B. 52 vs BICYCLE PEDAL POWER
ພລັງຂອງການຖີບ ການສ້ອມແຊມກໍ່ງ່າຍ, ການເຄື່ອນໄຫວ ກໍ່ງຽບ ແລະ ສາມາດຕ່າງເຄື່ອງ ໄດ້ຫລາຍ,
ຣົຖຖີບທີ່ຕໍ່າຕ້ອຍ ນ້ອຍໆ ນີ້ເປັນເຣື່ອງທີ່ວິຈານກັນ ແລະ ບໍ່ສາມາດ ຍັບຍັ້ງໄດ້ ໃນການລໍ່າລຽງອາວູດ
ໃນສົງຄາມອີນໂດຈີນສາມສີບປີ
ແປແລະລຽບລຽງໂດຍ: ລູກເຊບັງຫຽງ
ສົງຄາມ ຕໍ່ສູ້ຍາຕແຍ່ງ ເອົາເອກກະຣາຊ ຂອງວຽດນາມນັ້ນ ແມ່ນໄຊ້ເວລາອັນຍາວນານ,
ຄັ້ງແຮກແມ່ນໄດ້ ຕໍ່ສູ້ຕ້ານຢັນກັບອໍານາຈ ກັບນັກລ້າ ຫົວເມືອງຂື້ນຝຣັງເສສ ແລະ
ຕໍ່ມາ ໄດ້ຕໍ່ສູ້ຕ້ານຢັນ ກັບຈັກກະພັດອະເມຣິກັນ ແລະພັນທະມີຕ, ມີຢູ່ຫລາຍສີ່ງຢ່າງ
ທີ່ບົ່ງ ບອກ ພາໃຫ້ກອງທັບ ຂອງກອມມີວນີດ ມີໄຊຊນະ ໃນວາລະສູດທ້າຍ ໄດ້ ໃນທີ່ສູດ.
ຈູດເດັ່ນທີ່ສໍາຄັນ ກໍ່ແມ່ນ ຄວາມແຂງແກ່ນ ຂອງມວນຊົນ ຊາວວຽດນາມ ຫລາຍໆລ້ານຄົນ
ທີ່ໄດ້ນໍາເອົາແບບ ແລະວິທີອັນລ້າຫລັງ (on relatively primitive means) ມາໄຊ້
ໃນການສູ້ລົບ ກັບປະເທສ ທີ່ອາວູດອັນກວ້າງໄກ ແລະທັນສະໄໝ ຕົວຢ່າງຄື ຈັກກະ-
ພັດອະເມຣິກັນນີ້ເອງ. ໃນກໍຣະນີທີ່ອາວູດ ຍັງບໍ່ທັນ ສໄໝນັ້ນ, ກໍ່ມັກມີການ ດູຖູກເຢື້ຍຢັນ
ຈາກຄູ່ກໍຣະນີ, ດັ່ງໄດ້ເຫັນຈາກ ການວິພາກວີຈານ ໃນການສູ້ຮົບກັບຝຣັງເສສ ແລະ
ກັບຈັກກະພັດອະເມຣິກັນ ໃນການ ໄຊ້ຣົຖຖີບ ເປັນພາຫະນະໃນ ການຂົນສົງລໍາລຽງ
ຊາຕາອາວຸດ ຢຸດໂທປະກອນ ໃນປາງສົງຄາມ.
ຈູດເດັ່ນ ທີ່ສໍາຄັນ ກໍ່ແມ່ນການລົງຂ່າວ ແຈ້ງຈາກໜັງສືພີມ London Newspaper
ໄດ້ພີມລາຍງານ ເມື່ອວັນທີ 03 ເດືອນຕຸລາ(10) ປີ 1967 ເຖີງການປະຊູມ ສະພາສູງກ່ຽວກັບ
ການຕ່າງປະເທສ ຂອງສະຫາຣັຖອະເມຣິກັນວ່າ: ສະມາສີກສະພາສູງ Senator William-
Fullwright of Arkansas ໄດ້ຕອບຂໍ້ຊັກຖາມ ຂອງນັກຊື່ຂ່າວ ຂອງໜັງສືພີມ
New York Times ເຖີງການໄຊ້ຣົຖຖີບ ຢ່າງຫລວງຫລາຍໃນການລໍ່າລຽງ ຂົນສົ່ງອາວູດ
ໃນສົງຄາມວຽດນາມ. ນັກຊື່ຂ່າວຊື່ທ່ານ Harrison Salisbury, ຜູ້ຊື່ງໄດ້ຢູ່ໃນກຣູງຮາໂນ້ຍ
ໃນ ເວລານັ້ນ, ໄດ້ໃຫ້ລາຍລະອຽດ ເພີ້ມເຕີມ ຕໍ່ສະມາສີກສະພາສູງ ໄດ້ຊາພເຖີງ
ຄວາມສາມາດ ໃນການລໍ່າລຽງ ສະບຽງອາວຸດ ໃຫ້ແກ່ວຽດ ກົງ Vietcong(VC)
ແລະກອງທັພ ຂອງວຽດ ນາມເໜືອ North Vietnamese Army (NVA) ໃນວຽດນາມໃຕ້
ດ້ວຍຣົຖຖີບຢ່າງ ສມໍ່າສເມີຕຣອດມາ ເຖີງແມ້ວ່າ ຈະຖືກຕະຫລົ່ມ ດ້ວຍລະເບີດ
ແລະໜີບເຕັງ ຈາກວິທີອື່ນໆກໍ່ຕາມ. ທ່ານ Salisbury ໄດ້ກຣ່າວຊໍ້າ ອີກວ່າ
ຫາກບໍ່ມີຣົຖຖີບ ໄຊ້ໃນການລໍ່າລຽງ ຂົນສົ່ງ ອາວູດນີ້ ການສົ່ງຄາມຈະກ້າວໄປ ບໍ່ໄດ້ເປັນເດັດຂາດ.
ເມື່ອທ່ານ Senator Fullwright ໄດ້ຍີນດັ່ງນັ້ນ ກໍ່ແປກໃຈ ເກືອບກະເດັນອອກ ຈາກຕັ່ງ
ໄດ້ຕອບທ່ານ Salisbury ວ່າ “ ເປັນຫຍັງ ພວກເຮົາບໍ່ໄຊ້ລະເບີດ ທລົ່ມລົງໄສ່ແຕ່ຣົຖຖີບ
ນີ້ໂດຍສະເພາະ ແທນທີ່ໆເຮົາຈະທລົ່ມທໍາຮ້າຍຂົວສະພານຕ່າງໆ “? ທາງ ກອງບັນຊາ
ການກອງທັພແຫ່ງຊາຕໄດ້ຮູ້ເຮື່ອງນີ້ຫລືບໍ? ຄນະກັມມະການ ສະພາສູງ ທີ່ຮ່ວມປະຊູມ
ດ້ວຍ ກັນທັ້ງໝົດເຫັນວ່າ Senator Fullwright ມີຄວາມແນບນຽນ ຫລາຍເກີ່ນໄປ
ຈື່ງມີການຫົວກັນຂື້ນ ທີ່ມີແນວຄີດ ທີ່ຈະເອົາກອງທັພ ອາກາສທີ່ທັນສະໄໝ
ໄປໄລ່ຍີງກອງ ທັພຣົຖຖີບໃນປ່າດົງ ອັນຕືບໜາໃນວຽດນາມນັ້ນ.
ໃນທາງຕຣົງກັນຂ້າມ ນາຍທະຫານ ທີ່ໄດ້ນັ່ງປະຊູມກັນນັ້ນ ກໍ່ຮູ້ສືກບໍ່ພໍໃຈ,
ຫົວອອກມາແບບຄ້າງໆ ແລະ ບໍ່ພໍໃຈ ຈື່ງໄດ້ພາກັນຢູ່ງຽບໆ ແລະ ເຮັດໜ້າໄຂ່ຢູ່.
ຄວາມຈີງແລ້ວ ຄນະຮັບຜີດຊອບ ວຽກງານ, ພ້ອມຄນະບັນຊາການ ກອງທັພຮູ້ແຈ້ງວ່າ
ທາງກອງທັພ ພວກສັດຕຣູ ໄດ້ໄຊ້ຣົຖຖີບ ເປັນພາຫະນະ ໃນການລໍ່າລຽງຂົນສົ່ງ
ອາວຸດໃນສົງຄາມ ພາຄຕະເວັນອອກສ່ຽງໄຕ້ ໃນການຕໍ່ສູ້ຕ້ານຈັກກະພັດອະຣິກັນ.
ມັນບໍ່ເປັນສີ່ງເປັນການຫົວເຣາະເຍາະເຍື້ນເລີຍ. ຣົຖຖີບໄດ້ມີຄວາມສາມາດ ຜ່ານຜົ້ນໄປ
ຈາກຖະຫລົ່ມທໍາຮ້າຍ ຈາກອາວູດທີ່ມີປະ ສິດທີພາບ ຂອງສະຫະຣັຖອະເມຣິກັນ.
ຫລັງຈາກກອງທັພຍີ່ປູ່ນ ຖືກປລາໄຊຍ໌ ໃນສົງຄາມໂລກຄັ້ງທີສອງ, ຝຣັງເສສ
ໃນສະໄໝໜື່ງ ໄດ້ເປັນຜູ້ຄອບຄອງ ອີນໂດຈີນ ໃນຖານະຫົວເມືອງຂື້ນ.
ແຕ່ຄອມມີວນີດວຽດມີນ, ພາຍໃຕ້ການນໍາພາ ໂດຍທ່ານໂຮຈິມີນ ຊື່ງເປັນຄົນນອຍໆ,
ທີ່ມີຄວາມຕັ້ງໃຈ ຈະຂັບໄລ່ໄຖສົ່ງ ຈັກກະພັດຝຣັ່ງ ອອກຈາກວຽດນາມ. ແຜ່ນຍຸດທະສາຕ
ທັ້ງໝົດ ແມ່ນຂື້ນກັບ ທ່ານນາຍພົນ ໂງຫວຽນກຽບ General Vo Nguyen Giap,
ໂດຍໄດ້ຂໍຮ້ອງ ໃຫ້ໄຊ້ຢຸດທະວິທີແບບນ້ອຍໆ ຫລືກອງໂຈນສູ້ກັບຝຣັງ, ຊື່ງໄດ້ບົ່ງບອກ
ໃຫ້ມີການເພີ້ມທະວີການຕໍ່ສູ້, ໃຫ້ທໍາຮ້າຍ ດັບສູນສັດຕຣູໃຫ້ໄດ້. ສີ່ງຈະເຮັດໄດ້,
ຕາມຄວາມມູ້ງໝາຍ ກໍ່ຕ້ອງໃຫ້ໄດ້ສົ່ງນັກຮົບ ແລະອູປປະກອນເຄື່ອງໄຊ້ເຊັ່ນ
ສະບຽງ,ອາວຸດ ໃຫ້ສະມໍ່າສເມີໃຫ້ສນາມຮົບ.
ໃນປີ 1953, ຫລັງຈາກມີການຣົບລາ ຂ້າພັນກັນຢ່າງຮ້າຍແຮງ, ພວກຈັກກະພັດຝຣັງ
ນັກລ້າຫົວເມືອງຂື້ນ ໄດ້ສູນເສັຍພົນຣົບໄປ ເຖີງ 74,000.00 ຄົນ, ອີກຈໍານວນ 190,000.00
ຄົນໄດ້ຖືກໄດ້ຖືກປີດລ້ອມ ໄວ້ເສັຍຂັວນໝົດ
ຫວັງແລະບໍ່ມີຂ້ຽວເລັບ ໃນການສູ້ຣົບ ແຕ່ຢ່າງໃດ. ຫວັງວ່າຈະມີການເຈຣະຈາ
ເພື່ອຫາທາງອອກ ກັບຄູ່ກໍຣະນີ. ທ່ານນາຍພົນ ແຣນຣີ ນາວາເຣຣ໌ Henry Nvarre, ຜູ້ບັນ
ຊາການສູງສຸດ ຂອງກອງທັບຝຣັງທີ່ ອີນໂດຈີນ, ໄດ້ປ່ຽນແຜນໃນການຣົບ
ຫວັງຈະໃຫ້ກອງທັພ ຂອງທ່ານນາຍພົນ Vo Nguyen Giap ພັງທະລາຍຍັບເຢືອນ
ໃນສນາມຣົບ. ຖ້າຫາກວ່າມີການຊນະ ໃນບັ້ນຣົບບ່ອນໃດໜື່ງ ຢ່າງແຈ້ງຂາວແລ້ວ,
ຈາກນັ້ນທ່າທີຂອງຝຣັງ ກໍ່ຈະແຂງແກ່ງຂື້ນ ເພື່ອຈະຕໍ່ລອງ ທາງການເມືອງ
ທາງຝຣັງກໍ່ຈະຖ່ອນທະຫານ ອອກຢ່າງມີກຽດ ໂດຍບໍ່ມີການເສັຍໜ້າ ແຕ່ປະການ ໃດເລີຍ.
ຈູດທີ່ ທ່ານນາຍພົນ Henry Navarre ເລືອກເອົາບ່ອນທີ່ຈະປະຊັນ ກັນຂັນຕໍ່ນັ້ນແມ່ນ
ດຽນບີນພູ Dien Bien Phu, ຊື່ງເປັນ ເສັ້ນທາງໃນການຂົນສົ່ງ ທີ່ສໍາຄັນຄົບກັນ
ໃນຫ່ອມພູ ຕັ້ງຢູ່ທາງທິດຕະວັນຕົກ ຂອງກຣູງຮ່າໂນຍ ປະມານ 220 ໄມຍ໌.
ຊື່ງເປັນຊູມທາງ ພ່ານເຂົ້າໄປຫາ ພຣະອານາຈັກລາວ, ທີ່ເປັນເສັ້ນທາງຍຸດທະສາດ
ໃນການລໍາລຽງຂົນສົ່ງ ພັດສະດຸສົງຄາມຕ່າງໆ ຂອງກອງທັພ ວຽດມີນ ຕໍ່ໄສ່
ປະເທສຈີນອີກດ້ວຍ. ທ່ານນາຍພົນນາວາເຣດຮ໌ ເຊື່ອໝັ້ນວ່າຄູ່ກໍຣະນີ ຈະບໍ່ມີຄວາມສາມາດ
ຂົນຍ້າຍອຸປປະກອນສົງຄາມ ຕຣອດທັ້ງອາຫາຣ ການກີນ ມາສູ່ສນາມທີ່ເປົ່າປ່ຽວ
ເຊັ່ນນີ້ພຽງພໍ ເພື່ອເອົາໄຊຊນະສົງຄາມໄດ້.
ໃນທ້າຍປີ 1953, ຈັກກະພັດຝຣັງ ມີກອງທະຫານ ປະຈໍາຢູ່ທີ່ ດຽນບຽນຟູ ມີຈໍານວນ
15,000.00 ຄົນ. ທາງກອງທັພຂອງວຽດ ມີນກໍ່ຮັບທີ່ຈະພະເຊີນໜ້າ ແລະ ໄດ້ເພີ້ມລະດົມ
ເອົາທະຫານຂື້ນ 50,000.00 ຄົນ ອ້ອມທະຫານຝຣັງໄວ້, ສນັບສນູນໂດຍພວກຂົນ
ສົ່ງ, ແບກຫາມ, ພ້ອມທັ້ງພວກຕັດເສັ້ນທາງໄໝ່ ໃນການລໍ່າລຽງຂົນສົ່ງ ພັດສະດຸສົງຄາມ,
ອາຫາຣການກີນ ມາຍັງສນາມຣົບ ຢູ່ທາງແນວໜ້າເປັນຈໍາຫລາຍພັນຄົນ.
ການຕໍ່ສູ້ເພື່ອຍາຕແຍ່ງເອົາພື້ນທີ່ ເປັນການຕໍ່ສູ້ແບບຍຸດທະສາຕທີ່ໜ້າຕຣົກຄົບຂັນ.
ທາງກອງທັບຂອງຝຣັງໄດ້ຕີຣາຄາ ກອງທັບ ຂອງວຽດມີນ ຕໍ່າເກີນໄປ ຄີດວ່າພວກ
ເຂົາຈະບໍ່ສາມາດ ນໍາເອົາອາວູດໜັກເຊັ່ນປືນໃຫ່ຍ, ພັດສະດຸສົງຄາມ ລໍ່າລຽງໃຫ້ນັກຣົບ
ໄດ້ໃຫ້ ພຽງພໍ ກັບຄວາມຕ້ອງການໄດ້. ພວກເພີ່ນຄີດຄົງວ່າຈະພະເຊີນ ແຕ່ປືນມອກເຈເທົ່ານັ້ນ,
ປືນຂນາດໜັກທີ່ໄຊ້ຍີງໄດ້ໄກຈະບໍ່ມີມາເລີຍ.ແຕ່ວ່າ ທ່ານນາຍພົນກຽບ Vo Nguyen Giap
ໄດ້ເອົນປນໃຫ່ຍຍີງໄກຂື້ນ ໄປຕັ້ງໄວ້ມີຈໍານວນ 144 ກະບອກ, ແລະ ປືນຂນາດ
ນ້ອຍລົງມາ ໄດ້ຫລາຍສີບກະບອກ ຮອບໆຈູດທີ່ຕັ້ງຂອງ ທະຫານຈັກກະພັດຝຣັງ.
ກູນແຈດອກສໍາຄັນ ໃນການລໍ່າລຽງອາວຸດ ຍູດໂທປະກອນຂອງກອງທັບ ວຽດມີນ
ໃນການຕໍ່ສູ້ ທີ່ເດັ່ນສຸດ ແມ່ນການປະສານສົມທົບ ໃນຮູບແບບແຜນ ຂອງການລໍ່າລຽງ
ທີ່ໄດ້ໄຊ້ສ້າງຣົຖຖີບ ທີ່ໃຫ່ຍ ແລະຕ່າງໄຊ້ຕ່າງໆໄດ້ຫລາຍທີ່ສູດ ໃນປະຫວັດການ
ຂອງທະຫານ. ເຖີງແມ້ນວ່າພວກວຽດມີນ ທີ່ໄດ້ໄຊ້ຣົຖ Molotova ຂນາດ 2.5 ໂຕນ
ທີ່ໄດ້ຈໍາໜ່າຍຈາກ ສະຫາພາບໂຊວຽດ ທີ່ໄດ້ຜລີດຢູ່ທີ່ຣັຖ ເຊັຍ ຈໍານວນ 600 ຄັນ,
ພ້ອມທັ້ງໄຊ້ເຮຶອ, ມ້າ, ພ້ອມດ້ວຍຄົນແບກຫາບ ຫລື ເປ້ໄສ່ຫລັງ ຈໍານວນ 200,000.00
ກ່ວາຄົນ, ກໍ່ຍັງໄດ້ໄຊ້ຣົຖຖີບ ຊື່ງຜູ້ຫຍີງຫລືຊາຍ ຊ່ວຍກັນຍູ້ໄປເປັນຈໍານວນ 60,000.00 ກ່ວາຄັນ.
ໃນເດືອນ May 07,1954 , ຫລັງຈາກສາມເດືອນເຄີ່ງ ໃນເວລາຕຣຽມ, ເກັບຕູນ ອາຫາຣ,
ເຄື່ອງມື,ພັດສະດຸໃນສົງຄາມ ແລະ ລູກກະສູນດີນດໍາຕ່າງໆ, ພ້ອມທັ້ງອີກສອງເດືອນຈາກນັ້ນ
ໃນເວລາທີ່ທໍາສົງຄາມຕໍ່ສູ້ກັນນັ້ນ, ຄ້າຍທະຫານຂອງ ຈັກກະພັດຝຣັງຢູ່ທີ່ ດຽນບຽນຟູ
ຖືກຟັງທະລາຍຢ້ອຍຢັບ ແລະ ປລາໄຊຍ໌ໃຫ້ແກ່ວຽດມີນ ຢ່າງຊີ້ນເຊີງ. ທະຫານຝຣັງ
ຖືກຂ້າຕາຍ ຈໍານວນ 3,000.00 ຄົນ ຖືກຈັບເປັນສະເລີຍ 8,000.00 ຄົນ. ທະຫານໆ
ຂອງວຽດມີນ ໄດ້ເສັຍຊີວີດລົງໄປ ຈໍານວນ 8,000. 00 ຄົນ. ໃນເວລາທີ່ຫໍາການສູ້ຣົບກັນຢູ່ນັ້ນ,
ກອງລໍ່າລຽງສັພພາວຸດ ດໍາເນີນໄປດ້ວຍຣົຖຖີບ ແລະ ດ້ວຍວິທີອື່ນປະສານກັນໄປ ໂດຍບໍ່
ໄດ້ຖືກການສະກັດກັ້ນຈາກເຄື່ອງບີນ, ທັ້ງໆທີ່ພວກຝຣັງຮູ້ເສັ້ນທາງ, ຕຣອດບ່ອນ ທີ່ໄດ້ກັກຕູນ
ເຄື່ອງຂອງຕ່າງໆໄວ້ຕາມເສັ້ນທາງ. ເນື່ອງຈາກວ່າ ພວກເພີ່ນບໍ່ມີເຄື່ອງບີນພໍ ໃນການສະກັດກັ້ນ
ຫລືຖຫລົ່ມລະເບີດໄສ່ການລໍ່າລຽງ ໃນເວລາກາງວັນຫລືກາງຄືນ ທີ່ໄດ້ສົ່ງຄ່ຽນຕໍ່
ໃຫ້ສນາມຮົບຕຣອດເວລາ. ນອກຈາກນັ້ນ ກໍ່ແມ່ນມີປ່າດົງອັນຕຶບໜາ ທີ່ເຮັດໃຫ້ການຖີ້ມ
ໄສ່ຈູດນັ້ນບໍ່ແມ່ນຢໍາ.
ໃນເວລາທີ່ທໍາສົງຄາມ ຕ້ານກັບຈັກກະພັດຝຣັງ ຫລັງຈາກນັ້ນກໍ່ແມ່ນ ກັບຈັກກະພັດອະເມຣິກັນ
ພວກວຽດມີນນິຍົມໄຊ້ຮົຖ ຖີບທີ່ເຮັດປະເທສຝຣັງ ຍີ່ຫໍ້ເປື່ຍໂຊ Peugeot, ຮອງລົງມາກໍ່
ແມ່ນຣົຖຖີບທີ່ເຮັດຈາກປະເທສເຊັກ Czech. ການລໍ່າລຽງດ້ວຍ ຣົຖທີ່ໄດ້ຫລາຍ ແລະ
ຖືກບັນທືກໄວ້ໃນປີ 1961-62 ໄດ້ເຖີງ 100 ໂຕນ. ໃນເວລາທີ່ຕ່າງເຄື່ອງໄດ້ຫລາຍນັ້ນ,
ຮົຖຖີບໄດ້ໄຊ້ເສັ້ນ ທາງນ້ອຍໆ ແຄບໆ ຄົດໆລ້ຽວໆ ໃນຍາມລະດູແລ້ງ, ພ້ອມທັ້ງດັດແປງ
ໄຊ້ກໍ່ງ່າຍ, “ ຕົ້ນຕໍອັນແຮກແມ່ນໄດ້ເຮັດແບບ Xe tho (pack bikes), ຄານຂອງມັນສາມາດ
ບັນຖຸກໄດ້ 200. ກິໂລກຣາມ (440 ປາວ)ຫລື ຫລາຍກ່ວານັ້ນ “ ຊື່ງແມ່ນທ່ານ Ding Van Ty,
ຜູ້ຊື່ງເປັນຜູ້ບັງຄັບກອງພົນແລະຊ່າງແປງຣົຖຖີບ ຊີ້ແຈ່ງໃຫ້ຟັງ.in The Bicycle in Wartime,
by Jean Fitzpatrick ພວກເຮົາໄດ້ເຮັດເຄື່ອງອະໄຫລທູກໆຢ່າງເອົາເອງ.
ພວກເຮົາໄດ້ເອົາໃບໄມ້ແຊມ ເພື່ອບໍ່ໃຫ້ເຫັນແລະມັກໄປໃນເວລາກາງຄືນ. “ ທີ ໄດ້ຊີ້ແຈ່ງໃຫ້ເບີ່ງ
ເຖີງການເອົາຕັ່ງນັ່ງອອກ ແລະ ແລ້ວເອົາເຫລັກ, ເອົາໄມ້ ຫລືໄມ້ໄຜ່ພາດໄສ່ແທນ
ເທີງຕີນຫລັງຂອງຣົຖນັ້ນ. ເພື່ອ ໃຫ້ຍາວຍື່ນອອກມາຈາກຖົງ ຫລືຫີບ ທີ່ໄດ້ຫ້ອຍໄສ່ໃນນັ້ນ
ແລະສິ່ງຂອງອື່ນໆກໍ່ຕ້ອງມັດດ້ວຍເຊືອກ ຫລືວ່າດ້ວຍຢາງໃນຣົຖທີ່ໄຊ້ບໍ່ໄດ້ ແລ້ວ. ໂກບຂອງຣົຖຖີບ
ແມ່ນຕ້ອງໄດ້ດັດແປງເພີ້ມດ້ວຍເຫລັກ, ໄມ້ຫລືໄມ້ໄຜ່, ເພື່ອບັງຄັບໃຫ້ເຂົາທາງໜ້າແລະ
ຕໍ່ຍື່ນອອກມາ. ເຖີງແມ່ນວ່າ ຈະມີສອງຄົນຍ່າງປະຄອງຣົຖຖີບຄັນດຽວກໍ່ຕາມ
ແຕ່ນໍ້າໜັກຂອງການບັນທຸກນັ້ນ ໄດ້ຫລາຍກວ່າສອງຄົນທີ່ຈະຫາບຫລື ຫາມໄປຊໍ້າ.
ເມື່ອເວລາໄດ້ຕ່າງຂອງເຕັມອັດຕຣາ, ເປັນການຈໍາເປັນທີ່ສູດທີ່ຈະຕ້ອງຢ່າງປະຄອງໄກ້ໆກັບຣົຖ
ເພື່ອຈະໄດ້ຈັບເຂົາຮົຖ ໃຫ້ໄປ ຕາມຄວາມຕ້ອງການ. ດ້ວຍເຫຕູນີ້ເອງ, ຈື່ງໄດ້ເອົາໄມ້ ຫລື
ທ່ອນໄມ້ໄຜ່ມັດຕໍ່ໄສ່ເຂົາຮົົຖຍື່ນອອກມາເພື່ອຈະໄດ້ຈັບແລະບັງ ຄັບໃຫ້ຣົຖໄປ.
ຕາມທັມມະດາແລ້ວ, ຕ້ອງເອົາໄມ້ສອດໄສ່ຮູບ່ອນທີ່ເອົາອານຣົຖອອກມານັ້ນ
ເພື່ອຈະໄຊ້ຍູ້ຂື້ນໄປ ຫລືຈ່ອງໄວ້ເມື່ອເວ ລາລົງຄ້ອຍ. ການບັນທຸກໃຫ້ເຕັມຂນາດຂອງຣົຖຖີບ
ສອງຫລໍ້ ທີ່ໄດ້ຖືກດັດແປງໄຊ້ນີ້ ໄດ້ເຖີງ 600 ປາວ, ດ້ວຍການສເລັຍໃນການ
ບັນທຸກທັ້ງໝົດແລ້ວ 440 ປາວ, ຊື່ງທຽບໄສ່ຄົນເຮົາຜູ້ໜື່ງສາມາດເອົາໄປໄດ້ 80 ຫາ 100.
ປາວເທົ່ານັ້ນ. ປະຫວັດສາດໄດ້ບັນທືກ ໄວ້ ໃນສົງຄຣາມສູ້ຣົບໃນບັ້ນຣົບ ດຽນບຽນຟູ
ມີຣົຖຖີບຄັນໜື່ງບັນທຸກໄດ້ 724. ປາວ. ຈາກຜົນສໍາເຣັຈໃນການລໍ່າລຽງດ້ວຍຣົຖຖີບ ໃນຄັ້ງນັ້ນ,
ທີ່ກອງທັພວຽດນາມເໜືອ ໄດ້ຮ້ອງຊື່ພວກນີ້ວ່າ “ Steel horces ມ້າເຫລັກ “
ຊື່ງສາມາດບັນທຸກສັພພາວຸດໄດ້ 924 ປາວ ໄປຕາມສາຍທາງ ໂຮຈີມີນ Ho Chi Minh Trail
ໃນປີ 1964.
ຂອບໃຈເດີທ່ານລາວຮັກລາວ1954 ທີ່ສະລະເວລາແປບົດຄວາມນີ້ມາໃຫ້ອ່ານ.
ຖ້າວຽດນາມເໜືອບໍ່ລັກເຂົ້າມາໃຊ້ດິນລາວເປັນເສັ້ນທາງລໍາລຽງ ແລະຖ້າສຸວັນນະພູມາບໍ່ປະຕິບັດນະໂຍບາຍເປັນກາງ
ໄຊງ່ອນອາດຈະບໍ່ແຕກ.
ຫົວໜ່ວຍນໍ້າໜັກຄວນໃຊ້ເຄື່ອງໝາຍສາກົນເພື່ອໃຫ້ເຂົ້າໃຈໄດ້ງ່າຍ.
ປາວ = Lb (Pound)
1 Lb = 0.45349237 Kg
ຫຼາຍຄົນຄົງຮູ້ປະວັດຂອງທ່ານນາງ Kim Phuc ແລ້ວ ແຕ່ບາງຄົນອາດຈະຍັງບໍ່ຮູ້
ຖ້າທ່ານໃດຍັງແລະສົນໃຈຢາກຮູ້ ກໍ່ກົດເຂົ້າໄປອ່ານໄດ້ຕາມລິ້ງລຸ່ມນີ້:
http://www.peace.ca/kimstory.htm
ຂໍໂທດທີ່ບໍ່ມີຄວາມສາມາດແປແລະລຽບລຽງອອກມາເປັນພາສາລາວໄດ້.