Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກເຂົ້າຮັບປະລິນຍາ ຕ້ອງໄດ້ຊື້ສິ້ນໃໝ່ ລາຄາເປັນແສນ
Anonymous

Date:
ຢາກເຂົ້າຮັບປະລິນຍາ ຕ້ອງໄດ້ຊື້ສິ້ນໃໝ່ ລາຄາເປັນແສນ


ປະກາດຂອງມະຫາວິທະຍາໄລແຫ່ງຊາດ

ຜູ້ທີ່ຈະເຂ້ົາຮັບປະລິນຍາປີນີ້ ຕ້ອງໃດ້ຊື້ສິ້ນ ເປັນເອກະພາບກັນ

ລາຄາສິ້ນເປັນແສນ

ຈະມີເງິນແຕ່ໃສ ມາຊື້ນໍ

ບັງຄັບກັນເອົາແທ້ເອົາວ່າ 

 



__________________
Anonymous

Date:
RE: ຢາກເຂົ້າຮັບປະລິນຍາ ຕ້ອງໄດ້ຊື້ສິ້ນໃໝ່ ລາຄາເປັນແສນ


ຄິດວ່າເປັນການຊ່ອຍເສດຖະກິດທ້ອງຖິ່ນແລະອູ້ມຊູຫັດຖະກໍາລາວພໍ່ອາວ, ໄດ້ເຂົ້າເຮັດວຽກແລ້ວ ໄດ້ຫລາຍກ່ວານັ້ນ.

__________________
Anonymous

Date:

ກົດກະຕິກາຂອງບ້ານເມືອງເຮົາກະເປັນແບບນີ້ແຫລະ

ບັງຄັບຕະຫລອດ ແລະ ມີຄົນຍອມເຮັດນຳຕະຫລອດ

ຖ້າວ່າຂັດ ກໍ່ເວົ້າໃຫ້ວ່າ ບໍ່ໄວ້ເນື້ອເຊື່ອໃຈຕໍ່ແນວທາງອັນສະຫລາດສ່ອງໃສຂອງພັກວ່າຊັ້ນ

ທາງທີ່ດີ ເຂົາບອກໃຫ້ເຮັດແນວໃດລະໃຫ້ຟ້າວເຮັດ

ຄັນບໍ່ຢາກຮຽນຄືນອີກປີຫນື່ງນະ

ຖ້າໄດ້ຮຽນຄືນອີກປີຫນຶ່ງລະຊິເສຍຫລາຍກ່ອນຊື້ສິ້ນເດີ່

ເງິນຊື້ເບຍກິນຍັງຫລາຍກ່ອນຫັ້ນຫລາຍເທົ່າ

ຊິທຽບຫຍັງຊ່ຳນີ້



__________________
Anonymous

Date:

Anonymous wrote:

ຄິດວ່າເປັນການຊ່ອຍເສດຖະກິດທ້ອງຖິ່ນແລະອູ້ມຊູຫັດຖະກໍາລາວພໍ່ອາວ, ໄດ້ເຂົ້າເຮັດວຽກແລ້ວ ໄດ້ຫລາຍກ່ວານັ້ນ.


 ບໍ່ວ່າແຕ່ລາວດອກ ປະເທດໃດໆໆ ກໍເປັນແບບນີ້ ຢ່າຖືເອົາເລື່ອງຈິບຈ້ອຍນີ້ມາເປັນປະເດັນ ລອງຖາມທາງເມືອງໄທຍເບິ່ງ ຜູ້ທີ່ເຂົ້າຮັບປະຣິນຍາຕ້ອງລົງທະບຽນເທົ່າໃດ ?

- ດີພໍຕາຍແລ້ວ ຜູ້ທີ່ເຂົ້າຮຽນໃນ ມຊ ໄດ້ຮັບເບັ້ຍລ້ຽງຈາກລັດເດືອນລະເທົ່າໃດ ? ຄວນພິຈາລະນາ.



__________________
Anonymous

Date:

ຖືກຕອ້ງ! ຖືກຕອ້ງ!

ຊື້ສິ້ນ ປົກຂອງໂຕເອງ ເພື່ອມາ ນຸ່ງບໍ່ແມ່ນຊິຂາດ ໃນມື້ດຽວ

ຮັບໃບປະກາດ ຄັ້ງນຶ່ງ ຂອງ ຊີວິດ ໄດ້ປຣິນຍາຕຣີ ໃຫ້ໂກ້ ໃຫ້ມັນງາມ ແດ່

ສຳ່ເງິນ100.000 ກີບ ຂາຍ ໂຕສຽມ (ເປັດກືກ) ຂອງ ອີ່ເອັມ 2ໂຕກະໄດ້

ຊອກແຕ່ເລື່ອງ ບໍ່ດີມາເວົ້າ !ແນວ ຄົນບໍ່ເຄີຍໄດ້ ປຣິນຍາຕຣີ .



__________________
Anonymous

Date:

Don't be so silly...if you don't have enough money to buy Sin Mai,You can rent it, don't you? this is once in your life time, do what you have to do.



__________________
Anonymous

Date:

Anonymous wrote:

ປະກາດຂອງມະຫາວິທະຍາໄລແຫ່ງຊາດ

ຜູ້ທີ່ຈະເຂ້ົາຮັບປະລິນຍາປີນີ້ ຕ້ອງໃດ້ຊື້ສິ້ນ ເປັນເອກະພາບກັນ

ລາຄາສິ້ນເປັນແສນ

ຈະມີເງິນແຕ່ໃສ ມາຊື້ນໍ

ບັງຄັບກັນເອົາແທ້ເອົາວ່າ 

 





This is a typical of Lao university student.. they are stupid.

Let me ask you one question.. how much do you spend on something else in a year?

it is your graduation ceremony..

If you can't pay 100,000 kip for graduation .. don't be human!!

__________________
Anonymous

Date:

ສິ້ນແບບນີ້ບໍ່ທີ່ເຈົ້າວ່າລາຄາເປັນແສນ ??








__________________
Anonymous

Date:

ກົ້ນໃຜນີ້ aww



__________________
Anonymous

Date:

Anonymous wrote:

ປະກາດຂອງມະຫາວິທະຍາໄລແຫ່ງຊາດ

ຜູ້ທີ່ຈະເຂ້ົາຮັບປະລິນຍາປີນີ້ ຕ້ອງໃດ້ຊື້ສິ້ນ ເປັນເອກະພາບກັນ

ລາຄາສິ້ນເປັນແສນ

ຈະມີເງິນແຕ່ໃສ ມາຊື້ນໍ

ບັງຄັບກັນເອົາແທ້ເອົາວ່າ 

 


 ໂອຍເຈົ້າກະດາຍ ມື້ຮັບໃບປະລິນຍາວັນສຳຄັນໃນຊີວິດຂອງເຈົ້າ ເຈົ້າກະຊິບໍ່ສະລະແດ່ຫວາ

ຊື້ໄປກໍບໍ່ແມ່ນຈະໃສ່ແຕ່ມື້ດຽວ

ເວລາເຈົ້າເຮັດການ ເວລາເຈົ້າໄປດອງ ເວລາໄປວັດໄປບຸນ ໄປງານຕ່າງໆ ເຈົ້າກະໄດ້ເອົາມານຸ່ງຫຼືຊື້ຄືກັນບໍ່ແມ່ນຫວາ

ບໍ່ວ່າໃຜໃນມື້ຮັບໃບປະກາດກະຕ້ອງແຕ່ງເຄື່ອງງາມຢູ່ແລ້ວຄືຊິບໍ່ມີໃຜຢາກນຸ່ງເຄື່ອງເກົ່າໄປຮັບຕິ

 

ຫຼືວ່າສິ້ນທີ່ເຈົ້າເວົ້າຫັ້ນເປັນສິ້ນສະເພາະຂອງຄະນະຫວາ?



__________________
Anonymous

Date:

here is a thing this will be with you rest of your life. many peple like to spend 10- 20 time for their wedding but,

at the end they end up with devorce, what a waste......

 



__________________


Veteran Member

Status: Offline
Posts: 91
Date:

ມະຫາວິທະຍາໄລແຫ່ງຊາດໃຫ້ຊື້ສິ້ນໜຶ່ງແສນກີບ ເພື່ອຮັບປະລິນຍາ
ແຕ່ຢາກໃຫ້ລອງໄປຖາມວິທະຍາໄລ ຣັຕຕະນະ ຫຼື ວິທະຍາໄລເອກະຊົນອື່ນໆ ເພິ່ນໃຫ້ຈ່າຍເທົ່າໃດ
ຄ່າໃຊ້ຈ່າຍຂອງ ມຊ ຄູນສິບເທົ່າຍັງບໍ່ຮອດຂອງທາງຣັຕຕະນະ ສະເພາະໃນມື້ຮັບປະລິນຍາມື້ດຽວ
ບໍ່ແມ່ນວ່ານັກສຶກສາເປັນຄົນຮັ່ງມີທຸກຄົນດອກ ແຕ່ທາງວິທະຍາໄລ ກໍ່ມີກົດລະບຽບອອກມາເຊັ່ນດຽວກັນ
ແຕ່ນັກສຶກສາກໍ່ຍິນຍອມ ເພາະຄິດວ່າມື້ຮັບປະລິນຍາເປັນມື້ສຳຄັນກັບຊີວິດອີກມື້ໜຶ່ງ
ກໍ່ຄວນສະລະເງິນໜຶ່ງແສນກີບຊື້ສາເນາະໃນມື້ທີ່ສຳຄັນແບບນີ້



__________________
Anonymous

Date:

ທົດລອງລວມຕົວປະທ້ວງເບິ່ງເພິ່ນຈະວ່າແນວໄດ.



__________________
Anonymous

Date:

ຂໍເງິນຊື້ສິນແດ່ດູຫັນ ເຂົ້າສິເຂົ້າຮັບປິນຍາ ແຕ່ເຂົ້າບໍ່ມີເງິນ

564114_10151072182314201_1556993244_n.jpg



__________________
Anonymous

Date:

ແນະນຳບ້າໆ ໃຫ້ປະທ້ວງ ບໍ່ຮັກກັນເລີຍ ຖ້າຈະປະທວງຈະມາຮຽນຫາວິມານຜືນເສື່ອຜືນສາດຫຍັງ ໄປເຮັດນາກະແລ້ວ ສິ້ນໂຕລະແສນໜື່ງ, ແນະນຳວວ່າ: ຖ້າບໍ່ຢາກໄປຮັບກໍ່ໄປເຊັນເອົາກ່ອນ ຫຼື ພາຍຫຼັງກະໄດ້ນີ້ ບໍ່ຕ້ອງໄປຮັບພ້ອມໝູ່ກະໄດ້ນີ້ ການໄປຮັບໃບປະກາດບໍ່ແມ່ນການປະສົບຜົນສຳເລັດໃນຊີວິດຈັກໜ່ອຍເລີຍ ພຽງແຕ່ເປັນຈຸດເລີ່ມຕົ້ນຂອງການທຳງານຊື່ ຢ່າຊິໄປບໍລິໂພກຄ່ານິຍົມສະໄໝໄໝ່ຫຼາຍ ຜູ້ເປັນພໍ່ແມ່ ຈະລຳບາກ ແຕ່ໂຕຂອງຂ້າພະເຈົ້າຍັງບໍ່ໄດ້ໄປຮັບນຳໝູ່ຊ້ຳ ໄປເຊັນຮັບເອົາກ່ນໝູ່ ແລ້ວກໍ່ກັບບ້ານ ບໍ່ເຫັນວ່າຊິບໍ່ມີວຽກເດ ທັ້ງທີ່ຄະແນນກໍ່ 3,50



__________________


Senior Member

Status: Offline
Posts: 140
Date:

ເຄີຍໄດ້ຍິນ ນັກຮຽນຫລາຍຄົນເວົ້າຢູ່ເລື້ອງ ສິ້ນໄໜ ຮັບປະລິນຍາຢູ່ ມ ຊ

ທີ່ໄດ້ຍິນມາແມ່ນ ອາຈານປະຈຳຫ້ອງຈະເປັນຜູ້ຈັດຊື້
ໂດຍເອົາເງິນຈາກນັກສຶກສາທັງໜົດ
ມັນກະດີຢູ່ຫັນລະ ຄັນເພິ່ນເອົາໃຈໃສ່ປານນັ້ນ
ແຕ່ເຂົາວ່າ ບາດເອົາສິ້ນມາສົ່ງນັກສຶກສາ ມັນພັດບໍ່ສົມກັບເງິນ ເປັນ ແສນກີບ
ບາດຢູ່ຕະຫລາດ ສິ້ນແບບດຽວກັນ ກັບ ມຊ ສັ່ງມາ ລາຄາມີພຽງແຕ່ 40,000 ຫາ 50,000 ກີບ
ມັນແມ່ນອັນດຽວກັນ ກັບສິ້ນໄໜມັນ (ອີຕາລີຟອກ)
ທີ່ເຂົາຂາຍກັນເຕັມບ້ານເຕັມເມືອງ ລາຄາຖືກໆ ຫັ້ນນະ
ແລ້ວພວກທ່ານ ວ່າມັນໜາຍຄວາມວ່າແນວໃດ ເອົາ!

__________________
Anonymous

Date:

ການທີ່ເພີ່ນໃຫ້ນຸ່ງສີ້ນຄືກັນ ຫຼືເວົ້າງ່າຍໆເຄື່ອງແບບຮັບໃບປະລິນຍາໃຫ້ຄືກັນ ເພາະວ່າເພີ່ນຢາກ

ໃຫ້ມັນງາມຕາແລະເປັນລະບຽບຮຽບຮ້ອຍ ບໍ່ແມ່ນແຕ່ລາວເຮັດດອກ ເບີ່ງຕາມມະຫາວິທະຍາໄລອື່ນໆຂອງ

ຫຼາຍປະເທດເຂົາກະເຮັດຄືກັນ. ເກີດມາຊາດຫນື່ງຊິມີຈັກເທື່ອຊິໄດ້ໃສ່ເຄື່ອງແບບທີ່ເພີ່ນກຳນົດໄວ້ສະເພາະ

ຜູ້ຈົບປະລິນຍາ. ເຈົ້າຕ້ອງຄິດວ່າເປັນຄວາມພູມໃຈເປັນກຽດທີ່ໄດ້ນຸ່ງມັນ ເພາະບໍ່ແມ່ນທຸກຄົນຊິໄດ້ນຸ່ງ.

ຢ່າຄັບແຄບຈົນເກີນໄປ ຫຼຽວເບີ່ງປະເທດອື່ນແດ່ ແຮງແພງກ່ອນນີ້ເປັນຫຼາຍເທົ້າຊໍ້າ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard