Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີຈັກກະຊວງໃນ ສປປລາວ ແລະ ກະຊວງໃດແດ່?
ຈົວນ້ອຍສາຣະແນ

Date:
ມີຈັກກະຊວງໃນ ສປປລາວ ແລະ ກະຊວງໃດແດ່?

ຢາກຮູ້ວ່າ ມີຈັກກະຊວງ ໃນ ສປປລາວ ແລະ ກະຊວງໃດແດ່? ແຕ່ລະກະຊວງມີໜ້າທີ່ຮັບຜິດຊອບຫຍັງແດ?

ອາມິຕະພຸທ.

__________________
Anonymous

Date:

ຈົວນ້ອຍສາຣະແນ wrote:

ຢາກຮູ້ວ່າ ມີຈັກກະຊວງ ໃນ ສປປລາວ ແລະ ກະຊວງໃດແດ່? ແຕ່ລະກະຊວງມີໜ້າທີ່ຮັບຜິດຊອບຫຍັງແດ?

ອາມິຕະພຸທ.

 ມີ 18 ກະຊວງ ແລະ 3 ອົງກອນທຽບເທົ່າ

ຈັກນ່ອຍຊິຫາຂໍ້ມູນມາໃຫ້

__________________
Anonymous

Date:

ຂອບໃຈເດີ້ພໍ່ອອກ..ແມ່ອອກ...

__________________
Anonymous

Date:

Anonymous wrote:
ຈົວນ້ອຍສາຣະແນ wrote:

ຢາກຮູ້ວ່າ ມີຈັກກະຊວງ ໃນ ສປປລາວ ແລະ ກະຊວງໃດແດ່? ແຕ່ລະກະຊວງມີໜ້າທີ່ຮັບຜິດຊອບຫຍັງແດ?

ອາມິຕະພຸທ.

 ມີ 18 ກະຊວງ ແລະ 3 ອົງກອນທຽບເທົ່າ

ຈັກນ່ອຍຊິຫາຂໍ້ມູນມາໃຫ້

 ກະຊວງໃດປູກໄມ້ຫຼາຍ

  ເອົາຈັດໄປ

  • ທ່ານ ອາ​ຊາງ ລາວ​ລີຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ.
  • ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ.
  • ທ່ານ ພົນ​ໂທ ດວງ​ໃຈ ພິ­ຈິດຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ​ຖະ​ມົນ ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ.
  • ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ.
  • ທ່ານ ດຣ. ບຸນ​ທອງ ຈິດ​ມະ­ນີປະ­ທານ​ອົງ­ການ​ກວດ­ກາ​ລັດ​ຖະ ບານ, ທັງ​ເປັນ​ຫົວ­ຫນ້າ​ອົງ­ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.
  • ທ່ານ ດຣ. ພັນ​ຄຳ ວິ­ພາ​ວັນລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ.
  • ທ່ານ ດຣ. ທອງ​ບັນ ແສງ​ອາ­ພອນລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ.
  • ທ່ານ ນາງ ອ່ອນ​ຈັນ ທຳ​ມະ​ວົງລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ.
  • ທ່ານ ຈະ­ເລີນ ເຢຍ​ປາວ​ເຮີລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຍຸ­ຕິ​ທຳ
  • ທ່ານ ສຸ​ລິ​ວົງ ດາ­ລາ​ວົງລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ-ບໍ່​ແຮ່.
  • ທ່ານ ນາງ ບຸນ​ເພັງ ມູນ​ໂພ​ໄຊລັດ­ຖະ­ມົນ­ຕີ​ປະ­ຈຳ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ.
  • ທ່ານ ວິ­ໄລ​ວັນ ພົມ​ເຂລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້.
  • ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພ­ທູນລັດ­ຖະ­ມົນ­ຕີ, ຫົວ­ຫນ້າ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ.
  • ທ່ານ ດຣ. ນາມ ວິ​ຍະ​ເກດລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ.
  • ທ່ານ ສົມ​ມາດ ພົນ​ເສ­ນາລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໂຍ­ທາ​ທິ ການ ແລະ ຂົນ­ສົ່ງ.
  • ທ່ານ ສົມ​ດີ ດວງ​ດີລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ.
  • ທ່ານ ພູ​ເພັດ ຄຳ​ພູນ​ວົງລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ເງິນ.
  • ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາ­ລາລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຖະ­ແຫລງ​ຂ່າວວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ.
  • ທ່ານ ສຈ. ດຣ. ເອກ​ສະ­ຫວ່າງ ວົງ​ວິ­ຈິດລັດ­ຖະ­ມົນ­ຕີ​ວ່າ­ການ​ກະ ຊວງ​ສາ­ທາ­ລະ­ນະ​ສຸກ.
  • ທ່ານ ບຸນ​ເຮືອງ ດວງ​ພະ­ຈັນລັດ­ຖະ­ມົນ­ຕີ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ.
  • ທ່ານ ຄຳ​ປານ ພິ­ລາ​ວົງລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ພາຍ​ໃນ.
  • ທ່ານ ສຈ. ດຣ. ບຸນ​ຕຽມພິດ­ສະ­ໄຫມ ລັດ­ຖະ­ມົນ­ຕີ​ປະ­ຈຳ​ຫ້ອງ​ວ່າ ການ​ລັດ­ຖະ­ບານ.
  • ທ່ານ ດຣ. ດວງ​ສະ​ຫວັດ ສຸ​ພາ­ນຸ​ວົງລັດ­ຖະ­ມົນ­ຕີ​ປະ­ຈຳ​ຫ້ອງ ວ່າ­ການ​ລັດ­ຖະ­ບານ.
  • ທ່ານ ນ. ເຂັມ​ແພງ ພົນ​ເສ­ນາລັດ­ຖະ­ມົນ­ຕີ​ປະ­ຈຳ​ຫ້ອງ​ວ່າ­ການ​ລັດ ຖະ​ບານ.
  • ທ່ານ ສຈ. ດຣ. ບໍ່​ວຽງ​ຄຳ ວົງ​ດາ­ລາລັດ­ຖະ­ມົນ­ຕີ​ວ່າ­ການ​ກະ ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ.
  • ທ່ານ ນູ​ລິນ ສິນ​ບັນ­ດິດລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຊັບ​ພະ­ຍາ ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ.
  • ທ່ານ ຫຽມ ພົມ­ມະ­ຈັນລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ໄປ­ສະ­ນີ, ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ.
  • ທ່ານ ສົມ​ພາວ ໄພ­ສິດຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ.

http://www.ecom.org.la/teen/khao/1/2373

__________________
Anonymous

Date:

ກະຊວງພາຍໃນ ແລະກະຊວງປ້ອງກັນຄວາມສະຫງົບ ມີຄວາມແຕກຕ່າງກັນແນວໃດ?

__________________
Anonymous

Date:

Anonymous wrote:

ກະຊວງພາຍໃນ ແລະກະຊວງປ້ອງກັນຄວາມສະຫງົບ ມີຄວາມແຕກຕ່າງກັນແນວໃດ?

 ກະຊວງພາຍໃນແມ່ນເຮັດໜ້າທີ່ຄຸ້ມຄອງພາຍໃນ ເປັນບ່ອນປະສານງານລະຫວ່າງແຂວງຕ່າງໆແລະນາຍຍົກລັດທະມົນຕີ ໝາຍຄວາມວ່າ ວຽກຂັ້ນແຂວງຕ້ອງມາຜ່ານກະຊວງພາຍໃນກ່ອນທີ່ຈະເຂົ້າໄປເຖິງນາຍຍົກ ຫຼື ຖ້ານາຍຍົກມີຄຳສັ່ງການລົງສູ່ແຂວງກໍ່ຕ້ອງໄດ້ຜ່ານກະຊວຍໃນເສຍກ່ອນ.

ກະຊວງປ້ອງກັນຄວາມສະຫງົບແມ່ນກະຊວງຕໍ່າຫຼວດ

ກະຊວງປ້ອງກັນປະເທດແມ່ນກະຊວງທະຫານ

 ເມື່ອກ່ອນແຕ່ເລີ່ມຕັ້ງ ສປປລ ມາ ແມ່ນເພິ່ນປ່ຽນກະຊວງມະຫາດໄທມາເປັນກະຊວງພາຍໃນ ແລະ ກະຊວງພາຍໃນ

ກໍແມ່ນກະຊວງຂອງຕຳຫຼວດອ້ອຍຕ້ອຍ.  ບາດເພິ່ນຕັ້ງກະຊວງປ້ອງກັນຄວາມສະຫງົບຂຶ້ນຊ້ຳຜັດວ່າແມ່ນກະຊວງຕຳ

ຫຼວດອີກ. ໃນທຳນອງນີ້ກໍແປວ່າກະຊວງພາຍໃນ ແລະ ກະຊວງປ້ອງກັນຄວາມສະຫງົບກະຊວງອ້າຍກະຊວງນ້ອງຕົ້ວຄັນ

ວ່າຊັ້ນ. ງົງ ໆ ໆ ໆ ໆ ໆ

 ຖືກຕ້ອງແລ້ວ ແຕ່ກ່ອນນັ້ນກະຊວງພາຍໃນແມ່ນກະຊວງຕໍ່າຫຼວດ ແຕ່ຕໍ່ມາກໍ່ປ່ຽນມາເປັນກະຊວງປ້ອງກັນຄວາມສະຫງົບ.

ສ່ວນກະຊວງພາຍໃນທີ່ເຮົາເຫັນທຸກມື້ນີ້ແມ່ນກະຊວງທີ່ຕັ້ງຂຶ້ນມາໃໝ່ ໂດຍທຳໜ້າທີ່ບໍລິຫານຈັດການວຽກງານຄຸ້ມຄອງພາຍໃນ ບໍ່ກ່ຽວກັບກັບຕໍ່າຫຼວດ

__________________
Anonymous

Date:

ຈົວນ້ອຍສາຣະແນ wrote:

ຢາກຮູ້ວ່າ ມີຈັກກະຊວງ ໃນ ສປປລາວ ແລະ ກະຊວງໃດແດ່? ແຕ່ລະກະຊວງມີໜ້າທີ່ຮັບຜິດຊອບຫຍັງແດ?

ອາມິຕະພຸທ.

Which ministry corrupts the most?
I heard that it is ministry of Finance.

__________________
Anonymous

Date:

ມັນບໍ່ໄດ້ຖືກໃດ໋ ທີ່ໃຊ້ຄຳວ່າ ກະຊວງປ້ອງກັນຄວາມສະຫງົບ ໄປປ້ອງກັນເຮັດຫຍັງ

ຄວາມສະຫງົບ. ໄປປ້ອງກັນຄວາມສະຫງົບ ພໍດີລະຄວາມສະຫງົບມັນຊິມາບໍ່ໄດ້

ເພາະວ່າ ໄປປ້ອງກັນມັນ 555

ເພາະສະນັ້ນ ໃຊ້ຄຳວ່າ ກະຊວງປ້ອງກັນຄວາມບໍ່ສະຫງົບ ຈຶ່ງຖືກຕ້ອງເດີ  

 ຖ້າມາໄຈ້ແຍກຄວາມໝາຍຂອງກະຊວງ ປ້ອງກັນຄວາມສະຫງົບ ໃສ່ ກະຊວງປ້ອງກັນປະເທດ ແລ້ວ ຜົນມັນຈະອອກມາຄືໆເຈົ້າເວົ້າອອກມານີ້ລະ.

-ກະຊວງປ້ອງກັນປະເທດເປັນກະຊວງປ້ອງກັນແລະປາບປາມຂ້າເສິກສັດຕູຜູ່ທີ່ຫລັກລອບເຂົ້າມາຍືດຄອງປະເທດຊາດບ້ານເມືອງແລະປະຊາຊົນຂອງ

ຊາດ. ຕໍ່ສູ້ແລະຜັກດັນພວກເຫຼົ່າສັກຕູໃຫ້ອອກຈາກເຂດນ້ຳດິນແດນຂອງປະເທດຊາດບ້ານເມືອງ.

-ກະຊວງປ້ອງກັນຄວາມສະຫງົບກໍຕ້ອງເປັນກະຊວງປ້ອງກັນແລະປາບປາມຄວາມສະຫງົບທີ່ເຂົ້າມາສູ່ສັງຄົມແລະປະຊາຊົນຂອງຊາດໃຫ້ອອກຈາກ

ເຂດນ້ຳແດນດິນຂອງປະເທດຊາດບ້ານເມືອງ.

ອັນນີ້ເປັນຄວາມສົມທຽບລະຫວ່າງຊື່ແລະຄວາມໝາຍຂອງກະຊວງປ້ອງກັນຄວາມສະຫງົບໃສ່ກະຊວງປ້ອງກັນປະເທດເທົ່ານັ້ນ. ກະຊວງປ້ອງກັນຄວາມ

ສະຫງົບ ຄວນປ່ຽນມາເປັນ ກະຊວງປ້ອງກັນຄວາມບໍ່ສະຫງົບ ຫລື ກະຊວງປາບປາມຄວາມຫວຸ້ນວາຍ ຈະຖືກກ່ອນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard