Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊຶ່ງ ກັບ ເຊິ່ງ ອັນໃດຖືກຕ້ອງໃນພາສາລາວ ?


Newbie

Status: Offline
Posts: 1
Date:
ຊຶ່ງ ກັບ ເຊິ່ງ ອັນໃດຖືກຕ້ອງໃນພາສາລາວ ?


ທ່ານໃດ ຮູ້ຊ່ວຍບອກແນ່ ເດີ້ ຂອບໃຈລ່ວງໜ້າ.



__________________
Anonymous

Date:

ຊຶ່ງ ເປັນຄໍາຄຸນສັບ ຖ້າທຽບໃສ່ພາສາອັງກິດອາດຈະແມ່ນ that, which.

ຕົວຢ່າງ: ສປປລ ຈະເປັນເຈົ້າພາບຈັດງານກອງປະຊຸມອາເຊັມ9 ຊຶ່ງເປັນຄັ້ງທໍາອິດໃນປະວັດສາດລາວ.

ສ່ວນເຊິ່ງເປັນຄໍາຫຍັງກໍ່ບໍ່ຮູ້. ຕົວຢ່າງ: ທ້າວກິນັ່ງເຊິ່ງໜ້າຜູ່ເປັນພໍ່ເພື່ອຂໍອະນຸຍາດໄປລ່າເນື້ອນໍາໝູ່.

ຜິດຖືກປະການໃດ ກໍ່ຂໍອະໄພເດີ.



__________________
Anonymous

Date:

ຂ້ອຍຄິດວ່າ ໃຊ້ຄໍາວ່າ ເຊິ່ງ ຈະຖືກກ່ວາ 

ເພາະຕັ້ງແຕ່ເກີດມາ ເກືອບໄດ້ 30 ປີ ຂ້າພະເຈົ້າ ບໍ່ເຄີຍເຫັນຄົນໃຊ້ ຊຶ່ງ ຈັກເທື່ອ

ຂອບໃຈ aww



__________________


Veteran Member

Status: Offline
Posts: 32
Date:

ເຊິ່ງ  ໄດ້ຍິນມາແຕ່ເກີດ  ໄດ້ຮຽນມາກໍ່ຄື ເຊິ່ງ

ພາສາລາວແລະໄທຍມີຫຼາຍຄຳທີ່ຄ້າຍກັນໃນລັກສະນະນີ້

ເຊັ່ນ ໄທຍ ຊຶ່ງ  ລາວເຊິ່ງ

ໄທຍ ຄຶ່ງ ລາວ ເຄິ່ງ

ໄທຍ ຖຶງ  ລາວ ເຖິງ

ໄທຍ ດຶກ  ລາວ ເດິກ

ໄທຍ ສຶກ  ລາວ ເສິກ

ແຕ່ມີຄຳໜຶ່ງທີ່ກັບກັນ  ລາວ ຕື່ມ  ໄທຍ ເຕຶມ

ເອົາເຫຼົ້າມາຕື່ມໃຫ້ເຕັມຈອກ  ໄທຍ เอาเหล้ามาเติมให้เต็มแก้ว



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard