໃດກໍ່ດີ້ນຮົນເພື່ອເອົາຊີວິດຂອງຕົນເພື່ອ

ຢູ່ລອດຄືກັນນັ້ນລະ! ພໍ່ອາວເອີຍ!

__________________
Anonymous

Date:

ຄວາມທຸກທໍລະມານມາແຕ່ສະໜັຍພໍ້ຕູ້ແມ່ຕູ້ , ສະໜັຍພໍ້ແມ່,

ແລ້ວກໍທຸກຍາກລຳບາກສະໜັຍປັຈຸດບັນ,

ແລະຫວັງວ່າສະໜັຍຕໍ່ໄປ ເຊັນລູກເຊັນລານ ຣັຖະບານລາວຄົງມີຄວາມຕັ້ງໃຈ

ພັຖະນາໄຫ້ດີກົວທີພານມາ ເປັນເວລາດົນນານແລ້ວ ຫລັງຈາກການປົດປ້ອຍ, ປະຊາຊົນລາວ

ແຫ່ງມີຄວາມທຸກທໍລະມານແລະບໍ່ເຫັນມີຫຍັງ

ດີຂື້ນແລະບໍ່ເປັນຄືຄວາມອ້າຍນ້ອງທີໄດ້

ສັນຍານຳປະຊາຊົນແລະຣາຊດອນເລີຍ

ວ່າປະຊາຊົນລາວຈະຢູ້ດີກີນດີແລະມີຄວາມສະເມີພາບແລະມີສິດເທົາກັນທຸກໆຄົນແຕ່ເປັນຫຍັງ

ມີແຕ່ພັກອ້າຍນ້ອງແລະຜູ້ນຳທຸກໆທ່ານ

ພ້ອມດ້ວຍຄອບຄົວແລະລູກຫຼານມີສິດມີອຳນາດແລະລວນແຕ່

ເປັນມະຫາເສດຖີ ທີທຳໃຫ້ຄົນຕ່າງຊາດຕ້ອງອາຍໃດ້. ເຖີງເລວາທີຕ້ອງຢຸດຕິການສໍ້ຣາຊບັງຫຼວງ

ຢຸດຕິການໃຊ້ເສັ້ນການໃຊ້ສາຍເອົາພັກເອົາພວກທ່ານຜູ້ບໍ່ມີການສືກສາສູງ,

ຂາດຄວາມສາມາດແລະບໍ່ມີຄວາມສັດຊືຕໍ່ປະຊາຊົນມາບໍຣິຫາປະເທດຊື່ງເປັນການທ່ວງ

ຄວາມກ້າວໜ້າຂອງປະເທດຊາດ ມີແຕ່ແບມືຂໍທານ ຄວາມຊ່ວຍເຫືອງຂອງເຈັກກັບແກວ

ຜູ້ທີຫວັງຜົນປະໂຍດອັນມະຫາສານ ຈາກປະເທດຊາດແລະປະຊາຊົນລາວ.

ປະເທດລາວອຸດົມສົມບຸນພອ້ມດ້ວຍສັບພະຍາກອນທັມະຊາດ ແຕ່ໜ້າເສັຍດາຍ

ທີຣັຖະບານແລະພັກລັດຜູ້ມີອຳນາດຂາຍກີນຈະໝົດແລ້ວເຊັນ ໃມ້, ຄຳ, ທອງ ແລະໂລຫະຕ່າງໆ

ຊື່ງປະຊາຊົນລາວຜູ້ທຸກຍາກບໍ່ໃດ້ຜົນປະໂຍດຈາກຣາຍໃດ້ນັ້ນເລີຍ

__________________
ລາວໃນ

Date:

Kkon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

 ລາວນອກ ລາວຕາຂາວ ລາວບັກສ່ຽວ ລາວຂີ້ຄ້ານ ລາວໂງ່

__________________
Anonymous

Date:

ລາວໃນ wrote:

You are not Laonai or Laonork. You are NOT Lao. Just shut up!!!

__________________
Anonymous

Date:

His English not bad for Self study i think he's batter than many people in here!!!!!

__________________
Anonymous

Date:

Anonymous wrote:

(His English not bad for Self study) i think he's (batter) than many people in here!!!!!

 HIS ENGLISH IS NOT BAD FOR SELF STUDY, I THINK HE'S BETTER THAN MANY PEOPLE IN HERE.

SORRY FOR MY CORRECTING YOUR ENGLISH.

__________________
Anonymous

Date:

ລາວໃນ wrote:

 ລາວນອກ ລາວຕາຂາວ ລາວບັກສ່ຽວ ລາວຂີ້ຄ້ານ ລາວໂງ່

 ເບິ່ງເຜີນໆກໍ່ແມ່ນຕາຂາວໂງ່ຄືເຈົ້າວ່າຫັ້ນລະ ແຕ່ຍ້ອນເພິ່ນບໍ່ຢາກໃຫ້ເລືອດເປື້ອນແຜ່ນດິນອີກຕໍ່ໄປ

ຣັຖບານຝ່າຍວຽງຈັນຈຶ່ງເຊັນສັນຍາສັນຕິພາບໃນປີ 1973

ແລະຍອມເກັບອາວຸດເຂົ້າສາງຕາມຄໍາສັ່ງຂອງຜູ່ບັງຄັບບັນຊາ.

ຄົນລາວທີ່ອົບພະຍົບໄປຕ່າງປະເທດບໍ່ຂີ້ຄ້ານຄືເຈົ້າຄິດດອກ

ຄົນສ່ວນຫຼາຍບໍ່ງໍມືງໍຕີນແບມືຂໍທານຄົນອື່ນກິນ ຍົກເວັ້ນຄົນເຖົ້າແລະຄົນເສັຽອົງຄະ

ແຕ່ລະຄົນອອກບ້ານໄປເຮັດວຽກ ບໍ່ໄດ້ເປັນ couch potatoe ຄືເຈົ້າເວົ້າດອກ.

__________________
Anonymous

Date:

11.09.2012
  • ກ່ຽວກັບວັດແຊງເລີ ພະສວັດສົມຄວນຫົ່ມຜ້າເຫລືອງຕໍ່ໄປບໍ່
  • ເອກສານສາຣະພາບຂອງສຸວັນນະຣາຊ ລົງວັນທີ່ 22 ພືສພາ 1994
  • ເປັນທີ່ຍອມຮັບແລ້ວວ່າ ຄມນ ຢ້ານ Internet ທີ່ສຸດໃນຍຸກ DiGital ນີ້
  • ຣະບອບ Népotisme ຂອງພວກໂຈນລາວແດງ ສັງຄົມເຄືອຍາດແກວ
  • ເຫດການ ໃນ ປາຣີສ ປີ 1994 ທີ່ ອມຣກ ປີ 2005
  • ບັກບຸນຄົງມັກຍ້ອງ ຍໍຕົນເອງເປັນ"ຄີງຄອງ"kingkong ບໍ??
  • ຂ່າວຈາກສຳນັກງານໂຈນປູ້ນຊາດຂາຍເມືອງ
  • 10.09.2012
     
    • ບັກ​ຜຸຍ​ຜີ​ບ້າອອກຫນ້າມາແກ້ໂຕຕ່າງພະ​ໂຈນ
    • ເຂົ້າGoogle ຕີBettina Wulff ແຕ່ພົບ....escort
    • Yang Dacai ສະມາຊິກພັກຄມນ ຈີນ ສໍໂກງທີສຸດ
    • ພັກ​ຄອມຯ​ລາວ​ແກ້​ໄຂ​ປັນ​ຫາ​ຂາຍ​ເດັກ​ນ້ອຍ​ເປັນ​ແມ່​ຈ້າງ​ບໍ່​ໄດ້
    • ແຜນ​ທີ່​ຫ້າ​ຂອງ​ແນວ​ລາວ
    • ນາງ​ຫນໍ່​ຄຳ ຈົງ​ອາງ​ໄຟ ບົວ​ລອຍ Who are they?
    • ບຸນ​ຄົງ​ຫົວ​ເສັຽ​ໄປ​ຮ່ວມ​ກັ​ບ​"ຈົງ​ອາງ​ໄຟ"
    • ຂ່າວຈາກສຳນັກງານໂຈນປູ້ນຊາດຂາຍເມືອງ
ລາຍການທຸກມື້ ມື້ນື່ງ90ນາທີ
 
ລາຍການເກົ່າໆຜ່ານມາ ທ່ານສາມາດຟັງໃນມືຖືໄດ້ສະບາຍ 

__________________
Anonymous

Date:

Anonymous wrote:
Kkon Lao khue kun wrote:

ຜ່ານມາມີແຕ່ລົມເລື່ອງປະເທດລາວ ແລະ ຄົນລາວ ກະເລີຍຕັ້ງຫົວຂໍ້ນີ້ຂື້ນມາສົນທະນາແດ່

ຢາກຮູ້ວ່າຊີວິດຄົນລາວທີ່ໄປຢູ່ຕ່າງແດນເປັນແນວໃດ ສະບາຍດີບໍ່ ເວົ້າສູ່ກັນຟັງແດ່ກະດີໃດ໋

 ຕັ້ງປະເດນນີ້ຂຶ້ນມາຖາມຫາໄສ້ແຕກຫຍັງ ?

ກະດຽວຮູ້ກັນ ຖາມກັນມາຫຼາຍປີ ໃຜໆມັນກະຮູ້ກັນໝົດ !

ມີແຕ່ກາຍເປັນປະເດນຜິດຖຽງກັນ ເວົ້າໃສ່ກັນ ດ່າກັນ

ເຫັນບໍ່ ຕົວຢ່າງຂ້າງເທິງນີ້ !!

ໝໍ່ນີ້ມັນໄປຢູ່ໃສມາ ຈຶ່ງມາຫາກໍຖາມຄໍາບ້າໆນີ້ ????

ເບິ່ງຕັ້ງເຈດຕະນາສ້າງເລື່ອງ ແນ່ນອນ

ພີ່ນ້ອງເຊົາເດີ ຢ່າຕໍ່ຄວາມມັນ

ພໍ່ອາວຜູ້ນີ້ ຄືຊິບໍ່ເຕັ້ມບາດ

ຫຳນ້ອຍ

__________________
ຜົວປ້າສ້ອຍ

Date:

ພໍ່ລຸງນີ້ລໍາບາກຫຼາຍເດີເພາະຕ້ອງໄດ້ຕື່ນແຕ່ຕອນໄກ່ຂັນເທື່ອທີສອງໄປຢາຍໜັງສືພິມຢູ່ແຕ່ລະເຮືອນ

ຈົນຕາເວັນຂຶ້ນຮອດປາຍກົກໝາກພິສມອນຈຶ່ງໄດ້ກັບຕ່າວມາຫາປ້າສ້ອຍ

ຖ້າເປັນມື້ວັນອາທິດພໍຢາກຮ້ອງຢາກໃຫ້ພຸ້ນລະຫຼານເອີຍເພາະໜັງສືພິມມັນຫຼາຍກ່ວາວັນທໍາມະດາ

ຝົນຕົກໝອກລົງກະຕ້ອງໄດ້ໄປຢາຍ ຄັນບໍ່ໄປກະຊິບໍ່ມີເງິນຝາກໃຫ້ຄອບຄົວເອື້ອຍນ້ອງຂອງປ້າສ້ອຍ

ທີ່ນອນຖ້າກິນຢູ່ບ້ານໂນນແຕ້ຫຼານເອີຍ ຈັກຊິເຮັດຈັ່ງໃດ໋ລະ ແນວວ່າເຮົາເປັນເຂີຍເພິ່ນເດ໋

ຄັນຊິເອົາເງິນແວວແຟຟຸດສະແຕັມຝາກໃຫ້ກະຢ້ານບໍ່ກຸ້ມບໍ່ກວມເພາະມີລູກຫຼາຍຄົນ

ກະເລີຍຕ້ອງໄດ້ອອກບ້ານໄປຫາເງິນສົດຄືບ້ານຄືເມືອງເພິ່ນຫັ້ນລະ.

ພໍອີ່ຫຼ້າອາຍຸຮອດ 18 ປີ ເພິ່ນກໍ່ຕັດແວວແຟ ລຸງກັບປ້າສ້ອຍກໍ່ຕ້ອງໄດ້ໄປຊອກເຮັດການ

ປ້າສ້ອຍໄດ້ຮໍ່າໄດ້ຮຽນເພິ່ນກະຊອກຫາການໄດ້ງ່າຍແລະໄດ້ເຮັດວຽກສະບາຍ

ພໍ່ລຸງບໍ່ຮູ້ຈັກໂຕເອໂຕບີໄປສະໝັກຢູ່ໃສເຂົາກະບໍ່ຮັບ ຈົນວ່າຊິທໍາທ່າເປັນບ້າແລ້ວຂໍກິນເງິນປະສາດ

ພໍດີໂຮງງານຂ້າສັດເຂົາເປີດເອົາຄົນກະເລີຍໄປສະໝັກເປັນຄົນຫຼົກຂົນໄກ່ໃຫ້ເຂົາຈົນມືໄຄ່ມືໂພງໝົດ

ຄັນຊິຍ່າງກັບບ້ານໂນນແຕ້ກະລະອາຍເພິ່ນ ຈັກນ່ອຍເພິ່ນຊິວ່າວຽນຄີໄຟບໍ່ຮອບກະເລີຍທົນຢູ່ຈົນມາຮອດມື້ນີ້.

ເວົ້າເລື້ອງຣົຖເລື້ອງຣາງຫັ້ນ ລຸງກະຂີ່ຣົຖເກົ່າໆດອກ ບໍ່ມີເງິນຊິໄປຊື້ຣົຖຮາຍບຣິດມາຂີ່ຄືເພິ່ນດອກ

ເຮືອນກະຢູ່ເຮືອນນ້ອຍໆຊັ້ນດຽວ ໃຜຊິມາຢ້ຽມມາຢາມກະຕ້ອງມາແຕ່ເຊົ້າໆ

ຖ້າມາສວຍຊິຊອກຫາເຮືອນບໍ່ເຫັນເພາະຕ້ອງໄດ້ພັບໄວ້ຕາມກົດຣະບຽບຂອງຄຸ້ມບ້ານ.

ຂຽນມາເລົ່າໃຫ້ຟັງທໍ່ນີ້ກ່ອນ ຄິດອອກຈັ່ງຊິມາຂຽນໃຫ້ອ່ານຕື່ມອີກ, ບ່າຍເດີ :)

__________________
Anonymous

Date:

Anonymous wrote:

ສົງສາຣເຈົ້ານໍ້ ພໍລຸງເອງກໍ່ເຊື່ອ, ຊິ່ງທີ່ເຈົ້າເວົ້າມາເປັນຄວາມຈິງ ຄຳໂບຣານ ເພິ່ນວ່າ ແຂ່ງເຮືອແຂ່ງຣົຖແມ່ນແຂ່ງໄດ້, ແຕ່ແຂ່ງບຸນວາສນາ ແມ່ນແຂ່ງບໍ່ໄດ້. ສ່ວນ ລຸງນີ້ເປັນຍັງບຸນ ຢູ່ບ້ານເຮົາ ລຸງກໍພຽງແຕ່ໄດ້ຊັ້ນ ຮອ້ຍເອກ ກອງທັບແຫ່ງຊາຕ ຮຽນຈົບພຽງແຕ່ ວິທະຍາລັຍ (Lycee De Vientiane) ພາກກາງເທົ່ານັ້ນ ມາເມືອງອະເມຣິກາກໍ່ມີແຕ່ ສົ້ງເສື້ອຄາຄິ່ງເທົ່ານັ້ນ ຄວາມຮູູ້ ຄວາມສາມາດຢ່າງອື່ນ ແມ່ນບໍ່ມີ ແຕ່ໂຊກດີ ໄດ້ມາຮຽນ ຜບ ຮອ້ຍທີ່ອະເມຣິກາ (Leadership) ເທື່ອນື່ງ ມາຕົກພີ້ ມັນກໍ່ເປັນເມືອງນອ້ຍ ຄົນສວ່ນຫລາຍແມ່ນ ທຳໄຮ່ໄຖນາ ເປັນອາຊີບ ແຕ່ລຸງໄດ້ເຮັດງານ ຢູ່ບອ່ນຂາຍຣົຖ ວຽກແມ່ນ ຖ່າຍນ້ໍາມັນເຄຶ່ອງ ແລະ ປຽນຫົວທຽນຣົຖ ຄ່າຈ້າງແມ່ນ ໒ ດອນ ໓໐ ເຊັນຕໍ່ຊົ່ວໂມງ, ເຮັກວຽກປີເຄິ່ງ ຍັງບໍ່ຂື້ນເງິນ ເລີຍຍ້າຍມາ ຄາຣິຟໍເນັຍ ມາຄັ້ງແລກກໍລຳບາກຢູ່ ແຕ່ກໍ່ອົດທົນເອົາ ໄປເກັບຫມາກໄມ້ ແລະ ເຂົ້າຮຽນ ເວລາວ່າງ ຕໍ່ມາ ໄດ້ສອບພ່ານເຂົ້າ ເຮັດວຽກນຳຣັຖບາຣ ທອ້ງຖິ່ນໄດ້ ( County Government) ທີສອງ ໃນຈໍານວນ ໑໒໐ ຄົນ, ໄດ້ຮັບ ບັຕພະຍາບາລ ບໍານານ (retirement and pension) ແລະເງິນ ດີເຟິສຄັມ ( Defers comp) ປຽນຍ້າຍເຂົ້າຊື້ ເງິນສະຕອກ ( Stock ).  ປ້າເພິ່ນ ບໍ່ມີຄວາມຮູ້ ເພິ່ນ ເຮັດວຽກ ຍິບເບາະຣົຖ ໂຕໂຍຕາ ແຕ່ເພິ່ນມີລາຍໄດ້ດີ ອາທິຕຫນຶ່ງ ເພິ່ນໄດ້ມາບ້ານບໍ່ລຸດ ໕໐໐ ໂດລາ ຕໍ່ອາທິຕ ຖ້າລາວເຮັດລວ່ງເວລາ (Overtime) ລາວຈະໄດ້ ເຖິງ ໖໐໐ ຫາ ໗໐໐ ໂດລາ ຕໍ່ມາ ລຸງກໍຈົບ ປຣິນຍາຕຣີ (Bachelor Degree) ແລະວຽກການ ກໍ່ໄດ້ເລຶອນຂື້ນ ພ້ອມ ເງິນເດຶອນ ຕໍ່ມາ ເງິນກໍ່ສູສີ ກັບເງິນເດຶອນປ້າ ເພາະເພິ່ນໄດ້ຫລາຍກົ່ວ ລຸງເຮັດວຽກຢູ່ທີ່ນີ້ໄດ້ ໒໔ ປີ ຈຶ່ງ ອອກບຳນານ ເງິນບຳນານ ຈາກທີ່ທຳງານ ໒໘໐໐ ແລະເງິນ ຈາກ ໂຊຊີໂອ ໑໔໐໐ ເບິ່ງກໍຫລາຍ ພໍສົມຄວານຢູ່ ລຸງຍັງບໍໄດ້ເອົາເງິນອອກ ຈາກ ເງິນ ສະຕອກເທື່ອ ເພາະມັນຫລາຍໂພດ ເສັຍພາສີບໍ່ໄຫວ ແລະຍັງໄດ້ຈາກ ຄ່າເຮຶອນເຊົ່າສອງຫລ້ງ ໒໐໐໐ ຕໍ່ເດຶອນອີກດ້ວຍ. ປະຈຸບັນ ເງິນລຸງ ຢູ່ທະນາຄາຣ ມີ ສອງແສນກົ່ວ ຖ້າປ້າເພິ່ນໄປບຳນານ ເພິ່ນກໍມີເງິນພໍກິນແລ້ວ ເງິນ ຟໍໂອວັນເຄ(401K) ແລະເງິນ ໄອຣາ (IRA), ລາວກໍມີ ຫລາຍແສນແລ້ວ ລາວສະບາຍ ປີນຶ່ງພວກລຸງໄປຫລິ້ນ ໄທຍ ຫນຶ່ງຄັ້ງ ເພາະປ້າເພິ່ນແມ່ນຄົນໄທຍ ຖ້າລາວໄປບຳນານແລ້ວ ວາງແຜນຈະ ທຽ່ວຮອບໂລກ ເພາະມັກໄປ ແຕ່ປະຈຸບັນກໍໄປທຽ່ວຕາງຣັຖຢູ່ປະຈຳ. ປະຈຸບັນໄດ້ປຸກເຮຶອນທີ່ໄທຍ ລາຄາ ໒ ລ້ານ ໔ ແສນ ແຕ່ຈະໄປຊື້ ຄອນໂດ ທີ່ກຸງເທບອີກບອນນຶງລາຄາໃນລາວ ໓ ລ້ານກົ່ວ.

ມາຕົກພີ້ແລ້ວ ເຂົາວ່າ ເປັນຄົນຂາຍຊາຕ ແຕ່ພວກເພິ່ນ ຢູ່ລາວ ເພິ່ນຂາຍ ເອົ້າ ຂາຍເອົາ ແລ້ວ ຄວາມໃດ ແມ່ນ ຄວາມຖືກທີ່ຕອ້ງ ຂໍຄວາມຍຸຕິທັມດວ້ຍ.

 ອາດຈະເປັນຍ້ອນພໍ່ລຸງມາຢູ່ດົນຈຶ່ງລືມຫຼັກໄວຍອນ ຂຽນ​ California ເປັນ ຄາຣິຟໍເນັຍ ແຕ່່ກໍ່ບໍ່ເປັນຫຍັງດອກ ສັດສີ່ຕີນຍັງພາດນັກປາດກໍ່ຍັງຜິດ.

ອ່ານຄໍາເຫັນຂອງພໍ່ລຸງແລ້ວກໍ່ຮູ້ສຶກດີໃຈທີ່ພໍ່ລຸງໄດ້ປະສົບຜົນສໍາເຣັດໃນການສຶກສາແລະໜ້າທີ່ວຽກງານ ຈົນໄດ້ດໍາຣົງຊີວິດຢູ່ຢ່າງສະໜຸກສຸກສະບາຍ

ຄືກັບຄົນຊາດອື່ນໆ.

ສໍາລັບຂ້ານ້ອຍແລະຄອບຄົວແລ້ວບໍ່ໄດ້ດີປານນັ້ນດອກເພາະຕ້ອງໄດ້ຕື່ນເດິກລຸກເຊົ້າໄປຖູຣາງຣົຖໄຟຈົນຕາເວັນຕົກດິນຈຶ່ງໄດ້ເຫັນບ້ານເຫັນເຮືອນ

ແຕ່ດີໃຈທີ່ໄດ້ສົ່ງເສີມລູກຫຼານໃຫ້ໄດ້ຮໍ່າຮຽນຈົບປະຣິນຍາຕຣີທຸກຄົນ ສ່ວນປະຣິນຍາໂທຫຼືເອກນັ້ນສຸດແລ້ວເງື່ອນໄຂຄວາມສະດວກຄວາມສາມາດຂອງເຂົາເອງ

ຂ້ານ້ອຍໝົດເຫື່ອໝົກແຮງແລ້ວ, ອີກບໍ່ພໍເທົ່າໃດ໋ປີກໍ່ຈະອອກກິນເບັ້ຽບໍານານແລ້ວ ຖ້າບໍ່ໄດ້ໄປທ່ຽວໃສກໍ່ຈະຢູ່ບ້ານເບິ່ງລູກເບິ່ງຫຼານນີ້ລະ

ເລື້ອງໄປທ໋ຽວກະຄືຊິໄດ້ໄປແຕ່ປະເທດອື່ນ ຄັນຊິໄປຢ້ຽມຢາມເມືອງລາວກະຢ້ານຖືກເພິ່ນປະນາມວ່າເປັນຄົນຂາຍຊາດແນວນັ້ນແນວນີ້

ຂະນາດມາອອກຄໍາເຫັນຢູ່ເວັບນີ້ກະຍັງຖືກເພິ່ນດ່າວ່າຈົນເກືອບຊິທຸບແລັບທັອບຖິ້ມ ຄັນກັບເມືອແທ໊ ເພິ່ນກະຄືຊິເອົາໄປພັກຢູ່ໂຮງແຮມຫ້າດາວໂພນຕ້ອງແທ້ໆລະ.

__________________
Anonymous

Date:

FAD163F8-C405-480A-A468-6A0FCF544458_w640_r1_s.jpg

ທ່ານ ເດດດາຣາ ຫັດສະດີ ເຈົ້າຂອງຮ້ານອາຫານ Hollywood Bristo ​ທີ່ໂດ່ງດັງໃນຣັຖ Florida ປະເທດສະຫະຣັຖອາເມຣິກາ.

http://lao.voanews.com/content/hollywood-bistro-153624465/1487813.html

__________________
Anonymous

Date:

BryanThaoWorra-1-225x300.jpg

ຊື່ເກົ່າແມ່ນທ້າວສົມນຶກ ສີໂລສົດ, ເກີດຢູ່ວຽງຈັນ ແຕ່ມາໃຫຍ່ຢູ່ອາເມຣິກາ.

ຍ້ອນວ່າຖືກຄົນນັກບິນອາເມຣິກັນທີ່ເຄີຍເປັນນັກບິນໃຫ້ບໍຣິສັດລາວເດີນອາກາດໃນສະໃໝພະຣາຊອານາຈັກລາວ

ຮັບເປັນລູກລ້ຽງໃນປີ 1973 ລາວຈຶ່ງໄດ້ປ່ຽນຊື່ມາເປັນທ້າວ Bryan Worra.

ດຽວນີ້ ທ້າວບຣາຍແອນໄດ້ກາຍມາເປັນນັກຂຽນທີ່ມີຊື່ສຽງໂດ່ງດັງໃນວົງການບັນເທີງ Hollywood.

ຂໍສະແດງຄວາມຍິນດີນໍາ.

http://aapress.com/arts/lao-american-writer-appearing-at-h-p-lovecraft-film-festival/

__________________
ຄົນເກັບເຈັ້ຽ

Date:

ຂ້ອຍຄິດວ່າຊິບໍ່ອອກຄໍາເຫັນຫຍັງ ຊິເຂົ້າມາອ່ານຊື່ໆ ແຕ່ກະອົດບໍ່ໄດ້ໃນເມື່ອເຫັນຫຼາຍຄົນອອກຄໍາເຫັນ.

ອາເມຣິກາເປັນດິນແດນແຫ່ງຄວາມຝັນ, ຫຼາຍຄົນມາໄລ່ໄດ້ຄວາມຝັນໃນດິນແດນແຫ່ງນີ້

ແຕ່ບໍ່ແມ່ນສໍາລັບຂ້ອຍ.

ຄວາມຈິງແລ້ວ, ຕອນຂ້ອຍມາຮອດໃໝ່ໆ ເພິ່ນກໍ່ມີທຶນການສຶກສາໃຫ້ອົບພະຍົບອິນໂດຈີນ

ແຕ່ຍ້ອນບໍ່ມີພື້ນຖານການສຶກສາແລະຄິດວ່າເພິ່ນມີເຈົ້າເມືອງເຈົ້າແຂວງແລ້ວຈຶ່ງໄດ້ຍ່າງກາຍໂຮງຮຽນ.

ທໍາອິດ ກະໄດ້ວຽກຢູ່ໂຮງງານເຮັດຫູປອມ, ຢືນຫໍ່ຫູເຂົ້າກ່ອງໃຫ້ເຂົາໄດ້ 4 ປີກໍ່ອອກມາເກັບກະປ໋ອງຂາຍ

ເກັບໄດ້ 4-5 ປີ ເພິ່ນກໍ່ເລື່ອນຊັ້ນໃຫ້ໄປເກັບເຈັ້ຽ ເກັບຖົງຢາງ ຈົນມາຮອດມື້ນີ້.

ເວົ້າເລື້ອງເຮືອນເລື້ອງລົດຫັ້ນ ຂ້ອຍບໍ່ມີນໍາເພິ່ນດອກເພາະບໍ່ມີເງິນຊື້ ບໍ່ມີເງິນເສັຽຄ່າປະກັນໄພ

ໄປໃສມາໃສກໍ່ຂີ່ລົດປະຈໍາທາງ ຂີ່ລົດໄຟໃຕ້ດິນ, ຄັນຊິໄປໄກໆກະຂີ່ກໍ່າປັ່ນ ບໍ່ມີປັນຍາຂີ່ຍົນຍານດອກ.

__________________
Anonymous

Date:

Anonymous wrote:
Anonymous wrote:

ພໍ່ລຸງເອີຍ, ລຸງຢາກມາຢາມເມືອງລາວກໍ່ມາໂລດ,

ບໍ່ມີໃຜຮ້າຍດ່າລຸງດອກ. ຖ້າກິນເບ້ຍບຳນານກໍ່ມາຢູ່ລາວ

ເລີຍກະໄດ້ ຫລາຍຄົນເຂົາກໍ່ມາຢູ່ເດ, ກະຊິເປັນຫຍັງ

ປະຈຸບັນເມືອງລາວພັດທະນາຂື້ນຫລາຍແລ້ວ.

ສົງສາຣເຈົ້ານໍ້ ພໍລຸງເອງກໍ່ເຊື່ອ, ຊິ່ງທີ່ເຈົ້າເວົ້າມາເປັນຄວາມຈິງ ຄຳໂບຣານ ເພິ່ນວ່າ ແຂ່ງເຮືອແຂ່ງຣົຖແມ່ນແຂ່ງໄດ້, ແຕ່ແຂ່ງບຸນວາສນາ ແມ່ນແຂ່ງບໍ່ໄດ້. ສ່ວນ ລຸງນີ້ເປັນຍັງບຸນ ຢູ່ບ້ານເຮົາ ລຸງກໍພຽງແຕ່ໄດ້ຊັ້ນ ຮອ້ຍເອກ ກອງທັບແຫ່ງຊາຕ ຮຽນຈົບພຽງແຕ່ ວິທະຍາລັຍ (Lycee De Vientiane) ພາກກາງເທົ່ານັ້ນ ມາເມືອງອະເມຣິກາກໍ່ມີແຕ່ ສົ້ງເສື້ອຄາຄິ່ງເທົ່ານັ້ນ ຄວາມຮູູ້ ຄວາມສາມາດຢ່າງອື່ນ ແມ່ນບໍ່ມີ ແຕ່ໂຊກດີ ໄດ້ມາຮຽນ ຜບ ຮອ້ຍທີ່ອະເມຣິກາ (Leadership) ເທື່ອນື່ງ ມາຕົກພີ້ ມັນກໍ່ເປັນເມືອງນອ້ຍ ຄົນສວ່ນຫລາຍແມ່ນ ທຳໄຮ່ໄຖນາ ເປັນອາຊີບ ແຕ່ລຸງໄດ້ເຮັດງານ ຢູ່ບອ່ນຂາຍຣົຖ ວຽກແມ່ນ ຖ່າຍນ້ໍາມັນເຄຶ່ອງ ແລະ ປຽນຫົວທຽນຣົຖ ຄ່າຈ້າງແມ່ນ ໒ ດອນ ໓໐ ເຊັນຕໍ່ຊົ່ວໂມງ, ເຮັກວຽກປີເຄິ່ງ ຍັງບໍ່ຂື້ນເງິນ ເລີຍຍ້າຍມາ ຄາຣິຟໍເນັຍ ມາຄັ້ງແລກກໍລຳບາກຢູ່ ແຕ່ກໍ່ອົດທົນເອົາ ໄປເກັບຫມາກໄມ້ ແລະ ເຂົ້າຮຽນ ເວລາວ່າງ ຕໍ່ມາ ໄດ້ສອບພ່ານເຂົ້າ ເຮັດວຽກນຳຣັຖບາຣ ທອ້ງຖິ່ນໄດ້ ( County Government) ທີສອງ ໃນຈໍານວນ ໑໒໐ ຄົນ, ໄດ້ຮັບ ບັຕພະຍາບາລ ບໍານານ (retirement and pension) ແລະເງິນ ດີເຟິສຄັມ ( Defers comp) ປຽນຍ້າຍເຂົ້າຊື້ ເງິນສະຕອກ ( Stock ).  ປ້າເພິ່ນ ບໍ່ມີຄວາມຮູ້ ເພິ່ນ ເຮັດວຽກ ຍິບເບາະຣົຖ ໂຕໂຍຕາ ແຕ່ເພິ່ນມີລາຍໄດ້ດີ ອາທິຕຫນຶ່ງ ເພິ່ນໄດ້ມາບ້ານບໍ່ລຸດ ໕໐໐ ໂດລາ ຕໍ່ອາທິຕ ຖ້າລາວເຮັດລວ່ງເວລາ (Overtime) ລາວຈະໄດ້ ເຖິງ ໖໐໐ ຫາ ໗໐໐ ໂດລາ ຕໍ່ມາ ລຸງກໍຈົບ ປຣິນຍາຕຣີ (Bachelor Degree) ແລະວຽກການ ກໍ່ໄດ້ເລຶອນຂື້ນ ພ້ອມ ເງິນເດຶອນ ຕໍ່ມາ ເງິນກໍ່ສູສີ ກັບເງິນເດຶອນປ້າ ເພາະເພິ່ນໄດ້ຫລາຍກົ່ວ ລຸງເຮັດວຽກຢູ່ທີ່ນີ້ໄດ້ ໒໔ ປີ ຈຶ່ງ ອອກບຳນານ ເງິນບຳນານ ຈາກທີ່ທຳງານ ໒໘໐໐ ແລະເງິນ ຈາກ ໂຊຊີໂອ ໑໔໐໐ ເບິ່ງກໍຫລາຍ ພໍສົມຄວານຢູ່ ລຸງຍັງບໍໄດ້ເອົາເງິນອອກ ຈາກ ເງິນ ສະຕອກເທື່ອ ເພາະມັນຫລາຍໂພດ ເສັຍພາສີບໍ່ໄຫວ ແລະຍັງໄດ້ຈາກ ຄ່າເຮຶອນເຊົ່າສອງຫລ້ງ ໒໐໐໐ ຕໍ່ເດຶອນອີກດ້ວຍ. ປະຈຸບັນ ເງິນລຸງ ຢູ່ທະນາຄາຣ ມີ ສອງແສນກົ່ວ ຖ້າປ້າເພິ່ນໄປບຳນານ ເພິ່ນກໍມີເງິນພໍກິນແລ້ວ ເງິນ ຟໍໂອວັນເຄ(401K) ແລະເງິນ ໄອຣາ (IRA), ລາວກໍມີ ຫລາຍແສນແລ້ວ ລາວສະບາຍ ປີນຶ່ງພວກລຸງໄປຫລິ້ນ ໄທຍ ຫນຶ່ງຄັ້ງ ເພາະປ້າເພິ່ນແມ່ນຄົນໄທຍ ຖ້າລາວໄປບຳນານແລ້ວ ວາງແຜນຈະ ທຽ່ວຮອບໂລກ ເພາະມັກໄປ ແຕ່ປະຈຸບັນກໍໄປທຽ່ວຕາງຣັຖຢູ່ປະຈຳ. ປະຈຸບັນໄດ້ປຸກເຮຶອນທີ່ໄທຍ ລາຄາ ໒ ລ້ານ ໔ ແສນ ແຕ່ຈະໄປຊື້ ຄອນໂດ ທີ່ກຸງເທບອີກບອນນຶງລາຄາໃນລາວ ໓ ລ້ານກົ່ວ.

ມາຕົກພີ້ແລ້ວ ເຂົາວ່າ ເປັນຄົນຂາຍຊາຕ ແຕ່ພວກເພິ່ນ ຢູ່ລາວ ເພິ່ນຂາຍ ເອົ້າ ຂາຍເອົາ ແລ້ວ ຄວາມໃດ ແມ່ນ ຄວາມຖືກທີ່ຕອ້ງ ຂໍຄວາມຍຸຕິທັມດວ້ຍ.

 ອາດຈະເປັນຍ້ອນພໍ່ລຸງມາຢູ່ດົນຈຶ່ງລືມຫຼັກໄວຍອນ ຂຽນ​ California ເປັນ ຄາຣິຟໍເນັຍ ແຕ່່ກໍ່ບໍ່ເປັນຫຍັງດອກ ສັດສີ່ຕີນຍັງພາດນັກປາດກໍ່ຍັງຜິດ.

ອ່ານຄໍາເຫັນຂອງພໍ່ລຸງແລ້ວກໍ່ຮູ້ສຶກດີໃຈທີ່ພໍ່ລຸງໄດ້ປະສົບຜົນສໍາເຣັດໃນການສຶກສາແລະໜ້າທີ່ວຽກງານ ຈົນໄດ້ດໍາຣົງຊີວິດຢູ່ຢ່າງສະໜຸກສຸກສະບາຍ

ຄືກັບຄົນຊາດອື່ນໆ.

ສໍາລັບຂ້ານ້ອຍແລະຄອບຄົວແລ້ວບໍ່ໄດ້ດີປານນັ້ນດອກເພາະຕ້ອງໄດ້ຕື່ນເດິກລຸກເຊົ້າໄປຖູຣາງຣົຖໄຟຈົນຕາເວັນຕົກດິນຈຶ່ງໄດ້ເຫັນບ້ານເຫັນເຮືອນ

ແຕ່ດີໃຈທີ່ໄດ້ສົ່ງເສີມລູກຫຼານໃຫ້ໄດ້ຮໍ່າຮຽນຈົບປະຣິນຍາຕຣີທຸກຄົນ ສ່ວນປະຣິນຍາໂທຫຼືເອກນັ້ນສຸດແລ້ວເງື່ອນໄຂຄວາມສະດວກຄວາມສາມາດຂອງເຂົາເອງ

ຂ້ານ້ອຍໝົດເຫື່ອໝົກແຮງແລ້ວ, ອີກບໍ່ພໍເທົ່າໃດ໋ປີກໍ່ຈະອອກກິນເບັ້ຽບໍານານແລ້ວ ຖ້າບໍ່ໄດ້ໄປທ່ຽວໃສກໍ່ຈະຢູ່ບ້ານເບິ່ງລູກເບິ່ງຫຼານນີ້ລະ

ເລື້ອງໄປທ໋ຽວກະຄືຊິໄດ້ໄປແຕ່ປະເທດອື່ນ ຄັນຊິໄປຢ້ຽມຢາມເມືອງລາວກະຢ້ານຖືກເພິ່ນປະນາມວ່າເປັນຄົນຂາຍຊາດແນວນັ້ນແນວນີ້

ຂະນາດມາອອກຄໍາເຫັນຢູ່ເວັບນີ້ກະຍັງຖືກເພິ່ນດ່າວ່າຈົນເກືອບຊິທຸບແລັບທັອບຖິ້ມ ຄັນກັບເມືອແທ໊ ເພິ່ນກະຄືຊິເອົາໄປພັກຢູ່ໂຮງແຮມຫ້າດາວໂພນຕ້ອງແທ້ໆລະ.

__________________
Anonymous

Date:

ຄົນເກັບເຈັ້ຽ wrote:

ຂ້ອຍຄິດວ່າຊິບໍ່ອອກຄໍາເຫັນຫຍັງ ຊິເຂົ້າມາອ່ານຊື່ໆ ແຕ່ກະອົດບໍ່ໄດ້ໃນເມື່ອເຫັນຫຼາຍຄົນອອກຄໍາເຫັນ.

ອາເມຣິກາເປັນດິນແດນແຫ່ງຄວາມຝັນ, ຫຼາຍຄົນມາໄລ່ໄດ້ຄວາມຝັນໃນດິນແດນແຫ່ງນີ້

ແຕ່ບໍ່ແມ່ນສໍາລັບຂ້ອຍ.

ຄວາມຈິງແລ້ວ, ຕອນຂ້ອຍມາຮອດໃໝ່ໆ ເພິ່ນກໍ່ມີທຶນການສຶກສາໃຫ້ອົບພະຍົບອິນໂດຈີນ

ແຕ່ຍ້ອນບໍ່ມີພື້ນຖານການສຶກສາແລະຄິດວ່າເພິ່ນມີເຈົ້າເມືອງເຈົ້າແຂວງແລ້ວຈຶ່ງໄດ້ຍ່າງກາຍໂຮງຮຽນ.

ທໍາອິດ ກະໄດ້ວຽກຢູ່ໂຮງງານເຮັດຫູປອມ, ຢືນຫໍ່ຫູເຂົ້າກ່ອງໃຫ້ເຂົາໄດ້ 4 ປີກໍ່ອອກມາເກັບກະປ໋ອງຂາຍ

ເກັບໄດ້ 4-5 ປີ ເພິ່ນກໍ່ເລື່ອນຊັ້ນໃຫ້ໄປເກັບເຈັ້ຽ ເກັບຖົງຢາງ ຈົນມາຮອດມື້ນີ້.

ເວົ້າເລື້ອງເຮືອນເລື້ອງລົດຫັ້ນ ຂ້ອຍບໍ່ມີນໍາເພິ່ນດອກເພາະບໍ່ມີເງິນຊື້ ບໍ່ມີເງິນເສັຽຄ່າປະກັນໄພ

ໄປໃສມາໃສກໍ່ຂີ່ລົດປະຈໍາທາງ ຂີ່ລົດໄຟໃຕ້ດິນ, ຄັນຊິໄປໄກໆກະຂີ່ກໍ່າປັ່ນ ບໍ່ມີປັນຍາຂີ່ຍົນຍານດອກ.

 ເວົ້າຄືເຈົ້າກໍພໍພັງບໍ່ຂີ້ໂມ້ຄືຄົນອື່ນ

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ພໍ່ລຸງເອີຍ, ລຸງຢາກມາຢາມເມືອງລາວກໍ່ມາໂລດ,

ບໍ່ມີໃຜຮ້າຍດ່າລຸງດອກ. ຖ້າກິນເບ້ຍບຳນານກໍ່ມາຢູ່ລາວ

ເລີຍກະໄດ້ ຫລາຍຄົນເຂົາກໍ່ມາຢູ່ເດ, ກະຊິເປັນຫຍັງ

ປະຈຸບັນເມືອງລາວພັດທະນາຂື້ນຫລາຍແລ້ວ.

 ຄົນລາວ-ອາເມຣິກັນທີ່ໄປກິນບໍານານຢູ່ເມືອງລາວ ໄປແຕ່ໂຕໃດ໋ຫັ້ນ, ຊື່ສຽງຮຽງນາມແມ່ນຍັງເອົາໄວ້ຢູ່ອາເມຣິກາ

ເພາະເຂົາບໍ່ສົ່ງເງິນໃຫ້ກິນແລະບໍ່ຮັບຜິດຊອບດ້ານປະກັນໄພສຸຂະພາບຖ້າໄປຢູ່ປະເທດຄັອມມຸຍນິດ.

__________________
Anonymous

Date:

55555555555555biggrinbiggrinbiggrinbiggrinbiggrinbiggrinbiggrinbiggrinbiggrin

__________________
Anonymous

Date:

ບໍ່ຄ່ອຍຮູ້ເລື້ອງປະຫວັດສາດ ..ຖາມແທ້ໆໆໆ ລາວນອກນີ້ຂາຍຊາດແທ້ບໍ່...ຄັນບໍ່ຂາຍ ຄື່ວ່າຢ້ານເຂົາເອົາໄປໂຮງແຮມຫ້າດາວໂພນຕ້ອງ

__________________

Senior Member

Status: Offline
Posts: 140
Date:

ຄົນເກັບເຈັ້ຽ wrote:

ຂ້ອຍຄິດວ່າຊິບໍ່ອອກຄໍາເຫັນຫຍັງ ຊິເຂົ້າມາອ່ານຊື່ໆ ແຕ່ກະອົດບໍ່ໄດ້ໃນເມື່ອເຫັນຫຼາຍຄົນອອກຄໍາເຫັນ.

ອາເມຣິກາເປັນດິນແດນແຫ່ງຄວາມຝັນ, ຫຼາຍຄົນມາໄລ່ໄດ້ຄວາມຝັນໃນດິນແດນແຫ່ງນີ້

ແຕ່ບໍ່ແມ່ນສໍາລັບຂ້ອຍ.

ຄວາມຈິງແລ້ວ, ຕອນຂ້ອຍມາຮອດໃໝ່ໆ ເພິ່ນກໍ່ມີທຶນການສຶກສາໃຫ້ອົບພະຍົບອິນໂດຈີນ

ແຕ່ຍ້ອນບໍ່ມີພື້ນຖານການສຶກສາແລະຄິດວ່າເພິ່ນມີເຈົ້າເມືອງເຈົ້າແຂວງແລ້ວຈຶ່ງໄດ້ຍ່າງກາຍໂຮງຮຽນ.

ທໍາອິດ ກະໄດ້ວຽກຢູ່ໂຮງງານເຮັດຫູປອມ, ຢືນຫໍ່ຫູເຂົ້າກ່ອງໃຫ້ເຂົາໄດ້ 4 ປີກໍ່ອອກມາເກັບກະປ໋ອງຂາຍ

ເກັບໄດ້ 4-5 ປີ ເພິ່ນກໍ່ເລື່ອນຊັ້ນໃຫ້ໄປເກັບເຈັ້ຽ ເກັບຖົງຢາງ ຈົນມາຮອດມື້ນີ້.

ເວົ້າເລື້ອງເຮືອນເລື້ອງລົດຫັ້ນ ຂ້ອຍບໍ່ມີນໍາເພິ່ນດອກເພາະບໍ່ມີເງິນຊື້ ບໍ່ມີເງິນເສັຽຄ່າປະກັນໄພ

ໄປໃສມາໃສກໍ່ຂີ່ລົດປະຈໍາທາງ ຂີ່ລົດໄຟໃຕ້ດິນ, ຄັນຊິໄປໄກໆກະຂີ່ກໍ່າປັ່ນ ບໍ່ມີປັນຍາຂີ່ຍົນຍານດອກ.

 ຈັ່ງແມ່ນເວົ້າເປັນຕາອີ່ຕົນ

ຫລືວ່າຕົວະ ກະບໍ່ຮູ້

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

ພໍ່ລຸງເອີຍ, ລຸງຢາກມາຢາມເມືອງລາວກໍ່ມາໂລດ,

ບໍ່ມີໃຜຮ້າຍດ່າລຸງດອກ. ຖ້າກິນເບ້ຍບຳນານກໍ່ມາຢູ່ລາວ

ເລີຍກະໄດ້ ຫລາຍຄົນເຂົາກໍ່ມາຢູ່ເດ, ກະຊິເປັນຫຍັງ

ປະຈຸບັນເມືອງລາວພັດທະນາຂື້ນຫລາຍແລ້ວ.

 ຄົນລາວ-ອາເມຣິກັນທີ່ໄປກິນບໍານານຢູ່ເມືອງລາວ ໄປແຕ່ໂຕໃດ໋ຫັ້ນ, ຊື່ສຽງຮຽງນາມແມ່ນຍັງເອົາໄວ້ຢູ່ອາເມຣິກາ

ເພາະເຂົາບໍ່ສົ່ງເງິນໃຫ້ກິນແລະບໍ່ຮັບຜິດຊອບດ້ານປະກັນໄພສຸຂະພາບຖ້າໄປຢູ່ປະເທດຄັອມມຸຍນິດ.

 ຕາມການບອກເລົ່າຂອງພີ່ນ້ອງທີ່ມີປ້າລຸງຖືສັນ

ຊາດອາເມລິກາ,​ແຕ່ມາກິນບຳນານຢູ່ເມືອງລາວ

ວ່າ ເຂົາກໍ່ສົ່ງເງິນບຳນານມາໃຫ້ກິນຢູ່ລາວຕະວາ.

__________________
Anonymous

Date:

Anonymous wrote:

ບໍ່ຄ່ອຍຮູ້ເລື້ອງປະຫວັດສາດ ..ຖາມແທ້ໆໆໆ ລາວນອກນີ້ຂາຍຊາດແທ້ບໍ່...ຄັນບໍ່ຂາຍ ຄື່ວ່າຢ້ານເຂົາເອົາໄປໂຮງແຮມຫ້າດາວໂພນຕ້ອງ

 ກະຈັກຊິເອົາຊາດຢູ່ໃສມາຂາຍ ຕອນລອຍຂ້າມຂອງກະມີສະຫຼິບໂຕດຽວຫຼານເອີຍ

ຕອນສະໃໝຝ່າຍວຽງຈັນປົກຄອງຫັ້ນ ພໍ່ຕູ້ກະເຮັດວຽກນໍາຣັຖບານ

ຄັນບໍ່ເຮັດກະຊິເອົາຫຍັງມາຊື້ເຂົ້າຊື້ນໍ້າລ້ຽງລູກລ້ຽງເມັຽຄືພວກຫຼານເຮັດການນໍາຣັຖຫັ້ນລະ

ກົກໄມ້ຕົ້ນນຶ່ງກະບໍ່ເຄີຍຕັດຂາຍ ຄໍາເມັດນຶ່ງກະບໍ່ເຄີຍຮ່ອນຂຶ້ນມາຂາຍດອກ

ກອນລໍາກອນນຶ່ງກະບໍ່ເຄີຍແຕ່ງຂາຍໃຫ້ຕ່າງຊາດ. ເພິ່ນເຂົ້າມາປ່ຽນຣະບອບການປົກຄອງ

ເພິ່ນກະຈັບຜູກສອກພໍ່ຕູ້ຂຶ້ນຣົຖ 66 ໄປສູນສໍາມະນາຈົນເກືອບຕາຍຍ້ອນພະຍາດມາລາເຣັຽ.

ໂຕນໜີມາ ເພິ່ນກະດ່າໃສ່ໂທຣະໂຄ່ງເປັ໊ງໆວ່າພໍ່ຕູ້ບໍ່ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ

ບໍ່ເຊື່ອໝັ້ນການນໍາພາຂອງຣັແນວນັ້ນແນວນີ້, ຈັ່ງວ່າບໍ່ກ້າກັບເມືອຢາມບ້ານຢາມເມືອງ

ຢ້ານເພິ່ນຈັບກຸມຄຸມຂັງອີກຊັ້ນນະ.

 ແມ່ນແລ້ວຕູ້ເອີຍສໃໝນັ້ນມັນບໍ່ມີຄົນຊື້ໄມ້   ຖ້າເປັນຄືທຸນມື້ນີ້ ບໍ່ວ່າແຕ່ຊິຂາຍໄມ້  ຂ້ອຍຢ້ານເຈົ້າຂາຍທັງປະເທດພຸ້ນລະ

__________________
Anonymous

Date:

 ຕາມການບອກເລົ່າຂອງພີ່ນ້ອງທີ່ມີປ້າລຸງຖືສັນ

ຊາດອາເມລິກາ,​ແຕ່ມາກິນບຳນານຢູ່ເມືອງລາວ

ວ່າ ເຂົາກໍ່ສົ່ງເງິນບຳນານມາໃຫ້ກິນຢູ່ລາວຕະວາ.

 ເຂົາສົ່ງໃສ່ທະນາຄານໃນອາເມຣິກາກ່ອນ ຈາກນັ້ນກໍ່ແມ່ນສະມາຊິກໃນຄອບຄົວສົ່ງມາໃຫ້.

ອ້າຍເຂີຍຂ້ອຍກະໃສ່ທີ່ຢູ່ອາເມຣິກາ ແຕ່ໄປເປີດບັນຊີໄວ້ຢູ່ໄທ, ຮອດອາທິດຕົ້ນເດືອນມາ

ນ້ອງຊາຍລາວຢູ່ອາເມຣິກາຈຶ່ງໂອນຈາກທະນາຄານອາເມຣິກາມາໃຫ້ແລະລາວກໍ່ຂ້າມໄປ

ເບີກເອົາຢູ່ໜອງຄາຍ ປະກັນໄພສຸຂະພາບກະຢູ່ໄທ.

__________________
1 2 3  >  Last»  | Page of 3  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard