Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊ່ວງກອງປະຊຸມອາເຊັມ ບັນດາຂໍທານ ຊິບໍ່ມີບ່ອນຢູ່ອີກແລ້ວ
Anonymous

Date:
ຊ່ວງກອງປະຊຸມອາເຊັມ ບັນດາຂໍທານ ຊິບໍ່ມີບ່ອນຢູ່ອີກແລ້ວ

KPL) The Vientiane Labour and Social Welfare Division have a plan to address an issue of street beggars, mentally illed people and orphans in Vientiane Capital before opening ASEM 9.

Over fifty officials from concerned sectors were convened a meeting on 14 August to discuss a plan.

The meeting has agreed to appoint a set of committees ranging from Vientiane Administration, districts to villages to take responsibility to address beggars, mentally illed people and orphans by social involvement in coping with the 
matter.

"This is a part to welcome the Asia-Europe Meeting in November which hosted by Laos"said Head of Vientiane Labour and Social Welfare Division, Mr. Vilasak Namnounti.

So far, Vientiane Labour and Social Welfare Division sent some 25 beggars to the social welfare centre, which just completed in repairing.

__________________

Senior Member

Status: Offline
Posts: 142
Date:
RE: ຊ່ວງກອງປະຊຸມອາເຊັມ ບັນດາຂໍທານ ຊິບໍ່ມີບ່ອນຢູ່ອີກແລ້ວ

ໝາຍຄວາມວ່າກອງປະຊຸມແລ້ວຈະປ່ອຍອອກມາອີກເບາະ?

__________________

ຜັກກະເດົາຂົມ

Anonymous

Date:

phakkadao wrote:

ໝາຍຄວາມວ່າກອງປະຊຸມແລ້ວຈະປ່ອຍອອກມາອີກເບາະ?

 ເຈົ້າຍັງບໍ່ຮູ້ຫວາ"ວິທີລາວ"ເພິ່ນເອີ້ນກັນວ່າ"ເສັຽຫຍ້າປົກຂີ້ໝາ"biggrin

__________________
Anonymous

Date:

ຖ້າມີປັນຍາກໍ່ໄລ່ພວກແກວຂີ້ຮິດທີ່ເລາະຊື້ເສດຂີ້ເຫຍື່ອ ອອກໄປແດ່ ຢ່າບູຊາມັນຫຼາຍອັນແກວຫຼ້າຫຼັງຫັ້ນນ໋າ.

__________________
Anonymous

Date:

Anonymous wrote:

 ເອົາເຣ້ື້ອງໄລ່ພວກຂີ້ຫິດຂີ້ເຮືອນນີ້ໂຈະໄວ້ກ່ອນຊິບໍ່ດີກ່ອນເບາະ? ຈັດການພວກສໍ້ຣາຊຫັ້ນກ່ອນສິບໍ່ດີກ່ອນຫວ໋າ?

__________________
CUP

Date:

ຄົນຕ່າງປະເທດເຂົາບໍ່ຣັງກຽດດອກຄົນຂາກຸດແຂນຂາດຕາບອດຕາຈາວນຸ່ງເຄື່ອງຂາດໆກິດໆນັ່ງຂໍທານຢູ່ຕາມແຄມທາງຫັ້ນນະ, ເຂົາຣັງກຽດຄົນຂໍທານໄຮໂຊທີ່ນຸ່ງສູດນຸ່ງແວັດໃສ່ກາຣະວັດໄໝຍ່າງພົມແດນພຸ້ນນະພີ່ນ້ອງເອີຍ !

__________________
Anonymous

Date:

Laotianchildren1.jpg

Laotianchildren.jpg

__________________
AxeDry

Date:

ເປັນຮູບພາບທີ່ສະເທືອນໃຈຫລາຍທີ່ໄດ້ເຫັນເດັກນ້ອຍນັ່ງຂໍທານນໍາຄູບາ. ເຄີຍເຫັນແຕ່ຢູ່ຕ່າງປະເທດ ພວກໂບດໄປຂໍບໍລິຈາກໆບໍລິສັດ ຫ້າງຮ້ານແລະຄົນມີຖານະດີ ແລ້ວເອົາເງິນທີ່ໄດ້ມາໆຊ່ອຍເຫລືອຄົນທີ່ຍາກຈົນ.

__________________
Anonymous

Date:

ອີດູຕົນນໍ ຢາກໃຫ້ຜູ້ໃຫຍ່ບ້ານເຮົາເຫັນເດ ຍັງຊິກ້າ ຄໍຮັບຊັ້ນ ເຄື່ອງຊ່ວຍລ້າຢູ່ບໍນໍ

__________________
lililili

Date:

Anonymous wrote:

ອີດູຕົນນໍ ຢາກໃຫ້ຜູ້ໃຫຍ່ບ້ານເຮົາເຫັນເດ ຍັງຊິກ້າ ຄໍຮັບຊັ້ນ ເຄື່ອງຊ່ວຍລ້າຢູ່ບໍນໍ

ຂີ່ລົດແວ່ນມືດແລະໃສ່ແວ່ນຕາດໍາຊິເຫັນໄດ້ແນວໃດລະ?

__________________
Anonymous

Date:

ພວກເພິ່ນຢູ່ວຽງຈັນບໍ່ໄດ້ ດຽວນີ້ເພິ່ນ ຍ້າຍ ມາຕ່າງແຂວງແລ້ວເດີ ທ່ານ

__________________
952

Date:

Anonymous wrote:

ພວກເພິ່ນຢູ່ວຽງຈັນບໍ່ໄດ້ ດຽວນີ້ເພິ່ນ ຍ້າຍ ມາຕ່າງແຂວງແລ້ວເດີ ທ່ານ

 ເພິ່ນຍ້າຍຄົນຂໍທານໄປຂໍຢູ່ຕ່າງແຂວງຫວາ? ແຂວງໃດ໋ລະ ?

__________________
ຊະນະໄພ

Date:

ເລື້ອງຄົນຂໍທານນີ້ເປັນບັນຫາໃຫ່ຍຂອງສັງຄົມແທ້: 1. ເຮັດໃຫ້ເສຍພາບພົດຂອງປະເທດ, 2. ເຮັດໃຫ້ຄົນມີນິດໃສຂີ້ຄ້ານ, 3. ເຮັດໃຫ້ມີການຄ້າມະນຸດ ຊີ່ປາບປາມກໍ່ລຳບາກຕ້ອງໄດ້ລະມັດລະວັງ. ອາຊີບຂໍທານໃນລາວຫາກໍ່ເລີ້ມລະບາດມາປະມານ 10ປີນີ້ລະ ໂດຍຂໍທານສ່ວນໃຫ່ຍແມ່ນມາຈາກແຂວງສະຫວັນນະເຂດ ມີການຈັດຕັ້ງເປັນຂະບວນການຄັກແນ່ເພື່ອຂຶ້ນມາຂໍທານ ເພາະມີການເຂົ້າໃຈຜິດ ແລະໂຄສະນາຊວນເຊື່ອວ່າໄປຂໍທານແມ່ນສະບາຍ ແລະສ້າງລາຍໄດ້ດີ ມື້ນຶ່ງໄດ້ຫຼາຍແສນກີບ ຈຶ່ງພາກັນມາເປັນຄອບຄົວເລາະຂໍໄປທຸກໆບ່ອນ ຍິ່ງຮ້າຍໄປກ່ວານັ້ນແມ່ນມີການນຳໃຊ້ເດັກນ້ອຍໄປເລາະຂໍໂດຍມີການຊັກຊ້ອມມາເປັນຢ່າງ ລວມເຖິງການນຸ່ງຖື ຍັງໄຄແຕ່ວ່າຍັງບໍ່ເຖິງຂັ້ນລັກເດັກນ້ອຍໄປຕັດແຂນ ຂາ ຫຼື ເຈາະຕາ ເພື່ອໃຫ້ພິການແລ້ວນຳມາຂໍທານຄືປະເທດເພື່ອນບ້ານ, ສະນັ້ນ ຂໍໃຫ້ພວກທ່ານຈົ່ງມີສະຕິໃຫ້ດີລະວັງຈະຖືກເລ່ກົນ ຄົນລາວເຮົາຊີ່ໃຫ້ທຸກຈົນໄປຂໍທານກິນບໍ່ມີດອກນອກຈາກຄົນເສຍຈິດເທົ່ານັ້ນ. ພວກທີ່ມາຂໍທານແມ່ນພວກຂີ້ຄ້ານແລ້ວນຳໃຊ້ລູກຫຼານຂອງຕົນເອງມາເປັນຂໍທານບັງໜ້າ, ອີກປະເດັນນຶ່ງການທີ່ມີນັກທ່ອງທ່ຽວມາແລະເຫັນເດັກນ້ອຍບ້ານນອກກໍ່ເກີດການອີ່ດູຕົນຈຶ່ງເອົາເສດເງີນ ຫຼື ອາຫານໃຫ້ ຈຶ່ງກາຍເປັນການປູກຝັງນິດໃສຂໍທານໄປໃນຕົວ. ຖ້າຮັກເດັກນ້ອຍກະລຸນາຢ່າໃຫ້ຂອງລ້າໆແກ່ເຂົາເຈົ້າເດີມັນຈະກາຍເປັນການທຳຮ້າຍອະນາຄົດຂອງເຂົາເຈົ້າແບບບໍ່ໄດ້ຕັ້ງໃຈ.

__________________
Anonymous

Date:

ຊະນະໄພ wrote:

ກະເບິ່ງຢູ່ບໍ່ ອັນຮູບເຂົາເອົາມາໃສ່ຢູ່ນີ້ ?  ເດັກນ້ອຍນັ່ງນົບຢູ່ແຂມທາງ ຂໍແບ່ງອາຫານທີ່ອາຈານໄດ້ຈາກມາຈາກຕັກບາດ

ແມ່ນມານັ່ງຂໍນົບເພື່ອສ້າງລາຍໄດ້ອີ່ຫຍັງກັນ ? ແມ່ນເດັກພວກນີ້ມີເລ່ກົນອີ່ຫັຍງກັນ ຈຶ່ງບໍ່ເຂົ້າໃຈຫຍັງກະດັກກະດໍ້ແທ້ ? 

ທ່ານຢ່າອົມປື້ມມາເວົ້າແມ້ ...ຄວາມຈິງມັນຕຳຕາຢູ່ ຍັງບໍ່ເຫັນໃຈມະນຸດນ້ອຍຕາດຳໆພວກນີ້ເລີຍ . ຮູ້ບໍ່ວ່າຄວາມອຶດຫິວມັນເປັນແນວໃດ ?

ຖ້າບັງເອີນ ທ່ານເຮັດຢູ່ນຳກະຊວງທີ່ກ່ຽວຂ້ອງກັບບັນຫານີ້ ອາດພຽງແຕ່ຢາກແກ້ໜ້າ ແຕ່ບໍ່ຢາກແກ້ໃຂ ກໍບໍ່ເປັນຫຍັງ

ຢ່າງນ້ອຍກໍຄວນອີ່ດູຕົນເດັກເຫຼົ່ານີ້ແນ່ ເຂົາແຮ່ງທຸກ ບໍ່ມີຮອດເຂົ້າສິກິນ ທ່ານຍັງເວົ້າຊ້ຳໃຫ້ແບບເຫມືອນມະນຸດທີ່ບໍ່ມີນ້ຳໃຈຫຍັງເລີຍ...

 ຂ້ອຍຢູ່ເມືອງລາວ ເຫັນຕົວຈິງ ຮູ້ຄວາມຈິງ ແຕ່ທ່ານເຫັນພຽງແຕ່ຮູບກໍ່ເຊື່ອແລ້ວບໍ່, ຍ້ອນເປັນເດັກນ້ອຍຈຶ່ງບໍ່ສາມາດຮູ້ເທົ່າທັນເລ່ກົນຂອງພວກຜູ້ໃຫ່ຍທີ່ກະທຳຊົ່ວ ພວກເຂົາຫຼອກລວງ, ບັງຄັບ ແລະຈອບອອຍເດັກນ້ອຍໃຫ້ເປັນຂໍທານ ພວກຊົ່ວເຫຼົ່ານັ້ນສ່ວນຫຼາຍກໍ່ແມ່ນພໍ່ ແມ່ ຫຼື ຄົນໃກ້ຊິດເຂົາເຈົ້າຫັ້ນລະ. ຖ້າເຈົ້າມີເວລາມາວຽງຈັນແລ້ວໄປນັ່ງກິນນ້ຳ ຫຼື ກິນເບຍຢູ່ແຄມຂອງແລ້ວເຈົ້າຮູ້ຄວາມຈິງ ຂ້ອຍເຄີຍເຫັນເດັກນ້ອຍກຸ່ມນຶ່ງແຕ່ປີ 1992 ປະມານ 10 ຄົນ ທີ່ເລາະຂໍທານ ແລະຍັດຍຽດໃຫ້ນັກທ່ອງທ່ຽວຊື້ຂອງແກ້ມນຳ ຈົນຮອດປະຈຸບັນກໍ່ຍັງເຫັນຢູ່ ຈົນເປັນບ່າວ ເປັນສາວແລ້ວ ສ່ວນຂໍທານສະຫັວນນະເຂດຊ່ວງນີ້ບໍ່ມີດອກ ບາດແລ້ວນາເດີມາເປັນກຸ່ມໆໂລດ. ນີ້ຄືຄວາມຈິງ

__________________
Anonymous

Date:

Why did they just start chasing these beggars when the ASEM is coming? before that, why didn't they do it?

If no meetings, the government don't care about beggars?

__________________
Anonymous

Date:

Anonymous wrote:

KPL) The Vientiane Labour and Social Welfare Division have a plan to address an issue of street beggars, mentally illed people and orphans in Vientiane Capital before opening ASEM 9.

Over fifty officials from concerned sectors were convened a meeting on 14 August to discuss a plan.

The meeting has agreed to appoint a set of committees ranging from Vientiane Administration, districts to villages to take responsibility to address beggars, mentally illed people and orphans by social involvement in coping with the 
matter.

"This is a part to welcome the Asia-Europe Meeting in November which hosted by Laos"said Head of Vientiane Labour and Social Welfare Division, Mr. Vilasak Namnounti.

So far, Vientiane Labour and Social Welfare Division sent some 25 beggars to the social welfare centre, which just completed in repairing.

 ມາແປງທາງແຖວຕະຫລາດຫົວຂົວໃຫ້ແດ່ ເນົ່າແຮງ

__________________
ມົດອີ່ຕ໋ອຍ

Date:

ທ່ານເຄີຍພົບເຫັນດ້ວຍຕົວຈິງຫຼືບໍ່? ທ່ານຮູ້ສຶກແນວໃດ໋ເມື່ອໄດ້ເຫັນຮູບນີ້?

539106_3630643255742_1804842819_n.jpg

253058_3630643095738_1498137681_n.jpg

__________________
Anonymous

Date:

ອາຊີບເຂົາ ຢ່າໄປສົນໃຈ ຖ້າບໍ່ມີຜູ້ສົ່ງເສີມ ທຸລະກິດເຂົາບໍ່ມີກຳໄລ ເຂົາກໍ່ໄປເຮັດອາຊີບໃຫມ່

ປະເທດໃດກະມີ ພັກລັດເຄີຍຊ່ວຍເຫລືອແຕ່ເຂົາຂີ້ຄ້ານບໍ່ຢາກອອກແຮງງານ

 ແລ້ງນໍ້າໃຈຂະນາດເລີຍ ເຈົ້ານີ້ !

__________________
Anonymous

Date:

Laos is communist country that suppose every body must be equal and every body must be taking care by the state as Mark Lenin said in the book. Every thing belong to all the people no rich and no poor. What the hell is this , it is worst than Capitalism.

__________________
Anonymous

Date:

ຍອມຮັບວ່າແລ້ງນ້ຳໃຈ

-ຖ້າຄົນເຫລົ່ານີ້ພິການຊ່ວຍໂຕເອງບໍ່ໄດ້ ແມ່ແນວນື່ງ

-ເດັກເຫລົ່ານີ້ມີຜູ້ປົກຄອງໃຫ້ໄປຂໍ

-ຜູ້ໃຫ່ຍບາງຄົນແຂງແຮງກວ່າເຮົາເຈົ້າຂ້ອຍອີກ

-ສັງເກດຖ້າເປັນຜູ້ຍິງຈະອູ້ມລູກ(ຫລືບໍ່ລູກ)ແລະຈູງແຂນອີກ

-ມີຄົນເຄີຍຊວນ(ພວກທີ່ຫນຸ່ມແຫນ້ນແຂງແຮງ)ໃຫ້ເຂົາເຮັດນຳວຽກແຕ່ເຂົາກະປະຕິເສດ ບໍ່ໃຫ້ວ່າຂີ້ຄ້ານຈັງໃດ

-ຂໍທານເຂົາມີເຮືອນມີດິນນາ ແຕ່ຫລັງຈາກເຮັດນາແລ້ວພວກນີ້ຈະກໍ່ຈ້າງລົດເຂົ້າໃນເມືອງຫມົດບ້ານເພື່ອຂໍທານ ເຮັດອາຊີບເສີມ ບໍ່ໃຫ້ວ່າອາຊີບຈັງໃດ

-ຖ້າເຂົາຮູ້ວ່າໂຕເອງທຸກເປັນຫຍັງເຂົາຈຶ່ງເຮັດກັນກະດໍ້ລູກຫົວພຽງຫົວຫລືວ່າແລ້ວແຕ່ເວນແຕ່ກຳບໍ

-ຖ້າເຈົ້າພົບຂໍທານໃຫ້ທານເຂົາແນ່ ແລະຖາມເບີ່ງມາແຕ່ແຂວງໃດ ສ່ວນໃຫ່ຍບໍແມ່ນຄົນໃນແຂວງນັ້້ນດອກເຂົາມີຫົວຄຶດຄືກັນເຂົາຈະໄປຫາກິນໃນເມືອງໃຫ່ຍມີຄົນໃຈດີແບບເຈົ້າ

-ຖ້າເຈົ້າພົບຂໍທານ ລອງຊວນໄປເຮັດວຽກດຸ ເຂົາລຸກຫນີທັນທີ

ມີໄລຍະນື່ງເພິ່ນໄດ້ນຳຕົວພວກຂໍທານໄປຈັດສັນສົ່ງກັບບ້ານຈັດຫາທີ່ທຳມາຫາກິນໃຫ້ ແຕ່ສຸດທ້າຍກະມີພວກໃຫມ່ເກີດຂື້ນ

ຮູບທີ່ເຈົ້າເຫັນເປັນສ່ວນນື່ງໃຫ້ເຈົ້າຜູ້ມີໃຈເມດຕາສົງສານ ບາດແລ້ວຂ້ອຍຈະຖ່າຍຕອນຂໍທານເມົາມາລົງໃຫ້ເບິ່ງ

__________________

Veteran Member

Status: Offline
Posts: 32
Date:

ໃສວ່າເມືອງສະຫວັນເປັນເມືອງຮັ່ງມີ

ເມືອງເສດຖະກິດ  ເມືອງອຸດສາຫະກັມຂອງປະເທດ

ຄືຂີ້ກາກແທ້  ພໍ່ເມືອງຄືປ່ອຍໃຫ້ລູກເມືອງໄປເຮັດຂາຍໜ້າປານນີ້

ຂ້ອຍເຫັນຄລິບໃນຢູທູບທີ່ນັກທ່ອງທ່ຽວໄປໄຫວ້ທາດອິງຮັງ

ແລ້ວເຫັນພວກຂໍທານໄປຫຸ້ມນັກທ່ອງທ່ຽວ

ເປັນຕາອາຍອີຫລີ 

ອີຫ່ານັ່ງຂາຍປີ້ຢູ່ທາງເຂົ້າພະທາດກະນັ່ງເບິ່ງຊື່ໆ

ຈັກແມ່ນລູກມັນເອງຊັ້ນຫວະ

ເວົ້າແລ້ວເຫຼືອໃຈຄັກ 

ທາງການຄວນຈັບພໍ່ແມ່ພວກນີ້ໄປລົງໂທດ

ບໍ່ມີຂໍ້ອ້າງວ່າທຸກຍາກໃດໆ  ຈັບມັນໂລດ

ແທນທີ່ຈະສັ່ງສອນຫຼືສົ່ງລູກໃຫ້ໄປຮ່ຳຮຽນໜັງສື

ຊ້ຳພັດໄລ່ລູກໃຫ້ໄປຂໍທານ 

ມັນຄືມັກງ່າຍແທ້ 

ຫຼືຂໍທານນີ້ມັນເປັນຫຼັກການຫາເງິນຂອງພັກປະຕິວັດລາວ

ຂໍຕັ້ງແຕ່ປະທານປະເທດຈົນຮອດຊາວບ້ານ

ປະເທດລາວແມ່ນປະເທດຂໍທານຊັ້ນຫວາ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard